Monday, March 2, 2015

ບົດຄວາມ: ທໍາໃຈ



ທໍາໃຈ, ຄໍານີ້ເຫັນໃຊ້ກັນຕະຫລອດເຊິ່ງ ຫມາຍເຖິງ ເວລາເຮົາອົກຫັກ, ເຈັບໃຈ, ເສຍໃຈກັບສິ່ງໃດຫນຶ່ງທີ່ເຮົາເຄີຍຜູກພັນ, ຜູກມັດພົວພັນ ບໍ່ວ່າຈະໃນກໍລະນີຄວາມຮັກ ລະຫວ່າງບ່າວສາວ, ຜົວເມຍ ຫລືຄອບຄົວ ເວົ້າງ່າຍໆກໍ່ຄື ການສູນເສຍສິ່ງທີ່ເຮົາຮັກ, ສິ່ງທີ່ເຮົາເຄົາລົບ ແລະຖະຫນຸຖະຫນອມໄປ. ອາການຂອງການສູນເສຍດັ່ງກ່າວຈະເຮັດໃຫ້ເຮົາໂສກເສົ້າເສຍໃຈ, ແລະໄລຍະເວລາດຽວກັນນັ້ນ ເຮົາກໍ່ຕ້ອງໄດ້ ຍອມຮັບກັບສິ່ງທີ່ເກີດຂຶ້ນ ແລ້ວຕໍ່ສູ້ກັບຊີວິດຕໍ່ໄປ, ຊ້ວງເວລາຍອມຮັບແມ່ນ ເອີ້ນວ່າ ທໍາໃຈ ຫລືການກະທໍາໃຈໃຫ້ໄດ້, ເຮັດໃຈໃຫ້ໄດ້. ເຊັ່ນຫລາຍຄັ້ງເຮົາມັກຈະປອບໃຈຫມູ່ເພື່ອນຕອນ ເວລາໂສກເສົ້າເສຍໃຈບໍ່ວ່າກໍລະນີໃດໆ ກໍ່ຈະມັກເວົ້າວ່າ, ຈັ່ງໃດກະຕ້ອງທໍາໃຈເດີ, ເຮັດໃຈໃຫ້ໄດ້ເດີ, ຖືວ່າເປັນກໍາເວນຂອງເຮົາກະແລ້ວກັນ ຫລືໃນກໍລະນີ ອົກຫັກຫລືຜິດຫວັງຈາກຄວາມຮັກກໍ່ຈະວ່າ ຢ່າມັນເທາະສ່ຽວເອີຍ, ຄາດບໍ່ແມ່ນຂອງເຮົາ, ທໍາໃຈສະ. ຄໍາວ່າ ທໍາໃຈໃນກໍລະນີຂ້າງເທີງທີ່ກ່າວມານັ້ນ ຖ້າທຽບໃສ່ຄໍາສັບໃນ ພາສາອັງກິດຄິດວ່າອາດຈະເຫມາະກັບຄໍາ: recuperate, heal, recovery, mend ຫລາຍກວ່າ ເຊິ່ງຄໍາເຫລົ່ານີ້ມັກຈະໃຊ້ໃນຊ້ວງເວລາມີການ grief, bereave, pain, sorrow, heartbroken, heartrending, etc.., ເຊັ່ນ: I’m trying to recover from a broken heart.  ຖ້າແປເປັນລາວກໍ່ຄື: ຂ້ອຍກໍາລັງພະຍາຍາມຟື້ນຟູຈິດໃຈຈາກການອົົກຫັກ (ຟື້ນຟູຈິດໃຈ ກໍ່ຄື ທໍາໃຈນັ້ນເອງ) or I have to go away, far away to heal my wounded heart. (ຂ້ອຍຈໍາເປັນຕ້ອງຫລົບຫນີໄປໄກ, ໄກແສນໄກທີ່ສຸດເພື່ອປົວແຜໃຈ (ຄໍາວ່າປົວແຜໃຈກໍ່ຄື ການທໍາໃຈ). ອັນນີ້ແມ່ນການເຂົ້າໃຈສ່ວນຕົວເດີ.

ບັນຫາ ສະກົດຄໍາບໍ່ເປັນເອກະພາບ



ບົດຄວາມ ບັນຫາສະກົດພາສາລາວບໍ່ເປັນເອກະພາບ:
ຍ້ອນຄວາມມັກງ່າຍ ພາໃຫ້ສ້າງບັນຫາ. ຫຼາຍຄົນຄິດວ່າບັນຫາແມ່ນຂຶ້ນຢູ່ກັບຫຼັກໄວຍາກອນ.  ທີ່ຈິງແລ້ວຫຼັກໄວຍາກອນກໍມີສ່ວນ, ແຕ່ຢ່າລືມວ່າຫຼັກໄວຍາກອນບໍ່ແມ່ນພາສາ ມັນເປັນເຄື່ອງມືຫຼືຫຼັກວິທີໜຶ່ງທີ່ເຮົາ ສ້າງຂຶ້ນເພື່ອບັນທຶກພາສາ
(ຖ້ອຍຄໍາ) ແລະການສື່ສານ. ສະນັ້ນເມື່ອເຮົາເບິ່ງບັນຫາດ້ານຂີດຂຽນບໍ່ເປັນເອກະພາບກັນ ເຮົາຕ້ອງເບິ່ງຢູ່ບ່ອນ ຜູ້ຊົມໃຊ້, ຖ້າເຮົາຕັ້ງຄໍາຖາມວ່າ ດ້ວຍເຫດໃດຈຶ່ງຂຽນບໍ່ເປັນເອກະພາບກັນ? ນັກວິຊາການສ່ວນຫຼາຍກໍຈະຕອບກັນໄປໃນທໍານອງນີ້:
1.   ຫຼັກສູດຕ່າງກັນ. ຜູ້ທີ່ໄດ້ຮຽນຫຼັກສູດເກົ່າ, ທີ່ຍັງຍຶດຖືແບບຫຼັກເກົ່າ ກໍພາກັນພະຍາຍາມຮັກສາແບບເກົ່າເດີມໂດຍບໍ່ຍອມປ່ຽນແປງ.  ສ່ວນຜູ້ທີ່ຮຽນຫຼັກສູດໃຫມ່ ກໍສະກົດແບບໃຫມ່ກໍເລີຍ ເຮັດໃຫ້ການສະກົດຄໍາໃນພາສາລາວ ບາງຄໍາບໍ່ຄືກັນ.
2.   ບາງກຸ່ມຄົນບໍ່ເອົາໃຈໃສ່ໃນການຂຽນຄໍາ, ຄິດເອົາເອງຂຽນເອົາເອງໂດຍບໍ່ສົນໃຈຕໍ່ຕໍາລາຫຼັກສູດ. ຂາດຄວາມຮັບຜິດຊອບ. ມັກແບບໃດຂຽນແບບນັ້ນກໍເລີຍສ້າງຄວາມບໍ່ເປັນເອກະພາບ.
3.   ການສຶກສາໄປບໍ່ທົ່ວເຖິງເຂດຊົນນະບົດເປັນຕົ້ນ ຊົນເຜົ່າອື່ນໆ, ການຂິດຂຽນພາສາລາວຂອງກຸ່ມຄົນດັ່ງກ່າວຜິດໆຖືກໆ.  ບາງຄົນຮຽນນໍາວັດ ຂຽນແບບວັດ, ບາງຄົນຮຽນນໍາອາຈານ ວຽດຂຽນແບບວຽດ ຮຽນນໍາຈີນ ຂຽນແບບຈີນ.
4.   ຫຼັກສູດ ແລະ ບົດຮຽນບໍ່ມາດຕະຖານ, ຂາດຄຸນນະພາບ. 
ນັ້ນຄືບັນຫາລວມທີ່ພາໃຫ້ເກີດການສະກົດບໍ່ເປັນເອກະພາບກັນ.
ສ່ວນສະເພາະບັນຫາພາສາລາວໃນຕອນນີ້, ທັດສະນະສ່ວນຕົວແລ້ວ ຖ້າເບິ່ງໄປດ້ານຫຼັກພາສາສາດ ເຮົາຕ້ອງເບິ່ງດ້ານສັງຄົມວິທະຍາພາສາ, ເພາະ ບັນຫາພາສາເກີດຈາກການວິວັດຂອງສັງຄົມ ແລະວັດທະນະທໍາ, ສິ່ງແວດລ້ອມ ເຊິ່ງພາໃຫ້ພາສາປ່ຽນແປງ, ສໍານຽງຜ້ຽນ, ການສູນເສຍຄໍາສັບ, ການເກີດມີຄໍາສັບໃຫມ່ໃຊ້ ແລະອື່ນໆ. ນັ້ນຄືວິວັດທະນາການທີ່ທຸກໆສັງຄົມຫລີກລ້ຽງບໍ່ໄດ້, ແລະລາວເຮົາຕອນນີ້ຍັງບໍ່ທັນມີວິທີ ຫຼືຫຼັກການໃດທີ່ຈະມາຄວບຄຸມກົນຈັກດັ່ງກ່າວນີ້, ຕົວຢ່າງ: ບັນຫາຂາດຄໍາສັບໃຊ້ ເປັນຕົ້ນຄໍາວິທະຍາສາດ, ເຮົາຈະຕ້ອງແກ້ໄຂກັນແນວໃດ? ຕ້ອງຢືມໃຊ້ແບບທັບສັບຫຼືແຜງໃຊ້? ການລະບຸຄໍາສັບໃນວັດຈະນານຸກົມ, ການສ້າງວັດຈະນານຸກົມ, ການສ້າງຫຼັກສູດ ວິຊາຮຽນດ້ານພາສາສາດແບບ ສາກົນ ແລະອື່ນໆ...