ສັງຄົມນິຍົມຖະລົ່ມອະເມຣິກາພາກັນຕະລຶງກັນໄປທົ່ວປະເທດ!! ທ່ານ Bernie Sanders ນັກການເມືອງສັງກັດ ພັກ Democrat ເປັນນັກການເມືອງຝ່າຍ
ສັງຄົມນິຍົມ ປະຊາທິປະໄຕ ຫລື a democratic socialist. ຜູ້ກ່ຽວ ກໍາລັງແລ່ນຫາສຽງເປັນປະທານນາທິບໍດີ
ຂອງອະເມຣິກາ ຄົນຕໍ່ໄປ. ແລ້ວປັດຈຸບັນຜູ້ກ່ຽວແມ່ນກໍາລັງໂດ່ງດັງໃນວົງການເມືອງຂອງຊາວໜຸ່ມອະເມຣິກາ
ອາຍຸ ປະມານ 18-35 ເຊິ່ງກຸ່ມເຫຼົ່ານີ້ຄືຫາງສຽງໃຫຍ່
ທີ່ກໍາລັງຕໍ່ຕ້ານທືນນິຍົມ. ແລະທີ່ວ່າ
ຕະລືງກັນໄປທົ່ວນັ້ນກໍຄື ທ່ານ Bernie Sanders ໄດ້ເອົາຊະນະ ຍານາງ Hillary Clinton ໄປແລ້ວໜຶ່ງລັດແລະສູສີກັນໜຶ່ງລັດໃນການຄັດເລືອກພື້ນຖານ (primary election)
ຄືລັດ Iowa and New Hampshire!
ແຕ່ຜົນຈະເປັນຈັ່ງໃດນັ້ນກໍຕ້ອງ ໄດ້ຕິດຕາມກັນຕໍ່ໄປ.
ຂໍ້ຄວາມຊວນຄິດ: ລະບົບການປົກຄອງຂອງ ອະເມຣິກາ ຄື ສັງຄົມນິຍົມ ປະຊາທິປະໄຕ ໃນຄາບທືນນິຍົມມາແຕ່ໃດໆ.
ສັງຄົມນິຍົມໃນອະເມຣິກາກໍຄື:
1. ມີລະບົບ ສະຫວັດດີການດີ. ຄົນຕົກງານ, ຄົນທຸກ, ຄົນເສຍອົງຄະ, ແມ່ຮ້າງລູກອ່ອນ ແມ່ໝ້າຍ, ຄົນເຖົ້າ, ເດັກກໍາພ້າ ຫລືສະຫຼຸບກໍຄື ຄົນດ້ອຍໂອກາດທຸກຄົນແມ່ນ ລັດຖະບານເປັນຜູ້ລ້ຽງ.
2. ການສຶກສາ ຂັ້ນສາມັນສຶກສາ ເລີ່ມແຕ່ອະນຸບານ ຈົນຈົບມັດຖະຍົມປາຍ. ບໍ່ໄດ້ເສຍຄ່າຮຽນ. ຮຽນຝຣີ.
3. ການປີ່ນປົວ, ຄົນທຸກບໍ່ໄດ້ເສຍເງິນ. ລັດຖະບານຊ່ວຍຈ່າຍຄ່າປີ່ນປົວ.

ປະຊາທິປະໄຕໃນອະເມຣິກາກໍຄື:
1. ສາມາດມີຫຼາຍພັກການເມືອງ. ແລະ,
1. ສາມາດມີຫຼາຍພັກການເມືອງ. ແລະ,
2. ມີສິດເສລີພາບທຸກຄົນ.
ທືນນິຍົມກໍຄື:
1. ມີລະບົບເສດຖະກິດ ທີ່ ສ້າງນາຍທືນ. ລະບົບທີ່ສ້າງຄົນຮັ່ງໆຈົນລົ້ນຟ້າ ຄົນທຸກໆຈົນ ໃຫ້ລັດຖະບານລ້ຽງ.
2. ລະບົບດັ່ງກ່າວນີ້ ມີຜົນດີແລະເສຍປະປົນກັນໄປ.
ຜົນເສຍ ຄືພວກນາຍທືນໜ້າເລືອດ ສາມາດຜານຊັບພະຍາກອນຂອງໂລກ ເພື່ອຄູນຮັ່ງຄູນມີໃຫ້ກັບຕົນເອງໄດ້. ຜົນດີຄື, ກຸ່ມນາຍທືນດັ່ງກ່າວສາມາດ ສ້າງລາຍໄດ້ໃຫ້ກັບລັດ ຢ່າງມະຫາສານ ແລະນອກຈາກນັ້ນ ກໍສ້າງວຽກງານທໍາໃຫ້ກັບ ປະຊາຊົນຢ່າງຫຼວງຫຼາຍ.
ລະບົບເສດຖະກິດແລະການຕະຫລາດທີ່ຈະຍືນຍົງ ໄດ້ຕ້ອງມີການແຂ່ງຂັນກັນ ແລະ ດ້ານວຽກງານຫລືການດໍາລົງຊີວິດ ກໍຕ້ອງມີສິ່ງແຮງບັນດານໃຈ, ຫລືສິ່ງຈູງໃຈເຮັດໃຫ້ສັງຄົມແຂ່ງຂັນກັນ, ມີຄວາມກະຕືລືລົ້ນ. ສັງຄົມຈຶ່ງຈະພັດທະນາ ແລະສິ່ງດຽວທີ່ເປັນແຮງບັນດານໃຈໃນການພັດທະນາກໍຄື ຄວາມຮັ່ງມີ, ແລະອໍານາດ. ນັ້ນຄືສັນຊາດຕະຍານຂອງມະນຸດ. ສະນັ້ນ, ສັງຄົມນິຍົມ ຈໍາເປັນຕ້ອງໄດ້ມີທືນນິຍົມ. ເຊັ່ນດຽວກັນ ທືນນິຍົມກໍຕ້ອງໃຫ້ມີສັງຄົມນິຍົມ. ສັງຄົມຈຶ່ງຈະຈ່ອງດືງກັນພັດທະນາໄປແບບຍືນຍົງໄດ້.
ແນວຄິດຂອງທ່ານ ເບີນນີ ແມ່ນຢາກຕັດ ທືນນິຍົມນີ້ອອກຈາກອະເມຣິກາ. ແລ້ວເອົາຊັບສິນ ຂອງອະເມຣິກາ ເປັນຕົ້ນຈາກຄົນຮັ່ງ ຄົນລວຍ ມາແບ່ງປັນກັນໃຫ້ທົ່ວເຖີງທຸກຄົນ. ນະໂຍບາຍສໍາຄັນຂອງຜູ້ກ່ຽວທີ່ພາໃຫ້ ຊາວໜຸ່ມອະເມຣິກາ ຕະລືງກັນທົ່ວປະເທດກໍຄື: ປ່ຽນແປງການສຶກສາລະດັບປະລີນຍາຕີທີ່ຕ້ອງຈ່າຍຄ່າຮຽນ ມາເປັນ ຮຽນຝຣີ. ລັດຖະບານເປັນຜູ້ຈ່າຍຄ່າເທີມໃຫ້ທຸກຄົນ... ຂໍ້ນີ້ນັກຮຽນ ນັກສຶກສາ ພາກັນ ໂຮ່ຕື່ງ ກັນດັ່ງສະນັ່ນທົ່ວປະເທດ....ແຕ່ ພວກເຈົ້າຊິຮູ້ບໍ່ນໍ້ວ່າ ມັນເປັນໄປບໍ່ໄດ້. ຕັດນາຍທືນອອກ ແລ້ວລັດຈະເອົາເງິນມາແຕ່ໃສ ຈ່າຍຄ່າໂຮງຮຽນໃຫ້ພວກເຈົ້າລະ? ຢ່າລືມພວກນາຍທືນພຽງ 2% ຂອງປະເທດ ເຂົາເສຍພາສີໃຫ້ລັດຕັ້ງເກືອບ 50% ຂອງພາສີທັງໝົດ. ສົງໄສພາກັນລືມຂໍ້ນີ້ແມ່ນບໍຫັ້ນ? ໄດ້ຍິນຄໍາວ່າ ຝຣີ ກະພາກັນໂຮ່ຮ້ອງດີໃຈ. ໄຮ້ດຽງສາເອີຍ...
ປະເທດລາວເດ? ຮອດໃສແລ້ວ? ເຫັນອວດອ້າງເອົາແທ້ເອົາວ່າ ວ່າເປັນ ສັງຄົມນີຍົມ. ລະບົບສະຫວັດດີການ ໄປຮອດໃສແລ້ວ? ຍັງຈ່າຍຄ່າໂຮງຮຽນກັນຢູ່ບໍ? ການເຈັບເປັນເດ? ຄົນທຸກໄດ້ປີ່ນປົວຝຣີແລ້ວບໍ? ຍັງໄກໆໆ ພັດວ່າ. ນັ້ນກໍເພາະວ່າເຮົາເລີ່ມຕົ້ນຈາກຄອມມຸນີດສ ຕໍ່ໃສ່ສັງຄົມນິຍົມ. ເຊິ່ງທິສະດີດັ່ງກ່າວແມ່ນສ້າງສັງຄົມຂາດ ແຮງບັນດານໃຈໃນການສ້າງສາ ພັດທະນາຕົນເອງ. ໃນເມື່ອທຸກຄົນບໍ່ມີຄວາມກະຕືລືລົ້ນ ສຸດທ້າຍກໍກາຍເປັນສັງຄົມດ້ອຍພັດທະນາ. ທຸກສິ່ງຂຶ້ນກັບລັດ ສຸດແລ້ວແຕ່ລັດຈະນໍາພາ. ເຊິ່ງຈະເຫັນສັງຄົມລາວປັດຈຸບັນມັກຮຽກຮ້ອງສະເໝີ ບໍ່ວ່າ ບັນຫາຫຍັງ ກໍຕ້ອງຮຽກຮ້ອງໃຫ້ພັກລັດມາຄວບຄຸມຫລືມາແກ້ໄຂ. ລະບົບທີ່ສັງຄົມລໍຖ້າແຕ່ຄົນໆດຽວມາແກ້ໄຂບັນຫາ ຄືລະບົບທີ່ລ້າຫລັງ ບໍ່ຕ່າງຫຍັງກັບ ລະບົບລາຊາ ຜູ້ເປັນເຈົ້າຊີວິດ ຫລືຜູ້ບັງຄັບບັນຊາສັງຄົມ. ພັກການເມືອງດຽວກໍເຊັ່ນກັນ, ພຽງແຕ່ການບໍລິຫານແຕກຕ່າງກັນ ເລັກນ້ອຍເທົ່ານັ້ນແລ.
ເສັນທາງສູ່ສັງຄົມນີຍົມຕ້ອງເລີ່ມຕົ້ນຈາກປະຊາທີປະໄຕ, ສໍາຄັນລະບົບການປົກຄອງຕ້ອງໃຫ້ສິດເສລີ ແລະ ອໍານາດ ແກ່ຄະນະການນໍາຂອງທ່ອງຖິ່ນໃນການປົກຄອງເຂດຕົນເອງ. ລະບົບການປົກຄອງທີ່ໝັ້ນຄົງແມ່ນອາໄສ ຄວາມແຂງແກ່ນຂອງການນໍາພື້ນຖານທ່ອງຖີ່ນ. ພື້ນຖານທ່ອງຖິ່ນຫລືຮຽກວ່າ ຮາກຖານ ຄືເສົາຄໍ້າເຮືອນ. ເສົາຄໍ້າບໍ່ໝັ້ນຄົງ ເຮືອນກໍສັ່ນຄອນແລະສຸດທ້າຍກໍຈະພັງລົງ. ເສົາຄໍ້າທີ່ແຂງແກ່ນ ເຮືອນກໍຈະແຂງແກ່ນ. ເບິ່ງຕົວຢ່າງອະເມຣິກາ, ເຖິງຂັ້ນປິດສະພາເປັນປີ, ບໍ່ມີປະທານປະເທດ ຫລື ຂາດລັດຖະບານກາງ, ແຕ່ລະລັດກໍສາມາດປົກຄອງກັນໄດ້ຢ່າງສະງົບສຸກ, ບໍ່ເດືອດຮ້ອນຫຍັງ. ເພາະແຕ່ລະລັດມີສິດ ແລະ ອໍານາດໃນການປົກຄອງລັດຂອງຕົນເອງ. ມີເສດຖະກິດເປັນຂອງຕົນເອງ. ມີລາຍຮັບເປັນຂອງຕົນເອງ. ບໍ່ໄດ້ງໍມືຂໍເງິນລັດຖະບານກາງກິນ. ນອກນັ້ນ, ແຕ່ລະເມືອງ, ແຕ່ລະບ້ານກໍມີສິດ ແລະ ອໍານາດປົກຄອງກັນເອງດ້ວຍກົດໝາຍຄຸ້ມຄອງໃຜມັນຢ່າງແຂງແກ່ນ. ເມືອງມີກົດໝາຍເມືອງ, ລັດມີກົດໝາຍລັດ, ປະເທດມີກົດໝຍປະເທດ. ນັ້ນແຫຼະຄືຮາກຖານການປົກຄອງທີ່ໝັນຄົງ. ເປັນການກະຈາຍອໍານາດໄດ້ຢ່າງລົງຕົວ.
ອ່ານຂ່າວກ່ຽວກັບທ່ານ ເບີນນີຈາກລີ້ງຂ້າງລຸ່ມ: