ວຽງຈັນວຽງໃຈ ໃນປີ ຄ,ສ, 1860

ພາບແຕ້ມໃນເຂດລາຊະວັງເກົ່າຂອງນັກສໍາຫຼວດຝຣັ່ງເສດ...


ຫລັງຈາກ ລ້ານຊ້າງ ວຽງຈັນໄດ້ເສຍ ເອກະລາດ ໃຫ້ກັບສຍາມ ອີກຄັ້ງໃນປີ 1828 ວຽງຈັນ ໄດ້ຖືກທໍາ ລາຍແລະກາຍ ເປັນເມືອງຮ້າງ ເປັນອັນຫຼາຍສິບປີ. ຕົກມາໃນປີ ຄ.ສ. 1860 ມີນັກສໍາ ຫຼວດຝຣັ່ງເສດ ກຸ່ມຄະນະສໍາ ຫຼວດແມ່ ນໍ້າຂອງ (Mekong Exploration Commission) ໄດ້ເດີນ ທາງໄປສໍາ ຫຼວດດິນ ແດນລ້ານຊ້າງຢູ່ສອງຟາກແມ່ນໍ້າຂອງ. ນອກຈາກນັ້ນຍັງມີນັກພາສາສາດ, ນັກບູຮານຄະດີ ແລະນັກສໍາຫຼວດຝຣັ່ງເສດທ່ານໜຶ່ງໄດ້ເດີນທາງໄປສໍາຫຼວດເກັບກໍາຂໍ້ມູນກ່ຽວກັບສີລາລຶກ ໃນພາກອີສານແລະລາວໃນປີ 1880-1887. ເຊິ່ງບົດຄວາມບັນທຶກ ຂອງຜູ້ກ່ຽວໄດ້ຖືກພິມ ເປັນປື້ມຄັ້ງທໍາອິດໃນປີ 1897 ຊື່ປື້ມ: Voyage Dans Le Laos ໂດຍ Etienne Aymonier. ຂໍ້ຄວາມບັນທຶກບາງສ່ວນຂອງທ່ານ Etienne ໃນການເດີນທາງໄປວຽງຈັນ ມີດັ່ງນີ້, ແປເປັນພາສາລາວໂດຍຜູ້ຂຽນ: ພໍຕື່ນເຊົ້າມາພວກເຮົາອອກເດີນທາງໄປເຖິງໜອງ ທີ່ເອີ້ນວ່າ ສາລາຄໍາ, ໜອງນັ້ນປົກຫຸ້ມ ໄປດ້ວຍຕົ້ນຫຍ້າ. ພວກຄົນລາວມັກຈະພາຍເຮືອຜ່າຕົ້ນຫຍ້າເພື່ອໄປຈອດຢູ່ຝັ່ງກົງກັນ ຂ້າມ. ບ້ານນັ້ນເອີ້ນວ່າ ບ້ານທາດຫຼວງເຊິ່ງມີເຮືອນປະມານ 30 ກວ່າຫລັງຄາເຮືອນ, ຊາວບ້ານເຮັດນາ ແລະເຮັດນໍ້າຕານ. ຢູ່ພາຍໃນວັດທາດຫຼວງມີຈາລຶກທີ່ຕ້ອງໄດ້ພິມເອົາ ໄວ້, ກໍາແພງອ້ອມພຣະທາດນັ້ນກໍເປັນແບບລະບຽງດິນຈີ່ທີ່ຍາວ 80 ແມັດ, ສູງ 6 ແມັດ. ມີຫລັງຄາງ່ຽງເອນລົງທັງສອງຂ້າງ, ກໍາແພງທີ່ສອງ ຍາວ 60ແມັດ ແຕ່ລະດ້ານສູງ 8ແມັດ ເປັນກໍາແພງທີ່ສ້າງດ້ວຍດິນຈີ່ແລະຫີນປູນ. ກໍາແພງທີ່ສາມເປັນກໍາແພງສີ່ລ່ຽມຄ້າຍຄື ກໍາແພງທໍາອິດ, ທັງສອງກໍາແພງມີຄວາມຍາວ 40ແມັດ ແຕ່ລະດ້ານສູງ 10ແມັດ. ທັງໝົດ ກໍ່ສ້າງດ້ວຍດິນຈີ່ແລະຫີນປູນ. ສ່ວນພຣະທາດນັ້ນຍາວ 20ແມັດແຕ່ລະດ້ານຄິດໄລ່ເບິ່ງ ແລ້ວຈາກຖານສີ່ລ່ຽມມີຄວາມສູງພຽງແຕ່ 14ແມັດ, ຍອດພຣະທາດຖືກພວກຫໍ້ ຫຼືພວກໂຈນທໍາລາຍ ເພື່ອຄົ້ນຫາເອົາຊັບສົມບັດທີ່ຢູ່ໃນອົງພະທາດເມື່ອ 8 ປີມາແລ້ວ
ພຣະທາດຫຼວງສະໄໝການສໍາຫຼວດຂອງຝຣັ່ງ


ຈາກການບັນທຶກຂອງ ແຟຣນສິດສ ການີເຍ (Francis Garnier) ທີ່ເດີນທາງມາ ພ້ອມຄະນະສໍາ ຫຼວດຝຣັ່ງເສດໃນປີ 1860 ກ່ອນການ ບັນທຶກຂອງ Etienne Aymonier ຊາວກວ່າປີ. ຜູ້ກ່ຽວໄດ້ບັນທຶກໄວ້ດັ່ງນີ້: ພະທາດຫຼວງວຽງຈັນຖືເປັນ ສະຖາປັດຕະຍະກໍາ ອັນດັບເອກ ຂອງລາວ, ພວກສຍາມຍົກ ເວັ້ນໃນການທໍາລາຍ. ອົງພະທາດເຕັມໄປດ້ວຍ ຈາລຶກເລັກນ້ອຍ 30 ຫຼັກ ທີ່ກອດຫຸມອົງພະທາດ ຢ່າງສູງສົ່ງ...
ບົດບັນທຶກຂອງແຟຣນສິດສ ການິເຍ Francis Garnier ຍັງໄດ້ບັດທຶກຢ່າງລະອຽດ ກ່ຽວກັບວັດສີສະເກດ, ວັດພຣະແກວ ແລະພະລາຊະວັງ ເຊິ່ງໄດ້ບັນທຶກໄວ້ດັ່ງນີ້: ພວກເຮົາເຂົ້າໄປວັດສີສະເກດເພື່ອພິມເອົາຈາລຶກວັດແຫ່ງນີ້ ມີກໍາແພງແລະລະບຽງມຸງ ຫລັງຄາເປັນກໍາແພງທີ່ 2 ແລະມີວິຫານຢູ່ທາງກາງ ພາຍໃນຍັງມີຫໍເລັກໆສອງຫໍ ເຊິ່ງຄົນຂະເໝນ, ສຍາມ ແລະລາວຮຽກວ່າ ຫໍໄຕ ຫໍໜຶ່ງຕັ້ງຢູ່ທາງທິດຕະວັນ ອອກສ່ຽງໃຕ້ ສໍາລັບໄວ້ຄໍາພີແລະໃຊ້ເປັນຫໍສະມຸດແຕ່ປັດຈຸບັນເປັນຫໍຮ້າງບໍ່ມີຫຍັງເລີຍ. ອີກຫໍໜຶ່ງຢູ່ທາງ ທິດຕະເວັນອອກສ່ຽງເໜືອຫໍນັ້ນ ມີພຣະພຸດທະຮູບປະດິດສະຖານ ຢູ່ຢ່າງຫຼວງຫຼາຍ, ລະບຽງຄົດໂຄ້ງແບ່ງອອກເປັນຫຼາຍຫ້ອງແຕ່ລະຫ້ອງປະດິດ ສະຖານພຣະພຸດ ທະຮູບຂະໜາດໃຫຍ່ໜຶ່ງອົງ. ກໍາແພງຖືກເຈາະເປັນຮູນ້ອຍໆ ສໍ່າກັນໝົດນັບໄດ້ເປັນພັນໆຮູ. ແຕ່ລະຮູຈະມີພຣະພຸດທະຮູບ ຂະໜາດນ້ອຍປະດິດສະຖານ ຢູ່ສອງສາມອົງ. ພວກເຮົາຄິດວາມີປະມານ 20,000 ອົງ. ໃຈກາງຂອງວັດມີສາລາ (ສິມ?) ສ້າງດ້ວຍດິນຈີ່ ແລະໄມ້, ມີພຣະພຸດທະຮູບໃຫຍ່ອົງໜຶ່ງປະດິດສະຖານຢູ່ໃນນັ້ນ. ທີ່ວັດແຫ່ງນີ້ມີພຣະຈໍາພັນສາຢູ່ 6 ອົງ...

ສ່ວນພະລາຊະວັງນັ້ນ ແມ່ນຢູ່ໃນສະພາບທີ່ເປັນເສດວັດຖຸ, ຖືກມ້າງເພ. ແລະພະ ລາຊະວັງຂອງອຸປະລາດເຈົ້າຊີວິດອົງທີ່ສອງ ນັ້ນກໍຮົກເຕັມໄປດ້ວຍເຄືອໄມ້, ຕົ້ນຫຍ້າ, ຕົ້ນໄມ້ຫຸ້ມເກືອບຈະກາຍເປັນປ່າດົງໄປໝົດ...ຄົນນໍາທາງພວກເຮົາໄດ້ນໍາ ພາພວກເຮົາມາດ້ວຍຄວາມເສົ້າເສຍໃຈ, ພວກເຂົາຍ່າງເດີນສໍາຫຼວດ ໄປມາແບບຄົນກໍາລັງໄຫວ້ທຸກ, ໄຮ້ຈິດວິນຍານ. ເຂົາເຄີຍໄດ້ເຫັນວຽງຈັນບ້ານ ເກີດເມືອງ ນອນຂອງພວກເຂົາໃນສະໄໝທີ່ຍັງເປັນເມືອງຮຸ່ງເຮືອງແຕ່ມາເຫັນສະພາບພື້ນ ດິນທີ່ເຕັມໄປດ້ວຍເສດຫີນດິນຈີ່ຢາຍກອງກັນ ຊະຊາຍໄປທົ່ວເມືອງ, ພວກເຮົາໄດ້ພົບເຫັນ ກໍາແພງເມືອງໃນ, ເປັນກໍາແພງທີ່ສູງແລະກ້ວງ. ຂ້າງເທິງປະດັບດ້ວຍຮູບຄ້າຍຄືຫົວໃຈຕິດ ຕໍ່ກັນໄປຕາມກໍາແພງ...ເສົາໄມ້ຂະໜາດໃຫຍ່ທີ່ເປັນ ເສົາຄໍ້າປະຕູເຂົ້າເມືອງຍັງເຫັນຕັ້ງຢູ່. ສ່ວນກໍາແພງ ແມ່ນລ້ອມໄປສຸດກັບແມ່ນໍ້າແລ້ວໂຄ້ງເຂົ້າໄປຫາຝັ່ງໃກ້ແຖວກໍໄຜ່, ບາງສ່ວນຂອງກໍາແພງກໍກ້ວງແລະຍາວ, ບາງສ່ວນກໍເພພັງລົງກາຍເປັນເສດດິນຈີ່ຢ່າງ ຫຼວງຫຼາຍ, ກອງຢາຍກັນເປັນລະຍະໆເຊິ່ງອາດຈະມາຈາກປ້ອມຍາມຂ້າງເທິງຂອງກໍາແພງ ທີ່ຖຶກພັງລົງ... ຫລັງຈາກໄດ້ສໍາຫຼວດຢ່າງລະອຽດແລ້ວ ພວກເຮົາໝັ້ນໃຈເລີຍວ່າເມືອງນີ້ບໍ່ມີ ແຕ່ ສະເພາະ ອະນຸສາວະລີ, ພະລາຊະວັງຂອງເຈົ້າຊີວິດ, ວັດວາອາລາມຈໍານວນຫຼວງຫຼາຍ ແລະຫໍໄຕສໍາລັບເກັບຄໍາພີເທົ່ານັ້ນແຕ່ຫາກມີອາຄານອື່ນໆຢ່າງຫຼວງຫຼາຍທີ່ບໍ່ສາມາດ ປະເມີນໄດ້. ວັດພຣະແກ້ວນັ້ນນັບໄດ້ວ່າເປັນວັດ ທີ່ໃຫຍ່ແລະສວຍງາມທີ່ສຸດ, ຕົ້ນໄມ້, ເຄືອໄມ້ໄດ້ປົກຫຸ້ມວັດຮ້າງນີ້ໄປທົົ່ວທຸກມຸມ, ເກາະໄຕ່ໄປຕາມກໍາແພງວັດຕະຫຼອດ ເຖິງລານວັດເຊິ່ງມີຂັ້ນໄດຂະໜາດໃຫຍ່, ຮາວຂັ້ນໄດເຮັດເປັນຮູບນາກກ້ຽວຄົດໂຄ້ງໄປ ມາຈົນຮອດຫາງແລ້ວຍໍຄໍຕັ້ງຫົວຂຶ້ນໃນລັກສະນະທີ່ເປັນຕາຢ້ານທີ່ສຸດ. ເສົາລະບຽງ ອ້ອມໆນັ້ນສະງ່າງາມ, ເບົາບາງບໍ່ມີອາຄານແຕ່ ເຕັມໄປດ້ວຍເຄືອໄມ້ຮາກ ໄມ້ຫຸ້ມປົກ... ເສົາເຫຼົ່ານັ້ນຍັງມີຮ່ອງຮອຍສີທອງເຫຼືອງໃຫ້ເຫັນຢູ່. ປະຕູທາງໜ້າທັງສາມດ້ານແລະຂອບໜ້າ ປະຕູກໍປະດັບດ້ວຍ ລວດລາຍສີທອງ, ຫລັງຄາແມ່ນເພພັງລົງໝົດແລ້ວ. ບໍ່ເຫຼືອຫຍັງໃຫ້ເຫັນ. ມີພຣະພຸດທະຮູບ ອົງໃຫຍ່ອົງໜຶ່ງປະດິດສະຖານຢູ່ໃນວັດ ໂດຍຕາກແດດ, ຝົນລົມຟ້າອາກາດໄປວັນໆ..  
ວັດພຣະແກ້ວໃນສະໄໝການສໍາຫຼວດຂອງຝຣັ່ງ

ບົດຄວາມຂອງຜູ້ຂຽນ:
ຈາກບົດບັນທຶກ ຂອງຊາວຝຣັ່ງເສດ ຂ້າງເທິງສະແດງ ໃຫ້ເຫັນຄວາມ ຮຸ່ງເຮືອງ ຂອງວຽງຈັນທີ ເຕັມ ໄປດ້ວຍວັດວາ ອາຮາມ, ປຸສະນິຍະສະຖານອັນ ເກົ່າແກ່ ທີ່ສ້າງແບບ ສິລະປະລ້ານຊ້າງ ທີ່ມີການປານິດຢ່າງງົດງາມ.

ແຕ່ອັນເປັນໜ້າເສຍດາຍ ທີ່ຄົນລາວເຮົາຕ້ອງມາເສຍ ສິ່ງເຫຼົ່ານີ້ໄປຍ້ອນຫຼາຍເຫດການ ແລະຫຼາຍປັດໄຈ ທາງພາຍໃນແລະນອກທີ່ ທຸກຄົນອາດຮູ້ກັນດີຢູ່ແລ້ວ. ສ່ວນຜູ້ຂຽນຂໍເພິ່ມບົດຄວາມ ວິເຄາະໃນ ແງ່ຈຸດອ່ອນຂອງການສ້າງເມືອງວຽງຈັນຂຶ້ນໃໝ່ ພາຍຫລັງທີ່ຝຣັ່ງເສດ ເຂົ້າມາປົກຄອງລາວ, ເມືອງວຽງຈັນໃນຕອນນັ້ນຍັງ ເປັນເມືອງຮ້າງຢູ່. ແຕ່ເມື່ອຄົນລາວເຫັນວ່າຝຣັ່ງເຂົ້າມາປົກຄອງ ລາວໂດຍປົດແອກເປັນທາດ ອອກຈາກສຍາມແລ້ວ, ກໍເລີຍພາກັນເລີ່ມອົບພະຍົບ ຍັບຍ້າຍເຂົ້າມາສ້າງວຽງຈັນຄືນໃໝ່. ກຸ່ມຄົນທີ່ຍົກຍ້າຍເຂົາມານັ້ນ ແ່ມ່ນມີຫຼາຍກຸ່ມທີ່ແຕກຕ່າງກັນ, ບາງກຸ່ມກໍເປັນຄົນລາວທີ່ໜີຈາກສົງ ຄາມໄປຢູ່ປ່າຢູ່ເຂົາແລ້ວກັບເຂົ້າມາຄືນ, ບາງກຸ່ມກໍລັກຍ້າຍມາຈາກຫົວເມືອງອື່ນໆຂອງພາກອີສານເພື່ອກັບມາສ້າງວຽງຈັນຄືນ ພາຍໃຕ້ການປົກຄອງຂອງຝຣັ່ງເສດ. ເມື່ອຝຣັ່ງເສດເຫັນຄວາມສໍາຄັນຂອງເມືອງວຽງຈັນ ຕໍ່ກັບຄົນລາວຫຼາຍກໍເລີຍນໍາພາສ້າງເມືອງດັ່ງກ່າວ ນີ້ຂຶ້ນໃໝ່ໂດຍອອກແບບຜັງ ເມືອງຕາມຝຣັ່ງເສດ. ເຊິ່ງຈະຕ້ອງມີເສັນທາງໃຫຍ່
(boulevard) ເປັນຖະໜົນຫຼັກ ຜ່າໃຈກາງເມືອງຄ້າຍຄືເມືອງປາລີ. ຫລັງຈາກນັ້ນກໍມີເສັນທາງເລັກນ້ອຍຕັດ ແຍກຈາກເສັນທາງຫຼັກຕໍ່ໆກັນໄປ. ແຕ່ການວາງແຜນຜັງສ້າງເມືອງຂອງຝຣັ່ງ ບໍ່ເຄີຍໃສ່ໃຈກັບການຮັກສາບູຮານສະຖານເປັນ ຕົ້ນເຂດພະລາຊະວັງ ເກົ່າທີ່ເພມ້າງຢູ່ນັ້ນເລີຍ. ບໍ່ວ່າ ຜູ້ນໍາລາວຕອນນັ້ນຫຼືຝຣັ່ງກໍດີ ແທນທີ່ຊິມີແນວຄິດຮັກສາສິ່ງເຫຼົ່ານັ້ນ, ເປັນຕົ້ນກໍາແພງເມືອງໃນ ຫລືກໍາແພງພະລາຊະວັງ, ຕາມບົດບັນທຶກຂ້າງເທິງກໍາແພງດັ່ງກ່າວ ກໍຍັງພໍມີໃຫ້ເຫັນເປັນຮ່ອງຮອຍ.  ອາຄານບາງອາຄານກໍຍັງເຫຼືອຢູ່, ພຽງແຕ່ເປັນອາຄານຮ້າງແລະຂາດການບົວລະບັດ.  ແຕ່ຝຣັ່ງເສດແລະລາວເຮົາສະໄໝນັ້ນພາກັນຍົກຮື້ສະຖານທີ່ ບູຮານດັ່ງກ່າວນັ້ນຖິ້ມໝົດແລ້ວກໍພາກັນສ້າງທາງຫລວງໃສ່, ສ້າງອາຄານແບບ ຝຣັ່ງເສດໃສ່, ເຊັ່ນຫໍຄໍາ ທີ່ເຮົາເຫັນປັດຈຸບັນ. ເມືອງວຽງຈັນກໍເລີຍຂາດຫຼັກຖານ ບູຮານອັນສໍາຄັນສ່ວນໜຶ່ງທາງດ້ານປະວັດສາດໄປຢ່າງໜ້າເສຍດາຍ. ປັດຈຸບັນສິ່ງທີ່ຜູກມັດເມືອງວຽງຈັນວ່າເຄີຍເປັນເມືອງບູຮານອັນເກົ່າແກ່ມາຫຼາຍ ຮ້ອຍປີພັນປີແລະ ເຄີຍຮຸ່ງເຮືອງມາກ່ອນນັ້ນ, ກໍເຫັນມີແຕ່ພຣະທາດຫຼວງ, ຫໍພຣະແກ້ວ, ແລະວັດສີສະເກດ. ອີກຮ້ອຍປີເມືອໜ້າສິ່ງເຫຼົ່ານີ້ບໍ່ຈັກວ່າຊິຍັງເຫຼືອໄວ້ໃຫ້ລູກຫຼານ ໄດ້ໂອ້ອວດເຖິງຄວາມ ຮຸ່ງເຮືອງຂອງເມືອງວຽງຈັນໃນອະດີດຕະການຫຼືບໍ່?

ຂໍ້ຄິດສ່ວນຕົວ:
ເມືອງຫຼວງພຣະບາງທີ່ບໍ່ເຄີຍຖືກທໍາລາຍຮ້າຍແຮງແບບວຽງຈັນ. ແຕ່ພະລາຊະວັງກໍຍັງຖືກຮື້ຖິ້ມແລ້ວສ້າງໃໝ່. ຄໍາຖາມທີ່ໜ້າສົນໃຈຄື: ຍ້ອນສາເຫດໃດ? ຫຼືວ່າພວກຫໍ້ເຂົາເຜົາພະລາດຊະວັງດັ່ງກ່າວຈົນສິ້ນຊາກແທ້ບໍ? ຫຼືວ່າຍ້ອນສາເຫດອື່ນກັນແທ້ ທີ່ບັນດານໃຈໃຫ້ຝຣັ່ງຮື້ພະລາດຊະວັງ ດັ່ງກ່າວນັ້ນຖິ້ມແລ້ວສ້າງອາຄານໃໝ່ ໃສ່ແທນ ໂດຍປານິດແບບຝຣັ່ງປົນລາວ.

ອະນາຈັກລ້ານຊ້າງທີ່ອ່ານໃນປື້ມປະວັດສາດບອກວ່າ ເຄີຍຮຸ່ງເຮືອງ, ເຄີຍຍິ່ງໃຫຍ່ມາກ່ອນ. ຍົກທັບໄປຕີເອົາເມືອງນັ້ນເມືອງນີ້.  ແລະລາຊະວົງຂຸນບູຣົມກໍ ບໍ່ແມ່ນເປັນ ລາຊະວົງທີ່ເກີດໃໝ່ວ່າງສອງສາມຮ້ອຍປີມານີ້, ແຕ່ເປັນລາຊະວົງທີ່ ສືບເຊື່ອສາຍກັນມາແຕ່ບູຮານນະການເປັນພັນໆປີ. ຂຸນລໍເຄີຍຍົກທັບຕີເມືອງຊວາແລ້ວ ຂຶນຄອງເມືອງໃນ ສັດຕະວັດ 8-9.  ແລະຕໍ່ມາພະຍາດຕິວົງຂອງພະອົງກໍປົກຄອງ ເມືອງດັ່ງກ່າວນັ້ນມາຕະຫຼອດໂດຍບໍ່ຂາດສາຍ.  ຖ້ານັບນີ້ວມືບໍ່ຜິດກໍປະມານ
1,100-1,200 ປີມາແລ້ວ. ເຫດໃດເຮົາຈຶ່ງມີແຕ່ພະລາຊະວັງທີ່ຝຣັ່ງເສດສ້າງໃຫ້? 


ປສ ປັນຍາສິນ 2015

No comments:

Post a Comment