Friday, March 4, 2016

ເຂົ້າບ້ານຕາເຫຼ່ວ ຕ້ອງເຫຼ່ວຕາຕາມ



ຢ່າລືມຈັບໃຫ້ແດ່ເດີ

ຖ້າພົບຄົນຕ່າງ ວັດທະນະທໍາ ແລະ ຕ່າງພາສາເຮົາ ຈະສອນ ບຸກຄົນ ນັ້ນໃຫ້ຮັບ ເອົາທໍານຽມ ແລະ 
ວັດທະນະທໍາ ໃໝ່ດ້ວຍ ວິທີໃດ? ເປັນຕົ້ນ ກ່ຽວກັບ ມາລະຍາດ ຂອງບຸກຄົນ?

ອ່ານເລຶ່ອງສັ້ນ:

ຢູ່ມະຫາວິທະຍາໄລແຫ່ງໜຶ່ງຂອງອະເມຣິກາ, ແຕ່ລະປີຈະມີນັກຮຽນ ຈາກທົ່ວໂລກມາຮຽນຢູ່ໂຮງຮຽນນີ້. ຫຼາຍທີ່ສຸດແມ່ນມາຈາກຈີນແຜ່ນດິນໃຫຍ່.  ແລະແຕ່ລະປີນັກຮຽນຈີນດັ່ງກ່າວຫຼາຍຄົນກໍມາເຮັດວຽກ
part time ໃນຫ້ອງການຜູ້ຂຽນເພື່ອຫາລາຍໄດ້ເພິ່ມໃນການຈ່າຍຄ່າຮຽນ.  ປີນີ້ກໍມາກັນເຕັມເອີດເຕີດບໍ່ວ່າຍິງແລະຊາຍ.   ກໍດີໃຈນໍາພີ້ນ້ອງຊາວຈີນເນາະ.  ທີ່ສົ່ງລູກຫຼານມາຮຽນເອົາຄວາມຮູ້ຈາກເມກາ.  ຢາກເຫັນນ້ອງໜຸ່ງ ລູກຫຼານລາວເຮົາຫຼາຍໆແບບນີ້ເດ.   ເຂົ້າເລຶ່ອງເລີຍສະເນາະ. ເລຶ່ອງມີຢູ່ວ່າ:

ມີຫຼາຍເທື່ອເວລາຂ້ອຍໄດ້
ພໍ້ນັກ ຮຽນຈີນທີ່ວ່ານັ້ນ ແມ່ນສ່ວນໃຫຍ່ ເປັນເວລາກ່ອນເຂົ້າຫ້ອງການ ແລະບາງເທື່ອກໍຕອນ
ຈະອອກຫ້ອງການ, ແບບລັກສະນະສວນທາງກັນເຂົ້າ ອອກປະຕູ.  ບາງເທື່ອຂ້ອຍກໍ ຍ່າງນໍາໜ້າ ພວກເຂົາ ບາງເທື່ອກໍຍ່າງນໍາກົ້ນ.  ມີມື້ໜຶ່ງ ຂ້ອຍຍ່າງ ນໍາໜ້າ ນັກຮຽນສາວຈີນຄົນໜຶ່ງ, ພໍຮອດປະຕູທາງອອກ ຂ້ອຍແນມເຫັນ ລາວຍ່າງມານໍາຫລັງ,  ກໍໄຂປະຕູອອກໄປແລ້ວ ຈັບປະຕູນັ້ນໄວ້ໃຫ້ລາວ.

 ທຸກເທື່ອຂ້ອຍກໍເຮັດແບບນີ້ກັບທຸກຄົນ (ຢູ່ອະເມຣິກາບໍ່ວ່າຍິງຫລືຊາຍສ່ວນໃຫຍ່ເຂົາກໍຈະເຮັດແບບນີ້ເກືອບທຸກຄົນ, ມັນເປັນທໍານຽມເຂົາທີ່ຕ້ອງ  hold the door for person behind you).  

ຫຼາຍເທື່ອຂ້ອຍກໍຈັບປະຕູໃຫ້ນາງສາວນັກຮຽນຈີນຄົນນັ້ນຕະຫຼອດ, ບາງເທື່ອລາວກະຂອບໃຈ ບາງເທື່ອ ກະເຮັດໜ້າບູດ ຍ່າງປະແລັບກາຍ ເຮົາໄປແບບບໍ່ມີຄໍາຂອບໃຈເລີຍ.  ທີ່ຜິດປົກກະຕິແທ້ໆ ແມ່ນເວລາ ຂ້ອຍຍ່າງໄປກ່ອນຂ້ອຍຈະຈັບປະຕູໄວ້ໃຫ້ລາວ, ແຕ່ເວລາລາວຍ່າງໄປກ່ອນຂ້ອຍ ລາວຈະບໍ່ຈັບປະຕູໄວ້ໃຫ້ຂ້ອຍເລີຍ.  ບາງເທື່່ອຂ້ອຍຄິດວ່າ ນາງຈະຈັບ ປະຕູໄວ້ໃຫ້ຂ້ອຍ ເພາະໂຕເອງເຄີຍເຮັດແບບນັ້ນກັບນາງ, ກໍຟ້າວຍ່າງ ນໍາກົ້ນນາງເຂົ້າໄປ,  ແຕ່ຖືກນາງບໍ່ຈັບໄວ້ໃຫ້....ປະຕູເກືອບອັດໃສ່ໜ້າ. ສະມົວດັງຫັກ, ຍັງວ່າ. 

ຫຼາຍເທື່ອຫຼາຍທີກໍເຫັນເປັນແບບນັ້ນກໍເລີຍແອບສັງເກດການເບິ່ງວ່າມັນ ເປັນຍ້ອນຫຍັງກັນແທ້ນໍ, ເລີຍມາຮູ້ວ່ານັກຮຽນຈີນແຕ່ລະຄົນ ກໍບໍ່ມັກ ຈັບປະຕູໃຫ້ຄົນອື່ນທີ່ຍ່າງມານໍາຫລັງ.  ເລີຍຄິດສະດຸ້ງຕື່ນ. ໂອ້...ມັນ ອາດເປັນຍ້ອນ ວັດທະນະທໍາແຕກຕ່າງກັນບໍ? ບາງທີຢູ່ຈີນເຂົາບໍ່ເຮັດແບບນີ້ຕີ້?  ກໍເລີຍມີແນວຄິດຢາກສອນພວກເຂົາ ແຕ່ບໍ່ຮູ້ວ່າຊິ ບອກສອນເຂົາແນວໃດດີ.  ຖ້າຈະບອກກົງໆເລີຍກໍ ຢ້ານເຂົາຈະຫາວ່າ ເຮົາກ່າວກ່າຍ ສິດທິສ່ວນ ຕົວຂອງເຂົາ.
ທີ່ຈິີງມັນກໍເປັນສິດຂອງເຂົາ ທີ່ເຂົາຈະຈັບປະຕູໃຫ້ເຮົາຫລືບໍ່ຈັບ. ນັ່ງຄິດນອນຄິດຢູ່ຫຼາຍມື້ເຕີບ.  ພໍຄິດອອກກໍເລີຍເລີ່ມລົງມື.

ມື້ໜຶ່ງພໍດີເຫັນສາວນັຮຽນຄົນເກົ່ານັ້ນແຫຼະ ກໍາລັງຍ່າງມາ, ທາງນີ້ນັ່ງຢູ່ໜ້າຕຶກ, ຫລິ້ນໂຟນລົມນ້ອງສາວຢູ່ເຟກສບຸກ ເຫັນສາວນັກຮຽນຈີນຍ່າງມາກໍລຸກປຸບປັບ ທໍາທ່າຢ່າງໄປກ່ອນນາງ.  ນາງກໍຍ່າງນໍາກົ້ນ, ຕິດໆແບບໃກ້ໆ, ທາງນີ້ກໍໄຂປະຕູຍ່າງເຂົ້າໄປ ແຕ່ເທື່ອນີ້ ບໍ່ຈັບປະຕູໃຫ້ນາງ, ແບບວ່າຍ່າງເຂົ້າໄປເລີຍ.  ນາງຄືຊິຫຍ້າມຕີວ່າເຮົາຊິຈັບປະຕູໃຫ້.  ສົງໄສບໍ່ໄດ້ຕັ້ງທ່າ ໄດ້ຍິນສຽງນາງຄາງ ຮຶ ບາດໜຶ່ງ.  ສົງກະໄສປະຕູຝາດດັງ ຫັກແລ້ວກະບໍ່ຈັກ. ແຕ່ຂ້ອຍບໍ່ສົນ,  ຍ່າງໄປເສີຍ. ເຮັດຄືບໍ່ມີຫຍັງເກີດຂຶ້ນ.  


ມື້ໜ້າມາກໍເຮັດຄືເກົ່າອີກ. ເຮັດແບບເກົ່າປະມານ ສອງສາມເທື່ອນີ້ລະ.  ຈຶ່ງມາທົດລອງຍ່າງນໍາຫລັງນາງ ຈັກມື້ລອງເບິ່ງ.  ບໍ່ໜ້າເຊື່ອເລີຍ....ໄດ້ຜົນ
!  ເປັນຄັ້ງທໍາອິດທີ່ນາງ ໄຂປະຕູແລ້ວຈັບປະຕູໄວ້ໃຫ້ຂ້ອຍ.  ບໍ່ພຽງແຕ່ນາງເຮັດແບບນັ້ນກັບຂ້ອຍ ນາງເລິ່ມເຮັດ ແບບນັ້ນກັບທຸກຄົນອີກ.  ນອກຈາກຈະໄດ້ຜົນ ກັບນາງແລ້ວ ໝູ່ຄົນຈີນຂອງນາງກໍພາກັນເຮັດຕາມໆ ກັນໄປ.  ສົງໄສຄືຊິໄປສອນກັນເອງ.  ຮືມມ...ບາງເທື່ອ ວິທີສອນຄົນຢາກໃຫ້ເຂົາເຮັດຄືເຮົາ, ເຮົາກໍຕ້ອງເປັນເຂົາ, ແລ້ວເຮັດຄືເຂົາໃຫ້ເຂົາເຫັນໃນສິ່ງທີ່ເຂົາເຮັດວ່າສົມຄວນຫລືບໍ່.  ວິທີນີ້ແມ່ນສອນໃຫ້ຜູ້ກ່ຽວຮູ້ສຶກຕົວໄປໃນຕົວເອງເລີຍ. ໂດຍເຮົາບໍ່ຈໍາເປັນຕ້ອງໄປເວົ້າໄປສອນເຂົາ...ຕ່າງວັດທະນະທໍາ, ແຕ່ງແນວຄິດ. ເຮົາເອງອາດກາຍເປັນຄົນເສຍມາລະຍາດຊັ້ນຕົ່ວລະ. ແລ້ວຢ່າລືມ ເວລາເຮົາເຂົ້າ ບ້ານຕາເຫຼ່ວ ຢ່າລືມເຫຼ່ວຕາຕາມເດີ ເພື່ອນໆນັກອ່ານ ທຸກຄົນ.

ຈົບ.   
3/4/2016


No comments:

Post a Comment