ສຽວສະຫວາດ: ນິທານ ນົກກະແດບເດົ້າ



ຫນັງສືເລື່ອງສຽວສວາດເປັນຫນັງສືນິທານສຸພາສິດທີ່ອາຈານແຕ່ບູຮານໄດ້ປະພັນຂຶ້ນໄວ້ດ້ວຍທໍານອງພາສາ ເວົ້າທໍາມະດາແຕ່ບາງແຫ່ງກໍມີກາບກອນສັບປົນເລັກນ້ອຍ. ສຽວສວາດເປັນຫນັງສືຂນາດກາງມີຢູ່ ໑0 ຜູກໃບ ລານເຊິ່ງເປັນອັກສອນທັມ ຫນັງສືນີ້ ນັບເປັນວັນນະຄະດີໄດ້ສະບັບຫນຶ່ງເພາະໄດ້ຮັບຄວາມ ຍ້ອງຍໍສັນລະເສີນຈາກປະຊາຊົນລາວມາແລ້ວເກືອບຈະເຖິງ ໓00 ປີ ແລະ ມີຄວາມຈະເລີນແຜ່ຫລາຍໄປ ທົ່ວ ທຸກບ້ານທີ່ມີຢູ່ໃນດິນແດນປະເທດລາວ, ຂໍ້ນີ້ເຮົາສັງເກດໄດ້ຈາກຄໍາສຸພາສິດທີ່ຜູ້ເຖົ້າຜູ້ແກ່ນໍາໃຊ້ ສັ່ງສອນ ລູກຫລານແລະເຮົາທັງຫລາຍໄດ້ຖືເປັນຄະຕິສືບທອດກັນມາດັ່ງຄໍາສຸພາສິດຕໍ່ໄປນີ້ເປັນຕົ້ນ:
໑. ເພິ່ນບໍ່ເອີ້ນຢ່າຂານເພິ່ນບໍ່ວານຢ່າຊ່ອຍ ມັກຊ່ອຍແທ້ໃຫ້ພິຈາຣະນາທີ່ເພີງຊ່ອຍຈຶ່ງຊ່ອຍ
໒. ເຮັດເປັນມືຈຶ່ງເຫັນຫນ້າປ້າ ຄັນບໍ່ເຮັດເປັນມື ນ້າຜູ້ດຽວກໍເປັນເພິ່ນ.
໓. ນຸ່ງຜ້າລາຍຫມາເຫົ່າ ຄົ້ນຄວາມເກົ່າຜິດກັນ
໔. ເສືອໄດ້ກິນເນື້ອ ເພື່ອປ່າມີຫນາມ ໄມ້ງາມເພື່ອເສືອຢູ່.
໕. ໄວປາກເສັຍສິນ ໄວຕີນຕົກກົກໄມ້
໖. ມັກທ່ຽວຢາມສະຫາຍຫລາຍເສັຽຂອງຝາກ ມັກປາກຫລົງຄວາມຜິດ.
໗. ເປັນເຈົ້າໃຫ້ຮັກໄພ່ທັງຫລາຍ ເປັນນາຍໃຫ້ຮັກຫມູ່ ເປັນປູ່ໃຫ້ຮັກຫລານ ເປັນກວານໃຫ້ຮັກລູກບ້ານ ໆລໆ..
ຄໍາສຸພາສິດດັ່ງກ່າວມານີ້ມີຢູ່ໃນຫນັງສືສຽວສວາດທັງມວນແລະສຸພາສິດຂໍ້ຫນຶ່ງຫລືບົດຫນຶ່ງເພິ່ນກໍມີນິທານ ປະກອບເພື່ອອ່າງເຫດແລະຜົນໃນຄໍາທີ່ກ່າວນັ້ນໃຫ້ເຫັນແຈ້ງດ້ວຍເຫດດັ່ງນີ້ຫນັງສືສຽວສວາດຈຶ່ງເປັນທີ່ນິ ຍົມຂອງຄົນທັງຫລາຍ…ຢ່າງນ້ອຍສະໄຫມປູ່ຍ່າຕາຍາຍເຮົານັ້ນແລ.


ນິທານເລື່ອງນົກກະແດບເດົ້າ
ຕາຕະ ດູລາເຈົ້າລູກຮັກທັງສອງພໍ່ເຮີຍ! ຕັ້ງແຮກແຕ່ນີ້ເມືອຫນ້າໃຫ້ຟັງດ້ວຍຫູ ໃຫ້ດູດ້ວຍຕາ ລັກຂະນາໃນໃຈ ຮູ້ແລ້ວຢ່າເນີ! ອັນຫນຶ່ງ ຄໍາຣະຫັດຢ່າໃຫ້ເຖິງສອງພໍ່ເນີ! ອັນຫນຶ່ງຍິງຜູ້ໃດ ຮ້າງສາມຜົວ ຫມ້າຍສາມຜົວ ຢ່າໄວ້ເອົາເປັນເມັຍພໍ່ເນີ. ອັນຫນຶ່ງນັກບວດສິກສາມທີ ບວດສາມເທື່ອ ຢ່າທໍາເປັນມິດສະຫາຍນໍາມັນ. ອັນຫນຶ່ງເຈົ້າຈົ່ງຟັນເຮືອໄວ້ຫລາຍລໍາແຣທ່າ ນັ້ນເນີ. ອັນຫນຶ່ງເຈົ້າຈົ່ງຫມ່າເຂົ້າໄວ້ຫລາຍ ບ້ານທົ່ວເມືອງນັ້ນເຖີ້ນ. ອັນຫນຶ່ງຢ່າຊຸລ່ວງຄໍາສອນອັນພໍ່ສອນ ໄວ້ ຄັນວ່າລູກທັງສອງບໍ່ຟັງຈັກເປັນດັ່ງທຸກຕະທ້າວປາງນັ້ນສະແມ່ງຕາຍແທ້ແລ້ວ. ຄັນວ່າບຸນຫລັງ ທ້າວ ບໍ່ຫລາຍກໍສ່ວນຕາຍປາງນັ້ນຜິບໍ່ມີດັ່ງນັ້ນເປັນເຫມືອນດັ່ງພຣະໂພທິສັກເຈົ້າໄດ້ເປັນນົກກະ ແດບເດົ້າຕົວຫນຶ່ງທໍຣະມານພຣະປີຕາສັ່ງສອນໄວ້. ຢ່າໄດ້ໄປຫາກິນກາງເຂດນັ້ນເນີ. ວ່າດັ່ງນັ້ນ. ແຕ່ນັ້ນນົກນ້ອຍໆພອຍເລົ່າບໍ່ຟັງ ຍັງຈັກລອງຄໍາສອນພໍ່ຕົນ ໃຫ້ພໍຮູ້ກ່ອນເຖີ້ນ. ວ່າດັງນັ້ນແລ້ວກໍ ບິນໄປຫາກາຍເຂດແຫ່ງຕົນທີ່ເຄີຍຫາກິນມາແຕ່ກ່ອນ ກໍມີແລ. ເມື່ອນັ້ນ ຍັງມີຮຸ້ງຕົວຫນຶ່ງບິນມາ ໃນອາກາດ ເຫັນ ນົກນ້ອຍກໍຫຍຸມໄດ້ບໍ່ວາງ. ແຕ່ນັ້ນນົກນ້ອຍໆກໍຈຶ່ງຄຶດຮໍ່າຮູ້ ຄໍາພໍ່ຕົນສອນ
ກໍ່ຈຶ່ງຈາຣະຈາຮົບ ຕໍ່ເລວຍັງຮຸ້ງວ່າ:
ດູລາຮຸ້ງເຈົ້າເຮີຍ! ອັນນີ້ມຶງກໍມາຫລອນໄດ້ ຍັງກູດາຍດອກ
ກູບໍ່ງິດງໍ້ຍິນຢ້ານທໍ່ໄຍທ່ານເຮີຍ. ຜິວ່າມືງຫາກວາງກູໄວ້ທີ ລຸ່ມ ກູຊິຕອດມຶງແລ້ວ. ເທື່ອນີ້ ກູຫາກໄດ້ລ່ວງກໍ້າຄໍາແມ້ງພໍ່ກູສອນແທ້ແລ້ວ. ເມື່ອນັ້ນ ຮຸ້ງກໍຄຶດວ່ານົກນ້ອຍໆ ມາກ່າວຄໍາສະຫາວແທ້ນໍ ກູຈັກວາງມັນໄປທີ່ລຸ່ມຈິ່ງໃຫ້ມັນມໍລະມ້ຽນເຖີ້ນ. ວ່າດັ່ງນັ້ນແລ້ວຮຸ້ງກໍວາງນົກນ້ອຍລົງແລ້ວ, ເມື່ອນັ້ນກໍບິນໄປສູ່ຂົງເຂດປະເທດຂອງຕົນກໍມີແລ. ແຕ່ນັ້ນນົກນ້ອຍໆ ເນົາຢູ່ໃນຂີ້ໄຖ້ກ້ອນແກ່ນ ຟ້ອນແລ້ວແລ່ນໄປມາເຫນືອດິນດາຍລະຫ້ອຍ. ຕົບປີກນ້ອຍ ກ່າວທ້າຍັງແຫລວ. ຮຸ້ງກໍຈິ່ງຄຽດຄ່ອຍກະຊຸດບິນລົງເມື່ອນັ້ນນົກນ້ອຍກໍເລີຍຫລົບເຂົ້າໄປລີ້ຢູ່ໃນຮູ. ອົກຮຸ້ງເຖົ້າແຕກຕາຍຄອບເພື່ອໂກທາ ໄຮ້ຜຍາສັກກຸນາໂກບແພ້. ອັນນີ້ພໍ່ແມ່ສັ່ງສອນໄວ້ ຄໍາປາກແຄວນ ຫນັກແທ້ດາຍຫາຄວາມຕາຍໃຫ້ເພີ່ນແລະໂຕ. ອົງພຸດໂທເຈົ້າຫາກຕັດສ່ອງໃຫ້ເຫັນແຈ້ງເປັນ ຄອງສັ່ງສອນຍັງໂລກາ, ຄວາມສະຫາວ ໂກທາ ແຄ້ນ ບໍ່ດີແທ້ນັ້ນແລ.


ຜິ (ຄຳບຸຮານ) = ຖ້າວ່າ (ປັດຈຸບັນ)
ໂກທາ (ປາລີ) = ຄຽດ, ແຄ້ນ, ໃຈຮ້າຍ - anger
ປ.ລ. ຂອບໃຈມາຍັງອາຈານ ລາວຄຳທີ່ໃຫ້ຂໍ້ຄວາມກ່ຽວກັບຫນັງສືສຽວສວາດ ທັງນັ້ນກໍເພື່ອເຜີຍແຜ່ ວັນນະຄະດີເອກຂອງລາວເຮົາ

No comments:

Post a Comment