Friday, September 26, 2014
Tuesday, September 23, 2014
ຮັກແຮກພົບ
ຮັກແຮກພົບ:
ຄືນວັນເສົາແລ້ວນີ້ ຂ້ອຍຖືກເຊີນໄປຮ່ວມງານສະຫລອງປີໃຫມ່, ໄປພໍ້ຜູ້ຍິງຄົນຫນຶ່ງທີ່ນັ່ງຢູ່ຂ້າງໂຕະ. ຜູ້ຍິງຄົນນັ້ນມາກັບພີ່ນ້ອງ. ພໍນາງເຫັນຂ້ອຍ, ນາງກໍແນມເບິ່ງຂ້ອຍຈົນເກືອບບໍ່ຂາດສາຍຕາ. ຂ້ອຍກໍລັກແນມເບິ່ງນາງຫລາຍເທື່ອ ບາງຄັ້ງສາຍຕາກໍປະທະກັນເຮັດໃຫ້ຫົວໃຈຂ້ອຍເປັນສັ່ນໆເຊັນໆ ຢ່າງໃດບອກບໍ່ຖືກ. ຂ້ອຍຮູ້ສຶກລື້ງເຄີຍໃບຫນ້າ, ສາຍຕາ ແລະຮອຍຍິ້ມຂອງນາງມາກ່ອນ ແຕ່ຂ້ອຍຄິດບໍ່ອອກວ່າ ຢູ່ທີ່ໃດ, ເມື່ອໃດ ແລະເວລາໃດ. ເຫັນນາງນັ່ງຢູ່ຄົນດຽວ ຫລາຍເທື່ອຢາກຈະເຂົ້າໄປທັກທາຍຖາມຂ່າວແຕ່ກໍບໍ່ກ້າ ເພາະ ຂ້ອຍເອງກໍມີຜູ້ຍິງຄົນຫນຶ່ງ ຕິດຕາມມານຳ. ພາບອາດຈະບໍ່ງາມ. ແຕ່ບັງເອີນມີຄົນທີ່ຮູ້ຈັກມານັ່ງຢູ່ທາງຂ້າງຂອງນາງ ຂ້ອຍກໍເລີຍ ສວຍໂອກາດເຂົ້າໄປທັກທາຍຖາມຂ່າວ ຄົນທີ່ຂ້ອຍຮູ້ຈັກ ແລ້ວກໍຖືໂອກາດທັກທາຍກັບຜູ້ຍິງຄົນນັ້ນນຳ. ພໍນາງບອກຊື່ຂອງນາງ ພ້ອມທັງສົ່ງຮອຍຍິ້ມແລະສຳນຽງສຽງເວົ້າ ຫົວໃຈຂ້ອຍກໍອ່ອນລ່າລົງທັນທີ. ນາງບອກວ່າ ນາງຈື່ຂ້ອຍໄດ້ແຕ່ບໍ່ກ້າເຂົ້າມາຖາມເພາະນາງ ເກງໃຈຜູ້ຍິງທີ່ນັ່ງຢູ່ທາງຂ້າງຂ້ອຍ.
ຫລາຍປີທີ່ຜ່ານມາ ເຖິງຕ່າງຄົນຕ່າງໃຊ້ຊີວິດໃຜມັນ, ເຖິງຜູ້ຍິງຄົນນັ້ນຈະມີຄອບຄົວ ມີລູກມີຜົວ, ແລ້ວຂ້ອຍເອງກໍມີຄອບຄົວມີລູກມີເມຍ ກໍຕາມເມື່ອມາພົບກັນອີກຄັ້ງ, ຈິດສໍາພັດກັນອີກເທື່ອ, ຄວາມຊົງຈຳກໍເກີດມີມາອີກ, ເຮັດໃຫ້ຈິດໃຈເຮົາສັບສົນຫວຸ້ນວາຍ. ບໍ່ເຫັນນາງເປັນຊາວປີຂ້ອຍກໍຢູ່ໄດ້ມາຈົນບັດນີ້, ບໍ່ໄດ້ຄິດຫຍັງຫລາຍຕ່າງຄົນກໍຕ່າງໃຊ້ຊີວິດໃຜມັນ, ເດີນຄົນລະທາງ ແຕ່ໃນເມື່ອມາພໍ້ກັນອີກເທື່ອຫນຶ່ງ ແລະຮູ້ວ່ານາງມາຄົນດຽວ, ຢູ່ຄົນດຽວ ຂ້ອຍພັດນອນບໍ່ລັບ ຄິດເປັນຫ່ວງເປັນໃຫຍ່ແຕ່ນາງ. ເລີ່ມແຕ່ຄືນນັ້ນມາຂ້ອຍ ຄິດຮອດນາງຕະຫລອດ…ອະນິຈັງ ໂລກຊ່າງບໍ່ທ່ຽງທຳແທ້ນໍ. ຫລືວ່າເປັນຄືຄຳເພີ່ນສັນທະຍາຍໄວ້: ຮັກແຮກພົບ ຄືຮັກນິລັນດອນ…?

ປສ
Friday, September 5, 2014
ທ່ຽວຄອນເຊີດ ອາເລັກຊານດຣາ.
ລັກໄປເບີ່ງສາວນັກຮ້ອງລາວ ອາເລັກຊານດຣາ (Alexandra)
ພວກຂ້ອຍຫນີອອກຈາກງານກິນດອງປະມານ 9 ໂມງກາງຄືນ
ແລ້ວກໍ່ພາກັນຂັບ
ລົດຕະເຫລີດໄປທີງານຄອນເຊີດ. ໄລຍະທາງກໍປະມານ
45 ນາທີຈາກເມືອງ ພວກຂ້ອຍຢູ່, 30 ນາທີຖາແມ່ນຊົບເຝີ່ຕີນຜີ. ພວກຂ້ອຍມາຮອດສະຖານທີ່ຄອນເຊີດ
ປະມານ 10 ໂມງກາງຄືນ, ພໍດີຄົນກໍາລັງລັ່ງໄຫລເຂົ້າມາ.
ຈອດລົດແລ້ວພວກຂ້ອຍ ກໍຟ້າວແລ່ນຫົວປັກຫົວໄຖໄປຍືນລຽນຄີວລໍຖ້າຊື້ປີ້ຢູ່ຫນ້າປະຕູ [ບໍ່ແລ່ນບໍ່ໄດ້ຢ້ານບໍ່ທັນພູດເຂົາ]
ຢືນລຽນແຖວຢູ່ຫັ້ນດົນເຕີບ, ຂ້ອຍຫລຽວຊ້າຍຫລຽວຂວ້າສັງເກັດເຫັນວ່າງານ ນີ້ມີຊາວຫນຸ່ມ ມາກັນຫລາຍພໍສົມຄວນ,
ຢືນກັນເປັນກຸ່ມເປັນກອງເຕັມຫນ້າປະຕູ. ການຫນຸ່ງຖືກໍ່ແປກໆ, ແບບພາກັນນຸ່ງສົ້ງຢີນ
(jean) ກົ້ນຍານເຕະເຊະເຮັດເປັນຂາດຫນ້າຂາດ ຫລັງເຊິ່ງພາສາອັງກິດເອີ້ນວ່າ baggy pants,
ຂ້ອຍເຫັນກໍຮູ້ສືກເປັນສີເຂີນໆ, ເພາະໂຕເອງພັດນຸ່ງແບບສຸພາບເກີນໄປແດ່ນ້ອຍຫນຶ່ງ, ທີ່ຈິງບໍ່ນ້ອຍຫນຶ່ງແລະ,
ຈະເວົ້າວ່າຫລາຍເຕີບກໍ່ວ່າໄດ້ເພາະຫາກໍ່ພາກັນອອກມາຈາກງານດອງ. ຂ້ອຍແນມຫນ້າແນມຫລັງພໍບໍ່ເຫັນໃຜສັງເກດກໍ່ຟ້າວແກ້ກາລະວັດກັບຖອດເສື້ອຊຸດຄຸມນອກ,
ຊຸດແວັດຫັ້ນກໍ້ ອອກທັນທີ.
ຫມູ່ມານໍາກັນເຫັນຂ້ອຍເຮັດກໍພາກັນເຮັດຕາມໆ ກັນໄປ ຮ້າຍກວ່າຊິພາກັນແກ້ເຄື່ອງອາບນໍ້າຄານເມືອງຫລວງພະບາງເອົາໂລດ.
ບໍ່ແກ້ບໍ່ໄດ້ຂອງ ພາກັນລັກອອກມາແຕ່ງານດອງ. ນຸ່ງຊຸດໃສ່ກາລະວັດ ຮ້າຍກວ່າພະເອກ ຫນັງຈີນເອົາໂລດ.
ຫລັງຈາກພວກຂ້ອຍແກ້ກາລະວັດແລະເສື້ອຊຸດແວັດ ແລ້ວກໍພາກັນເອົາໄປໄວ້ໃນລົດ. ຄິດໄປຄິດມາກໍເປັນຕາຢາກຫົວ,
ຕອນຍ່າງເຂົາມາລຽນແຖວຊື້ປີ້ຜ່ານປະຕູໃຫມ່ໆ ໄດ້ຍິນສ້ຽງເດັກນ້ອຍກຸ່ມຫນຶ່ງລົມກັນວ່າ, “oh
those old men must be Alexandra’s bodyguards huh?” ເຮີ່ໆໆ…ຢາກຫົວເດ. ມາຫາວ່າ ພວກຂ້ອຍຜູ້ເຖົ້າເປັນມືປືນຂອງ
ນ້ອງສາວ ນັກຮ້ອງຫນ້າຮັກ Alexsandra ວ່າຊັ້ນ. ແຕ່ກໍ່ບໍ່ແປກໃຈດອກ, ບໍ່ໃຫ້ພວກເຂົາທ້ວງກໍບໍ່ເປັນ,
ເວົ້າແລ້ວພວກຂ້ອຍກໍນຸ່ງເຄື່ອງເປັນຕາທ້ວງໂພດ, ແນວວ່າໃສ່ຊຸດດໍາຄືກັນຫມົດ ສໍາບໍ່ຫນໍາໃສ່ກາລະວັດສີມືດໆຄືກັນອີກ.
“ສີ່ຄົນເບາະອ້າຍ? ສີ່ຄົນ $100 ດອລ," ສາວນ້ອຍຫນ້າມົນທັງຍິ້ມທັງຍື່ນມືມາເກັບ ເອົາຄ່າປີ້ຜ່ານປະຕູ. “ແຖມ $50 ດອລຖ້າຢາກໄດ້ນ້ອງເປັນຂ້ວນໃຈຮອບລໍາວົງ,” ນ້ອງສາວຫນ້າມົນຄົນນັ້ນທັງເວົ້າທັງຍິ້ມໃສ່ແບບທ້າທາຍ. ບໍ່, ລາວບໍ່ແມ່ນນັກຮ້ອງ Alexandra ດອກ ແຕ່ເປັນຄົນຮູ້ຈັກກັນ. ລາວກໍເລີຍຢອກຜູ້ບ່າງເຫີ່ມຫລິ້ນ. ພວກຂ້ອຍຮູ້ລາວດີ. “$50 ດອລ ແພງໂພດ, ຟ້ອນນໍາພວກອ້າຍລ້າໆກະບໍ່ໄດ້ນໍ, ເຫັນວ່າກະດາຍ?“ ຂ້ອຍທັງເວົ້າທັງຕີຄິ້ວເພືອບໆຢອກນ້ອງສາວຂ້າຍປີ້ຄົນນັ້ນ. ລາວອົດບໍ່ໄດ້ກໍຫົວ ກາກໆ…ຂຶ້ນຫມົດແຮງ. ຊາວຫນຸ່ມສົ້ງກົ້ນຍານເຕະເຊະ ຢືນລຽນແຖວນໍາພວກຂ້ອຍກໍພາກັນຫົວ ກຶກ ກຶກ ຂຶ້ນຄືກັນ. ສົງໃສພວກເຂົາເຂົ້າໃຈພາສາລາວຕີຈຶ່ງພາກັນຫົວນໍາພວກຂ້ອຍ. ເວົ້າແລ້ວພວກເຂົາກໍເຂົ້າໃຈຢູ່. ແຕ່ເວລາເວົ້ານໍາພວກຂ້ອຍພວກເຂົາຈະ ເວົ້າເປັນພາສາອັງກິດ. ສ່ວນພວກຂ້ອຍກໍຕອບເປັນພາສາລາວ. ເຂົ້າກັນດີປານຫຍັງຍັງວ່າ, ຮ້າຍກວ່າປັ້ນເຂົ້າຈີ່ຈໍ້າ ແຈ່ວປາແດກເອົາໂລດ. ອິອິໆ…ຂໍຫົວແດ່ທ້ອນ!
ພວກຂ້ອຍຈ່າຍຄ່າຜ່ານປະຕູຮຽບຮ້ອຍແລ້ວກໍພາກັນຍ່າງເຂົ້າໄປຈອງໂຕະນັ່ງສັ່ງກິນເບຍຈຸ້ຍເສີຍຢູ່. ຂ້ອຍແນມໄປເທີງຮ້ານບໍ່ປະກົດເຫັນນັກຮ້ອງສາວງາມທີ່ພວກຂ້ອຍຕັ້ງໃຈມາເບິ່ງ, ເຫັນແຕ່ຜູ້ຊາຍຄົນຫນຶ່ງກໍາລັງຈັບໄມຮ້ອງເພງຢູ່. “ຮ້ວຍ…ນັ້ນແມ່ນຫມໍຄໍາຫລ້າແມ່ນບໍ່ກໍາລັງຮ້ອງເພງຢູ່ເທີງຮ້ານ?” ຂ້ອຍຄວກຖາມຫມູ່. “ເອີ..ແມ່ນຄວາມໂຕໄດ໋ຫັ້ນ“ ຫມູ່ຕອບຂ້ອຍແລ້ວກໍຍົກເບຍກືກໃສປາກ. ກືກບາດດຽວຫມົດເຄີ່ງກວດ. “ສົງໃສຄໍແຫງຕີ ຫມໍນີ້” ຂ້ອຍຈົ່ມຢູ່ຄົນດຽວ.
ທີ່ຈິງຂ້ອຍຮູ້ຈັກນັກຮ້ອງຊາຍທີ່ກໍາລັງຮ້ອງເພງຢູ່ເທີງຮ້ານນັ້ນດີ,
ລາວຊື່ຄໍາຫລ້າເປັນນັກ ຮ້ອງປະຈໍາວົງຂ້ອງພວກຂ້ອຍໃນສະໄຫມກ່ອນ. ດຽວນີ້ພວກ ຂ້ອຍເຊົາຫລິ້ນດົນຕຣີແລ້ວ.
ແຕ່ກີ້ພາກັນຕັ້ງວົງດົນຕຣີຮັບຈ້າງເສບໄປຕາມງານວັນເກີດ, ງານດອງ, ງານຜູກແຂນຕ່າງໆນາໆພໍໄດ້ກຶກເຫລົ້າແກ້ເຫງົາໄປວັນໆ.
ແຕ່ພາກັນຕັ້ງບໍ່ໄດ້ດົນກໍຍຸບ. ເພາະບໍ່ມີຄົນຈ້າງ. ບໍ່ມີຄົນຈ້າງກໍບໍ່ທົນ, ຄັນມືກິດຕ່າສະ
ກະຫລິ້ນໄດ້ແຕ່ເພງດຽວ. ຫມົດຄືນດີດ ແຕ່ງ..ແຕ່ງ ເອົາແຕ່ເພງ ສັນຕານ່າ. “got a black
magic woman, got a black magic woman, yes I’ve got a black magic woman” ເອົາຢູ່ພໍສໍ່ານັ້ນ,
ເຂົາບໍ່ແກວ່ງກວດເບຍ
ໃສ່ຫົວກະບຸນແລ້ວ. “ສີ່ຄົນເບາະອ້າຍ? ສີ່ຄົນ $100 ດອລ," ສາວນ້ອຍຫນ້າມົນທັງຍິ້ມທັງຍື່ນມືມາເກັບ ເອົາຄ່າປີ້ຜ່ານປະຕູ. “ແຖມ $50 ດອລຖ້າຢາກໄດ້ນ້ອງເປັນຂ້ວນໃຈຮອບລໍາວົງ,” ນ້ອງສາວຫນ້າມົນຄົນນັ້ນທັງເວົ້າທັງຍິ້ມໃສ່ແບບທ້າທາຍ. ບໍ່, ລາວບໍ່ແມ່ນນັກຮ້ອງ Alexandra ດອກ ແຕ່ເປັນຄົນຮູ້ຈັກກັນ. ລາວກໍເລີຍຢອກຜູ້ບ່າງເຫີ່ມຫລິ້ນ. ພວກຂ້ອຍຮູ້ລາວດີ. “$50 ດອລ ແພງໂພດ, ຟ້ອນນໍາພວກອ້າຍລ້າໆກະບໍ່ໄດ້ນໍ, ເຫັນວ່າກະດາຍ?“ ຂ້ອຍທັງເວົ້າທັງຕີຄິ້ວເພືອບໆຢອກນ້ອງສາວຂ້າຍປີ້ຄົນນັ້ນ. ລາວອົດບໍ່ໄດ້ກໍຫົວ ກາກໆ…ຂຶ້ນຫມົດແຮງ. ຊາວຫນຸ່ມສົ້ງກົ້ນຍານເຕະເຊະ ຢືນລຽນແຖວນໍາພວກຂ້ອຍກໍພາກັນຫົວ ກຶກ ກຶກ ຂຶ້ນຄືກັນ. ສົງໃສພວກເຂົາເຂົ້າໃຈພາສາລາວຕີຈຶ່ງພາກັນຫົວນໍາພວກຂ້ອຍ. ເວົ້າແລ້ວພວກເຂົາກໍເຂົ້າໃຈຢູ່. ແຕ່ເວລາເວົ້ານໍາພວກຂ້ອຍພວກເຂົາຈະ ເວົ້າເປັນພາສາອັງກິດ. ສ່ວນພວກຂ້ອຍກໍຕອບເປັນພາສາລາວ. ເຂົ້າກັນດີປານຫຍັງຍັງວ່າ, ຮ້າຍກວ່າປັ້ນເຂົ້າຈີ່ຈໍ້າ ແຈ່ວປາແດກເອົາໂລດ. ອິອິໆ…ຂໍຫົວແດ່ທ້ອນ!
ພວກຂ້ອຍຈ່າຍຄ່າຜ່ານປະຕູຮຽບຮ້ອຍແລ້ວກໍພາກັນຍ່າງເຂົ້າໄປຈອງໂຕະນັ່ງສັ່ງກິນເບຍຈຸ້ຍເສີຍຢູ່. ຂ້ອຍແນມໄປເທີງຮ້ານບໍ່ປະກົດເຫັນນັກຮ້ອງສາວງາມທີ່ພວກຂ້ອຍຕັ້ງໃຈມາເບິ່ງ, ເຫັນແຕ່ຜູ້ຊາຍຄົນຫນຶ່ງກໍາລັງຈັບໄມຮ້ອງເພງຢູ່. “ຮ້ວຍ…ນັ້ນແມ່ນຫມໍຄໍາຫລ້າແມ່ນບໍ່ກໍາລັງຮ້ອງເພງຢູ່ເທີງຮ້ານ?” ຂ້ອຍຄວກຖາມຫມູ່. “ເອີ..ແມ່ນຄວາມໂຕໄດ໋ຫັ້ນ“ ຫມູ່ຕອບຂ້ອຍແລ້ວກໍຍົກເບຍກືກໃສປາກ. ກືກບາດດຽວຫມົດເຄີ່ງກວດ. “ສົງໃສຄໍແຫງຕີ ຫມໍນີ້” ຂ້ອຍຈົ່ມຢູ່ຄົນດຽວ.
ຂ້ອຍນັ່ງດື່ມເບຍສອງສາມກວດນີ້ແຫລະຈື່ແດ່ບໍ່ແດ່. ຂອງເວົ້າກັບຄົນເມົາເນາະ. ໃຜຊິໄປຈື່ກໍ້? ສົງໃສຫລາຍກວ່ານັ້ນເພາະຮູ້ສືກວ່າແຂ່ງຂາຂ້ອຍເລີ່ມມີອາການສັ່ນໆເຊັນໆໄປກັບຈັງວະດົນຕຣີ. ໃຈຂ້ອຍກໍ່ເລີ່ມເຕັ້ນເປັນຕືກຕັກຕືກຕັກໄປກັບສຽງເພງແລ້ວ. ຂ້ອຍເຫລືອກຕາແນມໄປຕາມຮ້ານ ລໍາວົງ ຊອກຫານັກຮ້ອງສາວງາມຄົນນັ້ນ. “ບາງທີລາວກໍາລັງພັກຜ່ອນຟ້ອນລໍາວົງຢູ່ ກັບບ່າວນ້ອຍລາວນອກກະບໍ່ຈັກ,” ຂ້ອຍນັ່ງຄິດຢູ່ໃນໃຈ, ແລ້ວຍິງສາຍຕາໄປທົ່ວຮ້ານ. “ແຕ່ ຮ້ານລໍາວົງຄົນຄືມາຫລາຍເອົາແທ້, ຈັ່ງໃດຊິຮູ້ໃຜເປັນໃຜນໍບາດນີ້,” ຂ້ອຍທັງຈົ່ມທັງກຶກເບຍ. “ບໍ່ຍາກ Alexandra ເປັນລູກເຄີ່ງລາວເຄີ່ງຝຣັ່ງ, ລາວຕ້ອງມີຜົມສີທອງ, ຂ້ອຍຕ້ອງຈຸຈົງໃສ່ແຕ່ຜູ້ຍິງທີ່ມີຜົມສີທອງ, ຄືຊິບໍ່ຍາກດອກ,” ຂ້ອຍຄິດວາງແຜນຊອກຫານັກ ຮ້ອງຢູ່ດົນເຕີບ. ແຕ່, ປາດທິໂທອີ່ແມ່ຂ້ອຍເອີຍ. ວ່າໃດຂ້ອຍອ່ານຜິດແລ້ວ. ລືມໄປວ່າສາວລາວຢູ່ອາເມຣິກາມີແຕ່ຄົນຜົມທອງກັນທັງນັ້ນ. ລືມໄປວ່າ ນີ້ແມ່ນຢູ່ອະເມຣິກາສ່ວນຫລາຍຜູ້ຍິງລາວຈະຍ້ອມຜົມເປັນສີທອງ, ບາງຄົນຍ້ອມເປັນສີຂຽວສີແດງຮ້າຍກວ່າຜີກ໋ອງກ່ອຍກະຍັງມີ. ແຕ່ກໍ່ງາມຢູ່ດອກ. ໃຜວ່າສາວລາວຢູ່ອະເມຣິກາບໍ່ງາມ? ງາມຢູ່ເຫັນວ່າກະດາຍ, ຂ້ອຍເຄີຍຊວນມາຊ້ວນ ຫິມມະຊ່ວຍສອງສາມຄົນແລ້ວ. ຄົນຫນຶ່ງຢູ່ໄດ້ສອງມື້ກໍຮ້ອງໂກກແລ່ນກັບຄາລີຟໍ່ເນຍ ອີກຄົນຫນຶ່ງປົບຮອດຟໍລິດ່າຍາມໃດບໍ່ຮູ້ເມື່ອ. ຜູ້ທີ່ສາມວົນວຽນໄປມາຢູແຖວນີ້ແຫລະ. ສົງໃສມັກຄວາມຫນາວເຢັນຂອງລັດນີ້ເລີຍບໍ່ຍອມປົບຫນືຄືຫມູ່.
ບໍ່ເຫັນສາວນັກຮ້ອງຂ້ອຍກໍ່ເລີຍນັ່ງກ໋ອກເບຍຕໍ່. ກ໋ອກໄປນໍາສັງເກດເບິ່ງເຫດການໄປນໍາ. ຮູ້ສຶກວ່າຄົນມາເບິ່ງມາຊົມນັກຮ້ອງສາວນ້ອຍຄົນນີ້ຫລາຍເຕີບ. ແຕ່ຕາມສັງເກດແມ່ນສ່ວນ ຫລາຍຈະເປັນຄົນລຸ້ນຜູ້ເຖົ້າຜູ້ແກ່ເຂົ້າມາເບິ່ງ. ເຖົ້ານີ້ບໍ່ໄດ້ຫມາຍເຖີງລຸ້ນ 60-70 ປີ ດອກແຕ່ຫມາຍເຖິງປະມານ 30-40 ຫາ 50. ຂ້ອຍສະຫລອກກອກຖາມຜົວເມຍຄູ່ຫນຶ່ງ ທີ່ນັ່ງຢູ່ໂຕະທາງຂ້າງຂ້ອຍ. ຕາມສັງເກດຜົວເມຍຄູ່ນີ້ແມ່ນລຸ້ນໃຫຍ່ພໍສົມຄວນ, ອາດຈະຢູ່ໃນລະຫວ່າງ 40-50 ປີ. ເຂົາເຈົ້າເດີນທາງມາແຕ່ ລັດ ໂຣດໄອແລນ (Rhode Island) ໄລຍະທາງປະມານ 2 ຊົ່ວໂມງ. ເຂົາເຈົ້າບໍ່ເຄີຍໄດ້ຍິນສື່ສຽງຂອງ ນັກຮ້ອງແລະກໍບໍ່ສົນໃຈພໍປານໃດວ່າຈະເປັນນັກຮ້ອງລູກທົ່ງຫລືລູກກຸງ. ຕາມທໍາມະດາ, ອາຍຸສໍ່ານີ້ແລ້ວກໍ່ຕ້ອງມັກຟັງເພງລູກທົ່ງຫລາຍກ່ອນ. ແຕ່ຜູ້ເປັນຜົວ ລົມກັບຂ້ອຍວ່າ, ລາວບໍ່ໃສ່ໃຈດອກ, ພຽງແຕ່ເປັນນັກຮ້ອງມາຈາກປະເທດລາວ, ທັງສອງຜົວເມຍ ກໍ່ຈະຂັບລົດເຂົ້າມາສົ່ງເສີມແລະໃຫ້ກໍາລັງໃຈໂລດ. ເພາະຜູ້ກ່ຽວຖືວ່າເປັນການຊ່ວຍເສີມ ສ້າງພັດທະນາເມືອງລາວ. ໄດ້ຍິນລາວເວົ້າແນວນັ້ນຂ້ອຍກໍຮູ້ສຶກພຸມໃຈຫລາຍ ໄດ້ພົບພໍ້ຄົນດີມີຄວາມຮັກຕໍ່ຊາດເຜົ່າພັນ ຂອງຕົນເອງ. ຍັງດີທີ່ມີຄົນລາວແບບ ນີ້ຍັງຫລາຍຢູ່ທີ່ອາໄສຢູ່ນອກເມືອງລາວເປັນຕົ້ນຢູ່ອະເມຣິກາຖ້າບໍ່ດັ່ງນັ້ນນ້ອງ Alexandra ກໍຄົງອາດຈະຜິດຫວັງກັບເມືອລາວໄປດ້ວຍມືເປົ່າ ເພາະຕາມທັດສະນະແລ້ວເພງ Alexandra ຈະເປັນທໍານອງ ພັບ (pop) ຫລືລູກກຸງ. ທໍານອງນີ້ແມ່ນສ່ວນໃຫຍ່ເປັນເພງຂອງໄວຫນຸ່ມ ນິຍົມກັນ ແຕ່ເປັນຫຍັງສ່ວນໃຫຍ່ຢູ່ອະເມຣິກາຈະເຫັນແຕ່ໄວກາງແລະເຖົ້າມາຊົມຄອນເສີດ Alexandra ນັ້ນກໍເພາະວ່າໄວຫນຸ່ມລາວຢູ່ອະເມຣິກາລຸ້ນລາວຄາວດຽວກັບ Alexandra 18-19 ປີນັ້ນ, ພວກເຂົາຟັງເພງລາວບໍ່ເຂົ້າໃຈ. ແລ້ວພວກເຂົາກໍບໍ່ສົນໃຈອີກຊໍ້າວ່າ Alexandra ເປັນໃຜມາຈາກໃສ. ເພາະເຂົາກາຍເປັນຄົນອະເມຣິກັນໄປແລ້ວ. ສ່ວນໄວກາງແລະເຖົ້າກໍຄືດັ່ງສອງຜົວເມຍທີ່ຂ້ອຍລົມນໍາຫັ້ນ, ພວກກ່ຽວມາເບິ່ງມາຊົມກໍ ເພື່ອຢາກສົ່ງເສີມນັກຮ້ອງນັກສິນລະປິນລາວເຮົາໂດຍບໍ່ມີຂໍ້ອ້າງໃດໆ, ແຕ່ຕາມຄວາມ ເປັນຈິງແລ້ວຜູ້ກ່ຽວບໍ່ຄ່ອຍມັກຟັງທໍານອງເພງຂອງ Alexandra ພໍປານໃດ. ຖ້າເປັນຫມໍລໍາກໍ່ ອາດຈະເປັນກໍລະນີຫນຶ່ງອີກ…
ອອກມາແລ້ວ, ເຫັນບໍ, ຫັ້ນເດ Alexandra ອອກມາແລ້ວ? ຫມູ່ຂ້ອຍຮ້ອງໂຮ່ສຽງດັງຂຶ້ນ ຫມົດແຮງ. ຜູ້ຊິເປົ່ານິ້ວມືຜູ້ຊິເປົ່າໂປ້ມືແລະຕົບມືກໍມີ. ຂ້ອຍເອງກໍອົດກັ້ນຄວາມຕື່ນເຕັ້ນຕັນໃຈບໍ່ໄດ້. ຫລົງເປົ່າໂປ້ມືໄປນໍາຫມູ່ສອງສາມບາດ. ໂອ…ຈັ່ງແມ່ນມັນເຄັມ, ມືບໍ່ລ້າງ.
Alexandra ກໍງາມດັ່ງຄໍາເຂົາລໍ້າລືແທ້. ສຽງກໍດີ. ຂ້ອຍເຫັນກໍຍັງເປັນສັ່ນໆເຊັ່ນໆ. ໃຈຂ້ວມໃຈຫງາຍ. ຂ້ອຍອົດບໍ່ໄດ້ກໍໂດດອອກຈາກໂຕະແລ້ວຍ່າງໄປຫນ້າເວທີ. ຈົກໃບ $20 ດອລ ອອກມາຫ້າໃບ. ຍື່ນໃຫ້ ນັກຮ້ອງສຽງຫວານໃບຫນຶ່ງແລ້ວ ເຫລືອສີ່ໃບເອົາເຂົ້າກະເປົາຄືນ. ຮື່ໆ…ເອົາໄວ້ຊື້ເບຍເດ. ພໍໃຫ້ທິບນັກຮ້ອງແລ້ວ ກໍມີຄົນມາດືງແຂນຂ້ອຍ. ຂ້ອຍຫງວກຫນ້າໄປກໍ່ເຫັນສາວຫນ້າ ມົນຢືນຍິ້ມເຮັດເປັນຕາຫວານໃສ່ຂ້ອຍ. ລາວຍົກມືໃສ່ຂ້ອຍແລ້ວກໍເວົ້າ ເປັນສຽງຫວານໆວ່າ “ຮອບນີ້ຂ້ອຍຈອງໄດ້ບໍ, ອ້າຍ?“ “ໂອຍ…ສໍາລັບເຈົ້າ, ໄດ້ສະບາຍເລີຍ, ຈອງຈັກຮອບກະໄດ້” ຂ້ອຍ ທັງເວົ້າ ທັງຍິ້ມແຫ້ງຕົກໃຈ ແລະດີໃຈທີມີສາວງາມຫນ້າມົນມາຂໍຟ້ອນນໍາ. ຂ້ອຍຟ້ອນແອ໊ຟ້ອນແອ່ນໄປ ຫລາຍຮອບເຕີບກໍສັ່ງລາກັບນ້ອງຫນ້າມົນຄົນນັ້ນ. “ຂອບໃຈເດີສໍາລັບລໍາວົງ” ຂ້ອຍຍົກມືຂອບໃຈລາວແລ້ວກໍຍ່າງກັບໄປນັ່ງກັບຫມູ່. ພໍນັ່ງປັບຫມູ່ກໍຖາມ, “ໂຕຟ້ອນກັບໃຜເຮີຍ?“
“ແຟນເກົ່າເຮົາ,” ຂ້ອຍຕອບແບບຫນ້າຕາເສີຍໆ. ແຕ່ຄວາມເປັນຈິງແລ້ວ, ລາວກໍ່ແມ່ນແຟນເກົ່າແທ້ໆ, ຂ້ອຍແປກໃຈຫລາຍທີ່ສຸດທີ່ຂ້ອຍພົບລາວໃນງານຄືນນີ້. ຕາມຄວາມເປັນຈິງລາວເປັນຄົນບໍ່ມັກອອກງານກາງຄືນແບບນີ້. ລາວເປັນຄົນບໍ່ມັກໄປທ່ຽວໄປຫລິ້ນທາງໃດ. ລາວຫນີຈາກຂ້ອຍໄປມີແຟນໃຫມ່ກໍຍ້ອນ ວ່າລາວບໍ່ມັກກັບຊີວິດຫລິ້ນກິນຂອງຂ້ອຍ. ຂ້ອຍນັ່ງສັງເກດເບິ່ງລາວດົນເຕີບ, ລາວມາກັບຜູ້ຊາຍຄົນຫນຶ່ງ. ທີ່ຂ້ອຍບໍ່ເຄີຍເຫັນຫນ້າມາກ່ອນ. ຂ້ອຍດື່ມເບຍກວດສຸດທ້າຍແລ້ວກໍພາຫມູ່ຂັບລົດກັບບ້ານ. ຮອດບ້ານກໍນອນບໍ່ລັບຫມົດຄືນເພາະພາບ ອາດີດຍັງຝັງໃຈແລະຈັບຕາຕະລອດຄືນ.
ປສ 2006
Subscribe to:
Posts (Atom)