ບົດຄວາມສ່ວນຕົວຕໍ່ບັນຫາການເຊື່ອຖືສາສນາໄປໃນທາງທີ່ຜິດ.
ກ່ອນອື່ນຂໍຍົກປະເດັນບັນຫາໃຫ້ອ່ານເພື່ອຈະໄດ້ຮູ້ທີ່ໄປທີ່ມາຂອງບົດຄວາມ.
ປະເດັນຄື:
1. ບັນຫາຄວາມເຊື່ອແບບງົມງວາຍ.
2. ບັນຫາບໍ່ເຂົ້່າໃຈເສັນທາງອັນແທ້ຈິງຂອງສາສະໜາພຸດ.
3. ບັນຫາທາງສະຖາບັນສາສະໜາພຸດທີ່ເປັນສ່ວນຮ່ວມໃນການ ສ້າງຄວາມເຊື່ອໄປໃນທາງທີ່ຜິດຕໍ່ຄໍາສອນຂອງພຣະພຸດທະເຈົ້າ.
4. ປະເພນີ ຜີ, ພາມ ແລະ ພຸດ. ຕາມລໍາດັບ.
ຂໍ້ 4 ຄືຂໍ້ນັກວີຊາການທາງຝ່າຍສະຖາບັນວິທະຍາແລະສາສະໜາ ຕ້ອງໄດ້ເບິ່ງຄືນໃໝ່ໃຫ້ເລິກເຊີ່ງເພື່ອສຶກສາຂໍ້ບົກຜ່ອງແລ້ວນໍາເອົາຂໍ້ມູນມາພິຈາລະນາຄືນໃໝ່.
ເພາະນັ້ນຄືສາເຫດອັນສໍາຄັນ, ເວົ້າໄດ້ວ່າເປັນສາເຫດຫຼັກທີ່ສົ່ງເສີມຂໍ້ 1, 2, ແລະ 3 ທີ່ເຮົາເຫັນຢ່າງເປັນຮູບປະທໍາໃນສັງຄົມລາວປັດຈຸບັນ.
ຖ້າຢາກໃຫ້ສັງຄົມລາວເຮົາປາສະຈາກບັນຫາ 1, 2, ແລະ 3 ຢ່າງຈິງຈັງ, ຕ້ອງໄດ້ດັດແກ້, ປ່ຽນແປງ ຫລືອາດຕ້ອງໄດ້ລົບລ້າງຂໍ້4 ອອກຈາກສັງຄົມລາວ ເລີຍກໍເປັນໄດ້. ບັນຍາຍມາຮອດນີ້ຫຼາຍທ່ານອາດຈະມີຄໍາຖາມ: ບ໋ະ...ເວົ້າໄປໄດ້ວ່າ ຕັດສາສະໜາພຸດຖິ້ມ. ເວົ້າແບບນັກວິຊາກວນຕີນແທ້
ທ້າວນິ. ນີ້ບໍນັກວິຊາການ! ປະເດັນຄື:
1. ບັນຫາຄວາມເຊື່ອແບບງົມງວາຍ.
2. ບັນຫາບໍ່ເຂົ້່າໃຈເສັນທາງອັນແທ້ຈິງຂອງສາສະໜາພຸດ.
3. ບັນຫາທາງສະຖາບັນສາສະໜາພຸດທີ່ເປັນສ່ວນຮ່ວມໃນການ ສ້າງຄວາມເຊື່ອໄປໃນທາງທີ່ຜິດຕໍ່ຄໍາສອນຂອງພຣະພຸດທະເຈົ້າ.
4. ປະເພນີ ຜີ, ພາມ ແລະ ພຸດ. ຕາມລໍາດັບ.
ກໍສຸດແລ້ວແຕ່ຊິຄິດເນາະ. ແຕ່ລະທ່ານລ້ວນແລ້ວແຕ່ມີສິດຄິດແລະ ສິດວີພາກວິຈານຕາມຄວາມເຂົ້າໃຈຂອງຕົນເອງ.
ແຕ່ເລຶ່ອງລົບລ້າງສາສະໜານັ້ນຜູ້ຂ້າບໍ່ແມ່ນຄົນທໍາອິດທີ່ມີແນວຄິດແບບນັ້ນ, ຫຼາຍທ່ານອາດບໍ່ຮູ້ວ່າສະໃໝປ່ຽນລະບອບໃໝ່ໃນປີ1975, ທາງພັກລັດກໍມີທ່າທີຈະເດີນ ຕາມທາງດັ່ງທີ່ຜູ້ຂ້າບັນຍາຍມາຂາງເທິງນັ້ນແຫລະ. ເພາະທິສະດີຄອມມຸນິດສ, ອັນທີແທ້ຈິງແລ້ວການເຊື່ອຖືສາສນາບໍ່ວ່າຜີພາມຫລືພຸດແມ່ນຖືວ່າເປັນຄວາມເຊື່ອແບບງົມງວາຍ. ບໍ່ສອດຄ່ອງກັບທີສະດີຂອງຄາມາກສ ແລະເສັນທາງສັງຄົມນິຍົມ [ເສັນທາງທີ່ເຂົ້າໃຈກັນວ່າຈະນໍາພາສັງຄົມໄປສູ່ໂລກສະງົບສຸກ, ໂລກອັນສົດໃສສວຍງາມດັ່ງໂລກutopia] ດັ່ງນັ້ນຈຶ່ງມີແຜນການລົບລ້າງການ ເຊື່ອສາສນາບໍ່ວ່າ ພຸດ, ພາມ ຫລືຜີ. ລົບລ້າງການເຊື່ອຖືຫລືບູຊາເຈົ້າຂຸນມຸນນາຍ, ຫລືບູຊາບຸກຄົນ. ລົບລ້າງ ສັງຄົມຊົນຊັ້ນ, ແຕ່ສຸດທ້າຍກໍຄືເຮົາເຂົ້າໃຈຫັ້ນແຫລະ, ພາກປະຕິບັດອັນແທ້ຈິງແລ້ວແມ່ນເປັນໄປບໍ່ໄດ້. ເປັນພຽງທິດສະດີນໍ້າເຕົ້້າເປົ່າ. ພະເຈົ້າຟ້າງຸ່ມເພິ່ນກໍເຄີຍສັ່ງລົບລ້າງການເຊື່ອຜີມາກ່ອນແລ້ວໃນປີ 1353, ແຕ່ທຸກມື້ນີ້ກໍຍັງເຊື່ອຖືກັນຢູ່. ສະນັ້ນຈະແກ້ດ້ວຍວິທີຕັດຂໍ້ 4 ອອກຈາກສັງຄົມລາວນັ້ນກໍຄົງເປັນໄປບໍ່ໄດ້. ຂໍ້ 4 ຄືປັດໄຈ ທີ່ສ້າງທັງບຸນ(ຜົນດີ) ແລະບາບ(ຜົນເສຍ) ຕໍ່ສັງຄົມ.
ໃນເມື່ອຕັດຂໍ້ 4 ບໍ່ໄດ້ແລ້ວຈະແກ້ໄຂ ຂໍ້ອື່ນໆໄດ້ແນວໃດ?
ກໍຕ້ອງໄດ້ເນັ້ນໃສ່ການປຸກຈິດສໍານຶກຂອງສັງຄົມ. ສໍາຄັນເຮົາຕ້ອງພະຍາຍາມສ້າງຜົນບຸນໃຫ້ມີປະສິດທິພາບຫຼາຍກວ່າຜົນບາບ. ປຸກລະດົມຈິດໃຈຄົນໃຫ້ເຊື່ອໄປໃນທາງທີ່ເໝາະສົມ. ເປັນຕົ້ນຄວາມເຊື່ອຖືສາສະໜາ, ແລະຫຼັກການເຊື່ອຖືອັນແທ້ຈິງ. ປະເດັນນີ້ສະຖາບັນສາສະນາຄວນເອົາໃຈໃສ່ໃນການສ້າງຄວາມເຊື່ອຖືສາສະໜາໄປໃນທາງທີ່ຖືກຕ້ອງ. ບໍ່ແມ່ນແມ່ອອກເຂົາວັດເພື່ອຂໍເລກ, ຂໍເບີ, ພາກັນຖືສິນກິນທານເພື່ອຢາກຮັ່ງ, ຢາກລວຍ, ແນວເຊື່ອຜິດໆແບບນີ້. ແຕ່ທາງສະຖາບັນບໍ່ມີການ ບອກສອນ,ປ່ຽນແປງແນວຄິດ ກໍຖືວ່າ ເປັນຄວາມຜິດຂອງສະຖາບັນເຊັ່ນກັນ.
ຈະບໍ່ຂໍອະທິບາຍເພິ່ມເຕີມ, ແຕ່ລະຂໍ້ແມ່ນກ່ຽວຂ້ອງກັນໝົດ. ຈະແກ້ໄຂກໍຄົງຍາກ. ແຍກກັນບໍ່ໄດ້. ແຕ່ຢາກຝາກຄໍາຊີ້ແຈງຂອງພຣະພຸດທະເຈົ້າໃຫ້ເຫັນ ກ່ຽວກັບປັດໄຈຂອງຄົນໃນການໃຫ້ທານ:
1. ໃຫ້ທານຍ້ອນຢາກໄດ້ຜົນຂອງທານ, ຢາກໄດ້ສິ່ງຕອບແທນ.
2. ໃຫ້ທານຍ້ອນຢ້ານ, ຕົວຢ່າງ ຢ້ານຄົນຕໍານິວ່າ ຂີ້ຖີ່ ກໍເລີຍ ທານຫັ້ນທານນີ້ເພື່ອຢ້ານເຂົາຕໍານິ
3. ໃຫ້ທານຍ້ອນຄິດວ່າເຂົາໃຫ້ແກ່ເຮົາແລ້ວ ເຮົາຄວນໃຫ້ຕອບ.
4. ໃຫ້ທານຍ້ອນຄິດວ່າ ເມື່ອໃຫ້ເຂົາແລ້ວ ເຂົາຈະໃຫ້ຕອບ.
5. ໃຫ້ທານຍ້ອນຄິດວ່າ ການໃຫ້ທານເປັນຄວາມດີ(ບຸນ)
6. ໃຫ້ທານຍ້ອນຄິດວ່າ ເຮົາຫາກິນເອງໄດ້ ຄວນໃຫ້ແກ່ຄົນທີ່ຫາກິນເອງບໍ່ໄດ້
7. ໃຫ້ທານຍ້ອນຢາກໄດ້ຊື່ສຽງ
8. ໃຫ້ທານເພື່ອປະດັບປຸງແຕ່ງຈິດ (ຄືເພື່ອຂັດເກົາຈິດໃຫ້ຄວນແກ່ການຈະເລີນຄຸນນະທັມເບື້ອງສູງ ຂື້ນໄປ ເພື່ອເປັນຖານໃຫ້ເກີດສະມາທິ ແລະປັນຍາ)
1/16/2016
ປສ