ເລຶ່ອງຊີວິດຈິງຂອງບັນພະບຸລຸດລາວຄົນຫນຶ່ງທີ່ມີຄວາມເກັ່ງກ້າສາມາດແລະຊື່ສັດຕໍ່ກະສັດ,
ຕໍ່ຊາດປະຊາ. ເລຶ່ອງນີ້ຂ້າພະເຈົ້າແປອອກມາຈາກຫນັງສື:
Paths to Conflagration: Fifty Years of Diplomacy and Warfare in Laos, Thailand,
and Vietnam, 1778 to 1828 by Mayoury
Ngaosyvathn and Pheuiphanh Ngaosyvathn.
ກະລຸນາອ່ານເອົາເປັນບົດຮຽນ. ເລຶ່ອງນີ້ມັນເປັນປະວັດສາດໄປແລ້ວ.
ເຮົາສຶກສາເພື່ອນໍາເອົາມາເປັນຄະຕິເຕືອນໃຈຂອງພວກເຮົາ. ແລະອີກຢ່າງໃຫ້ພວກເຮົາຮັບຮູ້ວ່າບັນພະບຸລຸດຂອງພວກເຮົາຍອມຕາຍເພື່ອແຜ່ນດິນນີ້.
ຕາຍດີ ກວ່າຈະເປັນທາດຮັບໃຊ້ສັດຕູ.
ຍອມລັ່ງເລືອດແຕ່ບໍ່ຍອມລັ່ງນໍ້າຕາເພື່ອຊາດລາວ. ວິລະບຸລຸດຄົນ ນັ້ນກໍຄືພະຍານາຣິນທອນ.
ພະຍານາຣິນທອນເປັນນາຍພົນຂອງກອງທັບເຈົ້າອານຸທີສັງກັດຢູ່ຫນອງບົວລໍາພູ
(ປັດຈຸບັນຢູ່ແຖວອຸດອນປະເທດໄທຍ)
ຫລັງຈາກສຍາມຕີເມືອງດ່ານຫນອງບົວລໍາພູແຕກແລ້ວທະຫານລາວກໍແຕກກະຈາຍກັນໄປທົ່ວ.
ບາງກຸ່ມກໍຖອຍມາ
ຕັ້ງຫລັກຢູ່ຫນ້າຕົວເມືອງວຽງຈັນເພື່ອປ້ອງກັນເມືອງ.
ອີງຕາມສາຍລາຍງານຂອງຄົນລາວຄົນຫນຶ່ງຈາກສະຣະບູຣີທີ່
ເຂົ້າມາອາໃສຢູ່ຄ້າຍທະຫານລາວວ່າບັ້ນຮົບທີຫນອງບົວລໍາພູນັ້ນ,
ມີທະຫານລາວຕາຍ 30 ຄົນ, ແຕ່ລາຍ
ງານຈາກທະຫານສຍາມບອກວ່າທະຫານລາວຕາຍປະມານ
70 ກວ່າຄົນ. ຈັບໄດ້26 ຄົນໃນນັ້ນມີພະຍານາ
ຣິນທອນ. ບາດເຈັບມີຈັກຄົນບໍ່ໄດ້ບົ່ງໄວ້.
ສ່ວນຝ່າຍສຍາມນັ້ນຕາຍ ທັງຫມົດ 23 ຄົນ, ໃນນັນມີແມ່ທັບສອງຄົນ, ຄົນຫນຶ່ງຄືພະຍາກຽດ. ຫລັງຈາກທະຫານສຍາມຈັບກຸມພະຍາຣິນທອນໄດ້ແລ້ວເຂົາກໍ
ຂ້ຽນຕີພະຍາແລະທໍລະມານພະຍາຢ່າງສາຫັດເພື່ອຢາກໃຫ້ພະຍາຍອມເປັນທາດຮັບໃຊ້. ພະຍານາຣິນທອນກໍບໍ່ຍອມ.
ພວກສຍາມເຂົາໄດ້ຫາທຸກວິທີທາງພ້ອມສັນຍາວ່າຈະຍົກຕໍາແຫນ່ງຍົດບັນດາສັກໃຫ້ຄືນທຸກຢ່າງພຽງແຕ່ ພະຍານາຣິນ
ທອນນັ້ນຍອມມາເປັນນາຍພົນທະຫານສຍາມຮັບໃຊ້ເຈົ້າບໍດິນແມ່ທັບໃຫຍ່ຂອງກອງທັບສຍາມ. ແຕ່ເຖີງຢ່າງໃດພະຍານາຣິນທອນກໍບໍ່ຍອມຫັກຫລັງຕໍປະເທດຂອງຕົນ.
ມີຫນັງສືສານຈາກນາຍທະຫານສຍາມຄົນຫນຶ່ງສົ່ງເຖີງແມ່ທັບບໍດິນແຈ້ງບອກວ່າ:
“ນາຍນາຣິນເປັນນາຍ
ທະຫານເກັ່ງກ້າສາມາດສົມແລ້ວທີຈະເອົາມາເປັນທະຫານຮັບໃຊ້ພຣະອົງເພື່ອນໍາກອງທັບເຂົ້າໂຈມຕີວຽງຈັນຕໍ່ໄປ.
ແຕ່ຫນ້າເສັຽດາຍ ນາຍນາຣິນແລະຫລານຊາຍຂອງມັນອີກຄົນຫນຶ່ງບໍ່ຍອມຫັກຫລັງປະເທດຂອງມັນມາຮັບໃຊ້ພຣະອົງ.
ມັນບອກວ່າພວກມັນເປັນຊາຍຊາດທະຫານ, ສັດຊື່ຕໍ່ກະສັດອົງດຽວ, ເມື່ອຖືກຈັບຈະບໍ່ຍອມຮັບໃຊ້ກະສັດໃດທັງສິ້ນ.
ພວກມັນຍອມຕາຍ”
ຍັງມີຫນັງສືສານສະບັບຫນື່ງຂອງນາຍພົນທະຫານສຍາມໃນວັນທີ
16 ເດືອນ 6 ປີ 1827 ລາຍງານຕໍ່ແມ່ທັບບໍດິນອີກວ່າ:
ໄອ້ພະຍານາຣິນທອນກັບຫລານຊາຍຂອງມັນຍັງຈົງຮັກພັກດີຕໍ່ໄອ້ອານຸວຽງຈັນ, ສະນັ້ນພວກ[ຂ້ານ້ອຍ]ຈຶ່ງຕັດໃຈປະຫານມັນເສັຍແລ້ວຕັດຊາກສົບມັນອອກເປັນຊິ້ນໆ,
ຕັດຕີນ, ມື, ຫູ, ແລະ ຫົວມັນອອກແລ້ວຖິ້ມຊາກສົບຂອງພວກມັນທີ່ບ້ານ…ໂຊກຫຼືບ້ານໂຈກ(ຫນັງສືບອກບໍ່ຄ່ອຍແຈ້ງປານໃດ).
ເພື່ອເປັນແບບຢ່າງຕໍ່ຫົວເມືອງລາວອື່ນໆທີ່ຍັງຈົ່ງຮັກພັກດີຕໍ່ໄອ້ອານຸວຽງຈັນ.”
ປສ. 2007
ປສ. 2007
No comments:
Post a Comment