ເຈົ້າສຸວັນນະພູມມາ ເຈົ້າຊາຍລາວ ທີ່ປະຫວັດສາດລືມ.


ເຈົ້າສຸວັນນະພມມາ ເຈົ້າຊາຍລາວ ທີ່ປະຫວັດສາດລືມ.

ເຈົ້າສຸວັນນະພູມມາ ເກີດເດືອນຕຸລາ ວັນທີ 7 ປີ 1901 ທີ່ຫຼວງພະບາງ ອະສັນຍະກັມເດືອນມັງກອນ ວັນທີ 10 ປີ 1984 ທີ່ວຽງຈັນ. ເຈົ້າສຸວັນນະພມມາເປັນນາຍົກລັດຖະມົນຕີແຕ່ປີ 1951 ເຖິງ 1975. ເປັນບຸກຄົນທີ່ຮັບຕໍາແໜ່ງນີ້ເປັນ ເວລາຍາວນານທີສຸດໃນປະຫວັດສາດ ລາວແຕ່ເຫດໃດປະຫວັດສາດ ລາວຈຶ່ງລືມ ເຈົ້າຊາຍຄົນນີ້? ອາດມີຫຼາຍເຫດຜົນສະລັບສັບຊ້ອນເປັນຕົ້ນ ດ້ານການເມືອງ, ແຕ່ເຖິງຢ່າງໃດກໍດີສ່ວນຕົວຄິດ ວ່າບຸກຄົນໆນີ້ສົມຄວນໃຫ້ມີຊື່ ຢູ່ໃນປື້ມຮຽນປະຫວັດສາດລາວ. ເພື່ອນັກສຶກສາຈະໄດ້ນໍາໄປວິເຄາະ ເປັນບົດວິທະຍານິພົນແລະ ບົດວິໄຈອື່ນໆກ່ຽວກັບປະຫວັດສາດລາວ.  ເພາະຖ້າເຮົາສຶກສາປະຫວັດສາດລາວລະຫວ່າງຕົ້ນສະຕະວັດທີ 20 ຈະເຫັນໄດ້ເລີຍວ່າທຸກເຫດການສໍາຄັນທີ່ເກີດຂຶ້ນໃນລາວ ຈະມີເຈົ້າສຸວັນນະພູມມາເປັນບຸກຄົນ ທີກ່ຽວຂ້ອງກັບເຫດການເກືອບທຸກເຫດການ.
ເຈົ້າສຸວັນນະພຸມມາເກີດຢູ່ໃນ ສະຖາບັນລາຊະວົງຂຸນລໍເຊິ່ງ ເປັນສະຖາບັນລາຊະວົງທີ່ສ້າງຕັ້ງອານາຈັກ ລ້ານຊ້າງແລະປົກຄອງແຜ່ນດິນທີ່ເອີ້ນວ່າລາວໃນທຸກມື້ນີ້ມາໄດ້ຫຼາຍຮ້ອຍປີ.  ບົດບາດຂອງເຈົ້າສຸວັນນະພຸມມາແມ່ນເລິ່ມມີໃນຕົ້ນສະຕະວັດທີ່ 20 ເຊິ່ງເປັນສະຕະວັດທີ່ຝຣັ່ງເສດເຂົາຍຶດຄອງແຜ່ນດິນລາວ, ຫວຽດນາມ ແລະຂະເໜນ, ຝຣັ່ງເສດໄດ້ຍຶດເອົາສາມປະເທດດັ່ງກ່າວເຂົ້າເປັນປະເທດດຽວກັນເອີ້ນວ່າ ອີນດູຈີນ ຢູ່ພາຍໃຕ້ການປົກຄອງຂອງຝຣັ່ງເສດ. ໃນຖານະເປັນເຊື້ອເຈົ້າ, ເຈົ້າສຸວັນນະພຸມມາແມ່ນໄດ້ມີໂອກາດສຶກສາຮໍ່າຮຽນສູງເປັນພິເສດ, ແລະໄດ້ໄປສຶກສາຢູ່ຫວຽດນາມ ແລະຫລັງຈາກນັ້ນກໍໄປສຶກສາຕໍ່ທີ່ຝຣັ່ງເສດຈົນຈົບພະແນກວິສາວະກັມ. ຫລັງຈົບການສຶກສາຈາກຝຣັ່ງເສດກໍກັບຄືນມາຮັບໃຊ້ປະເທດຊາດ.  ລະຫວ່າງສົງຄາມໂລກຄັ້ງທີ່ 2 (1939-45) ຍິປຸ່ນໄດ້ເຂົ້າຍຶດເອົາອິນດູຈີນແລະຂັບໄລ່ຝຣັ່ງເສດອອກ.  ຕົກມາພາຍໃນປີ 1945 ຫລັງຈາກຍິປຸ່ນເສຍສົງຄາມຈຶ່ງໄດ້ຖອນທັບອອກຈາກອິນດູຈີນ.

ເຈົ້າສຸວັນນະພຸມາ ແລະ ປາທານາທິບໍດີ Lyndon Jonhson

ຝຣັ່ງເສດກໍກັບມາ ຍຶດເອົາອິນດູຈີນອີກຄັ້ງ. ແຕ່ັຄັ້ງນີ້ສະຖານະການໂລກ ແລະສະພາບການ ເມືອງໃນລາວໄດ້ປ່ຽນແປງໄປ, ໄດ້ມີກຸ່ມຊາດນິຍົມ ກຸ່ມຕໍ່ຕ້ານນັກລ່າອານານິຄົມ ເກີດຂຶ້ນໃນລາວ, ແລະໃນປີ 1947 ຝຣັ່ງເສດກໍໄດ້ໃຫ້ອິສະລະແກ່ລາວບາງ ພາກສ່ວນ, ເຊັ່ນເປີດໂອກາດໃຫ້ລາວສ້າງຕັ້ງລັດ ຖະບານປົກຄອງກັນເອງພາຍໃຕ້ ການຄຸ້ມຄອງຂອງຝຣັ່ງເສດ. ໄລຍະດຽວກັນນີ້ເອງ ເຈົ້າສຸວັນນະພມມາຖືກແຕ່ງຕັ້ງໃຫ້ ເປັນລັດຖະມົນຕີກະຊວງໂຍທາທິການ, ລັດຖະມົນຕີກະຊວງແຜນການ ແລະລັດຖະມົນຕີກະຊວງໄປຊະນີ ແລະໂທລະເລກ. ຮັບຕໍາແໜ່ງດັ່ງກ່າວນີ້ຈົນເຖິງປີ 1951 ຈຶ່ງຖືກແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີ ແລະຕໍ່ມາກໍໄດ້ຊ່ວຍເຈລະຈາກັບ ຝຣັ່ງເສດໃຫ້ຮັບເອົາການ ປະກາດເອກະລາດຂອງລາວ.  ແລະໃນປີ1953 ລາວປະກາດເອກະລາດ ແລະສະຖາປະນາເປັນລາຊະອານາຈັກລາວ ປົກຄອງແບບລະບອບລັດຖະທໍາມະນູນລາຊາທິປະໄຕໂດຍເຈົ້າສີສະຫວ່າງວົງເປັນເຈົ້າຊີວິດ (ປະມຸກ).
ເຈົ້າສຸວັນນະພຸມມາ ແລະຄະນະຜູ້ນໍາ ໂຊວຽດ

ຫລັງຈາກລາວປະກາດເອກະລາດ ກໍເລິ່ມມີການຂັດແຍ່ງ ອໍານາດກັນພາຍໃນ. ຈົນເປັນເຫດໃຫ້ເກີດຄວາມແຕກ ແຍກແລະແບ່ງພັກພວກອອກ ເປັນຫຼາຍກຸ່ມການເມືອງ ເປັນຕົ້ນສອງກຸ່ມໃຫຍ່ເຊັ່ນກຸ່ມ ຂະບວນການປະເທດລາວ ທີ່ຮູ້ຈັກກັນດີຄື ຝ່າຍຊ້າຍ ເຊິ່ງເປັນກຸ່ມຄອມມຸນິດສ ສະໜັບສະໜູນໂດຍພັກຄອມມຸນິດສ ຫວຽດນາມ. ແລະອີກກຸ່ມໜຶ່ງຄື ກຸ່ມລາຊະອານາຈັກລາວ ຫຼື ຝ່າຍຂວາເຊິ່ງສະໜັບສະໜູນໂດຍຝຣັ່ງເສດ.  ສ່ວນເຈົ້າສຸວັນນະພຸມມາແມ່ນຢືນຢູ່ຈຸດກາງ.  ແຕ່ໃນປີ
1956ເຈົ້າສຸວັນນະພຸມມາໄດ້ສ້າງພັນທະມິດ ກັບຝ່າຍຊ້າຍແລະຕໍ່ມາກໍໄດ້ຖືກແຕ່ງຕັ້ງໃຫ້ເປັນນາຍົກ ຄັ້ງທີ່ສອງຂອງລັດຖະບານປະສົມ. ສະໜັບສະໜູນໂດຍຝ່າຍຊ້າຍເຊິ່ງນໍາພາໂດຍເຈົ້າສຸພານຸວົງ ຜູ້ເປັນນ້ອງຊາຍຕ່າງມານດາ.

ເຈົ້າສຸວັນນະພຸມມາ ແລະ ປະທານາທິບໍດີ Kennedy DC 1962


ໃນຊ່ວງໄລ ຍະນີ້ສະພາບ ການເມືອງໃນລາວ ແມ່ນຂາດສະເຖຍ ລະພາບ ຕ່າງຝ່າຍກໍຕ່າງຍຶດໝັນ ໃນອຸດົມການຂອງຕົນເອງ. ຍາດແຍ່ງຊີງອໍານາດຂາດຄວາມສາມັກ, ບາງຄົນກໍເຫັນແກ່ຕົວຊັກດືງເອົາ ອໍານາດຕ່າງຊາດເຂົ້າມາໃນລາວ ສຸດທ້າຍກໍກາຍເປັນການ ດຶງເສິກເຂົ້າເມືອງ.  ໃນປີ 1962 ເຈົ້າສຸວັນນະພູມມາ ໄດ້ສ້າງຕັ້ງລັດຖະບານປະສົມອີກຄັ້ງ ເປັນຄັ້ງທີ່ສອງເພື່ອ ໃຫ້ສອງຝ່າຍປອງດອງກັນ. ຝ່າຍຊ້າຍ ຝ່າຍຂວາລ້ວນແລ້ວແຕ່ມີບົດບາດ ຢູ່ໃນລັດຖະບານຊຸດດັ່ງກ່າວ ແຕ່ຍ້ອນຕ່າງແນວຄິດ ຕ່າງອຸດົມການ, ໂອກາດຈະຫັນໜ້າເຂົ້າກັນ ຈັບມືກັນເພື່ອສ້າງສາປະເທດຊາດແມ່ນສ່ຽງທີ່ສຸດ, ແລະ ສຸດທ້າຍລັດຖະບານ ປະສົມຄັ້ງທີ່ສອງກໍລົ້ມລະລາຍ.  ຝ່າຍຊ້າຍແຕກໜີກັບຄືນສູ່ເຂດທີ່ເອີ້ນວ່າ ເຂດປົດປ່ອຍ (ຫົວພັນແລະຊໍາເໜືອ. ກຽມການຕໍ່ສູ້ເພື່ອໂຄ່ນລົ້ມລະບອບ ລາຊາທິປະໄຕຕໍ່ໄປ. ເມື່ອເປັນເຊັ່ນນັ້ນ ເຈົ້າສຸວັນນະພູມມາຈຶ່ງຫັ້ນໜ້າເຂົ້າຫາອະເມຣິກາຂໍຄວາມຊ່ວຍເຫຼືອໃນການສະກັດກັ້ນ ຂະບວນການຄອມມຸນິດສ ໃນລາວ. ການຂໍໃຫ້ອະເມຣິກາຊ່ວຍຖືວ່າເປັນການ ດຶງເສິກອະເມຣິກາເຂົ້າລາວຢ່າງເປັນທາງການ. ກ່ອນ ປີ 1962 ອະເມຣິກາບໍ່ໄດ້ມີບົດບາດຫຍັງໃນລາວ ແລະບໍ່ເຄີຍໃຫ້ຄວາມສໍາຄັນຫຍັງຕໍ່ບັນຫາລາວ. ເຖິງອະເມຣິກາຈະມີນະໂຍບານຕ້ານຄອມມຸນິດແຕ່ ນະໂຍບາຍຂອງອະເມຣິກາຕໍ່ລາວກ່ອນປີ 1962 ແມ່ນ (stay out of Laos’s internal affairs) ບໍ່ຍຸ້ງກ່ຽວກັບການເມືອງພາຍໃນລາວ. ແຕ່ໃນເມື່ອມີການຮຽກຮ້ອງໃຫ້ຊ່ວຍ

ອະເມຣິກາຈຶ່ງເລິ່ມໃຫ້ການຊ່ວຍເຫຼືອ ລັດຖະ
ປະທານ ໂຮ່ ກັບເຈົ້າສຸວັນນະພູມມາ
ບານຝ່າຍຂວາແບບປິດລັບ.  ອີກປະການສອງ ສະພາບການເມືອງພາຍ ໃນພາກພື້ນເອເຊຍຫລັງ ປີ 1962 ເຄັ່ງຕືງທີ່ສຸດ, ລັດທິຄອມມຸນິດເລິ່ມແຜ່ຂະຫຍາຍ ລາມໄປເກືອບທົ່ວທະວິບ, ເຊິ່ງເຮັດໃຫ້ອະເມຣິກາເປັນຫ່ວງ ຕໍ່ສະຖານະການດັ່ງກ່າວ, ເປັນຫ່ວງຢ້ານຄອມມຸນິດຈະລາມເຂົ້້າສູ່ໄທ, ມະເລເຊຍ, ອິນໂດເນເຊຍ, ສິງກະໂປ ແລະບັນດາ ປະເທດອື່ນໆໃນພາກພື້ນ ເອເຊຍຕາເວັນອອກສຽງໃຕ້.  ຖ້າເບິ່ງຕາມຍຸທະສາດ ດ້ານພູມມີແລ້ວ, ລາວແມ່ນຈະຢືນຢູ່ ຈຸດຍຸທະສາດສໍາຄັນ ຈຸດໜຶ່ງທີ່ອະເມຣິກາເຫັນວ່າ ເປັນຈຸດພັກດັນຫຼືຈຸດ ຢັນລັດທິຄອມ ມຸນິດທີ່ຈະແຜ່ລາມມາຈາກ ຈີນແລະວຽດນາມເໜືອ. ຖ້າລາວລົ້ມ, ໄທກໍຕ້ອງລົ້ມ ແລະກໍຈະລົ້ມຕໍ່ໆກັນໄປຄ້າຍຄືກັບ domino. ອະເມຣິກາເອີ້ນທິດສະດີນີ້ວ່າ domino theory.  ສະນັ້ນລາວຈຶ່ງກາຍ ເປັນສະໝໍລະພູມ ຮົບສໍາຄັນຂອງສົງ ຄາມທິສະດີລະຫວ່າງ ໂຊວຽດແລະອະເມຣິກາ.
ເຈົ້າສຸພານຸວົງ, ເຈົ້າສຸວັນນະພູມມາ ເຊັນສັນຍາ
  ອະເມຣິກາໄດ້ເລິ່ມໃຫ້ຄວາມ ສໍາຄັນແກ່ລາວແລະສະໜັບ ສະໜູນຊ່ວຍເຫຼືອຝ່າຍລາຊະອານາຈັກ ລາວເກືອບທຸກ ດ້ານບໍ່ວ່າດ້ານເງິນ, ອາວຸດ, ຍຸທະສາດຮົບ ແລະການຝຶກທະຫານ ຮວມທັງການສ້າງຕັ້ງທະຫານ ລັບຂອງນາຍພົນວັງປາວ. ສົງຄາມໃນລາວ ເລິ່ມດຸເດືອດ ຕັ້ງແຕ່ນັ້ນເປັນຕົ້ນມາຈົນເຖິງປີ 1973 ຝ່າຍອະເມຣິກາໄດ້ຖອນທັບອອກຈາກວຽດນາມ, ອໍານາດພາຍນອກ ເລິ່ມຜ່ອນຄາຍລົງໃນລາວ ຈຶ່ງເປັນເຫດເຮັດໃຫ້ທັງສອງຝ່າຍການ ເມືອງໃນລາວຫັ້ນໜ້າເຂົ້າສູ່ກັນອີກຄັ້ງ.  ທັງສອງຝ່າຍ, ຝ່າຍຊ້າຍນໍາພາໂດຍເຈົ້າສຸພານຸວົງ ແລະຝ່າຍຂວານໍາພາໂດຍເຈົ້າສຸວັນນະພຸມມາ ເຈລະຈາກັນສະງົບເສິກສົງຄາມ ແລະສ້າງຕັ້ງລັດຖະບານປະສົມຂຶ້ນໃໝ່ຄັ້ງທີ່ ສາມໂດຍແຕ່ງຕັ້ງເຈົ້າສຸວັນນະພຸມມາເປັນ ນາຍົກລັດທະມົນຕີ.

ປະທານ ເມົາເຊີຕຸງ ແລະເຈົ້າສຸວັນນະພຸມມາ

ລັດທະບານປະສົມຢູ່ໄດ້ຮອດສອງປີ ແລະພາຍໃນປີ 1975 ຝ່າຍຊ້າຍຫຼືຝ່າຍຄອມມຸນິດ ກໍຍຶດເອົາອໍານາດທົ່ວປະເທດ, ຈັບຝ່າຍຂວາໄປສໍາມະນາ ຮວມທັງເຈົ້າຊີວິດ, ມະເຫສີ, ອົງມົງກຸດລາຊະກຸມມານ ແລະເຊື້ອພະວົງຫຼາຍອົງ. ຜູ້ທີ່ບໍ່ຖືກຈັບກໍໂຕນໜີອອກຈາກປະເທດ. ໂຄ່ນລົ້ມລະບອບລາຊາທິປະໄຕ ແລ້ວສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໂດຍແຕ່ງຕັ້ງເຈົ້າສຸພານຸວົງ ເປັນປະທານປະເທດຄົນທໍາອິດ. ສ່ວນ ເຈົ້າສຸວັນນະພູມມາ ແມ່ນຖືກປົດຈາກຕໍາແໜ່ງ ນາຍົກ ແລ້ວໃຫ້ເປັນທີ່ປຶກສາຈົນເຖິງ ແກ່ອະສັນຍະກັມ (ເສຍຊີວິດ) ທີ່ວຽງຈັນ ໃນເດືອນມັງກອນ ວັນທີ 10 ປີ 1984. ອາຍຸ 82 ປີ. ຖືກແຕ່ງຕັ້ງໃຫ້ເປັນນາຍຍົກ 4 ເທື່ອ ກໍາຕໍາແໜ່ງ 19 ປີ. ຖືວ່າເປັນບຸກຄົນທີ່ມີບົດບາດ ແລະສ້າງເງື່ອນໄຂໃນການສ້າງຊາດລາວໃຫ້ກາຍ ເປັນຮູບປະທໍາດັ່ງທີ່ເຮົາເຫັນທຸກວັນນີ້.  ຖ້າບໍ່ມີບຸກຄົນນີ້, ບໍ່ຮູ້ວ່າ ສະຕາກໍາຂອງຊາດລາວ ຈະເປັນແບບໃດກັນແທ້, ອັນນີ້ບໍ່ມີໃຜຄາດຄະເນໄດ້.

ປສ.

ອະນຸຍາດ: ຕ້ອງຂໍອະນຸຍາດຈາກເຈົ້າຂອງພາບ ທີ່ຂ້າພະເຈົ້ານໍາເອົາມາປະກອບໃນບົດຂຽນນີ້ດ້ວຍ. ບໍ່ໄດ້ມີເຈດຕະນາລະເມີດລິຂະສິດປະການໃດ. ພາບດັ່ງກ່າວແມ່ນໄດ້ມາຈາກ ອິນເຕີເນັດ. ຖ້າຖືວ່າເປັນການລະເມີດລິຂະສິດກໍຂໍອະໄພດ້ວຍ. ກະລຸນາຕິດຕໍ່ຫາຂ້າພະເຂົ້າໂດຍຄອມເມັນໃນນີ້ ແລ້ວ ຂ້າພະເຈົ້າຈະແກ້ໄຂ. ຂອບໃຈ.

ຂໍ້ມູນ:

1. Castle, Timothy N. At War in the Shadow of Vietnam: United States Military Aid to the Royal Lao Government, 1955–1975. New York: Columbia University Press, 1993.
2. Fall, Bernard B. Anatomy of a Crisis: The Laotian Crisis of 1960–1961. Garden City, NY: Doubleday, 1969.

4. Toye, Hugh. Laos: Buffer State or Battleground. New York: Oxford University Press, 1968.

5. U.S Library of Congress. https://www.loc.gov/item/mm84060491/

    

No comments:

Post a Comment