ຄໍາຖາມຂອງເພື່ອນໃນເຝສຖາມວ່າ:
1. ນັກປັດຊະຍາຂອງລາວເຮົາເດ ຈະຍົກອັນໃດມາເລົ່າດີ?
2. ຈະຖືນັກປາດອາຈານໃດຂອງລາວເຮົາມາເປັນຕົວແທນ ຫລື ສັນຍາລັກ ຫລືເອີ້ນວ່ານັກປັດຊະຍາລາວເຮົາ?
ຂໍອອກຄວາມເຫັນດັ່ງນີ້, ຕາມຄວາມເປັນຈິງ ນັກປາດອາຈານລາວເຮົາສະໄໝບູຮານ, ແນວຄິດສ່ວນຕົວແລ້ວ
ຍັງບໍ່ເຖິງ ລະດັບ ນັກປັດຊະຍາ. ເພາະດ້ານຄວາມຮູ້ ແມ່ນຈໍາກັດ ບໍ່ກວ້າງໄກ. ຈໍາກັດນີ້ໝາຍເຖິງ ດ້ານຮຽນຮູ້ເຖິງລັກສະນະຂອງສັງຄົມທົ່ວໄປ,
ພື້ນຖານຂອງຄວາມເປັນຈິງຂອງສັງຄົມ, ຄຸນຄ່າ, ເຫດຜົນ, ຈິດໃຈ, ຈັນຍາບັນ, ອະພິທໍາ, ຄວາມໝາຍຂອງຊີວິດ, ແລະອື່ນໆ.
ສະນັ້ນເຮົາຈະມັກພໍ້ເຫັນຄໍາສຸພາສິດບູຮານລາວຕ່າງໆຈະບໍ່ກົງ ຫລືບໍ່ຖືກກັບຄວາມເປັນຈິງໃນປັດຈຸບັນ.
ເພາະດ້ານວິໄຈຂອງພວກເພິ້່ນແມ່ນແນໃສ່ບັນຫາທີ່ພົບພໍ້ຫລືປະເຊີນກັບຕົວຈິງໃນສັງຄົມສະໄໝນັ້ນ. ຕົວຢ່າງ: ຖ້າປະເຊີນແຕ່ກັບສັງຄົມ ພາຍໃນວັງ ຫລື ຢູ່ແຕ່ຂອບເຂດ
ລ້ານຊ້າງ. ລັກສະນະທົ່ວໄປຂອງສັງຄົມໂລກ
ຫລືມະນຸດກໍຈະເຫັນພຽງແຕ່ລ້ານຊ້າງ.
ເຊິ່ງຂໍ້ມູນນ້ອຍທີ່ສຸດທີ່ຈະເກັບມາວິໄຈໃຫ້ເລິກເຊິ່ງໄດ້. ສະຫລຸບຄື ນັກປັດຊະຍາລາວ ບໍ່ມີ, ຖ້າຈະຍົກກໍຍົກ
ສຸພາສິດໃນຕໍາລາຕ່າງຂອງລາວ ທີ່ເຮົາຄິດວ່າ ເໝາະສົມ ແລ້ວກໍເອົາມີສັ່ງສອນສັງຄົມຕໍ່ໄປ
ໂດຍອ້າງວ່າ ສຸພາສິດລາວບູຮານ. 1. ນັກປັດຊະຍາຂອງລາວເຮົາເດ ຈະຍົກອັນໃດມາເລົ່າດີ?
2. ຈະຖືນັກປາດອາຈານໃດຂອງລາວເຮົາມາເປັນຕົວແທນ ຫລື ສັນຍາລັກ ຫລືເອີ້ນວ່ານັກປັດຊະຍາລາວເຮົາ?
ກ່ຽວກັບຫນັງສື ສຽວສະຫວາດ. ຫນັງສືນີ້ຖືວ່າເປັນຫນັງຫນັງສືວັນນະຄະດີ ອັນດັບເອກສະບັບຫນຶ່ງຂອງລາວເພາະໄດ້ຮັບຄວາມຍ້ອງຍໍສັນລະເສີນຈາກປະຊາຊົນມາແລ້ວເກືອບເຖິງ 400 ປີ. ແລ້ວະສໄໝບູຮານແມ່ນຈະເລີນແຜ່ຫລາຍໄປທົ່ວທຸກບ້ານໃນດິນແດນປະເທດລາວ, ເພາະເຮົາຈະສັງເກດໄດ້ວ່າໄປໃສມາໃສກໍມັກຈະຍິນຜູ້ເຖົ້າຜູ້ແກ່ເພິ່ນກ່າວເຖິງສຸພາສິດຈາກຫນັງສືນີ້ເວລາສອນລູກສອນລານ. ເຊັ່ນສະພາສິດ ເພິ່ນບໍ່ເອີ້ນຢ່າຂານ ເພິ່ນບໍ່ວານຢ່າຊ່ອຍ, ນຸ່ງຜ້າລາຍຫມາເຫົ່າ ຄົ້ນຄວາມເກົ່າຜິດກັນ, ໄວປາກເສຍສິນ ໄວຕີນຕົກກົກໄມ້ ແລະອື່ນໆ. ລ້ວນແຕ່ມາຈາກຫນັງສື ສຽວສະຫວາດ. ແຕ່ບັນຫາມີຢູ່ວ່າ ຫນັງສືສຽວສະຫວາດ ແລະບັນດາຫນັງສືວັນນະຄະດີອື່ນໆຫລາຍສະບັບຂອງລາວເຮົາບໍ່ມີປະຫວັດຜູ້ແຕ່ງ ຫລືປະກົດຊື່ຜູ້ແຕ່ງເລີຍ. ຈະມີກໍມີແຕ່ຊື່ຜູ້ລິຈະນາ ຄືຜູ້ທີ່ເອົາມາຂຽນຕໍ່ໆກັນມາ. ດັ່ງນັ້ນເຮົາເລີຍບໍ່ຮູ້ວ່າ ນັກປາດຄົນໃດ ແຕ່ງຫນັງສືສະບັບໃດ. ພໍຮູ້ກັນດີກໍມີພຽງ 7-8 ຄົນເຊັ່ນ:
1. ທ່າວປາງຄໍາ ແຕ່ງ ສັງສິໄຊ
2. ທ້າວເພຍແກ້ວດວງຕາ ແຕ່ງ ກາບປູ່ສອນຫລານ
3. ເພຍ ຣາຊມາດ ແຕ່ງ ພຣະຍາປັດຕະເສນຖາມເຫດ
4. ນັກປາດອິນທິຍານ ແຕ່ງ ອິນທິຍານສອນລູກ
5. ສົມເດັດພຣະມະຫາຣາຊຄູ ວິຊຸລະມະຫາວິຫາຣາທິບໍດີ ແຕ່ງ ນິທານປັດຈະຕັນຕະ
6. ພຣະອະຣິຍະວັງໂສ ແຕ່ງ ຕໍານານພຣະແກ້ວ, ພຣະແຊກຄໍາ, ພຣະບາງ
7. ພຣະມະຫາເພບເຖຣະ ແລະ ພຣະມະຫາມົງຄຸນສິດທິ ແຕ່ງ ນິທານ ຂຸນບູຣົມ ຣາຊາທິຣາດ (ກໍາເນີດຊາດລາວ)
ພໍຮູ້ໆກັນກໍມີພຽງນັກປາດຂ້າງເທິງນັ້ນແລ້ວ. ນອກນັ້ນກໍພາກັນສັນນິຖານກັນເອົາ.
ເອົາເປັນວ່າ ຖ້າຢາກຟື້ນຟູຄໍາສຸພາສິດລາວບູຮານດັ່ງກ່າວນັ້ນກໍ ສົມຄວນແລ້ວທີ່ຈະພາກັນສຶກສາ ແລ້ວນໍາມາຂຽນສັ່ງສອນສັງຄົມລາວເຮົາຕໍ່ໄປ. ສຸພາສິດບູຮານລາວສ່ວນຫລາຍເປັນຄໍາປຽບທຽບ ນັກປັນຍາຊົນລຸ້ນຫລັງເຊັ່ນພວກເຮົາເຈົ້າຂ້ອຍຖ້າຈະໃຊ້ກໍຕ້ອງເອົາມາຕີຄວາມໝາຍໃຫມ່ ດ້ວຍສະຕິປັນຍາຂອງເຮົາໃຫ້ເຂົ້າກັບສັງຄົມປັດຈຸບັນ. ເພາະເຮົາຄືນັກປາດລາວຜູ້ຕໍ່ໄປ.
ສຸດທ້າຍຂໍຝາກໄວ້ແບບນີ້: ຈະເປັນນັກປາດຕ້ອງຮູ້ຈັກໃຊ້ສະຕິປັນຍາຂອງຕົນເອງວິໄຈ ຫລືວິເຄາະຢ່າງເລິກເຊິ່ງຕາມແນວຄິດຂອງຕົນ, ຕາມສິ່ງທີ່ຕົນຮູ້ແລະຮຽນມາ. ຕ້ອງສາມາດສ້າງສຸພາສິດ, ສ້າງທິດສະດີໃໝ່ໆທີ່ເປັນຂອງຕົນເອງໂດຍບໍ່ມີການກອບຫລືລອກມາຈາກຄົນອື່ນ. ຖ້າບັນລຸໄດ້ແບບນັ້ນກໍຖືວ່າເປັນນັກປັດຊະຍາອັນແທ້ແນ່ຈິງນັ້ນແລ
ປສ.