ພາສາເຮົາ ຫລືພາສາເຂົາ?
ເວົ້າເລື່ອງພາສາລາວແລະໄທຍ, ສອງພາສານີ້ມີຕະກຸນພາສາອັນດຽວກັນ
ເພາະສະນັ້ນ ເຮົາຈະແບ່ງແຍກອອກຄຳໃດຄໍາເຂົາຄໍາໃດຄໍາເຮົາກໍເປັນການຍາກ.
ມີຫລາຍຄຳສັບ ທີລາວເຮົາ ໃຊ້ເມື່ອກ່ອນແຕ່ພາກັນເຊົາໃຊ້,
ສ່ວນໄທຍພັດໃຊ້ມາຕະຫລອດກໍເລີຍ ຄິດວ່າເປັນພາສາໄທຍ. ເມື່ອເຫັນຄົນລາວບາງກຸ່ມນຳເອົາຄຳສັບເຫລົ່ານັ້ນມາໃຊ້ຄືນ ກໍເລີຍກາຍເປັນ
“ຄົນລາວແທ້ໆ ຄືເວົ້າພາສາໄທຍ?” ນັ້ນເປັນຍ້ອນເຮົາຮູ້ເທົ່າບໍ່ເຖິງການ, ຮູ້ເຂົາແຕ່ບໍ່ຮູ້ເຮົາ.
ລາວແລະໄທຍຢືມພາສາປາລີມາໃຊ້ຢ່າງຫລວງຫລາຍ. ຫາກສົມທຽບລະຫວ່າງ ການໃຊ້ພາສາປາລີ
ໃນພາສາລາວແລະພາສາໄທຍ ພວກເຮົາຈະເຫັນໄດ້ວ່າໄທໃຊ້ຢ່າງ ຫລວງຫລາຍກວ່າລາວ
ຈົນຫລາຍຄົນຄຶດວ່າ ຄຳເຫລົ່ານັ້ນແມ່ນພາສາໄທຍ, ທີ່ຈິງແລ້ວ
ການທີ່ເຂົາໃຊ້ຫລວງຫລາຍກໍເພາະ ເຂົາຄຶດວ່າຄຳເຫລົ່ານັ້ນສຸພາບ ອ່ອນໂຍນ
ຍົກຕົວຢ່າງ: ແທນທີ່ຈະວ່າ ໝາ ເຂົາກໍວ່າ
ສຸນັກ, ງົວ ກໍວ່າ ໂຄ ແລະ ນອກນັ້ນກໍເອົາຄຳຕໍ່ທ້າຍດັ່ງຄຳ
ຈາ ກາ (ກໍເປັນຄໍາປາລີ)ມາໝູນໃຊ້ຈົນ ເປັນ
ຈະ ຄະ ຈົນເຖິງປັດຈຸບັນນີ້.
໑. ຈາ
(ກົກເຄົ້າ ປາລີ) ca - copulative or disjunctive (then, and, now)
໒. ກາ ຄະ (ກົກເຄົ້າ ປາລີ) ka - (female) interrogative (who, what, which)
໒. ກາ ຄະ (ກົກເຄົ້າ ປາລີ) ka - (female) interrogative (who, what, which)
ຄໍາວ່າ ຈາ ກາ ເມື່ອກອນ ລາວເຮົາກໍໃຊ້ຄືກັນ. ຖ້າທ່ານໃດໄດ້ອ່ານຫນັງສືນິທານ ລາວໂບຮານ ມາກອນເປັນຕົ້ນຫນັງສື ສຽວສວາດ ທີ່ແຕ່ງ ຂຶ້ນເມື່ອ 300-400
ປີຫລັງ ທ່ານຈະເຫັນໄດ້ວ່າ ຄໍາສັບ ຈາ ກາ ລາວເຮົາສະໄຫມກ່ອນກໍໃຊ້ຄືກັນ. ຕົວຢ່າງ:
໑. ຫນັງສືສຽວສວາດ ໃນບົດນິທານ ກະຕ່າຍຕື່ນຫມາກຕູມ
“ແຕ່ນັ້ນຍັງມີກະຕ່າຍຫມູ່ນຶ່ງ ອັນຢູ່ພາຍຫນ້ານັ້ນ ກໍມາເຫັນຍັງອ້າຍກະຕ່່າຍຕົວນັ້ນແລ່ນໄປດັ່ງນັ້ນ
ເຂົາກໍຖາມວ່າ ດຸລາ ເຈົ້າສະຫາຍເຮີຍ! ເຫດໃດແລ ມາແລ່ນເປັນອັນມາກນີ້ ຈາ.
ແຕ່ນັ້ນຍັງມີຣາສີຫມູ່ນຶ່ງກໍຖາມຊ້າງວ່າ ດຸລາຊ້າງ ເຫດສັນໃດແລ ມາພາກັນແລ່ນໄປສັງ ຈາ.”
(ແລ = ແລ້ວ)
໒. ນິທານລູກນົກແຂກ, “ອັນວ່າເມືອງຫລວງພຣະມະຫານະຄອນນີ້ກໍຍັງມີເຈົ້າບໍ່ຈາ?”
໒. ນິທານລູກນົກແຂກ, “ອັນວ່າເມືອງຫລວງພຣະມະຫານະຄອນນີ້ກໍຍັງມີເຈົ້າບໍ່ຈາ?”
໓. ນິທານ ນາຍພານເບັດກັບກາ, “ແຕ່ນັ້ນກາຕົວນັ້ນກໍຖາມຍັງນາຍພານເບັດຜູ້ນັ້ນວ່າ
ດູລາສະຫາຍເຮີຍ ສະຫາຍມາຕຶກເບັດກໍຍັງໄດ້ກິນປາບໍ່ຈາ?”
ອີກຫລາຍບົດທີ່ມັກເຫັນໃຊ້ຄຳດັ່ງກ່າວເຊັ່ນ “ຈະຮົບຫລືຈະທໍາສິ່ງໃດນັ້ນຈາ, ຈະໄປຮົບນຳກັນກໍ (ຊາຍ) ຈະໄປຮົບຢູ່ທີໃດກາ (ຍິງ).
ອີກຫລາຍບົດທີ່ມັກເຫັນໃຊ້ຄຳດັ່ງກ່າວເຊັ່ນ “ຈະຮົບຫລືຈະທໍາສິ່ງໃດນັ້ນຈາ, ຈະໄປຮົບນຳກັນກໍ (ຊາຍ) ຈະໄປຮົບຢູ່ທີໃດກາ (ຍິງ).
ແຕ່ຄຳເວົ້າເຫລົ່ານັ້ນມັນໝົດຄວາມນິຍົມໃນພາສາລາວເຮົາໄປດົນນານແລ້ວຈຶ່ງບໍ່ໄດ້ໃຊ້ຈົນ ຕິດປາກ.
ຍັງໃຊ້ຢູ່ກໍມີແຕ່ຄຳວ່າ
ກໍ້ ເຊັ່ນ ເຮັດຫຍັງກໍ້ ຫລື
ເຮັດຫຍັງເກາະ. ຄໍາວ່າ ກໍ້
ຫລື ເກາະ ກໍແມ່ນຄໍາປາລີໃຊ້ໃນປະໂຫຍກຄຳຖາມເຊັ່ນກັນ.
ຄຳນີ້ແມ່ນຄຳເພດຊາຍ ກົງກັນຂ້າມ ກັບຄໍາ ກ່າ ຫຼື ຄາ ຄະ ທີ່ໄທໃຊ້ປັດຈຸບັນ
ເປັນຄໍາເພດຍິງ ເພາະສະນັ້ນ ຄະ
ຈຶ່ງມີແຕ່ຜູ້ຍິງໃຊ້.
ນີ້ຄືກົກເຄົ້າຂອງຄຳສັບເມື່ອຮູ້ແລ້ວກໍເຂົ້າໃຈເຖິງຄວາມເປັນມາ. ເມື່ອເວລາໂຕ້ຖຽງ ໃນເວທີນັກຊາດນິຍົມໄທຍທີ່ເຂົາມັກຈະເວົ້າວ່າລາວເຮົາເອົາພາສາເຂົາມາໃຊ້, ເຮົາກໍສາມາດຍົກ ຫລັກຖານຂຶ້ນອ້າງອີງໄດ້ວ່າໄທຍເອົາພາສາລາວໄປໃຊ້ຄືກັນ. ອີກຢ່າງເມື່ອເຮົາຮູ້ກົກເຄົ້າຂອງພາສາເວລາຂຽນກໍສາມາດ ຂຽນຕາມ ຈຸດປະສົງທີ່ເຮົາສາມາດໃຫ້ຜູ້ອ່ານເຂົ້າໃຈດັ່ງປາດຖນາ. ເຖີງຢາງໃດກໍດີ, ໃນເມື່ອຄຳສັບໃດເຮົາ ຖືວ່າມັນເປັນຄໍາໄທຍໄປແລ້ວ ກໍບໍ່ຄວນນຳມາໃຊ້. ເປັນຕົ້ນຄຳທີໄຮ້ປະໂຫຍດ ເຊັ່ນ ຈະ ຈາ ຄະ ຄາ. ເປັນຕົ້ນ ຄ່າາາາ…, ສ່ວນ ຈ້າ ນີ້ພໍຮັບໄດ້ ແຕ່ ຄະ ຄາ ຄ່າາາ ນີ້ ຖ້າເປັນຄົນລາວຢ່າມາເວົ້າໃກ້ຜູ້ຂຽນກະແລ້ວກັນ ຂໍນຳ. ຖ້າຈະໃຊ້ກໍຫາເອົາຄຳທີມີປະໂຫຍດ ເຊິ່ງລາວເຮົາຍັງບໍ່ທັນມີໃຊ້ ເຊັ່ນຄຳ ສັບ ວິທະຍາສາດ, ຄຳເຫລົ່ານີ້ໃນເມື່ອເຮົາບໍ່ມີກໍຈຳເປັນຕ້ອງຢືມມາໃຊ້. ເຂົາຮຽກວ່າ ພັດທະນາພາສາ.
ປສ ປັນຍາສິນ 2009
No comments:
Post a Comment