Tuesday, October 6, 2015

ໂຄງການສ້າງທາງລົດໄຟ ໃນລາວ



ໂຄງການສ້າງທາງລົດໄຟ ໃນລາວ. 
ລາວຕ້ອງການທາງລົດໄຟຫລືບໍ່? ນັ້ນຄືຄໍາຖາມຂອງສັງຄົມ. ຫລາຍທ່ານກໍຕອບວ່າ: ບໍ່ຕ້ອງການ...ບໍ່ເອົາ, ບໍ່ຢາກໄດ້, ເອົາມາເຮັດຫຍັງ. ແຕ່ປູ່ແຕ່ຍ່າມາກະ ບໍ່ເຄີຍມີລົດໄຟຂີ່, ກະບໍ່ເຫັນຊິຕາຍໄດ້ລະ. ບໍ່ເອົາ, ບໍ່ເອົາ, ເປັນໜີເປັນສິນລ້າໆ, ເອົາເງິນມາສ້າງແນວອື່ນສາ ໆລໆ...

ເອົາເປັນວ່າ ມື້ນີ້ຈະຂໍວິໄຈ ສະເພາະ ໂຄງການນີ້ພໍ ໄດ້ອ່ານຫລິ້ນໆກັນ. ບາງເທື່ອອາດ ເຮັດໃຫ້ເຮົາ ຫູຕາສະຫວ່າງ ຂຶ້ນກໍເປັນໄດ້.  ເວລາເບິ່ງບັນ ຫາຕ້ອງເບິ່ງໃຫ້ເລິກໆ, ເບິ່ງໄປໃຫ້ ກວ້າງໄກ, ພຸ້ນເບິ່ງ ໄປຮອດ ດວງຈັນ ດາວອັງ ຄານພຸ້ນແຮງດີ. ປະເທດຈິ່ງ ຊິຈະເລີນນໍາຫມູ່.  ເວົ້າໄປໄກໂພດລະ,  ເອົາຈັ່ງຊີ້ ກ່ອນອື່ນຂໍຍົກລາຍລະອຽດຂອງໂຄງການໃຫ້ອ່ານກ່ອນເນາະ:
1. ໂຄງການສ້າງທາງລົດໄຟ ຈີນ-ລາວ ຈາກກຸນມິ່ງ ຫາວຽງຈັນ. ຄວາມຍາວປະມານ 420 ກິໂລແມັດ.
2. ປະເມີນມູນຄ່າປະມານ $7 ພັນລ້ານໂດລາ.  ແບ່ງອອກເປັນ ສອງຍອດ. ຍອດທໍາອິດແມ່ນທາງລັດຖະບານລາວແລະຈີນຮັບຜິດຊອບ 40/60% ເຊິ່ງທາງລາວຮັບຜິດຊອບ ປະມານ $840 ລ້ານ ($840 million), ຈີນຮັບຜິດຊອບ $1.26 ພັນລ້ານ ($1.26 billion). ສ່ວນຍອດທີ່ເຫລືອ $5 ພັນລ້ານ ($5 billion) ແມ່ນທາງບໍລິສັດເອກະຊົນຂອງຈີນຈະເປັນຜູ້ລົງທຶນ, ຮັບກໍ່ສ້າງ ແລະ ບໍລິຫານ. ຫລືອາດຈະເປັນຝ່າຍທາງການລາວກູ້ຢືມຮັບຜິດຊອບທັງໝົດ ຖ້າຢາກເປັນຜູ້ບໍລິຫານທາງລົດໄຟ. ແຕ່ຄືຊິເປັນໄປບໍ່ໄດ້.

3. ແຜນການສ້າງທາງ, ໃນນັ້ນຕ້ອງໄດ້ສ້າງ ຂົວ 154 ແຫ່ງ, ເຈາະ ອຸມຸງ 76ແຫ່ງ, ແລະ ສ້າງ ສະຖານີປະມານ 31ແຫ່ງ.

ດ້ານບວກຂອງການມີທາງລົດໄຟ:
1. ພັດທະນາພື້ນຖານໂຄງລ່າງໃນລາວໃຫ້ທັນສະໄໝ ແບບວັດທະນະຖາວອນ.
2. ດືງດູດນັກລົງທຶນຕ່າງປະເທດເຂົ້າມາລົງທຶນໃນລາວເພິ່ມຂຶ້ນຢ່າງຫລວງຫລາຍ ສ້າງເສດຖະກິດໃນລາວຢ່າງໝັນຄົງ.

3. ການຂົນສົ່ງສິ້ນຄ້າເຂົ້າອອກຈາກລາວຈະລົດລົງເຄິ່ງຄ່າ, ເຊິ່ງເຮັດໃຫ້ສິ້ນຄ້າເຂົ້າອອກລາຄາຕໍ່າ. ຂໍ້ນີ້ເປັນປັດໄຈດຶງຂໍ້ 2.

4. ໂຄງການໄລຍາຍາວ ລາວກໍຈະໄດ້ຄວາມຮູ້ດ້ານເທັກນິກ ແລະວິຊາການຈາກຈີນ.
5. ລາຄາສິນຄ້າໃນລາວກໍຈະຖືກ. ເພາະຄ່າຂົນສົ່ງຖືກ.

ດ້ານລົບ:
1. ລາວຈະມີໜີເພິ່ມຂຶ້ນເຖິງ 60% ຂອງ ຈີດີພີ GDP ເຊິ່ງປັດຈຸບັນ ປະມານ $11 ພັນລ້ານ. ເວົ້າແລ້ວກໍໜ້າຕົກໃຈ, ເພາະຖ້າຈະເວົ້າເຖິງຫຼັກການຕະຫລາດ ຫລືຫຼັກການຄ້າແລ້ວ ຖ້າເຮົາຢືມເງິນເກີນ 50% ຂອງລາຍຮັບແມ່ນຖືວ່າເປັນການສ່ຽງ. ອາດພາໃຫ້ປະເທດຊາດຕົກຢູ່ໃນຖານະທີ່ ພາສາອັງກິດເອີ້ນວ່າ bankruptcy.
2. ນອກຈາກລາວ ຈະເພິ່ມໜີເກີນ 50% ຂອງ ຈີດີພີ ແລ້ວ ຂໍ້ເສຍ ອື່່ນໆ ແມ່ນຕົກຢູ່ ຂັ້ນປູໆປາໆ.

ອີງຕາມດ້ານ ບວກ ແລະລົບ ທີ່ວາງ ໄວ້ຂ້າງເທິງ ກໍເຫັນໄດ້ ຢ່າງຈະແຈ້ງ ແລ້ວວ່າ ການສ້າງ ທາງລົດໄຟແມ່ນ ເປັນຜົນ ດີສໍາລັບ ລາວ ໃນໄລຍະຍາວ. ເພາະຖ້າລາວ ຈະພັດທະນາ ໃຫ້ທຽບເທົ່າ ກັບປະເທດອື່ນໆ ກໍຕ້ອງ ຈໍາເປັນ ປັບປຸງດ້ານ ຄົມມະນາຄົມ ຂົນສົ່ງໃຫ້ ດີຂຶ້ນ. ແລ້ວທາງ ລົດໄຟກໍຄື ທາງອອກ ທີ່ດີສະເພາະ ລາວ. ເພາະປະເທດລາວ ເຕັມໄປດ້ວຍພູຜາ, ເຫວຊັນ. ການຂົນສົ່ງ ທາງລົດແມ່ນຊ້າ, ແພງ, ແລະກໍຕ້ອງໄດ້ສົ່ງເທື່ອລະນ້ອຍເພາະເສັ້ນທາງເປັນພູ, ຄົດໂຄ້ງ. ແລ່ນໄວບໍ່ໄດ້.  ລະບົບການຂົນສົ່ງທາງລົດແມ່ນບໍ່ໄດ້ມາດຕະຖານ ຖ້າຈະທຽບໃສ່ ແຜນການພັດທະນາໃນລາວ. ສະເພະແຕ່ໂຄງການຈາກຈີນລ້າໆ, ປັດຈຸບັນກໍມີປະມານ
800 ໂຄງການແລະຈະເພິ່ມເປັນ ພັນໂຄງການໃນບໍ່ຊ້າ ຖ້າການຂົນສົ່ງດີຂຶ້ນ, ຈີນຄືອັນດັບໜຶ່ງຂອງການລົງທືນໃນລາວບໍ່ວ່າດ້ານ ອຸສະຫະກໍາ, ກະເສດ ກະສິກໍາ, ປ່າໄມ້, ຫລືບໍ່ແຮ່.  ຈີນຕ້ອງການລົດໄຟໃນລາວ ເພື່ອຂົນສົ່ງອຸປະກອນກໍ່ສ້າງ ແລະ ເຄື່ອງຈັກ construction materials, machinery).  ນອກຈາກໂຄງການຂອງຈີນ, ຍັງມີໂຄງການຂອງໄທຍ, ວຽດນາມ, ຍິປຸ່ນ, ເກົາຫລີ ແລະຫລາຍໆໂຄງການ ຈໍາເປັນຕ້ອງໄດ້ໃຊ້ ລົດໄຟເພື່ອຂົນສົ່ງ ອຸປະກອນກໍ່ສ້າງ, ເຄື່ອງຈັກ ແລະສິນຄ້າເຂົ້າອອກ.  ຖ້າລາວມີລະບົບການຂົນສົ່ງທາງລົດໄຟ ທີ່ວ່ອງໄວແລະໄດ້ມາດຕະຖານການລົງທືນຈາກຕ່າງ ປະເທດກໍຈະເພິ່ມຂຶ້ນເປັນຫລາຍເທົ່າ, ສ້າງເສດຖະກິດໃນລາວຢ່າງໝັນຄົງ.

ຫລາຍຄົນຖາມວ່າ, ຄືບໍ່ສ້າງແນວອື່ນໄປກ່ອນ ເຊັ່ນພັດທະນາດ້ານການສຶກສາ, ສ້າງທາງ, ສ້າງໂຮງຮຽນ, ໂຮງຫມໍ ແລະອື່ນໆ. ຄໍາຕອບກໍຄື: ຂາດງົບປະມານ. ຈະເອົາງົບປະມາມາແຕ່ໃສຖ້າຕ່າງປະເທດບໍ່ມາລົງທືນ? ເວົ້າງ່າຍໆກໍຄື ບໍ່ມີເງິນ. ຄໍາຖາມຕໍ່ໄປກໍຄື, ແລ້ວເຫດຫຍັງຕ່າງປະເທດຈະມາລົງທືນໃນລາວ? ຄໍາຕອບຄື:

1. Logistic, ຢ່າລືມປະເທດລາວຢູ່ລະຫວ່າງກາງ 5 ປະເທດ.  ສິ້ນຄ້າ ຈີນສົ່ງໄປໄທຍ ຕ້ອງຜ່ານລາວ, ສິນຄ້າວຽດນາມສົ່ງໄປໄທຍ ແລະພະມ້າ ກໍຕ້ອງໄດ້ຜ່ານລາວ, ພະມ້າ ໄທຍ ຈະໄປວຽດນາມກໍຕ້ອງຜ່ານລາວ, ຂະເຫມນ ໄທຍ ຈະໄປຈີນກໍຕ້ອງຜ່ານລາວ.  ສະນັ້ນດ້ານການຄ້າລາວແມ່ນເປັນ logistic ທີ່ສໍາຄັນແຫ່ງຫນຶ່ງຂອງພາກພື້ນອາຊີ. ຕົວຢ່າງ: ຖ້າບໍລິສັດຍິປຸ່ນມາຕັ້ງຢູ່ລາວ, ກໍຈະສາມາດສົ່ງສິນຄ້າໄປຈີນ, ໄປໄທຍ, ໄປວຽດນາມ, ໄປຂະເຫມນ ແລະ ພະມ້າໂດຍບໍ່ຕ້ອງຜ່ານປະເທດໃດ. ເປັນການຕັດຄ່າຂົນສົ່ງ ແລະອັດຕາພາສີຜ່ານແດນລົງຢ່າງມະຫາສານ.
2. ລາວເປັນສະມາຊິກ WTO, NTR (Normal Trade Relation with the U.S) ແລະ ຕໍ່ໄປກໍຈະເຂົ້າຮ່ວມ ສະມາຊິກ AEC. ເຊິ່ງຖານະດັ່ງກ່າວ ເຮັດໃຫ້ອັດຕາພາສາສິນຄ້າຈາກປະເທດລາວຕໍ່າ.
3. ຄ່າແຮງງານຍັງຕໍ່າຢູ່.

ຂໍ້
1 -3 ໂດຍສະເພາະຂໍ້ 1 ຄືປັດໄຈສໍາຄັນທີ່ດືງດູດນັກລົງທືນ ຕ່າງປະເທດມາລົງທືນໃນລາວ. ສະນັ້ນ ຖ້າລາວມີທາງລົດໄຟ, ມີລະບົບຄົມມະນາຄົມຂົນສົ່ງທີ່ທັນສະໄໝ ແລະໄດ້ມາດຕະຖານ. ການພັດທະນາສິ່ງອືື່ນໆກໍຈະລົງຕົວຕາມໆກັນໄປ.  ເຂົາເອີ້ນວ່າການພັດທະນາປະເທດ ແບບລາກໄມ້ທາງກົກ. ແຕ່ຖ້າເຮົາຂາຍຄໍາແລກຂີ້ຊ້າງ, ພໍແຕ່ໄດ້ເງິນມາສ້າງໂຮງຮຽນ, ສ້າງທາງໃຫ້ງາມຫູງາມຕາ, ສ້າງໂຮງຫມໍ ດັ່ງຫລາຍຄົນຢາກໃຫ້ສ້າງນັ້ນ. ແບບນັ້ນແມ່ນເປັນການຂາຍຊັບສິນກິນ. ກິນໝົດແລ້ວກໍໝົດໄປ.  ເວລາມັນໝົດ ແລ້ວຊິເອົາເງິນໃສມາບຸລະນະສິ່ງທີ່ເຮົາສ້າງ? ດັ່ງທີ່ເຮົາເຫັນກັນໃນປັດຈຸບັນນີ້ແລ້ວ. ເດີ່ນເຕາະບານກໍໄດ້ແຕ່ສ້າງ. ຖະຫນົນຫົນທາງບາງພາກສ່ວນກໍໄດ້ແຕ່ສ້າງ, ຫລືຂໍຄວາມຊ່ວຍເຫລືອ ຈາກ ປະເທດອື່ນມາສ້າງໃຫ້. ສ້າງແລ້ວກໍໄດ້ແຕ່ສ້າງ, ແຕ່ບໍ່ມີປັນຍາສ້ອມແປງ. ເພາະຂາດງົບ. ພັດທະນາແບບນັ້ນເຂົາເອີ້ນວ່າ ພັດທະນາແບບລາກໄມ້ທາງປາຍ.

ການພັດທະນາຕ້ອງໄປຕາມຂັ້ນຕອນ, ສໍາຄັນສ້າງພື້ນຖານໂຄງລ່າງໃຫ້ໝັນຄົງ, ເພາະສິ່ງເຫຼົ່ານີ້ຈະສ້າງເສດຖະກິດໃຫ້ໝັດຄົງ, ເມື່ອເສດຖະກິດໝັ້ນຄົງ.  ທຸກສິ່ງກໍຈະໝັ້ນຄົງລົງຕົວໄປພ້ອມໆກັນນັ້ນແລ.      

ປສ

2 comments:

  1. ຊົມເຊີຍ ທ່ານວິເຄາະໄດ້ຊັດເຈນ ແລະ ມີເຫດມີຜົນດີຫລາຍ. ຂອບໃຈທ່ານຫລາຍໆ.

    ReplyDelete
    Replies
    1. ຂອບໃຈທ່ານເຊັ່ນກັນທີ່ແວ່ເຂົ້າມາອ່ານ. ແລະໃຫ້ຄໍາຕິຊົມ.

      Delete