ກາບປູ່ສອນຫຼານ



ກາບປູ່ສອນຫຼານ
ບົດທີ່ ໑
ນະໂມນະມາ         ວັນທາຂາບໄຫວ້
ຍອດໄທ້ນາໂຖ       ພິນໂຍປາງກ່ອນ
ເຫັນບ່ອນນິທານ      ຂໍວອນວານໄຫວ້
ຂໍໃຫ້ໄດ້ປັນຍາ       ເມດຕາແຜ່ກວ້າງ
ເຫມືອນສ້າງສຳເພົາ    ເອົາໄປຂີ່ຂ້າມ
ນຳ້ໃຫຽ່ຄົງຄາ        ເພຕາຍາວຍ່ານ
ຂ້າມຜ່ານສມຸດ       ສຸດຂອບຊົມພູ
ອີດູເມືອງໂລກ        ເຫັນຄົນທຸກໂສກ
ໄປດ້ວຍໂມຫາ      ໂລພາມັກມາກ
ຢາກໄດ້ແວນຫຼາຍ     ຢາກໃຫຽ່ກວ່າເພືື່ອນ
ຢາກເລື່ອນຂົ່ມເຫັງ    ເຕັງຄົນຜູ້ນ້ອຍ
ພາຍຊ້ອຍສວ້ຍຮອມ   ຜູ້ຂ້າຊອມເຫັນ
ມີໃຈອີດູ            ອຸດສູພາຍຫນ້າ
ຜູ້ຂ້າຊື່ວ່າ           ພຸທໂຄສາ
ອາຈານນັກປາດ      ສລາດເຫັນຄອງ
ຫມົ່ນຫມອງພາຍຫນ້າ ຈຶ່ງກ່າວກາບກ້າ
ໄວ້ຖ້າສອນຫຼານ      ນິທານບ້ານນອກ
ຕ້ານບອກຄຳພີ       ທີຄະນິກາຍ
ບອກຫຼາຍນິເທດ      ໃນເຂດສົງສານ
ຝູງລູກຫຼານ          ຈື່ຈຳເອົາໄວ້
ໃຜຈື່ໄດ້            ເມືອຫນ້າຍ່ອມຍືນ
ຫຼົວແລະຟືນ         ຢ່າເອົາຮອງນັ່ງ
ເຊື້ອນັ່ງຕຳ່         ຢ່າໄດ້ນັ່ງສູງ
ເຊື້ອລູງຕາ          ໃຫ້ຢຳປານແກ້ວ
ປູ່ສັ່ງແລ້ວ           ຫຼານຫຼ້າຈື່ຈຳ
ທຳເປັນຂຸນ          ໃຫ້ມີໃຈກວ້າງ
ຢ່າອວດອ້າງ         ຄວາມຮູ້ບໍ່ຖາມ
ຄວາມໃດງາມ        ຖາມຂຸນຜູ້ຮູ້
ມັັກຫຼິ້ນຊູ້            ໃຫ້ຖາມດອມເມັຽ
ມັກເປັນເພັຽ         ໃຫ້ຖາມພີ່ນ້ອງ
ໃຈໃສສ່ອງ          ກັນແລ້ວຈຶ່ງໄປ
ໄມ້ລຳດຽວ          ລ້ອມຮົ້ວບໍ່ໄຂວ່
ໄພ່ບໍ່ພ້ອມ           ແປງບ້ານບໍ່ເຮືອງ
ເພິ່ນເຫັນໂຕ         ຢ່າອຳເຊີງໄວ້
ບາດໂທດຕ້ອງ       ມັນປີ້ນໃສ່ໂຕ
ໃຈພາໂລ           ຢ່າຫາມາປຽບ
ຢ່າທຽບແທ້          ຝູງນັ້ນບໍ່ດີ
ຂ້າລັກຫນີ           ຢ່າເອົາຫຼາຍເທື່ອ
ງ້ວນກິນເບື່ອ         ຢ່າໄວ້ໃນເຮືອນ
ຄົນໃຈເບືອນ         ຢ່າເປັນພີ່ນ້ອງ
ມັນຈັກເປັນລ້ອງຄ້ອງ   ຄືກ່ຽວສອງຄົມ
ນຳ້ເຕັມໃຫ         ມອດໄຟບໍ່ໄດ້
ເພິ່ນນັ່ງໃຫ້          ໂຕຢ່ານັ່ງຫົວ
ການຈຳຕົວ          ຫາໃຜບໍ່ໄດ້
ຝູງເພື່ອນໄກ້         ເຂົາບໍ່ມີກົວ
ເມັຽກັບຜົວ          ຢ່າທຳໃຈເຊື່ອ
ບາດລາງເທື່ອ        ມັນເບື່ອມັນຊັງ
ຄວາມໂມຫັງ         ມັນມາແລ່ນຕ້ອງ
ພີ່ແລະນ້ອງ          ບໍ່ແມ່ນໃຈດຽວ
ເພິ່ນທຽວຫາ         ຢ່າໄດ້ຂຽວຄຳ້
ໄປທາງຕຳ້         ໃນປ່າດົງຫຼວງ
ເຂົາຄວາຍໂງງ       ຢ່າເຮັດດ້າມພ້າ
ທັງສາດຄ້າ          ຢ່າໄດ້ປູເຮືອນ
ຄົນໃຈເບືອນ         ຢ່າເອົາເປົນມິດ
ທຸຈຣິດ             ມີສີ່ສາມອັນ
ອັສຈັນ             ປັນຍາຖ້ວນຫນ້າ
ຄັນຟັນຂວານ        ໃຫ້ຫຼຽວເບິ່ງຟ້າ ປູ່ເນີຫຼານເຮີຍ !
ຄັນຍິງຫນ້າ          ໃຫ້ຫຼຽວເບິ່ງປາຍປືນ ປູເນີຫຼານເຮີຍ !
ເຖິງສາລາ           ຢ່າຈາເມັຽທ່ານ
ຄວາມຮູ້ນ້ອຍ        ຢ່າຜ່ານຄອງເມືອງ
ຜົວເພິ່ນຍັງ          ຢ່າຂານເປັນຊູ້
ໃຜຂານສູ້           ລົງສູ່ອຸບາຍ
ຕາຍເກີດມາ         ເປັນເວນບໍ່ແລ້ວ
ປູ່ສັ່ງແລ້ວ           ຫຼານຫຼ້າຈື່ຈຳ
ທຳອັນໃດ           ໃສ່ໃຈອັນນັ້ນ
ຊູ້ເຂັ່ຽຂ້າງ           ພັນຊັ້ນຢ່າຫຼຽວ
ທຽວທາງໄກ         ຫຼຽວຫຼັງຫຼຽວຫນ້າ
ຄຶດສູ່ຊັ້ນ            ດີແລ້ວຈຶ່ງນອນ
ຫົວຮຽງຫມອນ ຢ່າວອນຫາຊູ້
ຄຶດຮຸ່ງຣູ້            ຄຳປູ່ສັ່ງສອນ
ນອນຍາມຫນາວ      ກອດສາວເພິງກຽດ
ເພິ່ນຄຽດແລ້ວ        ຢ່າໄດ້ກ່າວໄຍ
ໄຟລາມໄຫມ້         ຢ່າເອົາຝອຍອ່ອຍ
ຊ້າງເພິ່ນຍ້ອຍ        ໃຫ້ຫຼີກແຕ່ໄກ
ສຽງສະໄນ          ດັງກວ່າສຽງຄ້ອງ
ຄຶດບໍ່ຖ້ອງ           ໃຫ້ຫມັ່ນພຽນຖາມ
ຄວາມມົວຫມອງ      ຢ່າຖາມຜູ້ຄຽດ
ກົບຂຽດຮ້ອງ         ຕ້ອງຫົວໃຈງູ
ສາວຊູຊາຍ          ເສັຽດາຍແຕ່ຕ້າງ
ເປັນແມ່ຮ້າງ         ເຂົາຈຶ່ງຖາມຫາ
ຄວາມໄກຕາ         ຟັງດູໃຫ້ຖີ່
ຄຶດພຸ້ນພີ້            ບໍ່ແມ່ນຄວາມດຽວ
ທຽວສົງສານ         ມັນວຽນວົນຄອບ
ຮອກໄຕ່ໄມ້          ລີງເຕັ້ນໄຕ່ຂອນ
ຈອນພອນໄຕ່ຮົ້ວ      ຫມີເຫມັ້ນບໍ່ຕີງ
ລີງໂຕນຫນີ          ຊະນີຮຳ້ຮ້ອງ
ເຕາະຕ່ອຍຕ້ອງ       ຫນີຂຶ້ນເມືອພູ
ຂອງສັດຕູ           ໃຫ້ດູປານແກ້ວ
ຄວາມຫມູ່ນີ້         ແລ້ວດ້ວຍປັນຍາ
ຮັກເມັຽໂຕ          ໃຫ້ຮັກລູງຕາ
ຮັກນາໂຕ           ໃຫ້ຮັກພໍ່ບ້ານ
ໃກ້ຫົວລ້ານ          ຢ່າດ່ານົກກະຊຸມ
ເພິ່ນຫຸມໂຕ          ຢ່າໂງທາງຕ່າງ
ຍ່າງກາງບ້ານ        ຢ່າຄາດເຄື່ອງຫຼາຍ
ກາຍພຣະສົງ         ຍໍມືນົບໄຫວ້
ຄ້ຽວຫມາກແລ້ວ      ເອົານວດມາສີ
ໄດ້ເມັຽດີ            ປານໄດ້ແກ້ວຄູນລ່າງ
ໄດ້ເມັຽຜູ້ປາກຊ່າງ     ປານໄດ້ແກ້ວຄູນເຮືອນ
ໄດ້ເມັຽຜູ້ບິດເບືອນ     ປານກຸມຫມູໃນຄອກ
ໄດ້ເມັຽຜູ້ປາກຟອກ    ປານແກ່ໄມ້ທາງປາຍ
ເປັນຄົນຊາຍ         ຢ່າສຸຂາຍໂຂ່ຍ
ຢ່າໄດ້ເຮັດໂຈ່ຍໂລ່ຍ   ຄືຂ້າຂາຍໂສນ
ຢ່າໄດ້ເຮັດໂຊມໂງມ   ຄືຄົນຜີບ້າ
ຢ່າໄດ້ເຮັດງີ້ງ້າ ຄືຂ້າຫຼົງທາງ
ເຖິງຍາມຄ່ຳ         ຢ່າສຸນັ່ງຫົນທາງ
ເດິກທ່ຽງຄືນ         ຢ່າສຸທ່ຽວບ້ານ
ເຂົ້າເຖື່ອນກວ້າງ      ລ້ຽງຫມູ່ຫມູຫມາ
ຕົກຫມູ່ຂຸນ          ຊ່ອຍຂຸນລ້ຽງມ້າ
ຕົກຫມູ່ຂ້າ           ຊ່ອຍຂ້າພາຍໂຊນ
ຕົກຫມູ່ໂຈນ         ຊ່ອຍຫາມໃຫເຫຼົ້າ ປູ່ເນີຫຼານເຮີຍ !
ເປັນຄົນນີ້           ປຽບນົກເຈົ່າງອຍຫນອງ
ຢ່າປຸນປອງ          ນົກຍາງຂາວລ້ວນ
ບາດແກ່ຖ້ວນ        ມັນບໍ່ມີເລີງ
ເກີດເປັນຄົນ         ຮໍ່າເພີງໃຫ້ຖ້ອງ
ເປັນດັ່ງຈ້ອງ         ຫຸບແລ້ວແດດມາ
ເປັນຄົນໃນໂລກາ     ຢ່າທຽມຕົ້ນເດື່ອ
ມີຫມາກເຮື່ອ         ຢູ່ທີ່ແຄມຊົນ
ມັນມີຜົນ            ສຸກແດງເຮືອງເຮື່ອ
ບໍ່ຫາເມື່ອ           ມັນບໍ່ຫາຍາມ
ຄົນທຽວທາງ         ເຫັນໄກຍິນຢາກ
ບາຍໃສ່ປາກ         ມັນບໍ່ມີຫວານ
ສົ້ມບໍ່ຫວານ         ຄາຊາມເຮືອງເຮື່ອ
ຫມາກເດື່ອນັ້ນ ດູອາດດົກຫນາ
ແມງມີ່ມາ           ເກີດໃສ່ເຫຼືອລົ້ນ
ສຸກແຕ່ຕົ້ນ           ເຖິງເທົ້າຮອດປາຍ
ເປັນຄົນຊາຍ         ຮ່ຳເພີງໃຫ້ຖີ່
ຢ່າໄດ້ເຮັດສັ້ນໆ      ຈຳຈັ້ນບໍ່ດີ
ອັນບໍ່ດີ             ມີສາມສີ່ຫ້າ
ມີເຮືອນບໍ່ມີຝາ ກໍບໍ່ດີຫນຶ່ງ
ມີນາບໍ່ມີຮ່ອງ         ນັ້ນກໍບໍ່ດີຫນຶ່ງ
ມີປ່ອງບໍ່ມີຝາອັດ      ນັ້ນກໍບໍ່ດີຫນຶ່ງ
ມີວັດບໍ່ມີສົງ          ນັ້ນກໍບໍ່ດີຫນຶ່ງ
ມີຖົງບໍ່ມີບ່ອນຫ້ອຍ    ນັ້ນກໍບໍ່ດີຫນຶ່ງ
ແຄນດວງດຽວຫມໍລຳພໍຮ້ອຍ    ນັ້ນກໍບໍ່ດີຫນຶ່ງ
ຂ້ອຍຜູ້ດຽວ ເຈົ້າເຮືອນສິບຄົນ ນັ້ນກໍບໍ່ດີຫນຶ່ງ
ເຮືອລຳດຽວໄປໃສຫມົດບ້ານ   ນັ້ນກໍບໍ່ດີຫນຶ່ງ
ຢ້ານຜອກພົ້ນ ມາແລ່ນຊູນຕໍ   ນັ້ນກໍບໍ່ດີຫນຶ່ງ
ເພິ່ນບໍ່ຂໍ ໂຕເຫຼົ່າມາໃຫ້       ນັ້ນກໍບໍ່ດີຫນຶ່ງ
ບາດໃຫ້ແລ້ວ ຄ້າງຢູ່ເອີມເຍີ່ມ ນັ້ນກໍບໍ່ດີຫນຶ່ງ
ອັນຖ່ອຍຮ້າຍ                    ມີຫ້າສີ່ສາມ
ເພິ່ນບໍ່ເອີ້ນ    ໂຕຫາກຂານ         ນັ້ນກໍຖ່ອຍຫນຶ່ງ
ເພິ່ນບໍ່ວານ    ໂຕຫາກຊ່ອຍ        ນັ້ນກໍຖ່ອຍຫນຶ່ງ
ເພິ່ນບໍ່ໃຫ້     ໂຕຊຳ້ລັກເອົາ             ນັ້ນກໍຖ່ອຍຫນຶ່ງ
ບ່ອນໂຕເຊົາ   ພາໂລຂີ້ໃສ່          ນັ້ນກໍຖ່ອຍຫນຶ່ງ
ຕື່ນມື້ເຊົ້າ     ຂີ້ໃສ່ທາງຫຼວງ ນັ້ນກໍຖ່ອຍຫນຶ່ງ
ເວົ້າຕຶກຕວງ   ວ່າເພິ່ນເປັນຮ້າຍ      ນັ້ນກໍຖ່ອຍຫນຶ່ງ
ຍ້າຍຄວາມເວົ້າ ຍໍຍ້ອງແຕ່ໂຕ        ນັ້ນກໍຖ່ອຍຫນຶ່ງ
ເວົ້າໂມໂຫ    ຍົກໂຕແຫມຂຶ້ນ       ນັ້ນກໍຖ່ອຍຫນຶ່ງ
ໂຕຜູ້ຕຳ່           ເວົ້າຈູງຜູ້ສູງ
ບາດໂຕຈູງ          ມັນຊຳ້ບໍ່ແລ່ນ ນັ້ນກໍຖ່ອຍຫນຶ່ງ
ໂຮມເຂົ້າກັນ         ມີສາມສີ່ຫ້າ
ທ້າວກຳ່ພ້າ         ຫຼານຫຼ້າສີ່ຊາຍ
ອະທິບາຍ           ຄຳສອນກູປູ່
ໃຫ້ຮູ້ຮີດ            ຄອງຢູ່ຄອງກິນ
ຫລອນເປັນຄົນ       ເປັນຂຸນກັບເຈົ້າ
ເຮືອລຳນ້ອຍ         ແຮງຮົ່ວແຮງເຕັມ
ເກືອໃສ່ໃນ          ແຮງເຄັມແຮງຈືດ
ລາງເທື່ອມືດ         ລາງເທື່ອສ່ອງແສງ
ນຳ້ບົກແຫ້ງ         ມົດໄດ້ກິນປາ
ນຳ້ມາກມາ         ປາໄດ້ກິນມົດ
ກົດເຂົ້າຫັ້ນ          ມີຫ້າສີ່ສາມ
ຝູງນົງຮາມ          ຈື່ຈຳເມືອຫນ້າ
ເປັນກຳ່ພ້າ         ຢ່າໃຫ້ເພິ່ນຊັງ
ປຸກເຄຫັງ           ຢ່າໃຫ້ໃກ້ກວ້ານ
ປຸກເຮືອນຮ້ານ        ຢ່າໃກ້ທາງຫຼວງ
ບ່ອນໃດຂວງ         ຢ່າໄດ້ໄປຕ້ອງ
ຮັກພີ່ນ້ອງ           ຝູງຫມູ່ວົງສາ
ຮັກລູງຕາ           ອາອາວເຊື້ອໂຄດ
ເສື້ອຜ້າຫົ່ມ          ຢ່າເລີກຈາກຄີງ
ໄດ້ເມັຽຜູ້ດີ           ປານສົບໄຖຂາງ
ເມັຽເປັນນາງ         ຜົວຫົ່ມຜ້າໄຫມ່
ນາແຮ່ງໃຫຍ່         ກ້າຊຳ້ແຮ່ງເຫຼືອ
ໄດ້ເມັຽບໍ່ດີ           ປານສົບໄຖເຫຼັກ
ເມັຽປາກເກັກໆ       ຜົວນຸ່ງຜ້າພ້ອຍ
ນາແຮ່ງນ້ອຍ         ກ້າຊຳ້ບໍ່ພໍ
ໄປຂໍກິນ            ຊູ່ວັນເພິ່ນເວົ້າ
ເມັຽເຂົ້າບ້ານ         ຫມາເຫົ່າແຊວໆ
ເມັຽວອນຢ່າຍິນ       ເຮັດກິນຢ່າຄ້ານ
ຄັນເຂົ້າບ້ານ         ຢ່າຕ້ານຄວາມອາຍ
ເປັນຄົນຊາຍ         ຢ່າສຸຄຶດໃກ້
ເປັນບ່ອນໄດ້         ຢ່າໃຫ້ເສັຽຄຸນ
ເພິ່ນທຳບຸນ          ໂຕຢ່າທຳບາບ
ໄປອາບນຳ້         ວັງໃຫຍ່ສີຂາ
ສະຫົວເສັຽ          ຫາຍຄຳໂສກເສົ້າ
ແລ້ວຈຶ່ງເວົ້າ         ຄຳບຸນຄຳທານ
ໃຫ້ລູກຫຼານ          ຈື່ຈຳເອົາໄວ້
ໃຜຜູ້ໄດ້            ໃຫ້ເວົ້າສືບໄປ
ເປັນຄົນໃນ          ໃຫ້ຮຽນຄວາມຮູ້້
ເຮັດສູ່ລູ່            ເຂົາບໍ່ມີຢຳ
ເຮັດຊຳງຳ           ເຂົາບໍ່ມີຢ້ານ
ໄປທຽ່ວບ້ານ         ໃຫ້ເບິ່ງຫົນທາງ
ຄົນຕາຟາງ          ໃຫ້ຫຼີກມັນກ່ອນ
ບ່ອນຜູ້ໃຫຍ່         ຢ່າໄດ້ໄປແທນ
ເພິ່ນຫວງແຫນ       ຢ່າໄດ້ໄປຕ້ອງ
ຂອງພີ່ນ້ອງ          ຢ່າໄດ້ໄປຂໍ
ບ່ອນບໍ່ພໍ            ມັນຮູ້ຜິດແຜກ
ເວົ້າແຫກບ້ານ        ມັນບໍ່ມີເຮືອງ
ເວົ້າແຫກເມືອງ       ມັນເປັນສູນເສົ້າ
ງາມແຕ່ເຂົ້າ         ເຮັດນາສອງເຫມືອງ
ແຕ່ລະເມືອງ         ມີເຈົ້າຜູ້ຫນຶ່ງ
ລຳ້ກວ່ານັ້ນ         ນ້ອຍຜ່ອນກັນລົງ
ເງິນເຕັມຖົງ          ຢ່າໄດ້ອວດອ້າງ
ຜູ້ເພິ່ນກວ້າງ         ມີມາກກວ່າໂຕ
ໃຈໂມໂຫ           ພາໂລມັກມາກ
ປາກໄປກ່ອນ         ມັນຮູ້ເປັນກັມ
ບໍ່ເຮັດນຳ           ມັນຮູ້ເປັນບາບ
ບໍ່ລາບພາບ          ເມືອຫນ້າເມື່ອຫຼັງ
ເພິນຊັງໂຕ          ຫມັ່ນທຽວໄປເວົ້າ
ບ້ານສູນເສົ້າ         ມີເຖົ້າຫຼາຍຄົນ
ຢູ່ຫຼາຍຄົນ           ມັນດີກວ່ານ້ອຍ
ເວົ້າຈ້ອຍຈັ້ນ         ມັນອຸ່ນມັນນັນ
ຢູ່ນຳກັນ            ມີຄຸນພັນສິ່ງ
ຄຸນຫນຶ່ງນັ້ນ         ຂ້າມນຳ້ພາຍເຮືອ
ຄຸນຫນຶ່ງນັ້ນ         ເຫັນເສືອເອີ້ນບອກ
ຄຸນຫນຶ່ງນັ້ນ         ຈົບເພດຄູບາ
ຄຸນຫນຶ່ງນັ້ນ         ຣາຊາຍົດໃຫຍ່
ຄຸນຫນຶ່ງນັ້ນ         ໄດ້ໄຕ່ຫົນທາງ
ຄຸນຫນຶ່ງນັ້ນ         ໄດ້ວາງຂອງຝາກ
ຄຸນຫນຶ່ງນັ້ນ         ໄດ້ປາກຢືມຂອງ
ຄຸນຫນຶ່ງນັ້ນ         ຜິປອງຂໍໄຂ່
ຄຸນຫນຶ່ງນັ້ນ         ໄດ້ໃຊ້ເບິ່ງຕາ
ປູ່ພະຍາ            ຈາແຕ່ພໍເວົ້າ
ເວົ້າຈ້ອຍຈັ້ນ         ບອກແຕ່ພໍຄຽງ
ອັນໃຫ້ພຽງ          ມີຄຸນພັນເສດ
ຕັ້ງສັງເກດ          ມັນຍືດຍາວໄກ

(ຈົບບົດທີ່ ໑ )

ບົດທີ່ ໒
ຕະໂຕຕັ້ງ           ຈາໄປບົດໃຫມ່
ຫຼານໃຫຍ່ແລ້ວ       ໃຫ້ຈື່ຄຳສອນ
ເປັນອາພອນ         ນິຄົມບ້ານນອກ
ຢູ່ຂອກເຂດ          ຄາວມື້ຄາວຄືນ
ຄຸນເຂົາມີ           ນຳກັນຮ້ອຍສິ່ງ
ຄຸນຫນຶ່ງນັ້ນ         ຝາກຊ້າງກັບຄວາຍ
ຄຸນຫນຶ່ງນັ້ນ         ໄປກາຍແວ່ຈອດ
ຄຸນຫນຶ່ງນັ້ນ         ຮອດແລ້ວຄຳ້ນອນ
ຄຸນຫນຶ່ງນັ້ນ         ໄປວອນຂໍເຂົ້າ
ຄຸນຫນຶ່ງນັ້ນ         ໄປເວົ້າຂໍເກືອ
ຄຸນຫນຶ່ງນັ້ນ         ຢືມເຮືອຂ້າມຟາກ
ຄຸນຫນຶ່ງນັ້ນ         ຢືມຊຳ້ທັງພາຍ
ບາດໂຕກາຍ         ເປັນທາງຫຼາຍເສັ້ນ
ເວັ້ນບໍ່ໄດ້           ຊຳ້ເລົ່າຄືນຖາມ
ເປັນຄວາມງາມ       ບອກທາງໃຫ້ຊື່
ຈື່ໄດ້ແລ້ວ           ຈຶ່ງໄດ້ໄຕ່ໄປ
ຕາມວິໄສ           ພາໂຕໄປຫນ້າ
ທ້າວກຳ່ພ້າ         ຫຼານຫຼ້າສີ່ຊາຍ
ອະທິບາຍ           ປູ່ສອນສັ່ງໄວ້
ຄຶດຊອກໃຊ້          ຈຶ່ງໄດ້ຈຶ່ງເຫັນ
ຕາເວັນເຢັນ         ຍາມແລງຕົກຕຳ່
ຕາເວັນຄຳ່         ໃຫ້ເຈົ້າໄຫວ້ວອນ
ດອກໄມ້ຊອນ        ທຽນຕາມຕິດໄຕ້
ນົບນອບໄຫວ້        ກົກໄມ້ເທິງຫົວ
ນົບຮອດຕົວ         ອິນພົມຢູ່ຟ້າ
ເທພດາຍ່ອມຫຍ້າ     ພູເຂົາ
ທັງຮົ່ມເງົາ          ບ່ອນໂຕເຊົາຢູ່
ນັບໃຫ້ຄູ່            ນາງທໍຣະນີ
ຄຸນເພິ່ນມີ           ອະນັນເຫຼືອລົ້ນ
ຂໍໃຫ້ພົ້ນ            ພາວະໂພຍໄພ
ສັດໂຕໃດ           ຫາກມາທຽວທ່ອງ
ໄວ້ໃນຫ້ອງ          ນາງທໍຣະນີ
ຝາກອິນຊີ           ປະໄວ້ມົ້ມຮຸ່ງ
ຕື່ນຮຸ່ງເຊົ້າ          ຫຸງເຂົ້າຫຸງປາ
ເອົາບູຊາ            ນົບຫາຄຸນແກ້ວ
ບູຊາແລ້ວ           ຈຶ່ງພ້ອມກັນກິນ
ເມື່ອຈັກໄປ          ໃຫ້ຍໍມືໄຫວ້
ລາຮົ່ມໄມ້           ນາງທໍຣະນີ
ຂໍໃຫ້ມີ             ຣິດທິແກ່ກ້າ
ເປັນດັ່ງພ້າ          ເຂັ່ນໃຫມ່ຄົມບາງ
ໄປຕາມທາງ         ຕາຫຼຽວແນວປ່າ
ຫຼຽວໄປຄວ່າ         ຄົບບ່ອນຂອງກິນ
ເກີດເທິງດິນ         ເຫັດຂາວດອກຫວ້ານ
ໄປເຖິງບ້ານ         ໃຫ້ຮ້ອງໃຫ້ຂໍ
ໃຫ້ຍໍມື             ຂຶ້ນມາເຖິງຄີ້ວ
ເຫັນເພິ່ນຫີ້ວ         ແມ່ນສິ່ງຂອງກິນ
ເພິ່ນຢູ່ດິນ           ໃຫ້ເຈົ້ານັ່ງເວົ້າ
ແມ່ນຜູ້ເຖົ້າ          ຄົນບຸນນັກປາດ
ຜູ້ສລາດ            ເພິ່ນໃຫ້ທານຫຼາຍ
ຜູ້ອິນັງ       ຄົນດາຍໃຫ້ນ້ອຍ
ເຈົ້າຢ່າຄ້ອຍ         ແຄງປາກແຄງໃຈ
ຂໍໄປໄກ            ຈັກໄດ້ໄປຫນ້າ
ພົບບາດຫຼ້າ          ແມ່ນຄົນຍິງສາວ
ສົມພໍພາວ           ພຽງໂຕເອີ້ນນ້ອງ
ຢູ່ໃນຫ້ອງ           ແກ່ພໍປະມານ
ໃຫ້ຫຼານເອີ້ນ         ແມ່ເຖົ້າຫົວນາຍ
ພົບຄົນຊາຍ         ຫົວຂາວຜົມຫງອກ
ປູ່ບອກໄວ້           ໃຫ້ເອີ້ນຫົວຕາ
ພົບພະຍາ           ໃຫ້ເອີ້ນຈອມເຈົ້າ
ຂໍທານເຂົ້າ          ໄປໃສ່ແລງງາຍ
ເຫັນຄົນຊາຍ         ຫິ້ວຫາຍຢ່າຊ້າ
ເຫັນເມືອຫນ້າ        ຂໍຂົບນົບກິນ
ຢ່າຖະວິນ           ລັກຫລອນເພື່ອນຄູ່
ໄປຮອດຫມູ່         ໃຫ້ສູ່ກັນກິນ
ຢ່ານິນທາ           ຕິຕຽນວິວາດ
ຢ່າອົງອາດ          ປະມາດຄົນຊາຍ
ມັນຫາກກາຍ        ເຫມືອນໂຕທຸກບ່ອນ
ຢ່າຜ່ອນຊຳ້         ຖືຕຳ້ຮອນລົງ
ຊາຍປະຈົງ          ບຸນຫຼາຍເຫຼືອມາກ
ບໍ່ຢາກປາກ          ເຫມືອນເຈົ້າເຕເມ
ຄົນສັບເພ           ຢ້ານມາມຟູເຟື້ອ
ເພິ່ນຫາກເຮື້ອ        ເຫັນຫມໍ້ນະຮົກ
ຢ້ານຄົນຕົກ          ອະນັນເຫຼືອລົ້ນ
ຢ້ານປາກພົ້ນ        ຍໍເພິ່ນຍໍໂຕ
ອຸປໂສ             ອຸປໄສໄວ້ກ່ອນ
ປູ່ຊິເວົ້າ             ບັ້ນບ່ອນມັນຮອມ
ໃຫ້ເຈົ້າຊອມ         ສັດງູຍາວຍິ່ງ
ບໍ່ມີຕິ່ງ       ມືຕີນບໍ່ມີ
ຄົວຄີໄປ            ມັນໄວປານມ້າ
ປູໄປຄ້າ            ມັນບໍ່ມີຫົວ
ມີແຕ່ຕົວ            ແບນຕີນໄປໄດ້
ນົກຈັບໄມ້           ແມ່ໄກ່ແມ່ກາ
ນົມບໍ່ມີ             ລ້ຽງລູກຍັງໃຫຍ່
ສັດຕູໃດ            ບໍ່ມີກະດູກ
ເອົາໄຍຜູກ          ເປັນຍຸ້ງຫໍ່ໂຕ
ໂພທິສັດ            ເກີດມາປາງກ່ອນ
ບໍ່ຫ່ອນອ້າງ          ອວດເວົ້າຍໍສູງ
ບຸນຫາກຈູງ          ໄປຫາຈຶ່ງໄດ້
ຕັ້ງທ່ຽງໄວ້          ມີສິນສີ່ຕົວ
ບໍ່ຂ້າສັດ            ມາກິນກັບເຂົ້າ
ຂອງມີເຈົ້າ          ບໍ່ໄດ້ຂົ່ມເຫັງ
ເມັຽຂອງເຂົາ         ບໍ່ໄດ້ຈັບຕ້ອງ
ບໍ່ກ່ຽວຂ້ອງ          ຄຳລ່າຍຕົວະພາງ
ສິນສີ່ຕົວ            ອັນນີ້ເປັນເຄົ້າ
ປູ່ຊິເວົ້າ             ສັກອອກໃນທັມ
ໃຫ້ລູກຫຼານ          ຈຳໄວ້ໃນອົກ
ຫມໍ້ນະຮົກ           ມັນຢູ່ໃນໃຈ
ຫມໍ້ໄຟແດງ          ມັນຢູ່ໃນປາກ
ຫມໍ້ທຸກຍາກ         ມັນຢູ່ໃນມື
ໃຜບໍ່ຖື       ປູ່ສອນສັ່ງໄວ້
ໃຜບໍ່ໄດ້            ກາບປູ່ສອນຫຼານ
ຢ້ານແຕ່ເປັນນິທານ    ຫມາລາປາງກ່ອນ
ເຂົາເກັບໄດ້          ລູກອ່ອນພັງພອນ
ເອົາມາສອນ         ໃນເຮືອນປາກກ້ຽງ
ເຂົາລ້ຽງໄວ້          ຊາລູກຄີງຕົນ
ສອງຜົວເມັຽ         ເດີນໄພປ່າກວ້າງ
ປະລູກໄວ້           ໃນອູ່ດອມພອນ
ງູເຫົ່າຫຼອນ          ເຂົ້າມາຂົບຕອດ
ພິດພຸ່ງຊອດ         ຫົວລວດເລີຍຕາຍ
ພັງພອນເຫັນ        ພາຍລຸນຂົບໄດ້
ຄາບໄປໄວ້          ຕໍ່ຫນ້າຄີໄຟ
ສອງຜົວເມັຽ         ເດີນໄພມາຮອດ
ພອນແລ່ນສອດ       ກ້ຽວແຂ່ງກ່ຽວຂາ
ໂລຫິຕາ            ແດງໄຫຼເຫຼືອປາກ
ລູກອ່ອນນ້ອຍ        ຕາຍຊາກພິດງູ
ເຂົາຄິດດູ           ພັງພອນຂົບລູກ
ຈັບຜູກໄດ້           ລວດຂ້າພອນຕາຍ
ຄວາມຈິບຫາຍ       ພາຍໂຕສອງເຫຼົ່າ
ແລ້ວຈຶ່ງເຫັນເຫົ່າຫ້ອມ ຕາຍຂອກຄີໄຟ
ກິນແຫນງໃຈ        ເສັຽພອນທັງລູກ
ຄວາມອັນນີ້          ມາຜູກສົງສານ
ໃຫ້ລູກຫຼານ          ຈື່ຈຳດີມາກ
ພາກຫນຶ່ງນັ້ນ        ເປັນດັ່ງມົດແດງ
ແຍງໄປໄວ          ຂອບດົ້ງວຽນຮອບ
ມັນຫາກຄອບ        ຂອງເກົ່າເລີງໆ
ເຖິງປີເດືອນ         ວັນຍາມເມື່ອຄອບ
ຕາເວັນຫຼອບ         ຕົກຕຳ່ພໍແລງ
ຫາຂອງແພງ         ອາຫານກັບເຂົ້າ
ພາກັນເຕົ້າ          ກິນເຂົ້າແລງເສັຽ
ຢ່າຊຳເຊັຽ           ໄປຫາການຫຼິ້ນ
ກິນເຂົ້າແລ້ວ         ຫາວຽກຫາການ
ຫຼານຜູ້ຍິງ           ຫາໄຫມຜູກຝ້າຍ
ຫຼານຜູ້ຊາຍ          ຈັກຕອກເຫຼົາຫວາຍ
ອັນເປັນສາຍ         ຝັ້ນເຊືອກຝັ້ນປໍ
ຢ່າອໍແອ            ຊໍແຊປາກເວົ້າ
ຝາເຮືອນເຈົ້າ        ມັນຢູ່ບັງຕາ
ຫຼຽວໄປມາ          ເດືອນດຳຄຳ່ມືດ
ປັກຕູຮົ້ວ            ຢ່າປືດຢ່າໄຂ
ຍໍໂຄນຄັດ           ໃສ່ໄລຕອກຫຼິ້ມ
ຢ້ານຄົນຖິ້ມ          ໄຟໃສ່ຫຼັງເຮືອນ
ຝາປັກຕູ            ໃນເຮືອນອັດແຈບ
ຢ່າງັບແງບ          ປ່ອງຢ້ຽມປ່ອງລົມ
ເອົາໄລກົມ          ຄັດເສັຽໃຫ້ຫມັ້ນ
ເວົ້າຈຳ້ຈັ້ນ         ມັນຖືກສູ່ຄົນ
ເວົ້າຈຳຈົນ          ມັນເຖິງສູ່ຫນ້າ
ພົບບາດຫຼ້າ          ໂຕເວົ້າທານຂວັນ
ເຂົາຢືນຊັນ          ຟັງເອົາໃຫ້ໄດ້
ພະບາດໄທ້          ບ້ານໃຫຍ່ເມືອງຫຼວງ
ຄົນທັງປວງ          ໄປໂຮມເປົ່າເຈົ້າ
ເສນາເຄົ້າ           ເມືອງແສນເມືອງຈັນ
ໃຈເຂັ້ມຂັນ          ພະລັນເປັນແກ່ນ
ຄວາມແຜ່ເທົ້າ        ໂຮມອາດໂຮມຍາ
ແຕ່ງແປງຕາ         ເສນາຫຼາຍພວກ
ພວກຫນຶ່ງໄວ້        ຈອບດ້ານກາງເວັນ
ພວກຫນຶ່ງໄວ້        ຕະເວນກາງຄືນ
ພວກຫນຶ່ງໄວ້        ໄປຢືນໃຕ້ລ່າງ
ຝັງສຽງຕ່າງ          ລະຫັດຕີຕົນ
ເຈົ້າເປັນຄົນ         ໃຫ້ມີໃຈກວ້າງ
ເອົາຫູຫ້າງ          ຟັງບ້ານຟັງເມືອງ
ແສງໄຟເຮືອງ        ກະບອງຢ່າຂາດ
ເຮັດສຽງອາດ        ອະຮືອະແຮມ
ຄົນໄປແນມ          ເຫັນຄົນເຂົາຢ້ານ
ຄົນທ່ຽວບ້ານ         ເຂົາຢ້ານແລ່ນຫນີ
ເຂົ້າໄປເຮືອນ        ນອນມິດນອນມີ່
ຟັງສຽງປີ່           ສຽງແຄນອູດເອົ້າ
ພະບາດເຈົ້າ         ເພິ່ນເສບບັນນອນ
ເດິກອອນຊອນ       ພໍນອນຢູ່ແລ້ວ
ເຈົ້າກວາດແຜ້ວ       ມ້ຽນຜ້າຫຼາໄນ
ບ່ອນຄີໄຟ           ຢ່າໃຫ້ມັນຮົກ
ກວາດເຖົ່າປົກ        ດົ້ນໄຟປະໄວ້
ບາຍຖ້ວຍໄດ້         ຕັກເຂົ້າມ່າລົງ
ໃຫ້ເຈົ້າວ່າມະມະມູນຂຶ້ນ ອີ່ມລົ້ນເຫຼືອງາຍ
ເປັນຄົນຊາຍ         ໃຫ້ຮຽນເອົາໄວ້
ປູ່ຫາກໄດ້           ນຳເຈົ້າເສດຖີ
ສົມບັດມີ            ເງິນຄຳນັບໂກດ
ໂຊດບອກໃຫ້        ຫຼານແກ້ວຈື່ເອົາ
ເຂົ້າໄປນອນ         ໃຫ້ຍໍມຶນົບ
ຈົບເພດວ່າ          ພຸທທັງທັມມັງ
ສັງຄັງນັ້ນ           ແມ່ນແກ້ວທັງສາມ
ຜູ້ເພິ່ນງາມ          ອິນພົມຢູ່ຟ້າ
ທາງລຸ່ມຫຼ້າ          ນາງທໍຣະນີ
ຂໍຢ່າມີ       ໂພຍໄພມາຕ້ອງ
ນອນໃນຫ້ອງ        ສວັດສດີ
ມີສາດຫມອນ        ຫົວຊອນລົງແລ້ວ
ຕາຫນ່ວຍແກ້ວ       ປິ່ນຂຶ້ນເມືອເທິງ
ຄຶດຮຳ່ເພິງ         ບ່ອນສ້າງບ່ອນແປງ
ສົມພໍແຮງ           ພໍໂຕເຮັດໄດ້
ຄຶດຊອກໃຊ້          ຈຶ່ງໃຫ້ຫຼັບໄປ
ເທພດາ            ຕົນໃສວິເສດ
ຈົບເພດຫນ້າ         ສີ່ອົງລົງມາ
ຮັກສາທວານ        ເອົາລົມຊອນໄວ້
ຢ້ານໃຈຂາດ         ຫິວໄປວອຍໆ
ພອຍຮັກສາ         ໃນຂັນທັງຫ້າ
ຜ້າທິບອ່ອນ         ຈຸບບ່ອນຫົວໃຈ
ພາຍໃນຕົນ          ຫຼັບໄປສອດໆ
ຫຼັບໄປຮອດ         ເຖິງເທົ້າທ່ຽງຄືນ
ຕາຢາກມືນ          ມັນນອນບໍ່ຕື່ນ
ຊື່ນທັງຢາກ          ປາກວ່າພຸທໂທເຫັນໂຕມຶງແລ້ວ
ຕາຫນວ່ຍແກ້ວ       ຊຳ້ເລົ່າຫຼັບໄປ
ຕາມວິໄສ           ພາຍໂຕນອນແຊບ
ຫຼັບຈົມແຈບ         ໄປຮອດຂ້ອນຄືນ
ຕາມືນຕຶງ           ພິກຄີງປາກເວົ້າ
ຕື່ມຄວາມເຄົ້າ        ເຂົາວ່າທັມໂມເຫັນໂຕມຶງແລ້ວ
ຕາຫນ່ວຍແກ້ວ       ຊຳ້ເລົ່າຫຼັບໄປ
ຕາມວິໄສ           ເຖິງແຖໃກ້ຮຸ່ງ
ຕາມືນມຸ່ງ           ໄກ່ຂັນຫົວເມືອງ
ເຈົ້າລຸກເປືອງ        ນັ່ງຂຶ້ນແຕ່ງບ່ອນ
ເປັນໃຈອ່ອນ         ມັນຮູ້ຫາວນອນ
ຜ້າຫົ່ມຫມອນ        ມ້ວນດີພັບເຄິ່ງ
ທາງຕີນເຊີງ         ໃຫ້ລາກໄວ້ລຸ່ມ
ທຸກຊຸມຫມູ່          ເຈົ້າເທພດາ
ລາຂຶ້ນເມືອ          ໄຫວ້ທາດເກດແກ້ວ
ປັດຂວ່າງແຜ້ວ ພະທາດເຈດີ
ຮີດຄອງມີ           ເພິ່ນລະບໍ່ໄດ້

______________

ຄົນຜູ້ໃດ            ມັກນອນຕື່ນສວາຍ
ເທພດາ            ຫົນຫວາຍດ່າປ້ອຍ
ໃຫ້ສຸດຊ້ອຍ         ຕົກຕໍ່່າດຳລົງ
ປູ່ປະສົງ            ບອກຫຼານໃຫ້ຜ້ຽນ
ເຈົ້າຢ່າຮຽນ          ມັກນອນຕື່ນສວາຍ
ທັງຍິງຊາຍ          ຜູ້ໃຫຽ່ຜູ້ນ້ອຍ
ເພິ່ນຫາກປ້ອຍ ດັ່ງນັ້ນຊູ່ຄົນ
ອາຍຸຈົນ            ຂຶ້ນໄປສິບສີ່
ໃຫ້ນອນດີ           ຕື່ນເດິກລຸກເຊົ້າ
ອິນພົມເຈົ້າ          ເພິ່ນສັ່ງເພິ່ນສອນ
ເພິ່ນໃຫ້ພອນ        ອັນດີວິເສດ
ຕັ້ງສັງເກດ          ໄດ້ຮ້ອຍຊາວປີ
ເປັນເສດຖີ          ໃຫ້ມັ່ງມູນຂຶ້ນ
ລື່ນກວ່ານັ້ນ          ບຸນຄຳ້ແຕ່ຫຼັງ
ຟັງເອົາເຢີ           ຢ່າມັກນອນແທ້
ເຫັນເພິ່ນນອນ        ຢ່ານອນດັ່ງເພິ່ນ
ໃຫ້ນອນຕ່າງເພິ່ນ
ເຫັນເພິ່ນຫຼັບ         ຢ່າຫຼັບດັ່ງເພິ່ນ
ໃຫ້ຫຼັບຕ່າງເພິ່ນ
ເຫັນເພິ່ນຕີງ         ຢ່າຕີງດັ່ງເພິ່ນ
ໃຫ້ຕີງຕ່າງເພິ່ນ
ເັຫນເພິ່ນຕື່ນ        ຢ່າຕື່ນດັ່ງເພິ່ນ
ໃຫ້ຕື່ນຕ່າງເພິ່ນ
ຮຽນລຸກເຊົ້າ         ຫນຶ້ງເຂົ້າໃສ່ບາດ
ບູຊາອາດ           ຫາແກ້ວທັງສາມ
ໃນອາຮາມ          ສະຖານພະເຈົ້າ
ໃນເຄົ້າໄມ້           ຕົ້ນໃຫຽ່ໂພສີ
ໃນເຈດີ             ພະທາດແກ້ວກູ່
ໃນບ່ອນຢູ່           ເທິງຫົວໂຕນອນ
ລາງເທື່ອຫຼອນ ພໍ້ຄົນທັງໄຮ້
ເພິ່ນຂໍໄດ້           ເຈົ້າໃຫ້ທານໄປ
ຕາມວິໄສ           ຂອງໂຕມີນ້ອຍ
ແມ່ນສຸດຊ້ອຍ        ແມ່ນສາມະເນນ
ມະຫາເຖນ          ເຖຣາຕົນໃຫຽ່
ຫມູຫມາໄກ່          ເປັດກາເປັນເຄົ້າ
ໃຫ້ທານເຂົ້າ         ປະເສີດຫນັກຫນາ
ອຸປມາ             ດັ່ງຄົນທຸກໄຮ້
ໄດ້ໃຫ້ເຂົ້າ          ເປັນທານແກ່ກາ
ບໍຣິວານ            ມີມາພໍຮ້ອຍ
ເຈົ້າຍັງນ້ອຍ         ໃຫ້ຈື່ຈຳເອົາ
ເປັນສຳເນົາ          ໃນປູມພິກາດ
ຜູ້ສລາດ            ເພິ່ນແປງແຕ່ງມາ
ຫາຄຳສອນ          ໃສ່ໃຈຮຽນຮູ້
ປູ່ຫາກໄດ້           ແຕ່ສືບຕໍ່ມາ
ເປັນສັດຈາ          ຮົດຫອມຮ່ວງເຮົ້າ
ຫອມສິ່ງດອກຄັດເຄົ້າ   ກ້ານກ່ອງບົວທອງ
ຫອມສິ່ງດອກກາງຂອງ ຮັງຜາຍອມປ່າ
ຫອມສິ່ງຄົນຜ່າໄມ້     ທ່ອນແກ່ນຈັນແດງ
ເປັນຂອງແພງ        ເຈົ້າຂຸນນັກປາດ
ຜູ້ສລາດ            ເຫມືອນນຳ້ເຕັມໄຫ
ຍໍໄປມາ            ບໍ່ຕົກບໍ່ເຟືອດ
ເຕັມບໍ່ເຫືອດ         ເຫມືອນນຳ້ທະເລ
ຄົນເສເພ           ໄດ້ຄວາມແລນ້ອຍ
ໃຈຄຶດຄ້ອຍ          ປາກນັ້ນຜັນແປ
ຫົວໃຈໂກນ          ສິ່ງບັ້ງໄມ້ໄຜ່
ລົມພັດໃສ່           ໃບຫູອອກປາກ
ການທີ່ຍາກ          ໄດ້ເຝົ້າແຕ່ນາ
ໃຫ້ເຝົ້ານາ          ຈາຫາຮ້ອງເນື້ອ
ບໍ່ໃຊ່ເຊື້ອ           ນັກປາດໃສ່ຕົນ
ອັສຈັນ             ປູ່ສອນຫຼານນ້ອຍ
ຢ້ານຕຳ້ຄ້ອຍ       ທຳບາບທຳກັມ
ຢ້ານບໍ່ຢຳ           ໃນຄອງສິລຫ້າ
ໄປພາຍຫນ້າ         ທຳໂທດໃສ່ໂຕ
ເປັນໂມໂຫ          ບາບເວນບໍ່ຢ້ານ
ປູ່ຈັກຕ້ານ           ເມືອຫນ້າຕໍ່ໄປ
ໂທດປານາ          ຂ້າສັດບາບຮ້າຍ
ມັນຍັກຍ້າຍ          ກັດຂ້າກິນກັນ
ດັ່ງຍິງຫມັນ          ຂ້າລູກໃນທ້ອງ
ເປັນບາບຮ້າຍ        ເວນຕ້ອງເມື່ອລຸນ
ປູ່ຈັກປຸນ            ສອນຫຼານຈຳໄວ້
ປູ່ຫາກໄດ້           ໃນທັມບົດ
ປູ່ບໍ່ປົດ             ສືບດູຄົງພໍ້
ໃຈຄວາມຫຍໍ້        ໃນເຣື່ອງນິທານ











1 comment:

  1. ການໃຊ້ຕົວອັກສອນໃນແຕ່ລະພະຍາງ ດ້ວຍວິທີຂອງທ່ານນີ້ ອາດພາໃຫ້ຄວາມໝາຍຂອງຄຳສັບຈືດຈາງ …? ສະນັ້ນ ຈະໃຊ້ພາສາລາວ ລູງພູມີ ຫຼື ມະຫາ ສີລາ ກໍຂໍຢ່າໃຫ້ສັບສົນກັນ! ດ້ວຍຄວາມປາຖນາດີ ຯລຯ

    ReplyDelete