ຄວາມຮັບຜິດຊອບ:
ໃນຕົ້ນປີ 1990
ຕອນນັ້ນຂ້ອຍຮຽນຢູ່ມະຫາວິທະຍາໄລ ແລະກໍໄດ້ຮູ້ຈັກກັບຜູ້ຍິງລາວຄົນໜຶ່ງຊື່ນ້ອຍ.
ຕອນນັ້ນແມ່ນລາວຍັງຮຽນຢູ່ ມັດທະຍົມປາຍ.
ສາເຫດຮູ້ຈັກກັນແມ່ນຍ້ອນຄອບຄົວຜູ້ໃຫຍ່ທັງສອງຝ່າຍຈັບຈູດໃສ່ກັນ. ຕໍ່ມາບໍ່ດົນຄວາມຮັກບ່າວສາວກໍເກີດຂຶ້ນ.
ແລະປີຕໍ່ມາຂ້ອຍກັບນ້ອຍກໍໄດ້ແຕ່ງງານກັນ ມີລູກສາວນໍາກັນຄົນໜຶ່ງ. ຕອນນັ້ນຊີວິດຂ້ອຍແມ່ນຍັງຢູ່ໃນສະພາບບຸກບຶນ.
ທັງຮຽນທັງເຮັດວຽກໄປນໍາ. ຕອນເຊົ້າແມ່ນໄປເຮັດວຽກ ຢູ່ໂຮງຮຽນປະຖົມ ເປັນຄູຊ່ວຍສອນວີຊາເລກ,
ຕອນແລງແມ່ນໄປຮຽນຢູ່ມະຫາວິທະຍາໄລ, ເລີກຮຽນປະມານ ເຈັດໂມງແລງກໍໄປເຮັດວຽກລ້າງຖ້ວຍຢູ່
ຮ້ານອາຫານຕໍ່. ບໍ່ມີເວລາໃຫ້ກັບຄອບຄົວ, ສ່ວນນ້ອຍກໍອອກ ໂຮງຮຽນມາຢູ່ເຮືອນລ້ຽງລູກ. ນ້ອຍເປັນລູກສາວດຽວ
ບໍ່ມີພໍ່, ມີແຕ່ແມ່. ສ່ວນຂອຍເປັນລູກຊາຍຜູ້ທີ່ສາມ, ມີພໍ່ແມ່ ອ້າຍເອື້ອຍນ້ອງທັງໝົດເຈັດຄົນ.
ເປັນຄອບຄົວໃຫຍ່ກໍ່ວ່າໄດ້. ແຕ່ຖານະກໍບໍ່ແຕກຕ່າງກັນປານໃດກັບຄອບຄົວຄົນລາວ ຫຼາຍໆຄອບຄົວທີ່ພາກັນອົບພະຍົບ,
ຍົກຍ້າຍມາອາໄສຢູ່ອະເມຣິກາ. ແຕ່ລະຄອບຄົວກໍ່ຕ້ອງໄດ້ບຸກບຶນ ສູຊົນກັບຊີວິດເພື່ອຄວາມຢູ່ລອດ
ແລະເພື່ອອະນາຄົດຂອງຕົນເອງ. ຂ້ອຍເອງໃນເມື່ອມາຢູ່່ອະເມຣິກາອາຍຸຍັງ ນ້ອຍແດ່ກໍ່ເລີຍມີແນວຄິດ
ແລະຄວາມຝັນຢາກສ້າງຖານະໃຫ້ກັບຕົນເອງ, ປະການສອງກໍເພື່ອຕອບສະໜອງຄວາມຫວັງ ຂອງພໍ່ແມ່ທີ່ມີຕໍ່ຂ້ອຍ
ເພາະຂ້ອຍເອງເຖິງຈະເປັນລູກຊາຍຜູ້ທີ່ສາມແຕ່ກໍ່ຖືວ່າເປັນລູກຊາຍກົກ,
ເຊິ່ງພໍ່ແລະແມ່ມອບຄວາມຫວັງຄວາມຮັບຜິດຊອບໃຫ້ເປັນຜູ້ດູແລຄອບຄົວ, ເປັນຫົວໜ້າຄອບຄົວໃນອະນາຄົດກໍວ່າໄດ້. ສາເຫດກໍເພາະວ່າ 1. ຂ້ອຍອອກຈາກປະເທດລາວ,
ອາຍຸໃຫຍ່ພໍ ທີ່ຈະຮູ້ຈັກປະເພນີລາວ, ຂະນົບທໍານຽມ ຮູ້ຈັກເວົ້າຂຽນພາສາລາວໄດ້, 2.
ແຕ່ກໍບໍ່ແກ່ເກີນໄວທີ່ຈະເລີ່ມຕົ້ນການສຶກສາຢູ່ອະເມຣິກາ.
ເຊິ່ງສາມາດເລີ່ມຮຽນມັດທະຍົມຕົ້ນໄດ້. ດັ່ງນັ້ນພໍ່ແມ່ຈຶ່ງມອງເຫັນຂ້ອຍ
ສາມາດເປັນຄົນສອງຊາດໄດ້, ເປັນໄດ້ທັງຊາດລາວ ແລະຊາດອະເມຣິກັນ ເຊິ່ງສາມາດປັບຕົວເຂົ້າໄດ້ທັງສອງວັດທະນະທໍາ.
ສ່ວນອ້າຍເອື້ອຍ ບໍ່ມີໂອກາດຮຽນ
ກໍຈະຂາດຄວາມຮູ້, ສໍາຄັນດ້ານພາສາອັງກິດ. ສ່ວນນ້ອງໆ ມີໂອກາດຮຽນຫຼາຍກວ່າຂ້ອຍ
ແຕ່ອາຍຸນ້ອຍເກີນໄປ ຂາດຄວາມເປັນລາວ, ບໍ່ຮູ້ວັດທະນະທໍາ ປະເພນີລາວ, ຂາດຂະນົບທໍານຽມລາວ,
ແລະສໍາຄັນອ່ອນດ້ານພາສາລາວ. ເຊິ່ງຈະພາໃຫ້ນ້ອງໆ ຖືກວັດທະນະທໍາອະເມຣິກາ
ກືນກິນຈິດວິນຍານ ສຸດທ້າຍກໍ່ຈະລືມຊາດເຫງົ້າຂອງຕົນເອງ, ກາຍເປັນອະເມຣິກັນຮ້ອຍເປີເຊັນ. ຍ້ອນສາເຫດດັ່ງກ່າວຂ້ອຍຈຶ່ງ ຖືກພໍ່ແລະແມ່ປັ້ນໃຫ້ເປັນເສົາຫຼັກຂອງຄອບຄົວ. ເຊິ່ງຄວາມຮັບຜິດຊອບອັນໃຫຍ່ຫຼວງນັ້ນແມ່ນຖືກ
“ປູກກ້າເພື່ອໄວ້ກິນຜົນ” ໃນຈິດສໍານຶກຂອງຂ້ອຍເລີ່ມແຕ່ມື້ຂ້ອຍມາຕົກຢູ່ອະເມຣິກາ. ດັ່ງນັ້ນຂ້ອຍຈຶ່ງພະຍາຍາມສ້າງຖານະຕົນເອງ, ບຸກບຶນແຕ່ການຮຽນບໍ່ຍອມປ່ອຍວາງ ຈົນສ້າງບັນຫາໃຫ້ຄອບຄົວ. ເພາະການຮຽນກໍ່ຕ້ອງໄດ້ໃຊ້ເງິນ, ໃຊ້ທຶນ. ແລ້ວເງິນທີ່ຂ້ອຍຫາໄດ້ມາຈາກການເປັນຄູຊ່ວຍ ແລະການລ້າງຖ້ວຍ ຕາມຮ້ານອາຫານກໍບໍ່ພໍໃຊ້ໃນຄອບຄົວ. ຈຶ່ງເປັນເຫດໃຫ້ນ້ອຍຕ້ອງໄດ້ໄປເຮັດວຽກຢູ່ໂຮງງານ. ແລະໂມງເຂົ້າເຮັດວຽກຂອງນ້ອຍແມ່ນເປັນໂມງຕອນຄໍ່າຫາແຈ້ງທີ່ເຂົາເອີ້ນວ່າ ຊີບສາມ (3rd shift, ຫຼື midnight shift). ສ່ວນລູກສາວ ກໍປ່ອຍໃຫ້ແມ່ຂອງນ້ອຍເປັນຜູ້ລ້ຽງດູ. ໄລຍະສອງປີ ນ້ອຍກັບຂ້ອຍແມ່ນໄດ້ເຫັນ ກັນແຕ່ມື້ພັກພຽງວັນເສົາແລະທິດ. ນອກນັ້ນກໍ່ບໍ່ຄ່ອຍເຫັນກັນ ເພາະເວລາຂ້ອຍກັບເຮືອນຈາກຮ້ານອາຫານ ນ້ອຍແມ່ນອອກໄປເຮັດວຽກແລ້ວ, ແລະເວລານ້ອຍກັບບ້ານເຈັດແປດໂມງເຊົ້າ, ຂ້ອຍກໍໄດ້ອອກບ້ານໄປສອນຢູ່ໂຮງຮຽນ, ຫລັງຈາກນັ້ນກໍເລີຍ ໄປຮຽນຕໍ່ ແລ້ວກໍເລີຍໄປຮ້ານອາຫານຈົນຮອດສິບສອງໂມງກາງຄືນ. ເວົ້າໄດ້ວ່າເປັນຊີວິດຄູ່ ຜົວເມຍທີ່ບຸກບຶນທີ່ສຸດ, ເດືອນໜຶ່ງເຫັນໜ້າກັນ, ກິນເຂົ້າຮ່ວມພາກັນບໍ່ພໍສາມຄັ້ງ, ແລະແຕ່ລະຄັ້ງແທນທີ່ຊິດີໃຈເມື່ອເວລາເຫັນໜ້າກັນໄດ້ໂອ້ລົມກັນ, ແຕ່ກົງກັນຂ້າມມີແຕ່ເລຶ່ອງທຸກໃຈ ເພາະນ້ອຍກັບຂ້ອຍ ແນວຄິດແຕກຕ່າງກັນຫຼາຍ, ເປັນຕົ້ນດ້ານຄວາມຮັບຜິດຊອບຄອບຄົວ. ນ້ອຍຢາກໃຫ້ຂ້ອຍເຊົາຮຽນ ແລ້ວຫາເຮັດວຽກຕາມໂຮງຈັກໂຈງງານແບບພໍລ້ຽງຄອບຄົວໄປວັນໆ. ນ້ອຍຄິດວ່າ ຖ້ານ້ອຍ ແລະຂ້ອຍສອງຄົນເຮັດວຽກເປັນປົກກະຕິ ກໍຈະສາມາດລ້ຽງລູກແລະຄອບຄົວໄດ້. ນັ້ນຄືຄວາມຄິດຂອງນ້ອຍ. ສ່ວນແນວຄິດຂອງຂ້ອຍແມ່ນຈົມຢູ່ກັບຄວາມຫວັງຂອງພໍ່ແລະແມ່ທີ່ເພິ່ນປູກໄວ້ເພື່ອກິນຜົນ. ກໍເລີຍພາໃຫ້ຂ້ອຍກັບນ້ອຍຜິດຖຽງກັນຕະຫຼອດ. ໃນສາຍຕານ້ອຍ, ຂ້ອຍຄືຜູ້ຊາຍທີ່ຂາດຄວາມຮັບຜິດຊອບຕໍ່ລູກແລະເມຍ. ເຫັນແກ່ຕົວ, ເອົາແຕ່ຮຽນ. ຂ້ອຍພະຍາຍາມອະທິບາຍໃຫ້ນ້ອຍເຂົ້າໃຈ ວ່າຄວາມຮັບຜິດຊອບຄົນໆໜຶ່ງແຕກຕ່າງກັນ. ຖ້າຂ້ອຍເລືອກເກີດໄດ້ຂ້ອຍຈະຂໍເກີດເປັນ ນ້ອຍ, ລູກສາວດຽວ ບໍ່ມີພໍ່ ບໍ່ມີອ້າຍເອື້ອຍນ້ອງ. ເກີດໃນວົງຕະກຸນທໍາມະດາ. ແຕ່ຂ້ອຍເລືອກເກີດບໍ່ໄດ້. ຂໍ້ນີ້ບໍ່ຖືກໃຜບໍ່ຮູ້, ນ້ອຍເອງກໍບໍ່ຮູ້ ແລະບໍ່ຍອມເຂົ້າໃຈ.
ສຸດທ້າຍນ້ອຍກັບຂ້ອຍກໍຢ່າຮ້າງກັນ....
ເຊີນຕິດຕາມອ່ານພາກ II ສັບປະດາໜ້າ. -p