ເລຶ່ອງສັ້ນປະກອບສຸພາສິດທີ່ວ່າ: ຢາກຂ້າເພິ່ນຫຼາຍໂຕຕາຍ.
ທ້າວຈ່ອຍນັ່ງແຍງຈອກເຫຼົ້າຢູ່ໃນບາດົນເຕີບ, ຈັບຈອກຂຶ້ນມາ ແລ້ວກໍ່ວາງ,
ແບບຈັບວາງຈັບວາງ ຊິກິນກໍ່ບໍ່ກິນຊິຖອກຖິ້ມກໍ່ບໍ່ຖອກ
ນັ່ງເຮັດເປັນຄໍເຕີ່ຍເຕະເຊະເຮັດໜ້າເສົ້າຄືຄົນຫມົດຊີວິດຊີວານີ້ລະ,
ນັ່ງເອົາມືລູບໆຄໍາໆຈອກເຫຼົ້ານັ້ນຢູ່ຄົນດຽວ. ບາງເອີນມີນັກເລງ
ອັນຕະພານຄົນຫນຶ່ງຊື່ທ້າວ ຊ້າງ, ເຫັນທ້າວຈ່ອຍນັ່ງຢູ່ຄົນດຽວ
ກໍຍ່າງເຂົ້າໄປຍາດເອົາຈອກເຫຼົ້າທ້າວຈ່ອຍ ແລ້ວກໍດື່ມກຶກເອົາ ຈົນຫມົດຈອກ.
ຈ່ອຍເຫັນກໍຮ້ອງກ໊າກໆຂຶ້ນຫມົດແຮງ, "ເຈົ້າຢາກຕາຍວະຄືເຮັດຈັ່ງຊັ້ນ, ຕາຍແລ້ວ!" ທ້າວຊ້າງເລີຍຕອບ:ຊ້າງ: ໂທ້...ໝໍນີ້ນັກເລງຄືກັນຕົ່ວນິ. ແລ້ວມືງຊິເຮັດຫຍັງໃຫ້ກູຮະ? ຊິຂ້າກູວະ? ລຸກຂຶ້ນມາແມ້ຄັນເກັ່ງນະ, ມາເລີຍ!!
ຈ່ອຍ: ບໍ່ແມ່ນແນວນັ້ນອ້າຍ, ຂ້ອຍບໍ່ເກັ່ງບໍ່ເກິ່ງຫຍັງດອກ. ຄືວ່າຂ້ອຍຢາກຮ້າຍເຈົ້າມາຍາດກິນເຫຼົ້າຈອກດຽວຂອງຂ້ອຍທີ່ຈະ ເຮັດໃຫ້ຂ້ອຍພົ້ນທຸກໄດ້. ຂ້ອຍມານັ່ງກິນເຫຼົ້າຢູ່ນີ້ເພາະສົງສານ ໂຕເອງ, ຈັ່ງແມ່ນຂ້ອຍຊວຍແທ້ຊວຍວ່າ. ມື້ເຊົ້ານີ້ຂ້ອຍນອນລືມຕື່ນ, ໄປປະຊຸມຊ້າຫົວຫນ້າເລີຍໄລ່ຂ້ອຍອອກການ. ຍ້ອນຟ້າວຫລາຍ ຢ້ານບໍ່ທັນປະຊຸມ, ລືມລ໊ອກປະຕູລົດ. ເຂົາລັກໄປຈ້ອຍ. ຖືກໄລ່ອອກການ ລົດຈະຂີ່ກັບເຮືອນກະບໍ່ມີ, ຈ້າງລົດຕຸກຕຸກເມືອ ກະໄປລືມກະເປົາເງິນໄວ້ລົດຕຸກຕຸກ. ເມືອຮອດເຮືອນ, ໄຂປະຕູເຂົ້າໄປ, ເມຍກະນັ່ງເຕັງທ້ອງອີ່ລຸງຂ້າຍກະແລ່ມຂ້າງບ້ານຢູ່. ໂອ້ຍໆ..ຊິວິດນໍຊິວິດ!!
ທ້າວຊ້າງໄດ້ຍິນເປັນຈັ່ງຊັ້ນກໍເລີຍໃຈອ່ອນ.
ຊ້າງ: ເປັນລູກຜູ້ຊາຍອົກສາມສອກຕ້ອງສູ້ແມ້ ໝໍນີ້ຊິມານັ່ງໄຫ້ອາໄລຫຍັງຢູ່ນີ້, ສໍ່າເມຍສໍ່າວຽກສໍ່າລົດອິຮ້າງ ກັບກະເປົາເງິນແວບ ຫາເອົາໃຫມ່ກະໄດ້. ຢ່າສຸໄປນ້ອຍໃຈເລີຍບັກນ້ອງຊາຍ. (ຊ້າງພະຍາຍາມປອບໃຈທ້າວຈ່ອຍ)
ຈ່ອຍ: ບໍ່ໃຫ້ນ້ອຍໃຈຈັ່ງໃດອີກ, ກີ້ນີ້ຂ້ອຍວ່າຊິກິນຢາພິດໃນຈອກເຫຼົ້າໃຫ້ຕາຍເປັນຂີ້ກະເດືອນໃຫ້ມັນແລ້ວສະ, ເຈົ້າກະດັນມາກິນຂອງຂ້ອຍຈົນໝົດ…ໂອ້ຍ...ຈັ່ງແມ່ນຂ້ອຍຊວຍຕາຍແທ້ມື້ນີ້ນະ. (ຈ່ອຍໄຫ້…ກ໊າກ ກ໊າກ ຂຶ້ນຫມົດແຮງ) ພ້ອມສຽງດັງ ຕື່ງງງງງ…ສຽງທ້າວຊ້າງລົ້ມຫງາຍເງິບຂາຊີ້ປ່າງງ່າງ, ຕາເຫຼືອກສົບບ້ຽວມີງໍສັກງັກໆ.
ເລຶ່ອງສັ້ນເລຶ່ອງນີ້ໃຫ້ຄະຕິເຕືອນໃຈເຮົາວ່າ ບາງຄັ້ງເຮົາຄິດວ່າ ເຮົາຊວຍທີ່ສຸດໃນໂລກແຕ່ຍັງ ມີຫລາຍຄົນອາດຊວຍກວ່າເຮົາກໍ່ມີ ເຊັ່ນ ທ້າວຊ້າງນັ້ນແລ…ອີກປະການສອງເຮົາຕ້ອງເຂົ້າໃຈ ຄົນເຮົາແຕ່ລະຄົນເກີດມາໃຊ້ຊີວິດແຕ່ລະມື້ບໍ່ແມ່ນ ເລຶ່ອງງ່າຍດາຍ,ແຕ່ລະຄົນກໍລ້ວນແຕ່ດິ້ນ ລົນສູ້ຊົນຜ່ານຜ່າ ອຸປະສັກເຫື່ອຍ້ອຍໜ້ານໍ້າຕາຜ່າເບົ້າ ເຊື່ອຊິມີຊີວິດລອດເປັນຄົນສູ້ໃນມື້ໜ້າຕໍ່ໄປ. ສະນັ້ນແລ້ວຢ່າໄດ້ຄິດຂົ່ມເຫັງເຕັງເຕັກກັນເລີຍ, ຢ່າໄດ້ເປັນຄົນອັນຕະພານຫາກໍ່ເຫດເພິ່ມເຕີມ ຄວາມທຸກໃຈໃຫ້ກັບຄົນອື່ນເລີຍ, ເກີດເປັນຄົນຄວນໃຊ້ ຊີວິດໃຫ້ມັນຄຸ້ມຄ່າທີ່ເກີດເປັນຄົນ, ຢ່າກະທໍາຊົ່ວ ຢ່າຫວັງທໍາລາຍຄົນອື່ນ ບໍ່ຊັ້ນກໍຈະກາຍ ເປັນດັ່ງສຸພາສິດກ່າວໄວ້ ຫວັງຂ້າໝູ່ຫຼາຍໂຕຕາຍ ນັ້ນແລ.


ປສ.
No comments:
Post a Comment