ອີງຕາມພົງສາວະດານລາວໄດ້ບັນທຶກໄວ້, ເຈົ້າຟ້າງຸ່ມເຄື່ອນທັບອອກຈາກເມືອງອັງກໍ (ຂເມນ) ປາຍປີ ຄ.ສ.
1351ຕິດຕາມດ້ວຍຈອມພົນ ຂເມນທັງສີ່ ແລະ ເຈົ້າຍິງແກ້ວເກງຍາ ຜູ້ເປັນລູກສາວຫລ້າຂອງເຈົ້າຊີວິດອັງກໍ.
ກອງທັບຂອງເຈົ້າຟ້າງຸ່ມມີທັງກອງ
ທັບທະຫານຊານ ແລະ ລື້ ລູກຫລານຂອງຄົນຊານແລະລື້ ທີ່ທະຫານມົງໂກນເກນສົ່ງມາຄຸມດ່ານ ແຖວລຸ່ມແມ່ນໍ້າຂອງຕົ້ນປີ
ຄ.ສ. 1330. ກອງທັບຂອງເຈົ້າຟ້າງຸ່ມແມ່ນ
ປະກອບດ້ວຍ ກອງທັບຊ້າງ,
ມ້າ,
ແລະທະຫານເດີນດິນ
foot infantry. ເຈົ້າຟ້າງຸ່ມ ຍົກທັບອອກຈາກອັງກໍຂຶ້ນທາງພາກ ເຫນືອພໍຮອດ ສະຫວັນນະເຂດກໍເຂົ້າຕີ ເມືອງໂຄດຕະບອງທັນທີ. ຫລັງຈາກຕີເມືອງສີໂຄຕຕະບອງແຕກແລ້ວກໍເຂົ້າໂຈມ ຕີເມືອງເລັກເມືອງນ້ອຍທີອ້ອມ ແອ້ມເມືອງ
ສີໂຄດຕະບອງນັ້ນ.
ຫລັງຈາກນັ້ນກໍຍົກທັບລົງພາກໃຕ້ເຂົາຕີເມືອງຈໍາປາສັກ. ກ່ອນຈະໄປຮອດຈໍາ ປາສັກນັ້ນກອງທັບ ເຈົ້າຟ້າງຸ່ມໄດ້ຕີເອົາອີກຫລາຍເມືອງທີຢູ່ແຖວນໍ້າປາກກະດິງ.
ທຸກເມືອງທີເຈົ້າຟ້າງຸ່ມຕີໄດ້ມານັ້ນເຈົ້າຟ້າງຸ່ມໄດ້ກວດເອົາຊາວຫນຸ່ມຂອງແຕ່ລະເມືອງມາຮັບໃຊ້ແລະເສີມ ກໍາລັງທະຫານຂອງພະອົງ. ນອກຈາກນັ້ນຍັງໄດ້ຍຶດເອົາຊັພສິນເງິນຄໍາ, ມ້າ, ຊ້າງ ແລະ ຂ້າທາດເພື່ອເອົາມາຮັບໃຊ້ລ້ຽງດູກອງທັບ ທະຫານແລະເອົາເປັນຂອງ ຂວນໃຫ້ແກ່ຈອມພົນຫຼືພະຍາເມືອງທີເຈົ້າຟ້າງຸ່ມແຕ່ງຕັ້ງຂຶ້ນໃຫ້ຄອງເມືອງທີ່ໄດ້ຍຶດມາ. ຄືດັ່ງຣາຊວົງໄທທົ່ວໄປ (ໄທ ໃນນີ້ ແມ່ນຫມາຍເຖີງ ຕະກຸນໄຕລາວ, ບໍ່ແມ່ນໄທສຍາມເດີ) ເຈົ້າຟ້າງຸ່ມ ແລະ ຈອມພົນທະຫານຂອງພະອົງ ທຸກຄົນແມ່ນອອກລົບເສີກຢູ່ເທີງຫລັງຊ້າງ. ຂີ່ຊ້າງລົບ. ອອກເສີກແຕ່ລະເທື່ອໃຊ້ຊ້າງເປັນພັນໆ, ເຂົ້າບຸກໄລ່ຢຽບສັດຕູຈົນ ສັດຕູແຕກຕື່ນເປັນຂວນສັ່ນຫວັ່ນໄຫວ. ຊື່ສຽງກອງທັບຂອງພະອົງ ດັງກ້ອງໄປທົ່ວອານາຫາເມືອງ ໃດຈະຕ້ານທານໄດ້. ພຣະອົງຍົກທັບເຂົ້າຕີເມືອງເລັກເມືອງນ້ອຍຕາມແຄມແມ່ນໍ້າຂອງຂຶ້ນມາຈົນ ມາຮອດດ່ານເມືອງຫນຶ່ງ ຊື່ວ່າ ເມືອງ ວຽງຈັນ ວຽງຄໍາ (ວຽງຈັນ). ພະອົງກໍໄດ້ສົ່ງທູດເຂົາເຈຣະຈາ ກັບພະຍາຄອງວຽງຈັນ, ພຽງແຕ່ພະຍາວຽງຈັນຍອມຮ່ວມມືຊ່ວຍເຈົ້າຟ້າງຸ່ມເຂົ້າຕີເມືອງຊວາ (ຫລວງພຣະບາງ) ພຣະອົງຈະຍົກເວັ້ນເຂົ້າຍຶດຕີເອົາ ເມືອງວຽງຈັນວຽງຄໍາ. ແຕ່ພະຍາຄອງເມືອງວຽງຈັນ ວຽງຄໍາປະຕິເສດ ບໍ່ຍອມຮ່ວມມື. ຫລັງຈາກນັ້ນເຈົ້າຟ້າງຸ່ມຮູ້ວ່າ ກໍາລັງຂອງພະອົງຍັງບໍ່ພ້ອມທີ່ຈະຕີ ເອົາວຽງຈັນວຽງຄໍາໄດ້, ພະອົງເລີຍຍົກຍ້າຍທັບຂຶ້ນ ໄປທາງຕາເວັນອອກສຽງເຫນືອ ແລ້ວກໍຂຶ້ນຕີເມືອງພວນ ຍຶດເອົາຊຽງຂວາງໄດ້ແລ້ວກໍແຕ່ງຕັ້ງເຈົ້າຄໍາຍໍ (ເຈົ້າເມືອງພວນທີ່ຕິດ ຕາມອາລັກຂາເຈົ້າຟ້າງຸ່ມ) ຄອງເມືອງຣາດນັ້ນແທນ. ຫລັງຈາກຕີເມືອງພວນໄດ້ແລ້ວພະເຈົ້າຟ້າງຸ່ມກໍຍົກທັບໄປຕີເອົາເມືອງດ່ານສາມເມືອງ ທີຕິດຊາຍແດນອານາມທີ່ຂຶ້ນກັບ ພະເຈົ້າ ໄດ໋ຫວຽດຂອງອານາມ (ຫວຽດນາມ). ພະເຈົ້າໄດ໋ຫວຽດຂອງອານາມເປັນຫ່ວງ ກາງວົນຢ້ານ ເສຍດິນແດນໄປກວ່າ ນັ້ນຈຶ່ງສົ່ງທູດມາເຈລະຈາແບ່ງຫົວເມືອງດ່ານ, ແລະຊາຍແດນ: ເມືອງໃດທີ່ເຕັມໄປດ້ວຍເຮືອນ ສ້າງຂຶ້ນມີຫລັກເສົາ ມີຕາລ່າງແລະມີຂັນ ໄດຂຶ້ນເຮືອນເມືອງນັ້ນໃຫ້ຂຶ້ນກັບເຈົ້າຟ້າງຸ່ມ ເພາະເມືອງນັ້ນເປັນເມືອງລາວ, ແຕ່ຖ້າເມືອງໃດເຕັມໄປດ້ວຍເຮືອນປຸກຊູດິນ, ເມືອງນັ້ນໃຫ້ຂຶ້ນກັບອານາມ. ອີກຢ່າງຖ້າເມືອງໃດຕັ້ງຢູ່ພາກຕາເວັນຕົກຂອງໄຊພູຫລວງເມືອງນັ້ນໃຫ້ຂຶ້ນກັບເຈົ້າຟ້າງຸ່ມ. ຫລັງຈາກແບ່ງປັນຊາຍແດນ ກັນຮຽບຮ້ອຍແລ້ວເຈົ້າຟ້າງຸ່ມກໍເຄື່ອນທັບ ຂຶ້ນເຫນືອເຂົ້າຕີສິບສອງເຈົ້າໄທ, ສິບສອງພັນນາ, ໄດ້ສອງເມືອງນີ້ຮ່ວມມືແລ້ວສຸດທ້າຍ ເຈົ້າຟ້າງຸ່ມກໍຍົກທັບລົງມາຕາມແມ່ນໍ້າອູ. ເຈົ້າຟ້າຫງ້ຽວຜູ້ຄອງເມືອງຊວາພໍຮູ້ຂ່າວວ່າກອງ ທັບເຈົ້າຟ້າງຸ່ມຜູ້ເປັນຫລານຊາຍໄດ້ອ້ອມຕົວເມືອງຊວາໄວ້ຫມົດແລ້ວ, ເຈົ້າຟ້າຫງ້ຽວຮູ້ຕົວ ວ່າບໍ່ມີທາງຕໍ່ສູ້ກໍທໍາການຂ້າໂຕຕາຍ. ເປີດທາງໃຫ້ເຈົ້າຟ້າງຸ່ມເຂົ້າຍຶດເອົາເມືອງຊວາ ໂດຍບໍ່ຈໍາເປັນຕ້ອງໃຊ້ກໍາລັງ. ຕໍ່ມາພຣະອົງກໍສະຖາ ປະນາອະນາຈັກລ້ານຊ້າງຂຶ້ນໃນປີ ຄ.ສ. 1353. ຫລັງຈາກນັ້ນເຈົ້າຟ້າງຸ່ມກໍ ເລີ່ມຂະຫຍາຍອີດທີພົນໄປທາງຕາເວັນ ຕົກເຂົ້າຕີເອົາ ເມືອງດ່ານຂົວຂອງລ້ານນາ, ຕີເອົາເມືອງຊຽງແສນ, ເມືອງນ່ານ, ຫົງສາແລະອີກຫ້າຫົວມອງ ຂອງພວກຊານ. ຫລັງຈາກເຈົ້າຟ້າງຸ່ມຍຶດເອົາ ຕົວເມືອງແຕ່ລະ ເມືອງຕາມຮີມແມ່ນໍ້າຂອງໄດ້ແລ້ວ, ພະອົງ ກໍເຄື່ອນທັບລົງພາກໃຕ້ຫມາຍຕາ ໃສ່ເມືອງວຽງຈັນວຽງຄໍາ. ພະອົງຍັງຄືດແຄ້ນໃຈບໍ່ລືມທີ່ພະຍາເມືອງວຽງຈັນບໍ່ໃຫ້ຄວາມຮ່ວມມື. ອີກຢ່າງຍັງປະກາດຕົນ ເປັນປໍລະປັກ ກັບພະອົງອີກ. ພະອົງຕ້ອງສັ່ງສອນພວກພະຍາຫົວແຂ້ງເລົ່ານີ້ໃຫ້ເຈັບແລ. ພໍຍົກທັບມາຮອດດ່ານເມືອງວຽງຈັນພະອົງ ກໍສັ່ງສາມ ກອງພົນເຂົ້າຕີເມືອງວຽງຈັນ. ສຸດທ້າຍເມືອງວຽງຈັນກໍແຕກແລະຍອມຈໍານົນໃຫ້ເຈົ້າຟ້າງຸ່ມ, ແຕ່ເມືອງວຽງຄໍາທີ່ເປັນເມືອງຝາແຝດ ຂອງເມືອງວຽງຈັນ ນັ້ນ, ກອງທັບຂອງເຈົ້າຟ້າງຸ່ມບໍ່ສາມາດເຂົ້າຕີໄດ້ເພາະຕົວເມືອງອ້ອມກັນໄປດ້ວຍກໍໄຜ່ຫນາມຫນ້າແຫນ້ນ. ເຈົ້າຟ້າງຸ່ມເລີຍສັ່ງໃຫ້ທະຫານຍິງທະນຸຄໍາເຂົ້າໃສ່ກໍໄຜ່ແລ້ວກໍຍົກທັບອອກມາຕັ້ງຢູ່ຫ່າງຕົວເມືອງ, ເຮັດທໍາທ່າທໍາທາງວ່າຈະຍົກ ທັບຫນີກັບຫລວງພຣະບາງ. ຫລອກໃຫ້ປະຊາຊົນເມືອງວຽງຄໍາເຂົ້າໃຈວ່າ ກອງທັບເຈົ້າຟ້າງຸ່ມ ຫນີກັບຄືນຫລວງພຣະບາງ, ກໍພາກັນອອກມາ ຖາງກໍໄຜ່ຫນາມນັ້ນອອກເພື່ອຊອກ ຫາເອົາທະນູຄໍາເລົ່ານັ້ນ. ເມື່ອກໍໄຜ່ຫນາມຖືກຖາງຖິ້ມຫມົດແລ້ວ, ເຈົ້າຟ້າງຸ່ມກໍຍົກທັບເຂົ້າຕີເມືອງທັນທີ. ຍຶດເມືອງວຽງຈັນແລະວຽງຄໍາໄດ້ສົມບູນແລ້ວພະອົງ ກໍຫມຸ້ງຫນ້າເຂົ້າຕີເມືອງດ່ານ ແຖວໂຄລາດພັດຕະພູມ. ລົງຕີຮອດເຂດຮ້ອຍເອດ. ແລ້ວເຄື່ອນທັບລົງໄປທາງ ອະຍຸທະຍາ. ເຈົ້າຣາມາທິບໍ່ດີ ໑ ເຫັນເປັນເຊັ່ນນັ້ນກໍສົ່ງທູດມາເຈລະຈາຍົກເມືອງດ່ານເຂດໂຄລາດ ສີສະເກດຮ້ອຍເອດໃຫ້ຂຶ້ນກັບລ້ານຊ້າງ. ແລ້ວກໍຍົກລູກສາວເຈົ້າຍິງແກ້ວຣົດຟ້າໃຫ້ເຈົ້າຟ້າງຸ່ມຄອບຄອງ. ຫລັງຈາກນັ້ນເຈົ້າ ຟ້າງຸ່ມ ກໍຍົກທັບກັບຫລວງພຣະບາງສ້າງບ້ານແປງເມືອງຂຶ້ນສະເຫວີຍລາດຫລາຍ ປີພໍສົມຄວນ. ສຸດທ້າຍກໍຖືກເນລະເທດອອກໄປຢູ່ເມືອງນ່ານແລ້ວກໍສິ້ນພະຊົນທີ່ນັ້ນ.
ປສ 2004
ຂໍ້ມູນຈາກ: ປຶ້ມປະຫວັດສາດ: The rise and fall of LanXang Kingdom, by Martin Stuart-fox 2000

No comments:
Post a Comment