ຄວາມແຕກຕ່າງລະຫວ່າງ
ລັດທິຄອມມິວນິດ ແລະ ສັງຄົມນິຍົມ. 
ກ່ອນອື່ນກໍຂໍອະທິບາຍກ່ອນວ່າ ຕາມຫຼັກການແລ້ວ ສັງຄົມນິຍົມບໍ່ແມ່ນລັດທິ ແຕ່ເປັນລະບົບເສຖະກິດການເມືອງເຊິ່ງແຕກຕ່າງກັບລັດທິ ຄອມມິວນິດ ທີ່ເປັນ ລັດທິການເມືອງໂດຍກົງ. ລະບົບສັງຄົມນິຍົມຈະສາມາດນໍາໃຊ້ເຂົ້າກັບລະບອບການເມືອງໃດກໍໄດ້.
ທິດສະດີ, ຄວາມເຊື່ອ, ຫຼັກການ ແລະພາກປະຕິດບັດທີ່ແຕກຕ່າງ:
ກ່ອນອື່ນກໍຂໍອະທິບາຍກ່ອນວ່າ ຕາມຫຼັກການແລ້ວ ສັງຄົມນິຍົມບໍ່ແມ່ນລັດທິ ແຕ່ເປັນລະບົບເສຖະກິດການເມືອງເຊິ່ງແຕກຕ່າງກັບລັດທິ ຄອມມິວນິດ ທີ່ເປັນ ລັດທິການເມືອງໂດຍກົງ. ລະບົບສັງຄົມນິຍົມຈະສາມາດນໍາໃຊ້ເຂົ້າກັບລະບອບການເມືອງໃດກໍໄດ້.
ທິດສະດີ, ຄວາມເຊື່ອ, ຫຼັກການ ແລະພາກປະຕິດບັດທີ່ແຕກຕ່າງ:
| 
ຄອມມິວນິດ        | ສັງຄົມນິຍົມ | 
| 
ລັດທິ: ວິຖີຊີວິດແມ່ນອີງຈາກຄວາມສາມາດຂອງແຕ່ລະບຸກຄົນ, ຕາມຄວາມຕ້ອງການຂອງແຕ່ລະບຸກຄົນ. ທຸກຄົນມີສິດເສລີພາບໃນການບໍລິໂພກ. ສັງຄົມເທົ່າທຽບກັນໝົດ. | 
ລັດທິ: ວິຖີຊີວິດແມ່ນອີງຈາກຄວາມສາມາດຂອງແຕ່ລະບຸກຄົນ, ຕາມການປະກອບສ່ວນຂອງແຕ່ລະບຸກຄົນ. ເໜັ້ນໃສ່ການແບ່ງປັນຜົນໃຫ້ກັບທຸກຄົນ. | 
| 
ແນວຄິດ: ທຸກຄົນສະເໝີພາບ, ບໍ່ມີຊົນຊັ້ນວັນນະ, ລັດຖະບານເປັນເຈົ້າຂອງຜົນຜະລິດ, ເປັນເຈົ້າຂອງດິນ ແລະທຸກສິ່ງຢ່າງ. ທຸກຄົນເຮັດວຽກໃຫ້ກັບລັດຖະບານ ແລະທຸກຜົນຜະລິດທີ່ເກັບໄດ້ແມ່ນແບ່ງປັນໃຫ້ກັບທຸກຄົນຢ່າງສະເໝີພາບ. | 
ແນວຄິດ: ທຸກຄົນມີສິດຮັບຜົນຜະລິດ ແລະຮັບການຊ່ວຍເຫຼືອຈາກລັດເພື່ອພັດທະນາຕົນເອງຕາມຄວາມສາມາດ. ລັດສົ່ງເສີມອຸສາຫະກໍາແບບລວມໝູ່. ສັງຄົມມີສິດເປັນເຈົ້າຂອງດິນ ແລະສ້າງທຸລະກິດທີ່ບໍ່ຂຶ້ນກັບລັດ ແຕ່ຕ້ອງເປັນທຸລະກິດລວມໝູ່(public owned property and/or industry). | 
| 
ບຸກຄົນຫຼັກໆທີ່ສະເໜີແລະເຊື່ອໃນທິສະດີ: Karl Marx, Fredrich Engels, Vladimir Lenin, Leon Trotsky. | 
ບຸກຄົນຫຼັກໆທີ່ສະເໜີແລະເຊື່ອໃນທິສະດີ: Robert Owen, Pierre Leroux, Karl Marx, Fredrick Engels, John Stuart Mill, Albert Einstein, George Bernard Shaw, Thorstein Veblen, Emma Goldman. | 
| 
ຫຼັກອົງປະກອບ: ລັດຖະບານຮັດກຸມທຸກຢ່າງ, ລັດເປັນຜູ້ວາງແຜນເສຖະກິດ, ຊົນຊັ້ນກໍາມະຊີບຄຸມອໍານາດເດັດຂາດ, ທຸກຄົນສາມາດມີເຄື່ອງມືນໍາໃຊ້ເພື່ອຜະລິດ, ແຕ່ບໍ່ສາມາດເປັນເຈົ້າຂອງ. ທຸກສິ່ງເປັນຂອງສ່ວນລວມນັ້ນກໍຄືເປັນຂອງລັດ. ທຸກຄົນສະເໝີພາບທັງຍິງແລະຊາຍ. ຕໍ່ຕ້ານລັດທິປະຊາທິປະໄຕ. ປົກຄອງໂດຍພັກການເມືອງດຽວ. | 
ຫຼັກອົງປະກອບ: ລັດຖະບານຮັດຄຸມບາງສ່ວນຮວມທັງເສຖະກິດ ແລະຜົນຜະລິດອີງຕາມຄວາມຕ້ອງການຂອງສັງຄົມແລະ ເສຖະກິດ. ການຜະລິດເຄື່ອງບໍລິໂຜກ ແລະການບໍລິການແມ່ນຈັດຕັ້ງຜະລິດສະເພາະຜົນປະໂຫຍດເພື່ອນໍາໃຊ້ເຂົ້າກັບສະພາວະຈໍາເປັນຂອງສັງຄົມເທົ່ານັ້ນ. ບໍ່ມີການຜະລິດເພິ່ມເພື່ອຄຸນຮັ່ງຄຸນມີໃຫ້ກັບບຸກຄົນ. ທຸກສິ່ງແບ່ງປັນກັນໃຊ້ກັນຈ່າຍ. ຍິງແລະຊາຍສະເໝີພາບກັນ. ສາມາດປົກຄອງໄດ້ຫຼາຍພັກການເມືອງ. | 
| 
ຊັບສິນເອກະຊົນ, ສ່ວນຕົວ: ລົບລ້າງການມີຊັບສິນສ່ວນຕົວ. ທຸກສິ່ງເປັນຂອງສ່ວນລວມ, ທຸກຄົນມີສິດໃຊ້ແຕ່ບໍ່ມີສິດເປັນເຈົ້າຂອງ. | 
ຊັບສິນເອກະຊົນ, ສ່ວນຕົວ: ມີສິດເປັນເຈົ້າຂອງຊັບສິນບາງສິ່ງທີ່ຈໍາເປັນ ເຊັ່ນ:ເຮືອນ, ເຕົາດັງໄຟ, ໝໍໜຶ່ງເຂົ້າ, ເຄື່ອງໜຸ່ງ ແລະສິ່ງຂອງຈໍາເປັນອື່ນໆ. ແຕ່ດ້ານໂຮງຈັກໂຮງງານ, ຫຼືທຸກປັດໄຈທີ່ສ້າງເຄື່ອງບໍລິໂຜກ, ແລະບໍລິການແມ່ນລັດເປັນເຈົ້າຂອງ ຄວບຄຸມໂດຍຜູ້ອອກແຮງງານ. | 
| 
ຄວາມເຊື່ອສາສໜາ: ລົບລ້າງແນວຄິດແລະຄວາມເຊື່ອງົມງວາຍ. ລົບລ້າງສາສໜາ. | 
ຄວາມເຊື່ອສາສໜາ: ມີສິດເຊື່ອໄດ້ທຸກສາສໜາ. ແຕ່ສົ່ງເສີມໃຫ້ແຍກສາສະໜາ ອອກຈາກການເມືອງ ເປັນຕົ້ນແຍກສາສໜາອອກຈາກ ສະຖາບັນການສຶກສາ. | 
| 
ການບໍລິຫານເສຖະກິດ: ທຸກໆຂະແໜງບໍ່ວ່າການວາງແຜນ, ການຕັດສິນ ຈັດຕັ້ງປະຕິບັດ, ການຜະລິດຜົນ, ການລົງທືນ, ການຈັດສັນຊັບພະຍາກອນແມ່ນແນໃສ່ອັດຕາຂອງສັງຄົມ ຫລືຈໍານວນທີ່ຕ້ອງການ. ບໍ່ໄດ້ອີງໃສ່ ຕາມອັດຕາຊື້ຂາຍ. | 
ການບໍລິຫານເສຖະກິດ: ທຸກໆຂະແໜງບໍ່ວ່າການວາງແຜນ, ການຕັດສິນ ຈັດຕັ້ງປະຕິບັດ, ການຜະລິດຜົນ, ການລົງທືນ, ການຈັດສັນຊັບພະຍາກອນແມ່ນແນໃສ່ຕາມການຕະຫຼາດສັງຄົມນິຍົມ ເຊິ່ງໝາກຜົນທຸກສິ່ງທີ່ຜະລິດແມ່ນຈັດສັນແບ່ງປັນເຂົ້າສູ່ລັດວິສາຫະກິດ. | 
| 
ໂຄງສ້າງຊົນຊັ້ນ: ລົບລ້າງທຸກຊົນຊັ້ນ. ສະຖານະເທົ່າທຽມກັນໝົດ. ປະທານປະເທດ ແລະຊາວນາມີອໍານາດເທົ່າທຽມກັນ. | 
ໂຄງສ້າງຊົນຊັ້ນ: ລົບລ້າງທຸກຊົນຊັ້ນ, ຍົກເວັ້ນສະຖານະດ້ານການເມືອງ. | 
| 
ເສລີໃນທາງເລືອກ: ມີສອງທາງເລືອກຄື: ສັງຄົມເລືອກແບບຮວມໝູ່ ຫຼື ລັດເລືອກ. ຕົວຢ່າງ: ບຸກຄົນໃດຢາກຈັດງານລ້ຽງຢູ່ຫລັງບ້ານເປີດເພງດັງໆ, ຕ້ອງໄດ້ລາຍງານຕໍ່ນາຍບ້ານ, ນາຍບ້ານເອີ້ນສະມາຊິກບ້ານທຸກຄົນມາສະແດງຄວາມຄິດເຫັນ ແລ້ວໃຫ້ທຸກຄົນເລືອກຫຼືຕັດສິນວ່າ ບຸກຄົນນັ້ນສົມຄວນຈັດງານຫຼືບໍ່? | 
ເສລີໃນທາງເລືອກ: ທຸກຄົນມີສິດເລືອກໃຊ້ຊີວິດສ່ວນຕົວ ບໍ່ວ່າຈະເປັນການສ້າງຄອບຄົວ, ນັບຖືສາສໜາ, ທໍາກິດຈະກໍາຫຼືເຮັດວຽກ ແຕ່ຕ້ອງປະຕິດບັດຕາມລະບຽບກົດໝາຍ. ຕົວຢ່າງ: ຢາກຈັດງານເປີດເພງດັງໆກໍໄດ້ແຕ່ຕ້ອງຂໍອະນຸຍາດຈາກເຈົ້າໜ້າທີ່ ແລະຕ້ອງຢູ່ໃນຂອບເຂດທີ່ເໝາະສົມ. | 
| 
ການສິກສາ ແລະ
  ສະຫວັດດີການສັງຄົມ: ການສຶກສາແມ່ນຝຣີ ບໍ່ໄດ້ເສຍເງິນ. ລັດເປັນຜູ້ບໍລິການ. ສະຫວັດດີການສັງຄົມກໍເຊັ່ນກັນ. ລັດເປັນຜູ້ໃຫ້ບໍລິການ. ທຸກຄົນມີສິດໄດ້ຮັບການຊ່ວຍເຫຼືອຝຣີ. ທຸກໂຮງຮຽນຈະເປັນຂອງລັດ ເປັນຂອງປະຊາຊົນ, ທຸກໆໂຮງໝໍຈະເປັນຂອງລັດ ເປັນຂອງປະຊາຊົນ. | 
 ການສິກສາ ແລະ ສະຫວັດດີການສັງຄົມ: 
ການສຶກສາພາກບັງຄັບຝຣີ.
  ລັດເປັນຜູ້ຄວບຄຸມ. ຈະມີໂຮງຮຽນລັດ ຫຼືຫຼວງ ແລະໂຮງໝໍຫຼວງ
  ທີ່ລັດສ້າງເພື່ອບໍລິການສັງຄົມ. ທຸກຄົນມີສິດນໍາໃຊ້ຝຣີ.  ດ້ານສະຫວັດດີການແມ່ນນໍາໃຊ້ລະບົບ
  ປະກັນສັງຄົມທີ່ອຸດໜູນດ້ວຍເງິນພາສີ.     | 
| 
ເປົ້າໝາຍ: ເພື່ອສ້າງສັງຄົມໃຫ້ປົກຄອງກັນເອງ. ບໍ່ມີລັດຖະບານປົກຄອງ. ບໍ່ມີການເມືອງ. ທຸກສິ່ງຢາງແມ່ນປະຊາຊົນເປັນຜູ້ສ້າງ, ບໍລິຫານ, ບໍລິການຮວມກັນໝົດ. ບໍ່ມີລະບົບຕະຫຼາດ, ບໍ່ມີການຄ້າຂາຍ. ບໍ່ມີການໃຊ້ເງິນ. ບໍ່ມີການແຂ່ງຂັນ, ບໍ່ມີການເອົາປຽບ. ທຸກຄົນເທົ່າທຽມກັນໝົດ, ມີສໍ່າກັນໝົດ. ກິນສໍ່າກັນໝົດ. ຢູ່ຄືກັນໝົດ. ເຮັດຄືກັນໝົດ. ເປັນສັງຄົມ utopia. ໂລກອັນທີ່ສວຍງາມສົມບູນແບບໄປທຸກຢ່າງ. | 
ເປົ້າໝາຍ: ເພື່ອສ້າງສັງຄົມໃຫ້ເປັນສັງຄົມທີ່ມີລະບຽບຮຽບຮ້ອຍ, ບໍ່ມີການເອົາປຽບກັນ. ມີລັດຖະບານຊີ້ນໍາ. ສາມາດມີການເມືອງ. ລັດແລະສັງຄົມເປັນຕົ້ນຜູ້ອອກແຮງງານ (worker)ບໍລິຫານຮ່ວມກັນ. ມີລະບົບຕະຫຼາດແບບສັງຄົມນິຍົມ. ປະຊາຊົນເປັນເຈົ້າ, ບໍ່ມີນາຍທືນ. ທຸກຄົນເທົ່າທຽມກັນ. | 
| 
ພາກປະຕິດບັດ: ລັດເຊຍເປັນຜູ້ເລິ່ມຕົ້ນນໍາເອົາທິດສະດີຄອມມິວນິດມາປະຕິບັດ. ແຕ່ຫຼົ້ມເຫຼວ. ທຸກມື້ນີ້ບໍ່ມີສັງຄົມໃດຫຼືປະເທດໃດສາມາດປະຕິດບັດໄດ້ຕາມທິສະດີນີ້ຢ່າງສົມບູນແບບ. ໃກ້ທີ່ສຸດຄືເກົາຫລີເໜືອ. ແຕ່ເກົາຫລີເໜືອບໍ່ໄດ້ຖືໂຕເອງວ່າເປັນຄອມມິວນິດ. | 
ພາກປະຕິດບັດ: ລັດເຊຍ ແລະ ແຖວທະວິບເອີຣົບເໜືອເປັນຜູ້ເລິ່ມປະຕິບັດ. ຕໍ່ມາກໍຂະຫຍາຍໄປທົ່ວເກືອບທຸກທະວີບ. ປັດຈຸບັນລະບອບສັງຄົມນິຍົມຍັງມີຫຼາຍປະເທດນໍາໃຊ້ປະຕິດບັດ ແຕ່ໃນຄາບທິດສະດີໃໝ່ແບບປະສົມປະສານກັບລະບອບທືນນິຍົມ. ເປັນຕົ້ນການຕະຫຼາດເສລີ. ສະຫຼຸບບໍ່ມີສັງຄົມໃດ ແລະປະເທດໃດສາມາດປະຕິບັດຕາມແນວທາງທິດສະດີສັງຄົມນິຍົມແບບສົມບູນແບບໄດ້ເທື່ອ. | 
ຄໍາຖາມ: ຍ້ອນສາເຫດໃດສອງທິດສະດີຂ້າງເທິງຈື່ງບໍ່ສາມາດປະຕິບັດນໍາໃຊ້ກັບສັງຄົມມະນຸດໄດ້ສໍາເຫຼັດ?
ຄໍາຕອບຂອງຜູ້ຂຽນຄື:
ທ່ານ Karl Marx ເປັນຄົນຫົວທັນສະໄໝມ. ບໍ່ມັກການງົມງວາຍ ແລະເຫັນວ່າ ການນັບຖືສາສໜາ ແມ່ນເປັນການງົມງວາຍ, ສ້າງສັງຄົມໃຫ້ລ້າຫລັງ. ເຊິ່ງຜູ້ກ່ຽວໄດ້ຂຽນຢູ່ໃນປື້ມທິດສະດີການເມືອງຄວມມິວນິດວ່າ: “Religion is the sigh of the oppressed creature, the heart of a heartless world, and the soul of soulless conditions. It is the opium of the people ..,” ແປເປັນພາສາລາວແບບລວມໆກໍຄື: ສາສໜາຄືແນວທາງຂອງສັດເດຍລະສານ, ຄືສູນກາງຂອງໂລງທີ່ໄຮ້ນໍ້າໃຈ ແລະ ຄືຈິດໃຈທີ່ມີສະພາບໄຮ້ວິນຍານ. ສາສໜາຄືຢາເສບຕິດຂອງຄົນ.
ນັ້ນຄືຄໍາເວົ້າຂອງ ທ່ານ ຄາມາກສ, ສະແດງໃຫ້ເຫັນວ່າ ຜູ້ກ່ຽວມີແນວຄິດຕໍ່ຕ້ານ ສາສໜາຢ່າງຮ້າຍແຮງ ຈົນລືມສຶກສາທິສະດີ, ຄໍາສອນ ຫຼືປັດຊະຍາທີ່ຢູ່ເບື່ອງຫລັງຂອງແຕ່ລະສາສໜາ ເປັນຕົ້ນສາສໜາພຸດ. ຖ້າຜູ້ກ່ຽວໄດ້ສຶກສາ ປັດຊະຍາຂອງພະພຸດທະເຈົ້າ ທ່ານຈະບໍ່ມີທາງແນະນໍາໃຫ້ສັງຄົມໃນໂລກນີ້ນໍາເອົາທິສະດີ ຄອມມິວນິດໄປໃຊ້ແນ່ນອນ. ເພາະຈະຮູ້ໄດ້ເລີຍວ່າ ພາກປະຕິບັດແມ່ນໃຊ້ກັບສັງຄົມມະນຸດບໍ່ໄດ້.... ເພາະ ມະນຸດຕັດກິເລດແລະຕັນຫາບໍ່ໄດ້. ພະພຸດທະເຈົ້າເອງໃຊ້ຊີວິດຂອງພຣະອົງສຶກສາ ດ້ານນີ້ທັງເຈັດຊາດ, ເກີດແລ້ວເກີດອີກ ມາສຶກສາເພື່ອຊອກຫາວິທີທາງຕັດກິເລດໃຫ້ກັບມະນຸດ. ແຕ່ກໍຍັງບໍ່ສໍາເຫຼັດ. ທ່ານ ຄາມາກສ ລືມສຶກສາຂໍ້ນີ້ນໍານັກປັດຊະຍາທີ່ປະເສີດທີສຸດໃນໂລກຄືພຣະພຸດທະເຈົ້າ. ຖ້າສຶກສາຂໍ້ນີ້ໃຫ້ເຫັນແຈ້ງຢ່າງເລິກເຊິ່ງ, ຫຼາຍບັນຫາຂອງດ້ານການເມືອງໃນໂລກນີ້ກໍຈະຫລີກລ່ຽງໄດ້. ເຊັ່ນຕົວຢ່າງ: ເສິກທິສະດີຫລັງສົງຄາມໂລກຄັ້ງທີ່ສອງກໍຈະບໍ່ເກີດຂຶ້ນພາກພື້ນເອເຊຍ ແລະທະວິບອື່ນໆ.
ຂໍ້ມູນອ້າງອີງ:
1. ຈາກປື້ມ: The Communist Manifesto
by Friedrich Engels and Karl Marx
ຊອກຊື້ອ່ານໄດ້ຈາກ: https://www.amazon.com/Communist-Manifesto-Karl-Marx/dp/0717802418#reader_0717802418
2. ຈາກປື້ມ: Socialism: An Economic and Sociological Analysis by Lugwig von Mises.
ຊອກຊື້ອ່ານໄດ້ຈາກ:https://www.amazon.com/dp/0913966630/ref=olp_product_details?_encoding=UTF8&me=#reader_0913966630
ຊອກຊື້ອ່ານໄດ້ຈາກ: https://www.amazon.com/Communist-Manifesto-Karl-Marx/dp/0717802418#reader_0717802418
2. ຈາກປື້ມ: Socialism: An Economic and Sociological Analysis by Lugwig von Mises.
ຊອກຊື້ອ່ານໄດ້ຈາກ:https://www.amazon.com/dp/0913966630/ref=olp_product_details?_encoding=UTF8&me=#reader_0913966630
 
No comments:
Post a Comment