ຕ້ອງເຮັດໄດ້: ພັດທະນາ ການສຶກສາ



ການພັດທະນາປະເທດຊາດ ຂຶ້ນຢູ່ກັບເຮົາ, ຖ້າທຸກຄົນມີຄວາມຮູ້, ສັງຄົມມີຄວາມຮູ້ ປະເທດຊາດຈັ່ງຊິຈະເລີນໄດ້ເພາະສະນັ້ນບໍ່ວ່າປະເທດໃດຈະຖືເອົາການສຶກສາສໍາຄັນ ກວ່າປັດໄຈໃດໆ ເພາະການສຶກສາ ຄືເບື້ອງຕົ້ນຂອງການພັດທະນາຕົນເອງ, ຄອບຄົວແລະ ປະເທດຊາດ. ສະເພາະມື້ນີ້ຂໍສະເຫນີ ເອົາຄຳຂວ້ນທີ່ວ່າ ຕ້ອງເຮັດໄດ້ມາເລົ່າສູ່ກັນຟັງບາງທີອາດເປັນກໍາລັງໃຈໃນການແກ້ໄຂບັນຫາສຶກສາຊົ່ວຄາວໄດ້, ເລື່ອງແກ້ບັນຫາໄລຍະຍາວນັ້ນບາງຈຸດຖ້າຖືກແກ້ທີ່ປາຍ, ຕົ້ນກໍ່ອາດຈະຖືກແກ້ໄປໃນຕົວ. ການແກ້ໄຂບັນຫາຊົ່ວຄາວທີ່ວ່າ ນີ້ແມ່ນຫມາຍເຖິງການແກ້ໄຂເລຶ່ອງຂາດອຸບປະກອນ ໃນການຮຽນ, ການສິດສອນຢູ່ຕາມຊົນນະບົດ. ເລຶ່ອງໂຮງຮຽນເພພັງຫລັງຄາຮົ່ວ, ຂາດປຶ້ມອ່ານ ຂາດຕຳລາສອນ, ຂາດກະດານ, ຂາດໂຕະຕັ່ງ, ເດັກນັກຮຽນທຸກຍາກໂສ້ງຂາດຫນ້າຂາດຫລັງນັ່ງ ພື້ນດິນຮຽນຫນັງສື ໆລໆຄົນລາວເຮົາເປັນຄົນໃຈບຸນ, ເປັນຄົນມີນໍ້າໃຈ, ແລ້ວເປັນຫຍັງຈຶ່ງ ປ່ອຍໃຫ້ເດັກນ້ອຍ ເຍົາວະຊົນລາວຕາດໍາໆຕາມຊົນນະບົດຕ້ອງມີສະພາບຮຽນແບບນີ້? ເລື່ອງນີ້ທຸກຄົນສົມຄວນເອົາໃຈໃສ່. ຕ້ອງຮ່ວມໃຈກັນຊ່ວຍ ເຮົາຕ້ອງປົດປ່ອຍໂຮງຮຽນ ຫລືນັກຮຽນທີ່ ທຸກຍາກຕາມຊົນນະບົດອອກຈາກຄໍາເວົ້າວ່າ ຂາດອຸບປະກອນການຮຽນແລະສອນນັ້ນໃຫ້ໄດ້
1.
ຈັດຕັ້ງອົງກອນຊ່ວຍເຫລືອການສຶກສາ ຂັ້ນເມືອງແລະຂັ້ນບ້ານທີ່ບໍ່ກ່ຽວຂ້ອງກັບລັດ ຫລືໃຊ້ງົບປະມານລັດ ເບື້ອງຕົນເພື່ອນຳໃຊ້ບໍລິຫານ.
2. ພາກສ່ວນລັດຖະກອນ ຜູ້ໃຫຍ່ ເຊັ່ນປະທານປະເທດ, ຄະນະລັດຖະມົນຕີ,  ສະມາຊິກສະພາ ຕະຫລອດຮອດນາຍພົນນາຍພັນ ທຸກຝ່າຍທຸກພະແນກ ຕ້ອງເປັນແບບຢ່າງໃນການນຳພາ ສ້າງອຸດົນການ ໃນການບໍລິຈາກຊັບສິນສ່ວນຕົວ, ບໍ່ວ່າຈະເປັນປັດໄຈຫລື ວັດຖຸໃດໆເຂົ້າຮ່ວມອົງກອນຊ່ວຍເຫລືອດັ່ງກ່າວ. ຢ່າບອກເດີວ່າບໍ່ມີ, ຕາມທີເຫັນໆ ລູກສາວລູກຊາຍພາກັນຂີ່ລົດເບັ່ນຄັນລະສີ່ຫາແສນໂດລາ, ມືຖືນ່ວຍລະພັນໂດລາ ຊື້ມາແລ້ວບໍ່ພໍເດືອນ ກະຖິ້ມເພາະເບື່ອຍິຫໍ້. ເຮືອນຢູ່ບາງຫລັງກໍເຫັນໃຫຍ່ກວ່າ ໂຮງຮຽນຢູ່ຕາມຊົນນະບົດອີກ.  ຄິດເຖິງເດັກນ້ອຍຄົນລາວເຮົາຕາດໍາໆຜູ້ທຸກຍາກນັ່ງຕາກຝົນຟັງເອື້ອຍຄູສອນຢູ່ຊົນນະບົດແດ່ເດີ ພະນະທ່ານທັງຫລາຍເອີຍ. ແນວທາງສັງຄົມນິຍົມຖິ້ມແລ້ວບໍ?
3. ນັກທຸລະກິດ ທີ່ມີເງິນເຫລືອໃຊ້ເຫລືອຈ່າຍ ກໍຕ້ອງຮ່ວມໃຈຮ່ວມແຮງບໍລິຈາກປັດໄຈຕາມສັດທາ. ເປັນຕົ້ນບໍລິສັດໃຫຍ່ໆບໍ່ວ່າພາຍໃນແລະພາຍນອກ ທີ່ຕັ້ງຖານທຸລະກິດໃນລາວ. ສົ່ງຄົນໄປຂໍໂລດ!!
4. ປະຊາຊົນທົ່ວໄປກໍຕ້ອງຮ່ວມໃຈຮ່ວມແຮງບໍລິຈາກປັດໄຈທີຕົນມີ ຕາມສັດທາ.
5. ຂໍ້ນີ້ສໍາຄັນ, ແລະກໍຄິດວ່າ ຖ້າເຮັດໄດ້ແມ່ນຈະເປັນປະໂຫຍດ ຫລາຍທີ່ຈະຊ່ວຍໂຄງ ການນີ້ໄດ້ຜົນດີ ນັ້ນກໍຄືດືງເອົາປະເພນີເຂົ້າຮ່ວມ. ນີ້ຫມາຍຄວາມວ່າ ງານບຸນວັດຫລືບຸນ ປະເພນີແຕ່ລະປີຈະມີການຕັກບາດ. ຖ້າທຸກຄົນ, ທຸກວັດ ທຸກງານບຸນປະເພນີ ແຕ່ລະເມືອງ ແຕ່ລະບ້ານຊ່ວຍໃຊ້ອຸບປະກອນການຮຽນເປັນປັດໄຈ ໃນການກິນທານ, ໃນການໃສ່ບາດ, ຕັກບາດ: ເຊັ່ນ ເປັນສໍ, ປຶ້ມຂຽນ, ປຶ້ມອ່ານ ແລະປັດໄຈຕ່າງໆ ທີ່ສາມາດຊ່ວຍເຫລືອນັກຮຽນຫລືໂຮງຮຽນຢູ່ຊົນນະບົດໄດ້, ແມ່ນເປັນປະໂຫຍດຫລາຍ, ທັງໄດ້ຜົນບຸນກຸສົນ, ທັງໄດ້ຮ່ວມຊ່ວຍຊາດໄປນຳອີກ. ຄົນລາວເຮົາມັກທຳບຸນນໍາວັດ ເພາະຄິດວ່າ ຖ້າໃຫ້ທານຢູ່ວັດ ແມ່ນໄດ້ບຸນຫລາຍ ນັ້ນເປັນການເຂົ້າໃຈຂອງ ຄົນລາວເຮົາທົ່ວໄປ. ເພາະສະນັ້ນຖ້າອົງການສາສນາມີສ່ວນຮ່ວມດ້ວຍ, ບອກໄດ້ຄຳດຽວວ່າເດັກນ້ອຍນັກຮຽນຕາມຊົນນະບົດບໍ່ອຶດສໍຂຽນແນ່ນອນ!! ພະພຸດທະເຈົ້າສອນໄວ້ວ່າ ການໃຫ້ທານຄືກຸສົນອັນປະເສີດ, ເປັນພຸດທະສາວົກຜູ້ຮັບທານແຕ່ບໍ່ໃຫ້ທານແລ້ວພວກທ່ານຈະໄດ້ກຸສົນບຸນແນວໃດ? ກະລຸນານຳເອົາຂໍ້ນີ້ໄປຄິດເບິ່ງເດີ ທ່ານຄູບາອາຈານທັງຫລາຍ.
6. ແຕ່ລະປີອອກພັນສາມີງານປະເພນີໃຫມ່ໆເຊັ່ນ ລອຍກະໂທງຢູ່ລາວເປັນຕົ້ນຢູ່ຕົວເມືອງ ເລີ່ມຈະຂະຫຍາຍໃຫຍ່ຂຶ້ນທຸກປີ ຊາວຫນຸ່ມພາກັນຊື້ກະໂທງ ພ້ອມທັງພາຊະນະບູຊາ ບາງຄົນກໍໃສ່ຮອດເງິນ ແລ້ວກໍເອົາໄປໄຫລນໍ້າຖິ້ມ. ລອງຄິດເບິ່ງເງິນທີ່ຊື້ກະໂທງກັບພາຊະນະນັ້ນ ຊື້ສໍຊື້ປຶ້ມໄດ້ຈັກເຫລັ້ມ, ຈັກຫນ່ວຍ? ຄິດເບິ່ງເດັກນ້ອຍນັກຮຽນລາວ ເຮົາພາກັນໃຊ້ກ້ອນດິນຂຽນຫນັງສື, ພາກັນນັ່ງຕາກຝົນຮຽນ, ພວກເຮົາມີເງິນພັດໄປລອຍ ໃສ່ກະໂທງຖິ້ມລ້າໆ. ເຊື່ອແນ່ວ່າເຈົ້າແມ່ຄົງຄາບໍ່ເຫັນດີນຳແທ້ໆເລຶ່ອງ ເອົາເງິນໄປບູຊາເພີ່ນແບບໄປລອຍຖິ້ມໃສ່ນໍ້າ, ເພີ່ນຕ້ອງເຫັນດີນຳຖ້າເອົາໄປທານ ໃຫ້ຄົນທຸກ ເພາະພະພຸດທະເຈົ້າເພີ່ນສອນໄວ້ແນວນັ້ນ. ພະເພີ່ນບໍ່ຕ້ອງການສິ່ງ ຂອງບູຊາເຫລົ່ານີ້. ເພີ່ນຕັດກິເລດແລ້ວ….ທ່ານເອີຍ. ເສຖຖິທັງຫລາຍເອີຍ. ກອງບຸນພັນກອງຕັ້ງກອງລະຫມື່ນໂດລາ ກະບໍ່ທໍ່ໃຫ້ທານເມັດ ເຂົ້າເມັດຫນຶ່ງແກ່ຄົນຂໍທານເຂົ້າກິນດອກ!

ຖ້າເຮັດໄດ້ດັ່ງທີ່ກ່າວມາຂ້າງເທີງນັ້ນ, ເຊື່ອໂລດ ຄຳທີເວົ້າວ່າ ເດັກນ້ອຍທຸກຍາກບໍ່ມີອຸບປະກອນໃນການຮຽນ ແລະສອນ ຫລືຫລັງຄາໂຮງຮຽນຮົ່ວ, ຂາດໂຕະຂາດຕັ່ງຂາດກະດານ ແມ່ນບໍ່ມີໃນປະເທດລາວແນ່ນອນ. ໂທດ, ຄຳວ່າ ຖ້າເຮັດໄດ້ ນີ້ແມ່ນເວົ້າຜິດຕ້ອງໃຊ້ຄຳວ່າ ຕ້ອງເຮັດໄດ້

ສ.

No comments:

Post a Comment