Monday, May 15, 2017

ເຫດການສໍາຄັນທາງປະຫວັດສາດລາວຫລັງສົງຄາມໂລກຄັ້ງທີ່ II




ເຫດການສໍາຄັນທາງປະຫວັດສາດລາວໃນໄລຍະເວລາຫລັງສົງຄາມໂລກຄັ້ງທີ່ II

ຂໍ້ມູນຂ້າງລຸ່ມແມ່ນມາຈາກປື້ມປະຫວັດສາດ
History of Laos-Kingdom of Lan Xang by Dr. Martin Stuart-Fox.  ເຊິ່ງຂ້າພະເຈົ້າໄດ້ແປໄວ້ດົນແລ້ວແຕ່ບໍ່ໄດ້ເອົາລົງບລອກ. ບັງເອີນອາທິດແລ້ວນີ້ມີຄວາມສົນໃຈເຫດການດັ່ງກ່າວທີ່ເປັນພາສາລາວ. ກໍເລີຍທົດລອງຊອກຫາຂໍ້ມູນເປັນພາສາລາວນໍາ Google. ຕ້ອງຍອມຮັບເລີຍວ່າ ບໍ່ມີຂໍ້ມູນໃຫ້ອ່ານເລີຍ. ມີແຕ່ເປັນພາສາອັງກິດ. ໃນເມື່ອເປັນແບບນີ້ ສະເພາະຄົນລາວທີ່ບໍ່ໄດ້ຮຽນພາສາອັງກິດ ຈະຮູ້ຂໍ້ມູນປະຫວັດສາດລາວຈາກຫຼາກຫຼາຍມຸມມອງໄດ້ແນວໃດ ຖ້າຂໍ້ມູນບໍ່ມີໃນພາສາລາວໃຫ້ອ່ານ. ສະນັ້ນຂ້າພະເຈົ້າຈຶ່ງຂໍເປັນສ່ວນໜຶ່ງໃນການເຜີຍແຜ່ຂໍ້ມູນອີກຈາກມຸມໜຶ່ງທີ່ເປັນງານວິໄຈຂອງນັກວິຊາ ການຊາວຕະເວັນຕົກ. 

ເຫດການສໍາຄັນ:
ເດືອນກັນຍາວັນທີ
15 ປີ 1945 - ເຈົ້າເພຊະລາດປະກາດເອກະລາດ ຄັ້ງທໍາອິດ,ບໍ່ຍອມເປັນຫົວເມືອງຂຶ້ນຂອງຝຣັ່ງເສດຕໍ່ໄປ.



ເດືອນຕຸລາວັນທີ
12 ປີ 1945 - ລາວອິສະລະຢຶດອໍານາດຢູ່ໃນວຽງຈັນ, ສະຫວັນນະເຂດແລະເມືອງອື່ນໆ. ຫລັງຈາກນັ້ນກໍສ້າງຕັ້ງ ລັດຖະບານຂຶນເປັນຂອງຕົນເອງ.

1946 - ເຈົ້າຊີວິດ ສີ່ສະຫວ່າງວົງ ຖືກປົດອອກຈາກລາຊະບັນລັງ, ແຕ່ລັດຖະບານລາວ ອິສະລະຍົກລາຊະບັນລັງ ໃຫ້ພະອົງຄືນໃໝ່. ປີດຽວກັນນີ້ຝຣັ່ງເສດ ກັບຄືນເຂົ້າສູ່ລາວແລ້້ວຍຶດອໍານາດໃນວຽງຈັນ. ລັດຖະບານລາວອິສະລະ ອົບພະຍົບລົບໜີໄປຢູ່ປະເທດໄທ.  ຝຣັ່ງເສດສະຖາປະນາລາວໃຫ້ເປັນ ລາຊະອານາຈັກລາວ (Kingdom of Laos) ພາໃຕ້ສະຫະພາບຝຣັ່ງເສດ.
ເດືອນພຶດສະພາ ວັນທີ 11 ປີ 1947 - ລາວປົກຄອງໂດຍລັດຖະທໍາມະນູນລາຊາທິປະໄຕ. ເດືອນສິງຫາໄດ້ມີການ ຈັດຕັ້ງຄັດເລືອກສະມາຊິກສະພາ ແຫ່ງຊາດຊຸດທໍາອິດຄັ້ງປະວັດສາດ. ເຈົ້າສຸວັນນະລາດສ້າງຕັ້ງ ລັດຖະບານແຫ່ງລາຊະອານາຈັກລາວ.

1949 -  ທ່ານໄກສອນ ພົມວິຫານສ້າງຕັ້ງກອງ 
ທັບລາຊະວົງ ກອງກໍາລັງທະຫານປະເທດລາວ ແລະ
ຊ້າຍຫາຂວາ: ທ່ານ ໄກສອນ ພົມວິຫານ, ເຈົ້າສຸພານຸວົງ, ເຈົ້າສວັນນະພຸມມາ
ກອງທັບປະຊາຊົນປະຕິວັດລາວ
(Lao People’s Liberation Army) ພາຍໃນປີດຽວກັນນີ້ ເຈົ້າສຸພານຸວົງໄດ້ແຍກຕົວ ອອກຈາກຂະບວນ ການລາວອິສະລະ.

ເດືອນກໍລະກົດ ວັນທີ
19 ປີ 1949 ກອງປະຊຸມຝຣັ່ງເສດ ລາວຕົກລົງໃຫ້ລາວປົກຄອງກັນເອງ ແຕ່ພາຍໃຕ້ການຄຸ້ມ ກັນຈາກສະຫະພາບຝຣັງເສດ. ໃນປີດຽວກັນນັ້ນ ລັດຖະບານລາວອິສະລະໃນ ໄທໄດ້ຖືກຍຸບລົງ, ສະມາຊິກສ່ວນໜຶ່ງກັບ ຄືນໄປເປັນຜູ້ນໍາໃນລາວ, ອີກສ່ວນໜຶ່ງເຂົ້າຮ່ວມ ຝ່າຍປະເທດລາວ.

ເດືອນກຸມພາ ປີ
1950 ສະຫະລັດອາເມຣິກາ ແລະອັງກິດຮັບຮູ້ປະເທດລາວໃນຖານະ ລັດໜຶ່ງຂອງສະຫະພາບຝຣັ່ງເສດ.   ພາຍໃນປີດຽວກັນນີ້ ຝ່າຍປະເທດລາວສ້າງຕັ້ງລັດຖະບານຕໍ່ຕ້ານຝຣັ່ງເສດ.

1951 - ເຈົ້າສຸວັນນະພຸມມາ ສ້າງຕັ້ງລັດຖະບານຂອງຕົນເອງຄັ້ງທໍາອິດ. ຝ່າຍປະເທດລາວສ້າງຕັ້ງພັກຄອມມຸນິດຊຸດທໍາອິດໃນລາວ.

1953 - ຫວຽດມິນບຸກລຸກລາວ. ສັນຍາຝຣັ່ງເສດ ລາວຍົກອໍານາດໃຫ້ລັດຖະບານ ລາຊະອານາຈັກລາວ ແຕ່ຝຣັ່ງເສດຍັງຄວບຄຸມກອງທັບທະຫານ. 

ເດືອນພຶດສະພາ ວັນທີ 7 ປີ 1954 ຝຣັ່ງເສດຍອມຈໍານົນໃນບັ້ນຮົບ ດຽນບຽນຟູ.  ບັ້ນຮົບລະຫວ່າງ
ຊ້າຍຫາຂວາ: ເຈົ້າສຸພານຸວົງ, ເຈົ້າສຸວັນນະພຸມມາ, ເຈົ້າບຸນອຸ້ມນະຈໍາປາສັກ, ນາຍພົນພຸມມີ ໜໍ່ສະຫວັນ
ຝຣັ່ງເສດ ກັບຫວຽດມິ່ນ.

ເດືອນກໍລະກົດ ວັນທີ
20 ປີ 1954 ສັນຍາອິນດູຈີນ ທີ່ເຊີແນວ, ຫວຽດມີ່ນ ຕົກລົງ ຖອນທັບ ອອກຈາກລາວ, ແຂວງຜົງສາລີ ແລະຫົວພັນ ກໍານົດ ໃຫ້ເປັນ ເຂດຮວມ ຕົວຂອງຝ່າຍປະເທດລາວ. ຝ່າຍລັດຖະບານລາຊະອານາຈັກລາວຍອມຮັບເອົາທະຫານຝ່າຍປະເທດລາວເຂົ້າຮ່ວມ ແລະແຕ່ງຕັ້ງຄະນະກໍາມະການນາໆຊາດຄວບຄຸມເພື່ອຕິດຕາມກວດກາການປະຕິບັດຂໍ້ຕົກລົງໃນສັນຍາ.

ເດືອນທັນວາ ວັນທີ
14 ປີ 1955 ລາຊະອານາຈັກລາວຖືກຮັບເຂົ້າເປັນສະມາຊິກສະຫະປະຊາຊາດ.

ເດືອນມີນາ ປີ 1956 ເຈົ້າສຸວັນນະພຸມມາສ້າງຕັ້ງລັດຖະບານຊຸດທີ່ສອງ ແລ້ວເລິ່່ມເຈລະຈາກັບຝ່າຍປະເທດລາວເພື່ອສ້າງຕັ້ງລັດຖະບານປະສົມ. ໃນເດືອນ ພະຈິກ ວັນທີ 19 ປີ 1957ລັດຖະບານປະສົມຖືກສ້າງຕັ້ງຂຶ້ນເປັນຄັ້ງທໍາອິດໂດຍມີທຸກຝ່າຍເຂົ້າຮ່ວມກໍາຕໍາແໜ່ງ.
ປະທານາທິບໍດີເຄັນເນດີ ຕ້ອນຮັບ ເຈົ້າຊີວິດສີສະຫວ່າງ ວັດທະນາ

 ເດືອນ ພຶດສະພາ ວັນທີ
4 ປີ 1958 ແນວລາວຮັກຊາດ ຊະນະການເລຶອກ ຕັ້ງ ສະມາຊິກ ສະພາແຫ່ງຊາດ.  ເຈົ້າສຸວັນນະພູມມາ ລາອອກຈາກ ຕໍາແໜ່ງ ນາຍົກລັດຖະມົນຕີ. ສະຫະລັດ ອະເມຣິກາ ຢຸດຕິການ ຊ່ວຍ ເຫຼືອລາວ. ຜຸຍ ຊະນະນິກອນສ້າງຕ້ັງ ລັດຖະບານຝ່າຍຂວາ. ບໍ່ຍອມໃຫ້ຝ່າຍແນວລາວຮັກຊາດມີສ່ວນຮ່ວມ.

ເດືອນກໍລະກົດ ແລະສິງຫາປີ
1959 ເກີດເຫດການສູ້ຮົບກັນໃນພາກເໜືອຂອງລາວ. ສະຫະປະຊາຊາດລົງກວດກາພົບເຫັນວ່າ ມີທະຫານຫວຽດນາມກ່ຽວຂ້ອງກັບເຫດການດັ່ງກ່າວ. ສະຫະປະຊາຊາດປະນາມຫວຽດນາມເໜືອທີ່ສົ່ງທະຫານລ່ວງລໍ້າອະທິປະໄຕຂອງລາຊະອານາຈັກລາວ. ໃນໄລຍະດຽວກັນນັ້ນ ສະມາຊິກແນວລາວຮັກຊາດຖືກຈັບແລະຖືກຂັງຄຸກ.

ເດືອນຕຸລາວັນທີ
29 ປີ 1959 - ເຈົ້າສະຫວ່າງ ວັດທະນາຂຶ້ນຄອງລາດເປັນເຈົ້າຊີວິດແຫ່ງລາຊະອານາຈັກລາວ.

1960 - ກອງແລທໍາການລັດຖະປະຫານຍຶດອໍານາດຈາກລັດຖະບານຝ່າຍຂວາ, ນາຍພົນພຸມມີ
ນໍ່ສະຫວັນເຮັດລັດຖະປະຫານຄືນແລ້ວປະກາດ martial law.  ຫລັງຈາກນັ້ນກໍຍົກກໍາລັງເຂົ້າຍຶດວຽງຈັນ. ເຈົ້າສຸວັນນະ ພຸມມາສ້າງຕັ້ງລັດຖະບານຄັ້ງທີ່ສາມ.   

1961 - ຝ່າຍຄອມມຸນິດ ຮັບຮອງແລະສະໜັບສະໜູນຝ່າຍລັດຖະບານເປັນກາງຂອງເຈົ້າສຸວັນນະພຸມມາ, ຝ່າຍທຶນນິຍົມ ຮັບຮອງແລະສະໜັບສະໜູນ ລັດຖະບານຝ່າຍຂວາຂອງເຈົ້າບຸນອຸ້ມ. ການຕໍ່ສູ້ກັນດຸເດືອດຂຶ້ນອີກຄັ້ງໃນພາກເໜືອຂອງລາວ.  ຝ່າຍເປັນກາງແລະປະເທດລາວບຸກຕີເຂົ້າຍຶດເອົາທົ່ງໄຫຫີນ.
ເຈົ້າຊີວິດ ສີສະຫວ່າງ ວັດທະນາ ສະເດັດປະພາດສະຫະລັດ


1961-1962  - ຝ່າຍຂວາເສຍໄຊໃນບັ້ນຮົບຫຼວງນໍ້າທາ.  ເປັນເຫດໃຫ້ເກີດເຈລະຈາສັນຍາເຊີແນວ ຄັ້ງທີ່ສອງຕົກລົງສ້າງຕັ້ງລັດຖະບານ ປະສົມຄັ້ງທີ່ສອງໂດຍທຸກຝ່າຍ ເປັນກາງ, ປະເທດລາວ ແລະຝ່າຍຂວາຕົກລົງ ເຫັນດີເຂົ້າຮ່ວມເຊັນສັນຍາ. ລາວປະກາດເປັນກາງໃນວາລະເຊັນສັນຍາ. ສະຫະລັດອະເມຣິກາສະໜັບສະໜູນ ການປະກາດເປັນກາງຂອງ ລາຊະອານາຈັກລາວໃນສົງຄາມຫວຽດນາມ.

1963 - ລັດຖະບານປະສົມ ຄັ້ງທີ່ສອງຖືກພັງທະລາຍລົງອີກຄັ້ງຫລັງຈາກທ່ານ ຄິນິມ ໂພເສນາຖືກລອບສັງຫານ.

1964- ກອງກໍາລັງປະເທດລາວໂຈມຕີກອງກໍາລັງເປັນກາງຍຶດເອົາທົ່ງໄຫຫີນໄດ້, ສະຫະລັດອະເມຣິກາເລິ່ມຖິ້ມລະເບີດໃນລາວ.

1968 1970- ກອງທັບຝ່າຍປະເທດລາວ ກັບຝ່າຍລາຊະອານາຈັກລາວເລິ່ມເປີດບັ້ນຮົບຢ່າງດຸເດືອດທີ່ບັ້ນຮົບນໍ້າບາກ, ຜາທິ, ແລະທົ່ງໄຫຫີນ. ຕໍ່ສູ້ກັນໄປມາສຸດທ້າຍຝ່າຍປະເທດລາວເອົາຊະນະທັງສາມບັ້ນຮົບ. ເປັນເຫດໃຫ້ເກີດສັນຍາສັນຕິພາບ,
ເຈົ້າສຸພານຸວົງ, ເຈົ້າສຸຸວັນນະພຸມມາ ເຊັນສັນຍາສັນຕິພາບ 1973, ທ່ານໄກສອນ ຢືນຢູ່ຂ້າງຫລັງ.
ຢຸດຍິງແລະສ້າງ ຕັ້ງລັດ ຖະບານປະສົມຄັ້ງທີສາມ ໃນປີ
1973.
 ສະຫະລັດຢຸດຖິ້ມລະເບີດໃນລາວ ແລະຫວຽດນາມ, ແລະເລິ່ມຖອນທັບອອກຈາກຫວຽດນາມ.

1973-1975 - ຫລັງຈາກສ້າງຕັ້ງ ລັດຖະບານປະສົມຄັ້ງທີ່ສາມກໍມີ ຫຼາຍຂະບວນການ ແລະໂຄງການທີ່ຖືກແຕ່ງຕັ້ງຂຶ່ນ, ຮວມທັງອົງການສິບແປດ, ແລະອົງການ 21ເຊິ່ງຖືໄດ້ວ່າເປັນຍຸດທະສາດການ ຍຶດອໍານາດຂອງຝ່າຍແນວລາວຮັກຊາດ ໄດ້ຢ່າງນຽບນຽນທີ່ສຸດ. ເກີດຂະບວນການນັກສຶກສາປະທ້ວງ. ສຸດທ້າຍ ໃນເດືອນ ທັນວາວັນທີ 2 1975 ຝ່າຍປະເທດລາວກໍ່ສາມາດຄົ້ນລົ້ມສະຖາບັນລ້ານຊ້າງແລ້ວສະຖາປະນາສາທາລະນະລັດປະຊາທິປະໄຕ ປະຊາຊົນລາວຂຶ້ນໂດຍ ເຈົ້າສຸພານຸວົງເປັນປະທານປະເທດ ຄົນທໍາອິດ. ທ່ານໄກສອນ ພົມວິຫານ ເປັນ ນາຍົກລັດທະມົນຕີ.  ເຈົ້າຊີວິດສີສະຫວ່າງ ວັດທະນາ ແລະ ເຈົ້າສຸວັນນະພຸມມາເປັນ ທີ່ປຶກສາ.  ປີ 1978 ເຈົ້າຊີວິດ, ມະເຫສີ ແລະອົງມົງກຸດລາຊະກຸມມານ ເຈົ້າສຸຣິວົງຖືກນໍາໄປສໍາມະນາ ທີ່ເມືອງໄຊ ຫລັງຈາກນັ້ນກໍຫາຍສາບສູນໄປເລີຍ. ເຈົ້າສຸວັນນະພຸມມາ ບໍ່ໄດ້ຖືກຈັບໄປສໍາມະນາ, ຜູ້ກ່ຽວເປັນທີ່ປຶກສາໃຫ້ລັດຖະບານແນວລາວຮັກຊາດແລະເສຍຊີວິດຢູ່ວຽງຈັນ ໃນປີ 1984.     
1975-1983 - ລາວອົບພະຍົບໜີອອກຈາກລາວຫຼາຍແສນຄົນ,
ເຈົ້າຊີວິດສະຫວ່າງວັດທະນາ, ມະເຫສີ, ເຈົ້າສພານຸວົງ ແລະ ທ່ານໄກສອນ ພົວິຫານຍ່າງຢູ່ທາງຫລັງທີ່ ຊໍາເໜືອ 1974
ຮວມທັງນັກສຶກສາທີ່ປະທ້ວງ ເອົາອໍານາດໃຫ້ກັບ ຝ່າຍປະເທດລາວ ສຸດທ້າຍຫຼາຍຄົນ ກໍໂຕນໜີ, ທັງພໍ່ຄ້າແມ່ຂາຍ ໂຕນ ໜີເພື່ອ ຫວັງໄປປະເທດ ທີ່ສາມ. ນາຍທະຫານ, ຕໍາຫຼວດ, ຂ້າລາຊະການທັງ ຜູ້ໃຫຍ່ ແລະນ້ອຍ ໂຕນໜີ, ລົບໜີລີ້ໄພກັນ ໄປທົ່ວທຸກ ແຫ່ງຫົນ. ຖືວ່າເປັນການ ເທຄົວອີກຄັ້ງໃຫຍ່ ຄັ້ງໜຶ່ງໃນ ປະຫວັດສາດລາວ. ໄພຄັ້ງນີ້ບໍ່ແມ່ນຊາດອື່ນເປັນຕົ້ນເຫດ, ແຕ່ລາວເຮົາເອງສ້າງໄພເຂັ່ນຂ້າກັນເອງ.  

ຂໍ້ມູນຈາກ:
History Chronology Source: Stuart-Fox, Martin. A History of Laos. Cambridge University Press. 1997.

ຂ້າງລຸ່ມແມ່ນເປັນທັດສະນະສ່ວນຕົວກ່ຽວກັບປະຫວັດສາດລາວຫລັງສົງຄາມໂລກຄັ້ງທີ່
2 ເຊິ່ງຖ້າເຮົາຢືນຢູ່ຈຸດກາງແລ້ວສຶກສາຂໍ້ມູນຈາກຫຼາຍດ້ານຈະສັນນິຖານໄດ້ວ່າຍັງຕ້ອງໄດ້ປັບປຸງແກ້ໄຂ ເພາະວ່າປັດຈຸບັນຕ່າງຝ່າຍກໍຕ່າງຂຽນປະຫວັດສາດແບບຕົບແຕ່ງແປງຂໍ້ມູນເພື່ອສ້າງທິດສະດີຄວາມເຊື່ອ idolism ຫຼືບູຊາບຸກຄົນ, ໃນລັກສະນະຍົກຍ້ອງຝ່າຍຕົນເອງ ບຶດເບືອນຂໍ້ມູນໃສ່ຮ້າຍປ້າຍສີຝ່າຍກົງກັນຂ້າມ. ຈົນຂໍ້ມູນຫຼາຍຂໍ້ມູນທີ່ສໍາຄັນຕ້ອງຖືກຕັດອອກຈາກບົດຮຽນປະຫວັດສາດລາວທີ່ໃຊ້ໃນຫ້ອງຮຽນ. ເຊັ່ນຕົວຢ່າງ, ເຈົ້າຊີວິດລາວຄົນສຸດທ້າຍ. ຖ້າຖາມນັກຮຽນລາວປັດຈຸບັນຈະບໍ່ມີໃຜຮູ້ຈັກ. ເພາະບໍ່ໄດ້ບັນທຶກໄວ້.  ບຸກຄົນສໍາຄັນຫຼາຍບຸກຄົນທີ່ສ້າງປະຫວັດສາດຫລັງສົງຄາມ ຕົວຢາງ: ເຈົ້າສຸວັນນະ ພຸມມາ, ເຈົ້າວັນນະລາດ ເຈົ້າເພຊະລາດ. ຈະບໍ່ມີໃນປື້ມປະວັດສາດສະໄໝໃໝ່. ເພາະຖືວ່າເປັນຝ່າຍກົງກັນຂ້າມ. ເປັນສັດຕູ. ໃນບົດຮຽນປະຫວັດສາດຈະບັນທຶກແຕ່ເລຶ່ອງຂອງຕົນເອງແລະບຸກຄົນພາຍໃນພັກລັດ.  ການບັນທຶກປະຫວັດສາດກໍເນັ້ນໃສ່ການກອບກູ້ເອກະລາດ, ການປົດປ່ອຍຊາດອອກຈາກກໍາມືຂອງພວກລ່າເມືອງຂຶ້ນຫຼືພວກຈັກກະພັດຝຣັ່ງເສດ ແລະອະເມຣິກາ.  ບໍ່ກ່າວເຖິງເລຶ່ອງສົງຄາມລະຫວ່າງລາວເຮົາເອງ. ບໍ່ກ່າວເຖິງສົງຄາມກາງເມືອງລະຫວ່າງຄົນລາວເຮົາເອງ.  ນີ້ຄືບັນຫາ ເພາະບັນຫາລາວບໍ່ແມ່ນ ຈັກກະພັດຝຣັ່ງເສດ ຫຼືອະເມຣິກາແຕ່ມັນຄືບັນຫາລາວເຮົາໂດຍແທ້ໆທີ່ຕ່າງຝ່າຍຕ່າງມີອຸດົມການແຕກແຕ່ງກັນ.  ດັ່ງຂໍ້ມູນໃຫ້ເຫັນຂ້າງເທິງ, ສາມຝ່າຍເຊັນສັນຍາສ້າງຕັ້ງລັດຖະບານປະສົມໂຮມກັນສາມຄັ້ງ ກໍພັງລະລາຍສາມຄັ້ງ. ແລ້ວເຮົາຈະໄປທດພວກຈັກກະພັດແນວໃດ? ອີກຝ່າຍໜຶ່ງຍອມຮັບເອົາການຊ່ວຍເຫຼືອຈາກມະຫາອໍານາດໂຊວຽດ, ຈີນ ແລະຫວຽດນາມເໜືອ. ອີກຝ່າຍກໍຮັບເອົາການຊ່ວຍເຫຼືອຈາກອີກມະຫາອໍານາດເຊັ່ນອະເມຣິກາ ແລະໂລກເສລີ. ຕ່າງຝ່າຍຕ່າງດືງເອົາຕ່າງຊາດເຂົ້າມາແຊກແຊງການເມືອງຂອງຕົນເອງ. ຖ້າຈະເບິ່ງພາບລວມມັນກໍມີຄວາມຜິດທັງສອງຝ່າຍ, ແລະກໍຖືກທັງສອຝ່າຍ ເພາະຕ່າງຝ່າຍກໍເຊື່ອໃນອຸດົມການຂອງຕົນເອງອີງຕາມຄວາມຮູ້ແລະຄວາມເຂົ້າໃຈ ບັນຫາໂລກຂອງຕົນໃນຕອນນັ້ນ ແລະສະຖານະການທີ່ຕົນເອງປະເຊີນ. ຈະໂທດຝ່າຍໃດຝ່າຍໜຶ່ງກໍບໍ່ສົມຄວນ. ສະນັ້ນການບັນທຶກປະຫວັດສາດຕ້ອງບັນທຶກທຸກຂໍ້ມູນທີ່ເກີດຂຶ້ນ ແລະເປີດກວ້າງຮັບເອົາທັງສອງຝ່າຍ, ສອນໃຫ້ລູກຫຼານໃຫ້ຮັບຮູ້ທຸກໆຝ່າຍ.  ຕ້ອງຢືນຢູ່ຈຸດກາງ, ເຊົາລ້າງສະໝອງລູກຫຼານໃຫ້ ຄຽດຊັງຝ່າຍໃດຝ່າຍໜຶ່ງ.

ຖ້າເຮົາຍັງຈະສືບຕໍ່ອຸດົມການລ້າງສະໝອງແບບນີ້ໄປໜ້າ, ອີກຮ້ອຍປີຂ້າງໜ້າປະຫວັດສາດລາວໃນໄລຍະສົງຄາມໂລກຄັ້ງທີ່ສອງກໍຈະກາຍເປັນ ປະຫວັດສາດມືດ. ບໍ່ຈະແຈ້ງ. ເພາະຂາດຂໍ້ມູນອັນແທ້ຈິງ. ຍົກຕົວຢ່າງການອະທິບາຍບັ້ນຮົບນໍ້າບາກ
. ເຊິ່ງໃນບົດຮຽນກ່າວວ່າ ເປັນ ບັ້ນຮົບລະຫວ່າງ ກອງທັບປົດປ່ອຍ ກັບພວກລ່າເມືອງຂຶ້ນຈັກກະພັດອະເມລິກາ ແລ້ວຄໍາຖາມຄື: ອະເມຣິກາຕາຍຈັກຄົນ? ຝຣັ່ງຕາຍຈັກຄົນ? ຄໍາຕອບກໍຄືບໍ່ຕາຍຈັກຄົນ  ໃນບັ້ນຮົບນັ້ນມີແຕ່ຄົນລາວຕາຍເປັນສ່ວນໃຫຍ່. ບັນທຶກໄວ້ວ່າດັບສູນສັດຕູທໍ່ນັ້ນຄົນທໍ່ນີ້ຄົນຢ່າງອົງອາດກ້າຫານ,  ສັດຕູດັ່ງກ່າວນັ້ນກໍຄືທະຫານລາຊະອານະຈັກລາວ, ເປັນຄົນລາວທີ່ປະຕິບັດໜ້າທີ່ບໍ່ຕ່າງຫຍັງກັບທະຫານອີກຝ່າຍໜຶ່ງ ແລ້ວພວກເຂົາກໍອາດແມ່ນປູ່, ພໍ່, ລຸງ, ອາວ, ນ້າບ່າວ ຫຼືຍາດຕິພີ່ນ້ອງຂອງພວກເຮົາຫຼືອາດເປັນພີ່ນ້ອງກັບ ຜູ້ຂຽນປື້ມຮຽນປະຫວັດສາດຫຼືຜູ້ທີ່ກໍາລັງຈະເຊັນອະນຸຍາດໃຫ້ສ້າງອະນຸສະຖານດັ່ງກ່າວນັ້ນກໍເປັນໄດ້.  ນັ້ນຄືຄວາມຈິງ.  ສະນັ້ນຂໍຝາກນັກປະຫວັດສາດລາວສະໄໝໃໝ່ໃຫ້ເບິ່ງ ຄືນປື້ມຮຽນປະຫວັດສາດລາວຄືນໃໝ່ອີກຄັ້ງ. ຖ້າເປັນໄປໄດ້ກໍັັເລິ່ມດັດແປງແກ້ໄຂໃຫ້ເທດເໝາະກັບຂໍ້ມູນຄວາມຈິງ ເພື່ອລູກຫຼານລາວຈະໄດ້ຮຽນຮູ້ປະຫວັດສາດລາວອັນແທ້ຈິງ.  ແລ້ວນໍາເອົາມາເປັນບົດຮຽນສ້າງຄວາມສາມັກຄີ. 

ເຮົາສອນລູກຫໃຫ້ເຂົ້າໃຈພຽງແຕ່ການຮຸກຮານຂອງຕ່າງຊາດ, ປູກຝັງຄວາມຄຽດແຄ້ນແລະໂຍນໂທດໃຫ້ ແຕ່ກັບຕ່າງຊາດຝ່າຍດຽວ ແຕ່ບໍ່ເຄີຍສອນໃຫ້ລູກຫຼານເຂົ້າໃຈບັນຫາພາຍໃນຕົວເຮົາເອງ, ເພາະຄວາມຈິງແລ້ວ ເຮົາຄືສັດຕູອັນຮ້າຍແຮງທີ່ສຸດພາຍໃນຊາດລາວເຮົາ, ແຕ່ບໍ່ເຄີຍສອນໃຫ້ຮູ້ຈັກ, ບໍ່ເຄີຍອນໃຫ້ຮັບເອົາຄວາມຈິງ, ຮັບເອົາຄວາມຜິດພາດດັ່ງກ່າວເພື່ອນໍາເອົາມາເປັນບົດຮຽນ. ຖ້າເຮົາຍັງຢືນຢູ່ຈຸດນີ້, ລູກຫຼານເຮົາຈະຮຽນຮູ້ບົດຮຽນອັນລໍ່າຄ່ານັ້ນໄດ້ແນວໃດ? ຕ້ອງເຂົ້າໃຈວ່າ ການບັນທຶກປະຫວັດສາດກໍເພື່ອ ຮຽນຮູ້ຄວາມເປັນມາໃນອາດີດແລ້ວນໍາເອົາມາ ເປັນບົດຮຽນເພື່ອແກ້ໄຂຫຼືປ້ອງກັນບໍ່ໃຫ້ມັນຊໍ້າຮອຍອີກ.  ບໍ່ແມ່ນບັນທຶກເພື່ອສ້າງແນວຄິດສັງຄົມໃຫ້ ຍຶດຕິດກັບອາດີດ.    
 

ປສ. 2017  



ປລ. ຮູບບຸກຄົນສໍາຄັນຂ້າງເທິງຜູ້ຂ້າໄດ້ມາຈາກອິນເຕີເນັດ. ຕ້ອງຂໍອະນຸຍາດມານະທີ່ນີ້ດ້ວຍຖ້າ ເປັນການລະເມີດລິຄະສິດ. ຜູ້ຂ້າເຫັນວ່າບຸກຄົນເລົ່ານີ້ມີສ່ວນໃນການສ້າງປະຫວັດສາດລາວ ຫລັງສົງຄາມຄັ້ງທີ່ 2 ທີ່ສັງຄົມເປັນຕົ້ນຢູ່ໃນປະເທດລາວຮຽນຮູ້ພຽງບາງບຸກຄົນ.