ປະທານາທິບໍດີ ສີຈິນ ຜິ້ງ ແຫ່ງປະເທດຈີນ ສຶກສາທິສະດີຕາເວັນຕົກ..
ການພົບປະລະຫວ່າງປະທານາທິບໍດີ ສີຈິນ ຜິ້ງ ແລະ ໂດໂນທຣັມຂອງສອງມະຫາອໍານາດສອງສາມມື້ທີ່ຜ່ານມາຖືວ່າເປັນຂ່າວດັງໄປທົ່ວໂລກ.
ໄດ້ມີການສົນທະນາຫາລີກັນຫຼາຍປະເດັນ ບໍ່ວ່າຈະເປັນດ້ານການຄ້າ, ດ້ານສົງຄາມອິຣ່ານ ແລະ
ຄວາມໝັນຄົງຂອງໂລກ...ປະທານາທິບໍດີ ໂດໂນທຣັມຍົກພົນ CEO 18 ພົນຈາກບໍລິສັດຍັກໃຫຍ່ຂອງອະເມຣິກາເພື່ອຫວັງບຸກຕະຫຼາດຈີນ.
ຜົນເຈລະຈາຈະອອກມາແນວໃດນັ້ນຕ້ອງໄດ້ເບິ່ງກັນຕໍ່ໄປ, ແຕ່ມີສິ່ງໜຶ່ງທີ່ໜ້າສົນໃຈສໍາລັບນັກຄິດ
ນັ້ນກໍຄືຄໍາປາໄສເປີດກອງປະຊຸມຂອງທ່ານ ສີຈີນ ຜິ້ງ ທີ່ທ່ານກ່າວເຖິງທິດສະດີ Thucydides Trap ເຊິ່ງເຮັດໃຫ້
ໂດໂນທຣັມ ແລະ CEO 18 ພົນ ພ້ອມທັງຄະນະຕ້ອງໄດ້ຫັ້ນມາແນມເບິ່ງໜ້າກັນ. ອາດພາກັນແປກໃຈທີ່ ທ່ານສີຈິນ ຜິ້ງສຶກສາທິສະດີຂອງນັກປາດຈາກອະເມຣິກາ. Thucydides
Trap ຄືທິສະດີທີ່ຂຽນຂຶ້ນໂດຍສາສດາຈານຊາວອະເມຣິກັນ
Graham Allison ຈາກມະຫາວິທະຍາໄລ
Harvard
ເຊິ່ງເປັນມະຫາວິທະຍາໄລອະເມຣິກາທີ່ມີສື່ສຽງໂດ່ງດັງ ແລະ ລະດັບຕົ້ນໆຂອງໂລກ.
ທີສະດີດັ່ງກ່າວນີ້ໄດ້ບັນຍາຍເຖິງຄວາມເຄັ່ງຕຶງຈະເກີດຂຶ້ນເມື່ອມີມະຫາອໍານາດໃໝ່ກໍາລັງຈະກ້າວຂຶ້ນມາແທນທີ່ມະຫາອໍານາດທີ່ມີຢູ່ແລ້ວ.
ເຫດການແບບນີ້ຈະມັກເກີດສົງຄາມວະຫວ່າງ ມະຫາອໍານາດທີ່ກໍາລັງເກີດຂຶ້ນໃໝ່ ກັບ ມະຫາອໍານາດປັດຈຸບັນ
ເຊິ່ງມະຫາອໍານາດປັດຈຸບັນຖືວ່າມະຫາອໍານາດທີ່ກໍາລັງເກີດຂຶ້ນເປັນຜູ້ຂົ່ມຄູ່ ແລະ
ຄຸກຄາມຕໍ່ອໍານາດຕົນ (ເວົ້າງ່າຍໆກໍຄືຢ້ານຖືກຍາດບັນລັງ) ດັ່ງນັ້ນຈຶ່ງຕ້ອງເຮັດທຸກວິທີທາງ, ຖ້າຈໍາເປັນຕ້ອງເຮັດສົງຄາມກໍຕ້ອງເຮັດ,
ເພື່ອສະກັດກັ້ນບໍ່ໃຫ້ມະຫາອໍານາດດັ່ງກ່າວນັ້ນມາທໍາລາຍອໍານາດຕົນເອງ. ໃນບໍລິບົດການກ່າວເຖິງທິສະດີດັ່ງກ່າວຂອງທ່ານສີຈິນ
ຜິ້ງ ກໍຄື ປະເທດຈີນຄືມະຫາອໍານາດໃໝ່ທີ່ກໍາລັງເກີດຂຶ້ນ ແລະ
ອະເມຣິກາຄືມະຫາອໍານາດປັດຈຸບັນ ເຊິ່ງອະເມຣິກາຖືວ່າຈີນເປັນຜູ້ຂົ່ມຄູ່ຕໍ່ອໍານາດຕົນ
ຈຶ່ງເຫັນຈີນເປັນສັດຕູ ແລະ ພະຍາຍາມສະກັດກັ້ນຈີນບໍ່ໃຫ້ກາຍເປັນປະເທດມະຫາອໍານາດທີ່ຈະມາໂຄ່ນລົ້ມອໍານາດອະເມຣິກາ. ທ່ານສີຈິນ ຜິ້ງກ່າວວ່າ ພວກເຮົາຢ່າຍຶດຕິດກັບທິສະດີດັ່ງກ່າວນັ້ນເລີຍ
ພວກເຮົາສອງມະຫາອໍານາດສາມາດຢູ່ຮ່ວມກັນໄດ້ ສາມາດຮ່ວມມືກັນສ້າງຄວາມຈະເລີນໃຫ້ກັບໂລກ, ພວກເຮົາເປັນຂູ່ແຂ່ງແຕ່ບໍ່ແມ່ນສັດຕູ...ສອງມະຫາອໍານາດສາມາດຢູ່ຮ່ວມກັນໄດ້
ເຮົາຈະຜ່ານພົ້ນຈາກທິສະດີ Thucydides
Trap
ນີ້ໄປດ້ວຍກັນເພື່ອສັນຕິພາບ ແລະ ສະເຖຍລະພາບຂອງໂລກ. ຄໍາກ່າວປາໄສຂອງທ່ານສີຈິນ ຜິ້ງສະເທືອນໄປທົ່ວໂລກ. ໜ້າສົນໃຈກໍຄື ທ່ານສີຈິນ ຜິ້ງສຶກສາຄົ້ນຄວ້າ ແລະ ເຊີດຊູທິສະດີຈາກນັກປາດອະເມຣິກາ ນີ້ສະແດງໃຫ້ເຫັນວ່າ ຜູ້ນໍາລະດັບໂລກຕ້ອງຮູ້ຮອບດ້ານ "ຮູ້ເຂົາຮູ້ເຮົາຮົບຮ້ອຍຄັ້ງຊະນະຮ້ອຍຄັ້ງ" - Sun Tzu.
ສ. ປັນຍາສິນ
No comments:
Post a Comment