Thursday, December 1, 2016

ຄວາມຮັກ ຫລືຄວາມຫລົງ?

ຄັນແມ່ນໃຈປະສົງແລ້ວ ເມືອງແກວກໍ່ດັ້ນຮອດ ສາຍຕາຈອດຈໍ້ຈ້ຳ ໃນຖ້ຳກໍ່ຄົ້ນຫາ. ເຖິງພູຜາຈະຂີດກັ້ນ ໃຈປອງໝັນຜາຊັນກໍປີນໃສ່. ຄັນແມ່ນໃຈປະສົງແລ້ວກາງດົງກໍເປັນທົ່ງ ຄັນແມ່ນໃຈຂີ້ຄ້ານກາງ ບ້ານກໍວ່າດົງ. ຄໍາສຸພາສິດບູຮານເຫຼົ່ານີ້ໃຫ້ຄະຕິເຕືອນໃຈເຮົາ ຕະຫຼອດມາ ວ່າຄົນເຮົາເວລາຢາກໄດ້ຫຍັງຫລືເວລາມີຄວາມ ຫລົງໄຫລໃຝ່ຝັນຢາກໄດ້ສຶ່ງໃດ ກໍຈະບຸກບຶນສູ້ຊົນຄົ້ນຫາມາໃຫ້ໄດ້. ແຕ່ເມື່ອໄດ້ມາແລ້ວແນວຄິດພັດເປັນອື່ນ. ເຫັນກ້ວຍຫອມກໍວ່າປີ, ໂອນໍສັງມາເປັນແບບນີ້ ຍາມຢາກໄດ້ຮ້າຍຄືຜີກໍວ່າດີ, ຍາມຢາກໜີດີຄືພຣະກໍວ່າຜີ. ຄົນເອີຍ...
ບໍ່ຕ່າງຫຍັງກັບຄວາມຮັກ. ຄວາມຮັກຕອນໃໝ່ໆລະຫວ່າງບ່າວສາວ ຈະຖືວ່າບໍ່ແມ່ນຄວາມຮັກແຕ່ເປັນຄວາມຫລົງໄຫລຢາກໄດ້ໃນສິ່ງທີ່ ເຮົາບໍ່ມີ. ດັ່ງຄໍາສຸພາສິດກ່າວໄວ້ຂ້າງເທິງ, ຄວາມຫລົງຈະເຮັດໃຫ້ເຮົາ ຕາບອດໂດຍເບິ່ງບໍ່ເຫັນຕົວຈິງຫຼືທາດແທ້ຂອງຄົນຫລືສິ່ງທີ່ ເຮົາຫລົງໄຫລ. ຄວາມຮູ້ສຶກໃນໂມເມັນນີ້ (moment), ບູຮານເພິ່ນວ່າ ຄືຄວາມໄຄ່ໄຮ້ເຫດຜົນ ທີ່ເຮົາມັກເວົ້າກັນວ່າ “ຄວາມຮັກເຮັດໃຫ້ຄົນຕາບອດ” ນັ້ນແລ.
ເມື່ອເຮົາໄດ້ມາຄອບຄອງແລ້ວ, ຄວາມຮູ້ສຶກກໍຈະປ່ຽນຈາກຫລົງ ໄຫລມາເປັນຄວາມຮູ້ສຶກສໍາພັນ. ໃນກໍລະນີຜົວເມຍຈະເອີ້ນວ່າ ສາຍສໍາພັນລະຫວ່າງຜົວແລະເມຍ. ເປັນຄວາມຮູ້ສຶກໄຄ່ໃນແກ່ນ ຄອບຄົວ, ແກ່ນພັນທະຕໍ່ກັນແລະກັນ. ໃນຈຸດນີ້ຄວາມຮູ້ສຶກມີຕໍ່ກັນຫລາຍຢາງກໍຈະຈາງຫາຍໄປຫລືຜັນປ່ຽນ, ຕົວຢ່າງ: ຄວາມຮູສຶກຄິດຮອດແບບອອກຮ້ອນອອກລົນ ເປັນຟືນເປັນໄຟກໍຈະກາຍມາເປັນ...ແຮະ, ກະຄຶດໆນໍາຢູ່ ແຕ່ກະທໍາມະດາ. ເຫັນກະໄດ້ບໍ່ເຫັນກະໄດ້, ຄວາມຫືງກໍຈະກາຍມາເປັນຄວາມຫວງ (ແບບຫວງຊັບສິນ, ເພາະໃນຈຸດນີ້ແນວຄິດແຕ່ລະຝ່າຍຖືວ່າໂຕເອງເປັນຂອງກັນແລະ ກັນ, ເປັນຊັບສິນຂອງຄອບຄົວ, ຂາດຝ່າຍໃດຝ່າຍໜຶ່ງໄປຖືວ່າ ຂາດຊັບສິນ ສະນັ້ນຈຶ່ງມີອາການຫວງແຫນ) ແລະໃນຊ່ວງເວລະດຽວກັນນີ້, ທາດແທ້ຂອງແຕ່ລະຝ່າຍ ທີ່ເຊື່ອງຊ້ອນ ໄວ້ຕອນເປັນບ່າວສາວກໍຈະຄ່ອຍໆສະແດງ ອອກມາໃຫ້ເຫັນ. ຈາກຈຸດນີ້ໄປເຂົາຈະເອີ້ນວ່າຊີວິດຄອບຄົວ, ຜົວຖີບເມຍຢັນ, ຜົວອຸ້ມເມຍຊູ, ຜົວດືງເມຍລາກ, ຈະລາກກັນພຽງແຕ່ເຂົ້າຫ້ອງຫລືລາກກັນໄປຈົນຕະຫຼອດຮອດຝັ່ງກໍ ສຸດ ແລ້ວແຕ່ໃຈປະສົງສ້າງ. ບາງຜົວເມຍກໍຈະກາຍເປັນຜົວກໍາເມຍເວນ ນາໆສາລະພັດສິ່ງ. ເພາະໃນຊ່ວງເວລານີ້ຄືຊ່ວງເວລາຮຽນຮູ້ເຊິ່ງກັນແລະກັນຢ່າງແທ້ຈິງ. (ສະໄໝບ່າວສາວ ບໍ່ສົນໃຈຮຽນຮູ້ກັນແບບແທ້ຈິງ, ວ່າແຕ່ຫລໍ່ ຫລືງາມນໍ້າລາຍເຫີຍໃສ່ກັນໂລດ...ທໍານອງນັ້ນ)
ໂທດນອກເລຶ່ອງໄປໜ້ອຍໜຶງ. ກັບມາເວົ້າເລຶ່ອງຜົວເມຍຕໍ່ບາດນິ...
ຢູ່ນໍາກັນໄປດົນເທົ່າໃດກໍຈະ ຮຽນຮູ້ໃຈກັນໄປຫຼາຍເທົ່ານັ້ນ, ແຮງຮຽນຮູ້ຫຼາຍແຮງເຂົ້າໃຈກັນໜ້ອຍ... ແບບເຂົາເອີ້ນວ່າ The more you learn the less you know. ນັ້ນແລ...
ແຕ່ຖ້າມີຄວາມອົດທົນສູງ ແລະຍອມຮັບຜົວທີ່ເປັນຜົວ (ບໍ່ແມ່ນຕອນເປັນບ່າວ), ຮັບເມຍທີ່ເປັນເມຍ (ບໍ່ແມ່ນຕອນເມຍເປັນສາວ) ກໍຈະຢູ່ກິນກັນໄປຈົນເຖົ້າຈົນແກ່ ມີລູກເຕັມບ້ານຫຼານເຕັມເມືອງແທ້ໂອ້...

ປສ. 

Thursday, November 10, 2016

ການເມືອງເມກາ: ມາຮູ້ຈັກກັບນະໂຍບາຍບາງຢ່າງຂອງທ່ານ ທຣໍາ.

ຄືນນີ້ໄດ້ມີໂອກາດລົມກັບນັກການເມືອງລາວເມກາ ໃນວົງເຫຼົ້າ ເລີຍຢາກເລົ່າສູ່ກັນຟັງເລັກໆນ້ອຍໆ.
ຂ້ອຍ: ຮືມມ, ພວກເຈົ້າຄິດວ່າ ນະໂຍບາຍກວດລ້າງຊາວຕ່າງດ້່າວ ຂອງ ທຣໍາ ເປັນແນວໃດ?
ທ້າວ ກ.: ກະບໍ່ເຫັນຊິໜ້າເປັນຫ່ວງຫຍັງ. ຂ້ອຍບໍ່ສົນດອກ ເພາະຂ້ອຍເປັນສັນຊາດເມກາແລ້ວ. ລາວເຮັດຫຍັງຂ້ອຍບໍ່ໄດ້ດອກ.
ທ້າວ ຂ: ແມ່ນຢູ່ວ່າເຮົາກະເຄີຍເປັນອົບພະຍົບ, ແຕ່ຕອນນີ້ເຮົາກະເປັນສັນຊາດແລ້ວເດ. ເຮັດວຽກງານທໍາ. ເສຍພາສີຊ່ວຍປະເທດຊາດມາຕະຫຼອດ. ພວກທີ່ມາຢູ່ແບບຜິດກົດໝາຍ ຫລືມາສ້າງຄະດີ ສ້າງແນວບໍ່ດີຫັ້ນຕີ້, ກະສົມແລ້ວທີ່ຕ້ອງຖືກສົ່ງຄືນປະເທດ. ມາເມກາບໍ່ມາດີ ມາສ້າງບັນຫາ. ມາແບບນັ້ນປ່ອຍໃຫ້ຄົນອື່ນມາດີກວ່າ.
ນາງ ຍ: ໂອ້ຍຍ...ພວກເຈົ້າຊິໄປສົນໃຈຫຍັງຫວາ...ເລຶ່ອງການບ້ານການເມືອງ, ເຮົາມີວຽກເຮັດ ມີເງິນໃຊ້ ກະພໍແລ້ວ. ກະຄືເຫັນຜ່ານໆມາຫັ້ນແຫຼະ ໃຜຂຶ້ນເປັນປະທານ ກະຮ່າຕາຍຄືເກົ່າຫັ້ນແຫຼະ, ຂ້ອຍລະເບື່່ອພວກການເມືອງ. ຍາມຂ້ອຍຢາກກິນເຂົ້າບໍ່ເຫັນໃຜຊິເອົາເຂົ້າກັບຕໍາໝາກຮຸ່ງມາຢອງໃສ່ໂຕະໃຫ້ຂ້ອຍກິນເກາະ, ຂ້ອຍຕ້ອງໄດ້ດິ້ນລົນບາງເທື່ອກະໄດ້ຈ້ອນສີ້ນໃສ່ ເຊື່ອຊິໄດ້ແດກເຂົ້າກັບຕໍາໜາກຮຸ່ງ. ເຊົາຢ່າໄປສົນໃຈ.... ເອີ...ເວົ້າລະ ກະຫາແດ່, ຕໍາໝາກຮຸ່ງໃຫ້ກິນແດ່ດຸ ອິຕາ ອ້າຍ ປສ!
ນັ້ນຄືຜົນສະຫຼຸບການສົນທະນາຈາກສັງຄົມລາວເມກາ ວົງນ້ອຍໆໃນຄໍ່່າຄືນວານນີ້. ກໍຫວັງວ່າ ສັງຄົມລາວເມກາວົງກວ້າງ ກວ່ານີ້ຈະບໍ່ຕົກຢູ່ໃນສະພາບແບບນີ້ເນາະ. ແຕ່ຕາມສັງເກດກໍໜ້າວິຕົກກາງວົນຢູ່ພໍສົມຄວນ. ຫຼາຍຄົນບໍ່ເຂົ້າໃຈແລະກໍບໍ່ສົນໃຈຄິດວ່າມັນບໍ່ກະທົບຕໍ່ຕົນເອງ. ເອົາເປັນວ່າຈະຂໍສັນທະຍາຍເພິ່ມເຕີມກ່ຽວກັບນະໂຍບາຍ (remove criminal/illegal immigrants from the U.S) ຂອງທ່ານທຣໍາ. ການສັນທະຍາຍນີ້ບໍ່ແມ່ນຜູ້ຂຽນມີແນວຄິດຕໍ່ຕ້ານ ທ່ານທຣໍາ, ມີຫຼາຍນະໂຍບາຍທີ່ຜູ້ຂ້າເຫັນດີກັບຜູ້ກ່ຽວ ແລະກໍມີຫຼາຍຢ່າງທີ່ບໍ່ເຫັນດີນໍາ. ແຕ່ຈະຂໍຍົກເອົາປະເດັນທີ່ກະທົບຕໍ່ຄົນລາວເຮົາສາເນາະ. ນະໂຍບາຍກວດລ້າງຕ່າງດ້່າວຂອງທ່ານທຣໍາ ຖ້າຜູ້ກ່ຽວເຮັດໄດ້ແທ້ມັນຈະກະທົບຕໍ່ຄົນລາວບໍ່ວ່າພາຍໃນແລະນອກເມກາໂດຍກົງ. ບໍ່ມີໃຜລີກລ້ຽງໄດ້. ກະທົບແບບໃດ? ກະລຸນາອ່ານຕໍ່...
1. ປັດຈຸບັນນີ້ ມີກຸ່ມຄົນລາວທີ່ເຄີຍກະທໍາຜິດຕໍ່ກົດໝາຍ ຖືກກະກຽມຕຽມສົ່ງກັບລາວປະມານ 3800 ຄົນ. ຄົນລາວກຸ່ມນີ້ສ່ວນໃຫຍ່ແມ່ນເກີດຢູ່ສູນອົບພະຍົບ, ຫລືເກີດຢູ່ລາວ ແລ້ວອົບພະຍົບມາກັບພໍ່ກັບແມ່ແຕ່ນ້ອຍໆ. ພໍ່ແມ່ບໍ່ສົນໃຈເອົາສັນຊາດ, ລູກກໍເລີຍບໍ່ໄດ້ສັນຊາດ, ໃຫຍ່ມາກໍບໍ່ເອົາສັນຊາດ ເມື່ອກະທໍາຜິດອີງຕາມກົດໝາຍຂອງ ເມກາແລ້ວຄືຕ້ອງສົ່ງກັບຄືນປະເທດ. ບໍ່ສົນວ່າເກີດຢູ່ໃນສູນອົບພະຍົບ, ໃນເມື່ອພໍ່ແມ່ແຈ້ງບອກຢູ່ໃນ ເອກະສານວ່າ ເປັນຊົນຊາດລາວ. ເມກາກໍຕ້ອງສົ່ງກັບລາວ.
2. ຍັງມີອີກຄົນລາວກຸ່ມໜຶ່່ງທີ່ເຂົ້າມາເມກາໃນກໍລະນີ ມາເຮັດວຽກ, ມາຮຽນ, ມາຢາມພີ່ນ້ອງ, ມາດອງ, ແລະອື່ນໆ ທີ່ບໍ່ແມ່ນມາໃນນາມອົບພະຍົບຄືລຸ້ນເກົ່າ... ໃນກຸ່ມນີ້ ມີຫຼາຍຄົນທີ່ບໍ່ກັບລາວແລະຢູ່ໄປແບບຜິດກົດໝາຍ. ຜ່ານມາກຸ່ມນີ້ລັດຖະບານຈະບໍ່ສົນໃຈ, ແຕ່ສະເພາະທ່ານທຣໍ່າຜູ້ກ່ຽວສົນໃຈ. ແລະຈະຈັບສົ່ງກັບຄືນໃຫ້ໝົດ. ໃນກໍລະນີນີ້ແລະສະເພາະກຸ່ມນີ້ບັນຫາແມ່ນສະເພາະຄອບຄົວແລະບາງພາກສ່ວນ ຈະບໍ່ບານປາຍກາຍເປັນບັນຫາລະຫວ່າງປະເທດ. ບໍ່ຄືບັນຫາໃນຂໍ້ທີ່ 1...
ບັນຫາໃນຂໍ້ທີ່ 1 ຄື, ລາວກັບເມກາ ບໍ່ມີສັນຍາ ຮັບເອົາກຸ່ມຄົນໃນກໍລະນີຂໍ້ 1, ຜ່ານມາເມກາເຄີຍຮຽກຮ້ອງໃຫ້ ສປປ ລາວ ຮັບເອົາກຸ່ມຄົນພວກນີ້. ເຄີຍຮຽກຮ້ອງໄປຫຼາຍເທື່ອແລ້ວແຕ່ທາງການລາວບໍ່ຮັບເອົາ. ກະບໍ່ຕິເນາະ, ໃຜຊິຢາກໄດ້ຄົນບໍ່ດີ. ອີກຢ່າງ ສປປ ລາວຖືວ່າ ຄົນລາວພວກນີ້ບໍ່ແມ່ນພົນລະເມືອງລາວຫລື ສັນຊາດລາວ, ຊິໃຫ້ຮັບເອົາມາຢູ່ເມືອງລາວໄດ້ແນວໃດ? ນັ້ນຄືບັນຫາທີ່ຜ່ານມາ. ແລະລັດຖະບານຊຸດກ່ອນໆກໍບໍ່ໄດ້ໃສ່ໃຈ ພາກັນປ່ອຍເລີຍຕາມເລີຍ. ແຕ່ສະເພາະທ່ານທຣໍາທ່ານບອກວ່າຈະບໍ່ປ່ອຍ. ນະໂຍບາຍຂອງຜູ້ກ່ຽວ ບອກຢ່າງຊັດເຈນເລີຍວ່າຖ້າປະເທດໃດບໍ່ຮັບເອົາກຸ່ມຄົນພວກນີ້ ຜູ້ກ່ຽວຈະບໍ່ຍອມອອກວີຊາໃຫ້ຄົນຂອງປະເທດນັ້ນເຂົ້າເມກາ, ບໍ່ວ່າຈະເຂົ້າມາໃນກໍລະນີໃດໆ. ໝາຍຄວາມວ່າອາດຈະຕັດຄວາມພົວພັນເລີຍ. ໃນກໍລະນີປະເທດລາວ, ຖ້າລາວບໍ່ຮັບເອົາ, ຜູ້ກ່ຽວກໍຈະບໍ່ໃຫ້ຄົນລາວມາທ່ຽວເມກາ, ມາເຮັດວຽກໃນເມກາ, ມາຮຽນໃນເມກາ, ມາຢາມພີ້ນ້ອງ, ມາຢາມພໍ່ແມ່ລຸງປ້າອາວອາ. ການຊ່ວຍເຫຼືອດ້ານການສຶກສາ ເຊັ່ນ Fulbright Scholarship Program ກໍຈະຕັດ. ຜ່ານມາເຄີຍມີນັກຮຽນລາວໄດ້ືທືນຈາກໂຄງການນີ້ມາສຶກສາຢູ່ເມກາກໍຫຼາຍຄົນພໍສົມຄວນ. ຖ້າທ່ານທຣໍ່າເຮັດແບບນັ້ນໄດ້ແທ້ໆ ກໍຈະເປັນການເປີດ Pandora box ແຕ່ຄິດບໍວ່າ ຝ່າຍລາວຈະຍອມໃຫ້ກົດດັນແບບນັ້ນ? ຖ້າເມກາບໍ່ອອກວີຊາໃຫ້ຄົນລາວ, ປະເທດລາວກໍຈະບໍ່ອອກວີຊາໃຫ້ຄົນເມກາໄປລາວເຊັ່ນກັນ. ຖ້າຈະຕັດກັນແບບນັ້ນ ກໍຕັດການພົວພັນກັນໄປເລີຍ. ໝາຍຄວາມວ່າ ຄົນລາວເມກາຈະໄປຢ້ຽມຢາມລາວກໍໄປບໍ່ໄດ້ອີກຕໍ່ໄປ. ອະທິບາຍມາເຖິງຂໍ້ນີ້, ຜູ້ທີ່ວ່າ...ໂອ້ຍຍ ຂ້ອຍເປັນສັນຊາດເມກາແລ້ວ, ຂ້ອຍບໍ່ສົນໃຈດອກຄົງຈະເຂົ້າໃຈເນາະວ່າມັນກະທົບກັບຕົນເອງແນວໃດ.
ນີ້ເວົ້າແຕ່ສະເພາະລາວ, Pandora box ຖ້າມັນເປີດມັນກໍຈະເປີດລາມໆ ກັນໄປທົ່ວໂລກ. ປະເທດອື່ນໆກໍຈະເຈິບັນຫາແບບລາວຄືກັນ. ເພາະຄົນຕ່າງດ້າວຢູ່ເມກາມາຈາກທົ່ວໂລກ.
ວ່າຈະຂໍຍົກແຕ່ປະເດັນ ນະໂຍບາຍກວດລ້າງຊາວຕ່າງດ້າວມາສັນທະຍາຍ, ແຕ່ຮູ້ສຶກຄັນມື, ຂໍເອົາຕື່ມຈັກກອນສອງກອນສະເນາະ ກ່ຽວກັບນະໂຍບາຍການຄ້າຕ່າງປະເທດຂອງ ທຣໍາ. ຄົນສ່ວນໜຶ່ງ ທີ່ຢູ່ລັດກະເສດກະສິກໍາ vote ເອົາທຣໍາເພາະຜູ້ກ່ຽວບອກວ່າ ຈະນໍາເອົາວຽກອຸສະຫະກໍາ ໂຮງຈັກໂຮງງານທີ່ຍ້າຍໄປຈີນ, ແມກສິໂກ, ອິນເດຍ, ວຽດນາມແລະປະເທດທີ່ກໍາລັງພັດທະນານັ້ນກັບຄືນສູ່ເມກາ. ສ້າງເມກາໃຫ້ເປັນປະເທດທີ່ຍິ່ງໃຫຍ່ດ້ານອຸສະຫະກໍາທີເຄີຍເປັນໃນຍຸກ ປີ 70-80-90. ພວກທີ່ vote ເອົາທຣໍາຍ້ອນນະໂຍບາຍນີ້ ແມ່ນສ່ວນໃຫຍ່ເປັນຄົນເຄີຍເຮັດວຽກແບບນີ້ມາກ່ອນ, ຖືກຕົກງານເພາະໂຮງຈັກໂຮງງານຫຍຸບຫລືຍ້າຍໄປປະເທດອື່ນໆເປັນຕົ້ນຈີນແລະແມກຊິໂກ. ເຮັດໃຫ້ຄອບຄົວຕົກທຸກໄດ້ຍາກ, ບາງຄົນມີເຮືອນກໍຈົນໄດ້ສົ່ງເຮືອນຄືນ, ຄອບຄົວແຕກສະແຫລກຂາດວ່າຊັ້ນສະ ເລີຍຄຽດແຄ້ນໃຫ້ຄົນຕ່າງຊາດແລະຕ່າງປະເທດວ່າມາຍາດເອົາວຽກຜູ້ກ່ຽວໄປແລະຄຽດ ໃຫ້ລັດທະບານເມກາທີ່ປ່ອຍໃຫ້ຊາດອື່ນຍາດວຽກຂອງຊາດຕົນເອງ. ແນວຄິດຖືກກົດດັນມາຫຼາຍປີແລ້ວ, ພໍມີຄົນມາປະກາດວ່າຊິເອົາວຽກພວກນີ້ຄືນມາເດີ, ກໍເລີຍແຫ່ກັນອອກມາ vote (ເຂົາເອີ້ນວ່າ swing votes or swing states.) ແຕ່ພວກເຂົາຂາດຄວາມຮູ້ໃນດ້ານນີ້. ເປັນໄປບໍ່ໄດ້ທີ່ ທຣໍາຈະນໍາເອົາວຽກພວກນີ້ກັບຄືນມາ. ເພາະວຽກພວກນີ້ສ່ວນໃຫຍ່ມັນບໍ່ໄດ້ຫາຍໄປໃສ. ແມ່ນ, ບາງສ່ວນຍ້າຍໄປຕ່າງປະເທດ, ແຕ່ສ່ວນໃຫຍ່ມັນຖືກປັບປຸງພັດທະນາຂຶ້ນຕາມຍຸກສະໄໝ. ສະໄໝກ່ອນເທັກໂນໂລຍີ່ບໍ່ັທັນສະໄໝ ບໍ່ມີ robot ເທື່ອ. ເມື່ອປະເທດຊາດກ້າວໜ້າທາງດ້ານນີ້, ຝ່າຍໂຮງຈັກໂຮງງານຫັນປ່ຽນພັດທະນາມານໍາໃຊ້ ເທັກໂນໂລຍີ, ໃຊ້ robot ແທນແຮງງານຄົນ. ຈ້າງ Robot ມັນຖືກກວ່າຈ້າງຄົນ, ແລະມັນກໍເຮັດວຽກໄວ ໄດ້ມາດຕະຖານກວ່າຄົນ, robot ອັນດຽວເຮັດວຽກແທນຄົນໄດ້ເປັນຮ້ອຍເປັນພັນ. ນັ້ນແຫຼະຄືໂຕການຍາດວຽກພວກກ່ຽວ, ແຕ່ພວກກ່ຽວດັນໄປຄຽດໃຫ້ຈີນ. ວິວັດທາງດ້ານເທັກໂນໂລຍີຄືສາເຫດເຮັດໃຫ້ຄົນຕົກງານ. ບໍ່ແມ່ນວຽກມັນຍ້່າຍໄປໃສ. ສ່ວນໃຫຍ່ຍັງຢູ່ເມກາ. ເມກາຍັງເປັນປະເທດລະດັບທີ່ 2 ຂອງໂລກ ໃນດ້ານວຽກງານ ອຸສະຫະກໍາທີ່ຜະລິດສິນຄ້າສົ່ງຂາຍຕ່າງປະເທດ. ແຕ່ເຂົາໃຊ້ robot ເຮັດວຽກແທນຄົນ.
ຄິດບໍວ່າ ບໍລິສັດເຂົາຈະໂຍນ robot ຖິ້ມແລ້ວກັບໄປໃຊ້ ແຮງງານຄົນຄືເກົ່າ? ບໍ່ມີທາງ, ບໍລິສັດສ້າງຂຶ້ນເພື່ອຜົນກໍາໄລ, ກໍາໄລຄືຄວາມຢູ່ລອດ. ທ່ານທຣໍາເອງເປັນນັກທຸລະກິດ ສົງກະໄສຜູ້ກ່ຽວລືມເວົ້າໃຫ້ຟັງຕີຂໍ້ນີ້. ມັນກໍແນ່ຢູ່ແລ້ວ, ຜູ້ກ່ຽວຊິໄປເວົ້າໃຫ້ຟັງເພື່ອຫຍັງແນວຜູຸ້ກ່ຽວຢາກໄດ້ຫາງສຽງ. ແຕ່ເຮົາເປັນຜູ້ vote ຕ້ອງສຶກສາຄົ້ນຄວ້າໃຫ້ເລິກເຊິ່ງຈຶ່ງຄ່ອຍ vote. ທຸກສັງຄົມມີສອງຫາງສຽງ: educated voter and uneducated voter. The latter will doom the nation…

ປສ. 

ການເມືອງເມກາ: ໃຜໂວດ ທຣໍາ?

No automatic alt text available.ທົ່ວເມກາເປັນຕົ້ນກຸ່ມນັກວິຊາການ ນັກເດົາ, ນັກປະມວນ ນັກຄາດຄະເນ ພາກັນຕົກຕະລຶງກັນໄປທົ່ວ. ບໍ່ໜ້າເຊື່ອວ່າ ທ່ານ ທຣໍາຈະໄດ້ຫາງສຽງຈາກ electoral votes ຫຼາຍປານນີ້ ຈົນໄດ້ຊະນະ ຖືກເລືອກຕັ້ງເປັນປະທານາທິບໍດີຄົນໃໝ່ ຂອງເມກາ. ຄໍາຖາມຫຼາຍຄົນຖາມກໍຄື ຊະນະໄດ້ແນວໃດ? ສອງສາມລັດທີ່ເຄີຍເລືອກເອົາພັກ democrat ແຕ່ຄືນນີ້ພັດດັນໄປເລືອກເອົາ ທ່ານທຣໍາ ຈາກພັກ republican. ມັນເກີດຫຍັງຂຶ້ນກັນແທ້? ນັ້ນຄືຄໍາຖາມ ຫຼາຍຄົນຖາມ ກັນແບບໃນລັກສະນະກິນເຂົ້າຄາຄໍຈູ່ລູ່ວ່າຊັ້ນສະ. ເອົາເປັນວ່າຫຼາຍຄົນກໍໃຫ້ລາກຫຼາຍຄໍາ ຕອບເນາະ. ແຕ່ຜູ້ຂ້າຂໍສັນນິຖານອີກມຸມມອງໜຶ່ງທີ່ນັກຄາດຄະເນທັງຫຼາຍ ຄາດບໍ່ເຖິງ, ດັ່ງຕໍ່ໄປນີ້:
ກ່ອນອື່ນໃຫ້ເບິ່ງແຜນທີ່ຂວາມື. ສີແດງ ແມ່ນຈໍາພວກລັດທີ່ ເລືອກເອົາ ທ່ານທຣໍາ Trump, ສີຟ້າແມ່ນເປັນຂອງທ່ານນາງ Hillary ເຮລາລີ. ຖ້າເຮົາສັງເກດເບິ່ງແລ້່ວ ຈໍາພວກລັດທີ່ເລືອກ ທ່ານທຣໍາ ສ່ວນໃຫຍ່ຫຼືເວົ້າໄດ້ວ່າປະມານເກົ້າສິບເປີ ເຊັນແມ່ນເປັນລັດກະເສດກະສິກໍາເຊິ່ງຈະເປັນລັດ ໃຫຍ່ໃນດ້ານ ເນື້ອທີ່ ແຕ່ມີພົນລະເມືອງໜ້ອຍ. ພົນລະເມືອງອາໄສໃນລັດດັ່ງກ່າວ ສ່ວນໃຫຍ່ຈະເປັນກຸ່ມ ນັກອະນຸລັກນິຍົມ ຫຼືເອີ້ນວ່າ conservative ແນວຄິດຫຼັກໆຄື ໃນຄອບຄົວໃດໜຶ່ງ ພໍ່ຄືຜູ້ມີອໍານາດ, ສັງຄົມໃດໜຶ່ງພະເຈົ້າຄືຜູ້ມີອໍານາດ, ພະເຈົ້າສ້າງຜູ້ຊາຍມາຄູ່ກັບຜູ້ຍິງ. ເພດທີ່ສອງທີ່ສາມເປັນເພດບາບບໍ່ຄວນມີສິດສ້າງຄອບຄົວ. ມອງໂລກໃນແງ່ ສັນຊາດຕະຍານຂອງສັດ. ຜູ້ໃດແຂງແຮງ, ສູ້ຊົນ, ບຸກບຶນກໍສົມຄວນແລ້ວທີ່ຈະຕ້ອງເປັນໃຫຍ່ຫຼືຢູ່ລອດ, ຜູ້ໃດອ່ອນແອ, ບໍ່ສູ້ຊົນ, ບໍ່ບຸກບຶນ, ຂີ້ຄ້ານ, ໂງ່ ກໍປ່ອຍໃຫ້ສູນພັນໄປສະ. ບໍ່ຕ້ອງມີໂຄງການຫຍັງຊ່ວຍເຂົາ. ຊັບສົມບັດທຸກສິ້ນສ່ວນໃຜສາມາດຫາໄດ້ກໍເປັນຂອງຄົນນັ້ນ, ລັດບໍ່ຄວນມາແບ່ງປັນເອົາໄປຊ່ວຍພວກທີ່ອ່ອນແອ. ຄວາມຝັນຄືຢາກເຫັນສັງຄົມເມກາກັບຄືນໄປປົກຄອງແບບດ່ັງ ເດີມໃນສະໄໝບູຮານ. ນັ້ນຄືແນວຄິດຫຼັກໆຂອງຄົນກຸ່ມນີ້. ສະນັ້ນເຮົາຈະເຫັນນະໂຍບາຍຂອງພັກ republican ມີບາງນະໂຍບາຍອີງຕາມແນວຄິດດັ່ງກ່າວນີ້: ເຊັ່ນຕົວຢ່າງ: ນະໂຍບາຍຫ້າມບໍ່ໃຫ້ລຸລູກ. ຫ້າມບໍ່ໃຫ້ຄົນເພດສອງ ເພດສາມແຕ່ງງານກັນ. ຫຼືນະໂຍບາຍຕັດພາສີໜ້ອຍລົງເພື່ອສົ່ງເງິນຄືນໃຫ້ກັບຊົນຊັ້ນກໍາມະຊີບຫຼືຊົນຊັ້ນເຮັດວຽກ. ຫຼືຕັດໂຄງການຊ່ວຍເຫຼືອລ້າກັບ ພວກຂີ້ຄ້ານເຮັດວຽກນັ້ນອອກ. ນະໂຍບາຍພວກນີ້ແມ່ນແນໃສ່ດືງເອົາຫາງສຽງກຸ່ມຄົນພວກນີ້, ແຕ່ທີ່ຜ່ານມານໂຍບາຍຂອງພັກ republican ແມ່ນບໍ່ໄດ້ເດີນຕາມທາງແນວ ຄິດນີ້ທັງໝົດ, ມີການຜ່ອນສັ້ນຜ່ອນຍາວ. ມີນະໂຍບາຍປະສົມປະສານກັບພັກ democrat ຄຽງຄູ່ກັນໄປ. ແບບ check and balance. ດັ່ງນັ້ນການເລືອກຕັ້ງແຕ່ລະເທື່ອກໍຈະເປັນແບບປ່ຽນກັນໄປມາ. ພັກເຈົ້າຂຶ້ນຄອງແປດປີພັກຂ້ອຍຂຶ້ນແປດປີ. ເພາະຫາງສຽງແຕ່ລະຝ່າຍ ສະໝໍ່າສະເໝີກັນຢູ່ແລ້ວ. ນະໂຍບາຍບໍ່ແຕກຕ່າງກັນພໍປານໃດ.
ແຕ່ເມື່ອທ່ານທຣໍາສະເໜີນະໂຍບາຍອອກນອກພັກເຊັ່ນຈະສ້າງ ກໍາແພງ, ຈະປິດເມກາ, ຈະບໍ່ຊ່ວຍຕ່າງປະເທດ. ຈະບໍ່ຫຍຸ້ງກັບບັນຫາໂລກ. ໃຜຍິງລະເບີດໃສ່ເຮົາໆກໍຍິງ ຕອບ...ທໍານອງນັ້ນ. ເລີຍເປັນປະເດັນເຮັດໃຫ້ນັກເດົາ ນັກຄາດຄະເນ ທັງຫຼາຍຄິດວ່າ ທ່ານທຣໍາເປັນບ້າ. ບໍ່ມີໃຜປ່ອນບັດເລືອກຕັ້ງຜູ້ກ່ຽວໃຫ້ເປັນປະທານາທິບໍດີເດີກ. ວ່າຊັ້ນ. ຂະໜາດພັກໂຕເອງບາງກຸ່ມຍັງບໍ່ເຫັນພ້ອມເຫັນດີນໍາເລີຍ. ການເວົ້າການຈາກະແບບເກິໆກະໆ ບໍ່ລ່ຽນໄຫລຄື ຍານາງເຮລາຣີ. ການເລືອກຕັ້ງຊຸດນີ້ ຍານາງເຮລາຣີກິນຂາດລອຍວ່າຊັ້ນ.
ໂທໆ... ພາກັນຄິດຜິດປານໄລ່ບັ່ງສູດ ສູນຄຸນສູນອອກສອງເອົາໂລດ. ວ່າໃດໃນ heartland ຂອງເມກາຍັງມີກຸ່ມທີ່ຢາກເຫັນເມກາກັບຄືນໄປປົກຄອງແບບຄື ເກົ່າ, ແບບບູຮານ. ພຽງທ່ານທຣໍາໃຊ້ ຄໍາວ່າ I will make America great again, like we once were. ແປກໍຄື, ຂ້ອຍຈະເຮັດໃຫ້ເມກາຍິ່ງໃຫຍ່ຄືແຕ່ກ່ອນ, ທີ່ເຮົາເຄີຍເປັນ. ຄໍາເວົ້ານີ້ ລອກດຶງເອົາກຸ່ມນັກອະນຸລັກນິົຍົມທັງຫຼາຍທີ່ບໍ່ເຄີຍ vote ຈັກເທື່ອອອກມາ vote ໃຫ້ທ່ານທຣໍາ ເພາະເຂົາໃຈວ່າ ທ່ານທຣໍາຈະເຮັດໃຫ້ ເມກາກັບໄປເປັນ ຄືເກົາໃນຍຸກສະໄໝເກົ່າໆກົງກັບແນວຄິດພວກກ່ຽວ. ນັ້ນຄືສາເຫດທີ່ທ່ານທຣໍາ ຊະນະ. ເພາະຜູ້ກ່ຽວຮູ້ວ່າມີຫາງສຽງຂອງຄົນກຸ່ມໜຶ່ງທີ່ບໍ່ເຄີຍ vote ຖ້າຜູ້ກ່ຽວດືງພວກນີ້ອອກມາໄດ້ແລະ vote ໃຫ້ຜູ້ກ່ຽວ, ຜູ້ກ່ຽວຕ້ອງຊະນະແນ່ນອນ. ແລວ ກໍຊະນະດັ່ງຄາດໄວ້. ຫລິ້ນໝາກລຸກໄມ້ຕາຍຢ່າງນີ້ມນຽນທີ່ດຽວ. ບໍ່ທໍາມະດາ, ບໍ່ທໍາມະດາ...

ປສ..

Friday, October 21, 2016

ສົນທະນາໄຮ້ສາລະ: ບັນຫາສັງຄົມຊົນຊັ້ນ, ແລະຜູ້ນໍາ



ສົນທະນາໄຮ້ສາລະ ເລຶ່ອງສັງຄົມຊົນຊັ້ນ, ຄົນຮຽນສູງແລະບັນຫາຜູ້ນໍາ. 


ມີໝູ່ເມກາຄົນໜຶ່ງ ຈົບປະລິນຍາເອກ. ເປັນ ສຈ. ສອນຢູ່ມະຫາໄລແຫ່ງໜຶ່ງ.  ມີມື້ໜຶ່ງຢູ່ຊື່ກໍມາບອກຜູ້ຂ້າວ່າຜູ້ກ່ຽວອິສາຊີວິດຜູ້ຂ້າ.  ຜູ້ຂ້າບໍ່ຈົບປະລິນຍາເອກ, ແຕ່ຜູ້ກ່ຽວບອກວ່າຜູ້ຂ້າມີຄວາມຮູ້ຫຼາຍກວ່າຜູ້ກ່ຽວ. ຊີວິດກໍດີກວ່າ, ຢາກມ່ວນກໍມ່ວນ, ຈາກຟ້ອນກໍຟ້ອນ. ຢາກຈັບໄມຮ້ອງເພງກໍຈັບ, ຢາກເມົາຫົວຕີດິນ ກໍບໍ່ມີໃຜເວົ້າຫຍັງໃຫ້.  ທາງນີ້ກໍຕົກໃຈຢ່າງໃຫຍ່. ເອົ້າ...ໝໍນີ້ຄືເວົ້າແບບນັ້ນ. ບໍ່ມີໃຜຊິມີຄວາມຮູ້ສູງໄປກວ່າປະລິນຍາເອກແລ້ວ.  ເປັນເຖິງ ສຈ. ສອນຢູ່ມະຫາໄລ ຍັງມາວ່າ ຊີວິດກໍາມະຊີບຄືຜູ້ຂ້າດີກວ່າຈັ່ງໃດ.  ເສຍຫົວຕິໝໍນິ!! 

ຜູ້ກ່ຽວເລີຍບອກວ່າ:

ສັງຄົມຊົນຊັ້ນສູງ ເປັນສັງຄົມທີ່ຄັບແຄບເຕັມໄປດ້ວຍທິສະດີ. ຄວາມຮູ້ແມ່ນມາຈາກຕໍາລາ.  ເວລາໄປໃສມາໃສກໍລົມກັນແຕ່ເລຶ່ອງຕໍາລາ.  ຮຽນສູງເທົ່າໃດ, ຕໍາແນ່ງສູງເທົ່າໃດຈະເຮັດຫຍັງກໍຕ້ອງໄດ້ລະວັງສູງຂຶ້ນ. ຈະໄປປະປົນກັບສັງຄົມທົ່ວໄປ, ກັບທ້າວ ກ ທ້່າວ ຂໍກໍຍາກ. ເພາະເຮົາຕ່າງໝູ່. ເວົ້າຕ່າງໝູ່. ກິນຕ່າງໝູ່. ຄິດຕ່າງໝູ່.  ຈະສົນທະນາເລຶ່ອງກິນເຂົ້າເຮົາກໍສົນບໍ່ເປັນ. ຈະສົນທະນາເລຶ່ອງໄປຕະຫຼາດຊື້ຂອງກິນເຮົາກໍສົນບໍ່ເປັນ.  ເພາະເຮົາບໍ່ຮູ້ຂໍ້ມູນເລຶ່ອງນີ້.  ໃນກຸ່ມທີ່ເຮົາຫລິນກິນນໍາເຂົາກໍເວົ້າແຕ່ເລຶ່ອງ ດາວກັບເດືອນ, ເລຶ່ອງວິທະຍາສາດ, ເລຶ່ອງທິສະດີ. ຖ້າໄປຖາມເຂົາວ່າເກີບອີ່ແຕະຄູ່ໜຶ່ງທໍ່ໃດ. ກໍຈະພາກັນອ້າປາກຈ່ອງປ່ອງ ຕອບບໍ່ເປັນຈັກຄົນ.  ນີ້ລະທີ່ເຮົາວ່າ ຄວາມຮູ້ເຮົາມັນຕໍ່າກວ່າຄົນທົ່ວໄປອີກຊໍ້າ.  ຍ້ອນວົງສັງຄົມເຮົາມັນແຄບມີຂອບເຂດຈໍາກັດ.  
ດ້ານການນໍາ, ຊົນຊັ້ນສູງ ເຂົາມອງຂໍ້ນີ້ຂ້າມ. ຜູ້ນໍາຫຼາຍຄົນທີ່ຖືກຄັດເລືອກມາເປັນຜູ້ນໍາ ສ່ວນຫຼາຍແມ່ນມີຄວາມຮູ້ຄວາມຫຼັກຕາມຕໍາລາ. ແຕ່ບໍ່ຮູ້ແກ່ນແທ້ສັງຄົມ. ບໍ່ຮູ້ບັນຫາສັງຄົມເພາະຕົນເອງບໍ່ເຄີຍເຂົ້າໄປພົວພັນກັບສັງຄົມຊົນຊັ້ນທົ່ວໄປທີ່ຕົນເອງຈະນໍາພາ.... ຖ້າເຮົາບໍ່ໄປໃຊ້ຊີວິດຄືເຂົາ. ຢູ່ກິນຄືເຂົາ. ໂອ້ລົມກັບເຂົາ. ຫລິນກິນກັບເຂົາ ແລ້ວເຮົາຊິຮູ້ວ່າເຂົາປະເຊີນກັບຊີວິດແນວໃດແດ່, ແລະເຂົາຕ້ອງການຫຍັງ?  ສ່ວນໃຫຍ່ຜູ້ນໍາຈະພາກັນນໍາພາຕາມທິດສະດີ. ຕາມຫຼັກສູດ. ບໍ່ອີງຕາມສັງຄົມຄວາມເປັນຈິງ. ເພະາຕົນເອງບໍ່ຮູ້ຈັກສັງຄົມດັ່ງກ່າວ. ຍ້ອນເລືອກຫລິນກິນແຕ່ ກັບ ຊົນຊັ້ນລະດັບດຽວກັນ. ຊົນຊັ້ນສູງເຂົາບໍ່ຕ້ອງການຜູ້ນໍາ, ຄົນທີ່ຕ້ອງການຜູ້ນໍາຄືປະຊາຊົນຄົນທໍາມະດາ. ແຕ່ເຮົາພັດຮ່າງເຫີນຈາກກຸ່ມຄົນເຫຼົ່ານີ້. ແລ້ວຈະນໍາພາເຂົາໄດ້ແນວໃດ?   

ຜູ້ກ່ຽວກ່າວມາດັ່ງນັ້ນ, ທາງນີ້ກໍບໍ່ຮູ້ຈັກຊິຕອບ. ມີບາງສິ່ງທີ່ຜູ້ກ່ຽວເວົ້າມານັ້ນຖືກ. ແລະບາງສິ່ງກໍບໍ່ຖືກ. ຄົນມີຄວາມຮູ້ສູງ, ມີຖານະດີ ເປັນເຈົ້າເປັນນາຍ ແຕ່ຢູ່ກັບຮາກຫຍ້າກໍມີຖົມເຖໄປໃນໂລກນີ້.  ມັນຂຶ້ນຢູ່ກັບເຮົາ. ເພາະບໍ່ມີໃຜສັ່ງຫ້າມໃຫ້ ນາຍຍົກລັດຖະມົນຕີຫ້າມໄປນັ່ງກິນເຝີກັບແມ້ຄ້າຂາຍຜັກ. ບໍ່ມີໃຜຫ້າມ. ແຕ່ຜູ້ກ່ຽວປະເມີນຄ່າຂອງຄົນບໍ່ເທົ່າທຽມກັນກໍທໍ່ນັ້ນເອງ. ເລີຍບໍ່ຮູ້ບໍ່ເຂົ້າໃຈວ່າແມ່ຄ້າຂາຍຜັກຕ້ອງການຫຍັງ.


ແນວຄິດສ່ວນຕົວ: ກໍພໍສັງເກດເຫັນວ່າ ຫຼາຍຄົນຮຽນສູງເທົ່າໃດ ຄວາມຮູ້ພັດຫນ້ອຍລົງເທົ່ານັ້ນ.  ຄວາມຮູ້ຫນ້ອຍນີ້ໝາຍເຖິງຄວາມຮູ້ຮອບຕົວ. ຄົນທີ່ຮຽນສູງຈະມີແນວຄິດແຕກຕ່າງຈາກຄົນທົ່ວໄປ, ເມື່ອມີແນວຄິດສູງເກີນໄປ ກໍເຂົ້າຫາຄົນທົ່ວໄປຍາກ.  ຖ້າເຮົາຫລິນກິນແຕ່ກັບວົງສັງຄົມລະດັບດຽວກັນທີ່ມີທິດສະດີ, ແນວຄິດ ແລະຄວາມຮູ້ເທົ່າທຽມກັນ, ເຮົາຈະບໍ່ຮູ້ຈັກບັນຫາ 90% ຂອງສັງຄົມໂລກ. ຈະເປັນຜູ້ນໍາກໍຕ້ອງຮຽນຮູ້ສັງຄົມທີ່ເຮົາຈະນໍາພາ. ບໍ່ຮູ້ຈັກແລ້ວເຮົາຈະນໍາພາສັງຄົມດັ່ງກ່າວໄດ້ແນວໃດ?  ຮູ້ເຂົາຮູ້ເຮົາ ລົບສິບຄັ້ງຊະນະສິບຄັ້ງ... 







10/21/2017
ປສ

Thursday, September 22, 2016

ລະເບີດໃນລາວ: ໂທດເຂົາທີ່ເຮົາສ້າງ



ກ່ອນອື່ນຜູ້ຂ້າ ຂໍສະແດງຄວາມເສຍໃຈມາຍັງຄອບຄົວ ທີ່ຖືກເຄາະຮ້າຍຈາກລະເບີດ ທີ່ບໍ່ທັນແຕກທີ່ອະເມຣິກາຖິມປະໄວ້ໃນແຜ່ນດິນລາວກໍຄືແຜ່ນດິນແມ່ຂອງຜູ້ຂ້າ. ຄົນລາວຫຼາຍຄົນຢູ່ອະເມຣິກາເປັນຕົ້ນລຸ້ນໃໝ່ຫົວທັນສະໄໝແມ່ນຍອມຮັບເລຶ່ອງລະ ເບີດດັ່ງກ່າວວ່າເປັນເລຶ່ອງໃຫຍ່ ແລະເມກາຕ້ອງຮັບຜິດຊອບ ດັ່ງທີ່ເຮົາເຫັນເປັນຮູບປະທໍາຄືຫຼັກຖານຈາກອົງກອນ Legacies of War ( http://legaciesofwar.org/about/ ) ຂອງຄົນລາວອະເມຣິກາ ສ້າງຕັ້ງຂຶ້ນໃນປີ 2004 ໂດຍທ່ານນາງຈັນນະພາ ຄໍາວົງສາເພື່ອເຜີຍແຜ່ຄວາມຈິງໃຫ້ສັງ ຄົມອະເມຣິກາຮັບຮູ້ເລຶ່ອງລະເບີດ ແລະສົງຄາມຫຼັບໃນລາວ. ສະໄໝນັ້ນສະພາສູງເມກາແມ່ນຮັບຮູ້ແຕ່ບໍ່ຍອມເປີດເຜີຍ, ແລະຄົນເມກາໂດຍທົ່ວໄປກໍຍັງບໍ່ຮູ້ເລຶ່ອງລະເບີດ. ຍ້ອນອົງກອນດັ່ງດ່າວທີ່ສະໜັບສະໜູນຈາກຜູ້ແທນຫຼາຍລັດທີ່ໄດ້ພະຍາຍາມບິບບັງຄັບ ໃຫ້ສະພາເມກາຍອມຮັບຮູ້ພ້ອມທັງສະເໜີໃຫ້ຮັບຜິດຊອບໃນການຊ່ວຍເຫຼືອໂດຍເພິ່ມ ງົບປະມານການຊ່ວຍເຫຼືອເກັບກູ້ລະເບີດ.

ບໍ່ໄດ້ໝາຍຄວາມວ່າກ່ອນປີ
2004 ອະເມຣິກາຈະບໍ່ມີງົບຊ່ວຍເຫຼືອເກັບກູ້ ລະເບີດທີ່ຍັງບໍ່ທັນແຕກ, ການຊ່ວຍເຫຼືອແມ່ນມີມາເລິ່ມແຕ່ ປີ 1994 ເປັນຕົ້ນມາແຕ່ເປັນງົບປະມານພຽງແຕ່ 5 ລ້ານໂດລາຕໍ່ປີ, ຖ້າສະເລັ່ຍແລ້ວໄລຍະຊາວປີຜ່ານມາກໍຕົກເປັນເງິນປະມານ $100 ລ້ານໂດລາ.  ແຕ່ຕົກມາຊ່ວງໄລຍະອົງກອນ Legacies of War ໄດ້ເຜີຍແຜ່ເລຶ່ອງນີ້ຕໍ່ສື່ສັງຄົມເມກາແລະໂລກທົ່ວໄປ ສະພາເມກາຈຶ່ງເພິ່ມການຊ່ວຍເຫຼືອຂຶ້ນ ຈາກ ປະມານ $5 ລ້ານ ມາເປັນ $8 ລ້ານຕໍ່ປີ, ແລະໄລຍະສອງປີຜ່ານມາພິ່ມຂຶ້ນ ເປັນ $15 ລ້ານ ແລະ $19 ລ້ານຕາມລໍາດັບ. ນອກນັ້ນທ່ານປະທານນາທິບໍດີໂອບາມາກໍສັນຍາວ່າຈະເພິ່ມໃຫ້ອີກ $90 ລ້ານພາຍໃນສາມປີຂ້າງໜ້າ. 

ນອກນັ້ນຍັງມີປະເທດເສລີ ທີ່ເປັນປະເທດພັນທະມິດກັບອະເມຣິກາໃນຍຸກສົງຄາມ ວຽດນາມ ເຊັ່ນ ໂອສຕະລີ, ຝຣັ່ງເສດ, ຍິປຸ່ນ, ນິວຊີແລນ, ເຢັຍລະມັນຕະເວັນຕົກ ແລະຫຼາຍໆປະເທດກໍໄດ້ໃຫ້ຄວາມຊ່ວຍເຫຼືອດ້ານທືນ, ວິຊາການ ພ້ອມດ້ວຍອຸປະກອນເກັບກູ້ຢ່າງຕໍ່ເນື່ອງ.

ຄໍາຖາມຄື: ພາກສ່ວນປະເທດທີ່ເປັນພັນທະມິດກັບພັກລັດໃນປາງສົງຄາມເຊັ່ນ: ໂຊວຽດ, ຈີນ, ແລະວຽດນາມເດ? ມີນະໂຍບາຍໃນການຊ່ວຍເຫຼືອ ປະຊາຊົນລາວເກັບຊາກສົງຄາມ ທີ່ຕົນເອງໄດ້ມີສ່ວນຮ່ວມສ້າງຜືນແຜ່ນດິນລາວເຮົາ ໃຫ້ເປັນແຜະຮັບບາບໃນດ້ານໃດແດ່? ທີ່ຜ່ານມາຊ່ວຍເຫຼືອຫຍັງແດ່? ແລະຕໍ່ໄປຈະຊ່ວຍຫຍັງແດ່?

ນອກນັ້ນລະຫວ່າງລາວເຮົາເອງເດ, ເປັນຕົ້ນຝ່າຍຜູ້ນໍາທັງສອງຝ່າຍທີ່ເປັນ ຕົ້ນເຫດສໍາຄັນທີ່ດືງເອົາເສີກເຂົ້າບ້ານ?
ປານໃດຈະຍອມຮັບຄວາມຜິດຂອງຕົນເອງ, ປານໃດຈະຍອມຮັບຜິດຊອບ ໃນການກະທໍາຂອງເຮົາເອງ?  ປານໃດຈະຍອມຮັບຄວາມຜິດອັນມະຫັນດັ່ງກ່າວນີ້? ຢ່າງໜ້ອຍກໍ ດັດແກ້ປ່ຽນແປງບົດຮຽນ ບົດສອນທີ່ສອນໃຫ້ລູກຫຼານຈົມປັກ ຢູ່ກັບອະດີດ ແລະ ຄວາມຄຽດແຄ້ນ ກຽດຊັງຕໍ່ຊາດອື່ນ. ຫັ້ນມາສອນໃຫ້ລູກຫຼານຮູ້ເຖິງສັດ ຕູອັນແທ້ຈິງຂອງລາວເຮົາ ກໍຄືຄວາມແຕກແຍກ, ສອນໃຫ້ຮູ້ຈັກຮັບຄວາມຜິດຂອງເຮົາ, ໃຫ້ຮູ້ຈັກຮັບຜິດຊອບ.


ເຮົາຕ້ອງສ້າງແນວຄິດໃໝ່, ສ້າງແນວຄິດໃນລັກສະນະຮຽນ ຮູ້ອະດິດເພື່ອເປັນບົດຮຽນ. ບໍ່ແມ່ນຮຽນຮູ້ອະດີດເພື່ອເປັນຄວາມແຄ້ນ. ເຮົາຕ້ອງຮູ້ຈັກຮັບ ຄວາມຜິດຂອງເຮົາ, ຮູ້ຈັກຮັບຜິດຊອບໃນສິ່ງທີ່ເຮົາກະທໍາແລ້ວນໍາເອົາອະດີດມາເປັນບົດຮຽນເພື່ອສ້າງສັງຄົມ ລາວໃຫ້ມີຄວາມສາມັກຄີ, ມີຄວາມຮັກແພງເຊື້ອຊາດຢ່າງແໜ້ນແຟ້ນ, ຕ້ອນໂຮມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.


ຢ່າໄປໂທດເຂົາໃນສິ່ງທີ່ເຮົາເປັນຕົ້ນຕໍໃນການສ້າງບັນຫາເລີຍ...



9/22/2016

Thursday, August 11, 2016

ເລຶ່ອງສັ້ນປະສົບການຊີວິດ: ຫວັງກິນນໍ້າຫ້ວຍໜ້າ.



ຫວັງກິນນໍ້າຫ້ວຍໜ້າ.

ອາທິດແລ້ວນີ້ນັດນ້ອຍກັບໝູ່ໄປກິນເຂົ້າປ່າ, ແຕ່ຮອດມື້ມາພັດຄາວຽກໜ້ອຍໜຶ່ງ, ເລີຍໂທໃຫ້ໝູ່ມາຮັບເອົານ້ອຍໄປກ່ອນ.  ສ່ວນໂຕເອງກໍຢູ່ເຮັດວຽກໄປກ່ອນ, ພໍແລ້ວວຽກປຸບ, ກໍຫີ້ວນັ້ນຫີ້ວນີ້ມິຍຸມະຍະກຽມໂຕອອກຈາກເຮືອນ. ໄຂປະຕູປັບ, ນ້ອຍກໍໂທມາ:

 
ນ້ອຍ: ຕູ້ເອີຍ....ເຈົ້າຢູ່ໃສລະ? ຮີບມາແມ້, ໝູ່ມາຮອດໝົດລະ, ເຂົາຖ້າເຈົ້າຢູ່ນິ.

ຂ້ອຍ: ຖ້າເຮັດຫຍັງ? ພາກັນກິນກ່ອນໂລດ.

ນ້ອຍ: ເຂົາຖ້າຖ່ານ, ກັບນໍ້າກ້ອນ, ບໍ່ມີຖ່ານປີ້ງປາ
!  ຢ່າລືມເອົາຖ່ານຢູ່ເຮືອນ ຫັ້ນມານໍາເດີ. ຢ່າລືມແທ້ໆໄດ໋. ແລ້ວໄປແວ່ ຊື້ນໍ້າກ້ອນຢູ່ຕະຫຼາດຂ້າງເຮືອນຫັ້ນມາ ຈັກຖົງສອງຖົງ. ໄດ້ຍິນບໍ່, ຢ່າລືມເດີ! 

ຂ້ອຍ:  ໂດຍຂະນ້ອຍ. ຈັ່ງແມ່ນສັ່ງນັ້ນສັ່ງນີ້ເນາະ.  ເອີ່....ແລ້ວພວກຕາແຕກນັ້ນເຂົາບໍ່ເອົາຫຍັງໄປແດ່ຫວະ, ບໍ່ກຽມບໍ່ຫ້າງຫຍັງກັນເລີຍຕິ?
(ຕືດດດ...ສຽງວາງສາຍ, ດ່ານໍາກະບໍ່ທັນ)

ເລີຍບໍ່ມີໃຜກຽມເອົາຫຍັງໄປຕົ່ວນິ. ຮູ້ຢູ່ວ່າຊິພາກັນໄປຊິດເບັດກິນເຂົ້າປ່າ.​ ແລ້ວຊິດເບັດມັນກໍຕ້ອງໄດ້ປາ, ບໍ່ແມ່ນຊິໄດ້ຂອນໄມ້.  ຈັ່ງໃດບໍ່ພາກັນເອົາຖ່ານໄປນໍາ, ເອີ່...ພວກນິ? ຂ້ອຍທັງຈົ່ມທັງຍ່າງຊອກຖົງຖ່ານວົນໄປວຽນມາຫຼາຍຮອບເຕີບ, ພໍດີໄປເຫັນຢູ່ແຈຮົ້ວ.  ເຫຼືອເຄິ່ງຖົງ. ຄືຊິພໍຈີ່່ປາຫ້າຫົກໂຕໄດ້ຢູ່ດອກ. ແຕ່ເອ້...ກະຄືຊິໂພດຕິເບາະ ເອົາຖ່ານໃຊ້ບໍ່ໝົດໄປຊຸມໝູ່. ເບິ່ງຄືວ່າ ເຮົາຂີ້ຖີ່ກະດັກກະດໍ້, ບ໋ະ...ໄປຊື້ໃໝ່ເອົາດອກ.  ຢູ່ລະຫວ່າງທາງກະ ມີປໍ້ານໍ້າມັນປໍ້າໜຶ່ງທີ່ເຂົາຂາຍຖ່ານ. ໄປຫລິ້ນປ່າແຖວນັ້ນແຕ່ລະເທື່ອກະເຄີຍ ແວ່ຊື່ຢູ່ຫັ້ນເລີ້ອຍໆ.  ນໍ້າກ້ອນກະມີຂາຍຢູ່ຫັ້ນ. ບໍ່ແວ່ລະ ຕະຫຼາດຂ້າງບ້ານນະ. ໄປຊື້ຢູ່ພຸ້ນເອົາ.  ສະບາຍກວ່າ, ພໍຄິດໄດ້ກໍຂຶ້ນລົດໄວບໍ່ຊ້າຂັບໄປຫວັ່ງໆ ເປີດເພງ "ອັນໃດກະກູນິ" ຟັງໄປແບບສະບາຍ, ຮ້ອງນໍາອີກ, ໂອ່ ລັ່ນລ່າ ລ່າລ່າ...ອັນໃດກະກູນິ, ໜຶ້ງເຂົ້າກະກູນິ, ລ້າງຈານກະກູນິ, ຊັກເຄື່ອງກະກູນິ, ອົບເຄື່ອງກະກູນິ, ເຮັດອັນນັ້ນກະກູນິ, ໂອ່ລ່າລ່າ ລັ່ນລ່າ...  ພໍຂັບເພີນໄປໄດ້ປະມານເຄິ່ງຊົ່ວໂມງກະຈອດລົດຈຶກກົ້ມໜ້າແລ່ນໄປໜ້າຮ້ານ ແລ້ວດືງປະຕູຮ້ານ.  ຮວຍຍ...ແປກແຮະ ມັນຄືບໍ່ໄຂ.  ສ່ອງເບິ່ງທາງໃນບໍ່ມີໄຟ. ມືດຕຶດຕື. ເງີຍໜ້າຂຶ້ນອ່ານປ້າຍຢູ່ປະຕູ., ຫ່າຟາດເຈົ້າເອີຍ. ຮ້ານມັນປິດ.  ມັນມາປິດຫຍັງຕອນນີ້, ເວນລະກູ. ເຮັດໃດດີນໍ້ບາດນິ? ຈັບມືຖືມາກົດນັ້ນກົດ ນີ້ຊອກຫ້າປໍ້ານໍ້າມັນໃກ້ໆແຖວນີ້, ເຫັນປໍ້າໜຶ່ງ GPS ບອກວ່າໃກ້ທີ່ສຸດແມ່ນປະມານ 35 ນາທີ. "ອີ່ປອບເອີຍ, ນັ້ນເບາະມືງວ່າໃກ້!" ດ່າ GPS. ພໍດ່າແລ້ວກໍຂັບລົດ ເລັ່ງບື່ນຂຶ້ນຮາຍເວ (highway) ໄປຕາມທາງມັນບອກ. ຖ້າມັນເວົ້າເປັນ ມັນກະຄືຊິດ່າຄືນ...ມືງຫັ້ນແຫຼະປອບ, ຖ້າມືງຄິດວ່າມັນໄກ, ມືງມາບອກໃຫ້ກູພາໄປເຮັດຫຍັງ, ບັກປອບ! 

ກະລີ້ງ! ກະລີ້ງ!...ນ້ອຍໂທນໍາ.
ນ້ອຍ: ເຮີ່ຍ...ຮອດໃສແລ້ວ!!

ຂ້ອຍ: ໃກ້ຊິຮອດແລ້ວ, ຊອກຊື້ຖ່ານກັບນໍ້າກ້ອນຢູ່. ຈັກນ່ອຍກະຮອດລະ.

ນ້ອຍ: ເອົ້າ...ຂ້ອຍບອກໃຫ້ເຈົ້າເອົາຖ່ານມາແຕ່ເຮືອນ, ບໍ່ໄດ້ເອົາຫວະ? ບອກໃຫ້ແວ່ຊື້ນໍ້າກ້ອນຢູ່ຕະຫຼາດໃກ້ບ້ານ ກະບໍ່ໄດ້ຊື້ຊໍ້ານະ?

ຂ້ອຍ: ບໍ່. ບໍ່ໄດ້ເອົາມາ. ຂ້ອຍວ່າ ຊິມາຊື້ຢູ່ປໍ້ານໍ້າມັນທີ່ເຮົາເຄີຍຊື້. ແຕ່ມັນປິດ.

ນ້ອຍ: ຕາຍລະ, ຈັ່ງແມ່ນຊາດເນາະເຈົ້ານິ. ຄັນມັນເປີດ, ຂ້ອຍຊິສັ່ງໃຫ້ເຈົ້າເອົາມາ ແຕ່ເຮືອນເບາະ. ພວກຂ້ອຍແວ່ແລ້ວ...ມັນປິດ ຈຶ່ງໂທສັ່ງເຈົ້າ. ກະບອກແລ້ວຢ່າລືມເດີ, ຢ່າລືມເດີ.

ຂ້ອຍ:   ເອົ້າ...ເປັນຫຍັງຄືບໍ່ບອກວ່າ ປໍ້າມັນປິດ.

ນ້ອຍ: ກະບໍ່ຄິດວ່າເຈົ້າຊິມາຊື້ຢູ່ພີ້, ເພາະແຕ່ລະເທື່ອຂ້ອຍສັ່ງຫຍັງ, ເຈົ້າກະເຮັດຕາມ. ໂອ້ຍເນາະເຈົ້ານິ, ແລ້ວຂັບລົດເລາະຊື້ຢູ່ໃສລະນິ?

ຂ້ອຍ: GPS
ບອກວ່າມີປໍ້າໜຶ່ງຢູ່ໃກ້ແຖວນີ້, ຂັບໄປປະມານ 35 ນາທີ. ຂ້ອຍກໍາລັງຂັບໄປ.

ນ້ອຍ: ຕູ້ເອີຍ! ຈັ່ງແມ່ນເຈົ້າເນາະ. ນັ້ນມັນບໍ່ໄດ້ໃກ້. ໄປກັບກະຕັ້ງເປັນຊົ່ວໂມງພຸ້ນ. ບໍ່ຕ້ອງໄປມັນລະ. ມາຊະ. ໝູ່ຖ້າດົນລະ. ບໍ່ມີກະບໍ່ປີ້ງບໍ່ເປິມັນລະ, ປານະ. ຂອງກິນເຮົາ ມີຫຼາຍຢູ່. ມາເດີ. ດຽວນີ້!!

ມື້ນັ້ນນັ່ງກົ້ມໜ້າກີນເຂົ້າປ່າ ຟັງເມຍເທດໄປນໍາຈັ່ງແມ່ນ ໄດ້ບັນຍາກາດ ຄະໜາດ...ແຊບໆບໍ່ໃຫ້ເວົ້າ. ກຶນຄໍາໃດຄາຄໍຈໍ່ລໍ່ ພໍຢາກຄາຍຖິ້ມ...ເຈົ້າເອີຍ.

ເລຶ່ອງສັ້ນປະສົບການຊີວິດເລຶ່ອງນີ້ໃຫ້ຄະຕິເຕືອນໃຈເຮົາວ່າ ສິ່ງໃດທີ່ຢູ່ໃນກໍາມືເຮົາ, ເຮົາຈຶ່ງຄ່ອຍວ່າມີ. ໂອກາດໃດທີ່ເຮົາມີກໍໃຫ້ຄວ້າເອົາມັນໄວ້ກ່ອນ, ຢ່າໄປຫວັງກັບໂອກາດ ທີ່ຍັງບໍ່ທັນເກີດ. ເພາະໂອກາດທີ່ຢູ່ຕໍ່ໜ້າເຮົາ, ຈະດີຫລືຮ້າຍຢ່າງນ້ອຍເຮົາກໍຍັງ ຮູ້ວ່າມັນຄືໂອກາດ, ແຕ່ໂອກາດຂ້າງໜ້າຫລືໂອກາດທີ່ຍັງບໍ່ທັນເກີດ, ຈະດີຫລືຮ້າຍ ເຮົາກໍບໍ່ອາດສາມາດຮູ້ໄດ້, ມັນອາດຈະບໍ່ແມ່ນໂອກາດຂອງເຮົາກໍເປັນໄດ້.  ດັ່ງສຸພາສິດບູຮານລາວເຮົາສອນໄວ້...ການໃຊ້ຊີວິດກໍຄືການ ເດີນທາງ, ເມື່ອຫີວນໍ້າ, ພໍ້ນໍ້າຫ້ວຍນ້ອຍເຫັນວ່າເປື້ອນ ກໍຢ່າໄດ້ຍ່າງກາຍໄລໜີ ຫວັງກິນນໍ້າຫ້ວຍໜ້າ, ເພາະຫ້ວຍໜ້າອາດບໍ່ມີໃຫ້ເຮົາກິນ. ນັ້ນແລ...

08/11/2016