Tuesday, January 17, 2017

ການໃຫ້



ການໃຫ້.  ບາງຄົນມີແຕ່ໃຫ້, ແຕ່ບໍ່ເຄີຍຮັບ.  ບາງຄົນມີແຕ່ຮັບແຕ່ບໍ່ເຄີຍໃຫ້?
ກ່ອນອື່ນຂໍອະທິບາຍປັດໄຈການ​ໃຫ້ທານກ່ອນເນາະ. ການໃຫ້ທານ​ເກີດ​ຈາກເຫດປັດໄຈຫຍັງແດ່? ເອົາຕາມພຣະພຸດທະເຈົ້າເລີຍເນາະ.
1.      ​ໃຫ້​ທານ​ຍ້ອນ​ຢາກ​ໄດ້​ຜົນ​ຂອງ​ທານຫຼືຢາກໄດ້ຜົນຕອບແທນ.
2.      ໃຫ້​ທານ​ຍ້ອນ​ຢ້ານຄໍາກໍລະຫາວ່າຂີ້ຖີ່
3.      ໃຫ້​ທານ​ເພື່ອເປັນການຕອບແທນສິ່ງທີ່ເຂົາໃຫ້ເຮົາ
4.      ໃຫ້​ທານ​ຍ້ອນຫວັງ​ວ່າ, ເຮົາ​ໃຫ້​ເຂົາ, ​ເຂົາກໍ​ຈະຕ້ອງໃຫ້ເຮົາ
5.      ໃຫ້​ທານ​ຍ້ອນ​ຄິດ​ວ່າ ​ການ​ໃຫ້​ທານ​ເປັນຄວາມ​ດີ, ໄດ້ບຸນ
6.      ໃຫ້​ທານ​ເພື່ອກຸສົນຊ່ວຍເຫຼືອຜູ້ດ້ອຍກວ່າ
7.      ໃຫ້​ທານເພື່ອ​ຢາກ​ໄດ້​ຊື່​ສຽງ
8.      ໃຫ້​ທານ​ເພື່ອບໍາບັດຈິດໃຈ. ເພື່ອຄວາມສຸກຄວາມສະບາຍໃຈທີ່ໄດ້ໃຫ້ ແລເພື່ອໃຫ້ເກີດສະມາທິແລະປັນຍາ.
9.      ໃຫ້ທານຍ້ອນຄວາມຫລົງ
10.  ໃຫ້ທານຍ້ອນປະເພນີ ພາເຮັດພາທໍາ
11.  ໃຫ້ທານຍ້ອນຢາກຂຶ້ນສະຫວັນຊັ້ນຟ້າ
ນັ້ນຄືສາເຫດຫຼັກໆທີ່ຄົນເຮົາເຊື່ອໃນການໃຫ້. ແລ້ວທ່ານຜູ້ອ່ານເດ? ໃຫ້ເພື່ອສາເຫດໃດ?ຫຼາຍຄົນອາດຈະຕອບຄໍາຖາມແຕກຕ່າງກັນໄປ. ແຕ່ບໍ່ວ່າເຮົາຈະໃຫ້ໃນກໍລະນີໃດໆການໃຫ້ທານຂອງເຮົາແມ່ນເພື່ອຫວັງຜົນປະໂຫຍດໃນສິ່ງໃດໜຶ່ງ ສະເໝີ. ບໍ່ໜ້ອຍກໍຫຼາຍ.  ບໍ່ວ່າທາງກົງຫຼືອ້ອມ. ບໍ່ວ່າຜົນໃນຊາດນີ້ຫຼືຊາດໜ້າ (ຊາດໜ້າຈະມີແທ້ຫຼືບໍຄ່ອຍວ່າກັນພາຍຫລັງເນາະ, ຕອນນີ້ຂໍ້ກ່າວເຖິງໄວ້ກ່ອນ?) ແມ່ນເພື່ອຫວັງຜົນ. ຜົນອາດເປັນສ່ວນຕົວຫຼືສ່ວນລວມ.  ອາດຊ້າຫຼືໄວ, ອາດມາໃນຮູບຜົນທີ່ເຮົາບໍ່ຄາດຝັນ.  ເຊັ່ນຕົວຢ່າງ: ດົນນານມາແລ້ວຜູ້ຂ້າກັບໄປຢາມຄອບຄົວຢູ່ຄາລິຟໍເນຍ, ມີມື້ໜຶ່ງຂັບລົດໄປໃສລະບໍ່ຈື່ ແຕ່ບັງເອີນເຫັນລົດຄັນໜຶ່ງຕາຍຢູ່ກາງທາງຄົນຂັບເປັນຜູ້ຊາຍຄົນເອເຊຍ. ຜູ້ຂ້າສັງເກດເຫັນລົດແຕ່ລະຄັນບໍ່ຍອມຈອດຊ່ວຍ. ສັງຄົມເມກາສ່ວນໃຫຍ່ເປັນກັນແບບນີ້ແທ້. ເປັນຕົ້ນຢູ່ຄາລິຟໍເນຍ ຖ້າເປັນຄົນຕ່າງຊາດ ເອເຊຍ ຫຼື ແມກ ຫຼືຄົນຜີວດໍາແຮງຮ້າຍແມ່ນເປັນຜູ້ຊາຍແດ່ ມີບັນຫາຕາມຖະໜົນຫົນທາງ ຜູ້ຄົນຈະບໍ່ມັກຈອດລົດຊ່ວຍ,  ເພາະເຂົາຢ້ານ. ຜູ້ຂ້າກໍຄິດວ່າຈະບໍ່ຊ່ວຍແຕ່ເຫັນວ່າ ເປັນຄົນເອເຊຍຄືກັນເລີຍຕີລົດກັບມາແລ້ວຖາມຊ່ວຍເຫຼືອ. ຜູ້ກ່ຽວບອກວ່າລົດຕາຍເພາະໝົດນໍ້າມັນ. ຜູ້ຂ້າກໍເລີຍລົງລົດແລ້ວຊ່ວຍຫຍູ້ລົດອອກຈາກກາງທາງ ໄປຈອດໄວ້ແຄມທາງ. ແລ້ວກໍຂັບລົດໄປຊື້ນໍ້າມັນມາໃສ່ໃຫ້.  ຖາມໄປຖາມມາພັດ ບັງເອີນເປັນຄົນລາວຄືກັນຊໍ້າ. ໂຊກສະຕາແທ້ໆ. ຜູ້ຂ້າເອງກໍມັກຊ່ວຍເຫຼືອຄົນລາວຢູ່ແລ້່ວ. ຜູ້ກ່ຽວວ່າຊິເອົາເງິນໃຊ້ແທນຄ່ານໍ້າມັນ. ຜູ້ຂ້າບອກວ່າ ບໍ່ຈໍາເປັນດອກ. ຄົນລາວຄືກັນຊ່ວຍເຫຼືອກັນໄປ. ຜູ້ກ່ຽວຂໍເອົາຊື່ແລະເບີໂທເພື່ອຈະໄດ້ຕິດຕໍ່ຫາ. ຜູ້ຂ້າເລີຍເອົານາມບັດຫ້ອງການໃຫ້. ຫລັງຈາກມື້ນັ້ນກໍຈາກກັນໄປຄົນລະທາງ. ຜູ້ກ່ຽວກໍມິດໄປບໍ່ໄດ້ຕິດຕໍ່ຫາເລີຍ.  ຜູຸ້ຂ້າກໍກັບມາລັດແມສ. 10 ປີຕໍ່າມາ, ນ້ອງຊາຍຜູ້ຂ້າຢູ່ຄາລິຟໍເນຍໂທມາບອກວ່າ ມີຄົນລາວຊ່ວຍເອົາເຂົ້າການ. ນ້ອງຊາຍຜູ້ຂ້າບອກວ່າ ໄປສະໝັກງານ ບັງເອີນມີຜູ້ສໍາພາດເປັນຄົນລາວ, ຊື່ມາກ, ມາກເລົ່າສູ່ນ້ອງຊາຍຜູ້ຂ້າຟັງວ່າ ດົນນານມາແລ້ວມີຜູ້ຊາຍຄົນໜຶ່ງມີນາມສະກຸນຄືກັນກັບນ້ອງຊາຍຜູ້ຂ້ານີ້ລະເຄີຍຊ່ວຍລາວ ເວລາລົດຕາຍກາງທາງ.  ມື້ນັ້ນແມ່ນມື້ລາວມາສໍາພາດການຄືກັນກັບນ້ອງຊາຍຜູ້ຂ້າ. ແຕ່ບັງເອີນລົດຕາຍ, ຟ້າວແຮງບໍ່ໄດ້ກວດການໍ້າມັນ. ກົ່ງເຕີຖັງນໍ້າມັນກໍເພແດ່. ບໍ່ຮູ້ວ່ານໍ້າມັນໜ້ອຍຫຼາຍປານໃດຮູ້ແຕ່ວ່າຟ້າວໄປສໍາພາດງານ. ດັນນໍ້າມັນໝົດກາງທາງ. ຖ້າບໍ່ມີຜູ້ຊາຍຄົນນັ້ນຊ່ວຍລາວຄືຊິບໍ່ໄດ້ງານນີ້ດອກເພາະ ຕ້ອງມາສໍາພາດງານບໍ່ທັນແນ່ນອນ.

ນ້ອງຊາຍຜູ້ຂ້າເລີຍຖາມວ່າ ຖ້ານາມສະກຸນຄືກັນອາດເປັນພີ່ນ້ອງກັນ. ລາວຊື່ຫຍັງລະ? ມາກກໍເລີຍບອກຊື່ຕາມນາມບັດທີ່ຜູ້ຂ້າເອົາໃຫ້ (ເຫຼືອເຊື່ອວ່າຜູ້ກ່ຽວຈະຈົດຈໍາຊື່ແລະນາມສະກຸນໄດ້ດີຂະໜາດນັ້ນ). ນ້ອງຊາຍຜູ້ຂ້າກໍເລີຍບອກໄປວ່າຜູ້ຂ້າເປັນອ້າຍ.  ມາກກໍເລີຍຂຽນໜັງສືແນະນໍາບອກຫົວໜ້າໃຫຍ່ວ່າຮູ້ຈັກກັບນ້ອງຊາຍຜູ້ຂ້າ, ເຂົາກໍເລີຍຮັບເອົາເຂົ້າການ.

ຖືວ່າຜົນທີ່ຜູ້ຂ້າໃຫ້ຫຼືເຮັດໄປໃນມື້ນັ້ນກາຍເປັນຜົນຕອບແທນກັບນ້ອງຊາຍຜູ້ຂ້າຢ່າງບໍ່ຄາດຝັນ. ສະນັ້ນການໃຫ້ທານບໍ່ວ່າເຮົາຈະຫວັງຜົນໃດກໍຕາມ, ຜົນຂອງມັນຈະມີປະໂຫຍດສໍາລັບເຮົາສະເໝີ ບໍ່ວ່າ ສ່ວນຕົວ, ຄອບຄົວ ຫຼືສ່ວນລວມ.  ແຕ່ເມື່ອເຮົາໃຫ້ໄປແລ້ວ, ເຮັດນໍາຄົນໄປແລ້ວ ຢ່າໄປຄິດຍຶດຕິດກັບມັນ. ເປັນຕົ້ນການເຮັດດີກັບຄົນ. ຄົນເຮົາແຕກຕ່າງໃນຄຸນນະທໍາ. ດັ່ງທີ່ໄດ້ກ່າວມາຂ້າງເທິງ ບາງຄົນມີແຕ່ໃຫ້, ບາງຄົນໄດ້ແຕ່ຮັບ. ນາໆຈິດຕັງ...       


ປສ. 

Wednesday, January 11, 2017

ແນວຄິດຂອງ Noam Chomsky ຕໍ່ການສຶກສາ

ຄໍາເຫັນຂອງ ນັກຄິດ ນັກປັດຊະຍາ ທ່ານ Noam Chomsky, a professor from MIT ກ່ຽວກັບການສຶກສາ:
1. ການສຶກສາໃນໂລກນີ້ມີສອງປະເພດ. ປະເພດ 1 ສອນໃຫ້ນັກຮຽນໆຮູ້ດ້ວຍຕົນເອງ, ການຮຽນແມ່ນບໍ່ມີຈໍາກັດ, ຕັດສະລູ້ຄືປະລິນຍາອັນສູງສຸດ. ປະເພດ 2 ສອນໃຫ້ນັກຮຽນໆຮູ້ລັດທິໃດໜຶ່ງ, ປູກຝັງແນວຄິດນັກຮຽນໃຫ້ເຊື່ອຕາມລັດທິຫຼືທິດທາງໃດໜຶ່ງ. ສອນຕາມຫຼັກສູດ, ຈົບຫຼັກສູດແມ່ນຖືວ່າຈົບປະລິນຍາສູງສຸດ.
2. ຫຼັກສູດທີ່ເຮົາຮຽນ ມັນບໍ່ແມ່ນສິ່ງສໍາຄັນ, ສິ່ງສໍາຄັນທີ່ສຸດຄື ສິ່່ງທີ່ເຮົາຄົ້ນພົບ. ການສອນຕ້ອງເນັ້ນໃສ່ຈຸດນັ້ນ. ເຮົາຕ້ອງສ້າງດົນບັນດານໃຈໃຫ້ນັກຮຽນໆຮູ້ແລະຄົ້ນພົບດ້ວຍຕົນເອງ, ປ່ອຍໂອກາດໃຫ້ເຂົາທ້າທາຍກັບສິ່ງທີ່ເຂົາບໍ່ເຫັນດີນໍາ ແລ້ວໃຫ້ໂອກາດເຂົາຄົ້ນຄວ້າຫາທາງອື່ນທີ່ດີກວ່າ.
3. ການສອບເສັງນັ້ນກໍຫາກດີມີປະໂຫຍດຕໍ່ນັກຮຽນບາງສ່ວນສໍາລັບປະເມີນຄວາມຮູ້ ເຊັ່ນ: ອັນນີ້ແມ່ນຫຍັງ, ເຮົາຮູ້ຫຍັງແດ່, ຜົນສໍາເລັດມີຫຍັງແດ່. ສໍາລັບຄູອາຈານ ກໍຈະຊ່ວຍໃຫ້ຮູ້ວ່າ ສິ່ງໃດຕ້ອງການປ່ຽນ ຫຼືສິ່ງໃດຕ້ອງການດັດແກ້. ນອກຈາກນັ້ນແລ້ວ ການສອບເສັງຈະບໍ່ບອກຫຍັງຫຼາຍກ່ຽວກັບນັກຮຽນວ່າຜູ້ກ່ຽວມີຄວາມສາມາດໜ້ອຍຫຼາຍປານໃດ. ຕົວຢ່າງນັກຮຽນບາງຄົນເສັງເກັ່ງ ໄດ້ຄະແນນສູງແຕ່ບໍ່ເຂົ້າໃຈບົດຮຽນຫຍັງຈັກຢ່າງ. ຫຼາຍຄົນອາດເຄີຍມີປະສົບການທີ່ວ່າ ເສັງໄດ້ A ທຸກວີຊາ, ແຕ່ລືມໝົດທຸກສິ່ງພາຍໃນສອງອາທິດ.

ສະນັ້ນ, ການສຶກສາຄວນແນໃສ່ໃນການຊ່ວຍໃຫ້ນັກຮຽນກ້າວໄປສູ່ຈຸດທີ່ເຂົາ ສາມາດຮຽນຮູ້ດ້ວຍຕົນເອງໄດ້. ບໍ່ແມ່ນແນໃສ່ແຕ່ຫຼັກສູດແລະບົດສອບເສັງພຽງຢ່າງດຽວ.

(ຕ້ອງປ່ອຍໃຫ້ແນວຄິດນັກຮຽນເປັນອິສະລະ. ສອນໃຫ້ກ້າທ້າທາຍ, ກ້າຖາມ, ກ້າສະແດງແນວຄິດທີ່ແຕກຕ່າງ. ເພາະວ່າ ມີແຕ່ແນວຄິດອິສະລະເທົ່ານັ້ນທີ່ສາມາດ ຄົ້ນຄິດປະດີດສ້າງສິ່ງທີ່ຍິ່ງໃຫຍ່ໄດ້)

ໃນວົງເລັບແມ່ນແນວຄິດຂອງຜູ້ຂຽນ...

ປສ.

ຫຼົມແຫຼວ,ຫຼົມເຫຼວ ຫຼືລົ້ມເຫຼວ?




ເຫັນມີການໂຕ້ວາທີກັນກ່ຽວກັບ ຄໍາວ່າ ຫຼົມແຫຼວ, ຫຼົມເຫຼວ ແລະລົ້ມເຫຼວ. ທັງສາມຄໍາໃຫ້ນິຍາມວ່າ ບໍ່ດີ, ບໍ່ສໍາເລັດ.  ສະກົດຖືກແທ້ຕາມວັດຈະນານຸກົມພາສາລາວນັ້ນ ແມ່ນ ຫຼົມແຫຼວ. ແຕ່ເລິ່ມມີສັງຄົມລາວພາກັນສະກົດເປັນ ລົ້ມເຫຼວ (ສ່ວນໃຫຍ່) ແລະຫຼົມເຫຼວໂດຍໃຫ້ເຫດຜົນວ່າ ສັງຄົມເຂົ້າໃຈຄໍານີ້ດີກວ່າຫຼົມແຫຼວ ຈຶ່ງເລືອກສະກົດແບບນີ້ເພື່ອຫລີກລ່ຽງຄວາມສັບສົນ.  
ສ່ວນຕົວແລ້ວ ບໍ່ເຫັນດີກັບຄໍາອະທິບາຍແບບນັ້ນ. ສັງຄົມເຂົ້າໃຈຜິດ ເຮົານັກຂຽນ, ນັກປະພັນ, ຄູບາອາຈານ ຕ້ອງພະຍາຍາມປ່ຽນຄວາມເຂົ້າໃຈຜິດຂອງສັງຄົມນັ້ນໃຫ້ເປັນຖືກ.


ໃນພາສາລາວເຮົາມີຄໍາສັບປະສົມ ຢ່າງ "ຫລວງຫລາຍ" ທີ່ສະກົດດ້ວຍພະຍັນຊະນະດຽວ ກັນແລະມີຄວາມຫມາຍ "ຄ້າຍຄຽງ" ກັນ, ເຊັ່ນ: ຄຸນຄ່າ, ທົ່ວທີບ. ເຜີຍແຜ່, ແຜ່ຜາຍ, ສັ່ງສອນ, ສິ້ນສຸດ, ພ່າຍແພ້, ຫຼົມແຫຼວ, ທ່ອງທ່ຽວ, ຊ່ຽວຊານ ແລະອື່ນໆ. ນັ້ນຄືຫຼັກການປະສົມຄໍາສັບທີ່ນໍາໃຊ້ກັນມາແຕ່ບູຮານນະການ. ເປັນວັດທະນະທໍາພາສາຂອງລາວເຮົາ. ຄົນລາວແຕ່ໃດມາ ມັກເວົ້າຊໍ້າຊ້ອນກັນແບບເອົາຄໍາສອງຄໍາທີ່ມີຄວາມໝາຍຄ້າຍຄືກັນມາເວົ້າຊໍ້າກັນ. ດັ່ງຕົວຢ່າງຍົກມາໃຫ້ເຫັນຂ້າງເທິງເຊັ່ນ: ຫຼວງຫຼາຍ ຫຼວງແລະຫຼາຍ ຄວາມໝາຍຄືກັນ. ສິ້ນສຸດ ສິ້ນ ແລະສຸດ ຄວາມໝາຍຄືກັນ. ທ່ອງທ່ຽວ ທ່ອງແລະທ່ຽວ ຄວາມໝາຍຄືກັນ, ຊ່ຽວຊານ ຊ່ຽວ ແລະຊານ ຄວາມໝາຍຄືກັນ, ຫຼົມແຫຼວ ຫຼົມແລະແຫຼວ ຄວາມໝາຍຄືກັນແລະຄໍາອື່ນໆອີກມາກມາຍ. ຂໍວິໄຈແຕ່ລະຄໍາສັບແລະເຫດຜົນດັ່ງຕໍ່ໄປນີ້:

1. ຫຼົມແຫຼວ. ເປັນຄໍາປະສົມລະຫວ່າງຄໍາລາວເດີມ ຫຼົມແລະແຫຼວ. ຫຼົມທີ່ເປັນຄໍາວິເສດໝາຍເຖິງບໍ່ຄັບ ບໍ່ແໜ້ນ. ຄໍາກັມມະໝາຍເຖິງເຂົ້າໄປໄດ້. ແຫຼວທີ່ເປັນຄໍາວິເສດແປວ່າບໍ່ແຂ້ນ, ມີນໍ້າປົນຫຼາຍ, ຫລົ່ມ. ຄໍານາມແປວ່າ ນົກປະເພດໜຶ່ງທີ່ເອີ້ນວ່າ ແຫລວ (ວັດຈະນານຸກົມ: ສີລາ ວິລະວົງ).  ສອງຄໍາສັບນີ້ມີຄວາມໝາຍຄ້າຍຄຽງກັນເຊັ່ນ ບໍ່ແໜ້ນແລະບໍ່ແຂ້ນ ສະນັ້ນເພິ່ນຈຶ່ງປະສົມເຂົ້າກັນໃຫ້ເປັນຄໍາດຽວຕາມວັດທະນະທໍາການໃຊ້ຄໍາສັບພາສາລາວທີ່ກ່າວມາຂ້າງເທິງ (ມັກເວົ້າຊໍ້າ). ຄໍານີ້ແມ່ນເພິ່ນສົມທຽບໃສ່ສິ່ງທີ່ບໍ່ແໜ້ນ ບໍ່ແຂ້ນບໍ່ແກ່ນແລະໃນວັດທະນະທໍາລາວເຮົາສິ່ງໃດບໍ່ແໜ້ນບໍ່ແກ່ນກໍມັກຈະຕີໄປໃນທາງບໍ່ດີບໍ່ຄັກ, ສຸດທ້າຍມັນກໍຈະເປ່ເພ ແລະເພພັງລົງເຊິ່ງຖ້າຕີເປັນຄວາມໝາຍລວມກໍຄືບໍ່ສໍາເລັດນັ້ນເອງ. ສະນັ້ນຄໍາວ່າ ຫຼົມແຫຼວ ຈຶ່ງຖືກກໍານົດຄວາມໝາຍວ່າ ບໍ່ດີ, ບໍ່ສໍາເລັດ. ແຕ່ອາດຈະເປັນຄໍາຕາຍໃນພາສາລາວເຮົາໄປແລ້ວເພາະສັງຄົມສ່ວນຫຼາຍເປັນຕົ້ນສະໄໝໃໝ່ບໍ່ລື້ງເຄີຍກັບຄໍາໆນີ້ ແຕ່ລື້ງເຄີຍກັບຄໍາວ່າ ລົ້ມເຫຼວຈຶ່ງຄິດແລະເຂົ້າໃຈວ່າ ຫຼົມແຫຼວ ແມ່ນໃຊ້ບໍ່ຖືກ ທີ່ຈິງແມ່ນຖືກທີ່ສຸດສະເພາະສໍານວນພາສາລາວເຮົາ ພຽງແຕ່ເຮົາບໍ່ລື້ງໃຊ້ເທົ່ານັ້ນເອງ.

2. ຄໍາວ່າຫຼົມເຫຼວ. ເປັນຄໍາປະສົມລະຫວ່າງຄໍາລາວເດີມເຊັ່ນກັນ. ຄໍາວ່າ ຫຼົມໄດ້ອິທິບາຍໄວ້ໃນຂໍ້ 1 ແລ້ວ, ສະນັ້ນຈະຂໍອະທິບາຍແຕ່ຄວາມໝາຍຂອງຄໍາວ່າ ເຫຼວໃນພາສາລາວເຮົາ.  ຄໍານີ້ຜູ້ຂຽນເອງຄົ້ນຄວ້າໃນວັດຈະນານຸກົມຫຼາຍສະບັບແລ້ວ, ປະກົດວ່າມີຄວາມໝາຍດຽວຄື ຫັນ ດັ່ງຫັນໜ້າໄປຊ້າຍຂວາຫຼືຄືນຫລັງເພື່ອເບິ່ງ. ສະໄໝກ່ອນຈະສະກົດວ່າ ຫລຽວຫລຽວໜ້າຫລຽວຫລັງດັ່ງນີ້ເປັນຕົ້ນ. ໃນກໍລະນີນີ້ເຮົາຈະເຫັນໄດ້ຢ່າງສັດເຈນເລີຍວ່າ ຄວາມໝາຍຂອງຄໍາວ່າ ຫຼົມແລະເຫຼວແມ່ນແຕກຕ່າງກັນ. ຫຼັກການປະສົມຄໍາເພິ່ນກໍບໍ່ໄດ້ຫ້າມວ່າ ຄໍາໃດສາມາດປະສົມກັບຄໍາໃດຫຼືກໍານົດໃຫ້ປະສົມແຕ່ຄໍາທີມີຄວາມໝາຍຄ້າຍຄຽງກັນເທົ່ານັ້ນ. ໃຫ້ອ່ານເພິ່ເຕີມຈາກຫຼັກໄວຍາກອນລາວ (ໃນບົດວາຈີວິພາກ). ແຕ່ໃນກໍລະນີນີ້, ຄໍາວ່າຫຼົມທີ່ແປວ່າ ບໍ່ແໜ້ນ, ແລະຄໍາວ່າ ເຫຼວໃນພາສາລາວທີ່ແປວ່າ ຫັນ ປະສົມກັນຈະແປວ່າຈັ່ງໃດດີ? ຫັ້ນໜ້າຄືນຫລັງແບບບໍ່ແໜ້ນ? ຫຼືເຮົາຈະຕັດຄວາມໝາຍແຕ່ລະຄໍານັ້ນຖິ້ມແລ້ວກໍານົດຄວາມໝາຍໃໝ່ໃຫ້ແປວ່າ ບໍ່ສໍາເລັດເລີຍບໍ? ທີ່ຈິງຈະເຮັດແບບນັ້ນກໍໄດ້, ແຕ່ບັນຫາຄືສອງຄໍາສັບນີ້ມັນມີຄວາມໝາຍຂອງມັນຢູ່ແລ້ວ, ເຮົາຈະອະທິບາຍຄວາມກ່ຽວຂ້ອງແລະປະຫວັດຮາກສັບຂອງສອງຄໍານີ້ວ່າມັນກ່ຽວຂ້ອງກັບຄວາມໝາຍວ່າ ບໍ່ສໍາເລັດໄດ້ແນວໃດ? ດັ່ງໄດ້ອະທິບາຍມາໃນຂໍ້ 1, ແຕ່ລະຄໍາສັບໃນພາສາລາວແມ່ນມີວັດທະນະທໍາໃນການໃຊ້ຈຶ່ງເກີດເປັນຄໍາສັບ, ເວລາປະສົມກັນຄວາມໝາຍສ່ວນໃຫຍ່ແມ່ນຈະບໍ່ປ່ຽນແປງຈາກຄາມໝາຍເດີມພໍເທົ່າໃດຢ່າງໜ້ອຍ ກໍສາມາດສົມທຽບໄດ້.  ເຊັ່ນຄໍາວ່າ ແຫຼວ ທີ່ໄດ້ອະທິບາຍຢູ່ຂ້າງເທິງ, ແຕ່ຄໍາວ່າ ເຫຼວນິຈະອະທິບາຍ etymology ຂອງຄໍາສັບວ່າ ມັນກ່ຽວຂ້ອງກັບ ຄວາມໝາຍວ່າ ບໍ່ດີຫຼືບໍ່ສໍາເລັດໄດ້ວິທີໃດ?

3. ລົ້ມເຫຼວ. ເປັນຄໍາປະສົມລະຫວ່າງຄໍາລາວເດີມເຊັ່ນກັນ. ລົ້ມຄໍາກັມມະໝາຍເຖິງກິລິຍາທີ່ຕັ້ງຫຼືຢືນແລ້ວທອດລົງເຖິງພື້ນ, ຕັ້ງຢູ່ບໍ່ໄດ້
(ວັດຈະນານຸກົມ: ສີລາ ວິລະວົງ). ສ່ວນຄໍາວ່າເຫຼວແມ່ນໄດ້ອະທິບາຍໄປແລ້ວໃນຂໍ້ 2. ສະນັ້ນຄໍາວ່າລົ້ມເຫຼວ ນີ້ແມ່ນ ຕົກຢູ່ໃນລັກສະນະດຽວກັນກັບຂໍ້ 2.  ເຊິ່ງຈະບໍ່ຂໍອະທິບາຍຊໍ້າຊ້ອນຫຼາຍເທື່ອເນາະ. ຈັກໜ່ອຍຜູ້ອ່ານຈະເຫງົານອນລ້າໆ. ອ່ານມາຮອດນິບໍ່ແມ່ນໂກນຊອດໆແລ້ວກະບໍ່ຈັກ. 😊ເຖິງຢ່າງໃດກໍດີຈະຂໍໃຫ້ການສັງເກດບາງຂໍ້ຄິດຄື: ລົ້ມເຫຼວ ນີ້ແມ່ນມີຢູ່ໃນພາສາໄທຍທີ່ຄົນໄທຍໃຊ້ກັນທຸກມື້.  ສະນັ້ນຕາມການສັງເກດຂອງຜູ້ຂຽນຄິດວ່າ ຄົນລາວເຮົາເອົາຄໍານີ້ມາຈາກໄທຍແລະໃຊ້ແບບໄທຍ. ຄວາມຈິງແລ້ວ ຫຼາຍຄົນອາດຈະບໍ່ຮູ້ຊໍ້າວ່າ ຄໍາວ່າ ແຫວ ໃນພາສາລາວກໍຄືຄໍາວ່າ ເຫວໃນພາສາໄທຍນັ້ນແຫຼະ. ຄວາມໝາຍຄືກັນບໍ່ວ່າ ຄໍານາມຫຼືຄໍາວິເສດ.  ໄທຍເຂົາເອົາຄໍາວ່າ ເຫລວ ປະສົມກັບຄໍາວ່າ ລົ້ມ, ລົ້ມເຫລວ ທີ່ໝາຍເຖິງລົ້ມຫລົ່ມລົງ, ຫລົ່ມລົງ , ລົ້ມລົງ, ເຊິ່ງຕີຄວາມໝາຍວ່າ ບໍ່ສໍາເລັດ.  ຢ່າລືມຄໍາວ່າ ແຫລວ ໃນພາສາລາວ ຫຼືເຫລວ ໃນພາສາໄທຍ ຖ້າເປັນຄໍາວິເສດຈະແປໄດ້ອີກວ່າ ຫລົ່ມ. ສະນັ້ນເວລາປະສົມກັບຄໍາວ່າ ລົ້ມ ແລ້ວຕີຄວາມໝາຍວ່າ ບໍ່ສໍາເລັດ, ຄວາມໝາຍກໍບໍ່ໄດ້ປ່ຽນແປງໄປຈາກເຄົ້າເດີມພໍເທົ່າໃດ ເຊິ່ງເຂົ້າກັບຫຼັກການປະສົມຄໍາສັບ ຫຼືປະຕິຮູບຄໍາສັບໂດຍສາມາດຮັກສາ etymology ຂອງຄໍາສັບໄວ້ໄດ້ຢ່າງດີ. ຍອມຮັບວ່າໄທຍເຂົາໄປໄກກວ່າລາວເຮົາຫຼາຍດ້ານການສ້າງຄໍາສັບຊ້.

ສະຫຼຸບຄື: ຜູ້ຂຽນແມ່ນເຫັນດີເຫັນພ້ອມກັບການສ້າງສັບ
,
ດັດແປງ (ປະຕິຮູບ), ແຜງສັບຫຼືຂະຫຍາຍຄໍາສັບໃຊ້ໃນພາສາລາວ ເພາະນັ້ນຄືການພັດທະນາພາສາ. ແຕ່ການພັດທະນາພາສາບໍ່ວ່າຈະເປັນການສ້າງສັບໃໝ່, ດັດແປງ ຫຼືແຜງຄໍາກໍດີຢາກໃຫ້ມີການພັດທະນາອີງຕາມຫຼັກການພາສາສາດ. ບໍ່ແມ່ນເຮົາຈະສ້າງສັບ, ຫຼືດັດແປງແບບໃດກໍໄດ້ຕາມໃຈຊອບ. ຖ້າເຮັດແບບນັ້ນມັນກໍຈະເປັນການທໍາລາຍພາສາຕົນເອງ. ຫຼັກການສ້າງສັບເພິ່ນກໍໄດ້ກໍານົດໄວ້ໃນໄວຍາກອນລາວຢຼ່ແລ້ວເຊັ່ນ:
1. ປະເພດແຜງຄໍາ: ດັດແປງຈາກຄໍາເຄົ້າໃຫ້ເປັນຄໍາໃໝ່
2. ປະເພດຄໍາປະສົມ: ເອົາຄໍາຫລາຍຄໍາມາຫຍໍ້ຫລືມາປະສົມໃຫ້ ເປັນ ຄໍາດຽວ.
3. ປະເພດຄໍາສະຫມາດ: ຄໍາປະສົມລະຫວ່າງຄໍາເຄົ້າທັງຫລາຍໃຫ້ເປັນ ຄໍາດຽວກັນ
4. ປະເພດຄໍາອະໄວຍະຍະ: ຄໍາປະສົມລະຫວ່າງຄໍາເຄົ້າ ເເລະ ຄໍາອຸບປະສັກ
5. ປະເພດຄໍາຕັດທິດ: ຄໍາປະສົມລະຫວ່າງຄໍາເຄົ້າ ເເລະ ຄໍາວິພັດ ຫລື ຄໍາປັດໄຈ.
6. ະເພດຄໍາກີດົກ: ຄໍາປະສົມລະຫວ່າງ ເຫງົ້າ ທາດຂອງ ກິລິຍາ ເເລະ ວິພັດ ຫລື ປັດໄຈ.
7. ປະເພດຄໍາສົນທິ: ການເເຜງ ອັກຂະຫຼະ ບາລີ ເເລະ ສັນສະກິດ (ປະເພດນີ້ຄ້່າຍຄືກັນກັບການແຜງໃນຂໍ້ 1).

ຖ້າເຮົາຍຶດຖືວິທີຂ້າງເທິງເປັນຫຼັກໃນການສ້າງສັບໃໝ່ໃຊ້ກໍຈະບໍ່ມີບັນຫາຕາມມາພາຍຫລັງ. ຄໍາສັບທີ່ເຮົາສ້າງກໍຈະໄດ້ມາດຕະຖານມີ ປະວັດຄໍາສັບ, ທາດສັບ, ຮາກສັບໄວ້ເພື່ອການສຶກສາໄດ້ຢ່າງດີ. ຕົວຢ່າງ: ຄໍາວ່າ ເສັດແຜງເປັນຄໍາໃໝ່ເປັນສໍາເລັດ, ເກີດ ເປັນ ກໍາເນີດ, ແຈກ ເປັນ ຈໍາແນກ, ຈ່າຍ ເປັນ ຈໍາໜ່າຍ, ສຽງເປັນ ສໍານຽງ,ເດີນ ເປັນ ດໍາເນີນແລະຫຼາຍໆຄໍາສັບທີ່ຖືກແຜງໃນກໍລະນີດຽວກັນນີ້.  ຈະເຫັນໄດ້ວ່າຄໍາແຕ່ລະຄໍາຈະຮັກສາພະຍັນຊະນະຕົ້ນພະຍາງຕົວເຄົ້າໄວ້ຄືເກົ່າ. ເພື່ອຮັກສາຮາກຄໍາສັບ. ແຕ່ຂໍນໍາທ້ອນ, ຜູ້ຂຽນເຫັນຍາມໃດແມ່ນເກືອບເປັນລົມຍາມນັ້ນທີ່ພາກັນເອົາຄໍາວ່າ ຍ່າງ ມາປະສົມກັບຄໍາວ່າລົດ "ລົດຍ່າງ" ແລ້ວຕີຄວາມໝາຍວ່າ ລົດຖິບ.  ເງິບທຸກເທື່ອທີ່ເຫັນ. 😄😂


 
ປສ