Wednesday, December 3, 2014

ຄວາມຮັບຜິດຊອບ ພາກ I



ຄວາມຮັບຜິດຊອບ:
 
ໃນຕົ້ນປີ 1990 ຕອນນັ້ນຂ້ອຍຮຽນຢູ່ມະຫາວິທະຍາໄລ ແລະກໍໄດ້ຮູ້ຈັກກັບຜູ້ຍິງລາວຄົນໜຶ່ງຊື່ນ້ອຍ. ຕອນນັ້ນແມ່ນລາວຍັງຮຽນຢູ່ ມັດທະຍົມປາຍ. ສາເຫດຮູ້ຈັກກັນແມ່ນຍ້ອນຄອບຄົວຜູ້ໃຫຍ່ທັງສອງຝ່າຍຈັບຈູດໃສ່ກັນ. ຕໍ່ມາບໍ່ດົນຄວາມຮັກບ່າວສາວກໍເກີດຂຶ້ນ. ແລະປີຕໍ່ມາຂ້ອຍກັບນ້ອຍກໍໄດ້ແຕ່ງງານກັນ ມີລູກສາວນໍາກັນຄົນໜຶ່ງ. ຕອນນັ້ນຊີວິດຂ້ອຍແມ່ນຍັງຢູ່ໃນສະພາບບຸກບຶນ. ທັງຮຽນທັງເຮັດວຽກໄປນໍາ. ຕອນເຊົ້າແມ່ນໄປເຮັດວຽກ ຢູ່ໂຮງຮຽນປະຖົມ ເປັນຄູຊ່ວຍສອນວີຊາເລກ, ຕອນແລງແມ່ນໄປຮຽນຢູ່ມະຫາວິທະຍາໄລ, ເລີກຮຽນປະມານ ເຈັດໂມງແລງກໍໄປເຮັດວຽກລ້າງຖ້ວຍຢູ່ ຮ້ານອາຫານຕໍ່. ບໍ່ມີເວລາໃຫ້ກັບຄອບຄົວ, ສ່ວນນ້ອຍກໍອອກ ໂຮງຮຽນມາຢູ່ເຮືອນລ້ຽງລູກ. ນ້ອຍເປັນລູກສາວດຽວ ບໍ່ມີພໍ່, ມີແຕ່ແມ່. ສ່ວນຂອຍເປັນລູກຊາຍຜູ້ທີ່ສາມ, ມີພໍ່ແມ່ ອ້າຍເອື້ອຍນ້ອງທັງໝົດເຈັດຄົນ. ເປັນຄອບຄົວໃຫຍ່ກໍ່ວ່າໄດ້. ແຕ່ຖານະກໍບໍ່ແຕກຕ່າງກັນປານໃດກັບຄອບຄົວຄົນລາວ ຫຼາຍໆຄອບຄົວທີ່ພາກັນອົບພະຍົບ, ຍົກຍ້າຍມາອາໄສຢູ່ອະເມຣິກາ. ແຕ່ລະຄອບຄົວກໍ່ຕ້ອງໄດ້ບຸກບຶນ ສູຊົນກັບຊີວິດເພື່ອຄວາມຢູ່ລອດ ແລະເພື່ອອະນາຄົດຂອງຕົນເອງ. ຂ້ອຍເອງໃນເມື່ອມາຢູ່່ອະເມຣິກາອາຍຸຍັງ ນ້ອຍແດ່ກໍ່ເລີຍມີແນວຄິດ ແລະຄວາມຝັນຢາກສ້າງຖານະໃຫ້ກັບຕົນເອງ, ປະການສອງກໍເພື່ອຕອບສະໜອງຄວາມຫວັງ ຂອງພໍ່ແມ່ທີ່ມີຕໍ່ຂ້ອຍ ເພາະຂ້ອຍເອງເຖິງຈະເປັນລູກຊາຍຜູ້ທີ່ສາມແຕ່ກໍ່ຖືວ່າເປັນລູກຊາຍກົກ, ເຊິ່ງພໍ່ແລະແມ່ມອບຄວາມຫວັງຄວາມຮັບຜິດຊອບໃຫ້ເປັນຜູ້ດູແລຄອບຄົວ, ເປັນຫົວໜ້າຄອບຄົວໃນອະນາຄົດກໍວ່າໄດ້.  ສາເຫດກໍເພາະວ່າ 1. ຂ້ອຍອອກຈາກປະເທດລາວ, ອາຍຸໃຫຍ່ພໍ ທີ່ຈະຮູ້ຈັກປະເພນີລາວ, ຂະນົບທໍານຽມ ຮູ້ຈັກເວົ້າຂຽນພາສາລາວໄດ້, 2. ແຕ່ກໍບໍ່ແກ່ເກີນໄວທີ່ຈະເລີ່ມຕົ້ນການສຶກສາຢູ່ອະເມຣິກາ. ເຊິ່ງສາມາດເລີ່ມຮຽນມັດທະຍົມຕົ້ນໄດ້.  ດັ່ງນັ້ນພໍ່ແມ່ຈຶ່ງມອງເຫັນຂ້ອຍ ສາມາດເປັນຄົນສອງຊາດໄດ້, ເປັນໄດ້ທັງຊາດລາວ ແລະຊາດອະເມຣິກັນ ເຊິ່ງສາມາດປັບຕົວເຂົ້າໄດ້ທັງສອງວັດທະນະທໍາ.   ສ່ວນອ້າຍເອື້ອຍ ບໍ່ມີໂອກາດຮຽນ ກໍຈະຂາດຄວາມຮູ້, ສໍາຄັນດ້ານພາສາອັງກິດ. ສ່ວນນ້ອງໆ ມີໂອກາດຮຽນຫຼາຍກວ່າຂ້ອຍ ແຕ່ອາຍຸນ້ອຍເກີນໄປ ຂາດຄວາມເປັນລາວ, ບໍ່ຮູ້ວັດທະນະທໍາ ປະເພນີລາວ, ຂາດຂະນົບທໍານຽມລາວ, ແລະສໍາຄັນອ່ອນດ້ານພາສາລາວ. ເຊິ່ງຈະພາໃຫ້ນ້ອງໆ ຖືກວັດທະນະທໍາອະເມຣິກາ ກືນກິນຈິດວິນຍານ ສຸດທ້າຍກໍ່ຈະລືມຊາດເຫງົ້າຂອງຕົນເອງ, ກາຍເປັນອະເມຣິກັນຮ້ອຍເປີເຊັນ.  ຍ້ອນສາເຫດດັ່ງກ່າວຂ້ອຍຈຶ່ງ ຖືກພໍ່ແລະແມ່ປັ້ນໃຫ້ເປັນເສົາຫຼັກຂອງຄອບຄົວ. ເຊິ່ງຄວາມຮັບຜິດຊອບອັນໃຫຍ່ຫຼວງນັ້ນແມ່ນຖືກ ປູກກ້າເພື່ອໄວ້ກິນຜົນໃນຈິດສໍານຶກຂອງຂ້ອຍເລີ່ມແຕ່ມື້ຂ້ອຍມາຕົກຢູ່ອະເມຣິກາ.

ດັ່ງນັ້ນຂ້ອຍຈຶ່ງພະຍາຍາມສ້າງຖານະຕົນເອງ, ບຸກບຶນແຕ່ການຮຽນບໍ່ຍອມປ່ອຍວາງ ຈົນສ້າງບັນຫາໃຫ້ຄອບຄົວ. ເພາະການຮຽນກໍ່ຕ້ອງໄດ້ໃຊ້ເງິນ, ໃຊ້ທຶນ. ແລ້ວເງິນທີ່ຂ້ອຍຫາໄດ້ມາຈາກການເປັນຄູຊ່ວຍ ແລະການລ້າງຖ້ວຍ ຕາມຮ້ານອາຫານກໍບໍ່ພໍໃຊ້ໃນຄອບຄົວ. ຈຶ່ງເປັນເຫດໃຫ້ນ້ອຍຕ້ອງໄດ້ໄປເຮັດວຽກຢູ່ໂຮງງານ. ແລະໂມງເຂົ້າເຮັດວຽກຂອງນ້ອຍແມ່ນເປັນໂມງຕອນຄໍ່າຫາແຈ້ງທີ່ເຂົາເອີ້ນວ່າ ຊີບສາມ
(3rd shift, ຫຼື midnight shift). ສ່ວນລູກສາວ ກໍປ່ອຍໃຫ້ແມ່ຂອງນ້ອຍເປັນຜູ້ລ້ຽງດູ. ໄລຍະສອງປີ ນ້ອຍກັບຂ້ອຍແມ່ນໄດ້ເຫັນ ກັນແຕ່ມື້ພັກພຽງວັນເສົາແລະທິດ. ນອກນັ້ນກໍ່ບໍ່ຄ່ອຍເຫັນກັນ ເພາະເວລາຂ້ອຍກັບເຮືອນຈາກຮ້ານອາຫານ ນ້ອຍແມ່ນອອກໄປເຮັດວຽກແລ້ວ, ແລະເວລານ້ອຍກັບບ້ານເຈັດແປດໂມງເຊົ້າ, ຂ້ອຍກໍໄດ້ອອກບ້ານໄປສອນຢູ່ໂຮງຮຽນ, ຫລັງຈາກນັ້ນກໍເລີຍ ໄປຮຽນຕໍ່ ແລ້ວກໍເລີຍໄປຮ້ານອາຫານຈົນຮອດສິບສອງໂມງກາງຄືນ. ເວົ້າໄດ້ວ່າເປັນຊີວິດຄູ່ ຜົວເມຍທີ່ບຸກບຶນທີ່ສຸດ, ເດືອນໜຶ່ງເຫັນໜ້າກັນ, ກິນເຂົ້າຮ່ວມພາກັນບໍ່ພໍສາມຄັ້ງ, ແລະແຕ່ລະຄັ້ງແທນທີ່ຊິດີໃຈເມື່ອເວລາເຫັນໜ້າກັນໄດ້ໂອ້ລົມກັນ, ແຕ່ກົງກັນຂ້າມມີແຕ່ເລຶ່ອງທຸກໃຈ ເພາະນ້ອຍກັບຂ້ອຍ ແນວຄິດແຕກຕ່າງກັນຫຼາຍ, ເປັນຕົ້ນດ້ານຄວາມຮັບຜິດຊອບຄອບຄົວ. ນ້ອຍຢາກໃຫ້ຂ້ອຍເຊົາຮຽນ ແລ້ວຫາເຮັດວຽກຕາມໂຮງຈັກໂຈງງານແບບພໍລ້ຽງຄອບຄົວໄປວັນໆ.  ນ້ອຍຄິດວ່າ ຖ້ານ້ອຍ ແລະຂ້ອຍສອງຄົນເຮັດວຽກເປັນປົກກະຕິ ກໍຈະສາມາດລ້ຽງລູກແລະຄອບຄົວໄດ້. ນັ້ນຄືຄວາມຄິດຂອງນ້ອຍ. ສ່ວນແນວຄິດຂອງຂ້ອຍແມ່ນຈົມຢູ່ກັບຄວາມຫວັງຂອງພໍ່ແລະແມ່ທີ່ເພິ່ນປູກໄວ້ເພື່ອກິນຜົນ. ກໍເລີຍພາໃຫ້ຂ້ອຍກັບນ້ອຍຜິດຖຽງກັນຕະຫຼອດ. ໃນສາຍຕານ້ອຍ, ຂ້ອຍຄືຜູ້ຊາຍທີ່ຂາດຄວາມຮັບຜິດຊອບຕໍ່ລູກແລະເມຍ. ເຫັນແກ່ຕົວ, ເອົາແຕ່ຮຽນ.  ຂ້ອຍພະຍາຍາມອະທິບາຍໃຫ້ນ້ອຍເຂົ້າໃຈ ວ່າຄວາມຮັບຜິດຊອບຄົນໆໜຶ່ງແຕກຕ່າງກັນ. ຖ້າຂ້ອຍເລືອກເກີດໄດ້ຂ້ອຍຈະຂໍເກີດເປັນ ນ້ອຍ, ລູກສາວດຽວ ບໍ່ມີພໍ່ ບໍ່ມີອ້າຍເອື້ອຍນ້ອງ. ເກີດໃນວົງຕະກຸນທໍາມະດາ. ແຕ່ຂ້ອຍເລືອກເກີດບໍ່ໄດ້. ຂໍ້ນີ້ບໍ່ຖືກໃຜບໍ່ຮູ້, ນ້ອຍເອງກໍບໍ່ຮູ້ ແລະບໍ່ຍອມເຂົ້າໃຈ.

ສຸດທ້າຍນ້ອຍກັບຂ້ອຍກໍຢ່າຮ້າງກັນ....


ເຊີນຕິດຕາມອ່ານພາກ II ສັບປະດາໜ້າ.    -p

Friday, October 10, 2014

ບົດຄວາມ: ລະນຶກເຖິງ ດຣ. ທານິດ



ບົດຄວາມນີ້ລະນຶກເຖິງ ດຣ. ທານິດ, ອະດີດສາດສະດາຈານ ປະຈໍາມະຫາວິທະຍາໄລ ອິລີນອຍ ແຫ່ງ ສະຫະລັດອະເມຣິກາ ປີ 1990-97. ທ່ານ ດຣ. ເປັນ ນັກປະຫວັດສາດ ສາຍອາເຊຍອາຄະເນ ຄົນໜຶ່ງ ເຊິ່ງສະໄຫມນັ້ນເພິ່ນເຂົ້າໃຈວ່າ ຊາດລາວເກີດຈາກຊາດໄທຍສະຫຍາມ ບໍ່ວ່າດ້ານພາສາແລະ ວັດທະນະທໍາ. ສະໄໝນັ້ນຂ້າພະເຈົ້າແມ່ນກໍາລັງຮຽນປະລິນຍາໂທ, ບັງເອີນສົນໃຈຄວາມເປັນມາຂອງ ເຊື້ອຊາດລາວ, ເລີຍຊອກຫາອ່ານ, ຄົ້ນຄວ້າເລິກເຊິ່ງເຖິງເຊື້ອເຜົ່າພົງພັນຂອງ ຕົນເອງຈົນກາຍເປັນບຸກຄົນທີ່ເຂົາເອີ້ນວ່າຊາດນິຍົມ. ເຊິ່ງກໍບໍ່ແຕກຕ່າງຫຍັງກັບ ທ່ານ ດຣ. ທານິດ ເພິ່ນເອງກໍ່ເປັນຄົນຊາດນິຍົມ, ຮັກຊາດໄທຍ. ສ່ວນຂ້າພະເຈົ້າ ເອງກໍ່ຮັກຊາດລາວ. ເຖິງວ່າທັງສອງ ຈະໄດ້ຍົກຍ້າຍມາອາໄສຢູ່ອະເມຣິກາ, ປ່ຽນສັນຊາດເປັນຄົນອະເມຣິກັນແລ້ວກໍ່ຕາມ. ແຕ່ຕ່າງຝ່າຍກໍ່ຍັງຮັກເຊື້ອເຜົ່າຂອງ ຕົນເອງຢູ່ ຈຶ່ງເກີດມີການປະທະກັນ. ແຕ່ສ່ວນຫຼາຍກໍປະທະກັນຢູ່ໃນຂອບເຂດ ດ້ວຍເຫດແລະຜົນຂອງແຕ່ລະຝ່າຍ. ມີບາງຄັ້ງກໍ່ນອກເຫດຜົນໄປເລັກໆນ້ອຍໆ ເຊິ່ງມີການນາບຂູ່, ປ້ອຍດ່າ, ຈາຕົບຈາຕີກັນ ສ່ວນຫຼາຍຈະແມ່ນມາຈາກໝູ່ນັກຮຽນລາວ ຢູ່ອະເມຣິກາດ້ວຍກັນ. ກໍບໍ່ຕິເນາະ ເພາະຕາມອາລົມໄວໜຸ່ມທີ່ຖືກ ເຜົາດ້ວຍແນວຄິດຊາດນິຍົມ. ແຕ່ນັ້ນມັນກໍກາຍເປັນອະດີດໄປແລ້ວ, ແລະວ່າງບໍ່ດົນມາ ນີ້ໄດ້ຍິນຂ່າວວ່າ ດຣ. ເພິ່ນໄດ້ເສຍຊີວິດແລ້ວ ຈຶ່ງເຮັດໃຫ້ຂ້າພະເຈົ້າເກີດມີປັດ ຊະຍາຫຼາຍຢ່າງຕໍ່ຊີວິດຄົນເຮົາ. ເກີດແກ່ເຈັບຕາຍ ຄືຈິລັງແຫ່ງຊີວິດ, ບໍ່ຄວນຍຶດຕິດກັບແນວຄິດຂາວຈັດຫຼືດໍາຈັດ. ເມື່ອມີແນວຄິດແຕກຕ່າງ ກໍບໍ່ຄວນແຕກຂາດດ້ານສະຕິ, ສໍາຄັນຕ້ອງຮູ້ຈັກອະໂຫສິໃຫ້ກັນແລະກັນບໍ່ວ່າກໍລະນີໃດໆ ອະໂຫສິໃຫ້ຄົນອື່ນບໍ່ໄດ້ ກໍອະໂຫສິໃຫ້ຕົນເອງເພາະນັ້ນຄືວິທີດຽວທີ່ຈະພາໃຫ້ເຮົາຜົ້ນ ທຸກໄດ້....ສາທຸ ຂໍໃຫ້ທ່ານ ດຣ. ໄປສູ່ສຸຄະຕິດເທິດ, ທ່ານຄືບຸກຄົນໜຶ່ງທີ່ຊ່ວຍ ເຣັດໃຫ້ຜູ້ຂ້າ ເຖິງຈະຢູ່ຕ່າງແດນ ແຕ່ກໍພູມໃຈໃນຄວາມເປັນລາວ. ຂອບໃຈ.

ຂ້າງລຸ່ມຄືພາກສ່ວນຂອງບົດຄວາມທີ່ຂ້າພະເຈົ້າ ໂຕ້ຖຽງກັບ ທ່ານ ດຣ ໃນເວທີ ລາວຟໍລໍາ. ຫມູ່ນັກຮຽນລາວ ອະເມຣິກັນສະໄໝນັ້ນຖ້າໄດ້ອ່ານອາດຈະຈື່ໄດ້ດີ...
__________________________
Let me help you Thai people, specially you Dr. Thanit figuring out who's who and why some of you got screwed big time.
The word "Siam" is derived from "Syama," a Sanskrit term for Black or Dark Brown--please check the Sanskrit dictionary. In Vishnu Purana of late 600s AD, the people were mentioned as "Syama Rastra." The Champ inscriptions mentioned the Siamese. In 778 AD, in Rahang (South Vietnam) inscription mentioned that "the temple was burned down to the ground by men born in different country...entirely black and thin..." There are other inscriptions mentioned capturing Siamese along with Khmers as prisoners and slaves. In fact, some of the Khmers still referred to you people as "Siem" meaning "Dark Green"...There is a province in Cambodia
called "Siamreap." Chu Ta Kwan visited Angor Wat in the late 13th
century wrote a book entailing the descriptions of the empire and her people including the description of Siamese as people of "dark skin and curly hair who went naked and barefoot." On the wall of Angor Wat, the ceremony of 1183 AD was participated by mercenary soldiers who were sculpted and denoted as "Syam-kuk." The Burmese inscription of the same period (12th century) called your people "Hran." Therefore, definitely Syam or Siam or Siem doesn't mean people of peace and happiness. In fact it was mentioned in Siam Mapped: A History of Geo-body of Siam (1993) by Thongchai (?) that historically the Ayudhayans have engaged in the destructive ideology not peace.

How about the term Tai? Here we go doc…
On the other hand, the term Thai, Tai, or Dhai derived from a Lao term "Din" to mean earth or soil or land (geographic term) and local or native (people) (see Princeton Hsu in "The Chuang People" published in "Archaeological Historical and Linguistic Studies of the People of Southern China and Hongkong Areas" edited by F.S. Drake (1961). How the term "Dhai" got to be used? Simple. In the Kwangsi areas, there were litterally thousands of places associated with the term "Tai" such as Tai Khao, Tai Loom, Tai Yuan, Tai Leuang,,,...Therefore, there cannot be more than thousands Tai ethnics. Then people identified themselves according to their place of settlements (ie., Tai Khao, Tai Leuang..etc) as such that the term denoted "local" or "native" of a given place, a self-resignation if you will. Furthermore, the term "Tai" had always been used in association with another name (ie., Dhai Lue) never a single word.
When have the word "T(h)ai" been used as a single word? Many sources mentioned it was first applied during the reign of Ram Khamhaeng (app.1292 AD) as written in the inscription #1. However, now scholars have seriously doubted its authenticity, some even went further to suggest that RK was actually composed by Mongkut himself during the 1850s. Linguistically speaking, the language of Sukhodhaya (collectively from various inscriptions) differed from that of Ayudhaya to which Vickery and Chamberlain concluded that the people of Sukhodhaya weren't the ancestors of the Ayudhayans (see M. Vickery in his #2 installment, The Ram Khamhaeng Controvery edited by James R. Chamberlain (1991)).  If RK was a fake, then the next historical record that showed the application of the word "Thai" as the name of people was during the reign of the second Lao king, Sam Saen Thai of 1376 AD. Here, the king was named after the sensus report of the kingdom's populations as 300,000 Thais and some 400,000 Khmues. I may be the first person to
admit that at some point in time, the Lao, too, may have employed the word Thai as to mean people. In fact, the Lao people still employ the term "Thai" as in Thai Vientiane, Thai Muang Luang,,,,to mean the local or native people of those places.
So, how is the term "Thai" related to "Siam"? Beat the hell out of me! But perhaps this can be explained in term of linguistic criterion and/or social contacts and migration. According to Herold J. Wiens, the Siamese learned the language from the Lao people (see China's March Towards the Tropics, pp.117-118, 1954). Hiram Woodwards, a former professor at the Sinlapakorn University, proposed the movement of the Mon people, the Mon of Dvaravati Sri Ayudhaya whom he was believed to have been the forefathers and foremothers of the so-called Thai people, from the northeast regions down to the Chao Phraya valley during the 10-11th century as the Khmer power shrunk and thus carried the language with them. Even Vickery seems to offer the same opinion. If that's the case, the contacts between Lao and Mon must have taken place much ealier,
perhaps during 7-10th century. Nevertheless, there were no concrete
evidences to support either Woodwards' or Vickery's hypothesis at the present time.  Anyway, I do agree with you that the country shouldn't have been named Thailand for "Thai" already means "land" in such that if took it litterally Thailand really means "Landland," funny huh Dr. Thanit?

Other note, Unlike Lao people who paid the respect to the Khamue when they first migrated to the land by adopting some of their traditions and honoring them during the yearly ceremony, Thai people had not. Therefore, they tend to be blind when it comes to other people's customs, culture, and values. But let's dissect the Thai culture and people as to who are they and where they came from. Historical records showed that these Ayudhayans are the direct descendants of the Mon race. Who are the Mon? The Mon people are racially, culturally, and linguistically related to the Khmers whom had enslaved them for centuries. Currently, there are roughly 500,000 Mons left in Southern Mayanma--the old kingdom of
Ramayana or Souwanna Phoum Pradej centered at Thaton. Some of the Thai or Siamese are the original inhabitants of Ayudhaya known as Krung Theb Dvaravati Sri Ayudhaya; some came from the Haripunja kingdom (now called Lampang, northern Thailand); some came all the way from Isaan including Ban Xai Fong, Vientiane. It can be traced back where they had settled not only by the archaeolgical remains but also by the survival of their language. For example, the word 'Bang' as Bang Hiang and Bang Fai (Sawannakhet, Laos) and Bang Khrapi and other Bang in Thailand is the Mon word and would, of course, likely to be the Mon settlements.

Why do they speak the Lao language? The similarity of the language, spoken or written, between the Thai and the Lao is astonishing and thus creates theories and hypothesis that the two groups of people must have shared the same ancestry. Such topic has been hotly debated for years. In any events, in order to understand the spread of the Lao language in the peninsula, history, especially the subjugation and migration era must be learned. That's when the subjugated Mon came down from the old
Haripunja, which was overpowered and ruled by the Lao--the Lan Na branch, from Isaan and Vientiane ruled by the Lan Xang branch, and from Sukhadhaya ruled by the Lan Na branch, they brought the language with them. Case in point: it's no mistake that word 'Thai' is an ancient Lao word as indicated by the linguistic study, to mean 'Din or earth, land, soil' used as a geographic term, or 'local and native' to denote people.  In fact, history will show that at one time the Lao people called themselves 'Thai' as well, according to the population statistics during the king Sam Saen Thai of 1376 AD. Of course, to date the Siamese or Mon have mostly abandoned their language and history, but retained their culture and traditions. And they adopted the name 'Thai' as their tribal name instead. Is it good or bad? It all depends on how one looks at it, I guess.  Certainly, there are people who tried linking the two groups by fusing their histories and language together, but others saw it differently. The former is the people of academia and ruling class. Their political agenda, as I see it, is to conquer the land and to brainwash people to believe that they really share the same ancestry.
Historically, the Siamese elites had attempted to westernize their own people by advocating the practice of western culture (ie., members of the family kissing before leaving and after coming home). There was also a period in their history where they had attempted to exterminate the Chinese population from the kingdom by using the Lao army (the Anuwong's) to chase them through the sugar plantations. There is also a period where the ruling class devised the methods to erase the term 'Lao' and replace them with 'Thai'. Thus, ridiculing anything including people, culture, traditions, places,,,etc. which associated with the term 'Lao' is more than appropriate for the sake of the term 'Thai'. Perhaps, this is what happens in the case of Nichole bashing the Lao people.
So, I know what holocaust means, doctor, and I know what genocide means, and what the Siamese did to the Vientiane population in 1827 and afterwards (and even before) certainly qualify as genocide. In fact the Siamese have continued to commit genocide against the Lao people up to the middle of this century and later, by systematically attempting to destroy the Lao race by saying that Lao people are Thai.  Well, you know what, doctor? There is a good reason that your adopted race has a peculiar complex in regards to Laos.  This is because Lao people are the only real Thais left!  Your adopted people, the Siamese, are a mixed breed (some people would say mutts).  Look at what your own scholars say: "The irony is that on the contrary this notion [younger brother] should be applied to us.  Every child in school knows that Laos was a cradle of the Thai people and that the Lao are the Thai (or Tai) whose blood is more ancient and purer than that of the inhabitants of the Menam basin, which mixed with the Mons, Khmers and, the the case of Bangkok, with the Chinese."  That was Dr. Sumet Jumsay as published in THE NATION, August 6, 1984.  Pay attention, Dr. Thanit, to what our then Crown Price Savang Vatthana said in the 1940s: "we Lao, we are also Thai, but we don't want to become Siamese."  Capisce?  YOUR PEOPLE ARE TRYING TO BECOME OUR PEOPLE.  STOP IT DOCTOR!  WE DON'T LIKE THAT....

Sam aka PS 1997 (Laos Forum)

Thursday, October 9, 2014

ເລຶ່ອງສັ້ນ: ຝັນແປກ


ເລຶ່ອງສັ້ນ ຝັນແປກ:
ຄືນນີ້ຝັນແປກ, ຝັນວ່າມານັ່ງເອົາມືຄໍ້າແກ້ມຢູ່ກ້ອງຕົ້ນໄມ້ຄົນດຽວ, ຢູ່ໃສບໍ່ຈື່ ແບບສີຫນ້າເສົ້າໆ. ນັ່ງດົນເຕີມກໍ່ມີຍົມພິບານບິນມາຢືນຈຶກຢູ່ຕໍ່ຫນ້າ ແລ້ວເວົ້າວ່າ:
ຍົມພິບານ: ເອິ…ເຈົ້າບໍ່ຕ້ອງເປັນຫ່ວງເລຶ່ອງປີນຕົ້ນຍິ້ວເດີ. 3:)
ປສ: ໂທດ…ທ່ານເວົ້າຫຍັງ ຂະນ້ອຍ ບໍ່ເຂົ້າໃຈ :-O
ຍົມພິບານ: ເລຶ່ອງປີນຕົ້ນຍິ້ວ >:O
ປສ: ອ້າວ…ແລ້ວກ່ຽວຫຍັງກັບຂະນ້ອຍ o.O
ຍົມພິບານ: ຍັງວ່າ…ກະເວົ້າໃຫ້ຟັງເພາະເຫັນມີຊື່ໃນບັນຊີ
:-O
ປສ: ຮື…ຂະນ້ອຍຄືວ່າ ບໍ່ເຄີຍຫລິ້ນຊູ້ສູ່ເມຍເພິ່ນ ນ່າາ. :-D
ຍົມພິບານ: ເອີ ນາ…ເຕືອນໄວ້ໃຫ້ຮູ້.
ປສ: ແລ້ວບໍ່ໃຫ້ຂະນ້ອຍເປັນຫ່ວງ ເລຶ່ອງຫຍັງລະ?
ຍົມພິບານ: ຄືວ່າ ບໍ່ຕ້ອງຫ່ວງ ເພາະດຽວນີ້ຫນາມມັນຫ້ຽນຫມົດແລ້ວ.
ປສ: ອ້າວວ…ຄືວ່າຈັ່ງຊັ້ນ :/
ຍົມພິບານ: ຍັງວ່າຫັ້ນຕີ້…ຫລັງໆ ມານີ້ມີກຸ່ມເຖົ້າຫົວງູພາເມຍນ້ອຍເມຍເລັກເມຍປາຍ ພາບ ສາມພາບສີ່ ມາປີນ, ຫນາມມັນເລີຍຫ້ຽນ. >:O
ປສ: ໂອ້…ກໍາເວນ. ວ່າແຕ່ວ່າ ຂໍໃຫ້ທ່ານກວດບັນຊີຄືນໃຫມ່ໄດ້ບໍ່? ຫລົງຄົນຕີ້. ຊື່ປສ ມີຫລາຍກໍ້.
ຍົມພິບານ: ເອີ…ແລ້ວຈະໃຫ້ເຂົາກວດຄືນໃຫ້. ໄປລະ, ມາເລົ່າສູ່ຟັງຊື່ໆ. ແລ້ວຂໍຝາກບອກເມຍ ເຈົ້າແດ່ ວ່າຕົ້ນຍິ້ວມັນຫ້ຽນແລ້ວ. ບອກລາວບໍ່ຕ້ອງເປັນຫ່ວງ.
ປສ: ຮື…ແລ້ວກ່ຽວຫຍັງກັບເມຍ ຂະນ້ອຍ?!?
ຍົມພິບານ: ເອີ ນ່າ…ເລົ່າສູ່ຟັງ ກະຍັງວ່າ….ໄປລະ, ແວ໋ບບ! 3:)

ພໍເວົ້າສຸດຄວາມປັບກໍ່ຫາຍແວ໋ບໄປໄວບໍ່ຊ້າ, ເລີຍບໍ່ຮູ້ຄໍາຕອບຊໍ້າວ່າ ຕົ້ນຍິ້ວຫ້ຽນກ່ຽວຫຍັງກັບເມຍເຮົາ. ສ່ວນໂຕເອງກໍ່ສວດຕື່ນຂຶ້ນທັນທີ. ພໍຮູ້ເມື່ອມາກໍ່ງວກໄປເບິ່ງເມຍນອນຢູ່ທາງຂ້າງ. ຂ້ອງໃຈຄໍາເວົ້າຂອງຍົມພິບານ ເລິີຍຄຶດຢາກປຸກເມຍມາຖາມ ແຕ່ບໍ່ກ້າເພາະເຫັນລາວນອນຫລັບໂກນຊອດໆ. ຄົນນອນລັບແຊບນົວແບບນັ້ນຊິປຸກ ກໍ່ຕ້ອງມີເຫດຜົນສໍາຄັນບໍ່ຫລາຍກໍ່ເຕີບຫນຶ່ງພຸ້ນແຫລະ. ແລ້ວເຫດຜົນເຮົາເດ? ຊິບອກລາວວ່າຈັ່ງໃດ? “ເມຍເອີຍ ຂ້ອຍປຸກເຈົ້າ ເພາະມີຄໍາຖາມ ຄືວ່າ ຂ້ອຍຝັນວ່າ ໄດ້ລົມກັບ ຍົມພິບານ… “ ຄຶດວ່າພໍກ່າວຮອດນີ້, ບໍ່ທັນສຸດຄວາມ, ຢ້ານ ຖືກຢັນຕົກຕຽງດັງອຶບບາດຫນຶ່ງຢູ່. ເອົາເປັນວ່າມື້ຫນ້າໂອກາດມີຄ່ອຍຖາມ….ແຕ່ ໂອ້ຍຍຍ, ທ່ານຍົມພິບານເຈົ້າເອີຍຍ ຊິຫາຍແວ໋ບໄປກະບໍ່ຫາຍແວ໋ບໄປລ້າໆແດ່ນໍ້, ມາເວົ້າໃຫ້ຄຶດແທ້. ອຶດຫລັບອຶດນອນຍ້ອນ. >:O

ປສ 2013

Tuesday, September 23, 2014

ຮັກແຮກພົບ



ຮັກແຮກພົບ:
ຄືນວັນເສົາແລ້ວນີ້ ຂ້ອຍຖືກເຊີນໄປຮ່ວມງານສະຫລອງປີໃຫມ່, ໄປພໍ້ຜູ້ຍິງຄົນຫນຶ່ງທີ່ນັ່ງຢູ່ຂ້າງໂຕະ. ຜູ້ຍິງຄົນນັ້ນມາກັບພີ່ນ້ອງ. ພໍນາງເຫັນຂ້ອຍ, ນາງກໍແນມເບິ່ງຂ້ອຍຈົນເກືອບບໍ່ຂາດສາຍຕາ. ຂ້ອຍກໍລັກແນມເບິ່ງນາງຫລາຍເທື່ອ ບາງຄັ້ງສາຍຕາກໍປະທະກັນເຮັດໃຫ້ຫົວໃຈຂ້ອຍເປັນສັ່ນໆເຊັນໆ ຢ່າງໃດບອກບໍ່ຖືກ. ຂ້ອຍຮູ້ສຶກລື້ງເຄີຍໃບຫນ້າ, ສາຍຕາ ແລະຮອຍຍິ້ມຂອງນາງມາກ່ອນ ແຕ່ຂ້ອຍຄິດບໍ່ອອກວ່າ ຢູ່ທີ່ໃດ, ເມື່ອໃດ ແລະເວລາໃດ. ເຫັນນາງນັ່ງຢູ່ຄົນດຽວ ຫລາຍເທື່ອຢາກຈະເຂົ້າໄປທັກທາຍຖາມຂ່າວແຕ່ກໍບໍ່ກ້າ ເພາະ ຂ້ອຍເອງກໍມີຜູ້ຍິງຄົນຫນຶ່ງ ຕິດຕາມມານຳ. ພາບອາດຈະບໍ່ງາມ. ແຕ່ບັງເອີນມີຄົນທີ່ຮູ້ຈັກມານັ່ງຢູ່ທາງຂ້າງຂອງນາງ ຂ້ອຍກໍເລີຍ ສວຍໂອກາດເຂົ້າໄປທັກທາຍຖາມຂ່າວ ຄົນທີ່ຂ້ອຍຮູ້ຈັກ ແລ້ວກໍຖືໂອກາດທັກທາຍກັບຜູ້ຍິງຄົນນັ້ນນຳ. ພໍນາງບອກຊື່ຂອງນາງ ພ້ອມທັງສົ່ງຮອຍຍິ້ມແລະສຳນຽງສຽງເວົ້າ ຫົວໃຈຂ້ອຍກໍອ່ອນລ່າລົງທັນທີ.  ນາງບອກວ່າ ນາງຈື່ຂ້ອຍໄດ້ແຕ່ບໍ່ກ້າເຂົ້າມາຖາມເພາະນາງ ເກງໃຈຜູ້ຍິງທີ່ນັ່ງຢູ່ທາງຂ້າງຂ້ອຍ.

ຫລາຍປີທີ່ຜ່ານມາ ເຖິງຕ່າງຄົນຕ່າງໃຊ້ຊີວິດໃຜມັນ, ເຖິງຜູ້ຍິງຄົນນັ້ນຈະມີຄອບຄົວ ມີລູກມີຜົວ, ແລ້ວຂ້ອຍເອງກໍມີຄອບຄົວມີລູກມີເມຍ ກໍຕາມເມື່ອມາພົບກັນອີກຄັ້ງ, ຈິດສໍາພັດກັນອີກເທື່ອ, ຄວາມຊົງຈຳກໍເກີດມີມາອີກ, ເຮັດໃຫ້ຈິດໃຈເຮົາສັບສົນຫວຸ້ນວາຍ. ບໍ່ເຫັນນາງເປັນຊາວປີຂ້ອຍກໍຢູ່ໄດ້ມາຈົນບັດນີ້, ບໍ່ໄດ້ຄິດຫຍັງຫລາຍຕ່າງຄົນກໍຕ່າງໃຊ້ຊີວິດໃຜມັນ, ເດີນຄົນລະທາງ ແຕ່ໃນເມື່ອມາພໍ້ກັນອີກເທື່ອຫນຶ່ງ ແລະຮູ້ວ່ານາງມາຄົນດຽວ, ຢູ່ຄົນດຽວ ຂ້ອຍພັດນອນບໍ່ລັບ ຄິດເປັນຫ່ວງເປັນໃຫຍ່ແຕ່ນາງ. ເລີ່ມແຕ່ຄືນນັ້ນມາຂ້ອຍ ຄິດຮອດນາງຕະຫລອດອະນິຈັງ ໂລກຊ່າງບໍ່ທ່ຽງທຳແທ້ນໍ.  ຫລືວ່າເປັນຄືຄຳເພີ່ນສັນທະຍາຍໄວ້: ຮັກແຮກພົບ ຄືຮັກນິລັນດອນ…? 

ປສ

Friday, September 5, 2014

ທ່ຽວຄອນເຊີດ ອາເລັກຊານດຣາ.



ລັກໄປເບີ່ງສາວນັກຮ້ອງລາວ ອາເລັກຊານດຣາ (Alexandra)


ພວກຂ້ອຍຫນີອອກຈາກງານກິນດອງປະມານ 9 ໂມງກາງຄືນ ແລ້ວກໍ່ພາກັນຂັບ
ລົດຕະເຫລີດໄປທີງານຄອນເຊີດ. ໄລຍະທາງກໍປະມານ 45 ນາທີຈາກເມືອງ ພວກຂ້ອຍຢູ່, 30 ນາທີຖາແມ່ນຊົບເຝີ່ຕີນຜີ. ພວກຂ້ອຍມາຮອດສະຖານທີ່ຄອນເຊີດ ປະມານ 10 ໂມງກາງຄືນ, ພໍດີຄົນກໍາລັງລັ່ງໄຫລເຂົ້າມາ. ຈອດລົດແລ້ວພວກຂ້ອຍ ກໍຟ້າວແລ່ນຫົວປັກຫົວໄຖໄປຍືນລຽນຄີວລໍຖ້າຊື້ປີ້ຢູ່ຫນ້າປະຕູ [ບໍ່ແລ່ນບໍ່ໄດ້ຢ້ານບໍ່ທັນພູດເຂົາ] ຢືນລຽນແຖວຢູ່ຫັ້ນດົນເຕີບ, ຂ້ອຍຫລຽວຊ້າຍຫລຽວຂວ້າສັງເກັດເຫັນວ່າງານ ນີ້ມີຊາວຫນຸ່ມ ມາກັນຫລາຍພໍສົມຄວນ, ຢືນກັນເປັນກຸ່ມເປັນກອງເຕັມຫນ້າປະຕູ. ການຫນຸ່ງຖືກໍ່ແປກໆ, ແບບພາກັນນຸ່ງສົ້ງຢີນ (jean) ກົ້ນຍານເຕະເຊະເຮັດເປັນຂາດຫນ້າຂາດ ຫລັງເຊິ່ງພາສາອັງກິດເອີ້ນວ່າ baggy pants, ຂ້ອຍເຫັນກໍຮູ້ສືກເປັນສີເຂີນໆ, ເພາະໂຕເອງພັດນຸ່ງແບບສຸພາບເກີນໄປແດ່ນ້ອຍຫນຶ່ງ, ທີ່ຈິງບໍ່ນ້ອຍຫນຶ່ງແລະ, ຈະເວົ້າວ່າຫລາຍເຕີບກໍ່ວ່າໄດ້ເພາະຫາກໍ່ພາກັນອອກມາຈາກງານດອງ. ຂ້ອຍແນມຫນ້າແນມຫລັງພໍບໍ່ເຫັນໃຜສັງເກດກໍ່ຟ້າວແກ້ກາລະວັດກັບຖອດເສື້ອຊຸດຄຸມນອກ, ຊຸດແວັດຫັ້ນກໍ້ ອອກທັນທີ.  ຫມູ່ມານໍາກັນເຫັນຂ້ອຍເຮັດກໍພາກັນເຮັດຕາມກັນໄປ ຮ້າຍກວ່າຊິພາກັນແກ້ເຄື່ອງອາບນໍ້າຄານເມືອງຫລວງພະບາງເອົາໂລດ. ບໍ່ແກ້ບໍ່ໄດ້ຂອງ ພາກັນລັກອອກມາແຕ່ງານດອງ. ນຸ່ງຊຸດໃສ່ກາລະວັດ ຮ້າຍກວ່າພະເອກ ຫນັງຈີນເອົາໂລດ. ຫລັງຈາກພວກຂ້ອຍແກ້ກາລະວັດແລະເສື້ອຊຸດແວັດ ແລ້ວກໍພາກັນເອົາໄປໄວ້ໃນລົດ. ຄິດໄປຄິດມາກໍເປັນຕາຢາກຫົວ, ຕອນຍ່າງເຂົາມາລຽນແຖວຊື້ປີ້ຜ່ານປະຕູໃຫມ່ໆ ໄດ້ຍິນສ້ຽງເດັກນ້ອຍກຸ່ມຫນຶ່ງລົມກັນວ່າ, “oh those old men must be Alexandra’s bodyguards huh?” ເຮີ່ໆໆ…ຢາກຫົວເດ. ມາຫາວ່າ ພວກຂ້ອຍຜູ້ເຖົ້າເປັນມືປືນຂອງ ນ້ອງສາວ ນັກຮ້ອງຫນ້າຮັກ Alexsandra ວ່າຊັ້ນ.  ແຕ່ກໍ່ບໍ່ແປກໃຈດອກ, ບໍ່ໃຫ້ພວກເຂົາທ້ວງກໍບໍ່ເປັນ, ເວົ້າແລ້ວພວກຂ້ອຍກໍນຸ່ງເຄື່ອງເປັນຕາທ້ວງໂພດ, ແນວວ່າໃສ່ຊຸດດໍາຄືກັນຫມົດ ສໍາບໍ່ຫນໍາໃສ່ກາລະວັດສີມືດໆຄືກັນອີກ.

“ສີ່ຄົນເບາະອ້າຍ? ສີ່ຄົນ $100 ດອລ
," ສາວນ້ອຍຫນ້າມົນທັງຍິ້ມທັງຍື່ນມືມາເກັບ ເອົາຄ່າປີ້ຜ່ານປະຕູ. “ແຖມ $50 ດອລຖ້າຢາກໄດ້ນ້ອງເປັນຂ້ວນໃຈຮອບລໍາວົງ,” ນ້ອງສາວຫນ້າມົນຄົນນັ້ນທັງເວົ້າທັງຍິ້ມໃສ່ແບບທ້າທາຍ. ບໍ່, ລາວບໍ່ແມ່ນນັກຮ້ອງ Alexandra ດອກ ແຕ່ເປັນຄົນຮູ້ຈັກກັນ. ລາວກໍເລີຍຢອກຜູ້ບ່າງເຫີ່ມຫລິ້ນ. ພວກຂ້ອຍຮູ້ລາວດີ. “$50 ດອ ແພງໂພດ, ຟ້ອນນໍາພວກອ້າຍລ້າໆກະບໍ່ໄດ້ນໍ, ເຫັນວ່າກະດາຍ?“ ຂ້ອຍທັງເວົ້າທັງຕີຄິ້ວເພືອບໆຢອກນ້ອງສາວຂ້າຍປີ້ຄົນນັ້ນ. ລາວອົດບໍ່ໄດ້ກໍຫົວ ກາກໆ…ຂຶ້ນຫມົດແຮງ. ຊາວຫນຸ່ມສົ້ງກົ້ນຍານເຕະເຊະ ຢືນລຽນແຖວນໍາພວກຂ້ອຍກໍພາກັນຫົວ ກຶກ ກຶກ ຂຶ້ນຄືກັນ. ສົງໃສພວກເຂົາເຂົ້າໃຈພາສາລາວຕີຈຶ່ງພາກັນຫົວນໍາພວກຂ້ອຍ. ເວົ້າແລ້ວພວກເຂົາກໍເຂົ້າໃຈຢູ່. ແຕ່ເວລາເວົ້ານໍາພວກຂ້ອຍພວກເຂົາຈະ ເວົ້າເປັນພາສາອັງກິດ. ສ່ວນພວກຂ້ອຍກໍຕອບເປັນພາສາລາວ. ເຂົ້າກັນດີປານຫຍັງຍັງວ່າ, ຮ້າຍກວ່າປັ້ນເຂົ້າຈີ່ຈໍ້າ ແຈ່ວປາແດກເອົາໂລດ. ອິອິ…ຂໍຫົວແດ່ທ້ອນ!

ພວກຂ້ອຍຈ່າຍຄ່າຜ່ານປະຕູຮຽບຮ້ອຍແລ້ວກໍພາກັນຍ່າງເຂົ້າໄປຈອງໂຕະນັ່ງສັ່ງກິນເບຍຈຸ້ຍເສີຍຢູ່. ຂ້ອຍແນມໄປເທີງຮ້ານບໍ່ປະກົດເຫັນນັກຮ້ອງສາວງາມທີ່ພວກຂ້ອຍຕັ້ງໃຈມາເບິ່ງ
, ເຫັນແຕ່ຜູ້ຊາຍຄົນຫນຶ່ງກໍາລັງຈັບໄມຮ້ອງເພງຢູ່. “ຮ້ວຍ…ນັ້ນແມ່ນຫມໍຄໍາຫລ້າແມ່ນບໍ່ກໍາລັງຮ້ອງເພງຢູ່ເທີງຮ້ານ?” ຂ້ອຍຄວກຖາມຫມູ່. “ເອີ..ແມ່ນຄວາມໂຕໄດ໋ຫັ້ນ“ ຫມູ່ຕອບຂ້ອຍແລ້ວກໍຍົກເບຍກືກໃສປາກ. ກືກບາດດຽວຫມົດເຄີ່ງວດ. “ສົງໃສຄໍແຫງຕີ ຫມໍນີ້” ຂ້ອຍຈົ່ມຢູ່ຄົນດຽວ.
ທີ່ຈິງຂ້ອຍຮູ້ຈັກນັກຮ້ອງຊາຍທີ່ກໍາລັງຮ້ອງເພງຢູ່ເທີງຮ້ານນັ້ນດີ, ລາວຊື່ຄໍາຫລ້າເປັນນັກ ຮ້ອງປະຈໍາວົງຂ້ອງພວກຂ້ອຍໃນສະໄຫມກ່ອນ. ດຽວນີ້ພວກ ຂ້ອຍເຊົາຫລິ້ນດົນຕຣີແລ້ວ. ແຕ່ກີ້ພາກັນຕັ້ງວົງດົນຕຣີຮັບຈ້າງເສບໄປຕາມງານວັນເກີດ, ງານດອງ, ງານຜູກແຂນຕ່າງໆນາໆພໍໄດ້ກຶກເຫລົ້າແກ້ເຫງົາໄປວັນໆ. ແຕ່ພາກັນຕັ້ງບໍ່ໄດ້ດົນກໍຍຸບ. ເພາະບໍ່ມີຄົນຈ້າງ. ບໍ່ມີຄົນຈ້າງກໍບໍ່ທົນ, ຄັນມືກິດຕ່າສະ ກະຫລິ້ນໄດ້ແຕ່ເພງດຽວ. ຫມົດຄືນດີດ ແຕ່ງ..ແຕ່ງ ເອົາແຕ່ເພງ ສັນຕານ່າ. “got a black magic woman, got a black magic woman, yes I’ve got a black magic woman” ເອົາຢູ່ພໍສໍ່ານັ້ນ, ເຂົາບໍ່ແກວ່ງວດເບຍ ໃສ່ຫົວກະບຸນແລ້ວ.
ຂ້ອຍນັ່ງດື່ມເບຍສອງສາມວດນີ້ແຫລະຈື່ແດ່ບໍ່ແດ່. ຂອງເວົ້າກັບຄົນເມົາເນາະ. ໃຜຊິໄປຈື່ກໍ້? ສົງໃສຫລາຍກວ່ານັ້ນເພາະຮູ້ສືກວ່າແຂ່ງຂາຂ້ອຍເລີ່ມມີອາການສັ່ນໆເຊັນໆໄປກັບຈັງວະດົນຕຣີ. ໃຈຂ້ອຍກໍ່ເລີ່ມເຕັ້ນເປັນຕືກຕັກຕືກຕັກໄປກັບສຽງເພງແລ້ວ. ຂ້ອຍເຫລືອກຕາແນມໄປຕາມຮ້ານ ລໍາວົງ ຊອກຫານັກຮ້ອງສາວງາມຄົນນັ້ນ. “ບາງທີລາວກໍາລັງພັກຜ່ອນຟ້ອນລໍາວົງຢູ່ ກັບບ່າວນ້ອຍລາວນອກກະບໍ່ຈັກ,” ຂ້ອຍນັ່ງຄິດຢູ່ໃນໃຈ, ແລ້ວຍິງສາຍຕາໄປທົ່ວຮ້ານ. “ແຕ່ ຮ້ານລໍາວົງຄົນຄືມາຫລາຍເອົາແທ້, ຈັ່ງໃດຊິຮູ້ໃຜເປັນໃຜນໍບາດນີ້,” ຂ້ອຍທັງຈົ່ມທັງກຶກເບຍ. “ບໍ່ຍາກ Alexandra ເປັນລູກເຄີ່ງລາວເຄີ່ງຝຣັ່ງ, ລາວຕ້ອງມີຜົມສີທອງ, ຂ້ອຍຕ້ອງຈຸຈົງໃສ່ແຕ່ຜູ້ຍິງທີ່ມີຜົມສີທອງ, ຄືຊິບໍ່ຍາກດອກ,” ຂ້ອຍຄິດວາງແຜນຊອກຫານັກ ຮ້ອງຢູ່ດົນເຕີບ. ແຕ່, ປາດທິໂທອີ່ແມ່ຂ້ອຍເອີຍ. ວ່າໃດຂ້ອຍອ່ານຜິດແລ້ວ. ລືມໄປວ່າສາວລາວຢູ່ອາເມຣິກາມີແຕ່ຄົນຜົມທອງກັນທັງນັ້ນ. ລືມໄປວ່າ ນີ້ແມ່ນຢູ່ອະເມຣິກາສ່ວນຫລາຍຜູ້ຍິງລາວຈະຍ້ອມຜົມເປັນສີທອງ, ບາງຄົນຍ້ອມເປັນສີຂຽວສີແດງຮ້າຍກວ່າຜີກ໋ອງກ່ອຍກະຍັງມີ. ແຕ່ກໍ່ງາມຢູ່ດອກ. ໃຜວ່າສາວລາວຢູ່ອະເມຣິກາບໍ່ງາມ? ງາມຢູ່ເຫັນວ່າກະດາຍ, ຂ້ອຍເຄີຍຊວນມາຊ້ວນ ຫິມມະຊ່ວຍສອງສາມຄົນແລ້ວ. ຄົນຫນຶ່ງຢູ່ໄດ້ສອງມື້ກໍຮ້ອງໂກກແລ່ນກັບຄາລີຟໍ່ເນຍ ອີກຄົນຫນຶ່ງປົບຮອດຟໍລິດ່າຍາມໃດບໍ່ຮູ້ເມື່ອ. ຜູ້ທີ່ສາມວົນວຽນໄປມາຢູແຖວນີ້ແຫລະ. ສົງໃສມັກຄວາມຫນາວເຢັນຂອງລັດນີ້ເລີຍບໍ່ຍອມປົບຫນືຄືຫມູ່.
ບໍ່ເຫັນສາວນັກຮ້ອງຂ້ອຍກໍ່ເລີຍນັ່ງກ໋ອກເບຍຕໍ່. ກ໋ອກໄປນໍາສັງເກດເບິ່ງເຫດການໄປນໍາ. ຮູ້ສຶກວ່າຄົນມາເບິ່ງມາຊົມນັກຮ້ອງສາວນ້ອຍຄົນນີ້ຫລາຍເຕີບ. ແຕ່ຕາມສັງເກດແມ່ນສ່ວນ ຫລາຍຈະເປັນຄົນລຸ້ນຜູ້ເຖົ້າຜູ້ແກ່ເຂົ້າມາເບິ່ງ. ເຖົ້ານີ້ບໍ່ໄດ້ຫມາຍເຖີງລຸ້ນ 60-70 ປີ ດອກແຕ່ຫມາຍເຖິງປະມານ 30-40 ຫາ 50. ຂ້ອຍສະຫລອກກອກຖາມຜົວເມຍຄູ່ຫນຶ່ງ ທີ່ນັ່ງຢູ່ໂຕະທາງຂ້າງຂ້ອຍ. ຕາມສັງເກດຜົວເມຍຄູ່ນີ້ແມ່ນລຸ້ນໃຫຍ່ພໍສົມຄວນ, ອາດຈະຢູ່ໃນລະຫວ່າງ 40-50 ປີ. ເຂົາເຈົ້າເດີນທາງມາແຕ່ ລັດ ໂຣດໄອແລນ (Rhode Island) ໄລຍະທາງປະມານ 2 ຊົ່ວໂມງ. ເຂົາເຈົ້າບໍ່ເຄີຍໄດ້ຍິນສື່ສຽງຂອງ ນັກຮ້ອງແລະກໍບໍ່ສົນໃຈພໍປານໃດວ່າຈະເປັນນັກຮ້ອງລູກທົ່ງຫລືລູກກຸງ. ຕາມທໍາມະດາ, ອາຍຸສໍ່ານີ້ແລ້ວກໍ່ຕ້ອງມັກຟັງເພງລູກທົ່ງຫລາຍກ່ອນ. ແຕ່ຜູ້ເປັນຜົວ ລົມກັບຂ້ອຍວ່າ, ລາວບໍ່ໃສ່ໃຈດອກ, ພຽງແຕ່ເປັນນັກຮ້ອງມາຈາກປະເທດລາວ, ທັງສອງຜົວເມຍ ກໍ່ຈະຂັບລົດເຂົ້າມາສົ່ງເສີມແລະໃຫ້ກໍາລັງໃຈໂລດ. ເພາະຜູ້ກ່ຽວຖືວ່າເປັນການຊ່ວຍເສີມ ສ້າງພັດທະນາເມືອງລາວ. ໄດ້ຍິນລາວເວົ້າແນວນັ້ນຂ້ອຍກໍຮູ້ສຶກພຸມໃຈຫລາຍ ໄດ້ພົບພໍ້ຄົນດີມີຄວາມຮັກຕໍ່ຊາດເຜົ່າພັນ ຂອງຕົນເອງ.  ຍັງດີທີ່ມີຄົນລາວແບບ ນີ້ຍັງຫລາຍຢູ່ທີ່ອາໄສຢູ່ນອກເມືອງລາວເປັນຕົ້ນຢູ່ອະເມຣິກາຖ້າບໍ່ດັ່ງນັ້ນນ້ອງ Alexandra ກໍຄົງອາດຈະຜິດຫວັງກັບເມືອລາວໄປດ້ວຍມືເປົ່າ ເພາະຕາມທັດສະນະແລ້ວເພງ Alexandra ຈະເປັນທໍານອງ ພັບ (pop) ຫລືລູກກຸງ. ທໍານອງນີ້ແມ່ນສ່ວນໃຫຍ່ເປັນເພງຂອງໄວຫນຸ່ມ ນິຍົມກັນ ແຕ່ເປັນຫຍັງສ່ວນໃຫຍ່ຢູ່ອະເມຣິກາຈະເຫັນແຕ່ໄວກາງແລະເຖົ້າມາຊົມຄອນເສີດ Alexandra ນັ້ນກໍເພາະວ່າໄວຫນຸ່ມລາວຢູ່ອະເມຣິກາລຸ້ນລາວຄາວດຽວກັບ Alexandra 18-19 ປີນັ້ນ, ພວກເຂົາຟັງເພງລາວບໍ່ເຂົ້າໃຈ. ແລ້ວພວກເຂົາກໍບໍ່ສົນໃຈອີກຊໍ້າວ່າ Alexandra ເປັນໃຜມາຈາກໃສ. ເພາະເຂົາກາຍເປັນຄົນອະເມຣິກັນໄປແລ້ວ. ສ່ວນໄວກາງແລະເຖົ້າກໍຄືດັ່ງສອງຜົວເມຍທີ່ຂ້ອຍລົມນໍາຫັ້ນ, ພວກກ່ຽວມາເບິ່ງມາຊົມກໍ ເພື່ອຢາກສົ່ງເສີມນັກຮ້ອງນັກສິນລະປິນລາວເຮົາໂດຍບໍ່ມີຂໍ້ອ້າງໃດໆ, ແຕ່ຕາມຄວາມ ເປັນຈິງແລ້ວຜູ້ກ່ຽວບໍ່ຄ່ອຍມັກຟັງທໍານອງເພງຂອງ Alexandra ພໍປານໃດ. ຖ້າເປັນຫມໍລໍາກໍ່ ອາດຈະເປັນກໍລະນີຫນຶ່ງອີກ…       


ອອກມາແລ້ວ, ເຫັນບໍ, ຫັ້ນເດ Alexandra ອອກມາແລ້ວ? ຫມູ່ຂ້ອຍຮ້ອງໂຮ່ສຽງດັງຂຶ້ນ ຫມົດແຮງ. ຜູ້ຊິເປົ່ານິ້ວມືຜູ້ຊິເປົ່າໂປ້ມືແລະຕົບມືກໍມີ. ຂ້ອຍເອງກໍອົດກັ້ນຄວາມຕື່ນເຕັ້ນຕັນໃຈບໍ່ໄດ້. ຫລົງເປົ່າໂປ້ມືໄປນໍາຫມູ່ສອງສາມບາດ. ໂອ…ຈັ່ງແມ່ນມັນເຄັມ, ມືບໍ່ລ້າງ.

Alexandra ກໍງາມດັ່ງຄໍາເຂົາລໍ້າລືແທ້. ສຽງກໍດີ. ຂ້ອຍເຫັນກໍຍັງເປັນສັ່ນໆເຊັ່ນໆ. ໃຈຂ້ວມໃຈຫງາຍ. ຂ້ອຍອົດບໍ່ໄດ້ກໍໂດດອອກຈາກໂຕະແລ້ວຍ່າງໄປຫນ້າເວທີ. ຈົກໃບ $20 ດອລ ອອກມາຫ້າໃບ. ຍື່ນໃຫ້ ນັກຮ້ອງສຽງຫວານໃບຫນຶ່ງແລ້ວ ເຫລືອສີ່ໃບເອົາເຂົ້າກະເປົາຄືນ. ຮື່ໆ…ເອົາໄວ້ຊື້ເບຍເດ. ພໍໃຫ້ທິບນັກຮ້ອງແລ້ວ ກໍມີຄົນມາດືງແຂນຂ້ອຍ. ຂ້ອຍຫງວກຫນ້າໄປກໍ່ເຫັນສາວຫນ້າ ມົນຢືນຍິ້ມເຮັດເປັນຕາຫວານໃສ່ຂ້ອຍ. ລາວຍົກມືໃສ່ຂ້ອຍແລ້ວກໍເວົ້າ ເປັນສຽງຫວານໆວ່າ “ຮອບນີ້ຂ້ອຍຈອງໄດ້ບໍ, ອ້າຍ?“ “ໂອຍ…ສໍາລັບເຈົ້າ, ໄດ້ສະບາຍເລີຍ, ຈອງຈັກຮອບກະໄດ້” ຂ້ອຍ ທັງເວົ້າ ທັງຍິ້ມແຫ້ງຕົກໃຈ ແລະດີໃຈທີມີສາວງາມຫນ້າມົນມາຂໍຟ້ອນນໍາ. ຂ້ອຍຟ້ອນແອ໊ຟ້ອນແອ່ນໄປ ຫລາຍຮອບເຕີບກໍສັ່ງລາກັບນ້ອງຫນ້າມົນຄົນນັ້ນ. “ຂອບໃຈເດີສໍາລັບລໍາວົງ” ຂ້ອຍຍົກມືຂອບໃຈລາວແລ້ວກໍຍ່າງກັບໄປນັ່ງກັບຫມູ່. ພໍນັ່ງປັບຫມູ່ກໍຖາມ, “ໂຕຟ້ອນກັບໃຜເຮີຍ?“
“ແຟນເກົ່າເຮົາ,” ຂ້ອຍຕອບແບບຫນ້າຕາເສີຍໆ. ແຕ່ຄວາມເປັນຈິງແລ້ວ, ລາວກໍ່ແມ່ນແຟນເກົ່າແທ້ໆ, ຂ້ອຍແປກໃຈຫລາຍທີ່ສຸດທີ່ຂ້ອຍພົ
ລາວໃນງານຄືນນີ້. ຕາມຄວາມເປັນຈິງລາວເປັນຄົນບໍ່ມັກອອກງານກາງຄືນແບບນີ້. ລາວເປັນຄົນບໍ່ມັກໄປທ່ຽວໄປຫລິ້ນທາງໃດ. ລາວຫນີຈາກຂ້ອຍໄປມີແຟນໃຫມ່ກໍຍ້ອນ ວ່າລາວບໍ່ມັກກັບຊີວິດຫລິ້ນກິນຂອງຂ້ອຍ. ຂ້ອຍນັ່ງສັງເກດເບິ່ງລາວດົນເຕີບ, ລາວມາກັບຜູ້ຊາຍຄົນຫນຶ່ງ. ທີ່ຂ້ອຍບໍ່ເຄີຍເຫັນຫນ້າມາກ່ອນ. ຂ້ອຍດື່ມເບຍວດສຸດທ້າຍແລ້ວກໍພາຫມູ່ຂັບລົດກັບບ້ານ. ຮອດບ້ານກໍນອນບໍ່ລັບຫມົດຄືນເພາະພາບ ອາດີດຍັງຝັງໃຈແລະຈັບຕາຕະລອດຄືນ.

ປສ 2006