ຖ້າເຮົາອ່ານປະຫວັດຂອງການພັດທະນາຂອງແຕ່ລະປະເທດ
ເຮົາຈະຮູ້ວ່າການພັດທະນາທີ່ໝັ້ນຄົງ ແມ່ນເລິ່ມຈາກການສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມບໍ່ ວ່າຈະເປັນຖະໜົນຫົນທາງ,
ທາງລົດໄຟ, ທ່າເຮືອ, ເດີ່ນບິນ ແລະອື່ນໆ... ເພາະການສ້າງລະບົບພື້ນຖານໂຄງລ່າງດັ່ງ ກ່າວຄືຈຸດເລິ່ມຕົ້ນຂອງການສ້າງຊົນຊັ້ນກາງ.
ຊົນຊັ້ນອາຊີບ ຫລື middle class. ເຊິ່ງທຸກສັງຄົມຈໍາເປັນຕ້ອງມີ. ເພາະຊົນຊັ້ນນີ້ຄືກະດູກສັນຫລັງຂອງຊາດອັນແທ້ຈິງທີ່ສາມາດນໍາພາ ປະເທດຊາດເຂົ້າສູ່ຂັ້ນພັດທະນາຖາວອນໄດ້.
ແຕ່ຕາມສັງເກດ, ການສ້າງພື້ນຖານໂຄງລ່າງໃນລາວ
ແຕ່ລະໂຄງການໃຫຍ່ໆ, ແມ່ນເປັນການສ້າງລາຍຮັບໃຫ້ກັບແຮງງານຕ່າງຊາດຫລາຍກວ່າລາວ.
ເພາະລາວເຮົາຍັງຂາດສີມືແຮງງານ. ນອກນັ້ນຍັງຂາດແຮງງານທົ່ວໄປອີກ. ບັນຫາດັ່ງກ່າວຈະເຮັດໃຫ້ສັງຄົມລາວຂາດສັງຄົມຊົນຊັ້ນກາງເປັນເສົາ ຫລັກໃນການພັດທະນາປະເທດໃຫ້ໄດ້ຕາມຄາດໝາຍ.
ຈະສັງເກດແຕ່ລະປີຈະມີໂຄງການຍັກໃຫຍ່ລະດັບພັນລ້ານໃນລາວ, ແຕ່ລາຍຮັບແມ່ນຕົກຢູ່ກັບແຮງງານຕ່າງຊາດເກືອບເວົ້າໄດ້ວ່າປະມານ 70% ແລະລາວເຮົາອາດພຽງແຕ່ 20-30% . ສ່ວນຫລາຍກໍເປັນລາຍຮັບຕໍ່າ. ບັນຫານີ້ທາງການເພິ່ນກໍອາດເຂົ້າໃຈດີ ແລະກໍກໍາລັງເລັ່ງລັດຕັດຕອນ, ພະຍາຍາມສ້າງສີມືແຮງງານລາວໂດຍເພິ່ມຂະຫຍາຍໂຮງຮຽນວິຊາຊີບ. ແຕ່ບັນຫາມີຢູ່ວ່າ ຄົນລາວສ່ວນໃຫຍ່ບໍ່ຢາກເຂົ້າໂຮງຮຽນວິຊາຊີບ. ຢາກເຂົ້າແຕ່ມະຫາວິທະຍາໄລ. ຂໍ້ນີ້ເລີຍກາຍເປັນປະເດັນໃຫ້ທາງກະຊວງ ສຶກສາຕ້ອງໄດ້ອອກມາຕະການໃຫມ່ເພື່ອ ຂັດເລືອກເອົາແຕ່ນັກຮຽນ ເກັ່ງເຂົ້າມະຫາວິທະຍາໄລ. ສ່ວນທີ່ເຫລືອແນະນໍາໃຫ້ນັກຮຽນພາກັນ ປະກອບສ້າງແຮງງານອາຊີບ ເພື່ອຮັບເອົາຜົນປະໂຫຍດໃນການ ສ້າງພື້ນຖານໂຄງລ່າງໃນລາວ. ເພາະຜົນປະໂຫຍດດັ່ງກ່າວນີ້ຕົກ ເປັນມຸນຄ່າຫລາຍພັນລ້ານໂດລາທີ່ດຽວ. ແຕ່ປັດຈຸບັນລາວເຮົາບໍ່ມີ ປັນຍາຈະເກັບກູ້ເອົາຜົນປະໂຫຍດດັ່ງກ່າວໄດ້ຢ່າງເຕັມເມັດເຕັມຫນ່ວຍເລີຍ. ຕົກເປັນຂອງຕ່າງຊາດໝົດ. ໜ້າເສຍດາຍແທ້ໆ.
ວຽກງານອາຊີບມີຫລາຍອາຊີບທີ່ສາມາດສ້າງ ລາຍຮັບທີ່ໝັ້ນຄົງໄດ້, ແລະເປັນວຽກທີ່ ກໍາລັງຕ້ອງການຫລາຍທີ່ສຸດໃນລາວ ເພາະວ່າສະພາບການ ພັດທະນາໃນລາວ ປັດຈຸບັນ ແມ່ນຕົກຢູ່ຂັ້ນຕອນສ້າງພື້ນຖານໂຄງລ່າງ ທີ່ຕ້ອງການສີມືແຮງງານ ເປັນຕົ້ນຝ່າຍເທັກນິກ ແລະນາຍຊ່າງ.
ຂ້າງລຸ່ມຄືຕົວຢ່າງໂຄງການຍັກໃຫຍ່ກໍາລັງຈະສ້າງ ຫລືໄດ້ສ້າງໄປແລ້ວ. ຍົກມາເປັນຂໍໍ້ຄິດ...

1. ໂຄງການສ້າງທາງລົດໄຟລະຫວ່າງຈີນລາວ ຕົກເປັນມູນຄ່າ US$6.8 billion, ລາວຈະໄດ້ຮັບຜິດຊອບ ປະມານ US$840 million ເຊິ່ງຂ່າວວ່າ ຈະເອົາລາຍໄດ້ຈາກ ບໍ່ແຮ່ bauxite mine and three potash mines ຂອງທາງບໍລິສັດ ຈີນກໍາລັງສໍາຫລວດແລະຂຸດຄົ້ນ. ໝາຍຄວາມວ່າ ຢືມເອົາເງິນຈີນ $840 million ສ້າງທາງລົດໄຟ ແລ້ວກໍເອົາບໍ່ແຮ່ bauxite ແລະ three potash mines ໃຊ້ໜີໃຫ້ຈີນເລີຍ. ຂໍ້ນີ້ໜ້າວິຕົກກາງວົນຫລາຍ. ເພາະໃນຂ່າວ ບໍ່ມີການວິເຄາະວ່າ ການສ້າງລົດໄຟຈະໄດ້ຮັບຜົນບວກ ໃຫ້ກັບລາວນ້ອຍຫລາຍປານໃດ? ຈະສ້າງລາຍຮັບໃຫກັບລາວປີລະເທົ່າໃດ? ບໍ່ມີການປຽບທຽບ,ວິເຄາະ, ວິໄຈທຽບໃສ່ກັບໂຄງການອື່ນເຊັ່ນ ໂຄງການສ້າງຖະໜົນຫົນທາງໃຫ້ມັນໄດ້ມາດຕະຖານທົ່ວປະເທດ, ເງິນ US$840 million ນີ້ລະຫວ່າງທາງລົດໄຟ ກັບທາງ highways ທີ່ມາຕະຖານທົ່ວປະເທດ? ຕາມສະພາບປັດຈຸບັນ, ໂຄງການໃດຈະໄດ້ຜົນປະໂຫຍດກ່ອນກັນ?
2.
ໂຄງການສ້າງລະບົບທໍ່ນໍ້າມັນ
ແລະໂຮງງານກັ່ນນໍ້າມັນ (oil pipeline, refinery and facility ) ຢູ່ພາກກາງຂອງລາວ (ຄໍາມ່ວນ) ເປັນໂຄງການວຽດນາມຈະມາລົງທຶນໃນລາວ
ສ້າງທໍ່ນໍ້າມັນຈາກວຽດນາມເຊື່ມຕໍ່ໃສ່ລາວ. ນີ້ກໍຄືໂຄງການໜຶ່ງທີ່ຕ້ອງໃຊ້ແຮງງານຕ່າງຊາດຢ່າງຫລວງຫລາຍ.
3. ໂຄງການສ້າງ wind farm ຢູ່ອັດຕະປື, ເປັນໂຄງການຂອງໄທຍຈະມາສໍາປະທານທີ່ດິນແລ້ວລົງທຶນສ້າງ wind farm ລະບົບພະລັງໄຟຟ້າພັດລົມ. ຕົກເປັນມູນຄ່າ ປະມານ US$1.5 billion.
4.
ໂຄງການສ້າງເຂດເສດຖະກິດພິເສດຢູ່ປາກເຊ, ຈໍາປາສັກ. ບໍລິສັດຍິປຸ່ນເປັນຜູ້ຮັບເໝົາໃນໂຄງການນີ້. ແລະຄາດວ່າຈະສາມາດດຶງດູດເອົາບໍລິສັດນ້ອຍໃຫຍ່ຂອງຍິປຸ່ນມາຮ່ວມລົງທຶນ ໃນເຂດປະມານ
100 ບໍລິສັດ. ຜ່ານມາລາວມີເຂດເສດຖະກິດ
ປະມານ 11 ແຫ່ງ ແລະມີປະມານ
213 ບໍລິສັດທີ່ກໍາລັງລົງທືນໃນເຂດເສດຖະກິດດັ່ງກ່າວ.
ຕົກເປັນມູນຄ່າປະມານ
US$4.2
billion. ແລະ $1.19
billion ແມ່ນໄດ້ນໍາໃຊ້ປະກອບສ້າງເຂດເສດຖະກິດດັ່ງກ່າວໄປແລ້ວ. ເຊິ່ງສ້າງວຽກງານໃຫ້ ແກ່ແຮງງານເກີນກວ່າ 11,320 ແຮງງານ, ໃນນັ້ນ 4,229 ເປັນແຮງງານລາວ, ນອກນັ້ນເປັນແຮງງານ
ຕ່າງຊາດ. ລາຍຮັບຈາກໂຄງການດັ່ງກ່າວເລິ່ມແຕ່ 2003, 2010 ເຖິງປັດຈຸບັນແມ່ນ US$11 million
ເຊິ່ງຖືວ່າເປັນລາຍຮັບໃຫ້ກັບພັກລັດໜ້ອຍທີ່ສຸດ. ນອກຈາກນັ້ນຍັງສ້າງແຮງງານໃຫ້ກັບປະຊາຊົນລາວໜ້ອຍ ກວ່າແຮງງານຕ່າງຊາດອີກ. ນີ້ເປັນຕາໜ້າຄິດຫລາຍ.
5.
ໂຄງການພະລັງໄຟຟ້າທີ່ສ້າງແລ້ວ,
ກໍາລັງສ້າງ ແລະມີແຜນການຈະສ້າງ. ປັດຈຸບັນໃນລາວມີເຂື່ອນໄຟຟ້າຂະໜາດໃຫຍ່
29 ເຂື່ອນ, ກໍາລັງສ້າງເພິ່ມ
45 ເຂື່ອນ
ແລ້ວມີແຜນການຈະສ້າງໃຫ້ໄດ້ຄົບ 300 ເຂື່ອນເພື່ອສ້າງພະລັງໄຟໄຟ້ໃຫ້ໄດ້ປະມານ 30,000 megawatts. ເປັນຫມໍໄຟແຫ່ງອາເຊຍຕະເວັນອອກສຽງໃຕ້. ຕາມທໍາມະດາ, ປະເທດລາວເຮົາເປັນປະເທດນ້ອຍໆ
ມີປະຊາຊົນປະມານ 6 ລ້ານຄົນ,
ໂຄງການຍັກໃຫຍ່ທີ່ສ້າງສໍາເລັດຜ່ານມາສາມາດສ້າງຊົນຊັ້ນກາງໃຫ້ສັງຄົມໄດ້ແລ້ວ, ແຕ່ ກໍໜ້າເສຍດາຍ ແຕ່ລະໂຄງການຜ່ານມາແມ່ນ ກາຍເປັນການສ້າງ ລາຍຮັບໃຫ້ກັບນັກລົງທຶນແລະແຮງງານຕ່າງປະເທດ. ສ່ວນລາວເຮົາແມ່ນເພິ່ມຄວາມແຕກໂຕນລະຫວ່າງຊົນຊັ້ນສູງ
ກັບ ຊົນຊັ້ນຕໍ່າໃຫ້ຫ່າງໄກກັນຢ່າງຕໍ່ເນື່ອງ. ຖ້າສືບຕໍ່ເນື່ອງກັນໄປແບບນີ້, ປະເທດລາວຈະບໍ່ສາມາດລຸດພົ້ນຈາກການພັດທະນາ ລະດັບຊ້າງພັບຫູງູແມບ ລີ້ນໄດ້ຈັກເທື່ອ. ຈົນກວ່າຈະມີການປະຕິວັດເກີດຂຶ້ນຄັ້ງທີ່ 7 ໃນຕໍານານສາບ 7 ຊາດຂອງສີໂຄດ. ເມື່ອນັ້ນປະເທດລາວກໍຈະພັດທະນາແບບຖາວອນ, ແຕ່ຊາດລາວຈະບໍ່ແມ່ນເຊື້ອຊາດລາວ, ຈະກາຍເປັນຊາດລາວເຊື້ອຊາດອາຊີອາຄະເນໃນທີ່ສຸດ.
ປສ.