ຄໍາ
ກາບ
ເເລະ
ຄໍາ
ກອນ
ມີຄວາມຫມາຍອັນດຽວກັນໃນພາສາລາວຕ່າງເເຕ່ວ່າຄໍາຫນຶ່ງເປັນຄໍາມູນເຄົ້າລາວເດີມ ເເລະ ອີກ ຄໍາຫນຶ່ງ ມີ ເຄົ້າ ມາຈາກບາລີນັ້ນກໍ່ຄື ກາບ ແຜງຈາກຄໍາບາລີ ກາພພ (ກາພພະ, kabba) ຫມາຍເຖິງບົດກອນ. ນັກກະວີ (ຄວາມຈິງ ກະວີ ເຄົ້າບາລີ ກະວິ-kavi ຫມາຍເຖິງ ນັກແຕ່ງກອນ ນັກຂຽນກອນ, ເພາະສະນັ້ນ ຖ້າຈະໃຫ້ຖືກແທ້ ເວລາຂຽນບໍ່ຈໍາເປັນເອົາຄໍາວ່າ ນັກນໍາຫນ້າກໍ່ໄດ້ ເພາະ ກະວີ ກໍ່ຄືນັກແຕ່ງກອນຢູ່ແລ້ວ. ກະວີລາວ ກໍ່ຄືນັກແຕ່ງກອນລາວ). ສະໄຫມກ່ອນອາຈານແຕ່ງກອນເພີ່ນ ມີຫລັກການນໍາໃຊ້ ຄໍາ ກາບແລະກອນດັ່ງນີ້, ພາຍໃນ ຈໍາພວກໂຄງເເລະກອນ ຕ່າງໆ ຂອງລາວເພິ່ນໃຫ້ໃຊ້ ຄໍາ ວ່າກາບ ເພື່ອໃຫ້ເເຕກຕ່າງກັບ “ກອນເຈັດ” ເຊິ່ງເປັນກອນທີ່ມີກົດລະບຽບເເລະຂໍ້ບັງຄັບທາງດ້ານການສໍາພັດ ເເລະ ດ້ານ ວັນນະຍຸດສ່ວນ ກາບ ຫລື ກອນກາບ ແມ່ນບໍ່ມີຂໍ້ບັງຄັບຫຍັງຫລາຍ. ມີພຽງເເຕ່ຄໍາສຸດທ້າຍຂອງວັກຫນຶ່ງໆ ຕ້ອງໃຫ້ສໍາພັດກັບຄໍາຫນຶ່ງຫລືຄໍາສອງຫລືຄໍາສາມໃນວັກຕໍ່ໄປເທົ່ານັ້ນ. ອັນນີ້ເພິ່ນຮຽກ ກອນກາບ ຫລື ກາບ ລ້າໆກໍ່ໄດ້ ເຊັ່ນກາບນົກເຕັນຊິວ, ກາບເຊີ້ງ, ກາບພື້ນວຽງຈັນ, ກາບປູ່ສອນຫລານ, ອິນທິຍານສອນລູກເປັນຕົ້ນ.
ປສ 2000
ປສ 2000
No comments:
Post a Comment