ວັດທະນະທໍາທົ່ງໄຫຫີນບູຮານນະການ
ໃຜເປັນຜູ້ສ້າງໄຫຫີນ?
ອີງຕາມນັກຄົ້ນຄວ້າ, ນັກມະນຸດວິດທະຍາ, ນັກບູຮານຄະດີ ແລະ ນັກປະຫວັດສາດ ຫລາຍທ່ານ ໄດ້ຄົ້ນຄວ້າແລະບັນທຶກຂໍ້ມູນໄວ້ວ່າ ຢູ່ຄົງເຂດອ້ອມແອ້ມແຖວພາກ ອາຊີຕາເວັນອອກສຽງໃຕ້ນັ້ນກໍຄືປະເທດລາວທີ່ຊຽງຂວາງ, ປະເທດໄທທີ່ ໂຄລາດພັດຕະພູມ ແລະ ອາຊີພາກກາງເຂດຕີນພູກັກຊາຣບໍລິເວນພາກເຫນືອ ຂອງປະເທດອິນເດຍ ໄດ້ມີການຄົ້ນພົບທົ່ງໄຫຫີນຫລືໄຫຫີນບູຮານປະມານ 400 ແຫ່ງ. ແລະຈຸດໃຫຍ່ຫລືເວົ້າໄດ້ວ່າຈຸດກາງຂອງທົ່ງໄຫຫີນດັ່ງກ່າວນັ້ນ ແມ່ນຢູ່ແຂວງຊຽງຂວາງ, ປະເທດລາວ. ຍັງມີຫລາຍທ່ານໃຫ້ການ ສັງເກດວ່າໄຫຫີນນັ້ນແມ່ນສ້າງຢາຍໄປ ຕາມເສັ້ນທາງ ແລກປ່ຽນສິນຄ້າເຂົ້າ ອອກລະວ່າງເມືອງຕໍ່ເມືອງຫລືຕໍ່ຊົນ ເຜົ່າຈາກຫົວເມືອງລາວບູຮານ ເຊື່ອມຕໍ່ໃສ່ອິນເດຍຜ່ານປະເທດໄທ.
ໄຫຫີນແມ່ນສ້າງຈາກຝຸ່ນທີ່ເປັນທາດຫີນຢູ່ໃຕ້ນໍ້າ (sedimentary rock), ຫີນຊາຍ, ຫີນສີເທົາ ຫລືຫີນ (granite), ແລະຫີນ ໂຄຣໍ (coral.) ບາງໄຫຈະມີຝາຫີນປົກ. ນໍ້າຫນັກຂອງໄຫ ຫີນນັ້ນຫນັກທີ່ສຸດປະມານ 13 ຫາ 14 ໂຕ່ນ. ຄວາມສູງ, ສູງສຸດປະມານ 360 ຊັງຕີແມັດ. ໄຫຫີນທີ່ໃຫຍ່ກວ່າຫມູ່ແມ່ນຢູ່ໃກ້ເມືອງໂພນສະຫວັນ ທີ່ຮຽກວ່າເຂດ 1ໃນນັ້ນມີປະມານ 250 ໄຫ.
ພີ່ນ້ອງຊາວລາວຄະມຸບາງກຸ່ມຖືວ່າ ທົ່ງໄຫຫີນເປັນວັດທະນະທໍາເກົ່າແກ່ຂອງຊາວຄະມຸ ແລະເຊື່ອຖືວ່າຜູ້ທີ່ສ້າງໄຫຫີນນັ້ນແມ່ນບັນພະບຸລຸດຜູ້ໃຫ້ກໍາເນີດຊາດເຂົາເຈົ້າເອງມີຊືວ່າ
ຊະແວກ, (ຂໍ້ມູນຈາກ ອາຈານ ແຟຣງ ໂພຣສຈັນໃນປື້ມ Khamu Verbal Art in America. ເປັນບົດຂຽນ ວິທະຍານິພົນ ປະລິນຍາເອກ ຫລື Ph.D dissertation ແຫ່ງມະຫາວິທະຍາໄລ ແທກສັດ (Texas) ທີ່ ອອສຕັນ (Austin) ໃນປີ
1989, ຫນ້າ 172.) ທ່ານ ພໍເລີວີ ນັກປະຫວັດສາດ
ອີກຄົນຫນຶ່ງໄດ້ໃຫ້ ຄວາມເຫັນກົງ ກັນຂ້າມອີກວ່າໄຫຫີນເກົ່າແກ່ນັ້ນເປັນ ວັດທະນະທໍາຂອງຊາວໄຕທີ່ເປັນ
ບັນພະບຸລຸດຂອງຊາວລາວພວນເພາະວ່າວັດທະນະທໍາໄຫຫີນດັ່ງກ່າວນັ້ນຫລື "megalith-ism" ຍັງມີຊົນເຜົ່າໄຕບາງຊົນເຜົ່ານໍາໃຊ້ກັນທຸກວັນນີ້, (ຂໍ້ມຸນ: Histoire du Laos, Paris, 1974, page 33.)
ຢູ່ໃນໄຫບາງໄຫໄດ້ມີການຄົ້ນພົບເຫັນ ຫລາຍຢ່າງເຊັ່ນ: ຈານຫີນນ້ອຍໆ, ຫມໍ້ດິນ, ບ້ວງທອງ ສໍາລິດ ແລະ ສໍາຄັນທີ່ສຸດຄືກະດູກຂອງມະນຸດ. ແຕ່ບໍ່ປະກົດຄົ້ນພົບເຫັນວັດຖຸເຫຼັກ, ດັ່ງນັນນັກຄົ້ນຄວ້າທີ່ກ່ຽວຂ້ອງ ຫລາຍທ່ານເປັນ ຕົ້ນນັກບູຮານຄະດີປັດຈຸບັນຈຶ່ງເຊື່ອວ່າໄຫຫີນ ນັ້ນແມ່ນສ້າງຂຶ້ນກ່ອນປີ 500BC. ສອງພັນກວ່າປີມາແລ້ວ. ນອກນັ້ນຍັງມີການສົມມຸດຖານແຕກຕ່າງ ກັນຫລາຍກໍລະນີຕໍ່ການອະທິບາຍກ່ຽວກັບ ຈຸດປະສົງຂອງໄຫຫີນດັ່ງກ່າວ, ພ້ອມມີການແກະຮຽບຮຽງພິທີທີ່ກ່ຽວຂ້ອງກັບໄຫຫີນ, ໃນນັ້ນ ທ່ານນາງມະດາລິນ ໂຄລານີ (Madelein Colani) ນັກທໍລະນີວິທະຍາ ແລະບູຮານຄະດີ ຈາກຝຣັ່ງເສດໄດ້ໃຫ້ ຄວາມແນະນໍາວ່າປະຫວັດຂອງໄຫຫີນທີ່ຫົວພັນອາດ ຕໍ່ເນື່ອງອອກ ມາຈາກລັດທິສາສນາສຸລິຍາ ເປັນການນັບຖືບູຊາພະອາທິດຫລືດວງຕາເວັນ. ພ້ອມນັ້ນທ່ານນາງ ໂຄລານີ ຍັງໃຫ້ການສັນນິຖານວ່າອາດເປັນສິ່ງຂອງສັນຍາລັກເຊື່ອມຕໍ່ລະວ່າງການມີຊີວິດແລະການເສຍຊີວິດ. ເປັນໄຫ ທີ່ກໍ່ສ້າງຂຶ້ນເພື່ອລະລຶກເຖີງຜູ້ຕາຍເປັນຕົ້ນຜູ້ນໍາຫລືຜູ້ທີ່ມີບົດບາດຕໍ່ສັງຄົມຫລືເປັນສະມາຊິກ ຄອບຄົວທີ່ມີຖານະ, ສາມາດກະທໍາພີທີຊາປານະກິດສົບຫລືພິທີສົ່ງສະການຢ່າງໃຫຍ່ຫລວງ ເຖີງກັບກໍ່ສ້າງໄຫຫີນເພື່ອເປັນທີລະລຶກພ້ອມເປັນບ່ອນຮັກສາສົບແລະສິ່ງຂອງປະດັບເອ້ຫລາຍ ຢ່າງເຊີ່ງບົ່ງບອກເຖີງຖານະແລະຄອບຄົວຂອງຜູ້ເສຍຊີວິດ.
ຫລັກຖານອ້າງອີງຕໍ່ບົດຄວາມທີ່ກ່າວມານັ້ນອາດຈະບໍ່ຫນັກແຫນ້ນແລະຈະແຈ້ງພໍປານໃດ, ແຕ່ນັກປະຫວັດສາດຫລາຍທ່ານແມ່ນເຫັນພ້ອມເປັນສຽງດຽວກັນວ່າກຸ່ມຄົນທີ່ກໍ່ສ້າງໄຫຫີນ ນັ້ນເປັນກຸ່ມຄົນ ທີ່ມີວັດທະນະທໍາສູງ, ເປັນສັງຄົມທີ່ຈະເລີນສີວິໄລຫລາຍດ້ານ. ສ່ວນຊົນເຜົ່າແລະພາສາ ຂອງກຸ່ມຄົນທີ່ສ້າງໄຫຫີນນັ້ນບໍ່ມີໃຜຮູ້ແທ້ແນ່ນອນ. ຮູ້ແຕ່ວ່າເປັນສັງຄົມທີ່ມີການປົກຄອງດ້ວຍການ ຈັດຕ້າງການເມືອງຄັກແນ່, ເປັນຊົນເຜົ່າກະຊິກອນ, ມີການແລກປ່ຽນສິນຄ້າ, ຈະເລີນໄປດ້ວຍປະເພນີແລະ ວິທີການຫລາຍຢ່າງ ເປັນຕົ້ນດ້ານການ ຫລໍ່ຫີນ.
ທຸກວັນນີ້ ນັກຄົ້ນຄວ້າສາກົນຫລາຍທ່ານຍັງໂຕ້ຖຽງກັນຕໍ່ເນື່ອງກ່ຽວກັບ ວັດທະນະທໍາໄຫຫີນ, ທ່ານ ພີເຕີ ແບວວຸດ ເຊື່ອວ່າອາດແມ່ນ ວັດທະນະທໍາບູຮານຂອງກຸ່ມຊົນເຜົ່າ ສົມຣົງເສນ (Somrong Sen) ທີ່ເຄີຍອາໃສຢູ່ຕາມລຸ່ມແມ່ນໍ້າຂອງເມື່ອສາມພັນປີກ່ອນ. ແຕ່ຫລາຍທ່ານບໍ່ເຫັນພ້ອມແລະ ໃຫ້ການສັນນິຖານກົງກັນຂ້າມວ່າອາດແມ່ນ ວັດທະນະທໍາຂອງ ຄົນບູຮານເຜົ່າຈາມ ທີ່ອາໃສຢູ່ຕາມແຄມທະເລພາກກາງຂອງວຽດນາມ. ຫລືບໍ່ດັ່ງນັ້ນ ກໍອາດຈະເປັນ ວັດທະນະທໍາຂອງເຜົ່າຂອມ ຫລືຄະມຸ.
ຂໍ້ສັນນິຖານສຸດທ້າຍແມ່ນກົງກັບ ນິຍາຍລາວບູຮານຫລືຄວາມເຊື່ອຖືຂອງລາວເຮົາທົ່ວໄປວ່າ ໄຫຫີນແມ່ນກໍ່ສ້າງຂຶ້ນດ້ວຍກຸ່ມຍັກຂອມບູຮານ(ຈາກນິທານທ້າວຂຸນເຈືອງ) ທີ່ມີ ວັດທະນະທໍາແລະ ອໍານາດຄອບຄອງຢູ່ເຂດຊຽງຂວາງນັ້ນມາກ່ອນຊົນເຜົ່າລາວພວນ ແລະເຜົ່າໄຕລາວເຮົາຫລາຍພັນປີທີ່ດຽວ.
ຄໍາຖາມທີ່ນັກຄົ້ນຄວ້າຫລາຍຄົນຍັງຂ້ອງໃຈເພື່ອຄົ້ນຄວ້າຫາຄໍາຕອບກໍຄື ເພາະເຫດໃດວັດທະນະທໍາ ທີ່ມີຄວາມຈະເລີນສີວິໄລ ເຊັ່ນວັດທະນະທໍາໄຫຫີນ ນັ້ນຈຶ່ງຫາຍສາບສູນຈາກໂລກນີ້ໄປໄດ້? ສາເຫດຍ້ອນການເມືອງ, ເສຖະກິດ ຫລື ສົງຄາມ? ຫລືວ່າສາເຫດການປ່ຽນແປງແນວຄິດຂອງ ການເຊື່ອຖືນັ້ນກໍ່ຄືຈາກການວິວັດຕາມທໍາມະຊາດຂອງມະນຸດ? ຫລື ຍ້ອນມີເຜົ່າອື່ນເຂົາແຊກແຊງ ເຊັ່ນເຜົ່າໄຕ ທີ່ເລີ່ມເຂົ້າມາຕັ້ງຖີ່ນຖານແລະ ເລີ່ມເຮືອງອໍານາດຄອບຄອງບໍລິເວນຊຽງຂວາງນັ້ນ ເລີ່ມແຕ່ສັດຕະວັດທີ່ຫນຶ່ງເປັນຕົ້ນມາ?
ບໍ່ວ່າຈະເປັນເພາະເຫດຜົນໃດກໍຕາມ, ເຮົາອາດບໍ່ມີວັນຄົ້ນພົບຄໍາຕອບທີ່ສົມບູນແບບ ໄດ້ຢ່າງແທ້ຈິງເພາະສ່ວນໃຫຍ່ຂອງຫລັກຖານບູຮານຄະດີດັ່ງກ່າວນັ້ນໄດ້ຫາຍສາບສູນ ໄປຈາກດິນແດນລາວເກຶືອບຫມົດແລ້ວ. ສາບສູນໄປກັບການເວລາ ແລະການຮຸກຮານ ທໍາລາຍ ຫລັກຖານຂໍ້ມູນຂອງກຸ່ມຄົນໄຮ້ມະນຸດສະທໍາບາງກຸ່ມທີ່ໃຊ້ອໍານາດລະເມີດສິດທີແລະຂອບເຂດ ດິນແດນຂອງຄົນອື່ນ. ເພາະສະນັ້ນຄໍາຖາມທີ່ວ່າໃຜເປັນຜູ້ກໍ່ສ້າງໄຫຫີນ? ໃຜເປັນຜູ້ກໍ່ເກີດ ອະລິຍະທໍາແລະວັດທະນະທໍາໄຫຫີນຂອງຊາວລາວຊຽງຂວາງດັ່ງກ່າວກໍສົມຄວນແລ້ວຈະຕ້ອງເປັນ ປິດສະໜາ ລຶກລັບສັບຊ້ອນຕໍ່ໄປ, ເພາະນັ້ນຄືຄວາມມະຫັດສະຈັນອັນແທ້ຈິງຂອງໄຫຫີນນັ້ນເອງ.

ປສ.
ໂພດລົງ:
ຫນອນລາວ 2011
ໃບລານ 2009
ຂໍ້ມູນ:
1. Lao Kingdom of Lan Xang: the
Rise and Decline by Stuart Fox 1998
2. Khamu Verbal Art in America.
Ph.D dissertation by Proschan,
Frank 1989.
3.
Histoire du Laos, Paul Levy 1974
No comments:
Post a Comment