ຄັງປັນຍາ

ກະວີ, ນິທານ ວັນນະກັມບູຮານ

ຕະຫຼົກ

Wednesday, January 11, 2017

ຫຼົມແຫຼວ,ຫຼົມເຫຼວ ຫຼືລົ້ມເຫຼວ?




ເຫັນມີການໂຕ້ວາທີກັນກ່ຽວກັບ ຄໍາວ່າ ຫຼົມແຫຼວ, ຫຼົມເຫຼວ ແລະລົ້ມເຫຼວ. ທັງສາມຄໍາໃຫ້ນິຍາມວ່າ ບໍ່ດີ, ບໍ່ສໍາເລັດ.  ສະກົດຖືກແທ້ຕາມວັດຈະນານຸກົມພາສາລາວນັ້ນ ແມ່ນ ຫຼົມແຫຼວ. ແຕ່ເລິ່ມມີສັງຄົມລາວພາກັນສະກົດເປັນ ລົ້ມເຫຼວ (ສ່ວນໃຫຍ່) ແລະຫຼົມເຫຼວໂດຍໃຫ້ເຫດຜົນວ່າ ສັງຄົມເຂົ້າໃຈຄໍານີ້ດີກວ່າຫຼົມແຫຼວ ຈຶ່ງເລືອກສະກົດແບບນີ້ເພື່ອຫລີກລ່ຽງຄວາມສັບສົນ.  
ສ່ວນຕົວແລ້ວ ບໍ່ເຫັນດີກັບຄໍາອະທິບາຍແບບນັ້ນ. ສັງຄົມເຂົ້າໃຈຜິດ ເຮົານັກຂຽນ, ນັກປະພັນ, ຄູບາອາຈານ ຕ້ອງພະຍາຍາມປ່ຽນຄວາມເຂົ້າໃຈຜິດຂອງສັງຄົມນັ້ນໃຫ້ເປັນຖືກ.


ໃນພາສາລາວເຮົາມີຄໍາສັບປະສົມ ຢ່າງ "ຫລວງຫລາຍ" ທີ່ສະກົດດ້ວຍພະຍັນຊະນະດຽວ ກັນແລະມີຄວາມຫມາຍ "ຄ້າຍຄຽງ" ກັນ, ເຊັ່ນ: ຄຸນຄ່າ, ທົ່ວທີບ. ເຜີຍແຜ່, ແຜ່ຜາຍ, ສັ່ງສອນ, ສິ້ນສຸດ, ພ່າຍແພ້, ຫຼົມແຫຼວ, ທ່ອງທ່ຽວ, ຊ່ຽວຊານ ແລະອື່ນໆ. ນັ້ນຄືຫຼັກການປະສົມຄໍາສັບທີ່ນໍາໃຊ້ກັນມາແຕ່ບູຮານນະການ. ເປັນວັດທະນະທໍາພາສາຂອງລາວເຮົາ. ຄົນລາວແຕ່ໃດມາ ມັກເວົ້າຊໍ້າຊ້ອນກັນແບບເອົາຄໍາສອງຄໍາທີ່ມີຄວາມໝາຍຄ້າຍຄືກັນມາເວົ້າຊໍ້າກັນ. ດັ່ງຕົວຢ່າງຍົກມາໃຫ້ເຫັນຂ້າງເທິງເຊັ່ນ: ຫຼວງຫຼາຍ ຫຼວງແລະຫຼາຍ ຄວາມໝາຍຄືກັນ. ສິ້ນສຸດ ສິ້ນ ແລະສຸດ ຄວາມໝາຍຄືກັນ. ທ່ອງທ່ຽວ ທ່ອງແລະທ່ຽວ ຄວາມໝາຍຄືກັນ, ຊ່ຽວຊານ ຊ່ຽວ ແລະຊານ ຄວາມໝາຍຄືກັນ, ຫຼົມແຫຼວ ຫຼົມແລະແຫຼວ ຄວາມໝາຍຄືກັນແລະຄໍາອື່ນໆອີກມາກມາຍ. ຂໍວິໄຈແຕ່ລະຄໍາສັບແລະເຫດຜົນດັ່ງຕໍ່ໄປນີ້:

1. ຫຼົມແຫຼວ. ເປັນຄໍາປະສົມລະຫວ່າງຄໍາລາວເດີມ ຫຼົມແລະແຫຼວ. ຫຼົມທີ່ເປັນຄໍາວິເສດໝາຍເຖິງບໍ່ຄັບ ບໍ່ແໜ້ນ. ຄໍາກັມມະໝາຍເຖິງເຂົ້າໄປໄດ້. ແຫຼວທີ່ເປັນຄໍາວິເສດແປວ່າບໍ່ແຂ້ນ, ມີນໍ້າປົນຫຼາຍ, ຫລົ່ມ. ຄໍານາມແປວ່າ ນົກປະເພດໜຶ່ງທີ່ເອີ້ນວ່າ ແຫລວ (ວັດຈະນານຸກົມ: ສີລາ ວິລະວົງ).  ສອງຄໍາສັບນີ້ມີຄວາມໝາຍຄ້າຍຄຽງກັນເຊັ່ນ ບໍ່ແໜ້ນແລະບໍ່ແຂ້ນ ສະນັ້ນເພິ່ນຈຶ່ງປະສົມເຂົ້າກັນໃຫ້ເປັນຄໍາດຽວຕາມວັດທະນະທໍາການໃຊ້ຄໍາສັບພາສາລາວທີ່ກ່າວມາຂ້າງເທິງ (ມັກເວົ້າຊໍ້າ). ຄໍານີ້ແມ່ນເພິ່ນສົມທຽບໃສ່ສິ່ງທີ່ບໍ່ແໜ້ນ ບໍ່ແຂ້ນບໍ່ແກ່ນແລະໃນວັດທະນະທໍາລາວເຮົາສິ່ງໃດບໍ່ແໜ້ນບໍ່ແກ່ນກໍມັກຈະຕີໄປໃນທາງບໍ່ດີບໍ່ຄັກ, ສຸດທ້າຍມັນກໍຈະເປ່ເພ ແລະເພພັງລົງເຊິ່ງຖ້າຕີເປັນຄວາມໝາຍລວມກໍຄືບໍ່ສໍາເລັດນັ້ນເອງ. ສະນັ້ນຄໍາວ່າ ຫຼົມແຫຼວ ຈຶ່ງຖືກກໍານົດຄວາມໝາຍວ່າ ບໍ່ດີ, ບໍ່ສໍາເລັດ. ແຕ່ອາດຈະເປັນຄໍາຕາຍໃນພາສາລາວເຮົາໄປແລ້ວເພາະສັງຄົມສ່ວນຫຼາຍເປັນຕົ້ນສະໄໝໃໝ່ບໍ່ລື້ງເຄີຍກັບຄໍາໆນີ້ ແຕ່ລື້ງເຄີຍກັບຄໍາວ່າ ລົ້ມເຫຼວຈຶ່ງຄິດແລະເຂົ້າໃຈວ່າ ຫຼົມແຫຼວ ແມ່ນໃຊ້ບໍ່ຖືກ ທີ່ຈິງແມ່ນຖືກທີ່ສຸດສະເພາະສໍານວນພາສາລາວເຮົາ ພຽງແຕ່ເຮົາບໍ່ລື້ງໃຊ້ເທົ່ານັ້ນເອງ.

2. ຄໍາວ່າຫຼົມເຫຼວ. ເປັນຄໍາປະສົມລະຫວ່າງຄໍາລາວເດີມເຊັ່ນກັນ. ຄໍາວ່າ ຫຼົມໄດ້ອິທິບາຍໄວ້ໃນຂໍ້ 1 ແລ້ວ, ສະນັ້ນຈະຂໍອະທິບາຍແຕ່ຄວາມໝາຍຂອງຄໍາວ່າ ເຫຼວໃນພາສາລາວເຮົາ.  ຄໍານີ້ຜູ້ຂຽນເອງຄົ້ນຄວ້າໃນວັດຈະນານຸກົມຫຼາຍສະບັບແລ້ວ, ປະກົດວ່າມີຄວາມໝາຍດຽວຄື ຫັນ ດັ່ງຫັນໜ້າໄປຊ້າຍຂວາຫຼືຄືນຫລັງເພື່ອເບິ່ງ. ສະໄໝກ່ອນຈະສະກົດວ່າ ຫລຽວຫລຽວໜ້າຫລຽວຫລັງດັ່ງນີ້ເປັນຕົ້ນ. ໃນກໍລະນີນີ້ເຮົາຈະເຫັນໄດ້ຢ່າງສັດເຈນເລີຍວ່າ ຄວາມໝາຍຂອງຄໍາວ່າ ຫຼົມແລະເຫຼວແມ່ນແຕກຕ່າງກັນ. ຫຼັກການປະສົມຄໍາເພິ່ນກໍບໍ່ໄດ້ຫ້າມວ່າ ຄໍາໃດສາມາດປະສົມກັບຄໍາໃດຫຼືກໍານົດໃຫ້ປະສົມແຕ່ຄໍາທີມີຄວາມໝາຍຄ້າຍຄຽງກັນເທົ່ານັ້ນ. ໃຫ້ອ່ານເພິ່ເຕີມຈາກຫຼັກໄວຍາກອນລາວ (ໃນບົດວາຈີວິພາກ). ແຕ່ໃນກໍລະນີນີ້, ຄໍາວ່າຫຼົມທີ່ແປວ່າ ບໍ່ແໜ້ນ, ແລະຄໍາວ່າ ເຫຼວໃນພາສາລາວທີ່ແປວ່າ ຫັນ ປະສົມກັນຈະແປວ່າຈັ່ງໃດດີ? ຫັ້ນໜ້າຄືນຫລັງແບບບໍ່ແໜ້ນ? ຫຼືເຮົາຈະຕັດຄວາມໝາຍແຕ່ລະຄໍານັ້ນຖິ້ມແລ້ວກໍານົດຄວາມໝາຍໃໝ່ໃຫ້ແປວ່າ ບໍ່ສໍາເລັດເລີຍບໍ? ທີ່ຈິງຈະເຮັດແບບນັ້ນກໍໄດ້, ແຕ່ບັນຫາຄືສອງຄໍາສັບນີ້ມັນມີຄວາມໝາຍຂອງມັນຢູ່ແລ້ວ, ເຮົາຈະອະທິບາຍຄວາມກ່ຽວຂ້ອງແລະປະຫວັດຮາກສັບຂອງສອງຄໍານີ້ວ່າມັນກ່ຽວຂ້ອງກັບຄວາມໝາຍວ່າ ບໍ່ສໍາເລັດໄດ້ແນວໃດ? ດັ່ງໄດ້ອະທິບາຍມາໃນຂໍ້ 1, ແຕ່ລະຄໍາສັບໃນພາສາລາວແມ່ນມີວັດທະນະທໍາໃນການໃຊ້ຈຶ່ງເກີດເປັນຄໍາສັບ, ເວລາປະສົມກັນຄວາມໝາຍສ່ວນໃຫຍ່ແມ່ນຈະບໍ່ປ່ຽນແປງຈາກຄາມໝາຍເດີມພໍເທົ່າໃດຢ່າງໜ້ອຍ ກໍສາມາດສົມທຽບໄດ້.  ເຊັ່ນຄໍາວ່າ ແຫຼວ ທີ່ໄດ້ອະທິບາຍຢູ່ຂ້າງເທິງ, ແຕ່ຄໍາວ່າ ເຫຼວນິຈະອະທິບາຍ etymology ຂອງຄໍາສັບວ່າ ມັນກ່ຽວຂ້ອງກັບ ຄວາມໝາຍວ່າ ບໍ່ດີຫຼືບໍ່ສໍາເລັດໄດ້ວິທີໃດ?

3. ລົ້ມເຫຼວ. ເປັນຄໍາປະສົມລະຫວ່າງຄໍາລາວເດີມເຊັ່ນກັນ. ລົ້ມຄໍາກັມມະໝາຍເຖິງກິລິຍາທີ່ຕັ້ງຫຼືຢືນແລ້ວທອດລົງເຖິງພື້ນ, ຕັ້ງຢູ່ບໍ່ໄດ້
(ວັດຈະນານຸກົມ: ສີລາ ວິລະວົງ). ສ່ວນຄໍາວ່າເຫຼວແມ່ນໄດ້ອະທິບາຍໄປແລ້ວໃນຂໍ້ 2. ສະນັ້ນຄໍາວ່າລົ້ມເຫຼວ ນີ້ແມ່ນ ຕົກຢູ່ໃນລັກສະນະດຽວກັນກັບຂໍ້ 2.  ເຊິ່ງຈະບໍ່ຂໍອະທິບາຍຊໍ້າຊ້ອນຫຼາຍເທື່ອເນາະ. ຈັກໜ່ອຍຜູ້ອ່ານຈະເຫງົານອນລ້າໆ. ອ່ານມາຮອດນິບໍ່ແມ່ນໂກນຊອດໆແລ້ວກະບໍ່ຈັກ. 😊ເຖິງຢ່າງໃດກໍດີຈະຂໍໃຫ້ການສັງເກດບາງຂໍ້ຄິດຄື: ລົ້ມເຫຼວ ນີ້ແມ່ນມີຢູ່ໃນພາສາໄທຍທີ່ຄົນໄທຍໃຊ້ກັນທຸກມື້.  ສະນັ້ນຕາມການສັງເກດຂອງຜູ້ຂຽນຄິດວ່າ ຄົນລາວເຮົາເອົາຄໍານີ້ມາຈາກໄທຍແລະໃຊ້ແບບໄທຍ. ຄວາມຈິງແລ້ວ ຫຼາຍຄົນອາດຈະບໍ່ຮູ້ຊໍ້າວ່າ ຄໍາວ່າ ແຫວ ໃນພາສາລາວກໍຄືຄໍາວ່າ ເຫວໃນພາສາໄທຍນັ້ນແຫຼະ. ຄວາມໝາຍຄືກັນບໍ່ວ່າ ຄໍານາມຫຼືຄໍາວິເສດ.  ໄທຍເຂົາເອົາຄໍາວ່າ ເຫລວ ປະສົມກັບຄໍາວ່າ ລົ້ມ, ລົ້ມເຫລວ ທີ່ໝາຍເຖິງລົ້ມຫລົ່ມລົງ, ຫລົ່ມລົງ , ລົ້ມລົງ, ເຊິ່ງຕີຄວາມໝາຍວ່າ ບໍ່ສໍາເລັດ.  ຢ່າລືມຄໍາວ່າ ແຫລວ ໃນພາສາລາວ ຫຼືເຫລວ ໃນພາສາໄທຍ ຖ້າເປັນຄໍາວິເສດຈະແປໄດ້ອີກວ່າ ຫລົ່ມ. ສະນັ້ນເວລາປະສົມກັບຄໍາວ່າ ລົ້ມ ແລ້ວຕີຄວາມໝາຍວ່າ ບໍ່ສໍາເລັດ, ຄວາມໝາຍກໍບໍ່ໄດ້ປ່ຽນແປງໄປຈາກເຄົ້າເດີມພໍເທົ່າໃດ ເຊິ່ງເຂົ້າກັບຫຼັກການປະສົມຄໍາສັບ ຫຼືປະຕິຮູບຄໍາສັບໂດຍສາມາດຮັກສາ etymology ຂອງຄໍາສັບໄວ້ໄດ້ຢ່າງດີ. ຍອມຮັບວ່າໄທຍເຂົາໄປໄກກວ່າລາວເຮົາຫຼາຍດ້ານການສ້າງຄໍາສັບຊ້.

ສະຫຼຸບຄື: ຜູ້ຂຽນແມ່ນເຫັນດີເຫັນພ້ອມກັບການສ້າງສັບ
,
ດັດແປງ (ປະຕິຮູບ), ແຜງສັບຫຼືຂະຫຍາຍຄໍາສັບໃຊ້ໃນພາສາລາວ ເພາະນັ້ນຄືການພັດທະນາພາສາ. ແຕ່ການພັດທະນາພາສາບໍ່ວ່າຈະເປັນການສ້າງສັບໃໝ່, ດັດແປງ ຫຼືແຜງຄໍາກໍດີຢາກໃຫ້ມີການພັດທະນາອີງຕາມຫຼັກການພາສາສາດ. ບໍ່ແມ່ນເຮົາຈະສ້າງສັບ, ຫຼືດັດແປງແບບໃດກໍໄດ້ຕາມໃຈຊອບ. ຖ້າເຮັດແບບນັ້ນມັນກໍຈະເປັນການທໍາລາຍພາສາຕົນເອງ. ຫຼັກການສ້າງສັບເພິ່ນກໍໄດ້ກໍານົດໄວ້ໃນໄວຍາກອນລາວຢຼ່ແລ້ວເຊັ່ນ:
1. ປະເພດແຜງຄໍາ: ດັດແປງຈາກຄໍາເຄົ້າໃຫ້ເປັນຄໍາໃໝ່
2. ປະເພດຄໍາປະສົມ: ເອົາຄໍາຫລາຍຄໍາມາຫຍໍ້ຫລືມາປະສົມໃຫ້ ເປັນ ຄໍາດຽວ.
3. ປະເພດຄໍາສະຫມາດ: ຄໍາປະສົມລະຫວ່າງຄໍາເຄົ້າທັງຫລາຍໃຫ້ເປັນ ຄໍາດຽວກັນ
4. ປະເພດຄໍາອະໄວຍະຍະ: ຄໍາປະສົມລະຫວ່າງຄໍາເຄົ້າ ເເລະ ຄໍາອຸບປະສັກ
5. ປະເພດຄໍາຕັດທິດ: ຄໍາປະສົມລະຫວ່າງຄໍາເຄົ້າ ເເລະ ຄໍາວິພັດ ຫລື ຄໍາປັດໄຈ.
6. ະເພດຄໍາກີດົກ: ຄໍາປະສົມລະຫວ່າງ ເຫງົ້າ ທາດຂອງ ກິລິຍາ ເເລະ ວິພັດ ຫລື ປັດໄຈ.
7. ປະເພດຄໍາສົນທິ: ການເເຜງ ອັກຂະຫຼະ ບາລີ ເເລະ ສັນສະກິດ (ປະເພດນີ້ຄ້່າຍຄືກັນກັບການແຜງໃນຂໍ້ 1).

ຖ້າເຮົາຍຶດຖືວິທີຂ້າງເທິງເປັນຫຼັກໃນການສ້າງສັບໃໝ່ໃຊ້ກໍຈະບໍ່ມີບັນຫາຕາມມາພາຍຫລັງ. ຄໍາສັບທີ່ເຮົາສ້າງກໍຈະໄດ້ມາດຕະຖານມີ ປະວັດຄໍາສັບ, ທາດສັບ, ຮາກສັບໄວ້ເພື່ອການສຶກສາໄດ້ຢ່າງດີ. ຕົວຢ່າງ: ຄໍາວ່າ ເສັດແຜງເປັນຄໍາໃໝ່ເປັນສໍາເລັດ, ເກີດ ເປັນ ກໍາເນີດ, ແຈກ ເປັນ ຈໍາແນກ, ຈ່າຍ ເປັນ ຈໍາໜ່າຍ, ສຽງເປັນ ສໍານຽງ,ເດີນ ເປັນ ດໍາເນີນແລະຫຼາຍໆຄໍາສັບທີ່ຖືກແຜງໃນກໍລະນີດຽວກັນນີ້.  ຈະເຫັນໄດ້ວ່າຄໍາແຕ່ລະຄໍາຈະຮັກສາພະຍັນຊະນະຕົ້ນພະຍາງຕົວເຄົ້າໄວ້ຄືເກົ່າ. ເພື່ອຮັກສາຮາກຄໍາສັບ. ແຕ່ຂໍນໍາທ້ອນ, ຜູ້ຂຽນເຫັນຍາມໃດແມ່ນເກືອບເປັນລົມຍາມນັ້ນທີ່ພາກັນເອົາຄໍາວ່າ ຍ່າງ ມາປະສົມກັບຄໍາວ່າລົດ "ລົດຍ່າງ" ແລ້ວຕີຄວາມໝາຍວ່າ ລົດຖິບ.  ເງິບທຸກເທື່ອທີ່ເຫັນ. 😄😂


 
ປສ 

No comments:

Post a Comment