ສະບາຍດີທ່ານ….,
ທ່ານຄືໃຊ້ອັກຂະຣະ
(ອັກຂຣະ)
ວິທີພາສາລາວ ແຕ່ສະໄຫມຍັງບໍ່ທັນມີອັກຂະຣະ ພາສາລາວພຸ້ນ? ເປັນຫຍັງຈຶ່ງວ່າ ສະໄຫມບໍ່ທັນມີ
ນັ້ນກໍເພາະວ່າ:
1.
ນານເຈົ້າ
ຕາມການສັນນິຖານຂອງບັນດານັກຄົ້ນຄວ້າທີ່ຖືກຮັບຮອງຈາກ ສະບັນຄົ້ນຄວ້າສາກົນແມ່ນເລີ່ມເກີດຂຶ້ນພາຍໃນ ພ.ສ. 1200 ຫລື ຄ.ສ 653. ຜູ້ສ້າງຕັ້ງອານາຈັກທໍາອິດ ແມ່ນຊື່ວ່າຊິນເລົາຫລືຊິນຸເລົາບາງທ່ານອ່ານວ່າຊິນລາວຕໍ່ມາອ່ານເປັນຊຽງລາວແລະລາວຊຽງ ຫລືລາວເຊັງ ກໍ່ຄືຊື່ຜູ້ປົກຄອງ ນານເຈົ້າຜູ້ທີ່ສອງ ໃນປີ ຄ.ສ. 674 ກົງກັບ ພ.ສ. 1221 ຫລືປະມານນັ້ນ. ສ່ວນ ພ.ສ. 236 ນັ້ນຫນ້ອງແສນານເຈົ້າບໍ່ທັນເກີດ.
2.
ອັກຂະຣະວິທີ
(ວິທີອ່ານ
ແລະຂຽນ
ອັກຂຣະ
ຄໍາລາວອອກສຽງວ່າອັກສອນໃຫ້ເຂົ້າກັນ ຫລືຈະເວົ້າໄດ້ອີກວ່າ ເປັນວິທີການຂຽນພະຍາງ ແຕະລະພະຍາງໃຫ້ຖືກຕາມຫລັກທີ່ໄດ້ບົ່ງໄວ້ໃນໄວຍາກອນ, ໄວຍາກອນ ເປັນຫລັກທີ່ກົມວັນນະຄະດີລາວ ໄດ້ບັນຍັດໄວ້ຢ່າງເປັນລະບຽບ) ລາຍລັກອັກສອນພາສາລາວ ທີ່ເປັນຕົວອັກສອນທີ່ທ່ານໃຊ້ ທ່ານສະກົດ ຫລືຈະເປັນແບບຂ້າພະເຈົ້າໃຊ້ ແມ່ນມີເຄົ້າມາຈາກ ຕົວທໍາເຊິ່ງເລິ່ມມີອິດທິພົນນໍາໃຊ້ສະກົດພາສາລາວສະໄຫມ ລາວເຮົາຮັບເອົາ ສາດສະຫນາ ພາມ (ພຣາມ) ແລະ ພຸດ ມາເປັນສາດສະຫນາປະຈໍາຊາດ ສະໄຫມເກີດເປັນຊາດລາວ ຫລືກ່ອນນັ້ນເລັກນ້ອຍ, ນັ້ນກໍ່ຄື ສະໄຫມອານາຈັກລ້ານຊ້າງ ຫລືກ່ອນຫນ້ານັ້ນ ປະມານ 200-300 ປີ. ສະຫລຸບກໍ່ຄື ປະມານ ຄ.ສ. 1200 ນີ້ເປັນຕົ້ນມາ.
3.
ສະໄຫມ
ອານາຈັກ
ພ.ສ. 1200-1500 ຄ.ສ. 653-957 ນັ້ນນັກຄົ້ນຄວ້າຫລາຍທ່ານ ສັນນິຖານວ່າ ໄດ້ມີການ ລະບົບພາສາຂຽນ ຫລືທີ່ທ່ານຮຽກ ວ່າ ອັກຂະຣະພາສາ ນັ້ນແລະ ແຕ່ລະບົບດັ່ງກ່າວແມ່ນເປັນລະບົບ “ຮູບແບບ“ ຫລືເອີ້ນວ່າ pictograph or ideograph
writing system ເຊິ່ງຈະມີແມ່ແບບຄ້າຍຄືລະບົບສະກົດຂອງພາສາຈີນ. ເວົ້າງ່າຍໆກໍ່ຄືສະໄຫມນັ້ນ ການສະກົດອາດສະກົດນໍາແບບຈີນ.
4.
ການທີ່ເຮົາເວົ້າວ່າ ຮັກພາສາລາວນີ້ ບໍ່ໄດ້ຫມາຍຄວາມວ່າ ເຮົາຊັງພາສາໄທຍ ຫລືພາສາຕ່າງຊາດ. ພຽງແຕ່ເຮົາຮູ້ຈັກນໍາໃຊ້ພາສາຕົນເອງໃຫ້ຖືກຕ້ອງຕາມຫລັກການ ພາສາລາວ ຫລືຕາມ ວັດທະນະທໍາພາສາຂອງເຮົາ ເຊິ່ງຖືວ່າ ເປັນ ເອກະລັກບົ່ງບອກເຖິງຄວາມເປັນຊາດລາວເຮົາ. ຕົວຢ່າງຄໍາວ່າ ໂປຣດ (ໂປຣສ ເຄົ້າປາລີ ປຣສ ແປວ່າ ຂໍຮ້ອງ, ຮ້ອງຂໍ, ປ່ອຍ, ຮັກ, ອິດູ, ຊ່ວຍເຫລືອ, ແລະອີກຄວາມຫມາຍຫນຶ່ງກໍ່ຄື ຍົກສູງເປັນກຽດ ເປັນລາຊາສັບ ຂໍທານນໍາ, ຂໍໃຫ້ພົ້ນທຸກ, ສົງສານ, ຂໍຊີວິດ ເຊັ່ນ ໂຜດຂ້ານ້ອຍເທິ້ນ ແປວ່າຂໍໄວ້ຊີວິດຂ້ານ້ອຍເທີ້ນ, ໂຜດສັດ, ເຊັ່ນໂຜດນົກໂຜດກາ ທໍານອງນັ້ນ). ຄໍານີ້ ບັນພະບຸລຸດລາວເຮົາໄດ້ໃຊ້ຫລັກການແຜງຄໍາໃຫ້ເປັນຄໍາລາວ ຕາມສໍານຽງລາວແຕ່ໃດໆມາ, ແປງ ປຣ ເປັນ ຜ ແປງສະລະ ອະ ແລະ ສຽງ ສ ເປັນ ດ, ແປງສຽງ ອ, ອະ ເປັນ ໂອໂດຍໃຊ້ ສະລະ ໂອ, ໂ+ຜ+ດ ເປັນໂຜດ. ສ່ວນໄທຍ ແປງ ແຕ່ສະລະອະ, ແປງສຽງ ສ ແຕ່ຮັກສາ ແມ່ສຽງ ປຣ ແຕ່ໃຊ້ສະລະ ໂ ຄືກັບລາວ ອອກ ເປັນ ໂປຣດ. ນັ້ນແມ່ນໄທແປງມາເປັນພາສາ ໄທ. ສ່ວນພາສາລາວແມ່ນ ແປງມາເປັນ ໂຜດ. ແລະຄໍານີ້ກໍ່ເຫັນໃຊ້ໃນບົດນິທານຢູ່ໃນ ຫນັງສືສຽວສະຫວາດເຊິ່ງເປັນຫນັງສືນິທານສຸພາສິດທີ່ອາຈານແຕ່ບູຮານໄດ້ປະພັນຂຶ້ນປະມານ 300 ປີມາແລ້ວ, ເປັນທໍານອງພາສາ ເວົ້າທໍາມະດາແຕ່ບາງແຫ່ງກໍມີກາບກອນສັບປົນເລັກນ້ອຍ. ເຊັ່ນໃນບາງນິທານໄດ້ກ່າວວ່າ “ພໍ່ສັງເກດເຫັນວ່າເຈົ້າກັບນາງສີໄວລູກສາວຂອງພໍ່ນັ້ນໄດ້ມີຄວາມ ມັກຄວາມມ່ວນຕໍ່ກັນ. ຫາກເປັນດັ່ງນັ້ນພໍ່ຈະມອບລູກສາວໃຫ້ລູກດູແລແທນພໍ່ຕະຫຼອດໄປ,..” “ສຽວສະຫວາດຍໍມືນົບນາຍສະເພົາຢ່າງນອບນ້ອມແລ້ວກ່າວວ່າ”ພໍ່ໂຜດຜາຍລູກປານນີ້ນັບວ່າເປັນບຸນຂອງລູກແທ້ແລ້ວລູກບໍ່ຂີນ…” ສຽວສະຫວາດ ໃຊ້ຄໍາວ່າ [ໂຜດຜາຍ] ນີ້ສະແດງໃຫ້ເຫັນວ່າ ຄໍາວ່າ ໂຜດ ນີ້ ລາວເຮົາໃຊ້ກັນມາໄດ້ 300 ປີແລ້ວ. ນອກຈາກນັ້ນທ່ານຍັງສາມາດຄົ້ນຫາຄໍານີ້ໄດ້ຈາກ ຫນັງສື ວັນນະຄະດີເກົ່າໆຂອງລາວ ບໍ່ວ່າຈະເປັນ ກາບກອນ ກະວີ ແລະອື່ນໆ ອ່ານກໍ່ຈະເຫັນ. ສະຫລຸບກໍ່ຄື, ໂຜດ ມີເອກະລັກເປັນຄໍາລາວໂດຍແທ້ຈິງ ເຊິ່ງປູ່ຍ່າຕາຍາຍຂອງເຮົາໄດ້ໃຊ້ກັນມາດົນນານແລ້ວ, ຖືວ່າເປັນມໍລະດົກຂອງລາວ ເປັນວັດທະນະທໍາພາສາລາວ, ເປັນເອກະລັກທີ່ບົ່ງບອກ ເຖິງຄວາມເປັນຊາດລາວ. ນັ້ນກໍຄືເຮົາຮັກພາສາລາວ ນັ້ນເອງ.
ປສ
ປສ
No comments:
Post a Comment