Wednesday, January 11, 2017
ຫຼົມແຫຼວ,ຫຼົມເຫຼວ ຫຼືລົ້ມເຫຼວ?
ເຫັນມີການໂຕ້ວາທີກັນກ່ຽວກັບ ຄໍາວ່າ ຫຼົມແຫຼວ, ຫຼົມເຫຼວ ແລະລົ້ມເຫຼວ. ທັງສາມຄໍາໃຫ້ນິຍາມວ່າ ບໍ່ດີ, ບໍ່ສໍາເລັດ. ສະກົດຖືກແທ້ຕາມວັດຈະນານຸກົມພາສາລາວນັ້ນ ແມ່ນ ຫຼົມແຫຼວ. ແຕ່ເລິ່ມມີສັງຄົມລາວພາກັນສະກົດເປັນ ລົ້ມເຫຼວ (ສ່ວນໃຫຍ່) ແລະຫຼົມເຫຼວໂດຍໃຫ້ເຫດຜົນວ່າ ສັງຄົມເຂົ້າໃຈຄໍານີ້ດີກວ່າຫຼົມແຫຼວ ຈຶ່ງເລືອກສະກົດແບບນີ້ເພື່ອຫລີກລ່ຽງຄວາມສັບສົນ.
ສ່ວນຕົວແລ້ວ ບໍ່ເຫັນດີກັບຄໍາອະທິບາຍແບບນັ້ນ. ສັງຄົມເຂົ້າໃຈຜິດ ເຮົານັກຂຽນ, ນັກປະພັນ, ຄູບາອາຈານ ຕ້ອງພະຍາຍາມປ່ຽນຄວາມເຂົ້າໃຈຜິດຂອງສັງຄົມນັ້ນໃຫ້ເປັນຖືກ.
ໃນພາສາລາວເຮົາມີຄໍາສັບປະສົມ ຢ່າງ "ຫລວງຫລາຍ" ທີ່ສະກົດດ້ວຍພະຍັນຊະນະດຽວ ກັນແລະມີຄວາມຫມາຍ "ຄ້າຍຄຽງ" ກັນ, ເຊັ່ນ: ຄຸນຄ່າ, ທົ່ວທີບ. ເຜີຍແຜ່, ແຜ່ຜາຍ, ສັ່ງສອນ, ສິ້ນສຸດ, ພ່າຍແພ້, ຫຼົມແຫຼວ, ທ່ອງທ່ຽວ, ຊ່ຽວຊານ ແລະອື່ນໆ. ນັ້ນຄືຫຼັກການປະສົມຄໍາສັບທີ່ນໍາໃຊ້ກັນມາແຕ່ບູຮານນະການ. ເປັນວັດທະນະທໍາພາສາຂອງລາວເຮົາ. ຄົນລາວແຕ່ໃດມາ ມັກເວົ້າຊໍ້າຊ້ອນກັນແບບເອົາຄໍາສອງຄໍາທີ່ມີຄວາມໝາຍຄ້າຍຄືກັນມາເວົ້າຊໍ້າກັນ. ດັ່ງຕົວຢ່າງຍົກມາໃຫ້ເຫັນຂ້າງເທິງເຊັ່ນ: ຫຼວງຫຼາຍ ຫຼວງແລະຫຼາຍ ຄວາມໝາຍຄືກັນ. ສິ້ນສຸດ ສິ້ນ ແລະສຸດ ຄວາມໝາຍຄືກັນ. ທ່ອງທ່ຽວ ທ່ອງແລະທ່ຽວ ຄວາມໝາຍຄືກັນ, ຊ່ຽວຊານ ຊ່ຽວ ແລະຊານ ຄວາມໝາຍຄືກັນ, ຫຼົມແຫຼວ ຫຼົມແລະແຫຼວ ຄວາມໝາຍຄືກັນແລະຄໍາອື່ນໆອີກມາກມາຍ. ຂໍວິໄຈແຕ່ລະຄໍາສັບແລະເຫດຜົນດັ່ງຕໍ່ໄປນີ້:
1. ຫຼົມແຫຼວ. ເປັນຄໍາປະສົມລະຫວ່າງຄໍາລາວເດີມ ຫຼົມແລະແຫຼວ. ຫຼົມທີ່ເປັນຄໍາວິເສດໝາຍເຖິງບໍ່ຄັບ ບໍ່ແໜ້ນ. ຄໍາກັມມະໝາຍເຖິງເຂົ້າໄປໄດ້. ແຫຼວທີ່ເປັນຄໍາວິເສດແປວ່າບໍ່ແຂ້ນ, ມີນໍ້າປົນຫຼາຍ, ຫລົ່ມ. ຄໍານາມແປວ່າ ນົກປະເພດໜຶ່ງທີ່ເອີ້ນວ່າ ແຫລວ (ວັດຈະນານຸກົມ: ສີລາ ວິລະວົງ). ສອງຄໍາສັບນີ້ມີຄວາມໝາຍຄ້າຍຄຽງກັນເຊັ່ນ ບໍ່ແໜ້ນແລະບໍ່ແຂ້ນ ສະນັ້ນເພິ່ນຈຶ່ງປະສົມເຂົ້າກັນໃຫ້ເປັນຄໍາດຽວຕາມວັດທະນະທໍາການໃຊ້ຄໍາສັບພາສາລາວທີ່ກ່າວມາຂ້າງເທິງ (ມັກເວົ້າຊໍ້າ). ຄໍານີ້ແມ່ນເພິ່ນສົມທຽບໃສ່ສິ່ງທີ່ບໍ່ແໜ້ນ ບໍ່ແຂ້ນບໍ່ແກ່ນແລະໃນວັດທະນະທໍາລາວເຮົາສິ່ງໃດບໍ່ແໜ້ນບໍ່ແກ່ນກໍມັກຈະຕີໄປໃນທາງບໍ່ດີບໍ່ຄັກ, ສຸດທ້າຍມັນກໍຈະເປ່ເພ ແລະເພພັງລົງເຊິ່ງຖ້າຕີເປັນຄວາມໝາຍລວມກໍຄືບໍ່ສໍາເລັດນັ້ນເອງ. ສະນັ້ນຄໍາວ່າ ຫຼົມແຫຼວ ຈຶ່ງຖືກກໍານົດຄວາມໝາຍວ່າ ບໍ່ດີ, ບໍ່ສໍາເລັດ. ແຕ່ອາດຈະເປັນຄໍາຕາຍໃນພາສາລາວເຮົາໄປແລ້ວເພາະສັງຄົມສ່ວນຫຼາຍເປັນຕົ້ນສະໄໝໃໝ່ບໍ່ລື້ງເຄີຍກັບຄໍາໆນີ້ ແຕ່ລື້ງເຄີຍກັບຄໍາວ່າ ລົ້ມເຫຼວຈຶ່ງຄິດແລະເຂົ້າໃຈວ່າ ຫຼົມແຫຼວ ແມ່ນໃຊ້ບໍ່ຖືກ ທີ່ຈິງແມ່ນຖືກທີ່ສຸດສະເພາະສໍານວນພາສາລາວເຮົາ ພຽງແຕ່ເຮົາບໍ່ລື້ງໃຊ້ເທົ່ານັ້ນເອງ.
2. ຄໍາວ່າຫຼົມເຫຼວ. ເປັນຄໍາປະສົມລະຫວ່າງຄໍາລາວເດີມເຊັ່ນກັນ. ຄໍາວ່າ ຫຼົມໄດ້ອິທິບາຍໄວ້ໃນຂໍ້ 1 ແລ້ວ, ສະນັ້ນຈະຂໍອະທິບາຍແຕ່ຄວາມໝາຍຂອງຄໍາວ່າ ເຫຼວໃນພາສາລາວເຮົາ. ຄໍານີ້ຜູ້ຂຽນເອງຄົ້ນຄວ້າໃນວັດຈະນານຸກົມຫຼາຍສະບັບແລ້ວ, ປະກົດວ່າມີຄວາມໝາຍດຽວຄື “ຫັນ” ດັ່ງຫັນໜ້າໄປຊ້າຍຂວາຫຼືຄືນຫລັງເພື່ອເບິ່ງ. ສະໄໝກ່ອນຈະສະກົດວ່າ “ຫລຽວ” ຫລຽວໜ້າຫລຽວຫລັງດັ່ງນີ້ເປັນຕົ້ນ. ໃນກໍລະນີນີ້ເຮົາຈະເຫັນໄດ້ຢ່າງສັດເຈນເລີຍວ່າ ຄວາມໝາຍຂອງຄໍາວ່າ ຫຼົມແລະເຫຼວແມ່ນແຕກຕ່າງກັນ. ຫຼັກການປະສົມຄໍາເພິ່ນກໍບໍ່ໄດ້ຫ້າມວ່າ ຄໍາໃດສາມາດປະສົມກັບຄໍາໃດຫຼືກໍານົດໃຫ້ປະສົມແຕ່ຄໍາທີມີຄວາມໝາຍຄ້າຍຄຽງກັນເທົ່ານັ້ນ. ໃຫ້ອ່ານເພິ່ມເຕີມຈາກຫຼັກໄວຍາກອນລາວ (ໃນບົດວາຈີວິພາກ). ແຕ່ໃນກໍລະນີນີ້, ຄໍາວ່າຫຼົມທີ່ແປວ່າ ບໍ່ແໜ້ນ, ແລະຄໍາວ່າ ເຫຼວໃນພາສາລາວທີ່ແປວ່າ ຫັນ ປະສົມກັນຈະແປວ່າຈັ່ງໃດດີ? ຫັ້ນໜ້າຄືນຫລັງແບບບໍ່ແໜ້ນ? ຫຼືເຮົາຈະຕັດຄວາມໝາຍແຕ່ລະຄໍານັ້ນຖິ້ມແລ້ວກໍານົດຄວາມໝາຍໃໝ່ໃຫ້ແປວ່າ ບໍ່ສໍາເລັດເລີຍບໍ? ທີ່ຈິງຈະເຮັດແບບນັ້ນກໍໄດ້, ແຕ່ບັນຫາຄືສອງຄໍາສັບນີ້ມັນມີຄວາມໝາຍຂອງມັນຢູ່ແລ້ວ, ເຮົາຈະອະທິບາຍຄວາມກ່ຽວຂ້ອງແລະປະຫວັດຮາກສັບຂອງສອງຄໍານີ້ວ່າມັນກ່ຽວຂ້ອງກັບຄວາມໝາຍວ່າ ບໍ່ສໍາເລັດໄດ້ແນວໃດ? ດັ່ງໄດ້ອະທິບາຍມາໃນຂໍ້ 1, ແຕ່ລະຄໍາສັບໃນພາສາລາວແມ່ນມີວັດທະນະທໍາໃນການໃຊ້ຈຶ່ງເກີດເປັນຄໍາສັບ, ເວລາປະສົມກັນຄວາມໝາຍສ່ວນໃຫຍ່ແມ່ນຈະບໍ່ປ່ຽນແປງຈາກຄາມໝາຍເດີມພໍເທົ່າໃດຢ່າງໜ້ອຍ ກໍສາມາດສົມທຽບໄດ້. ເຊັ່ນຄໍາວ່າ ແຫຼວ ທີ່ໄດ້ອະທິບາຍຢູ່ຂ້າງເທິງ, ແຕ່ຄໍາວ່າ ເຫຼວນິຈະອະທິບາຍ etymology ຂອງຄໍາສັບວ່າ ມັນກ່ຽວຂ້ອງກັບ ຄວາມໝາຍວ່າ “ບໍ່ດີຫຼືບໍ່ສໍາເລັດ” ໄດ້ວິທີໃດ?
3. ລົ້ມເຫຼວ. ເປັນຄໍາປະສົມລະຫວ່າງຄໍາລາວເດີມເຊັ່ນກັນ. ລົ້ມຄໍາກັມມະໝາຍເຖິງກິລິຍາທີ່ຕັ້ງຫຼືຢືນແລ້ວທອດລົງເຖິງພື້ນ, ຕັ້ງຢູ່ບໍ່ໄດ້ (ວັດຈະນານຸກົມ: ສີລາ ວິລະວົງ). ສ່ວນຄໍາວ່າເຫຼວແມ່ນໄດ້ອະທິບາຍໄປແລ້ວໃນຂໍ້ 2. ສະນັ້ນຄໍາວ່າລົ້ມເຫຼວ ນີ້ແມ່ນ ຕົກຢູ່ໃນລັກສະນະດຽວກັນກັບຂໍ້ 2. ເຊິ່ງຈະບໍ່ຂໍອະທິບາຍຊໍ້າຊ້ອນຫຼາຍເທື່ອເນາະ. ຈັກໜ່ອຍຜູ້ອ່ານຈະເຫງົານອນລ້າໆ. ອ່ານມາຮອດນິບໍ່ແມ່ນໂກນຊອດໆແລ້ວກະບໍ່ຈັກ. 😊ເຖິງຢ່າງໃດກໍດີຈະຂໍໃຫ້ການສັງເກດບາງຂໍ້ຄິດຄື: ລົ້ມເຫຼວ ນີ້ແມ່ນມີຢູ່ໃນພາສາໄທຍທີ່ຄົນໄທຍໃຊ້ກັນທຸກມື້. ສະນັ້ນຕາມການສັງເກດຂອງຜູ້ຂຽນຄິດວ່າ ຄົນລາວເຮົາເອົາຄໍານີ້ມາຈາກໄທຍແລະໃຊ້ແບບໄທຍ. ຄວາມຈິງແລ້ວ ຫຼາຍຄົນອາດຈະບໍ່ຮູ້ຊໍ້າວ່າ ຄໍາວ່າ ແຫຼວ ໃນພາສາລາວກໍຄືຄໍາວ່າ ເຫລວໃນພາສາໄທຍນັ້ນແຫຼະ. ຄວາມໝາຍຄືກັນບໍ່ວ່າ ຄໍານາມຫຼືຄໍາວິເສດ. ໄທຍເຂົາເອົາຄໍາວ່າ ເຫລວ ປະສົມກັບຄໍາວ່າ ລົ້ມ, “ລົ້ມເຫລວ” ທີ່ໝາຍເຖິງລົ້ມຫລົ່ມລົງ, ຫລົ່ມລົງ , ລົ້ມລົງ, ເຊິ່ງຕີຄວາມໝາຍວ່າ ບໍ່ສໍາເລັດ. ຢ່າລືມຄໍາວ່າ ແຫລວ ໃນພາສາລາວ ຫຼືເຫລວ ໃນພາສາໄທຍ ຖ້າເປັນຄໍາວິເສດຈະແປໄດ້ອີກວ່າ ຫລົ່ມ. ສະນັ້ນເວລາປະສົມກັບຄໍາວ່າ ລົ້ມ ແລ້ວຕີຄວາມໝາຍວ່າ ບໍ່ສໍາເລັດ, ຄວາມໝາຍກໍບໍ່ໄດ້ປ່ຽນແປງໄປຈາກເຄົ້າເດີມພໍເທົ່າໃດ ເຊິ່ງເຂົ້າກັບຫຼັກການປະສົມຄໍາສັບ ຫຼືປະຕິຮູບຄໍາສັບໂດຍສາມາດຮັກສາ etymology ຂອງຄໍາສັບໄວ້ໄດ້ຢ່າງດີ. ຍອມຮັບວ່າໄທຍເຂົາໄປໄກກວ່າລາວເຮົາຫຼາຍດ້ານການສ້າງຄໍາສັບໃຊ້.
ສະຫຼຸບຄື: ຜູ້ຂຽນແມ່ນເຫັນດີເຫັນພ້ອມກັບການສ້າງສັບ, ດັດແປງ (ປະຕິຮູບ), ແຜງສັບຫຼືຂະຫຍາຍຄໍາສັບໃຊ້ໃນພາສາລາວ ເພາະນັ້ນຄືການພັດທະນາພາສາ. ແຕ່ການພັດທະນາພາສາບໍ່ວ່າຈະເປັນການສ້າງສັບໃໝ່, ດັດແປງ ຫຼືແຜງຄໍາກໍດີຢາກໃຫ້ມີການພັດທະນາອີງຕາມຫຼັກການພາສາສາດ. ບໍ່ແມ່ນເຮົາຈະສ້າງສັບ, ຫຼືດັດແປງແບບໃດກໍໄດ້ຕາມໃຈຊອບ. ຖ້າເຮັດແບບນັ້ນມັນກໍຈະເປັນການທໍາລາຍພາສາຕົນເອງ. ຫຼັກການສ້າງສັບເພິ່ນກໍໄດ້ກໍານົດໄວ້ໃນໄວຍາກອນລາວຢຼ່ແລ້ວເຊັ່ນ:
1. ປະເພດແຜງຄໍາ: ດັດແປງຈາກຄໍາເຄົ້າໃຫ້ເປັນຄໍາໃໝ່
2. ປະເພດຄໍາປະສົມ: ເອົາຄໍາຫລາຍຄໍາມາຫຍໍ້ຫລືມາປະສົມໃຫ້ ເປັນ ຄໍາດຽວ.
3. ປະເພດຄໍາສະຫມາດ: ຄໍາປະສົມລະຫວ່າງຄໍາເຄົ້າທັງຫລາຍໃຫ້ເປັນ ຄໍາດຽວກັນ
4. ປະເພດຄໍາອະໄວຍະຍະ: ຄໍາປະສົມລະຫວ່າງຄໍາເຄົ້າ ເເລະ ຄໍາອຸບປະສັກ
5. ປະເພດຄໍາຕັດທິດ: ຄໍາປະສົມລະຫວ່າງຄໍາເຄົ້າ ເເລະ ຄໍາວິພັດ ຫລື ຄໍາປັດໄຈ.
6. ປະເພດຄໍາກີດົກ: ຄໍາປະສົມລະຫວ່າງ ເຫງົ້າ ທາດຂອງ ກິລິຍາ ເເລະ ວິພັດ ຫລື ປັດໄຈ.
7. ປະເພດຄໍາສົນທິ: ການເເຜງ ອັກຂະຫຼະ ບາລີ ເເລະ ສັນສະກິດ (ປະເພດນີ້ຄ້່າຍຄືກັນກັບການແຜງໃນຂໍ້ 1).
ຖ້າເຮົາຍຶດຖືວິທີຂ້າງເທິງເປັນຫຼັກໃນການສ້າງສັບໃໝ່ໃຊ້ກໍຈະບໍ່ມີບັນຫາຕາມມາພາຍຫລັງ. ຄໍາສັບທີ່ເຮົາສ້າງກໍຈະໄດ້ມາດຕະຖານມີ ປະວັດຄໍາສັບ, ທາດສັບ, ຮາກສັບໄວ້ເພື່ອການສຶກສາໄດ້ຢ່າງດີ. ຕົວຢ່າງ: ຄໍາວ່າ ເສັດແຜງເປັນຄໍາໃໝ່ເປັນສໍາເລັດ, ເກີດ ເປັນ ກໍາເນີດ, ແຈກ ເປັນ ຈໍາແນກ, ຈ່າຍ ເປັນ ຈໍາໜ່າຍ, ສຽງເປັນ ສໍານຽງ,ເດີນ ເປັນ ດໍາເນີນແລະຫຼາຍໆຄໍາສັບທີ່ຖືກແຜງໃນກໍລະນີດຽວກັນນີ້. ຈະເຫັນໄດ້ວ່າຄໍາແຕ່ລະຄໍາຈະຮັກສາພະຍັນຊະນະຕົ້ນພະຍາງຕົວເຄົ້າໄວ້ຄືເກົ່າ. ເພື່ອຮັກສາຮາກຄໍາສັບ. ແຕ່ຂໍນໍາທ້ອນ, ຜູ້ຂຽນເຫັນຍາມໃດແມ່ນເກືອບເປັນລົມຍາມນັ້ນທີ່ພາກັນເອົາຄໍາວ່າ ຍ່າງ ມາປະສົມກັບຄໍາວ່າລົດ "ລົດຍ່າງ" ແລ້ວຕີຄວາມໝາຍວ່າ ລົດຖິບ. ເງິບທຸກເທື່ອທີ່ເຫັນ. 😄😂
ປສ
Subscribe to:
Post Comments (Atom)
No comments:
Post a Comment