ບາງເທື່ອອ່ານການຂຽນປະຫວັດສາດບາງສະບັບແລ້ວກໍຈົນຂົນຫົວລຸກ. ຂຽນມະໂນພາບເອົາຈົນຈະປຸກຈິດລູກຫຼານຄຽດແຄ້ນກຽດຊັງຕ່າງຊາດໄປຊົ່ວກາລະນານ.
ນີ້ບໍຊາວພຸດ? ການຂຽນລະນຶກວັນສໍາຄັນກໍຂຽນໃຫ້ມັນເປັນກາງ, ພໍດີພໍງາມ.
ຂຽນກ່ຽວກັບເລຶ່ອງທີ່ເກີດຂຶ້ນ. ຈຸດເກີດເຫດ, ສາເຫດ ແລະບົດບາດຂອງແຕ່ລະຄົນກໍພໍແລ້ວ.
ບໍ່ຈໍາເປັນຕ້ອງສ້າງພາບເອົາຈົນຂົນຫົວລູກປານນັ້ນ. ການຂຽນປະຫວັດສາດແບບລ້າງສະໝອງໃຫ້ຈົມປັກກັບອາດີດ
ແລະປູກຝັງຄວາມຄຽດແຄ້ນແບບນີ້ສົມຄວນເຊົາໄດ້ແລ້ວ. ມັນບໍ່ດີສໍາລັບສັງຄົມ.
ບໍ່ຊ່ວຍຫຍັງສໍາລັບການປຸກຈິດສໍານຶກຂອງສັງຄົມໃຫ້ຮັກຊາດ. ເພາະການຂຽນຂອງເຮົາແມ່ນເປັນການຂຽນຊອຍຫອມໃສ່ປາກໂຕເອງ,
ຍົກໂທດໃຫ້ແຕ່ຊາດອື່ນ. ເຮົາບໍ່ເຄີຍຂຽນກ່າວເຖິງການຍອມຮັບຜິດໃນສິ່ງທີ່ຄົນລາວເຮົາເອງກະທໍາ.
ບໍ່ເຄີຍສອນໃຫ້ສັງຄົມຮູ້ຈັກຄວາມຮັບຜິດຊອບໃນສິ່ງທີ່ເຮົາກະທໍາໃນອາດີດແລ້ວເອົາມາເປັນບົດຮຽນໃນການສ້າງສາປະເທດຊາດ.
ບໍ່ເຄີຍຂຽນແບບນັ້ນ. ຂຽນເອົາແຕ່ໂທດຊາດອື່ນຕະຫຼອດ. ມະໂນພາບຊາດຕົນເອງວ່າດີເດັ່ນມາຕະຫຼອດ.
ປິດຂ່າວຮ້າຍພາຍໃນລາຍງານຂ່າວຊົ່ວຕ່າງປະເທດ. ສ້າງພາບໃຫ້ກັບສັງຄົມວ່າຄົນລາວເປັນຄົນຮັກສະງົບບໍ່ມີການປຸ້ນຈີ້,
ບໍ່ມີການຂ້າຟັນລັນແທງ. ເຂົ້າວັດຟັງທໍາ ນຸ່ງສິ້ນຕັກບາດ. ນັ້ນມັນໂລກສະຫວັນໄຮ້ຄວາມຈິງໃນບົນດິນ. ລາວເຮົາກໍບໍ່ຕ່າງຫຍັງກັບມະນຸດທົ່ວໄປ. ມີຂ້າມີຟັນ,
ມີປຸ້ນມີຈີ້ມີຂີ້ລັກມັກໄດ້, ມີລີ້ນຊູ້ຊູຜົວເພິ່ນເມຍທ່ານ. ມີຂີ້ຕົວະ, ມີເນລະຄຸນຄົນ, ມີຄົບຊຸດບໍ່ຕ່າງຫຍັງກັບຊາດອື່ນ. ດ້ານເຫັນແກ່ຕົວກໍມີມາແຕ່ບູຮານ ຊີງບັນລັງກັນທຸກຍຸກທຸກສະໄໝ.
ຂະນາດພະເຈົ້າຟ້າງຸ່ມຜູ້ສ້າງອະນາຈັກລ້ານຊ້າງ ສຸດທ້າຍກໍຍັງຖືກພວກລູກຫຼານ ພວກລາວກັນເອງເນລະເທດໄປຢູ່ບ້ານອື່ນເມືອງອື່ນ.
ເຈົ້າໄຊເສດຖາກໍຖືກພວກລາວກັນເອງຫຼອກໄປຂ້າຖີ້ມຢູ່ພາກໃຕ້.
ຫຼວງພຣະບາງຍົກທັບຕີວຽງຈັນ, ວຽງຈັນຍົກທັບຕີຈໍາປາສັກ. ວັງໜ້າຕີວັງຫຼວງ. ຝ່າຍຊ້າຍຕີຝ່າຍຂວາ.
ລາວເຮົາມັນມີປະວັດສາດການຄັດແຍ້ງກັນ, ຂ້າກັນເອງມາແຕ່ບູຮານ. ໂຫດຮ້າຍກວ່າຕ່າງຊາດຂ້າລາວເຮົາອີກ.
ຖ້າຈະຈາລຶກລາວກະທໍາການໂຫດຮ້າຍກັບລາວກັນເອງນັ້ນ, ສາມາດຈະລຶກໄດ້ສາມສິບມື້ຕໍ່ເດືອນ. ແຕ່ບໍ່ພາກັນສອນໃຫ້ຮູ້ຮັບຜິດໃນສິ່ງທີ່ຕົນເອງກະທໍາ. ບໍ່ຍອມຮັບເອົາຄວາມອ່ອນແອຂອງຕົນເປັນປະເດັນປຸກຈິດສໍານຶກໃຫ້ແຂງແກ່ນ. ສ້າງແຕ່ແນວຄິດຄຽດແຄ້ນ ໂຍນໂທດໃຫ້ກັບຊາດອື່ນ. ບູຮານເພິ່ນວ່າ ໂທດແຕ່ເຂົາ ເຮົາເປັນທຸກ. ຜົນທີ່ເຮົາໄດ້ຄື... ສັງຄົມສ່ວນໃຫຍ່ກາຍເປັນສັງຄົມທີ່ດ້ອຍພັດທະນາທາງດ້ານແນວຄິດເປັນຕົ້ນແນວຄິດຄວາມຮັບຜິດຊອບຕໍ່ຊາດຕົນເອງ.
ຈະເຫັນໄດ້ໃນການບໍ່ມັກປະຕິບັດຕາມລະບຽບ. ເປັນສັງຄົມມັກງ່າຍ. ເຫັນແກ່ຕົວ ບໍ່ສົນໃຈຄວາມເດືອດຮ້ອນສ່ວນລວມ.
ຕົວຢ່າງ ການຖິ້ມຂີ້ເຫຍືອຊະຊາຍ. ການຂັບລົດບໍ່ເປັນລະບຽບ. ການບໍ່ຫົວໃສ່ໃຈຊາຕໍ່ໜ້າທີການງານ.
ແຕ່ດ້ານຄວາມຄິດຄຽດແຄ້ນຕໍ່ຊາດອື່ນນັ້ນເກັ່ງໂພດເຊັ່ນ:
ການສໍາຫຼວດສະຖິຕິໃນປີ 2015 ອອກມາຫວ່າງສອງສາມວັນກ່ອນ
ບອກວ່າ ມີເດັກນ້ອຍຄົນລາວອາຍຸຕໍ່າກວ່າ 5 ປີ
ລົ້ມຕາຍຍ້ອນຂາດໂພສະນາການຫຼືຂາດອາຫານ ປະມານ 6000 ຄົນຕໍ່ປີ. ຫົກພັນຄົນຕໍ່ປີນັ້ນມັນບໍ່ແມ່ນບັນຫາທໍາມະດາແລ້ວ.
ແຕ່ສັງຄົມບໍ່ສົນໃຈ, ບໍ່ຄຽດບໍ່ແຄ້ນບໍ່ມີຈິດໃຈຈະຄົ້ນຄິດຊອກຫາວິທີແກ້ໄຂ.
ການລົ້ມຕາຍໃນຖະໜົນຫົນທາງກໍເຊັ່ນກັນ. ຕາຍແຕ່ລະເດືອນເປັນຮ້ອຍເປັນສິບ. ແຕ່ສັງຄົມບໍ່ໃຫ້ຄວາມສົນໃຈ
ແຕ່ພໍໄດ້ອ່ານຂ່າວ ວ່າ ມີຄົນລາວຕາຍຫຼືບາດເຈັບຈາກລະເບີດຕ່າງຊາດ (ທີ່ຍັງບໍ່ທັນຮູ້ປາຍສາຍເຫດວ່າລະເບີດມາຈາກໃສ ຊໍ້າ) ກໍພາກັນອອກມາດ່າອະເມຣິກາ ກັນກະທຶກນຶກນອງ.
ນັກຂ່າວ, ນັກວິຊາການລາວ,
ນັກການເມືອງລາວ, ພະນະທ່ານທັງຫຼາຍ, ທ່ານ ດຣ ລາວທັງຫຼາຍ. ນັກປັນຍາຊົນລາວທັງຫຼາຍ ພວກທ່ານເຫັນພາບຜິດປົກກະຕິຕໍ່ສັງຄົມລາວຫຼືບໍ່? ປັດຈຸບັນສັງຄົມລາວເຮົາກໍາລັງເບິ່ງບັນຫາບຸລະມະສິດບໍ່ເປັນ.
ບໍ່ຮູ້ຈັກແຍກແຍະບັນຫາໃຫຍ່ນ້ອຍ.
ບໍ່ຮູ້ຈັກວິເຄາະວິໄຈບັນຫາທີ່ສໍາຄັນ. ເປັນສັງຄົມທີ່ມີຊັບພະຍາກອນມະນຸດຂາດຄຸນນະພາບ
ຢ່າງມະຫັນ. ເປັນແບບນີ້ແລ້ວປະເທດຈະພັດທະນາໄດ້ແນວໃດ? ແນ່ນອນ, ເລຶ່ອງພັດທະນາມັນກໍຫາກພັດທະນາໄດ້ແທ້ ແຕ່ແມ່ນຕ່າງຊາດເປັນຜູ້ພັດທະນາປະເທດລາວ. ດັ່ງທີ່ເຮົາເຫັນບໍລິສັດຈີນ, ຫວຽດ, ໄທ, ຍິປຸ່ນເຕັມປະເທດ. ນັກວິຊາການເກັ່ງໆໃນລາວກໍມີແຕ່ຕ່າງຊາດ. ສຸດທ້າຍຕ່າງຊາດກໍເປັນນາຍ. ສ່ວນລາວເຮົາກໍເປັນຂ້ອຍຂ້າ,
ເປັນທາດຮັບໃຊ້ຕ່າງຊາດຕາມເຄີຍ. ເພາະຍ້ອນພວກເຮົາພາກັນສອນລູກບໍ່ເປັນ. ສອນໃຫ້ເປັນຄົນອ່ອນແອ ໂທດແຕ່ຊາດອື່ນ ສອນໃຫ້ຮູ້ແຕ່ວ່າໂຕເອງເປັນຜູ້ຮັບເຄາະ ແຕ່ບໍ່ເຄີຍສອນເລຶ່ອງໂຕເອງສ້າງເຄາະ ເຮັດໃດ ເຮົາຈະຮູ້ຈັກພັດທະນາຕົນເອງ ໃນເມື່ອເຮົາບໍ່ເຄິຍຮຽນຮູ້ຈຸດຮ້າຍຂອງຕົນເອງ ອັນໃດກໍວ່າດີໝົດ?
ປສ
No comments:
Post a Comment