Friday, May 1, 2015

ບົດສົນທະນາກ່ຽວກັບປະວັດສາດລາວ



ບົດສົນທະນາກ່ຽວກັບປະວັດສາດລາວ ຈາກ ເຝສ...

ຂໍສົນທະນາເປັນພາສາລາວເນາະ.
ເພາະເວົ້າແຕ່ພາສາອັງກິດຫຼາຍຄາງກະໄຕມັນແຂງ. ຜູ້ຂ້າເອງກໍຢູ່ອະເມຣິກາ ເວົ້າພາສາອັງກິດ ທຸກມື້ ນໍາວຽກນໍາງານ. ຂໍເວົ້າເປັນພາສາລາວສະເນາະ.  ແນະນໍາແບບນີ້. ດ້ານປະວັດສາດ ເປັນຕົ້ນການເຄື່ອນຍ້າຍຄອບຄົວສັງຄົມ ເຜົ່າພັນໄປຕັ້ງຖິ້ນຖານຢູ່ບ່ອນໃດບ່ອນໜຶ່ງ ເປັນຕົ້ນສະໄໝບູຮານ ບໍ່ແມ່ນຊິພາກັນຂີ່ລົດໄຟໄປປີນັ້ນປີນີ້ ແລ້ວກໍສ້າງເປັນອະນາຈັກຂຶ້ນໂດບພິບຕາດຽວ. ເຊັ່ນຕົວຢ່າງ ການສະຖາປະນາອະນາຈັກລ້ານຊ້າງໃນປີນັ້ນປີນີ້. ອັນນັ້ນ ນັກປະວັດສາດເຂົາຈັບເອົາຈຸດປີໃນການສ້າງເພື່ອຄວາມອ່ານງ່າຍເຂົາໃຈງ່າຍເປັນຈຸດເປັນຍຸກເປັນ ສະໄໝໄປ. ແຕ່ຜູ້ອ່ານປະວັດສາດ ເຮົາຕ້ອງເຂົາໃຈວ່າ ການເຄື່ອນຍາຍຂອງຄົນບູຮານ  ມັນເປັນແຕ່ລະຍຸກແຕ່ລະສະໄໝ. ບໍ່ແມ່ນຊິໂຫບກັນຍັດກວຽນໄປບາດດຽວໂລດ. ເຮົາຕ້ອງເຂົ້າໃຈໃນຂໍ້ນີ້. ຈຶ່ງຈະເຂົ້າໃຈເລິກເຊີ່ງກ່ຽວກັບປະວັດສາດ. ນັກປະວັດສາດຝຣັ່ງເຂົາຂຽນປະວັດສາດແບບໂດຍຫຍໍ້ຈັບປີນັ້ນປີນີ້ເພາະເຂົາເລີ່ມຈຸດເຮືອງອໍານາດ ຂອງເຜົ່າລາວ ໄທໃນສັດຕະວັດ 11-12 ນັ້ນ ກໍຍ້ອນເຂົາສາມາດອ້າງຫຼັກຖານໄດ້. ນັ້ນເຂົາເອີ້ນຈຸດປະວັດສາດ. ເພາະຖ້າເວົ້າປະວັດສາດ ມັນຕ້ອງມີຫຼັກຖານ. ຖ້າບໍ່ມີຫຼັກຖານ ເຂົາກໍຈະເອີ້ນ ນິທານ, ຕໍານານ ເຊັ່ນ ນິທານ ຂຸນບູຣົມ (The tale of Khun Borom), ຫຼື ຕໍານານເມືອງຊຽງແສນ ຫຼື ລາວເຮົາມັກເອີ້ນວ່າ ພື້ນ, ເຊັ່ນ ພື້ນວຽງຈັນ ເປັນຕົ້ນ  ເຊິ່ງພາສາອັງກິດເອີ້ນວ່າ tale, ໃນຈຸດນີ້ຈະບໍ່ມີຫຼັກຖານອ້າງອີງໄດ້. ເປັນພຽງແຕ່ການລໍາໃສ່ແຄນ. ຈະເຊື່ອຫຼືບໍ່ເຊື່ອ ກໍສຸດແລ້ວແຕ່ຜູ້ອ່ານ. ແຕ່ຖ້າຈຸດທີ່ເຮົາສາມາດສັນນິຖານໄດ້ ໂດຍມີບ່ອນອ້າງອີງເປັນບາງພາກສ່ວນ ເຊັ່ນອ້າງອີງໃສ່ ວັດຖຸບູຮານ ຫຼືສິລະປະກໍາ ວັດທະນະທໍາອັນເກົ່າແກ່ທີ່ຍັງຫລົງເຫຼືອໄວ້ໃຫ້ເຫັນ, ຈຸດນີ້ເຂົາເອີ້ນວ່າ ພົງສາວະດານ ກົງກັບພາສາອັງກິດວ່າ chronicle. ຈາກຈຸດ ພົງສາວະດານ ຈຶ່ງແມ່ນ ຈຸດປະວັດສາດ. ເວລາຮຽນປະວັດສາດ ຕ້ອງເຂົາໃຈແຕ່ລະຈຸດຕາມນັ້ນ. ບໍ່ແມ່ນຊິເອົາທຸກຈຸດມາເປັນຄວາມຈິງໝົດ. ຜິດຫຼັກການຂອງນັກວິຊາການ.

ການເຄື່ອນຍ້າຍລົງມາຕັ້ງຖິ່ນຖານຢູ່ອາຊີອາຄະເນຂອງກຸ່ມຊາດຕິພັນລາວ ໄທ ນັ້ນ ມີມາກ່ອນສັດຕະວັດ 11-12 ທີ່ທ່ານຮຽນຈາກຝຣັ່ງ (ຈຸດປະວັດສາດ) ນັ້ນຫຼາຍ ຮ້ອຍປີແລ້ວ ນັກບູຮານຄະດີ ບໍ່ວ່າ ລາວ, ໄທຍ, ຝຣັ່ງ ອັງກິດເຂົາ ສັນນິຖານວ່າ ເລີ່ມແຕ່ສັດຕະວັດທີ່ 5 ເປັນຕົ້ນມາ. ເລຶ່ອງທີ່ທ່ານກ່າວວ່າ ຄົນລາວສ້າງ ພຣະທາດພຣະນົມ ນັ້ນ, ທ່ານ ເຂົ້າໃຈຜິດເອງ. ບໍ່ມີຂໍ້ມູນໃດບົ່ງບອກວ່າ ສ້າງຂຶ້ນດ້ວຍຄົນລາວ. ສິ່ງທີ່ເຂົາກ່າວນັ້ນແມ່ນຈຸດສະໄໝຂອມ ສະໄໝຂຸນເຈືອງ, ສີໂຄດຕະບອງ.  ສະ ໄໝ ນັ້ນມັນມີຄົນລາວປະປົນຢູ່ນໍາແລ້ວ ແຕ່ ຂອມເປັນໃຫຍ່.  ແຕ່ສຸດທ້າຍຕໍ່ມາ ລາວກາຍເປັນໃຫຍ່ ກໍເລີຍກືນກິນວັດທະນະທໍາຂອມ ແຕ່ງຕໍານານຂຶ້ນ ເປັນ ພື້ນ, ເປັນ ຕໍານານລາວ, ເປັນ ອູລັງຄະທາດ ທີ່ລາວເຮົາຕົບແຕ່ງຂຶ້ນ ເປັນວັນນະຄະດີບູຮານ. ສະໄໝນັ້ນບໍ່ແມ່ນ ລາວດອກ. ແມ່ນ ຂະມຸ, ຂອມ ມອນ ຂະແມ. ສີໂຄດຕະບອງ ບໍ່ແມ່ນເຊື່ອສາຍລາວ. ມັນເປັນພຽງວັນນະຄະດີຂອງລາວເຮົາ. ໃຫ້ເຂົ້າໃຈຂໍ້ນີ້ນໍາເດີ. ສັງສິນໄຊ, ສ່ຽວສະຫວາດ, ຂຸນລູນາງອົ້ວ ຂູນເຈືອງ, ທ້າວບາຈຽງ, ພວກນີ້ມັນເປັນ ນິທານ ເປັນວັນນະຄະດີຂອງລາວບູຮານ. ບໍ່ໄດ້ໝາຍຄວາມວ່າ ກຸ່ມຄົນເຫຼົ່ານັ້ນເປັນຄົນລາວ. ເຂົາເປັນຄົນພື້ນຖານຂອງອາຊີອາຄະເນທີ່ກ່ຽວຂອງກັບຊາດຕິພັນລາວເຮົາ.  ປະເດັນທີ່ວ່າ ກະສັດລາວເຮົາເຄີຍສ້າງ, ສອມແປງ ບູລະນະ ທາດພຣະນົມ ຂຶ້ນໃໝ່ ນັ້ນ ຖືກຕ້ອງ. ແຕ່ແມ່ນໃນຍຸກສະໄໝ ລ້ານຊ້າງເຮືອງອໍານາດພີ້. ເດັ່ນແທ້ໆ ແມ່ນ ເລີ່ມແຕ່ສະໄໝເຈົ້າໄຊເຊດຖາທິຣາດ ເປັນຕົ້ນມາ. ເພິ່ນມັກສ້າງມັກສາ. ຕົວຢ່າງໃຫ້ເຫັນກໍຄື ທາດຫຼວງຫັນເດ. ນອກນັ້ນກໍຍັງມີພຣະທາດອື່ນໆ ເຊັ່ນ ທາດ ພຣະນົມ, ທາດອີງຮັງ, ທາດສີສອງຮັກ ແລະປະຕິສັງຂອນ ປູສະນິຍະສະຖານເຕັມ ຢູ່ສອງຟາກແມ່ນໍ້າຂອງ ຫຼາຍບ່ອນ. ອັນນີ້ແມ່ນກະສັດລາວສ້າງແທ້. ເຂົາຈຶ່ງເອີ້ນວ່າ ສິລະປະລ້ານຊ້າງ. ຄົນອີສານກໍຍອມຮັບວ່າສິລະບະ ວັນນະຄະດີ ອິສານ ຄື ລ້ານຊ້າງ. ພຽງແຕ່ນັ່ງມືຄໍ້າແກ້ມເຈັບໃຈຢູ່ນີ້ກໍຄື, ເຂົາປະເສດຄໍາວ່າ ລາວເທົ່ານັ້ນ.  ດັ່ງໃນກະຖຸອ້າຍສົງຍົກມາເປັນປະເດັນນີ້ແລ້ວ.... ອັກສອນ ໄທຍນ້ອຍວ່າ ຊັ້ນ. ໂອ້ຍຍ ພຽງແຕ່ຂຽນຄໍາວ່າ ໄທຍນ້ອຍກະປວດຮາກແລ້ວ.

ປສ.

No comments:

Post a Comment