ກະວີ ຍັງຄອຍ



ລາຕຣີນີ້…ຈັນແຈ່ມຟ້າ….ນະພາສ່ອງ
ທາລາລ່ອງ…ຟອງເຟືອນຟັດ….ພັດສີລາ
ຂ້ານັ່ງມອງ…ສ່ອງເດືອນດາວ….ຫນາວອຸລາ
ຈັນເຮືອງຟ້າ…..ພາໃຫ້ຄິດ….ນິມິດຫາ…ສາລາໃຈ

ລາຕຣີນັ້ນ….ຈັນມືດມົວ….ທົ່ວນະພາ
ເມຄາໄຫລ…ລ່ອງລອຍຫລັບ….ດັບແສງດາວ
ລົມຫນາວເຢັນ…ພັດໂພຍມາ…..ພາໃຫ້ເສົ້າ
ສອງຄົນເຮົາ….ເວົ້າອ້ອມອອບ….ປອບໃຈກັນ

ລາຕຣີນີ້….ເດືອນແລະດາວ….ຂາວງາມຕາ
ໃຈຫ່ວງຫາ….ອາດີດຫລັງ…ຍັງຟັງຈິດ
ເຄີຍໃກ້ຊິດ….ເຄີຍເປັນມິດ….ຈິດຜູກພັນ
ຄວາມສຳພັນ….ສອງເຮົານັ້ນ….ຫມັ້ນຈິລັງ

ລາຕຣີນັ້ນ….ຈັນລາລັບ….ດາວດັບແສງ
ແຕ່ແຮງໃຈ…ຂ້າຍັງຢູ່….ຄູ່ຄຽງນາງ
ຍັງເຝົ້າຄອຍ….ປອບໃຈ…ໃຫ້ຫາຍເຫງົາ
ເມື່ອໃດເສົ້າ…..ໂສກໂສກາ….ກໍແວ່ມາ…
ສາລານີ້
ອ້າຍຍັງຢູ່ ຄູ່ໃຈນາງ.

ປສ 1998

No comments:

Post a Comment