ສານລຶພສູນ
ບັ້ນບັງລະຫັດ
(ຕອນທີ 1)
ດວງນີ້ ຊື່ວ່າ ບຸແຜ່ນທໍລະນີດັ້ນ……………….ກຸມພະກອນກຳໂຮບ
ເກາະກ່າຍ ເກີຍໂລບລ້ຽວ…………………….ສເມນຄ້ານໂຄ່ນຄອນ
ຄະເຄື່ອນຄຸງແກ່ນເຫງົ້າ……………………….ກາກາບໄກວກະຈັດ
ເສລາເນົາພູຜາ…………………….…………ເກື່ອນທະລັງທະລາຍຢ້ອງ
ອານົນ ເນົາແນບພື້ນ…………………….……ເຟືອນຟາດຟອງສມຸດ
ນາໂຄຄະ…………………….……………….ຄາດໂຮງຮາມຢ້ອງ
ຈັກກະວານເຫລື້ອມ.. …………………….….ຄີລີຫງວຍຫງ່ວມ
ນາຄະ ເຟືອນຟັ່ງຟ້າວ…………………….….ຟູມເຟື້ອແຄ່ເຟືອຍ
ຄຸດທະອ້າປີກຂຶ້ນ…………………….……….ຂຳເມກເຮືອງຣິດ
ຈັນໂທມົວເມົາມຸດ…………….……………….ມືດແສງສູນອ້ຳ
ໃສສ່ອງ ເຮືອງຮາວຖ້ານ………………………ລັງສີສຸລິເຍດ
ຍາມທ່ອງທຽວລ່ວງຟ້າ……………………..…ພິມານເອື້ອມອາດສມີ
ມິຄະສິງສວັນຍ້ອງ…………………….………ບໍລະເມປະນົມແມ່
ເມືອງມາບເຫລື້ອມ…………………….………ແສງແກ້ວແກວ່ງທລັງ
ໄຟກໍ ລຸກວືບໄໝ້………….…………….…….ເສນາດທະເມົາມຸດ
ແປວເປັ່ງ ເຮືອງອະລຸນ…………………….….ຫອບແສງສູນຟ້າ
ບາລັງຊ້ອນ…………………….……….……ໄສຍາອິນທະຣາດ
ສນຸກຍິ່ງລ້ຳ…………………….…………….ລົມເປື້ອງປິ່ນໄກວ
ດາວະດິງຊັ້ນ…………………….…….….…ເທວະດາເມືອງມອດ
ຕລົບຕ່າວຟົ້ງ…………………….……………ພິມານເຕົ້າຕຸ່ມຕອງ
ລະແຫ່ງຫ້ອງ…………………….……………ຜາສາດເຮືອງຮົດ
ລົງທ່ອງ ທຽວນິຄົມ…………………….………ຄວ່າສູນສແວງເຫລັ້ນ
ເລີຍລິນຊ້ຳ…………………….………………ປະສັດເມົາມົວມືດ
ກະສັນ ປິ່ວຟົ້ງ…………………….……………ຈັນທະກຸ້ມເມກກຸມ
ທຸກສິ່ງ ທົງເຂດຂ້ອງ…………………….…….ຮຽກຮ່ວມຮຽງລະຫັດ
ຫົງທອງທຽວເທວາ…………………….……….ສວກປະສົງສແວງເຫລັ້ນ
ແລ້ວຈຶ່ງ ລົງລອຍລ້າງ…………………….……ສມຸດໂທໂທມອາບ
ສະສ່ວຍລ້າງເມກຟ້າ………….………….…….ຜຍອງກົ້ວກິ່ນຊົມ
ທຸກຊ່ອງເວັນ………………………………….ພົມພາກພາຍພະວັກ
ລືຫ່ອນ ເຄືອງຄຳຮັກ…………………….……ຮໍ່ເຜີຍຜືນແໜ້ນ
ຕາບໄປ່ ຖອງຖນັດເອື້ອມ……………….…….ສເມນທອງທຽວທ່ອງ ຍາມໃດ
ຈັກໄຄ່ ຄອຍຄາບຢື້….……..……….………..ຢຽວຫ້ອມຫອບພະຈັນ ຢູ່ແລ້ວ
ນັບແຕ່ ໃຕ້ໂລກພື້ນ…………………….………ພົມພາກພາຍພະວັກ ມານີ້
ທຸກສ່ຳ ລຳໆຄິດ…………………….…………ໄຄ່ຄອຍຄນິງຕຸ້ມ
ຄິດເມື່ອ ບາລັງຊ້ອນ…….……………..………ໄສຍາອິທິຣາດ ປາງນັ້ນ
ສນຸກຍິ່ງລ້ຳ…………….….……………………ລົມເປື້ອງປິ່ນໄກວ
ຫຸຍຮຸ່ງໝ້ອມ…………………….………………ຄະນິງປ່ອງແປວສມຸດ
ຄະນິງນົງສີ…………………….……………….ພາກພະໄທມິໄດ້
ຄິດໄຄ່ ທວຍທະລັງປີ້ນ…………………….……ຍໍຕາວເປື້ອງແກວ່ງ ເອົານັ້ນ
ພູຟາດມ້າງ…………………….……………….ດູຕ້ອງຕອກກະແຈ
ລຶບຫລ່ຽມດ້າວ…………………….……………ໄຂປ່ອງແປວລະຫັດ
ຫລືວ່າ ໂທມທວງຂັດ…………………….………ມືດຂມອງເໝືອນໄໝ້
ຫລືຈັກ ທວຍທົງອູ້ມ…………………….……….ຈັກກະວານຮຽງຮ່ວມ ເອົານັ້ນ
ກົວທີ່ ຟ້າແປ່ຂວ້ຳ…………………….…………ຂນາມເຄົ້າຄວີ່ຄວາມ
ມົວມືດໄໝ້…………………….…………………ມ້າງແຜ່ນພັນທະກຶດ
ກັບເລົ່າ ເລີຍລິນຂລັງ…………………….….…..ຕອບແຖມເຖິງເຕົ້າ
ນັບທີ່ ລອງດູລ້ຳ…………………….……………ຕາມຕາອະນັນເນກ ມານັ້ນ
ກັບເກົ່າ ຄວັນເທົ່າຟ້າ…………………….………ເຮືອງກຸ້ມເມກກຸມ

(ຕອນທີ 2)
ໃຈຂມ່ອມອ້າຍ…………………….……………ໝາຍມຸ່ງພະໄມມິດ
ຊິຄ່ອຍ ປຸນປອງຮັກ…………………….………ຮ່ວມຮຽງຮາວຖ້ານ
ສົມພານເບື້ອງ…………………….……………ບາຣະມີຮຽງຮອດ ກັນແລ້ວ
ສຸດຟາກ ລອງເລິກລ້ຳ…………………….……ພິລາກ້ຽວກ່ອມລຳ ໄດ້ເດ
ແນນເກົ່າເກື້ອ…………………….……………ເກີດຮ່ວມຮຽງຮັກ ແລ້ວນັ້ນ
ໃຜຫ່ອນ ຂີນຂັດເຊີງ…………………….…….ສວາດດູດາຍໄດ້
ສົມຄວນໄດ້…………………….……………..ຊິໄລວາງປະປ່ອຍ ເປັນລື
ແມ່ນວ່າ ສຸດຟາກຟ້າ…………………….…….ທະຍານຢື້ຢ່ອງເຖິງ
ອາກາດກວ້າງ…………………….……………ສຸດຂອບຈັກກະວານ
ເມທະນີສຸດ…………………….………………ຊົ່ວຕາເຕັມຢ້ຽມ
ເໝີຍເໝືອຍໂຫ້ງ…………………….…………ຮຳຮາວຊ້ອນກິ່ນ
ຜາຍໂຜດໃຫ້…………………….….…………ດິນຊື້ນຊຸ່ມອຶນ
ລຸກໂຂດ້າວ…………………….………………ແດນໄພພົງເຖື່ອນ
ຍູທ່າງ ໄຂກາບອ້າ…………………….……….ລະອອງຫ້ອມຮື່ນຫອມ
ໂຍທິກາຄ້ອມ…………………………………..ສາລະພີພວງພີ່
ແມງພູ່ ບິນລ່ວງລ້ຳ…………………….………ປະສົງແສ້ວສວບລະອອງ
ພີ່ຂໍ ຖາມຂ່າວນ້ອງ…………………….………ນົງຖ່າວຖນອມສີ
ຍັງຄ່ອຍ ທົງຄວາມສຸກ…………………….……ປົ່ງຊອນແຊມຊ້ອນ
ຫລືວ່າ ຍັງປະສົງສ້າງ…………………….……ສົມພານພຽງພີ່
ຂໍແຕ່ ນ້ອງນາດໄທ້…………………………….ພະໄມຊ້ອນຂອດຮຽມ ພີ່ຖ້ອນ
ໂອນໍ ສົງສານບຸບຜາພົ້ວ…………….…………ດວງຫອມເຫີຍກິ່ນ ພີ່ເອີຍ
ພູມະລິນສວ່ານແສ້ວ…………………….………ສແວງກົ້ວກິ່ນລະອອງ
ເຈົ້າຜູ້ ມາລາສ້ອຍ………………….…………ໄພພະນອມໃນປ່າ ຮຽມເອີ່ຍ
ບານເຮື່ອແຫ້ງ………………….………………ຍາມແລ້ງຫລົ່ນດາຍ ແລນໍ
ນ້ຳສມຸດ ມູນມາກລົ້ນ………………………….ລຶບແຜ່ນທໍລະນີ
ລົມພານພັດ………………….……………….ຟາດຟອງກະຈາຍຟົ້ງ
ຫົງຄຳຜ້າຍ…………………..……………….ບິນບົນສເມີວ່າວ
ສັງບໍ່ ເປື້ອງປິ່ນໜ້າ…………………….….….ມາພີ້ເພື່ອລົມ ບ້າງເດ
ພີ່ຂໍ ຖາມຂ່າວນ້ອງ…………………….……….ເນື້ອໃໝ່ມາລະສີ
ມະໂນທວານຍັງ…………………….………….ທ່ຽງຊັນໃນຫັ້ນ
ຫລືວ່າ ມະໂນທວານນ້ອງ…………………….…ລົມຕີເປື້ອງແກວ່ງ
ຂໍແກ່ ອິນທະຣາດຮູ້…………………….……….ຍານເຕື້ອງໄຕ່ຕອງ ພີ່ຖ້ອນ
ປອງເຢີ ເຈົ້າຜູ້ໂສລະສະຊັ້ນ…………………….ມະຫາພົມພຽງພາກ ກັນນັ້ນ
ໃສສ່ອງ ເຮືອງຮອດຟ້າ…………………………ພິມານຢ້ຽມຜໍ່ພະໂຍມ
ຊື່ວ່າ ຍຸຕໂຍກພື້ນ…………………….…………ພາຍອະເນກນອງນະທີ
ໄຕພະຕິງສາທິບ…………………….…………..ທີ່ສວງສວັນຢ້ອງ
ຢົມຢັ່ງ ບາລະມີກັ້ນ…………………….……….ໄສຍານິທເນັ່ງ ມານັ້ນ
ນັບມື້ ມຶນພາກພົ້ນ…………………….…………ແຖມຖ້ານຖ່າຍລະດູ
ພິ່ນີ້ ເປັນດັ່ງບົວໃຍຂ້ອງ…………………….……ພາຍສານສົມປໂຍກ ຈິງແລ້ວ
ໂອ້ໂອບ ເອົາແມ່ປ້ອງ…………………….………ປຸນສ້ອມຊ່ອຍແຫລມ
ກໍບໍ່ ລຸລາບໄດ້…………………….……………..ຊ້ຳເລົ່າພອຍສລາງ
ມະໂນທວານທຸກ…………………….…………..ທັ່ງໂຮມຮາວບ້າ
ເປັນດັ່ງ ອັກຄີໄໝ້…………………….…………ຟອນຟາງເຟືອຍປ່າ
ຄຶດໄຄ່ ຫອບແມ່ນ້ຳ…………………….………..ທັງຫ້າອາບສົງ
ກໍບໍ່ ເປັນໄປໄດ້…………………….……………ໂດຍດັ່ງມະໂນນຶກ
ເພາະວ່າ ມະຫານະທີທັງເປັງຈານ.……………….ຢູ່ກວາງໄກຮ້າຍ
ວ່າຈັກ ໂອມເອົານ້ຳ…………………….………..ອະໂນມາລ້າງສ່ວຍ
ພໍໃຫ້ ຫາຍໂສກຮ້ອນ…………………….………ຂນັງເບື້ອງຝ່າຍຫລັງ

(ຕອນທີ 3)
ກັບກໍ່ ຕັ້ງເຂດໄວ້……….……………………..ຫ້າຂວບພັນວັດສາ
ອານົນກືນກິນຫາງ……………………………..ແຫ່ງມັນທະເມົາໄໝ້
ໄພພະນັງເຮື້ອ…………………………………ຮາວເຂົາຂຽວຄວີ່
ຄຶດໄຄ່ ມ້າງມຸ່ນມ້ວຍ………………………….ມົວຂວ້ຳໄຂວ່ຂີນ
ຫລາຍສ່ຳໄມ້……………………………..……ໃນປ່າອະນັນນັກ
ຫາລຳເປັນຂອງຫອມ………………………….ແກ່ນຈັນມິໄດ້
ຄົນເຕັມບ້ານ…………………….………........ຄາເມມີມາກ
ຫາຜູ້ຕ້ອງ……………………………..………ມະໂນໄທ້ໄປ່ມີ
ຄືຄູ່ ຈັນທະລືກຟ້າ………………..……………ເປັນຄູ່ສຸລິໂຍ
ລັງສີໃສ……………………………..…………ສ່ອງເຍືອງຍັງດ້າວ
ລັງສີຊ້ອນ…………………..…………………ຊົມກັນກາງກາດ
ບໍ່ອາດ ນ້າວແນບຊ້ອນ…………………………ຊົມເຫລັ້ນກ່ອມຈຽງ
ອັນວ່າ ທຸມຜລາຫ້າວ……………….…………ຫອມໂຮຍຮົດຮ່ວງ
ໝາມກ່ອມກ້ຽວ………………………………...ແກມກ້ານແຄ່ລຳ
ນ້າວນວດຕ້ອງ……………………………..…..ເຕົ້າຕື່ງຫອມຫວນ
ເດີນໄກໜີ………………………..…………….ຈາກພະໄມມິໄດ້
ຫາກອ່າວ ຍິນຕລົບຊ້ອຍ……………………….ແຊງປະຫຽນຫາທໍ່ ມິໄດ້
ປຸນປຽບປານແມ່ຊ້າງ…..……………..…..........ສານຕື້ຕື່ມຕອງ
ຕ້ອງຕື່ມຂໍ້……………………………..………ຂວານຜ່າພູຜາ
ເສລາ ກອງກວນກະຈັດ……………………….ມຸ່ນເຫັງເຫັນພື້ນ
ອິນຮ່ຳ ຖອງເຖິງແຈ້ງ…..……………..….......ຄະດີໂດຍດອມເຫດ ເຮວຖ້ອນ
ມິໃຫ້ ຮັກພິ່ງພ້ຽງ…..……………..….............ຊິເອົາຕຸ້ມຕ່ອມຂວັນ
ພີ່ບໍ່ ໃຫ້ຄາດຮ້າງ…..……………..….........…ເຫີນຫ່າງພະໄມມິດ
ພໍພະໄທຈັກ…..……………..…..........………ໄຄ່ຄອຍຄອງຕຸ້ມ
ຂໍແກ່ ອິສູນນ້າວ…..……………..…...............ແນມສມອນຊົມຊ່ອຍ
ອິນຫາກ ຮອນຮ່ຳເບື້ອງ…..……………..…......ສມີຊ້ອນສ່ອງເງົາ ຢູ່ແລ້ວ
ລາຫູ ຮຽງຕົນເຂົ້າ…..……………..….........….ສູນພະຈັນແຖມເລົ່າ
ມົວມືດກຸ້ມກີບຟ້າ…..……………..…..........…..ບັງກັ້ງກ່ອມສມີ
ສມີເປື້ອງເຫລື່ອມຊ້ອນ…..……………..….........ຮຽງຮ່ວມລາສີ
ປະເປັ່ງ ເງົາງຳສມີ…………..…...........…….…ບໍ່ສ່ອງໃສສູນໄໝ້
ອາທິດທຽວເທິງຟ້າ…..……………..….............ລາສີຮຽງຮ່ວມ ກັນແລ້ວ
ຄັນວ່າ ລາຫູຊອນແຊກເຂົ້າ…..……………..…...ສູນອ້ຳບໍ່ເຮືອງ
ອາທິດ ທຽວລ່ວງຟ້າ…..……………..…...........ເງື້ອມແງ່ພະໂຍມບົນ
ລາຫູບັງ…..……………..….........…....………ເຫລື່ອມລັງສີເສົ້າ
ອັນວ່າ ຈັນທະລັງເຫລື້ອມ……..….....................ບໍ່ມີເພັງແຮມຄ່ຳ ອວນເອີ່ຍ
ອາທິດ ບໍ່ເບັ່ງບ້າ…..……………..…........…..…ເພັງແຈ້ງດັ່ງພະຈັນ
ຍາມເມື່ອ ດີຖີຕັ້ງ...……………..….........…..….ດວງຫອມດອກເດື່ອ ຮຽມເອີ່ຍ
ສຸກກ່ອມລຳລຽບຂວັ້ນ…..……………..…...........ແຂວນຊ້ອນຢູ່ຊອນ
ສະພັ່ງພົ້ວ…………..….........………….….......ພວງພີ່ສາລະພີ
ກັນນິກາການ…..……………..….........….…….ເຮື່ອໄພພົງດ້າວ
ພູມະລິນແສ້ວ………..…...........…..…….…….ສແວງອອງເອົາກິ່ນ
ຍູທ່າງ ສຸກຢູ່ຝັ້ນ…..……………..…........…..…ແຝງກົ້ວກິ່ນລະອອງ
ມັນມິ ໄດ້ເດືອດຮ້ອນ…..……………..…...........ໂທມມະນາດໃນຂມອງ
ບໍ່ຫ່ອນມີຂວາງຂັດ…..……………..….........…..ວາດເຊີງຊາຍດັ້ນ
ອັນວ່າ ພິໄສເຊື້ອ…..……………..…................ຊາວຊົນມະນຸດຊາດ ເຮົານີ້
ມີທີ່ຂ້ອງ…..……………..….........……..….......ຂນັງເບື້ອງບົ່ມການ

(ຕອນທີ 4 )
ໂທມມະນາດຮ້ອນ…..……………..….........….ໃນເທດທວງທິບ
ຮົມມະນັງຂັດ…..……………..….........………ວາດເຊີງຊາຍດັ້ນ
ໃນຫົນຫ້ອງ…..….........…..……………..…....ມະໂນທວານທຸກສ່ຳ
ໃຜລ່ຳຢ້ຽມ…..……………..….........…......….ເຫັນໄດ້ງ່າຍດາຍ ບຸເດ
ຈັນທະລືກດັ້ນ…..……………..….........….....ເງື່ອມແງ່ພະໂຍມສູງ
ລາຫູຍັງ.…......... …..……………..…...........ທ່ອງທຽວຢາມຢ້ຽມ
ອາທິດ ຈອນຈົດຟ້າ…..……………..…...........ຄະນັງຄັນຄັຕລືກ
ລາຫູ ຍັງຢ່ອງຢ້ຽມ…....…..……………..….....ຢາມໃຫ້ຖືກສູນ
ທິພຕວຍຕ່ອນຫລ້າ…..……………….........…ຊິຫລົງຮ່ອມທາງຄຶດ ແລເຍີ
ເປັນດັ່ງ ຝົນລິນເຊີຍ…..……………..…..........ແມ່ຊົນທະລັງແຫ້ງ
ທອມຈິດດຳດິນດັ້ນ..…..……………..…..........ເດີນຝືນແຝງຂອບ ແມ່ເດ
ເຂົາເຂື່ອນມ້າງ…..……………..….........…..…ລະລາຍລົ້ມລ່າວລຽນ
ເປື້ອງປິ່ນແປ້..……………..….........…...….....ຂົງຂອບຄັນທະເສ
ກົນທະລົນໃນຄາເມ…..……………..….........…ມືດຄວັນທະລັງໄໝ້
ສາຍາ ເງົາງຳເງື້ອມ…..……………….........…..ພະລາສີສູນເມກ
ຈັກກະວານໂຄບຄ້ານ…..……………..…...........ແດນດ້າວເດື່ອງຫງວຍ
ຈັກວ່າ ບຸແຜ່ນພື້ນ…..……………..…..............ທຽວທ່ອງທຳຣິດ
ທະຍານເວຫາ…..……………..…...................ຮ່ວມຮຽງພະຈັນແຈ້ງ
ດຳດິນດັ້ນ…..……………..…...........…..….…ເມໂຄຂຳເມກ
ຜັນລ່ວງຟ້າ…..……………..….......................ອິງເອື້ອມແທ່ນອິນ
ແປດແຜ່ນພື້ນ…..……………..…...........…..…ພົມວາດວົງກົດ
ໃນພົງໄພ…..……………..…...........………….ເດືອດກະຫາຍຫີວຂ້ອນ
ອາກຽນລ້ອມ…..……………..…............….......ຄະນານັນເນືອງນີ່
ສັດສາ ມານມອດມ້ຽນ…..……………..…...........ພະໄມຂັ້ນຂາດແດນ
ຍັງແຕ່ ພະຜ່ານແຜ້ວ…..……………..…...........ຕັດສ່ອງຜຍາທິບ
ໂພທິຍານເຍືອງ…..……………..…..................ສ່ອງທາງທຽວເຕົ້າ
ນຳສັດເຂົ້າ…..……………..…............…..……ນິຣະພານຜາຍຫວ່ານ
ທຽວໂຜດ ຄົນສະຄັ່ງແຄ້ນ……..…...........………ນຳຂຶ້ນສົ່ງເຖິງ
ຕັ້ງແຕ່ ກັບຖ້ວນຫ້າ…..……………..….............ສິບຊາດຊາດົກ ມາພຸ້ນ
ພະພ່ຳ ເພງປາຣະມີ…..……………..….............ທ່ຽງທັມໝາຍໝັ້ນ
ສີ່ອະສົງໄຂຕັ້ງ…..……………..…...........…......ພະໄທປຸນປຸກຮຽກ
ກໍຈິ່ງ ລຸລາບໄດ້…..……………..…...........……ຍານແກ້ວແກ່ນທັມ
ພະຈິ່ງຕັ້ງ…..……………..…...........…………..ພຸທສາດສອນສັດ
ທົງຣິດທີທຽວ…..……………..…...........…..……ໂຜດຄົນຄາແລ້ງ
ນຳສັດຂວ້າມ…..……………..…...........……….ສົງສານສາຄະເລດ
ໂຜດໃຫ້ ຮຽງແທນແກ້ວ…..…………….…..........ເກີຍພ້ຽງພ່ຳມວນ
ຝຸງສ່ຳລ້ຽງ…..……………..….........................ສັດໝູ່ທຽວທຸກ
ພະສ່ອງເຍືອງຍັງເວນ…..……………..…...........ເວທນານຳຂວ້າມ
ພະຜູ້ທົງສນິດລ້ຳ…..……………..…...........…..ສໍລະຍານເຍື້ອນສ່ອງ
ຜາຍໂຜດ ສັດຕ່ຳຕ້ອຍ…..………………..........ນຳຂຶ້ນສູ່ສວັນ
ເຍືອງຄວາມໃຫ້…..……………..…...........…..…ພຽງຮອມພໍຮຸ່ງ
ຖວາຍບາດ ພໍພາດໄວ້…..……………..…...........ຜຍາກວ້າງຮ່ຳຮອນ ຫັ້ນທ້ອນ
ເທື່ອນີ້ ຈັກໄຄ່ເດີນໄປກ້ຳ…..…………….….........ພູເງິນງາມຍິ່ງ
ທີ່ນັ້ນ ບໍ່ອາດໄຮ້ແກ່ນແກ້ວ…..……………..…......ກັລຍ້ອຍຍອດຊີວັງ
ຍູທ່າງ ຮັກຮ່ວມຝັ້ນ.....…………..…...........……ສົມສິ່ງໃຈປະສົງ
ບັນທົມຖວາຍຈາມະລີ…..……………..…...........ຣາຊສິງຫານຫ້ອງ
ມີທັງ ຄູຫາຫ້ອງ…..……………..…...........……ເມັງຊອນແຊມຫິ່ງ
ມີທັງ ຫໍຊໍ່ຟ້າ…..……………..…...........…..……ມຸງແປ້ນປ່ອງລົມ

(ຕອນທີ 5)
ຟັງເຍີ ສົມສະອາດເນື້ອ………..…............…........ນົງຖ່າວສາວຮາມ ຮຽມເອີ່ຍ
ຄຳພີ່ທູນ..……………..…...........…..…… ..……ແທບຕີນຕາງໜ້າ
ເຊີນໝ່ອມ ຕອງຕາແຈ້ງ..……………..…...........…ຄຳຄະດີໂດຍເລດ
ຄຳພີ່ ທູນແທບພື້ນ..……………..…...........…..….ຖວາຍໄວ້ຮ່ຳຄະນິງ ແດ່ຖ້ອນ
ອັນທີ່ທັມມະຊາດເຊື້ອ..……………..…...........…..…ອັຄເຍດພະໂຍມຍົດ ກໍດີ
ມິໄຄ່ ພໍພະໄທທົມ..……………..…...........…..……ແທບໃຜຜືນແໜ້ນ
ທັມມະດາມ້າ……..……………..…...........…..……ອາຊະໄນມະນີກາບ
ລືຫ່ອນ ໂຍມຍົດຄ້າມ…..................……………..…ລິທີເຕັ້ມຖີບຜຍອງ ເມື່ອໃດ
ຄັນປະສົງ ທ່ອງທຽວເຖິງຫ້ອງ..……………….........ດາວະດິງໃຕ້ຍ່ານ ຍາມໃດ
ມັນກໍກວັກປີກ ພືເຜັ່ນຜ້າຍ..……………..…...........ຜຍອງລ້ຳລ່ວງກະວານ
ໃຕ້ລຸ່ມລ້າງ..………………............…..……..……ລືອາດອົງດຽວ ນີ້ແລ້ວ
ສັດສ່ຳ ເນືອງເຟືອງພົບ..……………..…...........…..ມອບຝືນແຝງນ້ອມ
ນາວາເປື້ອງ..……………..…...........…..…………ແປວຂັນເຂີນຂາດ
ຫີນແຫ່ ຟູໄຂວ່ຂ້ອນ..……………..…...........…..…ເຂີນກ້ອນກ່ອງທະລາ
ອາທິດລັບຂອບຟ້າ..……………..…...........…..……ລົງລຸ່ມເສົາສເມນ
ຈັນທະລັງໃສ..……………..…...........…..……..….ສ່ອງງາມເງົາແຈ້ງ
ບໍ່ກວ່າ ປັນຍາຖ້ອນ..……………..…...........…..….ຕອງດູຫາເຫດ ເອົາຖ້ອນ
ເຕັມຄຶດ ເຈົ້າຈຶ່ງຕ້ານ..……………..…...........…..…ຕາມຂໍ້ບ່ອນຄະນິງ ຫັ້ນຖ້ອນ
ຊາດທີ່ ຫົງຫ່ອນຫັນໜີເວັ້ນ..……………..…............ວາງສະໃສສ່ອງ ໄດ້ເດ
ປະກອບຮຽງແທ່ນແກ້ວ..……………..…...........……ການຮ້ອນຫ່ອນຊິຖອຍ ເມື່ອໃດ
ກົວແຕ່ ເດີນໄກຮ້າງ..……………..….......…..……ຄຳພະໄມມາຍຫ່າງ ເສັຽແຫລ້ວ
ຄຶດໄຄ່ ຮຽງປະກອບແກ້ວ..……………..….........…..ກອນຖ້ອຍຖອດຂມອງ
ຄຳນີ້ ໄວ້ແກ່ອິນທະຣາດເຈົ້າ..……………..…...........ຍັ້ງຂມ່ອມທົງຄຶດ
ພໍພະໄທຈັກ..……………..…...........…..……..….ໄຄ່ຄອຍເຫັນໜ້າ
ຂໍແກ່ ເທໂວປ້ອງ..……………..…...........…..……ປຸນສານສົມຊ່ອຍ ຮຽມຖ້ອນ
ຂໍໃຫ້ ເຖິງທີ່ຊັ້ນ..……………..…...........…..…….ຊົມເກື້ອກ່ອມສມີ
ຊາດທີ່ ພາສາເຊື້ອ..……………..…...........….…ອານົນນາມນາກ
ເນົາເນັ່ງ ພັນທະເມກກ້ຽວ..……………..….........….ສເມນຄ້ານໂຄ່ນຄອນ
ປຸນແປງຍວງຍັງໜ້າ..……………..…...........….…ພາສາບ້ວງບາດ
ມົນຕະຣາຊຕ້ອງ..……………..…...........…..…….ຕຶງໄດ້ເພື່ອຣິດທີ
ສີສະອາດນ້ອຍ………………..………………...….ນາມໜໍ່ຍິງເກ
ພໍໃຈຈັກ..........…..……………..…...........………ໄຄ່ຄອງຊາຍຊ້ອນ
ສຸດເມື່ອ ມີຊາຍຊ້ອນ.…….…..……...........…..……ເຊີຍປະສົມຮຽງຮ່ວມ ຍາມໃດ
ຍູຍົກອ້າງ……………………………………………ເອົານ້ອມໜ່ຽວສີ
ພຽນພ່ຳ ວອນສວງຊັ້ນ………………………………ຊຸມພູຈິຕນາກ
ຂໍຈົ່ງ ຊູຊ່ອຍນ້າວ…………………………………..ແນນເຂົ້າແນບສົມ ພີ່ຖ້ອນ
ໃຜຜູ້ ມີຜຍາແຈ້ງ……………………………………ຈຳຄອງຄຶດຮ່ຳ ດູຖ້ອນ
ຢ່າຟັ່ງ ເຟືອນມາກຂໍ້…………………………………ໄຂຕ້ານຕື່ມແຖມ ນັ້ນຖ້ອນ
ຈຽມແຕ່ ພົມແພງສ້ອຍ………………………………ສົມພາວບໍ່ເຕື້ອງຕໍ່
ແຮ່ງຄຶດ ຊ່ຳແຮ່ງເຫັນບ່ອນຂ້ອງ………………………ກອນນ້ອງຮຸ່ງດາຍ
ແຕ່ວ່າ ແນນກ່ອມຝັ້ນ……………………………….ແຝງຮ່ວມພະໄມມິດ ຢູ່ແລ້ວ
ຄຶດວ່າ ພັນດວງຕາ…………………………………ໄປ່ຂີນຂັດໄດ້
ແນນນຳກ້ຽວ………………………………………..ກັນລົງລືຕ່າງ ໄດ້ເດ
ບຸນປະກອບແກ້ວ……………………………………ກັນແລ້ວຫ່ອນຂີນ ໄດ້ລື

(ຕອນທີ 6)
ແນມທໍ່ ມົ້ມເຂດຂ້ອງ…………………………….ຂນັງທີ່ທົງທຸກ ເມື່ອໃດ
ຈັກໄຄ່ ປຸນປອງພົບ………………………………ປຽບປຸນປາງແກ້ວ
ສລະຊີວັງໄວ້………………………………......ເວນຖວາຍທຸກຊາດ
ລົດຊົ່ວມ້ຽນ………………………………………ເມືອຟ້າຮ່ວມຊະແນນ ແດ່ເນີ
ຄຶດເມື່ອ ຍາມອີງເອື້ອມ………………………….ຜືນພອນໂທມປີ່ ວັນນັ້ນ
ນ້ຳແບ່ງຂັ້ນເຂດໄວ້……………………………..ປະສົງຊ້ອນຊົ່ວມອນ ພີ່ແລ້ວ
ທິພດວງສນິດໜ້າ………………………………ໂສມງາມພະອິນຫລໍ່ ຮຽມເອີ່ຍ
ຖວາຍບາດພໍພາດໄວ້……………………………ພຽງພື້ນພ່າງຕີນ ແດ່ເນີ
ຄຳນີ້ ເສັງສ່ຽງໄວ້………………………….……ນາງນາດທໍລະນີ
ທັງພາຍບົນ…………………………………….ເທພດາຈຳແຈ້ງ
ພາຍຂວາໄວ້……………………………………ບໍລະເມພະແມ່
ພາຍຊ້າຍໄວ້……………………………………ນາງນ້ອຍເມຂລາ
ໂສພ່ຳ ມວນສອງຊັ້ນ……………………………ມະຫາຄຸນຄຸດນາກ
ຢຽມລ່ຳເບື້ອງ……………………………………ຕາຊ້າຍເຊືອດແນມ ແດ່ເນີ
ແລ້ວຈິ່ງ ປົງປະສິດຕັ້ງ………….……………..ຄັນທີລົງຣືກ
ຮ້ອນຮອດຟ້າ…………………………………..ພະອິນແຜ້ວຜໍ່ເຫັນ
ໃຜຫາກ ວາງສະບົດໄວ້……………….……….ລວງແປເປືອງໄປ່ ໄປນັ້ນ
ໃຫ້ທຽວລົງຊ່ວງໃຊ້……………………………..ໃນໝໍ້ໝື່ນອະສົງ ຫັ້ນຖ້ອນ
ກໍຈິ່ງ ໂຮມມິ່ງໝັ້ນ………………………………ສມອນແທບທຽມຣົດ
ປຸນດັ່ງ ຈຽມປາງຮັກ………….………………..ຮ່ວມພານາງຟ້າ
ຕາບໄປ່ ທັນເຖິງຊັ້ນ……………………………ນິລະພານພົ້ນກິເລດ ເມື່ອໃດ
ຂໍໃຫ້ໄດ້………………………………..………ຊົມຊ້ອນທຸກຊາດໄປ
ແຕ່ວ່າ ຮັກຮ່ວມຝັ້ນ……………………………..ສມອນຍິ່ງຍັງທຸກ ພີ່ແລ້ວ
ພີ່ບໍ່ ປຸນປອງຮັກ………………………………..ຮ່ວມໃຜຜືນແໜ້ນ
ຍັງທໍ່ ແພງພະອວນນ້ອງ………………………..ໃນທວງປານແວ່ນ ຈິງແລ້ວ
ບໍ່ແບ່ງ ຫ້ອງຫລີກລ້ຽວ………………………….ລວງເຫລັ້ນລ່າຍຄຳ ດອກນາ
ຂໍແກ່ ທິພສມອນເຍື້ອນ………………….………ສໍລະຍານຍົດຜໍ່ ຫລິງທ້ອນ
ນັບແຕ່ ພອຍພາກນ້ອງ………………………….ຄະນິງໂອ້ອ່າວເຖິງ ມາກແລ້ວ
ທຸກທີ່ ພັດປະກອບແກ້ວ…………………………ໂອ້ອ່າວຄະນິງຫາ
ຄະນິງນົງສີ…………………………………..….ຮຸ່ງຫຸຍເຫັນໜ້າ
ເຈັບຈິດ ໃນທວງແໜ້ນ.…………………..…....ຄະນິງນາງໃນແວ່ນ
ແມ່ນວ່າ ແສນສິ່ງນ້ຳ…………………………....ອະໂນມລ້າງກໍເລົ່າໝອງ ຢູ່ແລ້ວ
ອັນທີ່ ຄຳຮຽກຂໍ້………………………………….ໄປເປັ່ງແປວລະຫັດ ດວງນີ້
ເປັນທີ່ ຂີນຂັດທວງ………………………………ເຍທຜືນເຜີຍອ້າ
ຍັງໄປ່ ຖອງເຖິງພື້ນ……………………………..ຊຸມພູຈິຕນາກ
ຢ້ານແຕ່ ຂັບບໍ່ຖືກຂໍ້……………………………..ເວທ້າຍແບ່ງຂີນ ບຸເດ
ໃຜວ່າ ຄູຫາຫ້ອງ…………………………………ສີໂຫຊິເວັ້ນຫລີກ ເປັນລື
ເຈັດວັນກໍຈິ່ງ ຫລິງລ່ຳຢ້ຽມ………………………..ຄະນາເນື້ອແຕ່ລະຍາມ
ຫາກຢູ່ ແຖມຖນອມເນື້ອ…..……..…..……….…ວຽນລະວັງວົງຄອບ
ມິໄດ້ ຄາຄາດແຄ້ວ…………………………….ໄກຮ້າງຮ່ວມສເນ
ອະນັຄຊາດເກື້ອ………………………………..ກາມະເທບທຽມຮົດ
ລືຫອ່ນ ຫລົງຫລໍຂັດ……………………….….ຂາດສເນສເມີໄດ້
ແມ່ນວ່າ ດາວະດິງຊັ້ນ………………………...ເມືອງສວັນສນຸກຍິ່ງ ກໍດາຍແລ້ວ
ຍັງໄປ່ ປູນປຽບແກ້ວ……………………….….ຍາມກິ້ງກ່ອມຈຽງ ພີ່ແລ້ວ
ຕາບໄປ່ ລຸແຫ່ງຫ້ອງ…………………………ຊັ້ນຊື່ພົມພະວັກ ເມື່ອໃດ
ລືຫ່ອນ ຂີນຄຳມີ………………………………ມິທມາກາງກັ້ນ
ແມ່ນຈັກ ຍໍຕົນຂຶ້ນ……………………………..ພຽງພົມພາຍພາກ ພະວັກພຸ້ນ
ລືຫ່ອນ ຂີດຂາດເວັ້ນ……………………..……ວາງໄວ້ຊົ່ວມອນ ມາກແລ້ວ

ເປັນດັ່ງ ສີວິໄຊເຊື້ອ………………………..…ຊາວເມືອງປຸນປ່ອຍ ປາງນັ້ນ
ບຸນແບ່ງຍູ້…………………………...………..ຍາມນ້ອຍໜຶ່ງຖອຍ
ພະກໍ ທົງແທ່ນສ້າງ……………………………..ພົມເພດເພັງສິນ
ສີໄວວອນກາເມ……………………………..…..ມອບເວນວາງໃຫ້
ທົງສອນຮູ້……………………………..…..……ຮົມແດດອມຮູບ
ສຸດທີ່ກັ້ນ……………………………..…..……..ກະສັນໄດ້ດັ່ງປະສົງ
ເລີຍເລົ່າ ລຸອາດເອື້ອມ…………….…………….ສນຸກຮ່ວມຮຽງໂສມ
ປານີໃນນົງນາງ……………………………..….ເຍທຜືນເຜີຍອ້າ
ອັນວ່າ ໃນພົງເຊື້ອ………………………………ຊຸມພູພາຍລຸ່ມ ເຮົານີ້
ລືຫ່ອນ ເຫີນຫ່າງໄດ້…………………………….ພໍນ້ອຍໜຶ່ງຄົນ ໄດ້ນັ້ນ
ຄືດັ່ງ ໂພທິສັດສ້າງ……………………………..ປາລະມີໝາຍມຸ່ງ
ໂພທິຍານຍອດດົ້ວ………………………………ດວງລ້ຳເລີດຜຍາ ປາງນັ້ນ
ພະກໍ ຫລົບຫລີກເວັ້ນ………………….……….ກາມກິເລດຕັນຫາ
ທົງສິນທັມ……………………………..…...…..ເກິ່ງພົມພາຍຟ້າ
ຕົນດຽວດັ້ນ.. ……………………………..……ອະລັນຍາຍາວຍ່ານ
ເດີນເຂົ້າ ໃນແງ່ເງື້ອມ…..………………………ເງົາຖ້ຳນັ່ງທັມ
ພະກໍ ສົບເຂົ້າຖ້ຳ……………………………..….ພຽນພ່ຳພາວະນາ
ບາລະມີຜາຍ………………………………..…..ແຜ່ໄປທັງຄ້າຍ
ພົມທັມຕັ້ງ………………………………..………ພະໄທບານໃຈຮຸ່ງ ມາກແລ້ວ
ຍັງເລົ່າ ຕົກຕຸ່ມນ້ຳ……………………………….ຊານສ້ຽງເຊື່ອມຖອຍ
ອັນນີ້ ພໍຜະດຽງໃຫ້…………………………..…ເຫັນຄອງຄັບແຄບ
ບໍ່ກວ່າ ຍານຍອດແກ້ວ………………………….ຍວງດັ້ນໜ່ຽວກອນ ພີ່ຖ້ອນ
ໂອນໍ ໂສມສະອາດນ້ອງ…………………………ເນື້ອອຸ່ນອິນເຫລົ່າ ພີ່ເອີ່ຍ
ພາຍພີ່ ໂຮມມະນັງຄຶດ…………………………...ຮຸ່ງທາງນອນແລ້ງ
ຍໍແຍງແກ້ວ………………………………..…...ດວງມະນີສຸດທີ່ອ່າວ ຮຸນແລ້ວ
ນ້ອງນີ້ ເປັນດັ່ງດວງດອກໄມ້……………….……ບານເຮົ້າທີ່ສູງ ພີ່ແລ້ວ
ໂອນໍ ນັກປຣາດຍັງຮ່າວຮູ້…………………………ຫລົງຮ່ອມຄຳຄຶດ
ເດີນບໍ່ໄປຕາມທາງ…………………………...….ແຕ່ເດີມວິໄນຕັ້ງ
ຍາມເມື່ອ ອາຈານເຈົ້າ…….………………………ແປສົນຊັກສູດ ມານັ້ນ
ໄປສູ່ ສລະແປດຖ້ານ……………………………ເຖິງເອ້ໝູ່ອາ
ສລະປະສົມຖ້ານ…..…..…...…..…..……..……..ເຮືອງຮົມຫັຖບາດ
ພະຍັນຊນະ ເປັນທີ່ຈັ້ງ…………………………….ປະສົມໃຫ້ອອກສຽງ
ຍາມເມື່ອ ດາວສະເດັດຍ້າຍ………………………ອັງລົງມາຖືກ ເມື່ອໃດ
ສູນໃສ່ ສລະອາຄວບແປ້………………………….ແປໃຫ້ວ່າອຳ
ຟັງເຍີ ບັນດິດເຊື້ອ…………………………….….ຣາຊາຕົນຍິ່ງ ຮຽມເອີ່ຍ
ໃຫ້ຄ່ອຍ ທອດພະເນດຢ້ຽມ………………………..ຟັງແລ້ວຄ່ອຍຄະນິງ ຫັ້ນຖ້ອນ
ຟັງຍິນ ນົກຮ່ຳຮ້ອງ…………………………….…ຮຽງຄູ່ຄອງລະຫັດ
ສເວີຍອຳພາ………………………………..……ພ່ຳມວນມາເຕົ້າ
ມັນກໍ ຈົງໃຈຜ້າຍ………………………………..ເວຫາຈັບຈ່ອງ
ເຮຮ່ຳຮ້ອງ………………………………..…...…ຮົມຫ້ອມຮໍ່ກັນ ຮັກເອີ່ຍ
ມັນບໍ່ ມີທີ່ຂ້ອງ………………………………..…...ຂນັງຄອກຄາຫລັກ ສນ່ອຍນັ້ນ
ຍູທ່າງ ທົງຜາລາ………………………………...ກ່ອມຈຽງໃຈປຶ້ມ
ເຊີບຊົມເຫລັ້ນ……..…...…...…..…..……………ລຳແຂນຂຶງປີກ
ສນຸກມ່ວນເຫລັ້ນ………………………………....ລະງົມດ້າວສວ່າງເຫງົາ
ຮຽມຮຸ່ງຫ້ອງ………………………………..…....ຍາມເມື່ອລະທົມທຸກ
ຂນັງທວງທຸກ…………………………..…..……ຮຸ່ງຫຸຍຫານ້ອງ
ຍູຍິນໝ້ອມ………………………………..…..…ໂທມະນັງແຄ້ນຄັ່ງ
ຍົມຍັ່ງຍ້ອຍ…..…..……………………………….ຄະນິງໂອ້ອ່າວຫາ
ທຸກເມື່ອບ້າ………………………………..……….ກາມກິເລດຕັນຫາ
ຄະນິງນົງສີ………………………………..…..…..ຮ່ຳທວງທະລາຍມ້າງ
ເຈັບທີ່ ມາຄາຄ້າງ…………………………………ຂນັງຈວນຈຳພາກ
ສຸດທີ່ ດັ້ນລອບລີ້………………………………..…ຢຽວຢື້ຢ່ອງເຖິງ
ທຸກເຮັ່ງຮ້ອນ………………………………..…….ຮົມຍິ່ງໂທມະນັດ
ບໍ່ເຊື່ອ ລອນພໍເຜີຍ………………………………..ສນ່ອຍຍາມທວງບ້າ
ຈັກທະຍານເຖິງນ້ອງ…....…………………………ນົງສີສຸດທີ່ອ່າວ ຈິງແລ້ວ
ປະກອບຮຽງແກ່ນແກ້ວ……..…..………………….ກັລຍ້ອຍເຍດຜະຈົງ
ຮຽມກ່າວເຫລັ້ນ……………..…..…………………ພໍສວ່າງມະໂນເຫງົາ
ມິໃຊ່ ສວຍສີໃຜ………………………………..….ສນ່ອຍພໍພຽງໜ້ອຍ
ເຈົ້າຜູ້ ປັນຍາສ້ຽມ……………..…..………………ແຫລມຄົມຄົງສ່ອງ ເຫັນດີ
ຮຽມຫາກ ໄຂແຕ່ຊັ້ນນອກໄວ້………………………ເຊີນສີ້ງສ້ອງຄະນິງ ແດ່ຖ້ອນ
ນ້ອງນີ້ ທຽມດັ່ງມະໂຫສົດຜູ້……………………….ທົງທັມສຸທຍິ່ງ ຫລິງຖ້ອນ
ບ່ອນໃດ ບໍ່ຖືກຂໍ້………………………………..…ຂໍນ້ອງຮ່ຳເພິງ ແດ່ຖ້ອນ
ຄັນບໍ່ ມີເຟືອຍໄມ້………..…..………..…..………ໄຟບໍ່ລາມໄໝ້ປ່າ ນາງເອີ່ຍ
ມືບໍ່ ໃສ່ຖໍ່ຈ້ຳ………………………………..…..…ເຮືອຊິຂຶ້ນເຜັ່ນຜາຍ ພີ່ຫລື
ຊາດທີ່ ຄູຫາຫ້ອງ………………………………..…ຣາຊສີທຽວທ່ອງ
ບໍ່ຫ່ອນ ລະຖິ່ນໄວ້..…..….. ………………………ໄປຊົ້ນປ່າຄາ ພີ່ແລ້ວ.
ສານນີ້..ຊື່ວ່າບັງຣະຫັດໄວ້...............ບິດາກະບວນເບື້ອງ...ຊາຍຊັງບໍ່ເຫັນເລດ.
ເຫງົາຫງ່ວມດີ້ນ...........................ກັນເກີ້ເກີດສວົງ
ໜັກໜ່ອມໜ້າ.............................ໝາຍຜາດຜັນຜຍອງ
ແຍງຍັງດວງມະນີສີ......................ວາດກະບວນບັງລ້ຽວ
ເຈົ້າຜູ້ປັນຍານ້ອຍ........................ບໍ່ສົມພູກອນກາບ
ຄອງວ່າເປັນຜູ້ຕື້ນ.......................ຜຍາສ້ຽມບໍ່ແຫຼມ
ສັງມາ ງວຳຫີ່ໄວ້.......................ຊິລັບຫຼ່ຽມຄົມເພັດ
ສັງບໍ່ຕີຄືເຫຼືອມ..........................ຫຼອກບັງຕົວໄວ້
ເປັນດັ່ງທຳທານໃບ້....................ໝາຍຊີວັງມຸດມອດ ໄປນັ້ນ
ລາງເທື່ອ ເສັຽເດດຊ້ຳ...............ໝອງກົ້ວເກືອກຂີ້ຕົມ
ເທື່ອນີ້..ຮຽມຈັກລັດລ່ຽມຂໍ້............ໄຂດ່ວນໂດຍພລັນ
ບໍ່ໃຫ້ເຫຼືອປັນຍາ.......................ຮ່ຳເພີງພໍສະດຸ້ງ
ພາທີຖ້ອຍ..............................ຂນັງທວງເນັຽຣະນາດ
ຄິດວ່າຫວານລື່ນອ້ອຍ...............ເລີຍສົ້ມກວ່າໝາກນາວ
ສັງບໍ່ຄິດຖີ່ຖ້ວນ.......................ສເມີເນດພໍໂສມ..ເດນໍ
ບັດນີ້..ມາໄດ້ກຳຄໍເຫັນ..............ເຫງືອກແດງແຄມລີ້ນ
ສັງມາ..ນຶກນັກແຄ້ນ..................ຄາຢູ່ໃນຄໍ..ແທ້ນໍ
ສັງບໍ່ ມີພໍສອງ.......................ຊ່ອຍປອງປາງແຄ້ນ
ບໍ່ແມ່ນ..ແນວນາມເຊື້ອ..............ຣາຊສີສິງຫະຣາດ
ສັງມານາບໃຫ້ຊ້າງ.................ໂຄມ້າຕື່ນຄະໂຍງ
ສັງບໍ່ຫຼິ້ງຫາເຊື້ອ.....................ສະກຸນວົງນາມຊາດ
ຕົນເດມາຄົ່ວ......ກົ້ມຊາບໄຫວ້....ຄົນໃບ້ຊົ່ວຊາມ
ໃຕ້ລຸ່ມຟ້າ............................ມະນຸສໂລກລືເພັດ...ຜູ້ດຽວແລ້ວ
ໃຜຜູ້ມາພຽງມື.......................ສ່ວນຊິເຂີນຂັວນໄຂ້
ເຫັນແຫ່ງ ສົງສານນີ້...............ຫຼາຍໃບຊອນງ່າ
ຮຽມນີ້..ເປັນດັ່ງແກ້ວຢູ່ນ້ຳ..........ໃນຖ້ຳສ່ອງບໍ່ເຫັນ
ມັນຫາກ ຕົກຈາກຂ້າງ............ນ້ຳເພັດກໍຍັງຜິດ
ຜິຫາກ ເປັນຄຳດີ.................ສີກຊາວກໍຍັງໄດ້
ເຫັນແຕ່ ດວງສີໜ້າ.............ຊິໝາຍດີສັນເກົ່າ ວ່າລຶ
ໃຈຫາກ ອອກນອກຟ້າ..........ຍັງໝັ້ນບໍ່ມາຍ
ຍໍຍືນ ດວງດາບກ້າ..............ບໍ່ເຫັນຫ່າງຄົມເພັດ
ຜຍອງເປັນຄັວນ..................ລ່າວລົງລາມໄໝ້
ຮຽມນີ້ ເປັນດັ່ງສຸຣິໂຍເຂົ້າ......ເຂົາສເມັນເມີນມຸ່ງ
ແສງອ່ອນພ້ຽງ....................ຍາມເຊົ້າໄປ່ເຮືອງ
ໃຈເຈັບຂ້ອງ......................ຕ້ອງສ່ຽງບໍຣິສຸດ
ໃຜຜູ້ມີຜຍາແຫຼມ.................ຮ່ຳຄະນຶງດູຖ້ອນ
ຄຳນີ້ ເລິກແລະຕື້ນ..............ຫວນຫັ້ນຫາກຊິຖອງ
ບໍ່ໃຊ່ ເຊິງຫຼອກຫຼີ້ນ...............ໝາງມ່າຍຄວາມຂັດ ດັ່ງນັ້ນ
ກໍຫາກ ແພງດວງແສງ..........ແງ່ງອນງຳລ້ຽວ
ຍົດຫາກ ລືເຊັງກ້າ...............ຜຍອງມາມີຫຼີ້ກ ໃຜນັ້ນ
ເປັນດັ່ງ ຊ້າງປວດບ້າ............ເມົາສົ້ມລ່ວງຂໍ
ໃຜຜູ້ມີປີກຮູ້........................ບິນແອ່ນພະເວຫາ ກໍດີຖ້ອນ
ນັບວ່າທຽວສົງສານ...............ບໍ່ຫຼີ້ກກາຍກັນໄດ້
ພໍແຕ່ສັນຍາໃຫ້....................ແປງສານຂຽນຂີດໄວ້ນັ້ນ
ບອກວ່ານັກປາດຮູ້.................ຜຍາກ້ວາງຮ໋ຳເພີງ ຫັ້ນຖ້ອນ
ອັນນຶ່ງ ເງົາມະນີແກ້ວ............ມະຫານິນດວງປະເສີດ
ໃຜຫ່ອນສຸບໃສ່ເຂົ້າ..............ຊືນເຊື້ອແຮ່ຊະຄອມ
ຫີນກໍຫາກເປັນຫີນແທ້...........ຊາຍຊົນແຄມທ່າ
ໃຜຊິຂັດຂຸດກ້ຽງ..................ຊາວນ້ຳກໍຫາກຮຸນ
ໄມ້ກໍຍັງຕ່າງໄມ້..................ແກ້ວແກ່ນຈັນໂທ
ສັງວ່າເອົາມາທຽມ...............ໝູ່ຂອນລອຍນ້ຳ
ຄຳກໍຫາກເປັນຄຳແທ້............ຊົມພູມະນີເທດ
ໃຜຫ່ອນຕິດຕໍ່ເຂົ້າ...............ທອງຄ້ວງເຊື່ອມປະສານ
ໃຈຫາກ ຖືຜລາດ້າມ...........ພິມດຽວບໍ່ໃຊ່ຊ່ອງ ກັນນັ້ນ
ນ້ຳກໍຫາກຍັງຕ່າງນ້ຳ...........ມັນເຂົ້າບໍ່ຫ່ອນແກມ
ຊັກໃຫ້ເຫັນເຫດເບື້ອງ..........ບັ້ນບ່ອນດວງສນິດ
ບໍ່ກວ່າປັນຍາຄົມ.................ຮ່ຳເພີງແຍງໄວ້
ເປັນຄົນຫຼ້າງ.....................ຫຼົງບ່ອນເບົາໜັກ
ລາງຄົນກ້ຽງແຕ່ລີ້ນ............ຖແລງລ້ຽວໂລບໃນ
ຮູ້ລ່າຍຖ້ອຍ......................ບໍ່ມີຢູ່ວາຈາ
ອັນທີ່ພາຍໃນຂົມ................ເຝື່ອນຮຶນລັງລ້າວ
ຊາດທີ່ບອນບຸກລ້າວ............ຫຼິງເຫັນບໍ່ມີຖືກ ຕາແລ້ວ
ເປັນດັ່ງດ້ວງບຸ່ນໄມ້..............ໃນຫັ້ນສ່ອງບໍ່ເຫັນ.

ນ້ຳສະມຸດເລິກແລະຕື້ນ...................ກ້ວາງໃຫຍ່ເປັນກະແສ
ຫ່ຽອນໂຍນໂຍທິກາ........................ກໍຫັ່ຽງຖອງເຖິງໄດ້
ຄົນຊັງໄວ້...................................ໃຫ້ຍໍແຍງປານແວ່ນ ແທ້ເນີ!
ຕິໂຍກເຍົ້າ..................................ເອົາຖ້ອຍຊູ່ຄວາມ
ຄັນວ່າ ຮູ້ເຫດແລ້ວ.......................ບັ້ນບ່ອນດວງສນິດ
ເອົາຄຳເຮືອງ...............................ຖອດເຖິງຖແລງຖ້ອຍ
ເປັນທີ່ອັສຈັນແທ້...........................ສົງສານຄວນໜ່າຍ
ເປັນດັ່ງ ທຸກຄະຕະບ່າວທ້າວ...........ປາງນັ້ນສແມ່ງຕາຍ
ເມັຽເຫຼົ່ານອນເຂາະຂ້າງ..................ກັບສ່ຽວເປັນໂຈນ
ສອງເຂືອພອຍທຳເວນ...................ຜູກຕີບາທ້າວ
ແໜງວ່າ ບໍ່ມີວິສຸກັມທ້າວ................ລົງມາຜາຍໂຜດ ປາງນັ້ນ
ກໍສ່ວນ ມໍຣະມີ່ງມ້ຽນ......................ຕາຍຖີ້ມຈຸມຈົມ ບໍ່ຢ່າແລ້ວ
ອິນຈິ່ງຜາຍໂຜດໃຫ້.....................ພົ້ນທີ່ກັມເວນ
ພຣະກໍເດີນໄພສົນ.......................ໝື່ນດອຍດົງຂັ້ນ
ພອຍເລົ່າເຖິງເມືອງໄທ້.................ນະຄອນສີສັຕນາກ
ຈິ່ງໄດ້ທົງແຜ່ນພື້ນ.....................ເມືອງນັ້ນນັ່ງປອງ
ພຣະກໍທານທອດໃຫ້...................ຮາງວັນມາກພໍແສນ
ລືຊາເຖິງເມືອງພາຣານະສີ............ໝູ່ຍິງຍິນຍ້ອງ
ຝ່າຍສະຫາຍເກີ.......................ຜູ້ທັງເມັຽຫີນະໂຫດ(ສະບັບເດີມວ່າ:ອ້າຍສ່ຽວແລະເມັຽຂີ້ຮ້າຍພາ
.........ລາຫຼົງໂລບ)
ເຂົາກໍເດີນດຸ່ງດັ້ນ.......................ເຖິງເຈົ້າຄົ່ວຂໍ
ພຣະກໍທານທອດໃຫ້..................ພໍດີອີ່ມສອງເຂືອ
ແລ້ວຈິ່ງຈຳນຳໜີ.....................ພາກເມືອງມີໂອ້
ຍາມເມື່ອຍ້າຍຈາກຫ້ອງ..............ຂົງເຂດເມືອງຫຼວງ
ທໍຣະນີໜາ..............................ແຕກເອົາເມືອງພື້ນ
ຕາຍຄອບສັບຫຼັບລີ້ນ.................ລວງແສນສັບສໍ່
ທຸກຂອດຂ້ອນ..........................ເຖິງເນື້ອມອດຈົມ
ເຫັນນິທານທັມແທ້....................ກາຍາຂັນທະໂລກ ສ້າງໄວ້
ເພື່ອນັກປາດຜູ້........................ຜຍາແຈ້ງຈົ່ງຄະນຶງ ນັ້ນຖ້ອນ
ບໍ່ໃຊ່ ຜິດຊາດແທ້....................ຄົນໂຄກຂະໂມຍມາ ແມ່ເອີຍ!
ຕັ້ງຫາກ ເກີດແຕ່ໃນໂຮງຫໍ.........ຮາຊສິງຫານຫ້ອງ
ພໍແຕ່ແປປະໃຫ້........................ເຫັນເງົາງອນໂລກ
ສັງຊິມາຫາບຫີ້ວ......................ກາຍໄດ້ດັ່ງລື
ເມື່ອບໍ່ສັງຂຍາໃຫ້.....................ບໍ່ເຫັນຮ່ອມຮອຍຣະຫັດ
ມາຄົ່ວເອົາໄປຮໍ........................ຮ່ອນຖູຫີນກ້າ
ຕັ້ງແຕ່ເໜັບຫຼືບໄວ້...................ປະຖະພີພື້ນໂລກ
ໃຜຜູ້ຄ້າງເມື່ອໜ້າ....................ຫາກຈັກຂວາງ ດອກນາ
ໂຊກບໍ່ໃຫ້.............................ເຫັນຢູ່ກໍເປັນໄປ
ຢ່າສູ່ມາລວນຫາຍ...................ຊິແຕກມົວເມົາງ້ວນ
ຖາມເບິ່ງພໍເຈັບດ້ວຍ................ມາແຖມເຖິງບາບ ຄຳນັ້ນ
ຍັງຄ່ອຍຕັດຕ່ອນນ້ອຍ..............ທານສົ້ມສູ່ວັນ
ເພິ່ນຜູ້ເປັນນັກປາດຮູ້...............ຕັດສ່ອງຜຍາທິບ
ໃນພຣະໄທທວນເຖິງ...............ຮຸ່ງງາມມະນີແກ້ວ
ບໍ່ໃຊ່ອັນຮ່າວຮູ້.......................ຂລັງເນດໃນຈິດ
ບໍ່ຫ່ອນຕັນທາງບົກ..................ຂາດວັງເວີນຕ້ອນ
ຝູງໝູ່ພາລາເຊື້ອ....................ຄົນເຂົາຕາຊົ່ວ ນັ້ນນາ
ຍັງເລົ່າມາຕູ່ຂ້ອຍ...................ຄຳຮ້າຍເຫດໂພຍ
ໄວ້ແກ່ ເທເວດທ້າວ...............ຕັດສ່ອງສໍຣະຍານ
ຈັກໄດ້ຫຼິງຫວນເຫັນ...............ເຫດຄົນຄອງລ້ຽວ
ທຳຄຸນໃຫ້...........................ຝູງແນວນາມຊົ່ວ ຮຸນແລ້ວ
ເປັນດັ່ງຕັກຕ່ອນນ້ຳ..............ຍໍເຫັຽນໃສ່ຊາຍ ນັ້ນແລ້ວ
ມັນບໍ່ເຫັນສ່ອງຮູ້...................ບັ້ນບ່ອນເບົາໜັກ
ຄຳຄວນມີ...........................ບໍ່ຫວນຫາດ້າມ
ແມ່ນວ່າຈັກເຊົາດ້າວ..............ສາຂາຮຽງຮູ້ມ ກໍດີ
ໃຜຫ່ອນຫັກກິ່ງໄມ້................ປູເທີ້ງນັ່ງນອນ
ສັງມາຊັກບຽດຂໍ້...................ຂີນວາດວຽນວິຕົກ
ເປັນຄຳສວຍ......................ສຽດມາເລິງເລື້ອຍ
ລືວ່າ ເຈົ້າຫາກຫັກຟົດໄມ້......ຕີເຟືອຍຟາດຟຸ່ມ
ຄິດວ່າຢາກໃຫ້ເສືອລອບລີ້.....ທັງຄ້າຍຈອບກິນ
ເຈັບຄີງໄຂ້........................ຫວັດໄວປາງຂນາດ
ເຫັນຣະຫັດບ່ອນແຈ້ງ............ຊິຍອມດ້ວຍເດດໃຜ ນັ້ນເດ
ຊາດທີ່ເປັນໜ່ວຍແກ້ວ...........ບໍ່ມີຢ່ອນກົວແສງ ງ່າຍແລ້ວ
ໃຜວ່າ ຈັກຫງາຍທໍຣະນີ.........ຫາກຈັກຖອງເຖິງໄດ້
ເມື່ອບໍ່ລ້ອມຮົ້ວໄວ້.................ຕາມແຜ່ນພິມເມືອງ ພາຍພຸ້ນ
ກົວແຕ່ເປັນເວຣາ.................ຊິລ່າຍເລລວນລຶ້ງ
ໂອນໍ! ພີ່ກໍທົນທວງແຄ້ນ.........ຫົນຫວຍຫາອຸ່ນ ແພງເອີຍ
ໄປກໍໄປບໍ່ໄດ້......................ຄາຄ້າງຢູ່ດາຍ
ຂໍໃຫ້ຂັນຕິແທ້.....................ພໍຮຽມໄດ້ສວ່າງ
ຄັນຫາກມົ້ມທໍ່ນີ້....................ໄປສ້າງສິ່ງປະສົງ ດອກນາ
ໂອນໍ! ຮຽມເປັນດັ່ງເຮືອຊາວຄ້າ..ຫາກຫາຄອນສມຸດໃຫ່ຽ
ໄປກໍໄປບໍ່ໄດ້.......................ຄາຄ້າງຢູ່ດາຍ ພີ່ແລ້ວ.
--ໝົດບັ້ນບັງລະຫັດ--

No comments:
Post a Comment