ບົດຂຽນເຈົ້າມາຈາກໃສ ແມ່ນແປຈາກບົດຂຽນຂອງຜູ້ຍິງລາວຊາວອະເມຣິກາຄົນໜຶ່ງທີ່ອາໄສຢູ່ລັດຄາລິຟໍເນຍ. ເປັນລູກສາວຂອງໝູ່. ຜູ້ຂຽນໄດ້ຮັບອະນຸຍາດແລ້ວຈຶ່ງແປ...
ເຈົ້າຖາມຂ້ອຍວ່າ “ເຈົ້າມາຈາກປະເທດໃດ“ ຂ້ອຍກໍາລັງຈະອ້າປາກຕອບ ແຕ່ເຈົ້າຕັດຄວາມຂ້ອຍ ແລ້ວກໍສັນທະຍາຍໄປທົ່ວ, ເຈົ້າເດົາວ່າຂ້ອຍມາແຕ່ຈີນ, ເກົາຫຼີ ຍິປຸ່ນ. ເຈົ້າເຫັນຂ້ອຍແກ່ວງຫົວ ເຈົ້າກໍເດົາຕໍ່ໄປວ່າ ວຽດນາມ ໄທ ຂະເໝນ ຟີລິປີ່ນ, ຂ້ອຍແກ່ວງຫົວ, ເຈົ້າກໍເຮັດເປັນງົງ ສຸດທ້າຍດ້ວຍຄວາມໝັ້ນໃຈຂອງເຈົ້າປະກອບດ້ວຍນິໄສອວດໂອ້ວ່າຕົວເອງຮູ້ດີ ຮູ້ໄປໝົດ ດ້ວຍຄວາມຢາກສະແດງໂຕວ່າເຈົ້າຮູ້ຈັກຂ້ອຍ, ເຈົ້າບອກວ່າຂ້ອຍມາແຕ່ຮາວາຍ (Hawaii). ແຕ່ເຈົ້າບໍ່ຮູ້ຈັກຂ້ອຍເລີຍ, ເຈົ້າບໍ່ຮູ້ຈັກປະຫວັດຂອງຂ້ອຍ. ຂ້ອຍມາຈາກອະເມຣິກາ ເກີດຢູ່ນີ້ໃຫຍ່ຢູ່ນີ້ ພຽງແຕ່ສີຜິວຂ້ອຍຕ່າງຈາກເຈົ້າ ດັງຂ້ອຍບໍ່ໂມ ຜິວຂ້ອຍບໍ່ດ່ອນຄືເຈົ້າ ເຈົ້າເລີຍພະຍາຍາມຢຽດຂ້ອຍໃຫ້ເປັນຕ່າງຊາດ. ໜັກໄປກວ່ານັ້ນເຈົ້າສະແດງໂຕວ່າເຈົ້າຮູ້ຈັກຂ້ອຍດີ
ບໍ່, ເຈົ້າບໍ່ຮູ້ຈັກຂ້ອຍດອກ ຂ້ອຍຄືຜົນຜະລິດຂອງສົງຄາມລັບທີ່ສະຫະລັດອະເມຣິກາ ກໍຄືປະເທດຂອງເຈົ້າ ແລະ ຂອງຂ້ອຍກໍ່ກໍາເອົາໄວ້. ເຈົ້າຮູ້ບໍ່ວ່າສະໄໝສົງຄາມຫວຽດນາມອະເມຣິກາດຶງເອົາປະເທດລາວມາເປັນໝາກດ່າມໃນສົງຄາມ ແລ້ວຖິ້ມລູກລະເບີດບົ່ມບີ້ໃສ່ບ້ານເກີດເມືອງນອນຂອງພໍ່ແມ່ຂ້ອຍຫຼາຍກວ່າສອງຮ້ອຍລ້ານລູກ. ໃນໄລຍະ 10 ປີ ອະເມຣິກາຖິ້ມລະເບີດໃສ່ບ້ານເກີດຂອງພໍ່ແມ່ຂ້ອຍທຸກມື້ຈົນສ້າງສະຖີຕິໃຫ້ກັບປະເທດລາວກາຍເປັນປະເທດທີ່ຖືກຖິ້ມລະເບີດຫຼາຍກວ່າປະເທດໃດໆໃນປະຫວັດສາດ.
ແຕ່ບໍ່ມີໃຜເວົ້າເຖິງເລີຍ ນອກຈາກຜູ້ຄົນທີ່ຢູ່ໃນເຫດການ. ເຈົ້າຮູ້ຈັກປະເທດເກົາຫຼີ, ຈີນ, ຂະເໝນ, ຫວຽດນາມ, ໄທ ແລະ ຍິປຸ່ນ ແຕ່ເມື່ອໃດເຈົ້າຈະຮູ້ຈັກປະເທດລາວ? ອະດີດແຜ່ນດິນນີ້ຄືອະນາຈັກລ້ານຊ້າງ ທີ່ມີປະຫວັດສາດອັນຍາວນານ ມີອະລິຍະທໍາເຕັມໄປດ້ວຍວັດທະນະທໍາ, ຮີດຄອງ ປະເພນີ ສິລະປະ ແລະ ຊີວິດການເປັນຢູ່ທີ່ເປັນເອກະລັກ ບົ່ງບອກເຖິງຄວາມເປັນຊາດໆໜຶ່ງໃນໂລກນີ້. ແຕ່ຄວາມງົດງາມຂອງລາວຖືກທໍາລາຍມາຫຼາຍຄັ້ງໂດຍພວກຈັກກະພັດລ່າອະນານິຄົມ ຈົນທຸກມື້ນີ້ປະເທດລາວມີບາດແຜທີ່ເຕັມໄປດ້ວຍລູກລະເບີດບົ່ມບີ້ທີ່ຍັງບໍ່ທັນແຕກຫຼາຍກວ່າ 80 ລ້ານກວ່າລູກຝັງເລິກໃນແຜ່ນດິນ...ລາວກໍາລັງເຈັບປວດ ແລະ ບາດແຜສ່ວນໜຶ່ງຂອງລາວຈະບໍ່ມີວັນຮັກສາໄດ້.
ຖ້າອະເມຣິກາໃຊ້ເວລາຊາວກວ່າປີຈຶ່ງມາເລີ່ມຕົ້ນປິ່ນປົວບາດແຜໃນລາວ, ແລ້ວພຽງຊາວວິນາທີເຈົ້າຈະສາມາດຮູ້ວ່າຂ້ອຍມາແຕ່ໃສ ຮູ້ຈັກປະວັດຂ້ອຍໄດ້ແນວໃດ? ບໍ່ແມ່ນວ່າເຈົ້າເຄີຍແບກເປ້ທ່ຽວລາວຈາກເໜືອເຖິງໃຕ້, ບໍ່ແມ່ນວ່າເຈົ້າເຄີຍກິນເບຍນັ່ງລ່ອງເຮືອ ຫຼື ຂີ່ຢາງລົດຕາມນໍ້າຊອງຢູ່ວັງວຽງ, ບໍ່ແມ່ນວ່າເຈົ້າເຄີຍຂີ່ຊ້າງຢູ່ໄຊຍະບູລີ ຖ່າຍຮູບເອົາຈົວນ້ອຍບິນທະບາດຍາມເຊົ້າຢູ່ຫຼວງພະບາງ ແລ້ວເຈົ້າຄິດວ່າເຈົ້າຮູ້ຈັກຂ້ອຍບໍ? ເຈົ້າບໍ່ຮູ້ດອກວ່າເວລາເຈົ້າຂີ່ເຮືອສໍາລານລ່ອງຕາມແມ່ນໍ້າຂອງຢ່າງມ່ວນຊື່ນນັ້ນ ຄືບ່ອນທີ່ພໍ່ ແລະ ຄອບຄົວຂອງພໍ່ຂ້ອຍຖືກຍິງຍ້ອນໂຕນໜີຈາກຄ້າຍສໍາມະນາ ເພື່ອຂ້າມມາໄທ. ນ້ອງຊາຍຂອງພໍ່ຂ້ອຍ ແລະ ນ້າສາວຂອງພໍ່ຂ້ອຍຖືກຍິງຕາຍຄາເຮືອ. ເຈົ້າບໍ່ຮູ້ດອກວ່າຕະຫຼາດປາກເຊບ່ອນທີ່ເຈົ້າຕໍ່ລາຄາສິ້ນຄ້າກັບແມ່ຄ້າເອົາເປັນເອົາຕາຍ ເພື່ອຫຼຸດລາຄາພຽງ $1 ໂດລານັ້ນ ຄືຕະຫຼາດທີ່ແມ່ຂ້ອຍເຄີຍນັ່ງພື້ນດິນຕາກແດດຂາຍຜັກໝົດມື້ພຽງຫາເງິນ $2 ໂດລາ.
ເຈົ້າບໍ່ຮູ້ດອກວ່າຟາກແມ່ນໍ້າຂອງຄືເມືອງໄທ ເຊິ່ງທຸກມື້ນີ້ຄືຈຸດໝາຍປາຍທາງຂອງພວກເຈົ້າທີ່ຈະໄປພາຕີ ລ່າເລີງມ່ວນຊື່ນ ແຕ່ສໍາລັບພໍ່ແມ່ຂອງຂ້ອຍແລ້ວເມື່ອສີ່ສິບປີກ່ອນມັນຄືສູນອົບພະຍົບ. ຫຼາຍຄົນຕ້ອງສູນເສຍຊີວິດລອຍຂ້າມນໍ້າຂອງແຫ່ງນີ້. ເຈົ້າບໍ່ຮູ້ດອກວ່າຂ້ອຍເກີດແລະເຕີບໂຕຢູ່ອະເມຣິກາຄືເຈົ້າ ແຕ່ພໍ່ແມ່ຂ້ອຍທີ່ອົບພະຍົບມາຢູ່ອະເມຣິກາຕ້ອງກິນເຂົ້າກັບແຈ່ວທຸກມື້ເພື່ອໃຫ້ຂ້ອຍໄດ້ກິນອາຫານອະເມຣິກາ ກິນ ແມັກດາໂນ (McDonald’s) ແລະ ລີມລົດຊາດແຫ່ງຄວາມຝັນຂອງອະເມຣິກັນຄືເຈົ້າ.
ເຈົ້າບໍ່ອາດຮູ້ໄດ້ດອກວ່າ ຂ້ອຍມີຕົວຕົນຢືນຢູ່ຕໍ່ໜ້າເຈົ້າໃນຕອນນີ້ຍ້ອນພໍ່ແມ່ຂ້ອຍລອດຕາຍຈາກສົງຄາມລັບຂອງອະເມຣິກາ. ຢູ່ອະເມຣິກາພໍ່ແມ່ຂ້ອຍບໍ່ມີຄວາມຮູ້ ທໍາອິດພວກເພິ່ນເກັບກະປ໋ອງຂາຍ ເຮັດວຽກລ້າງຖ້ວຍລ້າງຈານຕາມຮ້ານອາຫານ, ເປັນພະນັກງານອະນາໄມຮ້ອງນໍ້າຕາມໂຮງແຮມ, ຕໍ່ມາເຮັດວຽກຕາມໂຮງຈັກໂຮງງານຈົນກະສຽນ, ສ່ວນຂ້ອຍຮຽນຈົບປະລິນຍາໂທ ແລະ ປັດຈຸບັນຄືຜູ້ບໍລິຫານບໍລິສັດທີ່ເຈົ້າເປັນພະນັກງານນັ້ນລະ. ຂ້ອຍຄືຜົນຜະລິດຂອງສົງຄາມລັບທີ່ອະເມຣິກາກໍ່ກໍາໄວ້ ແລ້ວ ເຈົ້າເດຄືໃຜ ມາຈາກໃສ?
ສ. ປັນຍາສິ້ນ 2024
No comments:
Post a Comment