ການພັດທະນາສະໝອງ

ການພັດທະນາສະໝອງ:
ອາທິດນີ້ເຫັນວິດີໂອເດັກໄວລຸ້ນຕີກັນເຕັມໜ້າເຟກ, ກະເລີຍຄິດຢາກຂຽນບົດຄວາມ  ບາງຢ່າງ ເພື່ອບໍາລຸງແນວຄິດ. ແລະຫວັງວ່າ ທາງພາກສ່ວນທີ່ກໍາລັງຈະລົງໂທດ ເດັກດັ່ງກ່າວນັ້ນ ກໍ່ຂໍໃຫ້ຄິດໃສ່ບົດຂຽນນີ້ຫຼາຍໆຈະເປັນການດີ.
ເດັກໃນໄວຮຽນ ຫຼືເອີ້ນກັນວ່າເດັກໄວລຸ້ນ ອາຍຸ ປະມານ 13-16 ແມ່ນກໍາລັງຕົກຢູ່ໃນສະພາວະການປ່ຽນແປງຫຼາຍໆດ້ານບໍ່ວ່າດ້ານສະໝອງ, ຄຸນລັກສະນະທາງດ້ານຮ່າງກາຍ, ແລະຈິດໃຈເຊິ່ີງອີງຕາມຫຼັກທໍາມະຊາດການ ເຕີບໂຕຂອງ ມະນຸດແລ້ວຈະແບ່ງອອກເປັນສີ່ ໄວຄື: ໄວເດັກໄຮ້ດຽງສາ, ເດັກໄວລຸ້ນ, ໄວກາງ ຫຼືໄວເຕີບໂຕເປັນຜູ້ໃຫຍ່, ແລະສຸດທ້າຍໄວສະລາ ແຕ່ລະໄວຄຸນລັກສະນະການ ປ່ຽນແປງແມ່ນແຕກຕ່າງກັນ. ຈະໃຫ້ອະທິບາຍຫມົດທຸກໄວ ກໍ່ຄົງຈະຍາວເປັນປື້ມພຸ້ນເນາະ, ດັ່ງນັ້ນມື້ນີ້ຂໍກ່າວເຖິງແຕ່ໄວລຸ້ນສະ ເພາະໃນໄວນີ້ແມ່ນເປັນໄວສໍາຄັນ, ຈຸດສໍາຄັນທີ່ຈະກ້າວເຂົ້າສູ່ໄວຜູ້ໃຫຍ່ ແລະສະເພາະຜູ້ຍິງແລ້ວ, ໄວນີ້ແມ່ນຈະມີການ ປ່ຽນແປງເກືອບທຸກດ້ານ ບໍ່ວ່າດ້ານອະໄວຍະວະ, ຈິດຕະ ຫຼືການປ່ຽນແປງໂຮມໂມນ (hormonal changes) ເພື່ອກ້າວເຂົ້າສູ່ຂັ້ນທີ່ເອີ້ນວ່າ “ແມ່ຄົນ” ຈຸດປະສົງກໍ່ເພື່ອ ຂະຫຍາຍເຊື້ອພັນມະນຸດໃຫ້ຢູ່ລອດ. ມັນເປັນທໍາມະຊາດຂອງສັດໂລກທີ່ເກີດມາ. ນັ້ນແມ່ນເວົ້າແບບຫຼັກການສະລິລະສາດເນາະ, ແຕ່ມະນຸດພັດບໍ່ຄືສັດໂລກທໍາມະດາທົ່ວໄປ, ເປັນສັດທີ່ມີສະຕິປັນຍາ ຮູ້ຈັກຄິດປະດິດສ້າງ, ມີຄວາມຮູ້ສຶກ ມີຄວາມຊົງຈໍາ. ສະນັ້ນເຮົາຈະວິໄຈແຕ່ ດ້ານ ສະລີລະສາດພຽງດ້ານດຽວກໍ່ບໍ່ໄດ້ ຕ້ອງໄດ້ວີໄຈທາງ ດ້ານຈິດຕະວິທະຍາ ແລະສັງຄົມວິທະຍາຄຽງຄູ່ກັນໄປ. ເຊິ່ງປັດໄຈດັ່ງກ່າວແມ່ນມີສ່ວນ ປະກອບໃນການປ່ຽນແປງຄຸນລັກສະນະຂອງໄວລຸ້ນໄປສູ່ໄວຜູ້ໃຫຍ່ ຫຼືຈະເວົ້າວ່າການປ່ຽນແປງຂອງທຸກໆໄວກໍ່ວ່າໄດ້. ບາງຄົນອາດມີຄໍາຖາມ, ເປັນຫຍັງຈຶ່ງພົວພັນກັບສັງຄົມ? ກໍ່ເພາະວ່າສັງຄົມແມ່ນປັດໄຈສໍາຄັນທີ່ສຸດ ຕໍ່ການປ່ຽນແປງຈິດໃຈຂອງຄົນ. ໃຫ້ສັງເກດກຸ່ມຄົນໃນສັງຄົມແຕ່ລະຍຸກແຕ່ລະສະໄໝ, ຄຸນລັກສະນະຈິດໃຈ, ແລະແນວຄິດຈະບໍ່ຄືກັນ. ເພາະສະພາບສັງຄົມບໍ່ຄືກັນ, ຜັນປ່ຽນໄປເລື້ອຍໆ. ສະໄໝ ກ່ອນ, ເວົ້າສະໄໝຜູ້ຂຽນເອງສະເນາະຄ່ອຍບໍ່ໄປ ແຕະຕ້ອງຈິດໃຈຄົນອື່ນ, ຈັກນ່ອຍພັດຊິຈ້ອນຂາໂສງ ຮື້ຕີນສິ້ນໃສ່...ຮ້ວຍຍ ທ້າວພິດ ມາເທດສະໜາ ເລຶ່ອງຈິດໃຈ ພັດຄືມາເວົ້າແຕະຕ້ອງຈິດໃຈຄົນອື່ນ ພັດວ່າ. ເອົາເປັນວ່າສະໄໝຜູ້ຂ້າຢູ່ໃນໄວດັ່ງກ່າວນັ້ນ, ພຶດຕິກໍາກໍ່ບໍ່ຕ່າງຫຍັງກັບໄວລຸ້ນປັດຈຸບັນ ເປັນຕົ້ນການປ້ອຍດ່າວ່າຖຽງກັນ ຫຼືການຕົບຕີກັນຖືວ່າເປັນທໍາມະດາ, ຕ່າງແຕ່ສະໄໝນັ້ນ ຖ້າຢາກລຸມແມ່ນນັດກັນລົງທົ່ງນາ ຕີກັນແລ້ວກະແລ້ວໄປ. ບໍ່ມີໄອແພດ, ໄອໂຟນ, ແຊມຊຸງອັດຄລິບລົງເຟກສບຸກ ເຟກສບິກ. ສະໄຫມນັ້ນທີວີກະຍັງເປັນຂາວດໍາຢູ່ ມີວິທະຍຸຟັງກະວ່າບຸນແລ້ວ. ສະພາບຈິດສໍານຶກ, ຈິດໃຈ ການເຮີ່ເຫີມ ຄວາມຢາກດັງ ຢາກເດັ່ນ ຄວາມຝັນກໍ່ໄປຕາມກະແສສະພາບສັງຄົມສະໄໝນັ້ນ. ເວົ້າງ່າຍໆ, ລຸມຕີກັນຢູ່ທົ່ງນາ, ໃຜຊິໄປສົນໃຈ. ຂະໜາດຄວາຍມັນຢູ່ໃກ້ຫັ້ນ, ມັນເຫຼືອກຕາເບິ່ງບາດໜຶ່ງ, ຄາງຮືໆໃສ່ແລ້ວກໍ່ກິນຫຍ້າຕໍ່. ບໍ່ມີຊ່ອງທີ່ວິອອກຂ່າວ ບໍ່ມີເຟກສະບຸກໃຫ້ຄົນກົດມັກ ບໍ່ມີເຄື່ອງອັດເປັນຄລິບແລ້ວແຊ່ຣດັງທົ່ວໂລກ. ມີກະມີແຕ່ເວົ້າໂສເຫລ້ໃຫ້ກັນຟັງຕອນ ຟີ້ງໄຟປີ້ງເຂົ້າຈີ່ກາງຄືນ ຫຼືຕອນເຊົ້າທໍ່ນັ້ນ. ຄວາມດັງໄປບໍ່ຮອດຕະຫລາດຂາຍຜັກຊໍ້າ. ເລີຍບໍ່ມີໃຜສົນໃຈຢາກສ້າງກະແສໃຫ້ມັນດັງ. ຕົກມາສະໄໝນີ້ຈິດຕະກໍ່ປ່ຽນແປງໄປ ຕາມສະໄໝ ໃນເມື່ອສັງຄົມເປັນແບບນັ້ນ ກໍ່ເຮີ່ໄປຕາມກະແສຂອງແຕ່ລະໄວ. ສ່ວນໄວລຸ້ນກໍ່ເຮີ່ໄປຕາມກະແສຂອງໄວລຸ້ນ. ນັ້ນຄືດ້ານສັງຄົມວິທະຍາ.
ມາເວົ້າດ້ານຈິດຕະວິທະຍາ ຫຼື ສະໝອງບາດນິ ການປ່ຽນແປງຂອງສະໝອງເດັກໄວນີ້ ຈະຕົກຢູ່ໃນລະດັບພັດທະນາເຊິ່ງພາສາອັງກິດເຂົາເອີ້ນວ່າ forebrain development ເຊິ່ງປະກອບດ້ວຍລະບົບ ລີມບິກ (limbic, ຢາກຮູ້ລະບົບນີ້ເພິ່ມເຕີມໃຫ້ຖາມອາຈານ google ເດີ) ເປັນການພັດທະນາສະໝອງເພື່ອຮັບຮອງແລະຈຸນເຈືອດ້ານຈິດ ບໍ່ວ່າຈະເປັນດ້ານຄວາມຮູ້ສຶກ, ພຶດຕິກໍາ, ສິ່ງລະດົມຈິດໃຈ, ຄວາມຊົງຈໍາ ໄລຍະສັ້ນແລະຍາວ ຫຼື ການສໍາພັດກິ່ນ. ອີງຕາມນັກຈິດຕະວິທະຍາແລ້ວ ໄວລຸ້ນທຸກຄົນແມ່ນຈະເລິ່ມມີບັນຫາໃນໄລຍະສະໝອງກໍາລັງປ່ຽນແປງ ແລະພັດທະນາໄປໃນລະບົບ ລິມບິກນີ້ ເພາະຖ້າບໍ່ຖືກລໍ່ລ້ຽງ ຫຼືມີທິດທາງອົບຮົມຊີ້ນໍາໄປ ໃນທາງທີ່ດີຂອງສັງຄົມ, ຜູ້ກ່ຽວກໍ່ຈະສັບສົນກັບແນວຄິດ, ຄວາມຄິດ ຄວາມຮູ້ສຶກ, ບໍ່ຮູ້ທິດທາງຈະເດີນ. ໃນໄວນີ້ຈະມີແນວຄິດຢາກໄດ້, ຢາກດັງ, ຢາກເຮັດຢາກທໍາ, ຢາກທົດລອງ, ຢາກເປັນອິສະລະ (ໃຫ້ສັງເກດພຶດຕິກໍາຂອງເດັກໄວນີ້ຈະ ມັກເລີ່ມບໍ່ຟັງຄວາມພໍ່ແມ່, ແລະບໍ່ມັກນັບຖືກົດລະບຽບ ພາສາອັງກິດເຂົາເອີ້ນ a rebellious age) ການໃຊ້ເຫດຜົນກໍ່ໄປຕາມແນວຄິດທີ່ໂຕເອງຄິດວ່າຖືກ. ບັນຫາກໍ່ຄື, ໄວນີ້ຍັງຄິດເລິກເຊິ່ງບໍ່ທັນເປັນ. ເພາະຂາດປະສົບການ, ແລະຂາດວິຊາການ. ຫຼາຍຄົນອາດມີຄໍາຖາມ, ເອົ້າ...ບາດເດັກຄົນອື່ນເດຊັ້ນ ໃນໂລກນີ້ມີຫຼາຍຄົນເຂົາກະບໍ່ ເຫັນຊິມີພຶດຕິກໍາແບບຊົ່ວໆ? ແມ່ນ, ແຕ່ບໍ່ໄດ້ໝາຍຄວາມວ່າ ເຂົາບໍ່ມີພຶດຕິກໍາແບບ ດຽວກັນ. ຕ່າງແຕ່ການກະທໍາເທົ່ານັ້ນ. ອີກຢ່າງຄືໄດ້ກ່າວມາແລ້ວນັ້ນສັງຄົມທີ່ເຮົາ ອາໄສຢູ່ແມ່ນເປັນ ປັດໄຈອັນສໍາຄັນທີ່ຈະລໍ່ລ້ຽງສະຫມອງແລະຈິດໃຈຂອງເດັກໃຫ້ ປະພຶດໄປ ໃນທາງທີ່ສັງຄົມເຫັນວ່າດີ, ເລີມຕົ້ນຈາກພໍ່ແມ່, ຫມູ່ເພື່ອນ, ຄູບາອາຈານ, ອົງການຈັດຕັ້ງ, ສະຖາບັນການສຶກສາ ແລະສະຖາບັນການປົງຄອງ. ໃຫ້ເຂົ້າໃຈແບບນີ້, ບັນຫາບໍ່ແມ່ນແກ້ຢູ່ທີ່ເດັກ, ເພາະເດັກກໍ່ຄືເດັກດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ, ແຕ່ຕ້ອງໃຫ້ຖືວ່າເປັນບັນຫາສັງຄົມ ແລະທຸກຄົນທຸກສະຖາບັນແມ່ນມີສ່ວນຮັບຜິດ ຊອບຊ່ວຍສ້າງເດັກໃຫ້ເປັນຜູ້ໃຫຍ່ທີ່ດີຕໍ່ຊາດປະຊາ.

ປສ 10/2014

1 comment: