Thursday, December 10, 2015

ນັກປັດຊະຍາລາວ ມີບໍ່?



ຄໍາຖາມຂອງເພື່ອນໃນເຝສຖາມວ່າ:
1. ນັກ
ປັດຊະຍາຂອງລາວເຮົາເດ ຈະຍົກອັນໃດມາເລົ່າດີ?
2.  ຈະຖືນັກປາດອາຈານໃດຂອງລາວເຮົາມາເປັນຕົວແທນ ຫລື
ສັນຍາລັກ ຫລືເອີ້ນວ່ານັກປັດຊະຍາລາວເຮົາ?
ຂໍອອກຄວາມເຫັນດັ່ງນີ້,  ຕາມຄວາມເປັນຈິງ ນັກປາດອາຈານລາວເຮົາສະໄໝບູຮານ, ແນວຄິດສ່ວນຕົວແລ້ວ ຍັງບໍ່ເຖິງ ລະດັບ ນັກປັດຊະຍາ. ເພາະດ້ານຄວາມຮູ້ ແມ່ນຈໍາກັດ ບໍ່ກວ້າງໄກ.  ຈໍາກັດນີ້ໝາຍເຖິງ ດ້ານຮຽນຮູ້ເຖິງລັກສະນະຂອງສັງຄົມທົ່ວໄປ, ພື້ນຖານຂອງຄວາມເປັນຈິງຂອງສັງຄົມ,  ຄຸນຄ່າ, ເຫດຜົນ, ຈິດໃຈ,  ຈັນຍາບັນ, ອະພິທໍາ, ຄວາມໝາຍຂອງຊີວິດ, ແລະອື່ນໆ.  ສະນັ້ນເຮົາຈະມັກພໍ້ເຫັນຄໍາສຸພາສິດບູຮານລາວຕ່າງໆຈະບໍ່ກົງ ຫລືບໍ່ຖືກກັບຄວາມເປັນຈິງໃນປັດຈຸບັນ.  ເພາະດ້ານວິໄຈຂອງພວກເພິ້່ນແມ່ນແນໃສ່ບັນຫາທີ່ພົບພໍ້ຫລືປະເຊີນກັບຕົວຈິງໃນສັງຄົມສະໄໝນັ້ນ.  ຕົວຢ່າງ: ຖ້າປະເຊີນແຕ່ກັບສັງຄົມ ພາຍໃນວັງ ຫລື ຢູ່ແຕ່ຂອບເຂດ ລ້ານຊ້າງ.  ລັກສະນະທົ່ວໄປຂອງສັງຄົມໂລກ ຫລືມະນຸດກໍຈະເຫັນພຽງແຕ່ລ້ານຊ້າງ. ເຊິ່ງຂໍ້ມູນນ້ອຍທີ່ສຸດທີ່ຈະເກັບມາວິໄຈໃຫ້ເລິກເຊິ່ງໄດ້.  ສະຫລຸບຄື ນັກປັດຊະຍາລາວ ບໍ່ມີ, ຖ້າຈະຍົກກໍຍົກ ສຸພາສິດໃນຕໍາລາຕ່າງຂອງລາວ ທີ່ເຮົາຄິດວ່າ ເໝາະສົມ ແລ້ວກໍເອົາມີສັ່ງສອນສັງຄົມຕໍ່ໄປ ໂດຍອ້າງວ່າ ສຸພາສິດລາວບູຮານ.

ກ່ຽວກັບຫນັງສື ສຽວສະຫວາດ.  ຫນັງສືນີ້ຖືວ່າເປັນຫນັງຫນັງສືວັນນະຄະດີ ອັນດັບເອກສະບັບຫນຶ່ງຂອງລາວເພາະໄດ້ຮັບຄວາມຍ້ອງຍໍສັນລະເສີນຈາກປະຊາຊົນມາແລ້ວເກືອບເຖິງ 400 ປີ. ແລ້ວະສໄໝບູຮານແມ່ນຈະເລີນແຜ່ຫລາຍໄປທົ່ວທຸກບ້ານໃນດິນແດນປະເທດລາວ, ເພາະເຮົາຈະສັງເກດໄດ້ວ່າໄປໃສມາໃສກໍມັກຈະຍິນຜູ້ເຖົ້າຜູ້ແກ່ເພິ່ນກ່າວເຖິງສຸພາສິດຈາກຫນັງສືນີ້ເວລາສອນລູກສອນລານ. ເຊັ່ນສະພາສິດ ເພິ່ນບໍ່ເອີ້ນຢ່າຂານ ເພິ່ນບໍ່ວານຢ່າຊ່ອຍ, ນຸ່ງຜ້າລາຍຫມາເຫົ່າ ຄົ້ນຄວາມເກົ່າຜິດກັນ, ໄວປາກເສຍສິນ ໄວຕີນຕົກກົກໄມ້ ແລະອື່ນໆ. ລ້ວນແຕ່ມາຈາກຫນັງສື ສຽວສະຫວາດ.  ແຕ່ບັນຫາມີຢູ່ວ່າ ຫນັງສືສຽວສະຫວາດ ແລະບັນດາຫນັງສືວັນນະຄະດີອື່ນໆຫລາຍສະບັບຂອງລາວເຮົາບໍ່ມີປະຫວັດຜູ້ແຕ່ງ ຫລືປະກົດຊື່ຜູ້ແຕ່ງເລີຍ. ຈະມີກໍມີແຕ່ຊື່ຜູ້ລິຈະນາ ຄືຜູ້ທີ່ເອົາມາຂຽນຕໍ່ໆກັນມາ. ດັ່ງນັ້ນເຮົາເລີຍບໍ່ຮູ້ວ່າ ນັກປາດຄົນໃດ ແຕ່ງຫນັງສືສະບັບໃດ.  ພໍຮູ້ກັນດີກໍມີພຽງ 7-8 ຄົນເຊັ່ນ:
1. ທ່າວປາງຄໍາ ແຕ່ງ ສັງສິໄຊ
2. ທ້າວເພຍແກ້ວດວງຕາ ແຕ່ງ ກາບປູ່ສອນຫລານ
3. ເພຍ ຣາຊມາດ ແຕ່ງ ພຣະຍາປັດຕະເສນຖາມເຫດ
4. ນັກປາດອິນທິຍານ ແຕ່ງ ອິນທິຍານສອນລູກ
5. ສົມເດັດພຣະມະຫາຣາຊຄູ ວິຊຸລະມະຫາວິຫາຣາທິບໍດີ ແຕ່ງ ນິທານປັດຈະຕັນຕະ
6. ພຣະອະຣິຍະວັງໂສ ແຕ່ງ ຕໍານານພຣະແກ້ວ, ພຣະແຊກຄໍາ, ພຣະບາງ
7. ພຣະມະຫາເພບເຖຣະ ແລະ ພຣະມະຫາມົງຄຸນສິດທິ ແຕ່ງ ນິທານ ຂຸນບູຣົມ ຣາຊາທິຣາດ (ກໍາເນີດຊາດລາວ)

ພໍຮູ້ໆກັນກໍມີພຽງນັກປາດຂ້າງເທິງນັ້ນແລ້ວ. ນອກນັ້ນກໍພາກັນສັນນິຖານກັນເອົາ.  

ເອົາເປັນວ່າ ຖ້າຢາກຟື້ນຟູຄໍາສຸພາສິດລາວບູຮານດັ່ງກ່າວນັ້ນກໍ ສົມຄວນແລ້ວທີ່ຈະພາກັນສຶກສາ ແລ້ວນໍາມາຂຽນສັ່ງສອນສັງຄົມລາວເຮົາຕໍ່ໄປ. ສຸພາສິດບູຮານລາວສ່ວນຫລາຍເປັນຄໍາປຽບທຽບ ນັກປັນຍາຊົນລຸ້ນຫລັງເຊັ່ນພວກເຮົາເຈົ້າຂ້ອຍຖ້າຈະໃຊ້ກໍຕ້ອງເອົາມາຕີຄວາມໝາຍໃຫມ່ ດ້ວຍສະຕິປັນຍາຂອງເຮົາໃຫ້ເຂົ້າກັບສັງຄົມປັດຈຸບັນ. ເພາະເຮົາຄືນັກປາດລາວຜູ້ຕໍ່ໄປ.

ສຸດທ້າຍຂໍຝາກໄວ້ແບບນີ້: ຈະເປັນນັກປາດຕ້ອງຮູ້ຈັກໃຊ້ສະຕິປັນຍາຂອງຕົນເອງວິໄຈ ຫລືວິເຄາະຢ່າງເລິກເຊິ່ງຕາມແນວຄິດຂອງຕົນ, ຕາມສິ່ງທີ່ຕົນຮູ້ແລະຮຽນມາ. ຕ້ອງສາມາດສ້າງສຸພາສິດ, ສ້າງທິດສະດີໃໝ່ໆທີ່ເປັນຂອງຕົນເອງໂດຍບໍ່ມີການກອບຫລືລອກມາຈາກຄົນອື່ນ. ຖ້າບັນລຸໄດ້ແບບນັ້ນກໍຖືວ່າເປັນນັກປັດຊະຍາອັນແທ້ແນ່ຈິງນັ້ນແລ


ປສ.

Tuesday, December 1, 2015

ປົດປ່ອຍຊາດ ຫລືວ່າຊີງອໍານາດກັນແທ້?



ຄໍາວ່າ ປົດປ່ອຍ ຊາດ ນັ້ນ ໝາຍເຖິງເຮົາໄດ້ປົດປ່ອຍຊາດອອກຈາກຫຍັງ ໄປຫາຫຍັງ? ຖ້າວ່າປົດປ່ອຍຊາດ ໃຫ້ເປັນເສລີ, ຊາດລາວກໍເປັນ ເສລີທີ່ປະກາດເປັນເອກະລາດມາແຕ່ປີ 1954 ເປັນຕົ້ນມາເຊິ່ງປົກຄອງກັນດ້ວຍ ລະບົບ ລາຊາທິປະໄຕຄ້າຍຄື ອັງກິດ, ສະເປນ, ຍິປຸນ, ອິນໂດ ແລະ ປະເທດໄທຍໃນປັດຈບັນ. ລະບົບການຕະຫລາດກໍເປັນລະບົບເສລີ. ຖ້າເຮົາຢ້ອນຄືນຫລັງເບິ່ງການປົດປ່ອຍຊາດ ທີ່ຫຼາຍຄົນມັກເອກອ້າງນັ້ນ ເຮົາຈະເຫັນວ່າ ເປັນການປ່ຽນ ກຸ່ມອໍານາດປົກຄອງຈາກ ກຸ່ມໜຶ່ງມາເປັນອີກກຸ່ມໜຶ່ງ. ໝາຍຄວາມວ່າເປັນການປົດປ່ອຍ ຊາດອອກຈາກອໍານາດຂອງຄົນກຸ່ມໜຶ່ງໄປຫາອໍານາດອີກຄົນກຸ່ມໜຶ່ງ. ນັ້ນຄືເບື່ອງຫລັງຄວາມເປັນຈິງ ຖ້າສັງຄົມເບິ່ງບໍ່ເຫັນຈຸດນີ້ກໍຖືວ່າເປັນ ສັງຄົມທີ່ກາຍເປັນສັງຄົມ cult. ເຊື່ອຖືອໍານາດການນໍາຂອງບາງກຸ່ມຫລືບຸກຄົນ or believe in a cult of personality.  ແປແບບພາສາວົງເຫຼົາກໍຄື ເປັນສັງຄົມ ງົມງວາຍ ລ້າຫລັງ ໂງ່ຈ້າທີ່ຍອມໃຫ້ກຸ່ມຄົນຫລືບຸກຄົນທີ່ມີອໍານາດຈູງດັງ. ບໍ່ມີສະຕິປັນຍາຫລືແນວຄິດເປັນຂອງຕົນເອງ.  ເຖິງມີແນວຄິດ ກໍບໍ່ກ້າສະແດງອອກເພາະ ອໍານາດ ລັດທິບັງຄໍາ.  

ມື້ນີ້ຈະຂໍສະແດງແນວຄິດ ແບບລັກສະນະຄົນນອກເບິ່ງເຂົ້າໄປຂ້າງໃນເນາະ.
ກ່ອນ
ປົດປ່ອຍໃນປີ1975 ປະເທດລາວແມ່ນມີເສດຖະກິດສັງຄົມ ແລະການ ເມືອງຄື:

1. ເປັນປະເທດເອກະລາດ, ປົກຄອງດ້ວຍລະບອບລະຊາທິປະໄຕ. ມີເຈົ້າຊີວິດ ເປັນປະມຸກ ແລະນາຍຍົກບໍລິຫານລັດຖະບານ.
2. ,ເປັນປະເທດທີ່ມີລະບົບການຕະຫລາດເສລີ.
3. ເປັນສະມາຊິກ ສະຫະປະຊາຊາດ ແລະປະກາດເປັນກາງ ໃນຖ່າມກາງສົງຄາມເຢັນ.
--------------------------------------------------------------------------------

ໃນປີ
1975 ຫລັງຈາກພາກັນປົກຄອງກັນແບບລັດຖະບານປະສົມມາເປັນສອງປີ 1973-75 ຝ່າຍຄອມມຸນິດເລີຍສວຍໂອກາດ ຍິດອໍານາດ ປະກາດ ປົດປ່ອຍຊາດປ່ຽນຈາກ ລາຊະອານາຈັກລາວ ມາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ການປົດປ່ອຍຄື:

1. ປົດປ່ອຍ ເອກະລາດ ມາເປັນເອກະລາດ, ປົກຄອງດ້ວຍລະບອບ ຄອມມຸນິດ ແບບພັກການເມືອງດຽວ.
2. ປົດປ່ອຍ ການຕະຫລາດເສລີ ມາເປັນ ການຕະຫລາດກາງ ພັກລັດຄຸມການຕະຫລາດທັງໝົດ. ເອກະຊົນບໍ່ມີຊິດ.  
3. ປົດປ່ອຍຊາດອອກຈາກ ສັງຄົມເບື່ອຍເຍື່ອຍ, ສັງຄົມທີ່ເຕັມໄປດ້ວຍບາເຕັ້ນລໍາ ມີກະລີ່ ຈິໂກະ ເປັນສັງຄົມມີນເມົາ, ມາເປັນສັງຄົມສະງົບສຸກ. ໃຊ້ແຮງງານລວມ.  
4. ປົດປ່ອຍຊາດອອກຈາກ ອໍານາດຜະເດດການຂອງເຈົ້າຂຸນມຸນນາຍ, ອອກຈາກສັງຄົມແບ່ງຊັ້ນວັນນະ. ຫລິ້ນພັກຫລິ້ນພວກ. ອອກຈາກສັງຄົມຄົນທຸກເຈັບບໍ່ໄດ້ປົວ ຄົນຊົ່ວລວຍບໍ່ຕິດຄຸກ. ມາເປັນສັງຄົມສະຫາຍ.  ສັງຄົມລວມໝູ່.

ຫລັງຈາກການປົດປ່ອຍໄດ້ ປະມານ
10 ປີ, ພາຍໃນປີ1985 ກໍມີການປົດປ່ອຍຄືນໃໝ່ຄື:
1.
ປົດປ່ອຍຊາດອອກຈາກ ລະບົບການຕະຫລາດກາງແບບພັກລັດຄຸມອໍານາດ ທັງໝົດມາເປັນ ລະບົບເສລີຄືນຄືເກົ່າ.  
2. ປົດປ່ອຍ ສັງຄົມອັນສວຍງາມ ເຮັດນາແຊງຮ່ວມກັນ, ປ່ຽນສັງຄົມສະຫາຍລວມໝູ່ ມາເປັນສັງຄົມເຈົ້າຂຸນມຸນນາຍ, ສັງຄົມເບື່ອຍເຍື່ອຍ, ເຕັມໄປດ້ວຍບາເຫຼົ້າ ບາເຕັ້ນລໍາ, ກະລີ່, ຈິໂກະຄືນຄືເກົ່າ.
3.  ປົດປ່ອຍສັງຄົມຈາກຂອບງໍາອໍານາດຜະເດດການ, ໄຮ້ຍຸຕິທໍາ ຄືນມາເປັນ ຜະເດດການໄຮ້ຍຸຕິທໍາຄືນຄືເກົ່າ.  ສຸດທ້າຍກໍເປັນສັງຄົມແບ່ງຊັ້ນວັນນະ, ຫລິ້ນພັກຫລິ້ນພວກ. ສໍ້ລາດບັງຫລວງ ສໍ້ຫລວງບັງລາດຄືນຄືເກົ່າ.

ຖ້າເຮົາເບິ່ງແບບເປັນກາງ, ການປົກຄອງໃນລາວທຸກມື້ນີ້ບໍ່ຕ່າງຫຍັງກັບ ການປົກຄອງຂອງລະບອບເກົ່າ, ຈະເປັນລາຊາທິປະໄຕ ຫລືສັງຄົມນິຍົມ ພາກປະຕິບັດກໍຄື
AUTOCRACY ຄືເກົ່າ.  ປົດປ່ອຍແລ້ວກໍກັບຄືນໄປໃຊ້ການ ຕະຫລາດເສລີ ພາໃຫ້ເກີດມີນາຍທືນ, ເສຖະກິດເຕີບໂຕກໍພາໃຫ້ເກີດມີ ຊົນຊັ້ນວັນນະ. ກັບໄປເປັນສັງຄົມ ທີ່ວ່າ ຜູ້ກິນກິນຈົນຮາກ,​ຜູ້ຢາກໆ ຈົນຕາຍຄືເກົ່າ.  ການປົກຄອງກໍໄຮ້ສະວັດດີ ການບໍ່ຕ່າງຫຍັງກັບລະບອບເກົ່າ. ໂຮງຮຽນ ໂຮງໝໍແມ່ນໄດ້ຈ້າງເຂົ້າ ຈ້າງປິ່ນປົວຄືເກົ່າ...
 
ສະຫລຸບກໍຄື ການປົດປ່ອຍ ຊາດ ທີ່
2 ທັນວາ ເປັນການຊີງອໍານາດຂອງ ກຸ່ມຄົນບາງກຸ່ມທີ່ ຕອນນັ້ນບໍ່ໄດ້ມີອໍານາດຄູນຮັ່ງຄູນມີນໍາໝູ່. ເພາະດ້ວຍເຫດຜົນທີ່ຍົກໃຫ້ເຫັນຂ້າງເທິງແລ້ວ, ການປົດປ່ອຍຊາດໃນປີ 1975 ກໍຄືການຊີງອໍານາດ, ເປັນໃຫຍ່ຄອງເມືອງ. ທຸກມື້ນີ້ ສິ່ງທີ່ກ່າວຫາວ່າ ບໍ່ດີ ພັດວ່າດີ. ຕົວຢ່າງ:ການພົວພັນກັບ ອະເມຣິກາ, ຝຣັ່ງເສດ, ໄທຍ, ຍິປຸ່ນ, ແລະປະເທດເສລີ ກໍກ່າວຫາວ່າ ລັດຖະບານວຽງຈັນ ຂາຍຊາດ. ພວກຂໍທານ, ພວກແລ່ງຕີນ ມືຕ່າງຊາດ. ອະເມຣິກາ ສ້າງ ອະນຸສາວະລີ, ສ້າງເດີ່ນຍົນໃຫ້ກໍ່່ຫາວ່າ ເປັນຫົວເມືອງຂຶນອະເມຣິກາ, ປັດຈຸບັນອະເມຣິກາຊ່ວຍ ສ້າງໂຮງຮຽນ, ບຸລະນະສະຖານບູຮານ, ຊ່ວຍເຫລືອດ້ານການທະຫານ ການສຶກສາ ພັດວ່າ ດີໆ.  ເປັນການຮ່ວມມືລະຫວ່າງປະເທດ. ຝຣັ່ງສ້າງ ຖະນົນລ້ານຊ້າງ, ສ້າງຫໍຄໍາ ສ້າງຕຶກອາຄານຫຼາຍຕຶກທົ່ວປະເທດລາວ ກໍຫາວ່າ ປະຕິການຂາຍຊາດ ເປັນຂ້ອຍຂ້າຝຣັ່ງ. ທຸກມື້ນີ້ພາສາຂອງພັກລັດ ແມ່ນໃຊ້ພາສາ ຝຣັ່ງເສດ. ຂຽນປ້າຍ ຕິດ ກະຊວງຕ່າງໆແມ່ນແຕ່ຫ້ອງວ່າການລັດຖະບານ ກໍຂຽນເປັນພາສາ ຝຣັ່ງເສດ.

ສຸດທ້າຍຫຼາຍຄົນມັກອວດໂອ້ວ່າ ຍ້ອນການປ່ຽນແປງ ແລະຍ້ອນການນໍາພັກລັດ ປະເທດລາວຈຶ່ງຈະເລີນທີ່ເຫັນກັນທຸກວັນນີ້.
(ຄໍາວ່າຈະເລີນ ບໍ່ແມ່ນຜູ້ຂຽນເວົ້າ, ຜູ້ຂຽນບໍ່ເຄີຍຄິດວ່າປະເທດລາວຈະເລີນ, ເພາະການມີຕຶກອາ ຄານສູງສອງ ສາມຫລັງ, ມີຖະນົນປູຢາງຕະຫລອດເໜືອເຖິງ ໃຕ້ບໍ່ແມ່ນຄວາມຈະເລີນ) ປະເດັນນີ້ກໍສຸດແລ້ວແຕ່ຊິຄິດ, ແຕ່ເຄີຍຄິດຢູ່ບໍ່ວ່າ ຖ້າບໍ່ປົດປ່ອຍ, ຖ້າສາມັກຄີຮ່ວມມືກັນປົກຄອງບ້ານເມືອງແບບສັນຕິ, ຕັ້ງແຕ່ 1955 ທີ່ລາວປະກາດເປັນເອກະລາດ ເປັນຕົ້ນມາ ຈົນເຖິງປັດຈຸບັນ. ປົກຄອງແບບ ລາຊະທິປະໄຕ, ແບບ ອັງກິດ, ຍິປຸ່ນ ຫລື ໄທຍ ລາວອາດຊິ ຈະເລີນ ເທົ່າທຽມກັບໄທຍ ກໍ່ເປັນໄດ້.  ສັງເກດເບິ່ງ ວຽງຈັນ ປີ 1975, ກຸງເທບ ປີ 1975, ພະນົມເປັນ ປີ1975 ບໍ່ໄດ້ຫ່າງເຫີນກັນພໍເທົ່າໃດ. ດຽວນີ້ຫ່າງເຫີນກັນປານ ຟ້າກັບດິນ. ແຕ່ສັງຄົມກອບໃນລັດທິ cult ຈະເບິ່ງບໍ່ເຫັນສິ່ງເຫຼົ່ານີ້...ເທົ່ານັ້ນແລ.