Thursday, June 16, 2016

ເລຶ່ອງສັ້້ນ ປະສົບການໆຮັບເພື່ອນໃນເຟສ.



ເລຶ່ອງສັ້້ນ ປະສົບການໆຮັບເພື່ອນໃນເຟສ.

ມື້ໜຶ່ງກໍຄືເກືອບທຸກໆມື້ນັ້ນແຫຼະ ພໍຕື່ນມາກໍເປີດເຝສປັບ, ອ່ານນັ້ນອ່ານນີ້, ແຍງນັ້ນແຍງນີ້, ແຍງໄປແຍງມາກໍໄປເຫັນ
“friend requests” ຈາກຜູ້ສາວນ້ອຍໜ້າຕາ ໂທ້ໆ, ງາມປານຕຸກກະຕາ. ສົງກະໄສ ເກັ່ງ ໂຟໂຕຊອບບໍ່ທໍາມະດາ.  ທາງນີ້ກໍບໍລໍຊ້າ ຮັບເອົາປຸບປັບທັນທີທັນໃດ. ຮັບໄປແລ້ວ, ກໍລໍຖ້າເບິ່ງວ່າ ເພິ່ນຊິທັກທາຍເຮົາບໍ, ລໍໄປເປັນຊົ່ວໂມງສອງຊົ່ວໂມງ ກະມິດຈີ່ລີ່. ບໍ່ມີຄໍາ ທັກທາຍຫຍັງ. ຄໍາຂອບໃຈຄໍາດຽວກໍບໍ່ມີ. ຄໍາສະບາຍດີກະບໍ່ມີ. ເລີຍຂ້ອງໃຈ ວ່າຜູ້ກ່ຽວ ມາຖ້າມແອັດເຮົາໄປເປັນເພື່ອນເພື່ອຫຍັງນໍ້. ທີ່ຈິງກໍເຫັນຫຼາຍໆຄົນທີ່ຖາມແອັດເຮົາ, ເວລາເຮົາຮັບເອົາແລ້ວກໍມິດໄປ. ບໍ່ແມ່ນເວົ້ານິນທາເດີ, ເວົ້າແທ້ຕໍ່ໜ້ານີ້ແຫຼະ. ຮັບໃດ້ກະຮັບ, ຮັບບໍ່ໄດ້ກໍຂໍໂທດນໍາ.  ຜູ້ຂຽນເອງກໍເຄີຍເປັນ, ບາງເທື່ອ ຖາມແອດເອົາໝູ່, ໝູ່ຮັບແລ້ວພັດ ເສີຍຢູ່ປານລີງປະອັນນັ້ນ. ຄໍາຂອບໃຈ ກະບໍ່ມີ.  ເສຍມາລະຍາດເນາະ (ເວົ້າໃຫ້ໂຕເອງດອກ ວາ).

ກັບໄປຫາສາວນ້ອຍອັນນັ້ນນບາດນີ້, ຂ້ອງໃຈເລີຍລອງທັກໄປຫາເພິ່ນ.

ຂ້ອຍ: ສະບາຍດີ, ຂອບໃຈເດີທີ່ແອດເປັນເພື່ອນ.

ສາວອັນນັ້ນ:   ມິດບໍ່ຕອບ.

ຂ້ອຍ: ຍິນດີທີ່ໄດ້ຮູ້ຈັກເດີ.

ສາວອັນນັ້ນ: ຍົກໂປ້
like ລ້າໆ ແຕ່ບໍ່ຕອບ.

ທາງນີ້ກໍເລີຍມິດ, ເຊົາທັກທາຍຕໍ່. ມື້ຕໍ່ມາພັດເຫັນເພິ່ນແຊຣ ໂຄສະນາສິນຄ້າມາໃຫ້ເບິ່ງ. ແຊຣນັ້ນແຊຣນີ້. ທາງນີ້ກໍເກີດມີອາການຕາມເຄີຍ, ຂ້ອງໃຈເລີຍຖາມ:

ຂ້ອຍ: ສະບາຍດີອີກຄັ້ງ, ເຈົ້າຂາຍເຄື່ອງບໍ?

ສາວອັນນັ້ນ: ແມ່ນແລ້ວ, ສົນໃຈຕິດຕໍ່ມາເດີ, ເບີໂທ....

ຂ້ອຍ:
(ຄິດໃນໃຈ: ໂອ້...ວ່າໃດເທື່ອແລ້ວນີ້ຈີ້ຜິດຈຸດ, ເທື່ອນີ້ຈີ້ຖືກຈຸດ, ຕອບໄວປານຈະຫຼວດ)  ຄິດຈົບແລ້ວກໍຖາມຕໍ່: ເຈົ້າຂາຍຫຍັງນໍ້?

ສາວອັນນັ້ນ: ຂາຍເຄື່ອງສໍາອາງ. ຮັບປະກັນຄຸນນະພາບ. ສົນໃຈສັ່ງເລີຍ. ລາຄາບໍ່ແພງ, ເອົາໄປລອງບໍ?

ຂ້ອຍ:  ຂ້ອຍເປັນຜູ້ຊາຍ. ບໍ່ຮູ້ຈັກໃຊ້ເດີເຄື່ອງແບບນັ້ນ.

ສາວອັນນັ້ນ: ຄີມທາໜ້າສີ ຂຶ້ມໆກະມີໄດ໋ ອ້າຍ.

ຂ້ອຍ: ຮວຍ ນາງອັນນີ້ ມັນຊິໃຫ້ກູຊື້ຄີມທາໜ້າອິຫລີຕວ່ານິ
(ຄິດໃນໃຈ ດອກ ວາ, ບໍ່ໄດ້ຂຽນຕອບແບບນັ້ນ)

ຂ້ອຍ: ຂ້ອຍເປັນຜູ້ຊາຍ...ບໍ່ຮູ້ໃຊ້.

ສາວອັນນັ້ນ: ຜູ້ຊາຍກະບໍ່ເປັນຫຍັງ, ສັ່ງຈາກຂ້ອຍແລ້ວເອົາໄປຂາຍຕໍ່.

ຂ້ອຍ: ບ໋ະ, ອີ່ນີ້....ຊິໃຫ້ກູຂາຍໃຫ້ຜີວະ
(ເວົ້າໃນໃຈດອກ ວາ) ພໍຄິດເວົ້າໃນໃຈຈົບກໍຕອບຄືນ: ບໍ່..ໄດ້ແລ້ວຂອບໃຈຫຼາຍໆ.

ສາວອັນນັ້ນ: ມິດ...ບໍ່ຕອບ.

ພໍສົນທະນາມາຮອດນີ້, ທາງນີ້ກໍຮູ້ແລ້ວວ່າຜູ້ກ່ຽວແອັດເອົາເພື່ອຢາກ ໄດ້ສະໝູນໂຄສະນາສິນຄ້າ.  ຖ້າລົມຕໍ່ຢ້ານຊິໄດ້ສັ່ງຊື້ຄີມທາໜ້າມາຂາຍໃຫ້ຜີຄືວ່າ. ເລີຍ. ອັນເຟຣນສະ
(unfriend) ຈົບເລຶ່ອງ.

ເລຶ່ອງສັ້ນໆຂ້າງເທິງເຖິງຈະເປັນເລຶ່ອງຕະຫຼົກທຽມແທ້ ແຕ່ກໍສະທ້ອນໃຫ້ເຫັນ ພຶດຕິກໍາຫຼາຍໆຄົນໃນການນໍາໃຊ້ເຝສບຸກ. ຄໍາວ່າ ມາລະຍາດ ສະເພາະບາງຄົນກໍຈົນຫາບໍ່ເຫັນ.  ຫວັງວ່າ ວັດທະນະທໍາໄຮ້ນໍ້າໃຈແບບນີ້ຈະບໍ່ ສູນຫາຍໄປຈາກສັງຄົມລາວເຮົາຍ້ອນເຝກສບຸກເນາະ.  ເພາະນັ້ນຄືມີດອີກຄົມໜຶ່ງ ຂອງເຝກສບຸກ....ສ້າງສັງຄົມໄຮ້ວິີນຍານກໍຄືສັງຄົມກົ້ມໜ້ານັ້ນແລ. 

ປສ
6/16/2016

Friday, June 10, 2016

ຄວາມຮັບຜິດຊອບ ພາກ II.



ຄວາມຮັບຜິດຊອບເປັນບົດຂຽນການເລົ່າເລຶ່ອງລາວຂອງສອງຄົນ ທີ່ໃຊ້ເສັນທາງເດີນແຕ່ຕ່າງກັນ. ທັງສອງຈະປະເຊີນກັບຊີວິດແບບໃດນັ້ນ ຕ້ອງອ່ານ, ອ່ານໆ :-D ນີ້ແມ່ນພາກ 2, ຕໍ່ຈາກພາກ 1 ທີ່ເອົາລົງແຕ່ປີກາຍ. ຈັກຫາຍໄປໃສລະ.

ພາກ II.
ຫຼັງຈາກຢ່າຮ້າງກັນແລ້ວຂ້ອຍກໍ່ກັບໄປຢູ່ນໍາພໍ່ແມ່ຊົ່ວຄາວ, ບໍ່ດົນຕໍ່ມານ້ອຍກໍເອົາຜົວໃຫມ່ເປັນຄົນອະເມຣິກາທີ່ທໍາງານຢູ່ບ່ອນດຽວກັບນ້ອຍ. ເບຶ້ອງຫຼັງທີ່ນ້ອຍຕັດສິນໃຈເອົາຜົວໃຫມ່ແບບກະທັນຫັນນັ້ນ, ຂ້ອຍກໍບໍ່ຮູ້ ແລະກໍບໍ່ເຄີຍສົນໃຈຢາກຮູ້. ເພາະມັນເປັນເລຶ່ອງຂອງນ້ອຍທີ່ຕ້ອງຕັດສິນໃຈ. ຫຼັງຈາກນ້ອຍເອົາຜົວໃຫມ່ ນ້ອຍກໍຍ້າຍໄປຢູ່ກັບຜົວ. ແຕ່ ນ້ອຍກໍບໍ່ຄ່ອຍດີໃຈ ເພາະ ນ້ອຍຕ້ອງໄດ້ຖິ້ມແມ່ ແລະລູກ. ບັນຫາຂອງນ້ອຍ ຕ້ອງມາເບິ່ງປະເພນີຊາວອະເມຣິກາໜ້ອຍໜຶ່ງເນາະ. ສ່ວນໃຫຍ່ເວລາແຕ່ງງານຄູ່ຜົວເມຍຈະບໍ່ຍອມຮັບເອົາ ພໍ່ແມ່່ຫຼືຄອບຄົວຂອງຜົວ ຫຼືເມຍມາຢູ່ນໍາ. ເຂົາມັກແບບອິສະລະ ຢູ່ກັນສອງຜົວເມຍ ແລະລູກນ້ອຍ. ແລະເວລາລູກໃຫຍ່ຂຶ້ນມາອາຍຸເຕັມກະສຽນ ລູກກໍຈະພາກັນຍັບຍ້າຍອອກຈາກພໍ່ແມ່. ປ່ອຍໃຫ້ພໍ່ແມ່ຢູ່ສອງຕໍ່ສອງຕາມລໍາພັງ. ເປັນປະເພນີ ແບບຮັບຜິດຊອບຊີວິດໃຜຊີວິດມັນ. ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ເຂົາຖິ້ມປະລະເລີງຕໍ່ກັນ. ມີບັນຫາຫຍັງເຂົາກໍຈະຊ່ວຍ ແຕ່ຊ່ວຍໄປໃນທໍານອງໃຫ້ຮູ້ຈັກຮັບຜິດຊອບ, ຊ່ວຍໃຫ້ເປັນໂຕຂອງໂຕເອງ. ບໍ່ແມ່ນຊ່ວຍແບບເອົາມາຢູ່ນໍາເປັນພາລະລ້ຽງເກືອ. ເພາະສະນັ້ນ, ບັນຫາຂອງນ້ອຍກໍຄືຜົວລາວບໍ່ຍອມໃຫ້ນ້ອຍເອົາແມ່ມາຢູ່ນໍາແບບຖາວອນ, ພຽງແຕ່ຍອມໃຫ້ຢູ່ນໍາຊົ່ວຄາວ. ສ່ວນລູກນ້ອຍແມ່ນຍອມຮັບລ້ຽງເອົາເປັນລູກບຸນທໍາເລີຍ.  ຂ້ອຍເຫັນບັນຫາເປັນແບບນັ້ນ ກໍເລີຍຂໍຮ້ອງກັບນ້ອຍໃຫ້ຍົກລູກໃຫ້ພໍ່ແມ່ຂ້ອຍລ້ຽງ, ແລ້ວຖ້າແມ່ຂອງນ້ອຍຢາກມາຢູ່ນໍາພວກຂ້ອຍຊົ່ວຄາວກໍບໍ່ເປັນຫຍັງ. ຊໍາຊາຫາບ່ອນຢູ່ໃໝ່ໄດ້ ຫຼືຢາກຢູ່ເລີຍກໍໄດ້. ເຖິງຈັງໃດ ແມ່ຂອງນ້ອຍກໍເປັນເພື່ອນຊະນິດກັບແມ່ຂ້ອຍຢູ່ແລ້ວ.  ຄືຊິບໍ່ມີບັນຫາຫຍັງ.  ຂ້ອຍຂໍຮ້ອງຫຼາຍເທື່ອແຕ່ນ້ອຍກໍບໍ່ຕົກລົງໂດຍສະເພາະເລຶ່ອງລູກ, ສ່ວນແມ່ຂອງລາວແມ່ນຍອມໃຫ້ມາຢູ່ນໍາພວກຂ້ອຍ.

ຫລັງຈາກນັ້ນຕໍ່ມາບໍ່ດົນ, ຂ້ອຍເອງກໍສະມັກເຂົ້າເປັນທະຫານ ເພື່ອຫາທຶນຮຽນຕໍ່. ແຕ່ກ່ອນຂ້ອຍຈະຖືກຍ້າຍອອກໄປປະຈໍາໜ້າທີ່ຢູ່ຕ່າງປະເທດ, ມື້ອອກເດີນທາງ ກໍໄດ້ສັ່ງລາຄອບຄົວຕາມປົກກະຕິ. ພ້ອມນັ້ນກໍສັ່ງລາແມ່ຂອງນ້ອຍນໍາ, ເພິ່ນເຫັນຂ້ອຍຍົກມືນົບສັ່ງລາ ກໍສະອື້ນໄຫ້ຂຶ້ນຢ່າງແຮງ. ມື້ນັ້ນຂ້ອຍຈື່ເຫດການໄດ້ດີເພິ່ນທັງໄຫ້, ທັງສັ່ນສະອື້ນເອົາມືລູບຫົວຂ້ອຍ ແລ້ວຂໍຮ້ອງຂ້ອຍໃຫ້ຮັບປາກເພິ່ນບາງຢາງ,
ລູກ, ແມ່ບໍ່ຮູ້ວ່າອະນາຄົດຈະເປັນຈັ່ງໃດ, ເຖິງຈະດີ ຈະຮ້າຍຈະຊົ່ວປານໃດ ແມ່ຂໍຝາກນ້ອຍແດ່ເດີ ລູກ. ແມ່ມີລູກສາວຄົນດຽວ. ນ້ອຍບໍ່ມີໃຜຢູ່ອະເມຣິກາ, ບໍ່ມີຍາດ ບໍ່ມີພີ່ນ້ອງ. ແລະນ້ອຍກໍບໍ່ຮູ້ຈັກໃຜຢູລາວ, ແມ່ເອງກໍບໍ່ມີໃຜຢູ່ອະເມຣິກາ, ແມ່ຂໍຝາກນ້ອງແດ່ເດີ...ຈັ່ງໃດກໍຢ່າຖິ້ມຢ່າປະນ້ອງເດີລູກ... ແມ່ຂ້ອງນ້ອຍທັງເວົ້າທັງໄຫ້ສະອື້ນນໍ້າຕາຜ່າແກ້ມ. ຂ້ອຍໄດ້ຍິນຄໍາຮ້ອງຂໍແບບນັ້ນກໍອົດກັ້ນນໍ້າຕາຜ່າເບົ້າບໍ່ໄດ້. ບໍ່ເປັນຫຍັງດອກ ແມ່ເອີຍ, ຖ້າລູກມີໂອກາດກໍຈະ ເບິ່ງແຍງຫມົດທຸກຄົນຫັ້ນແຫຼະ... ຂ້ອຍຕອບໄປແບບໃຫ້ກໍາລັງໃຈ. ແຕ່ທີ່ຈິງແລ້ວ ອະນາຄົດຂ້ອຍກໍບໍ່ຮູ້ວ່າ ຊິເປັນແນວໃດດີ.   

ຫຼາຍປີຕໍ່ມາ ຫລັງຈາກຂ້ອຍຈົບຈາກທະຫານ ຂ້ອຍກໍຮຽນຕໍ່ເອົາປະລິນຍາໂທ, ຫລັງຈາກຈົບໂທກໍເລິ່ມສ້າງຖານະ, ສ້າງເນື້ອສ້າງຕົວຈົນກາຍເປັນຜູ້ຫລັກຜູ້ໃຫຍ່. ມີຖານະພຽງພໍສາມາດເປັນທີ່ເພິ່ງພາຂອງຄອບຄົວ, ຂອງພໍ່ແມ່ ແລະອ້າຍເອື້ອຍນ້ອງນຸ່ງທຸກຄົນ.  
ຄົນເຮົາເກີດມາຕ່າງແນວຄິດຕ່າງຈິດໃຈ. ແຕ່ພື້ນຖານສ້າງຖານະບໍ່ຕ່າງກັນ ຖ້າມີໂອກາດກໍຈະສ້າງຖານະໄດ້ເທົ່າທຽມກັນ. ຄົນໜຶ່ງບຸກບຶນຊອກຫາວິຊາ, ຫາຄວາມຮູ້ໃສ່ຕົວເພື່ອອະນາຄົດ, ແຕ່ອີກຄົນຍຶດຖືປັດຈຸບັນເປັນຫຼັກ. ປາກມາກ່ອນ, ວິຊາມານໍາຫລັງ. ຕ່າງຄົນຕ່າງແນວຄິດ. ຊີວິດຂອງ ສອງຄົນຈະເປັນແນວໃດ. ຢ່າລີມຕິດຕາມອ່ານພາກ III ເດີ, ປີໜ້າພຸ້ນລະຈັ່ງຊິຂຽນໃຫ້ອ່ານ. 

ປສ.
6/10/2016

Thursday, June 2, 2016

ຕ່າງຄົນ ຕ່າງຄິດ



“Put yourself in one's shoes ເປັນຄໍາສໍານວນ ມີຄວາມໝາຍວ່າຕ້ອງເຂົ້າໄປຢູ່ໃນສະພາບທີ່ເຂົາເປັນ, ເຮົາຈຶ່ງຈະເຂົ້າໃຈໃນການກະທໍາຂອງເຂົາ ຫລືການຕັດສິນໃຈຂອງເຂົາ. ຫລືເຮົາຕ້ອງເປັນເຂົາຈຶ່ງຈະເຂົ້າໃຈເຂົາ.

ສໍານວນຂ້າງເທິງເປັນສໍານວນໃຫ້ຄະຕິເຕືອນໃຈໃນການສອນຄົນ, ເປັນສໍານວນບົ່ງບອກເຖິງວິທີຄິດຂອງຄົນແຕກຕ່າງກັນ. ບອກເຖິງການສ້າງແນວຄິດພືນຖານຂອງແຕ່ລະຄົນແຕກຕ່າງກັນ. ໝາຍເຖິງສະພາບການເຕີບໂຕຂອງຄົນບໍ່ຄືກັນ, ຕ່າງວັດທະນະທໍາ, ຕ່າງສັງຄົມ, ຕ່າງສະຖານະ, ແລະອື່ນໆຄືປັດໄຈໃນການສ້າງຄວາມຄິດຂອງຄົນທີ່ແຕກຕ່າງກັນ. ເຖິງແມ່ນວ່າບາງຄົນມີໂອກາດຈະປ່ຽນແນວຄິດ, ຫລືໂອກາດຈະປ່ຽນຖານະຊີວິດຂອງຕົນໃຫ້ດີຂຶ້ນ,ແຕ່ດ້ວຍເຫດໃດຈຶ່ງບໍ່ຍອມປ່ຽນ ຫລືເຫດໃດຈຶ່ງບໍ່ຄິດຈະປ່ຽນແປງເລີຍ?

ເລຶ່ອງສັ້ນປະກອບບົດຄວາມ:
ຢູ່ອ້ອມແອ້ມເມືອງຜູ້ຂ້າຢູ່ນີ້ມີຜູ້ຍິງຄົນລາວສາມຄົນທີ່ຮູ້ຈັກແລະໄດ້ສັງເກດມາຫຼາຍປີແລ້ວ. ເຊິ່ງທັງສາມຕອນສະໄໝມາເມກາໃໝ່ ແມ່ນມີອາຍຸປະມານ
18-21ປີ. ຕ່າງຄົນຕ່າງມາຕາມເງື່ອນໄຂຂອງຕົນເອງ, ຄົນໜຶ່ງແຕ່ງງານກັບຄົນລາວຢູ່ເມກາ (ຜົວປະກັນມາ), ຄົນໜຶ່ງພໍ່ແມ່ປະກັນມາ, ຄົນໜຶ່ງແຕ່ງງານກັບຄົນອະເມກາ (ຜົວປະກັນມາ).
1.   ຄົນທີ່ຜົວຄົນລາວປະກັນມາ, ຢູ່ນໍາກັນບໍ່ພໍປີ ກໍມີບັນຫາແລ້ວເລີກກັນ. ເມຍໄປເອົາຜົວໃໝ່, ເອົາກັບຄົນໄທຍທີ່ເຮັດວຽກຢູ່ຮ້ານອາຫ້ານໄທຍ. ບັນຫາຄື, ເວລາຢ່າຮ້າງກັບຜົວຄົນລາວ, ຜູ້ກ່ຽວຍັງບໍ່ທັນໄດ້ໜັງສືອະນຸຍາດໃຫ້ຢູ່ເມກາແບບຖາວອນເທື່ອ, ຕ້ອງລໍສອງປີຈຶ່ງຈະໄດ້, ແຕ່ໃຈຮ້ອນໜີຈາກຜົວລາວໄປເອົາຜົວໄທຍເສຍກ່ອນ. ບັນຫາໜັກກວ່ານັ້ນຄື, ຜົວໃໝ່ເປັນຄົນເຖື່ອນ, ແບບຢູ່ເມກາຜິດກົດໝາຍ. ບໍ່ມີບັດຂຽວ. ທັງສອງກໍເລີຍກາຍເປັນຜົວເມຍນອກກົດໝາຍແລະເປັນຄົນເຖື່ອນທັງສອງ, ຖ້າຖືກຈັບ, ທັງສອງກໍຈະຖືກເນລະເທດສົ່ງກັບປະເທດລາວແລະໄທຍ.

2. ຄົນທີ່ຜົວເມກາປະກັນມາ, ເມື່ອມາຢູ່ບໍ່ພໍສອງປີ ກ່ອນຈະເຮັດບັດຂຽວ, ບັງເອີນຜົວເຮັດຜິດຕໍ່ກົດໝາຍ ຖືກຈັບເຂົ້າຂຸກ. ແລ່ນເຮັດບັດຂຽວໃຫ້ເມຍບໍ່ໄດ້. ຕໍ່ມາທາງເມຍກໍຕິດພັນກັບສັງຄົມລາວ, ຕິດເລີຍຕິດ ກໍເລີຍຕີຕົວໜີຈາກຜົວ ແລ່ນນໍາບ່າວຄົນລາວ. ແບບຫລິ້ນກິນກັນໄປວັນໆ. ບັນຫາຄື ປັດຈຸບັນຍັງບໍ່ມີຄົນລາວຄົນໃດຈະສະມັກໄປເປັນຜົວແທ້ໆ ທີ່ຈະປະກັນເອົາຢູ່ເມກາເລີຍ. ຍັງເປັນຄົນເຖື່ອນຢູ່.

ຄົນທີ່ພໍ່ແມ່ປະກັນເອົາມາ, ຄົນນີ້ ຕ່າງຈາກສອງຄົນຂ້າງເທິງ, ໄດ້ບັດຂຽວ ສາມາດຢູ່ເມກາໄດ້ຢ່າງສະບາຍ, ແຕ່ບັນຫາຄື ໄປເອົາຜົວຄົນລາວ ທີ່ເປັນຄົນເຖື່ອນ, ຢູ່ເມກາແບບຜິດກົດໝາຍ, ບໍ່ມີອາຊີບບໍ່ມີຖານະໃນສັງຄົມ, ເຮັດວຽກຫາເງິນສົດຕາມຮ້ານອາຫານ ລາວຫລືໄທຍສົ່ງເງິີນໄປລ້ຽງຄອບຄົວຢູ່ລາວ.

ຜູ້ຍິງທັງສາມຄົນທີ່ກ່າວມາຂ້າງເທິງອາຍຸຍັງນ້ອຍ, ປັດຈຸບັນກໍຍັງນ້ອຍຢູ່, ບໍ່ເຖິງ
26 ປີຊໍ້າ. ອະນາຄົດຍັງຍາວໄກ, ໂອກາດຈະສ້າງຖານະ, ສ້າງຕົ້ນທືນຊີວິດໃຫ້ຕົນເອງດີຂຶ້ນ ແມ່ນມີຢ່າງຫລວງຫຼາຍ. ເພາະໄດ້ມາຢູ່ປະເທດທີ່ເຕັມໄປດ້ວຍໂອກາດ, ແຕ່ບໍ່ວ່າຢູ່ໃສເຮົາກໍຕ້ອງເປັນຄົນສ້າງໂອກາດ, ບໍ່ແມ່ນຊິລໍໃຫ້ໂອກາດສ້າງເຮົາ. ຢູ່ເມກາໂອກາດມີຫຼາຍແຕ່ຕ້ອງບໍ່ຄ້ານຮຽນ. ບໍ່ເກັ່ງພາສາກໍຕ້ອງຮຽນພາສາ, ເກັ່ງແລ້ວກໍຮຽນຕໍ່ເອົາປະລິນຍາຕີ, ໂທ, ເອກ ເພື່ອນໍາເອົາຜະຫຍາມາໃສ່ປູມເຮົາເພື່ອລ້ຽງຊີບເຮົາ ແລະພີ່ນ້ອງເຮົາ. ແຕ່ແນວຄິດຕົວລະຄອນທັງສາມ, ເຂົາພັດບໍ່ຄິດຄືເຮົາ. ເຖິງຈະສອນ, ຈະໃຫ້ຄໍາແນະນໍາ, ຄໍາປຶກສາກໍບໍ່ຟັງ. ພາກັນຕັດສິນໃຈຕາມແນວຄິດຂອງຕົນ. ເສຍດາຍ, ສະພາບແວດລ້ອມອໍານວຍທຸກຢ່າງ, ແຕ່ບໍ່ຍອມອໍານວຍແນວຄິດຂອງຕົນເອງ. ສຸດທ້າຍ, ກໍກາຍເປັນຜູ້ຍິງກືກໜັງສືໃນເມກາ, ຫາງານທໍາບໍ່ໄດ້. ຄົນທີ່ 1-2 ແຮງຮ້າຍ, ກາຍເປັນຄົນເຖື່ອນ. ຄົນທີ່ 3 ໄຄແດ່, ແຕ່ຕົກຫລຸມຮັກບ່າວເຖື່ອນ. ຈະສ້າງຄອບຄົວກໍຍາກ.

ສະຫລຸບກໍຄື, ດັ່ງໄດ້ກ່າວມາຂ້າງເທິງ, ສະພາບການເຕີບໂຕຂອງຄົນມັນຕ່າງກັນ, ເກີດຕ່າງສັງຄົມ ແນ່ນອນຕ້ອງມີແນວຄິດທີ່ແຕກຕ່າງ. ສະນັ້ນຫົວຂໍ້ທີ່ວ່າ, ຕ້ອງເປັນເຂົາຈຶ່ງຈະເຂົ້າໃຈເຂົານັ້ນຖືກແລ້ວ. ສ່ວນເຮົາຈະພະຍາຍາມດັດແປງເຂົາໃຫ້ເປັນເຮົາດັດຊົ່ວຊີວິດກໍບໍ່ສໍາເລັດ. ໃຫ້ເຂົາເປັນໂຕເຂົານັ້ນແລ້ວດີ ກວ່າ. ປະສົບການທີ່ເຂົາຕ້ອງຮຽນຮູ້ເອງເທົ່ານັ້ນຈະສ້າງແນວຄິດໃໝ່ໆໃຫ້ກັບເຂົາເອງ...ແຕ່ຫວັງວ່າຈະບໍ່ສວາຍເກີນແກ້.   


ປສ.