ຄວາມຮັບຜິດຊອບເປັນບົດຂຽນການເລົ່າເລຶ່ອງລາວຂອງສອງຄົນ ທີ່ໃຊ້ເສັນທາງເດີນແຕ່ຕ່າງກັນ. ທັງສອງຈະປະເຊີນກັບຊີວິດແບບໃດນັ້ນ ຕ້ອງອ່ານ, ອ່ານໆ :-D ນີ້ແມ່ນພາກ 2, ຕໍ່ຈາກພາກ 1 ທີ່ເອົາລົງແຕ່ປີກາຍ. ຈັກຫາຍໄປໃສລະ.
ພາກ II.
ຫຼັງຈາກຢ່າຮ້າງກັນແລ້ວຂ້ອຍກໍ່ກັບໄປຢູ່ນໍາພໍ່ແມ່ຊົ່ວຄາວ, ບໍ່ດົນຕໍ່ມານ້ອຍກໍເອົາຜົວໃຫມ່ເປັນຄົນອະເມຣິກາທີ່ທໍາງານຢູ່ບ່ອນດຽວກັບນ້ອຍ. ເບຶ້ອງຫຼັງທີ່ນ້ອຍຕັດສິນໃຈເອົາຜົວໃຫມ່ແບບກະທັນຫັນນັ້ນ, ຂ້ອຍກໍບໍ່ຮູ້ ແລະກໍບໍ່ເຄີຍສົນໃຈຢາກຮູ້. ເພາະມັນເປັນເລຶ່ອງຂອງນ້ອຍທີ່ຕ້ອງຕັດສິນໃຈ. ຫຼັງຈາກນ້ອຍເອົາຜົວໃຫມ່ ນ້ອຍກໍຍ້າຍໄປຢູ່ກັບຜົວ. ແຕ່ ນ້ອຍກໍບໍ່ຄ່ອຍດີໃຈ ເພາະ ນ້ອຍຕ້ອງໄດ້ຖິ້ມແມ່ ແລະລູກ. ບັນຫາຂອງນ້ອຍ ຕ້ອງມາເບິ່ງປະເພນີຊາວອະເມຣິກາໜ້ອຍໜຶ່ງເນາະ. ສ່ວນໃຫຍ່ເວລາແຕ່ງງານຄູ່ຜົວເມຍຈະບໍ່ຍອມຮັບເອົາ ພໍ່ແມ່່ຫຼືຄອບຄົວຂອງຜົວ ຫຼືເມຍມາຢູ່ນໍາ. ເຂົາມັກແບບອິສະລະ ຢູ່ກັນສອງຜົວເມຍ ແລະລູກນ້ອຍ. ແລະເວລາລູກໃຫຍ່ຂຶ້ນມາອາຍຸເຕັມກະສຽນ ລູກກໍຈະພາກັນຍັບຍ້າຍອອກຈາກພໍ່ແມ່. ປ່ອຍໃຫ້ພໍ່ແມ່ຢູ່ສອງຕໍ່ສອງຕາມລໍາພັງ. ເປັນປະເພນີ ແບບຮັບຜິດຊອບຊີວິດໃຜຊີວິດມັນ. ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ເຂົາຖິ້ມປະລະເລີງຕໍ່ກັນ. ມີບັນຫາຫຍັງເຂົາກໍຈະຊ່ວຍ ແຕ່ຊ່ວຍໄປໃນທໍານອງໃຫ້ຮູ້ຈັກຮັບຜິດຊອບ, ຊ່ວຍໃຫ້ເປັນໂຕຂອງໂຕເອງ. ບໍ່ແມ່ນຊ່ວຍແບບເອົາມາຢູ່ນໍາເປັນພາລະລ້ຽງເກືອ. ເພາະສະນັ້ນ, ບັນຫາຂອງນ້ອຍກໍຄືຜົວລາວບໍ່ຍອມໃຫ້ນ້ອຍເອົາແມ່ມາຢູ່ນໍາແບບຖາວອນ, ພຽງແຕ່ຍອມໃຫ້ຢູ່ນໍາຊົ່ວຄາວ. ສ່ວນລູກນ້ອຍແມ່ນຍອມຮັບລ້ຽງເອົາເປັນລູກບຸນທໍາເລີຍ. ຂ້ອຍເຫັນບັນຫາເປັນແບບນັ້ນ ກໍເລີຍຂໍຮ້ອງກັບນ້ອຍໃຫ້ຍົກລູກໃຫ້ພໍ່ແມ່ຂ້ອຍລ້ຽງ, ແລ້ວຖ້າແມ່ຂອງນ້ອຍຢາກມາຢູ່ນໍາພວກຂ້ອຍຊົ່ວຄາວກໍບໍ່ເປັນຫຍັງ. ຊໍາຊາຫາບ່ອນຢູ່ໃໝ່ໄດ້ ຫຼືຢາກຢູ່ເລີຍກໍໄດ້. ເຖິງຈັງໃດ ແມ່ຂອງນ້ອຍກໍເປັນເພື່ອນຊະນິດກັບແມ່ຂ້ອຍຢູ່ແລ້ວ. ຄືຊິບໍ່ມີບັນຫາຫຍັງ. ຂ້ອຍຂໍຮ້ອງຫຼາຍເທື່ອແຕ່ນ້ອຍກໍບໍ່ຕົກລົງໂດຍສະເພາະເລຶ່ອງລູກ, ສ່ວນແມ່ຂອງລາວແມ່ນຍອມໃຫ້ມາຢູ່ນໍາພວກຂ້ອຍ.
ຫລັງຈາກນັ້ນຕໍ່ມາບໍ່ດົນ, ຂ້ອຍເອງກໍສະມັກເຂົ້າເປັນທະຫານ ເພື່ອຫາທຶນຮຽນຕໍ່. ແຕ່ກ່ອນຂ້ອຍຈະຖືກຍ້າຍອອກໄປປະຈໍາໜ້າທີ່ຢູ່ຕ່າງປະເທດ, ມື້ອອກເດີນທາງ ກໍໄດ້ສັ່ງລາຄອບຄົວຕາມປົກກະຕິ. ພ້ອມນັ້ນກໍສັ່ງລາແມ່ຂອງນ້ອຍນໍາ, ເພິ່ນເຫັນຂ້ອຍຍົກມືນົບສັ່ງລາ ກໍສະອື້ນໄຫ້ຂຶ້ນຢ່າງແຮງ. ມື້ນັ້ນຂ້ອຍຈື່ເຫດການໄດ້ດີເພິ່ນທັງໄຫ້, ທັງສັ່ນສະອື້ນເອົາມືລູບຫົວຂ້ອຍ ແລ້ວຂໍຮ້ອງຂ້ອຍໃຫ້ຮັບປາກເພິ່ນບາງຢາງ, “ລູກ, ແມ່ບໍ່ຮູ້ວ່າອະນາຄົດຈະເປັນຈັ່ງໃດ, ເຖິງຈະດີ ຈະຮ້າຍຈະຊົ່ວປານໃດ ແມ່ຂໍຝາກນ້ອຍແດ່ເດີ ລູກ. ແມ່ມີລູກສາວຄົນດຽວ. ນ້ອຍບໍ່ມີໃຜຢູ່ອະເມຣິກາ, ບໍ່ມີຍາດ ບໍ່ມີພີ່ນ້ອງ. ແລະນ້ອຍກໍບໍ່ຮູ້ຈັກໃຜຢູລາວ, ແມ່ເອງກໍບໍ່ມີໃຜຢູ່ອະເມຣິກາ, ແມ່ຂໍຝາກນ້ອງແດ່ເດີ...ຈັ່ງໃດກໍຢ່າຖິ້ມຢ່າປະນ້ອງເດີລູກ...” ແມ່ຂ້ອງນ້ອຍທັງເວົ້າທັງໄຫ້ສະອື້ນນໍ້າຕາຜ່າແກ້ມ. ຂ້ອຍໄດ້ຍິນຄໍາຮ້ອງຂໍແບບນັ້ນກໍອົດກັ້ນນໍ້າຕາຜ່າເບົ້າບໍ່ໄດ້. “ບໍ່ເປັນຫຍັງດອກ ແມ່ເອີຍ, ຖ້າລູກມີໂອກາດກໍຈະ ເບິ່ງແຍງຫມົດທຸກຄົນຫັ້ນແຫຼະ...” ຂ້ອຍຕອບໄປແບບໃຫ້ກໍາລັງໃຈ. ແຕ່ທີ່ຈິງແລ້ວ ອະນາຄົດຂ້ອຍກໍບໍ່ຮູ້ວ່າ ຊິເປັນແນວໃດດີ.
ຫຼາຍປີຕໍ່ມາ ຫລັງຈາກຂ້ອຍຈົບຈາກທະຫານ ຂ້ອຍກໍຮຽນຕໍ່ເອົາປະລິນຍາໂທ, ຫລັງຈາກຈົບໂທກໍເລິ່ມສ້າງຖານະ, ສ້າງເນື້ອສ້າງຕົວຈົນກາຍເປັນຜູ້ຫລັກຜູ້ໃຫຍ່. ມີຖານະພຽງພໍສາມາດເປັນທີ່ເພິ່ງພາຂອງຄອບຄົວ, ຂອງພໍ່ແມ່ ແລະອ້າຍເອື້ອຍນ້ອງນຸ່ງທຸກຄົນ.

ຄົນເຮົາເກີດມາຕ່າງແນວຄິດຕ່າງຈິດໃຈ. ແຕ່ພື້ນຖານສ້າງຖານະບໍ່ຕ່າງກັນ
ຖ້າມີໂອກາດກໍຈະສ້າງຖານະໄດ້ເທົ່າທຽມກັນ. ຄົນໜຶ່ງບຸກບຶນຊອກຫາວິຊາ, ຫາຄວາມຮູ້ໃສ່ຕົວເພື່ອອະນາຄົດ,
ແຕ່ອີກຄົນຍຶດຖືປັດຈຸບັນເປັນຫຼັກ. ປາກມາກ່ອນ, ວິຊາມານໍາຫລັງ. ຕ່າງຄົນຕ່າງແນວຄິດ.
ຊີວິດຂອງ ສອງຄົນຈະເປັນແນວໃດ. ຢ່າລີມຕິດຕາມອ່ານພາກ III ເດີ,
ປີໜ້າພຸ້ນລະຈັ່ງຊິຂຽນໃຫ້ອ່ານ.
ປສ.
6/10/2016
6/10/2016
No comments:
Post a Comment