Thursday, July 9, 2026

ເຫດການດິນຍຸບຢູ່ເມືອງວິລະບູລີ ກ່ຽວຂ້ອງກັບ ບໍ່ແຮ່ເຊໂປນບໍ່?

 

ການຂຸດຄົ້ນບໍ່ແຮ່ສາມາດເຮັດໃຫ້ເກີດດິນຍຸບໃນພື້ນທີ່ຢູ່ຫ່າງໄກອອກໄປຫຼາຍກິໂລແມັດ ສາເຫດຫຼັກທີ່ນັກວິຊາການເບິ່ງຂ້າມກໍຄື ການລະບາຍນ້ຳ ຫຼື ສູບນໍ້າອອກຈາກບໍ່ແຮ່ ແລະ ອຸໂມງ (dewatering). ເມື່ອບໍ່ແຮ່ສູບນ້ຳໃຕ້ດິນປະລິມານມະຫາສານເພື່ອຮັກສາອຸໂມງ ແລະ ບໍ່ແຮ່ໃຫ້ແຫ້ງ ລະດັບນໍ້າໃຕ້ດິນໃນພື້ນທີ່ໂດຍລວມບໍ່ວ່າຈະຢູ່ເຂດບໍ່ແຮ່ ແລະ ອ້ອມຂ້າງຈະລົດຕໍ່າລົງ. ຖ້າພື້ນທີ່ ຫຼື ສະພາບພູມມີປະເທດອ້ອມຂ້າງໂດຍລວມປະກອບໄປດ້ວຍຫີນປູນ ຫຼື ຫີນທີ່ລະລາຍນໍ້າໄດ້ (ພື້ນທີ່ karst), ການລະບາຍນ້ຳ ຫຼື ສູບນໍ້າອອກຈະເຮັດໃຫ້ສູນເສຍແຮງອູ້ມຊູ ຫຼືພັກດັນຂອງນໍ້າໃຕ້ດິນທີ່ເຄີຍຊ່ວຍຮອງຮັບຊັ້ນດິນ ແລະ ຫິນ ເຊິ່ງສົ່ງຜົນໃຫ້ເກີດການຍຸບຕົວຂອງພື້ນດິນຕາມທໍາມະຊາດຢ່າງກະທັນຫັນໃນຈຸດພື້ນທີ່ຫ່າງຈາກບໍລິເວນຂຸດຄົ້ນບໍ່ແຮ່ອອກໄປຫຼາຍກິໂລແມັດ. ບໍ່ແຮ່ເຊໂປນເປັນບໍ່ແຮ່ໃຫຍ່ທີ່ສຸດໃນປະເທດລາວ ແລະ ອາດໃຫຍ່ທີ່ສຸດໃນໂລກ, ຂໍ້ມູນຈາກ website ຂອງບໍ່ແຮ່ເຊໂປນລະບຸວ່າມີຂະບວນການລະບາຍນໍ້າ (dewatering). ຄິດເບິ່ງວ່າບໍ່ແຮ່ໃຫຍ່ທີ່ສຸດໃນໂລກເຊິ່ງຄຸມພື້ນທີ່ກວມລວມຫຼາຍກິໂລແມັດ ແຕ່ລະມື້ ແຕ່ລະເດືອນ ແລະ ປີຈະສູບນໍ້າໃຕ້ດິນອອກຈາກພື້ນທີ່ດິນເພື່ອຮັກສາໃຫ້ບໍ່ແຮ່ ແລະ ອຸໂມງຂອງຕົນໃຫ້ແຫ້ງນັ້ນ ຈະຕົກເປັນປະລິມານເທົ່າໃດ...ຜູ້ຂຽນຄິດວ່າ ຢ່າງມະຫຶມາ!  ແລ້ວສະພາບພູມີປະເທດແຖວນັ້ນກໍເຕັມໄປດ້ວຍຫີນປູນ ແລະ ພື້ນທີ່ karst.  ຫວັງວ່ານັກວິຊາການລາວທີ່ອອກມາຊີ້ແຈງຈະມາອ່ານຂໍ້ຄວາມນີ້ ແລ້ວເກັບໄປພິຈາລະນາ ຫຼືທາງໜັງສືພິມຈະສົ່ງໃຫ້ທາງພາກສ່ວນທີ່ກ່ຽວຂ້ອງເກັບໄປຄົ້ນຄວ້າຢ່າງເລິກເຊີ່ງ ເພື່ອຮັກສາຊີວິດ ຊັບສິນຂອງປະຊາຊົນ...ຢ່າໄດ້ເບິ່ງຂ້າມ ການ dewatering ມັນບໍ່ແມ່ນຊິສົ່ງຜົນກະທົບພາຍໃນປີໜຶ່ງປີດຽວ ແຕ່ ມັນສະສົມໄວ້ເທື່ອລະເລັກເທື່ອລະນ້ອຍ ສິບຊາວປີຈຶ່ງລະເບີດບາດດຽວ.  ສາມສິບປີເມື່ອໜ້າເມືອງວິລະບູລີອາດຍຸບລົງໃຕ້ດິນກໍເປັນໄດ້....

ຂໍ້ມູນຈາກ: ກົມສໍາຫຼວດທາງທໍລະນີວິທະຍາແຫ່ງປະເທດອັງກິດ.

https://www.bgs.ac.uk/geological-research/


Friday, May 15, 2026

 ປະທານາທິບໍດີ ສີຈິນ ຜິ້ງ ແຫ່ງປະເທດຈີນ ສຶກສາທິສະດີຕາເວັນຕົກ..

ການພົບປະລະຫວ່າງປະທານາທິບໍດີ ສີຈິນ ຜິ້ງ ແລະ ໂດໂນທຣັມຂອງສອງມະຫາອໍານາດສອງສາມມື້ທີ່ຜ່ານມາຖືວ່າເປັນຂ່າວດັງໄປທົ່ວໂລກ. ໄດ້ມີການສົນທະນາຫາລີກັນຫຼາຍປະເດັນ ບໍ່ວ່າຈະເປັນດ້ານການຄ້າ, ດ້ານສົງຄາມອິຣ່ານ ແລະ ຄວາມໝັນຄົງຂອງໂລກ...ປະທານາທິບໍດີ ໂດໂນທຣັມຍົກພົນ CEO 18 ພົນຈາກບໍລິສັດຍັກໃຫຍ່ຂອງອະເມຣິກາເພື່ອຫວັງບຸກຕະຫຼາດຈີນ. ຜົນເຈລະຈາຈະອອກມາແນວໃດນັ້ນຕ້ອງໄດ້ເບິ່ງກັນຕໍ່ໄປ, ແຕ່ມີສິ່ງໜຶ່ງທີ່ໜ້າສົນໃຈສໍາລັບນັກຄິດ ນັ້ນກໍຄືຄໍາປາໄສເປີດກອງປະຊຸມຂອງທ່ານ ສີຈີນ ຜິ້ງ ທີ່ທ່ານກ່າວເຖິງທິດສະດີ Thucydides Trap ເຊິ່ງເຮັດໃຫ້ ໂດໂນທຣັມ ແລະ CEO 18 ພົນ ພ້ອມທັງຄະນະຕ້ອງໄດ້ຫັ້ນມາແນມເບິ່ງໜ້າກັນ.  ອາດພາກັນແປກໃຈທີ່ ທ່ານສີຈິນ ຜິ້ງສຶກສາທິສະດີຂອງນັກປາດຈາກອະເມຣິກາ.  Thucydides Trap ຄືທິສະດີທີ່ຂຽນຂຶ້ນໂດຍສາສດາຈານຊາວອະເມຣິກັນ Graham Allison ຈາກມະຫາວິທະຍາໄລ Harvard ເຊິ່ງເປັນມະຫາວິທະຍາໄລອະເມຣິກາທີ່ມີສື່ສຽງໂດ່ງດັງ ແລະ ລະດັບຕົ້ນໆຂອງໂລກ. ທີສະດີດັ່ງກ່າວນີ້ໄດ້ບັນຍາຍເຖິງຄວາມເຄັ່ງຕຶງຈະເກີດຂຶ້ນເມື່ອມີມະຫາອໍານາດໃໝ່ກໍາລັງຈະກ້າວຂຶ້ນມາແທນທີ່ມະຫາອໍານາດທີ່ມີຢູ່ແລ້ວ. ເຫດການແບບນີ້ຈະມັກເກີດສົງຄາມວະຫວ່າງ ມະຫາອໍານາດທີ່ກໍາລັງເກີດຂຶ້ນໃໝ່ ກັບ ມະຫາອໍານາດປັດຈຸບັນ ເຊິ່ງມະຫາອໍານາດປັດຈຸບັນຖືວ່າມະຫາອໍານາດທີ່ກໍາລັງເກີດຂຶ້ນເປັນຜູ້ຂົ່ມຄູ່ ແລະ ຄຸກຄາມຕໍ່ອໍານາດຕົນ (ເວົ້າງ່າຍໆກໍຄືຢ້ານຖືກຍາດບັນລັງ) ດັ່ງນັ້ນຈຶ່ງຕ້ອງເຮັດທຸກວິທີທາງ, ຖ້າຈໍາເປັນຕ້ອງເຮັດສົງຄາມກໍຕ້ອງເຮັດ, ເພື່ອສະກັດກັ້ນບໍ່ໃຫ້ມະຫາອໍານາດດັ່ງກ່າວນັ້ນມາທໍາລາຍອໍານາດຕົນເອງ. ໃນບໍລິບົດການກ່າວເຖິງທິສະດີດັ່ງກ່າວຂອງທ່ານສີຈິນ ຜິ້ງ ກໍຄື ປະເທດຈີນຄືມະຫາອໍານາດໃໝ່ທີ່ກໍາລັງເກີດຂຶ້ນ ແລະ ອະເມຣິກາຄືມະຫາອໍານາດປັດຈຸບັນ ເຊິ່ງອະເມຣິກາຖືວ່າຈີນເປັນຜູ້ຂົ່ມຄູ່ຕໍ່ອໍານາດຕົນ ຈຶ່ງເຫັນຈີນເປັນສັດຕູ ແລະ ພະຍາຍາມສະກັດກັ້ນຈີນບໍ່ໃຫ້ກາຍເປັນປະເທດມະຫາອໍານາດທີ່ຈະມາໂຄ່ນລົ້ມອໍານາດອະເມຣິກາ.  ທ່ານສີຈິນ ຜິ້ງກ່າວວ່າ ພວກເຮົາຢ່າຍຶດຕິດກັບທິສະດີດັ່ງກ່າວນັ້ນເລີຍ ພວກເຮົາສອງມະຫາອໍານາດສາມາດຢູ່ຮ່ວມກັນໄດ້ ສາມາດຮ່ວມມືກັນສ້າງຄວາມຈະເລີນໃຫ້ກັບໂລກ, ພວກເຮົາເປັນຂູ່ແຂ່ງແຕ່ບໍ່ແມ່ນສັດຕູ...ສອງມະຫາອໍານາດສາມາດຢູ່ຮ່ວມກັນໄດ້ ເຮົາຈະຜ່ານພົ້ນຈາກທິສະດີ Thucydides Trap ນີ້ໄປດ້ວຍກັນເພື່ອສັນຕິພາບ ແລະ ສະເຖຍລະພາບຂອງໂລກ.  ຄໍາກ່າວປາໄສຂອງທ່ານສີຈິນ ຜິ້ງສະເທືອນໄປທົ່ວໂລກ. ໜ້າສົນໃຈກໍຄື ທ່ານສີຈິນ ຜິ້ງສຶກສາຄົ້ນຄວ້າ ແລະ ເຊີດຊູທິສະດີຈາກນັກປາດອະເມຣິກາ ນີ້ສະແດງໃຫ້ເຫັນວ່າ ຜູ້ນໍາລະດັບໂລກຕ້ອງຮູ້ຮອບດ້ານ "ຮູ້ເຂົາຮູ້ເຮົາຮົບຮ້ອຍຄັ້ງຊະນະຮ້ອຍຄັ້ງ" - Sun Tzu.  

ສ. ປັນຍາສິນ