Tuesday, March 22, 2016

ການພັດທະນາສະຫມອງ



ການພັດທະນາສະຫມອງ
ສອງສາມປີມານີ້ເຫັນວິດີໂອເດັກໄວລຸ້ນຕີກັນຕະຫຼອດ, ກະເລີຍຄິດຢາກຂຽນບົດຄວາມບາງຢ່າງເພື່ອບໍາລຸງແນວຄິດ. ແລະຫວັງວ່າ ທາງພາກສ່ວນທີ່ກໍາລັງຈະລົງໂທດເດັກດັ່ງກ່າວນັ້ນກໍ່ຂໍໃຫ້ຄິດໃສ່ບົດຂຽນນີ້ ຫຼາຍໆຈະເປັນການດີ. ເດັກໃນໄວຮຽນ ຫຼືເອີ້ນກັນວ່າເດັກໄວລຸ້ນ ອາຍຸ ປະມານ 13-16 ແມ່ນກໍາລັງຕົກຢູ່ໃນສະພາວະການປ່ຽນແປງຫຼາຍໆດ້ານບໍ່ວ່າດ້ານສະໝອງ, ຄຸນລັກສະນະທາງດ້ານຮ່າງກາຍ, ແລະຈິດໃຈ ເຊິ່ີງອີງຕາມຫຼັກທໍາມະຊາດ ການເຕີບໂຕຂອງ ມະນຸດແລ້ວຈະແບ່ງອອກເປັນສີ່ ໄວຄື: ໄວເດັກໄຮ້ດຽງສາ, ເດັກໄວລຸ້ນ, ໄວກາງ ຫຼືໄວເຕີບໂຕເປັນຜູ້ໃຫຍ່, ແລະສຸດທ້າຍໄວສະລາ ແຕ່ລະໄວຄຸນລັກສະນະການປ່ຽນແປງແມ່ນແຕກຕ່າງກັນ. ຈະໃຫ້ອະທິບາຍຫມົດທຸກໄວ ກໍ່ຄົງຈະຍາວເປັນປື້ມພຸ້ນເນາະ, ດັ່ງນັ້ນມື້ນີ້ຂໍກ່າວເຖິງແຕ່ໄວລຸ້ນສະ ເພາະໃນໄວນີ້ແມ່ນເປັນໄວສໍາຄັນ, ຈຸດສໍາຄັນທີ່ຈະກ້າວເຂົ້າສູ່ໄວຜູ້ໃຫຍ່ ແລະສະເພາະຜູ້ຍິງແລ້ວ, ໄວນີ້ແມ່ນຈະມີການປ່ຽນແປງເກືອບທຸກດ້ານ ບໍ່ວ່າດ້ານອະໄວຍະວະ, ຈິດຕະ ຫຼືການປ່ຽນແປງໂຮມໂມນ (hormonal changes) ເພື່ອກ້າວເຂົ້າສູ່ຂັ້ນທີ່ເອີ້ນວ່າ ແມ່ຄົນຈຸດປະສົງກໍ່ເພື່ອຂະຫຍາຍເຊື້ອພັນມະນຸດໃຫ້ຢູ່ລອດ. ມັນເປັນທໍາມະຊາດຂອງສັດໂລກທີ່ເກີດມາ. ນັ້ນແມ່ນເວົ້າແບບຫຼັກການສະລິລະສາດເນາະ, ແຕ່ມະນຸດພັດບໍ່ຄືສັດໂລກທໍາມະດາທົ່ວໄປ, ເປັນສັດທີ່ມີສະຕິປັນຍາ ຮູ້ຈັກຄິດປະດິດສ້າງ, ມີຄວາມຮູ້ສຶກ ມີຄວາມຊົງຈໍາ.  ສະນັ້ນເຮົາຈະວິໄຈແຕ່ ດ້ານ ສະລີລະສາດພຽງດ້ານດຽວກໍ່ບໍ່ໄດ້ ຕ້ອງໄດ້ວີໄຈທາງດ້ານຈິດຕະວິທະຍາ ແລະສັງຄົມວິທະຍາຄຽງຄູ່ກັນໄປ. ເຊິ່ງປັດໄຈດັ່ງກ່າວແມ່ນມີສ່ວນປະກອບໃນການປ່ຽນ ແປງຄຸນລັກສະນະຂອງໄວລຸ້ນໄປສູ່ໄວຜູ້ໃຫຍ່ ຫຼືຈະເວົ້າວ່າການປ່ຽນແປງ ຂອງທຸກໆໄວກໍ່ວ່າໄດ້. ບາງຄົນອາດມີຄໍາຖາມ, ເປັນຫຍັງຈຶ່ງພົວພັນກັບສັງຄົມ? ກໍ່ເພາະວ່າສັງຄົມແມ່ນປັດໄຈສໍາຄັນທີ່ສຸດຕໍ່ການ ປ່ຽນແປງຈິດໃຈຂອງຄົນ. ໃຫ້ສັງເກດກຸ່ມຄົນໃນສັງຄົມແຕ່ລະຍຸກແຕ່ລະສະໄໝ, ຄຸນລັກສະນະຈິດໃຈ, ແລະແນວຄິດຈະບໍ່ຄືກັນ. ເພາະສະພາບສັງຄົມບໍ່ຄືກັນ, ຜັນປ່ຽນໄປເລື້ອຍໆ. ສະໄໝ ກ່ອນ, ເວົ້າສະໄໝຜູ້ຂຽນເອງສະເນາະຄ່ອຍບໍ່ໄປ ແຕະຕ້ອງຈິດໃຈຄົນອື່ນ, ຈັກນ່ອຍພັດຊິຈ້ອນຂາໂສງ ຮື້ຕີນສິ້ນໃສ່...ຮ້ວຍຍ ທ້າວອັນນີ້ ມາເທດສະໜາ ເລຶ່ອງຈິດໃຈ ພັດຄືມາເວົ້າແຕະຕ້ອງຈິດໃຈຄົນອື່ນ ພັດວ່າ.  :-D ເອົາເປັນວ່າສະໄໝຜູ້ຂ້າຢູ່ໃນໄວດັ່ງກ່າວນັ້ນ, ພຶດຕິກໍາກໍ່ບໍ່ຕ່າງຫຍັງກັບໄວລຸ້ນປັດຈຸບັນ ເປັນຕົ້ນການປ້ອຍດ່າວ່າຈາ ຖຽງກັນ ຫຼືການຕົບຕີກັນຖືວ່າເປັນເລຶ່ອງທໍາມະດາ, ຕ່າງແຕ່ສະໄໝນັ້ນຖ້າຢາກລຸມແມ່ນນັດກັນລົງທົ່ງນາ ຕີກັນແລ້ວກະແລ້ວໄປ. ບໍ່ມີໄອແພດ, ໄອໂຟນ, ແຊມຊຸງອັດຄລິບລົງເຟກສບຸກຫຼືຢູທູບ.  ສະໄຫມນັ້ນທີວີກະຍັງເປັນຂາວດໍາຢູ່ ມີວິທະຍຸຟັງກະວ່າບຸນແລ້ວ. ສະພາບຈິດສໍານຶກ, ຈິດໃຈ ການເຮີ່ເຫີມ ຄວາມຢາກດັງ ຢາກເດັ່ນ ຄວາມຝັນກໍ່ໄປຕາມກະແສສະພາບສັງຄົມສະໄໝນັ້ນ. ເວົ້າງ່າຍໆ, ລຸມຕີກັນຢູ່ທົ່ງນາ, ໃຜຊິໄປສົນໃຈ. ຂະໜາດຄວາຍມັນຢູ່ໃກ້ຫັ້ນ, ມັນເຫຼືອກຕາເບິ່ງບາດໜຶ່ງ, ຄາງຮືໆໃສ່ແລ້ວກໍ່ກິນຫຍ້າຕໍ່. ບໍ່ມີຊ່ອງທີວິອອກຂ່າວ ບໍ່ມີເຟກສະບຸກໃຫ້ຄົນກົດມັກ ບໍ່ມີເຄື່ອງອັດເປັນຄລິບແລ້ວແຊ່ດັງກັນໄປທົ່ວໂລກ. ມີກະມີແຕ່ເວົ້າໂສເຫລ້ໃຫ້ກັນຟັງຕອນຟີ້ງໄຟປີ້ງເຂົ້າຈີ່ກາງຄືນ ຫຼືຕອນເຊົ້າທໍ່ນັ້ນ. ຄວາມດັງໄປບໍ່ຮອດຕະຫລາດຂາຍຜັກຊໍ້າ. ເລີຍບໍ່ມີໃຜສົນໃຈຢາກສ້າງກະແສໃຫ້ມັນດັງ. ຕົກມາສະໄໝນີ້ຈິດຕະກໍ່ປ່ຽນແປງໄປຕາມສະໄໝ ໃນເມື່ອສັງຄົມເປັນແບບນັ້ນ ກໍ່ເຫີ່ໄປຕາມກະແສຂອງແຕ່ລະໄວ. ສ່ວນໄວລຸ້ນກໍ່ເຫີ່ໄປຕາມກະແສຂອງໄວລຸ້ນ. ນັ້ນຄືດ້ານສັງຄົມວິທະຍາ.
ມາເວົ້າດ້ານຈິດຕະວິທະຍາ ຫຼື ສະໝອງບາດນິ ການປ່ຽນແປງຂອງສະໝອງເດັກໄວນີ້ຈະຕົກຢູ່ໃນລະດັບພັດທະນາເຊິ່ງ ພາສາອັງກິດເຂົາເອີ້ນວ່າ forebrain development ເຊິ່ງປະກອບ ດ້ວຍລະບົບ ລີມບິກ (limbic, ຢາກຮູ້ລະບົບນີ້ເພິ່ມເຕີມໃຫ້ຖາມອາຈານ google ເດີ) ເປັນການພັດທະນາສະໝອງເພື່ອຮັບຮອງແລະຈຸນເຈືອດ້ານຈິດ ບໍ່ວ່າຈະເປັນດ້ານຄວາມຮູ້ສຶກ, ພຶດຕິກໍາ, ສິ່ງລະດົມຈິດໃຈ, ຄວາມຊົງຈໍາໄລຍະສັ້ນແລະຍາວ ຫຼື ການສໍາພັດກິ່ນ. ອີງຕາມນັກຈິດຕະວິທະຍາແລ້ວ ໄວລຸ້ນທຸກຄົນແມ່ນຈະເລິ່ມມີບັນຫາໃນໄລຍະສະໝອງກໍາລັງປ່ຽນແປງ ແລະພັດທະນາໄປໃນລະບົບ ລິມບິກນີ້ ເພາະຖ້າບໍ່ຖືກລໍ່ລ້ຽງ ຫຼືມີທິດທາງອົບຮົມຊີ້ນໍາໄປໃນທາງທີ່ດີຂອງສັງຄົມ, ຜູ້ກ່ຽວກໍ່ຈະສັບສົນກັບແນວຄິດ, ຄວາມຄິດ ຄວາມຮູ້ສຶກ, ບໍ່ຮູ້ທິດທາງຈະເດີນ. ໃນໄວນີ້ຈະມີແນວຄິດຢາກໄດ້, ຢາກດັງ, ຢາກເຮັດຢາກທໍາ, ຢາກທົດລອງ, ຢາກເປັນອິສະລະ (ໃຫ້ສັງເກດພຶດຕິກໍາຂອງເດັກໄວນີ້ຈະມັກເລີ່ມບໍ່ຟັງຄວາມພໍ່ແມ່, ແລະບໍ່ມັກນັບຖືກົດລະບຽບ ພາສາອັງກິດເຂົາເອີ້ນ a rebellious age) ການໃຊ້ເຫດຜົນກໍ່ໄປຕາມແນວຄິດທີ່ໂຕເອງຄິດວ່າຖືກ. ບັນຫາກໍ່ຄື, ໄວນີ້ຍັງຄິດເລິກເຊິ່ງບໍ່ທັນເປັນ. ເພາະຂາດປະສົບການ, ແລະຂາດວິຊາການ. ຫຼາຍຄົນອາດມີຄໍາຖາມ, ເອົ້າ...ບາດເດັກຄົນອື່ນເດຊັ້ນ ໃນໂລກນີ້ມີຫຼາຍຄົນເຂົາກະບໍ່ເຫັນຊິມີພຶດຕິກໍາແບບຊົ່ວໆ? ແມ່ນ, ແຕ່ບໍ່ໄດ້ໝາຍຄວາມວ່າ ເຂົາບໍ່ມີພຶດຕິກໍາແບບດຽວກັນ. ຕ່າງແຕ່ການກະທໍາເທົ່ານັ້ນ. ອີກຢ່າງຄືໄດ້ກ່າວມາແລ້ວນັ້ນສັງຄົມທີ່ເຮົາອາໄສຢູ່ແມ່ນເປັນປັດໄຈອັນສໍາຄັນ ທີ່ຈະລໍ່ລ້ຽງສະຫມອງ ແລະຈິດໃຈຂອງເດັກໃຫ້ປະພຶດໄປໃນທາງທີ່ສັງຄົມເຫັນວ່າດີ, ເລີມຕົ້ນຈາກພໍ່ແມ່, ຫມູ່ເພື່ອນ, ຄູບາອາຈານ, ອົງການຈັດຕັ້ງ, ສະຖາບັນການສຶກສາ ແລະສະຖາບັນການປົງຄອງ. ໃຫ້ເຂົ້າໃຈແບບນີ້, ບັນຫາບໍ່ແມ່ນແກ້ຢູ່ທີ່ເດັກ, ເພາະເດັກກໍ່ຄືເດັກດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ, ແຕ່ຕ້ອງໃຫ້ຖືວ່າເປັນບັນຫາສັງຄົມ ແລະທຸກຄົນທຸກສະຖາບັນແມ່ນມີສ່ວນຮັບຜິດຊອບຊ່ວຍສ້າງເດັກໃຫ້ເປັນ ຜູ້ໃຫຍ່ທີ່ດີໃນສັງຄົມ.
ມື້ໜ້າຈະມາເວົ້າເລຶ່ອງພຶດຕິກໍາຂອງຜູ້ໃຫຍ່. 


 

Friday, March 4, 2016

ເຂົ້າບ້ານຕາເຫຼ່ວ ຕ້ອງເຫຼ່ວຕາຕາມ



ຢ່າລືມຈັບໃຫ້ແດ່ເດີ

ຖ້າພົບຄົນຕ່າງ ວັດທະນະທໍາ ແລະ ຕ່າງພາສາເຮົາ ຈະສອນ ບຸກຄົນ ນັ້ນໃຫ້ຮັບ ເອົາທໍານຽມ ແລະ 
ວັດທະນະທໍາ ໃໝ່ດ້ວຍ ວິທີໃດ? ເປັນຕົ້ນ ກ່ຽວກັບ ມາລະຍາດ ຂອງບຸກຄົນ?

ອ່ານເລຶ່ອງສັ້ນ:

ຢູ່ມະຫາວິທະຍາໄລແຫ່ງໜຶ່ງຂອງອະເມຣິກາ, ແຕ່ລະປີຈະມີນັກຮຽນ ຈາກທົ່ວໂລກມາຮຽນຢູ່ໂຮງຮຽນນີ້. ຫຼາຍທີ່ສຸດແມ່ນມາຈາກຈີນແຜ່ນດິນໃຫຍ່.  ແລະແຕ່ລະປີນັກຮຽນຈີນດັ່ງກ່າວຫຼາຍຄົນກໍມາເຮັດວຽກ
part time ໃນຫ້ອງການຜູ້ຂຽນເພື່ອຫາລາຍໄດ້ເພິ່ມໃນການຈ່າຍຄ່າຮຽນ.  ປີນີ້ກໍມາກັນເຕັມເອີດເຕີດບໍ່ວ່າຍິງແລະຊາຍ.   ກໍດີໃຈນໍາພີ້ນ້ອງຊາວຈີນເນາະ.  ທີ່ສົ່ງລູກຫຼານມາຮຽນເອົາຄວາມຮູ້ຈາກເມກາ.  ຢາກເຫັນນ້ອງໜຸ່ງ ລູກຫຼານລາວເຮົາຫຼາຍໆແບບນີ້ເດ.   ເຂົ້າເລຶ່ອງເລີຍສະເນາະ. ເລຶ່ອງມີຢູ່ວ່າ:

ມີຫຼາຍເທື່ອເວລາຂ້ອຍໄດ້
ພໍ້ນັກ ຮຽນຈີນທີ່ວ່ານັ້ນ ແມ່ນສ່ວນໃຫຍ່ ເປັນເວລາກ່ອນເຂົ້າຫ້ອງການ ແລະບາງເທື່ອກໍຕອນ
ຈະອອກຫ້ອງການ, ແບບລັກສະນະສວນທາງກັນເຂົ້າ ອອກປະຕູ.  ບາງເທື່ອຂ້ອຍກໍ ຍ່າງນໍາໜ້າ ພວກເຂົາ ບາງເທື່ອກໍຍ່າງນໍາກົ້ນ.  ມີມື້ໜຶ່ງ ຂ້ອຍຍ່າງ ນໍາໜ້າ ນັກຮຽນສາວຈີນຄົນໜຶ່ງ, ພໍຮອດປະຕູທາງອອກ ຂ້ອຍແນມເຫັນ ລາວຍ່າງມານໍາຫລັງ,  ກໍໄຂປະຕູອອກໄປແລ້ວ ຈັບປະຕູນັ້ນໄວ້ໃຫ້ລາວ.

 ທຸກເທື່ອຂ້ອຍກໍເຮັດແບບນີ້ກັບທຸກຄົນ (ຢູ່ອະເມຣິກາບໍ່ວ່າຍິງຫລືຊາຍສ່ວນໃຫຍ່ເຂົາກໍຈະເຮັດແບບນີ້ເກືອບທຸກຄົນ, ມັນເປັນທໍານຽມເຂົາທີ່ຕ້ອງ  hold the door for person behind you).  

ຫຼາຍເທື່ອຂ້ອຍກໍຈັບປະຕູໃຫ້ນາງສາວນັກຮຽນຈີນຄົນນັ້ນຕະຫຼອດ, ບາງເທື່ອລາວກະຂອບໃຈ ບາງເທື່ອ ກະເຮັດໜ້າບູດ ຍ່າງປະແລັບກາຍ ເຮົາໄປແບບບໍ່ມີຄໍາຂອບໃຈເລີຍ.  ທີ່ຜິດປົກກະຕິແທ້ໆ ແມ່ນເວລາ ຂ້ອຍຍ່າງໄປກ່ອນຂ້ອຍຈະຈັບປະຕູໄວ້ໃຫ້ລາວ, ແຕ່ເວລາລາວຍ່າງໄປກ່ອນຂ້ອຍ ລາວຈະບໍ່ຈັບປະຕູໄວ້ໃຫ້ຂ້ອຍເລີຍ.  ບາງເທື່່ອຂ້ອຍຄິດວ່າ ນາງຈະຈັບ ປະຕູໄວ້ໃຫ້ຂ້ອຍ ເພາະໂຕເອງເຄີຍເຮັດແບບນັ້ນກັບນາງ, ກໍຟ້າວຍ່າງ ນໍາກົ້ນນາງເຂົ້າໄປ,  ແຕ່ຖືກນາງບໍ່ຈັບໄວ້ໃຫ້....ປະຕູເກືອບອັດໃສ່ໜ້າ. ສະມົວດັງຫັກ, ຍັງວ່າ. 

ຫຼາຍເທື່ອຫຼາຍທີກໍເຫັນເປັນແບບນັ້ນກໍເລີຍແອບສັງເກດການເບິ່ງວ່າມັນ ເປັນຍ້ອນຫຍັງກັນແທ້ນໍ, ເລີຍມາຮູ້ວ່ານັກຮຽນຈີນແຕ່ລະຄົນ ກໍບໍ່ມັກ ຈັບປະຕູໃຫ້ຄົນອື່ນທີ່ຍ່າງມານໍາຫລັງ.  ເລີຍຄິດສະດຸ້ງຕື່ນ. ໂອ້...ມັນ ອາດເປັນຍ້ອນ ວັດທະນະທໍາແຕກຕ່າງກັນບໍ? ບາງທີຢູ່ຈີນເຂົາບໍ່ເຮັດແບບນີ້ຕີ້?  ກໍເລີຍມີແນວຄິດຢາກສອນພວກເຂົາ ແຕ່ບໍ່ຮູ້ວ່າຊິ ບອກສອນເຂົາແນວໃດດີ.  ຖ້າຈະບອກກົງໆເລີຍກໍ ຢ້ານເຂົາຈະຫາວ່າ ເຮົາກ່າວກ່າຍ ສິດທິສ່ວນ ຕົວຂອງເຂົາ.
ທີ່ຈິີງມັນກໍເປັນສິດຂອງເຂົາ ທີ່ເຂົາຈະຈັບປະຕູໃຫ້ເຮົາຫລືບໍ່ຈັບ. ນັ່ງຄິດນອນຄິດຢູ່ຫຼາຍມື້ເຕີບ.  ພໍຄິດອອກກໍເລີຍເລີ່ມລົງມື.

ມື້ໜຶ່ງພໍດີເຫັນສາວນັຮຽນຄົນເກົ່ານັ້ນແຫຼະ ກໍາລັງຍ່າງມາ, ທາງນີ້ນັ່ງຢູ່ໜ້າຕຶກ, ຫລິ້ນໂຟນລົມນ້ອງສາວຢູ່ເຟກສບຸກ ເຫັນສາວນັກຮຽນຈີນຍ່າງມາກໍລຸກປຸບປັບ ທໍາທ່າຢ່າງໄປກ່ອນນາງ.  ນາງກໍຍ່າງນໍາກົ້ນ, ຕິດໆແບບໃກ້ໆ, ທາງນີ້ກໍໄຂປະຕູຍ່າງເຂົ້າໄປ ແຕ່ເທື່ອນີ້ ບໍ່ຈັບປະຕູໃຫ້ນາງ, ແບບວ່າຍ່າງເຂົ້າໄປເລີຍ.  ນາງຄືຊິຫຍ້າມຕີວ່າເຮົາຊິຈັບປະຕູໃຫ້.  ສົງໄສບໍ່ໄດ້ຕັ້ງທ່າ ໄດ້ຍິນສຽງນາງຄາງ ຮຶ ບາດໜຶ່ງ.  ສົງກະໄສປະຕູຝາດດັງ ຫັກແລ້ວກະບໍ່ຈັກ. ແຕ່ຂ້ອຍບໍ່ສົນ,  ຍ່າງໄປເສີຍ. ເຮັດຄືບໍ່ມີຫຍັງເກີດຂຶ້ນ.  


ມື້ໜ້າມາກໍເຮັດຄືເກົ່າອີກ. ເຮັດແບບເກົ່າປະມານ ສອງສາມເທື່ອນີ້ລະ.  ຈຶ່ງມາທົດລອງຍ່າງນໍາຫລັງນາງ ຈັກມື້ລອງເບິ່ງ.  ບໍ່ໜ້າເຊື່ອເລີຍ....ໄດ້ຜົນ
!  ເປັນຄັ້ງທໍາອິດທີ່ນາງ ໄຂປະຕູແລ້ວຈັບປະຕູໄວ້ໃຫ້ຂ້ອຍ.  ບໍ່ພຽງແຕ່ນາງເຮັດແບບນັ້ນກັບຂ້ອຍ ນາງເລິ່ມເຮັດ ແບບນັ້ນກັບທຸກຄົນອີກ.  ນອກຈາກຈະໄດ້ຜົນ ກັບນາງແລ້ວ ໝູ່ຄົນຈີນຂອງນາງກໍພາກັນເຮັດຕາມໆ ກັນໄປ.  ສົງໄສຄືຊິໄປສອນກັນເອງ.  ຮືມມ...ບາງເທື່ອ ວິທີສອນຄົນຢາກໃຫ້ເຂົາເຮັດຄືເຮົາ, ເຮົາກໍຕ້ອງເປັນເຂົາ, ແລ້ວເຮັດຄືເຂົາໃຫ້ເຂົາເຫັນໃນສິ່ງທີ່ເຂົາເຮັດວ່າສົມຄວນຫລືບໍ່.  ວິທີນີ້ແມ່ນສອນໃຫ້ຜູ້ກ່ຽວຮູ້ສຶກຕົວໄປໃນຕົວເອງເລີຍ. ໂດຍເຮົາບໍ່ຈໍາເປັນຕ້ອງໄປເວົ້າໄປສອນເຂົາ...ຕ່າງວັດທະນະທໍາ, ແຕ່ງແນວຄິດ. ເຮົາເອງອາດກາຍເປັນຄົນເສຍມາລະຍາດຊັ້ນຕົ່ວລະ. ແລ້ວຢ່າລືມ ເວລາເຮົາເຂົ້າ ບ້ານຕາເຫຼ່ວ ຢ່າລືມເຫຼ່ວຕາຕາມເດີ ເພື່ອນໆນັກອ່ານ ທຸກຄົນ.

ຈົບ.   
3/4/2016