Thursday, March 23, 2017

ຄຸນສົມບັດຂອງຜູ້ນໍາທີ່ດີ

ຖ້າຢາກເປັນຜູ້ນໍາທີ່ເກັ່ງຕ້ອງມີຄຸນສົມບັດຫຼືທັກສະຢ່າງໜ້ອຍສິບຂໍ້ດັ່ງຕໍ່ໄປນີ້:

1.  ການສື່ສານ, ຜູ້ນໍາຕ້ອງສາມາດສື່ສານກັບລູກນ້ອງໄດ້ງ່າຍ ບໍ່ວ່າຈະເປັນການສື່ສານໃນກໍລະນີໃດໆ. ການຍອມຮັບຟັງບັນຫາແລະ ການອະທິບາຍບັນຫາໃຫ້ໄດ້ໃນທຸກເລຶ່ອງ. 
2.  ສິ່ງບັນດານໃຈ, ຜູ້ນໍາຈໍາເປັນຕ້ອງມີທັກສະໃນການ ຈູງແຮງບັນດານໃຈລູກນ້ອງໃຫ້ກະຕືລືລົ້ນ, ໃຫ້ມີຄວາມຮັກໃນໜ້າທີ່, ມີຄວາມຮັບຜິດຊອບຕໍ່ໜ້າທີ່ ແລະສ້າງສິ່ງດົນບັນດານໃຈໃຫ້ກັບລູກນ້ອງ ເພື່ອພັດທະນາກ້າວໜ້າໄປເລື່ອຍໆ. 
3. ການກະຈາຍພາລະ, ຜູ້ນໍາຕ້ອງຮູ້ຈັກໃຊ້ລູກນ້ອງໃຫ້ເປັນປະໂຫຍດ. ຝຶກຝົນລູກນ້ອງໃຫ້ມີທັກສະ ແລະມອບໝາຍວຽກໃຫ້ເຂົາເຮັດຕາມທັກສະທີ່ເຂົາມີ.  ການກະຈາຍວຽກງານ ແລະໜ້າທີ່ໃຫ້ກັບທຸກຂະແໜງການໃຫ້ປະຕິບັດຕາມໜ້າທີຕົນເອງຢ່າງເຕັມເໝັດເຕັມໜ່ວຍຖືວ່າ ເປັນວິທີບໍລິຫານທີ່ເປັນເລີດ. ຜູ້ນໍາທີ່ສະຫຼາດຕ້ອງຮູ້ຈັກໃຊ້ຄົນທີ່ເກັ່ງກວ່າ. ດັ່ງສຸພາສິດກ່າວໄວ້ວ່າໄມ້ລໍາດຽວລ້ອມຮົ້ວບໍ່ຄ່ອຍໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ. ຖ້າເຮົາບໍ່ກ້າໃຊ້ຄົນອື່ນເພາະຢ້ານເຂົາໄດ້ໜ້າໄດ້ຕາ ຫຼືເຮັດໄດ້ດີກວ່າເຮົາ. ອັນໃດກໍເກັບໄວ້ເຮັດຄົນດຽວ ຈະປະສົບຜົນສໍາເລັດໄດ້ຍາກ
4.  ຄວາມຄິດບວກ, ຜູ້ນໍາຕ້ອງເປັນຄົນມີແນວຄິດບວກສະເໝີ ບໍ່ວ່າໃນກໍລະນີໃດໆ. ຕ້ອງຮູ້ຈັກຜັນປ່ຽນບັນຫາລົບໃຫ້ເປັນບວກ. ບໍ່ໂຈມຕີແຕ່ຕໍານິເພື່ອກໍ່ໃຫ້ເປັນປະໂຫຍດ. ຕ້ອງເບິ່ງທຸກບັນຫາຄືການທ້າທາຍ. ສ້າງສະຖານະການທຸກສະຖານະການໃຫ້ເປັນສີສັນເພື່ອ ດຶງດູດເອົາແນວຄິດຂອງແຕ່ລະຝ່າຍ ມານໍາໃຊ້ໃຫ້ເປັນປະໂຫຍດ.  
5.  ຄວາມໄວ້ເນືອເຊື່ອໃຈ, ທຸກຄົນຕ້ອງການຄວາມໄວ້ເນື້ອເຊື່ອໃຈ ຈາກຜູ້ນໍາທັງນັ້ນ. ຖ້າເຮົາມີຄວາມເຊື່ອຖືໄດ້ ລູກນ້ອງເຮົາກໍຈະນັບຖືເຮົາ. ເຮົາຕ້ອງເປັນຄົນເປີດກວ້າງ, ແລະຊື່ສັດ. ໃຫ້ກຽດແລະນັບຖືລູກນ້ອງທຸກຄົນ ເພາະເຂົາຈະໃຫ້ກຽດແລະນັບຖືເຮົາເຊັນກັນ. 
6.  ຄວາມສ້າງສັນ, ຜູ້ນໍາຄືຜູ້ຮັບຜິດຊອບການຢູ່ລອດ ແລະການພັດທະນາທຸກສິ່ງ. ສະນັ້ນເຮົາຕ້ອງມີແນວຄິດສ້າງສັນຕະຫຼອດ. ຕ້ອງມີແນວຄິດພັດທະນາທຸກບາດກ້າວ ໃຫ້ທັນໂລກາວິວັດ. ສໍາຄັນຕ້ອງສາມາດຄິດນອກກອບ ຫຼືພາສາອັງກິດເຂົາເອີ້ນວ່າ Be able to think outside of the box.  ຖ້າເຮົາສາມາດຄິດແບບນັ້ນໄດ້ ເຮົາກໍຈະຮູ້ວ່າວິທີແກ້ບັນຫາບໍ່ມີແຕ່ວິທີດຽວ.
7.  ການຮັບຂໍ້ສະເໜີ, ຜູ້ນໍາຕ້ອງສາມາດຮັບເອົາຄໍາຕິຊົມ ແລະຂໍ້ສະເໜີທຸກຂໍ້ເພື່ອພິຈາລະນາ. ເພາະທຸຸກຄໍາຕິຊົມບໍ່ວ່າຮ້າຍຫຼືດີຄືການປະເມີນຜົນການນໍາຂອງເຮົາ. ຖ້າເຮົາບໍ່ຮັບເອົາຄໍາຕໍານິ ຕິຊົມຈາກຄົນອື່ນແລ້ວເຮົາຈະຮູ້ໄດ້ແນວໃດວ່າການນໍາຂອງເຮົາມີ ຜົນເສຍໃນດ້ານໃດແດ່? ນະໂຍບາຍທຸກນະໂຍບາຍທີ່ເຮົາວາງອອກໄປ ແມ່ນເພື່ອຄົນອື່ນນໍາໃຊ້. ຖ້າເຮົາບໍ່ຟັງຄໍາເຫັນຂອງ ຄົນທີ່ໃຊ້ັມັນແລ້ວເຮົາຈະໄປຮູ້ໄດ້ແນວໃດວ່າມັນໄດ້ຜົນຫຼືບໍ່? 
8.  ຄວາມຮັບຜິດຊອບ, ຜູ້ນໍາຄືຜູ້ັຮັບຜິດຊອບຄວາມສໍາເລັດ ແລະລົ້ມເຫຼວຂອງອົງກອນ. ສະນັ້ນເຮົາຕ້ອງມີຄວາມຮັບຜິດຊອບສູງ, ສາມາດ ແລະເຕັມໃຈຍອມຮັບເອົາທຸກຢ່າງ ບໍ່ວ່າຈະເປັນການລົ້ມເຫຼວຫຼືສໍາເລັດ. ການລົ້ມເຫຼວຫຼືສໍາເລັດແມ່ນຂຶ້ນຢູ່ກັບຍຸທິວິທີບໍລິຫານຂອງເຮົາ, ຂຶ້ນກັບນະໂຍບາຍຂອງເຮົາສະນັ້ນ ເມື່ອສິ່ງໃດລົ້ມເຫຼວຫຼືຜິດພາດກໍຢ່າໄປໂທດ ຫຼືໂຍນຄວາມຜິດໃຫ້ຜູ້ນັ້ນຜູ້ນີ້, ຖ້າລູກນ້ອງເຮັດຜິດ ເຮົາກໍຕ້ອງຮັບຜິດຊອບແທນເພາະ ເຮົາເປັນນາຍເຂົາ. ເຂົາທໍາຜິດກໍຍ້ອນເຮົາສອນວຽກເຂົາບໍ່ດີເອງຫຼືປົກຄອງລູກນ້ອງບໍ່ດີ.  ຫຼືເຮົາສ້າງລະບົບບໍລິຫານບໍ່ໄດ້ມາດຕະຖານຈຶ່ງເກີດການຜິດພາດ. 
9. ຄວາມເອົາໃຈໃສ່, ຜູ້ນໍາຕ້ອງເອົາໃຈໃສ່ແລະຕິດຕາມ ທຸກນະໂຍບາຍທີ່ວາງອອກ. ແຕ່ລະປີຕ້ອງມີການປະເມີນຜົນເສຍຜົນໄດ້ ແລ້ວນໍາມາປັບປຸງແກ້ໄຂ. ຕ້ອງເປັນແບບຢ່າງໃນການເຮັດວຽກ. ຕົວຢາງ ເຂົ້າມາເຮັດວຽກກ່ອນເວລາ, ພັກຕາມເວລາພັກ ປະຕິບັດຕາມກົດລະບຽບຂອງອົງກອນທຸກກົດ.  ຖ້າຢາກໃຫ້ລູກນ້ອງປະຕິບັດແບບນັ້ນ, ເຮົາຕ້ອງເປັນຜູ້ພາເຂົາປະຕິບັດ. ເປັນແບບຢ່າງ. 
10.  ຊີ້ນມາປາໄປ, ຜູ້ນໍາຕ້ອງຮູ້ຈັກຮັກສາມິດຕະພາບອັນດີງາມ. ຮູ້ຈັກແຍກແຍະເຫດຜົນ. ບໍ່ວ່າກໍລະນີໃດໆ ຖ້າເຂົາເອົາຊີ້ນມາໃຫ້, ເຮົາກໍຢ່າລືມເອົາປາໃຫ້ເຂົາເຊັ່ນກັນ. ນີ້ຖືວ່າເປັນວັດທະນະທໍາມາລະຍາດອັນດີງາມ ສາມາດສ້າງຄວາມສໍາພັນໄວ້ໄດ້ດີ ບໍ່ວ່າຈະເປັນສັດຕູຫຼືເພື່ອນ.  ເພາະເຮົາບໍ່ສາມາດຮູ້ໄດ້ວ່າເພື່ອນມື້ນີ້ອາດເປັນສັດຕູເຮົາໃນມື້ໜ້າ, ສັດຕູໃນມື້ນີ້ອາດເປັນເພື່ອນໃນມື້ໜ້າກໍເປັນໄດ້. ບໍ່ມີສິ່ງໃດຈີລັງແນ່ນອນ.  ສະນັ້ນຢ່າໄດ້ຟ້າວຕັດຄວາມສໍາພັນຫຼືມອງ້າມສິ່ງທີ່ເປັນຖັງຂີ້ເຫຍືອໃນມື້ນີ້ ເຮົາບໍ່ຮູ້ດອກວ່າອະນາຄົດມັນອາດຈະເປັນທະນາຄານໃຫ້ເຮົາກໍເປັນໄດ້.  ບູຮານເພິ່ນວ່າ ສ້າງມິດດີກວ່າສັດຕູ, ແມ່ນແຕ່ສັດຕູກໍເປັນມິດໄດ້.  ຮູ້ເຂົາຮູ້ເຮົາ ເປັນມິດທັງອງດີກວ່າໜຶ່ງ. ເພາະຖ້າເຮົາລົ້ມຈາກໜຶ່ງເຮົາຍັງມີສອງທີ່ຈະປະຄອງເຮົາຂຶ້ນໄດ້.  ປະການສໍາຄັນ, ຜູ້ນໍາຕ້ອງຮູ້ຈັກບຸນຄຸນຄົນ. ຮູ້ຈັກຮັບ, ຮູ້ຈັກໃຫ້, ຮູ້ຈັກຕອບແທນ, ຄົນໃດເຄີຍເຮັດດີກັບເຮົາ, ເຮົາຕ້ອງຫາໂອກາດເຮັດດີຕອບແທນ.  ຕ້ອງເບິ່ງທຸກຄົນທຸກກໍລະນີ ທຸກສະຖານະການຄືຜົນປະໂຫຍດຂອງເຮົາທັງນັ້ນຈຶ່ງຈະເປັນຜູ້ນໍາທີ່ດີເລີດ.  
 
ປສ.

Tuesday, March 21, 2017

ການປຸກຈິດສັງຄົມ ຕ້ອງເລິ່ມດ້ວຍເຮົາເອງ?

ບາງເທື່ອອ່ານການຂຽນປະຫວັດສາດບາງສະບັບແລ້ວກໍຈົນຂົນຫົວລຸກ. ຂຽນມະໂນພາບເອົາຈົນຈະປຸກຈິດລູກຫຼານຄຽດແຄ້ນກຽດຊັງຕ່າງຊາດໄປຊົ່ວກາລະນານ. ນີ້ບໍຊາວພຸດ? ການຂຽນລະນຶກວັນສໍາຄັນກໍຂຽນໃຫ້ມັນເປັນກາງ, ພໍດີພໍງາມ. ຂຽນກ່ຽວກັບເລຶ່ອງທີ່ເກີດຂຶ້ນ. ຈຸດເກີດເຫດ, ສາເຫດ ແລະບົດບາດຂອງແຕ່ລະຄົນກໍພໍແລ້ວ. ບໍ່ຈໍາເປັນຕ້ອງສ້າງພາບເອົາຈົນຂົນຫົວລູກປານນັ້ນ. ການຂຽນປະຫວັດສາດແບບລ້າງສະໝອງໃຫ້ຈົມປັກກັບອາດີດ ແລະປູກຝັງຄວາມຄຽດແຄ້ນແບບນີ້ສົມຄວນເຊົາໄດ້ແລ້ວ. ມັນບໍ່ດີສໍາລັບສັງຄົມ. ບໍ່ຊ່ວຍຫຍັງສໍາລັບການປຸກຈິດສໍານຶກຂອງສັງຄົມໃຫ້ຮັກຊາດ. ເພາະການຂຽນຂອງເຮົາແມ່ນເປັນການຂຽນຊອຍຫອມໃສ່ປາກໂຕເອງ, ຍົກໂທດໃຫ້ແຕ່ຊາດອື່ນ. ເຮົາບໍ່ເຄີຍຂຽນກ່າວເຖິງການຍອມຮັບຜິດໃນສິ່ງທີ່ຄົນລາວເຮົາເອງກະທໍາ. ບໍ່ເຄີຍສອນໃຫ້ສັງຄົມຮູ້ຈັກຄວາມຮັບຜິດຊອບໃນສິ່ງທີ່ເຮົາກະທໍາໃນອາດີດແລ້ວເອົາມາເປັນບົດຮຽນໃນການສ້າງສາປະເທດຊາດ. ບໍ່ເຄີຍຂຽນແບບນັ້ນ. ຂຽນເອົາແຕ່ໂທດຊາດອື່ນຕະຫຼອດ. ມະໂນພາບຊາດຕົນເອງວ່າດີເດັ່ນມາຕະຫຼອດ. ປິດຂ່າວຮ້າຍພາຍໃນລາຍງານຂ່າວຊົ່ວຕ່າງປະເທດ. ສ້າງພາບໃຫ້ກັບສັງຄົມວ່າຄົນລາວເປັນຄົນຮັກສະງົບບໍ່ມີການປຸ້ນຈີ້, ບໍ່ມີການຂ້າຟັນລັນແທງ. ເຂົ້າວັດຟັງທໍາ ນຸ່ງສິ້ນຕັກບາດ.  ນັ້ນມັນໂລກສະຫວັນໄຮ້ຄວາມຈິງໃນບົນດິນ.  ລາວເຮົາກໍບໍ່ຕ່າງຫຍັງກັບມະນຸດທົ່ວໄປ. ມີຂ້າມີຟັນ, ມີປຸ້ນມີຈີ້ມີຂີ້ລັກມັກໄດ້, ມີລີ້ນຊູ້ຊູຜົວເພິ່ນເມຍທ່ານ. ມີຂີ້ຕົວະ, ມີເນລະຄຸນຄົນ, ມີຄົບຊຸດບໍ່ຕ່າງຫຍັງກັບຊາດອື່ນ.  ດ້ານເຫັນແກ່ຕົວກໍມີມາແຕ່ບູຮານ ຊີງບັນລັງກັນທຸກຍຸກທຸກສະໄໝ. ຂະນາດພະເຈົ້າຟ້າງຸ່ມຜູ້ສ້າງອະນາຈັກລ້ານຊ້າງ ສຸດທ້າຍກໍຍັງຖືກພວກລູກຫຼານ ພວກລາວກັນເອງເນລະເທດໄປຢູ່ບ້ານອື່ນເມືອງອື່ນ.  ເຈົ້າໄຊເສດຖາກໍຖືກພວກລາວກັນເອງຫຼອກໄປຂ້າຖີ້ມຢູ່ພາກໃຕ້. ຫຼວງພຣະບາງຍົກທັບຕີວຽງຈັນ, ວຽງຈັນຍົກທັບຕີຈໍາປາສັກ. ວັງໜ້າຕີວັງຫຼວງ. ຝ່າຍຊ້າຍຕີຝ່າຍຂວາ. ລາວເຮົາມັນມີປະວັດສາດການຄັດແຍ້ງກັນ, ຂ້າກັນເອງມາແຕ່ບູຮານ. ໂຫດຮ້າຍກວ່າຕ່າງຊາດຂ້າລາວເຮົາອີກ. ຖ້າຈະຈາລຶກລາວກະທໍາການໂຫດຮ້າຍກັບລາວກັນເອງນັ້ນ, ສາມາດຈະລຶກໄດ້ສາມສິບມື້ຕໍ່ເດືອນ.  ແຕ່ບໍ່ພາກັນສອນໃຫ້ຮູ້ຮັບຜິດໃນສິ່ງທີ່ຕົນເອງກະທໍາ.  ບໍ່ຍອມຮັບເອົາຄວາມອ່ອນແອຂອງຕົນເປັນປະເດັນປຸກຈິດສໍານຶກໃຫ້ແຂງແກ່ນ.  ສ້າງແຕ່ແນວຄິດຄຽດແຄ້ນ ໂຍນໂທດໃຫ້ກັບຊາດອື່ນ.  ບູຮານເພິ່ນວ່າ ໂທດແຕ່ເຂົາ ເຮົາເປັນທຸກ.  ຜົນທີ່ເຮົາໄດ້ຄື... ສັງຄົມສ່ວນໃຫຍ່ກາຍເປັນສັງຄົມທີ່ດ້ອຍພັດທະນາທາງດ້ານແນວຄິດເປັນຕົ້ນແນວຄິດຄວາມຮັບຜິດຊອບຕໍ່ຊາດຕົນເອງ. ຈະເຫັນໄດ້ໃນການບໍ່ມັກປະຕິບັດຕາມລະບຽບ. ເປັນສັງຄົມມັກງ່າຍ. ເຫັນແກ່ຕົວ ບໍ່ສົນໃຈຄວາມເດືອດຮ້ອນສ່ວນລວມ. ຕົວຢ່າງ ການຖິ້ມຂີ້ເຫຍືອຊະຊາຍ. ການຂັບລົດບໍ່ເປັນລະບຽບ. ການບໍ່ຫົວໃສ່ໃຈຊາຕໍ່ໜ້າທີການງານ.   

ແຕ່ດ້ານຄວາມຄິດຄຽດແຄ້ນຕໍ່ຊາດອື່ນນັ້ນເກັ່ງໂພດເຊັ່ນ: ການສໍາຫຼວດສະຖິຕິໃນປີ 2015 ອອກມາຫວ່າງສອງສາມວັນກ່ອນ ບອກວ່າ ມີເດັກນ້ອຍຄົນລາວອາຍຸຕໍ່າກວ່າ 5 ປີ ລົ້ມຕາຍຍ້ອນຂາດໂພສະນາການຫຼືຂາດອາຫານ ປະມານ 6000 ຄົນຕໍ່ປີ.  ຫົກພັນຄົນຕໍ່ປີນັ້ນມັນບໍ່ແມ່ນບັນຫາທໍາມະດາແລ້ວ. ແຕ່ສັງຄົມບໍ່ສົນໃຈ, ບໍ່ຄຽດບໍ່ແຄ້ນບໍ່ມີຈິດໃຈຈະຄົ້ນຄິດຊອກຫາວິທີແກ້ໄຂ. ການລົ້ມຕາຍໃນຖະໜົນຫົນທາງກໍເຊັ່ນກັນ. ຕາຍແຕ່ລະເດືອນເປັນຮ້ອຍເປັນສິບ. ແຕ່ສັງຄົມບໍ່ໃຫ້ຄວາມສົນໃຈ ແຕ່ພໍໄດ້ອ່ານຂ່າວ ວ່າ ມີຄົນລາວຕາຍຫຼືບາດເຈັບຈາກລະເບີດຕ່າງຊາດ (ທີ່ຍັງບໍ່ທັນຮູ້ປາຍສາຍເຫດວ່າລະເບີດມາຈາກໃສ ຊໍ້າ) ກໍພາກັນອອກມາດ່າອະເມຣິກາ ກັນກະທຶກນຶກນອງ. 

ນັກຂ່າວ, ນັກວິຊາການລາວ, ນັກການເມືອງລາວ, ພະນະທ່ານທັງຫຼາຍ, ທ່ານ ດຣ ລາວທັງຫຼາຍ. ນັກປັນຍາຊົນລາວທັງຫຼາຍ ພວກທ່ານເຫັນພາບຜິດປົກກະຕິຕໍ່ສັງຄົມລາວຫຼືບໍ່?  ປັດຈຸບັນສັງຄົມລາວເຮົາກໍາລັງເບິ່ງບັນຫາບຸລະມະສິດບໍ່ເປັນ.  ບໍ່ຮູ້ຈັກແຍກແຍະບັນຫາໃຫຍ່ນ້ອຍ. ບໍ່ຮູ້ຈັກວິເຄາະວິໄຈບັນຫາທີ່ສໍາຄັນ. ເປັນສັງຄົມທີ່ມີຊັບພະຍາກອນມະນຸດຂາດຄຸນນະພາບ ຢ່າງມະຫັນ. ເປັນແບບນີ້ແລ້ວປະເທດຈະພັດທະນາໄດ້ແນວໃດ?  ແນ່ນອນ, ເລຶ່ອງພັດທະນາມັນກໍຫາກພັດທະນາໄດ້ແທ້ ແຕ່ແມ່ນຕ່າງຊາດເປັນຜູ້ພັດທະນາປະເທດລາວ.  ດັ່ງທີ່ເຮົາເຫັນບໍລິສັດຈີນ, ຫວຽດ, ໄທ, ຍິປຸ່ນເຕັມປະເທດ. ນັກວິຊາການເກັ່ງໆໃນລາວກໍມີແຕ່ຕ່າງຊາດ. ສຸດທ້າຍຕ່າງຊາດກໍເປັນນາຍ. ສ່ວນລາວເຮົາກໍເປັນຂ້ອຍຂ້າ, ເປັນທາດຮັບໃຊ້ຕ່າງຊາດຕາມເຄີຍ.  ເພາະຍ້ອນພວກເຮົາພາກັນສອນລູກບໍ່ເປັນ.  ສອນໃຫ້ເປັນຄົນອ່ອນແອ ໂທດແຕ່ຊາດອື່ນ ສອນໃຫ້ຮູ້ແຕ່ວ່າໂຕເອງເປັນຜູ້ຮັບເຄາະ ແຕ່ບໍ່ເຄີຍສອນເລຶ່ອງໂຕເອງສ້າງເຄາະ ເຮັດໃດ ເຮົາຈະຮູ້ຈັກພັດທະນາຕົນເອງ ໃນເມື່ອເຮົາບໍ່ເຄິຍຮຽນຮູ້ຈຸດຮ້າຍຂອງຕົນເອງ ອັນໃດກໍວ່າດີໝົດ? 

ປສ