ສົນທະນາໄຮ້ສາລະ ເລຶ່ອງສັງຄົມຊົນຊັ້ນ,
ຄົນຮຽນສູງແລະບັນຫາຜູ້ນໍາ.
ມີໝູ່ເມກາຄົນໜຶ່ງ ຈົບປະລິນຍາເອກ. ເປັນ ສຈ. ສອນຢູ່ມະຫາໄລແຫ່ງໜຶ່ງ.
ມີມື້ໜຶ່ງຢູ່ຊື່ກໍມາບອກຜູ້ຂ້າວ່າຜູ້ກ່ຽວອິສາຊີວິດຜູ້ຂ້າ. ຜູ້ຂ້າບໍ່ຈົບປະລິນຍາເອກ, ແຕ່ຜູ້ກ່ຽວບອກວ່າຜູ້ຂ້າມີຄວາມຮູ້ຫຼາຍກວ່າຜູ້ກ່ຽວ.
ຊີວິດກໍດີກວ່າ, ຢາກມ່ວນກໍມ່ວນ, ຈາກຟ້ອນກໍຟ້ອນ. ຢາກຈັບໄມຮ້ອງເພງກໍຈັບ, ຢາກເມົາຫົວຕີດິນ
ກໍບໍ່ມີໃຜເວົ້າຫຍັງໃຫ້. ທາງນີ້ກໍຕົກໃຈຢ່າງໃຫຍ່.
ເອົ້າ...ໝໍນີ້ຄືເວົ້າແບບນັ້ນ. ບໍ່ມີໃຜຊິມີຄວາມຮູ້ສູງໄປກວ່າປະລິນຍາເອກແລ້ວ. ເປັນເຖິງ ສຈ. ສອນຢູ່ມະຫາໄລ ຍັງມາວ່າ ຊີວິດກໍາມະຊີບຄືຜູ້ຂ້າດີກວ່າຈັ່ງໃດ. ເສຍຫົວຕິໝໍນິ!!
ຜູ້ກ່ຽວເລີຍບອກວ່າ:
ສັງຄົມຊົນຊັ້ນສູງ ເປັນສັງຄົມທີ່ຄັບແຄບເຕັມໄປດ້ວຍທິສະດີ. ຄວາມຮູ້ແມ່ນມາຈາກຕໍາລາ. ເວລາໄປໃສມາໃສກໍລົມກັນແຕ່ເລຶ່ອງຕໍາລາ. ຮຽນສູງເທົ່າໃດ, ຕໍາແນ່ງສູງເທົ່າໃດຈະເຮັດຫຍັງກໍຕ້ອງໄດ້ລະວັງສູງຂຶ້ນ. ຈະໄປປະປົນກັບສັງຄົມທົ່ວໄປ, ກັບທ້າວ ກ ທ້່າວ ຂໍກໍຍາກ. ເພາະເຮົາຕ່າງໝູ່. ເວົ້າຕ່າງໝູ່. ກິນຕ່າງໝູ່. ຄິດຕ່າງໝູ່. ຈະສົນທະນາເລຶ່ອງກິນເຂົ້າເຮົາກໍສົນບໍ່ເປັນ. ຈະສົນທະນາເລຶ່ອງໄປຕະຫຼາດຊື້ຂອງກິນເຮົາກໍສົນບໍ່ເປັນ. ເພາະເຮົາບໍ່ຮູ້ຂໍ້ມູນເລຶ່ອງນີ້. ໃນກຸ່ມທີ່ເຮົາຫລິນກິນນໍາເຂົາກໍເວົ້າແຕ່ເລຶ່ອງ ດາວກັບເດືອນ, ເລຶ່ອງວິທະຍາສາດ, ເລຶ່ອງທິສະດີ. ຖ້າໄປຖາມເຂົາວ່າເກີບອີ່ແຕະຄູ່ໜຶ່ງທໍ່ໃດ. ກໍຈະພາກັນອ້າປາກຈ່ອງປ່ອງ ຕອບບໍ່ເປັນຈັກຄົນ. ນີ້ລະທີ່ເຮົາວ່າ ຄວາມຮູ້ເຮົາມັນຕໍ່າກວ່າຄົນທົ່ວໄປອີກຊໍ້າ. ຍ້ອນວົງສັງຄົມເຮົາມັນແຄບມີຂອບເຂດຈໍາກັດ.

ດ້ານການນໍາ, ຊົນຊັ້ນສູງ ເຂົາມອງຂໍ້ນີ້ຂ້າມ.
ຜູ້ນໍາຫຼາຍຄົນທີ່ຖືກຄັດເລືອກມາເປັນຜູ້ນໍາ ສ່ວນຫຼາຍແມ່ນມີຄວາມຮູ້ຄວາມຫຼັກຕາມຕໍາລາ.
ແຕ່ບໍ່ຮູ້ແກ່ນແທ້ສັງຄົມ. ບໍ່ຮູ້ບັນຫາສັງຄົມເພາະຕົນເອງບໍ່ເຄີຍເຂົ້າໄປພົວພັນກັບສັງຄົມຊົນຊັ້ນທົ່ວໄປທີ່ຕົນເອງຈະນໍາພາ....
ຖ້າເຮົາບໍ່ໄປໃຊ້ຊີວິດຄືເຂົາ. ຢູ່ກິນຄືເຂົາ. ໂອ້ລົມກັບເຂົາ. ຫລິນກິນກັບເຂົາ
ແລ້ວເຮົາຊິຮູ້ວ່າເຂົາປະເຊີນກັບຊີວິດແນວໃດແດ່, ແລະເຂົາຕ້ອງການຫຍັງ? ສ່ວນໃຫຍ່ຜູ້ນໍາຈະພາກັນນໍາພາຕາມທິດສະດີ.
ຕາມຫຼັກສູດ. ບໍ່ອີງຕາມສັງຄົມຄວາມເປັນຈິງ. ເພະາຕົນເອງບໍ່ຮູ້ຈັກສັງຄົມດັ່ງກ່າວ. ຍ້ອນເລືອກຫລິນກິນແຕ່
ກັບ ຊົນຊັ້ນລະດັບດຽວກັນ. ຊົນຊັ້ນສູງເຂົາບໍ່ຕ້ອງການຜູ້ນໍາ,
ຄົນທີ່ຕ້ອງການຜູ້ນໍາຄືປະຊາຊົນຄົນທໍາມະດາ. ແຕ່ເຮົາພັດຮ່າງເຫີນຈາກກຸ່ມຄົນເຫຼົ່ານີ້.
ແລ້ວຈະນໍາພາເຂົາໄດ້ແນວໃດ?
ຜູ້ກ່ຽວກ່າວມາດັ່ງນັ້ນ, ທາງນີ້ກໍບໍ່ຮູ້ຈັກຊິຕອບ. ມີບາງສິ່ງທີ່ຜູ້ກ່ຽວເວົ້າມານັ້ນຖືກ. ແລະບາງສິ່ງກໍບໍ່ຖືກ. ຄົນມີຄວາມຮູ້ສູງ, ມີຖານະດີ ເປັນເຈົ້າເປັນນາຍ ແຕ່ຢູ່ກັບຮາກຫຍ້າກໍມີຖົມເຖໄປໃນໂລກນີ້. ມັນຂຶ້ນຢູ່ກັບເຮົາ. ເພາະບໍ່ມີໃຜສັ່ງຫ້າມໃຫ້ ນາຍຍົກລັດຖະມົນຕີຫ້າມໄປນັ່ງກິນເຝີກັບແມ້ຄ້າຂາຍຜັກ. ບໍ່ມີໃຜຫ້າມ. ແຕ່ຜູ້ກ່ຽວປະເມີນຄ່າຂອງຄົນບໍ່ເທົ່າທຽມກັນກໍທໍ່ນັ້ນເອງ. ເລີຍບໍ່ຮູ້ບໍ່ເຂົ້າໃຈວ່າແມ່ຄ້າຂາຍຜັກຕ້ອງການຫຍັງ.

10/21/2017
ປສ
No comments:
Post a Comment