ຄຳ ວ່າ ຈະ ຈາ ຄະ ບໍ່ແມ່ນມາຈາກ ພາສາ ໄທຍ, ແຕ່ແມ່ນມີກົກເຄົ້າອອກມາ ຈາກພາສາປາລີ. ເວົ້າເລື່ອງພາສາລາວແລະໄທຍ ທີ່ຢືມພາສາປາລີມາໃຊ້. ຫາກທຽບລະຫວ່າງການໃຊ້ພາສາປາລີໃນພາສາລາວແລະ ພາສາໄທຍພວກເຮົາຈະເຫັນໄດ້ວ່າ ໄທຍໃຊ້ຢ່າງຫລວງຫລາຍກວ່າ ລາວ ຈົນຫລາຍຄົນຄຶດວ່າຄຳເຫຼົ່ານັ້ນແມ່ນພາສາໄທຍ ທີ່ຈິງແລ້ວ ການທີ່ເຂົາໃຊ້ຫລວງຫລາຍນັ້ນກໍເພາະ ເຂົາຄຶດວ່າຄຳເຫຼົ່ານັ້ນສຸພາບ ອ່ອນໂຍນ ຍົກຕົວຢ່າງ: ແທນທີ່ຈະວ່າ ໝາ ເຂົາກໍວ່າ ສຸນັກ, ງົວ ກໍວ່າ ໂຄ ແລະ ນອກນັ້ນກໍເອົາຄຳຕໍ່ທ້າຍດັ່ງຄຳ ຈາ ກາ (ສອງຄຳນີ້ແມ່ນເປັນຄໍາປາລີ)ມາໝູນໃຊ້ຈົນ ເປັນ ຈະ ຄະ ເຖິງປັດຈຸບັນນີ້. ຄໍາວ່າ
ຈາ ກາ ເມື່ອກອນ ລາວເຮົາກໍໃຊ້ເຊັ່ນກັນ (ຖ້າທ່ານໃດໄດ້ອ່ານ ຫນັງສືນິທານລາວບູຮານມາກ່ອນເປັນຕົ້ນ ສຽວສວາດ
ທີ່ແຕ່ງ ຂຶ້ນເມື່ອ 300-400 ປີຫລັງ
ທ່ານຈະເຫັນໄດ້ວ່າ ຄໍາສັບ ຈາ ກາ ລາວເຮົາສະໄຫມກ່ອນກໍໃຊ້ຄືກັນ, ເຊັ່ນ: ຈະຮົບຫລືຈະທຳສິ່ງໃດ ນັ້ນຈາ, ຈະໄປຮົບນຳກັນກໍ້ (ຊາຍ) ຈະໄປຮົບຢູ່ທີໃດ ກ່າ (ຍິງ)). ແຕ່ມັນໝົດຄວາມນິຍົມ ໄປນານແລ້ວຈຶ່ງບໍ່ໄດ້ໃຊ້ຈົນຕິດປາກ,
ຍັງໃຊ້ຢູ່ກໍ ມີ ແຕ່ຄຳວ່າ
ກໍ້ ດັ່ງວ່າ ເຮັດຫຍັງກໍ້. ຄໍາວ່າ ກໍ້ ຫລື ເກາະ
ກໍແມ່ນຄໍາປາລີໃຊ້ໃນປະໂຍກຄຳຖາມເຊັ່ນກັນ. ຄຳນີ້ແມ່ນຄຳເພດຊາຍ ກົງກັນຂ້າມ ກັບຄໍາ ກ່າ ຫຼື ຄະ ທີ່ໄທຍແຜງໃຊ້
ອັນເປັນຄໍາເພດຍິງ ເພາະສະນັ້ນ ຄະ
ຈຶ່ງມີແຕ່ຜູ້ຍິງໃຊ້. ຊ່ວນ ຈາ ນີ້ ໃຊ້ໄດ້ທັງສອງເພດ. ແຕ່ເຖີງຢາງໃດກໍດີ,
ໃນເມື່ອເຮົາຖືວ່າ ເປັນຄຳໄທຍໄປແລ້ວ ກໍບໍ່ຄວນ ນຳມາໃຊ້. ຖ້າຈະໃຊ້ກໍຫາເອົາຄຳທີມີປະໂຫຍດ ຊື່ງລາວເຮົາຍັງບໍ່ທັນມີໃຊ້ ເຊັ່ນຄຳ ສັບ ວິທະຍາສາດ,
ຄຳເຫລົ່ານີ້ໃນເມື່ອເຮົາບໍ່ມີກໍຈຳເປັນຕ້ອງຢືມມາໃຊ້.
ປສ. 2007
No comments:
Post a Comment