ຕາມສັງເກດເບິ່ງນີ້ແມ່ນພວກເຮົາຍົກເຄົ້າຄໍາສັບມາຖຽງກັນ,
ແຕ່ເຮົາລືມໄປວ່າຕາມຫລັກໄວຍາກອນປັດຈຸບັນ
ແມ່ນເພິ່ນກໍານົດໃຫ້ສະກົດຕາມສຽງດັ່ງນັ້ນອີງຕາມຫລັກການນີ້ແລ້ວ ຈະສະກົດແບບໃດກໍ່ບໍ່ຜິດ, ສຸຂະຕິ, ສຸຄະຕິ ຫລື ສຸກະຕິຖືກຫມົດ. ບາງຄົນອາດຈະຖາມຄືນ, ແບບນັ້ນກະບໍ່ເປັນເອກະພາບກັນແລ້ວ, ຖືກຕ້ອງ. ບາງທີນັ້ນແລະຄືຕົ້ນບັນຫາທີ່ເຮົາເຫັນທຸກມື້ນີ້. ແຕ່ວິທີຫນຶ່ງທີ່ສາມາດແກ້ບັນຫາໄດ້ແມ່ນການສ້າງປື້ມວັດຈະນານຸກົມເພື່ອນໍາໃຊ້ໃຫ້ເປັນເອກະພາບກັນ. ແຕ່ບັນຫາມີຢູ່ວ່າວັດຈະນານຸກົມ ທີ່ສ້າງຂຶ້ນໃຫມ່ ພັດບໍ່ເປັນເອກະພາບກັນກັບສະບັບເກົ່າ. ມັກຄໍາໃດ ກະບັນທຶກຄໍານັ້ນໄວ້, ບໍ່ມັກກະຕັດຖິ້ມ ຫລືແປງໃຫມ່. ດັ່ງທີ່ເຮົາເຫັນ ເປິກສາ ປຶກສາ. ອັນນີ້ຂ້າພະເຈົ້າໄດ້ກ່າວໄປແລ້ວວ່າຈະເກີດບັນຫາໃຫມ່ອີກຕາມມາ. ກະແມ່ນແທ້ໆ. ສ້າງບັນຫາສັບສົນ ແລະ ສ້າງຄວາມບໍ່ເປັນເອກະພາບ ກັນເພີ່ມອີກ. ອີກຄໍາຫນຶ່ງກໍ່ຄືວັດທະນາກັບວັດທະນະ, ຢາກປ່ຽນ ກໍ່ປ່ຽນຕາມໃຈ. ເລີຍບໍ່ຄຶດໃສ່ບັນຫາຈະຕາມມາ. ພັທະນາ, ວັທະນາ, ວິວັທນາ ຄໍາເຫລົ່ານີ້ ແມ່ນຄໍາດຽວກັນ ຖ້າປ່ຽນ ວັດທະນາ ເປັນ ວັດທະນະ ກໍ່ຕ້ອງປ່ຽນ ພັດທະນາເປັນພັດທະນະ, ປ່ຽນ ວິວັດທະນາ ເປັນ ວິວັດທະນະ ໄປນໍາ ມັນຈຶ່ງ ຈະບໍ່ສັບສົນ ແລະເພື່ອຕັດບັນຫາທີ່ຈະຕາມມາໃນອະນາຄົດ. ເພາະວ່າຄໍາເຫລົ່ານີ້ ມັນເປັນ ເຄົ້າ ອັນດຽວກັນ. ເຖິງວ່າ ວັດທະນະ ບໍ່ແມ່ນມາຈາກເຄົ້ານີ້ແຕ່ມາຈາກຄໍາວ່າ ວັດທະນະທໍາ, ການແປ ເປັນ ພາສາ ອັງກິດ ກໍ່ຕ້ອງປ່ຽນ ຈາກ prosperity ໄປເປັນຄໍາອື່ນ ເພາະ ວັດທະນະໃນ ຄໍາ ວັດທະນະທໍາ ບໍ່ໄດ້ຫມາຍເຖີງ prosperity. ອັນນີ້ຈະເກີດສ້າງບັນຫາອີກ. ວັດທະນະ ທີ່ໃຊ້ໃນ ວັດທະນະ ທໍາ ນັ້ນ ມັນມີຄໍາສັບ ແລະມີເຄົ້າຂອງມັນຕ່າງຫາກ ເຊິ່ງຫມາຍເຖິງການ ປະຕິບັດ, ການປະພຶດ, ວັດທະນະທໍາ ກໍ່ ຄື ການປະຕິບັດ ທໍານຽມ ເພາະສະນັ້ນວັດທະນະ ຖາວອນ ກໍ່ຄື ການປະຕິບັດສູ່ທາງ ເອກະລາດ, ປະຊາທິປະໄຕ, ສັນຕິພາບ ໃຫ້ຫມັ້ນຄົງ ນັ້ນກໍ່ຄື ວັດທະນະ ຖາວອນ ກໍ່ຄື ການປະຕິບັດ, ຍຶດຫມັ້ນ ຫມັ້ນຄົງ ນັ້ນເອງ. ບໍ່ໄດ້ຫມາຍເຖິງ ຄວາມສີວິໄລ ຫລື ຄວາມຈະເລີນ.
Thongphanh
Duangkeo ຂໍທ່ານອະທິບາຍ ຄວາມແຕກຕ່າງ ລະຫວ່າງ
ຄໍາ
ພັທນາ,
ວິວັທນາ,
ວັທນາ
ແລະ
ວັທນະ
ເຊັ່ນ
ວັທນະທັມ
ນີ້ໄດ້ບໍ່?
ເພາະເຫັນຢູ່ວັດຈະນານຸກົມ ຂອງມາຫາ ສິລາ ວິລະວົງ, ເພິ່ນສະກົດ ພັທນາ ແລະ ວັທນາ ຫມາຍເຖິງ ຄວາມຈະເລີນ, ແປກກໍ່ຄື ເພີ່ນບໍ່ສະກົດ ເປັນ ວັທນະ ຄໍານີ້ແມ່ນ ສະກົດ ຢູ່ໃນ ວັທນະທັມ. ເລຶ່ອງທີ່ວ່າ ວັດທະນະຖາວອນ ເປັນຄໍາສົນທິນັ້ນ ຂ້າພະເຈົ້າ ຄິດວ່າ ຖືກຕ້ອງຕາມຫລັກການສົນທິແລ້ວ, ແຕ່ບັນຫາມີຢູ່ວ່າ ວັດທະນາ ກັບ ຖາວອນ ສອງຄໍານີ້ເວລາແຍກຄໍາ ມັນກໍ່ໄດ້ຄວາມຫມາຍເຊັ່ນກັນ ເພາະທັງສອງຄໍາມີ ຄວາມຫມາຍຂອງມັນເອງຢູ່ແລ້ວ, ເພາະສະນັ້ນ ເຮົາສາມາດ ຂຽນໄດ້ອີກວ່າ ວັດທະນາ ຖາວອນ (ແຍກຄໍາ) ກໍ່ໄດ້ຄວາມຫມາຍອັນດຽວ ກັບ ວັດທະນະຖາວອນ(ຄໍາສົນທິ) ເຊັ່ນກັນ. ເພາະສະນັ້ນ ຖ້າເຮົາຈະຂຽນ ວັດທະນາ ຖາວອນ ກໍ່ບໍ່ຜິດ. ແຕ່ຖ້າຂຽນເປັນຄໍາດຽວ ແມ່ນຕ້ອງຂຽນ ວັດທະນະຖາວອນ. ຖ້າສາເຫດ ປ່ຽນ ນາ ເປັນ ນະ ເພາະ ເປັນຄໍາສົນທິ, ອັນນີ້ເຫັນດີນໍາ, ແຕ່ ເວລາ ຂຽນແຍກຄໍາ ເປັນ ວັດທະນາ ຖາວອນ ກະຕ້ອງບໍ່ຜິດ ເພາະມັນບໍ່ຜິດຢູ່ແລ້ວ. ບໍ່ເຂົ້າໃຈວ່າ ເປັນຫຍັງເພິ່ນຕ້ອງປ່ຽນໃຫ້ສັບສົນ, ເປັນຫຍັງບໍ່ ສະກົດ ແຍກຄໍາ ເປັນ ວັດທະນາ ຖາວອນ ເລີຍ? ໄປສົນທິຄໍາສັບແບບນັ້ນ ອາດສ້າງຄວາມສັບສົນໃຫ້ຜູ້ພວກຂີ້ສໍ້, ຍົກຄໍາ ວັດທະນະ ໃນຄໍາສັບ ວັດທະນະທໍາ ມາຖຽງກັນອຶກກະທຶກນຶກນອງຄືເຫັນກັນນີ້ແຫລະ... :-D
Thongphanh
Duangkeo ຈັ່ງໃດຈຶ່ງເຂົ້າໃຈ ວ່າ
ວັດທະນາຖາວອນ ເປັນຄໍາສົນທິ ລະຫວ່າງ
ວັທນະ
+ ອະຖາວະໂຣ?
ຖ້າເປັນແບບນັ້ນແທ້ ຂ້າພະເຈົ້າຄິດວ່າ ນັກປາດອາຈານທີ່ຄິດປ່ຽນແປງຄໍາສັບລາວ ຕ້ອງໄດ້ເບິ່ງຫລັກສູດຄືນໃຫມ່ແລ້ວ. ເບິ່ງສັງຄົມເປັນຈິງໄປນໍາກະດີ. ເປັນຫຍັງຈຶ່ງເວົ້າແບບນັ້ນ? ລອງໄປຖາມອາຈາ, ທີ່ຈິງບໍ່ຕ້ອງຖາມດອກ ເພາະ ພວກເພິ່ນກໍ່ເປັນອາຈານຢູ່ແລ້ວ, ເອົາແບບນີ້ສະ ລອງຄິດເບິ່ງຄັກໆ ຄໍາວ່າ ວັດທະນາ ໃນພາສາລາວເຮົາ ມັນກະສົມບູນແບບໃນຄໍາສັບ ຂອງມັນເອງມາແຕ່ໃດໆ ຢູ່ແລ້ວ ມີຄວາມຫມາຍໃນຕົວຂອງມັນເອງ, ແລະ ຄໍາວ່າ ຖາວອນ ໃນພາສາລາວເຮົາ ກໍ່ສົມບູນແບບ ທັງສັບແລະ ຄວາມຫມາຍຢູ່ແລ້ວ. ສອງຄໍານີ້ແຜງມາເປັນຄໍາລາວຢ່າງສົມບູນ ແລະໃຊ້ກັນມາດົນນານແລ້ວ. ບໍ່ຕ່າງຫຍັງ ກັບ ພັດທະນາ ຫລື ວິວັດທະນາ ມັນເປັນຄໍາແຜງມາໃຊ້ໃນພາສາລາວ ຢ່າງສົມບູນແບບ. ເຫດໃດ? ແລະ ເອົາຫລັກ ການໃດ ມາແຕ່ໃສ ຈໍາຕ້ອງສ້າງເປັນຄໍາສົນທິ ຂຶ້ນໃຫມ່? ເຮົາຈະຂຽນ ວັດທະນາຖາວອນ ມັນກໍ່ໄດ້ຄວາມຫມາຍຕາມຄໍາ ສັບຂອງມັນຢູ່ແລ້ວ, ບໍ່ຈໍາເປັນຕ້ອງສົນທິຫຍັງ. ເຮົາຈະແຍກອອກ ເປັນ ວັດທະນາ ຖາວອນ ມັນກໍ່ໄດ້ຄວາມຫມາຍຄືເກົ່າ. ບໍ່ຈໍາເປັນປ່ຽນແປງຫຍັງຫມົດ. ຄໍາສົນທິ ຄືການແຜງອັກສອນ ແລະ ແຜງຄໍາເວົ້າ. ໃນກໍລະນີດຽວກັນ ຈະເອົາເຄົ້າ ວັທນະ + ຖາວຣ ຜະສົມກັນເປັນ ວັດທະນະຖາວອນ ກໍ່ບໍ່ຈໍາເປັນ ສົນທິຫຍັງນອກຈາກ ວຣ ເປັນ ວອນ ເພາະ ວັດທະນະ ມັນກໍ່ສົມບູນແບບໃນຕົວມັນຄືກັນ. ເພາະສະນັ້ນຖືວ່າເປັນຄໍາສະຫມາດ (ສມາດ) ສອງຄໍາປະສົມກັນໄດ້ໂດຍບໍ່ຈໍາເປັນແຜງຫລືແປງຫຍັງ. (ເພາະ ຄໍາ ຖາວະໂຣ ແມ່ນຖືກແຜງເປັນຄໍາລາວ “ຖາວອນ” ມາໃຊ້ກັນຢູ່ແລ້ວດັ່ງທີ່ກ່າວຢູ່ຂ້າງເທິງ) ດັ່ງນັ້ນຈະຂຽນວັດທະນະຖາວອນກໍ່ຖືກຫລື ຈະຂຽນວັດທະນາຖາວອນກໍ່ຖືກ. ຈະຂຽນ “ວັດທະນາ ຖາວອນ” ແບບບໍ່ປະສົມກໍ່ໄດ້ຄວາມຫມາຍຄືກັນ. ແລ້ວ ໃຜວ່າຂຽນແຍກຄໍາແບບນັ້ນຜິດ? ຜິດບ່ອນໃດ? ຄໍາວ່າ ວັດທະນາ ແລະ ຖາວອນ ມີຢູ່ໃນວັດຈະນານຸກົມພາສາລາວເກືອບທຸກສະບັບ.
ປສ.
No comments:
Post a Comment