Friday, August 5, 2016

ຄວາມແຕກຕ່າງລະຫວ່າງ ລັດທິຄອມມິວນິດ ແລະ ສັງຄົມນິຍົມ.

ຄວາມແຕກຕ່າງລະຫວ່າງ ລັດທິຄອມມິວນິດ ແລະ ສັງຄົມນິຍົມ. 

ກ່ອນອື່ນກໍຂໍອະທິບາຍກ່ອນວ່າ ຕາມຫຼັກການແລ້ວ ສັງຄົມນິຍົມບໍ່ແມ່ນລັດທິ ແຕ່ເປັນລະບົບເສຖະກິດການເມືອງເຊິ່ງແຕກຕ່າງກັບລັດທິ ຄອມມິວນິດ ທີ່ເປັນ ລັດທິການເມືອງໂດຍກົງ. ລະບົບສັງຄົມນິຍົມຈະສາມາດນໍາໃຊ້ເຂົ້າກັບລະບອບການເມືອງໃດກໍໄດ້.
 

ທິດສະດີ
, ຄວາມເຊື່ອ, ຫຼັກການ ແລະພາກປະຕິດບັດທີ່ແຕກຕ່າງ:


ຄອມມິວນິດ       

ສັງຄົມນິຍົມ

ລັດທິ:
ວິຖີຊີວິດແມ່ນອີງຈາກຄວາມສາມາດຂອງແຕ່ລະບຸກຄົນ
ຕາມຄວາມຕ້ອງການຂອງແຕ່ລະບຸກຄົນ. ທຸກຄົນມີສິດເສລີພາບໃນການບໍລິໂພກ. ສັງຄົມເທົ່າທຽບກັນໝົດ.
ລັດທິ:
ວິຖີຊີວິດແມ່ນອີງຈາກຄວາມສາມາດຂອງແຕ່ລະບຸກຄົນ
, ຕາມການປະກອບສ່ວນຂອງແຕ່ລະບຸກຄົນ. ເໜັ້ນໃສ່ການແບ່ງປັນຜົນໃຫ້ກັບທຸກຄົນ.  
ແນວຄິດ:
ທຸກຄົນສະເໝີພາບ
, ບໍ່ມີຊົນຊັ້ນວັນນະ, ລັດຖະບານເປັນເຈົ້າຂອງຜົນຜະລິດ, ເປັນເຈົ້າຂອງດິນ ແລະທຸກສິ່ງຢ່າງ. ທຸກຄົນເຮັດວຽກໃຫ້ກັບລັດຖະບານ ແລະທຸກຜົນຜະລິດທີ່ເກັບໄດ້ແມ່ນແບ່ງປັນໃຫ້ກັບທຸກຄົນຢ່າງສະເໝີພາບ.
ແນວຄິດ:
ທຸກຄົນມີສິດຮັບຜົນຜະລິດ ແລະຮັບການຊ່ວຍເຫຼືອຈາກລັດເພື່ອພັດທະນາຕົນເອງຕາມຄວາມສາມາດ. ລັດສົ່ງເສີມອຸສາຫະກໍາແບບລວມໝູ່. ສັງຄົມມີສິດເປັນເຈົ້າຂອງດິນ ແລະສ້າງທຸລະກິດທີ່ບໍ່ຂຶ້ນກັບລັດ ແຕ່ຕ້ອງເປັນທຸລະກິດລວມໝູ່
(public owned property and/or industry).
ບຸກຄົນຫຼັກໆທີ່ສະເໜີແລະເຊື່ອໃນທິສະດີ:
Karl Marx, Fredrich Engels, Vladimir Lenin, Leon Trotsky.


ບຸກຄົນຫຼັກໆທີ່ສະເໜີແລະເຊື່ອໃນທິສະດີ:
Robert Owen, Pierre Leroux, Karl Marx, Fredrick Engels, John Stuart Mill, Albert Einstein, George Bernard Shaw, Thorstein Veblen, Emma Goldman.
ຫຼັກອົງປະກອບ:
ລັດຖະບານຮັດກຸມທຸກຢ່າງ
, ລັດເປັນຜູ້ວາງແຜນເສຖະກິດ, ຊົນຊັ້ນກໍາມະຊີບຄຸມອໍານາດເດັດຂາດ, ທຸກຄົນສາມາດມີເຄື່ອງມືນໍາໃຊ້ເພື່ອຜະລິດ, ແຕ່ບໍ່ສາມາດເປັນເຈົ້າຂອງ. ທຸກສິ່ງເປັນຂອງສ່ວນລວມນັ້ນກໍຄືເປັນຂອງລັດ. ທຸກຄົນສະເໝີພາບທັງຍິງແລະຊາຍ. ຕໍ່ຕ້ານລັດທິປະຊາທິປະໄຕ. ປົກຄອງໂດຍພັກການເມືອງດຽວ.
ຫຼັກອົງປະກອບ:
ລັດຖະບານຮັດຄຸມບາງສ່ວນຮວມທັງເສຖະກິດ ແລະຜົນຜະລິດອີງຕາມຄວາມຕ້ອງການຂອງສັງຄົມແລະ ເສຖະກິດ.
  ການຜະລິດເຄື່ອງບໍລິໂຜກ ແລະການບໍລິການແມ່ນຈັດຕັ້ງຜະລິດສະເພາະຜົນປະໂຫຍດເພື່ອນໍາໃຊ້ເຂົ້າກັບສະພາວະຈໍາເປັນຂອງສັງຄົມເທົ່ານັ້ນ. ບໍ່ມີການຜະລິດເພິ່ມເພື່ອຄຸນຮັ່ງຄຸນມີໃຫ້ກັບບຸກຄົນ. ທຸກສິ່ງແບ່ງປັນກັນໃຊ້ກັນຈ່າຍ. ຍິງແລະຊາຍສະເໝີພາບກັນ. ສາມາດປົກຄອງໄດ້ຫຼາຍພັກການເມືອງ.
ຊັບສິນເອກະຊົນ, ສ່ວນຕົວ:
ລົບລ້າງການມີຊັບສິນສ່ວນຕົວ. ທຸກສິ່ງເປັນຂອງສ່ວນລວມ
, ທຸກຄົນມີສິດໃຊ້ແຕ່ບໍ່ມີສິດເປັນເຈົ້າຂອງ.  


ຊັບສິນເອກະຊົນ, ສ່ວນຕົວ:
ມີສິດເປັນເຈົ້າຂອງຊັບສິນບາງສິ່ງທີ່ຈໍາເປັນ ເຊັ່ນ:ເຮືອນ
, ເຕົາດັງໄຟ, ໝໍໜຶ່ງເຂົ້າ, ເຄື່ອງໜຸ່ງ ແລະສິ່ງຂອງຈໍາເປັນອື່ນໆ.  ແຕ່ດ້ານໂຮງຈັກໂຮງງານ, ຫຼືທຸກປັດໄຈທີ່ສ້າງເຄື່ອງບໍລິໂຜກ, ແລະບໍລິການແມ່ນລັດເປັນເຈົ້າຂອງ ຄວບຄຸມໂດຍຜູ້ອອກແຮງງານ.  
ຄວາມເຊື່ອສາສໜາ:
ລົບລ້າງແນວຄິດແລະຄວາມເຊື່ອງົມງວາຍ. ລົບລ້າງສາສໜາ.
ຄວາມເຊື່ອສາສໜາ:
ມີສິດເຊື່ອໄດ້ທຸກສາສໜາ. ແຕ່ສົ່ງເສີມໃຫ້ແຍກສາສະໜາ ອອກຈາກການເມືອງ ເປັນຕົ້ນແຍກສາສໜາອອກຈາກ ສະຖາບັນການສຶກສາ.
ການບໍລິຫານເສຖະກິດ:
ທຸກໆຂະແໜງບໍ່ວ່າການວາງແຜນ
, ການຕັດສິນ ຈັດຕັ້ງປະຕິບັດ, ການຜະລິດຜົນ, ການລົງທືນ, ການຈັດສັນຊັບພະຍາກອນແມ່ນແນໃສ່ອັດຕາຂອງສັງຄົມ ຫລືຈໍານວນທີ່ຕ້ອງການ. ບໍ່ໄດ້ອີງໃສ່ ຕາມອັດຕາຊື້ຂາຍ.  


ການບໍລິຫານເສຖະກິດ:
ທຸກໆຂະແໜງບໍ່ວ່າການວາງແຜນ, ການຕັດສິນ ຈັດຕັ້ງປະຕິບັດ, ການຜະລິດຜົນ, ການລົງທືນ, ການຈັດສັນຊັບພະຍາກອນແມ່ນແນໃສ່ຕາມການຕະຫຼາດສັງຄົມນິຍົມ ເຊິ່ງໝາກຜົນທຸກສິ່ງທີ່ຜະລິດແມ່ນຈັດສັນແບ່ງປັນເຂົ້າສູ່ລັດວິສາຫະກິດ.    


ໂຄງສ້າງຊົນຊັ້ນ:
ລົບລ້າງທຸກຊົນຊັ້ນ. ສະຖານະເທົ່າທຽມກັນໝົດ. ປະທານປະເທດ ແລະຊາວນາມີອໍານາດເທົ່າທຽມກັນ.
  
ໂຄງສ້າງຊົນຊັ້ນ:
ລົບລ້າງທຸກຊົນຊັ້ນ
, ຍົກເວັ້ນສະຖານະດ້ານການເມືອງ. 
ເສລີໃນທາງເລືອກ:
ມີສອງທາງເລືອກຄື: ສັງຄົມເລືອກແບບຮວມໝູ່ ຫຼື ລັດເລືອກ. ຕົວຢ່າງ: ບຸກຄົນໃດຢາກຈັດງານລ້ຽງຢູ່ຫລັງບ້ານເປີດເພງດັງໆ
, ຕ້ອງໄດ້ລາຍງານຕໍ່ນາຍບ້ານ, ນາຍບ້ານເອີ້ນສະມາຊິກບ້ານທຸກຄົນມາສະແດງຄວາມຄິດເຫັນ   ແລ້ວໃຫ້ທຸກຄົນເລືອກຫຼືຕັດສິນວ່າ ບຸກຄົນນັ້ນສົມຄວນຈັດງານຫຼືບໍ່?
ເສລີໃນທາງເລືອກ:
ທຸກຄົນມີສິດເລືອກໃຊ້ຊີວິດສ່ວນຕົວ ບໍ່ວ່າຈະເປັນການສ້າງຄອບຄົວ
, ນັບຖືສາສໜາ, ທໍາກິດຈະກໍາຫຼືເຮັດວຽກ ແຕ່ຕ້ອງປະຕິດບັດຕາມລະບຽບກົດໝາຍ.  ຕົວຢ່າງ: ຢາກຈັດງານເປີດເພງດັງໆກໍໄດ້ແຕ່ຕ້ອງຂໍອະນຸຍາດຈາກເຈົ້າໜ້າທີ່ ແລະຕ້ອງຢູ່ໃນຂອບເຂດທີ່ເໝາະສົມ.
ການສິກສາ ແລະ ສະຫວັດດີການສັງຄົມ:

ການສຶກສາແມ່ນຝຣີ ບໍ່ໄດ້ເສຍເງິນ. ລັດເປັນຜູ້ບໍລິການ. ສະຫວັດດີການສັງຄົມກໍເຊັ່ນກັນ. ລັດເປັນຜູ້ໃຫ້ບໍລິການ. ທຸກຄົນມີສິດໄດ້ຮັບການຊ່ວຍເຫຼືອຝຣີ.
  ທຸກໂຮງຮຽນຈະເປັນຂອງລັດ ເປັນຂອງປະຊາຊົນ, ທຸກໆໂຮງໝໍຈະເປັນຂອງລັດ ເປັນຂອງປະຊາຊົນ.  
 ການສິກສາ ແລະ ສະຫວັດດີການສັງຄົມ:

ການສຶກສາພາກບັງຄັບຝຣີ. ລັດເປັນຜູ້ຄວບຄຸມ. ຈະມີໂຮງຮຽນລັດ ຫຼືຫຼວງ ແລະໂຮງໝໍຫຼວງ ທີ່ລັດສ້າງເພື່ອບໍລິການສັງຄົມ. ທຸກຄົນມີສິດນໍາໃຊ້ຝຣີ.  ດ້ານສະຫວັດດີການແມ່ນນໍາໃຊ້ລະບົບ ປະກັນສັງຄົມທີ່ອຸດໜູນດ້ວຍເງິນພາສີ.    
ເປົ້າໝາຍ:
ເພື່ອສ້າງສັງຄົມໃຫ້ປົກຄອງກັນເອງ. ບໍ່ມີລັດຖະບານປົກຄອງ. ບໍ່ມີການເມືອງ. ທຸກສິ່ງຢາງແມ່ນປະຊາຊົນເປັນຜູ້ສ້າງ
, ບໍລິຫານ, ບໍລິການຮວມກັນໝົດ.  ບໍ່ມີລະບົບຕະຫຼາດ, ບໍ່ມີການຄ້າຂາຍ. ບໍ່ມີການໃຊ້ເງິນ. ບໍ່ມີການແຂ່ງຂັນ, ບໍ່ມີການເອົາປຽບ. ທຸກຄົນເທົ່າທຽມກັນໝົດ, ມີສໍ່າກັນໝົດ. ກິນສໍ່າກັນໝົດ. ຢູ່ຄືກັນໝົດ. ເຮັດຄືກັນໝົດ. ເປັນສັງຄົມ utopia. ໂລກອັນທີ່ສວຍງາມສົມບູນແບບໄປທຸກຢ່າງ.  
ເປົ້າໝາຍ:
ເພື່ອສ້າງສັງຄົມໃຫ້ເປັນສັງຄົມທີ່ມີລະບຽບຮຽບຮ້ອຍ
, ບໍ່ມີການເອົາປຽບກັນ. ມີລັດຖະບານຊີ້ນໍາ. ສາມາດມີການເມືອງ. ລັດແລະສັງຄົມເປັນຕົ້ນຜູ້ອອກແຮງງານ (worker)ບໍລິຫານຮ່ວມກັນ. ມີລະບົບຕະຫຼາດແບບສັງຄົມນິຍົມ.  ປະຊາຊົນເປັນເຈົ້າ, ບໍ່ມີນາຍທືນ. ທຸກຄົນເທົ່າທຽມກັນ.
ພາກປະຕິດບັດ:
ລັດເຊຍເປັນຜູ້ເລິ່ມຕົ້ນນໍາເອົາທິດສະດີຄອມມິວນິດມາປະຕິບັດ. ແຕ່ຫຼົ້ມເຫຼວ. ທຸກມື້ນີ້ບໍ່ມີສັງຄົມໃດຫຼືປະເທດໃດສາມາດປະຕິດບັດໄດ້ຕາມທິສະດີນີ້ຢ່າງສົມບູນແບບ.
  ໃກ້ທີ່ສຸດຄືເກົາຫລີເໜືອ. ແຕ່ເກົາຫລີເໜືອບໍ່ໄດ້ຖືໂຕເອງວ່າເປັນຄອມມິວນິດ.
ພາກປະຕິດບັດ:
ລັດເຊຍ ແລະ ແຖວທະວິບເອີຣົບເໜືອເປັນຜູ້ເລິ່ມປະຕິບັດ. ຕໍ່ມາກໍຂະຫຍາຍໄປທົ່ວເກືອບທຸກທະວີບ.
  ປັດຈຸບັນລະບອບສັງຄົມນິຍົມຍັງມີຫຼາຍປະເທດນໍາໃຊ້ປະຕິດບັດ ແຕ່ໃນຄາບທິດສະດີໃໝ່ແບບປະສົມປະສານກັບລະບອບທືນນິຍົມ. ເປັນຕົ້ນການຕະຫຼາດເສລີ.  ສະຫຼຸບບໍ່ມີສັງຄົມໃດ ແລະປະເທດໃດສາມາດປະຕິບັດຕາມແນວທາງທິດສະດີສັງຄົມນິຍົມແບບສົມບູນແບບໄດ້ເທື່ອ.

ຄໍາຖາມ: ຍ້ອນສາເຫດໃດສອງທິດສະດີຂ້າງເທິງຈື່ງບໍ່ສາມາດປະຕິບັດນໍາໃຊ້ກັບສັງຄົມມະນຸດໄດ້ສໍາເຫຼັດ
?

ຄໍາຕອບຂອງຜູ້ຂຽນຄື:
ທ່ານ
 
Karl Marx ເປັນຄົນຫົວທັນສະໄໝມ. ບໍ່ມັກການງົມງວາຍ ແລະເຫັນວ່າ ການນັບຖືສາສໜາ ແມ່ນເປັນການງົມງວາຍ, ສ້າງສັງຄົມໃຫ້ລ້າຫລັງ.  ເຊິ່ງຜູ້ກ່ຽວໄດ້ຂຽນຢູ່ໃນປື້ມທິດສະດີການເມືອງຄວມມິວນິດວ່າ: Religion is the sigh of the oppressed creature, the heart of a heartless world, and the soul of soulless conditions. It is the opium of the people ..,” ແປເປັນພາສາລາວແບບລວມໆກໍຄື: ສາສໜາຄືແນວທາງຂອງສັດເດຍລະສານ, ຄືສູນກາງຂອງໂລງທີ່ໄຮ້ນໍ້າໃຈ ແລະ ຄືຈິດໃຈທີ່ມີສະພາບໄຮ້ວິນຍານ.  ສາສໜາຄືຢາເສບຕິດຂອງຄົນ. 

ນັ້ນຄືຄໍາເວົ້າຂອງ ທ່ານ ຄາມາກສ
, ສະແດງໃຫ້ເຫັນວ່າ ຜູ້ກ່ຽວມີແນວຄິດຕໍ່ຕ້ານ ສາສໜາຢ່າງຮ້າຍແຮງ ຈົນລືມສຶກສາທິສະດີ, ຄໍາສອນ ຫຼືປັດຊະຍາທີ່ຢູ່ເບື່ອງຫລັງຂອງແຕ່ລະສາສໜາ ເປັນຕົ້ນສາສໜາພຸດ. ຖ້າຜູ້ກ່ຽວໄດ້ສຶກສາ ປັດຊະຍາຂອງພະພຸດທະເຈົ້າ ທ່ານຈະບໍ່ມີທາງແນະນໍາໃຫ້ສັງຄົມໃນໂລກນີ້ນໍາເອົາທິສະດີ ຄອມມິວນິດໄປໃຊ້ແນ່ນອນ. ເພາະຈະຮູ້ໄດ້ເລີຍວ່າ ພາກປະຕິບັດແມ່ນໃຊ້ກັບສັງຄົມມະນຸດບໍ່ໄດ້.... ເພາະ ມະນຸດຕັດກິເລດແລະຕັນຫາບໍ່ໄດ້. ພະພຸດທະເຈົ້າເອງໃຊ້ຊີວິດຂອງພຣະອົງສຶກສາ ດ້ານນີ້ທັງເຈັດຊາດ, ເກີດແລ້ວເກີດອີກ ມາສຶກສາເພື່ອຊອກຫາວິທີທາງຕັດກິເລດໃຫ້ກັບມະນຸດ. ແຕ່ກໍຍັງບໍ່ສໍາເຫຼັດ.  ທ່ານ ຄາມາກສ ລືມສຶກສາຂໍ້ນີ້ນໍານັກປັດຊະຍາທີ່ປະເສີດທີສຸດໃນໂລກຄືພຣະພຸດທະເຈົ້າ. ຖ້າສຶກສາຂໍ້ນີ້ໃຫ້ເຫັນແຈ້ງຢ່າງເລິກເຊິ່ງ, ຫຼາຍບັນຫາຂອງດ້ານການເມືອງໃນໂລກນີ້ກໍຈະຫລີກລ່ຽງໄດ້. ເຊັ່ນຕົວຢ່າງ: ເສິກທິສະດີຫລັງສົງຄາມໂລກຄັ້ງທີ່ສອງກໍຈະບໍ່ເກີດຂຶ້ນພາກພື້ນເອເຊຍ ແລະທະວິບອື່ນໆ. 

ຂໍ້ມູນອ້າງອີງ:
1. ຈາກປື້ມ: 
The Communist Manifesto
by Friedrich Engels and Karl Marx
ຊອກຊື້ອ່ານໄດ້ຈາກ: https://www.amazon.com/Communist-Manifesto-Karl-Marx/dp/0717802418#reader_0717802418

2. ຈາກປື້ມ: Socialism: An Economic and Sociological Analysis by Lugwig von Mises.
ຊອກຊື້ອ່ານໄດ້ຈາກ:https://www.amazon.com/dp/0913966630/ref=olp_product_details?_encoding=UTF8&me=#reader_0913966630 

ປສ 8/5/2016  

No comments:

Post a Comment