Friday, August 29, 2014

ຮັກແສນເສົ້າ



ຮັກທີ່ແສນເສົ້າ

ດົນນານມາແລ້ວ, ມີຊາຍຄົນຫນຶ່ງຊື່ ພິດໄດ້ຫລົງຮັກນາງຄົນຫນຶ່ງຊື່ ລີນາ ຢ່າງສຸດໃຈ. ຄວາມຮັກ ລະວ່າງ ພິດແລະລີນາ ເປັນຄວາມຮັກທີ່ບໍລິສຸດແລະຫວານຊາບຊື້ງແບບ ຈະຫາສິ່ງໃດ້ປຽບທຽບໄດ້. ພິດເປັນຄົນຄະຫຍັນ ມັ່ນພຽນ. ມີຄວາມຮູ້ສູງແລະກໍມີຄວາມ ຝັນຢາກສ້າງທຸລະກິດເປັນຂອງໂຕເອງ. ສ່ວນລີນາກໍເປັນຄົນສາມັນຊົນທໍາມະດາ. ສອງຄົນໄດ້ມັກຮັກກັນມາຫລາຍປີພໍສົມຄວນ. ສັນຍາຕໍ່ກັນວ່າຈະຮັກກັນ, ແຕ່ງງານກັນ, ແລະ ຈະຢູ່ກິນນໍາກັນໄປຈົນຕະຫລອດຊີວິດ.

ເອ້ມື້ນີ້ເປັນວັນເກີດຂອງລີນາ, ເຮົາໄປທ່ຽວຫລິ້ນສວນດອກໄມ້ກັນເນາະ,” ພິດຊວນລີນາໄປທ່ຽວສວນດອກໄມ້ ດ້ວຍຄວາມຍິ້ມແຍ້ມແຈ່ມໃສ. “ໄປກະໄປ,” ລີນາຕອບຕົກລົງແບບເຄືອງໃຈແນວໃດແນວຫນຶ່ງ. ແລ້ວທັງສອງກໍ ຂັບລົດໄປທ່ຽວ ສວນດອກໄມ້ດັ່ງກ່າວ. ໃນລົດລີນາກໍມິດບໍ່ປາກຈັກຄຳ, ພໍໄປຮອດສວນດອກໄມ້, ພິດກໍຈົກເອົາ ນົກເຈັ້ຍອອກຈາກຖົງເສື້ອ, ເປັນນົກເຈັ້ຍທີ່ພິດພັບດ້ວຍມືຂອງໂຕເອງ ແລ້ວມອບໃຫ້ລີນາເປັນຂອງຂ້ວນສຳລັບວັນເກີດພ້ອມຊື່ມໃສ່ຫູລີນາເບົາໆ, “ສຸກສັນວັນເກີດເດີທີ່ຮັກ.” ແຕ່ພິດຜິດສັງເກດທີ່ເຫັນລີນາເຮັດສີຫນ້າ ແບບບໍ່ພໍໃຈ. ລີນາມິດໄປບໍ່ຍອມສະແດງທ່າທີ່ຫຍັງເລີຍ, ສາຍຕາຂອງນາງກໍລອຍໄປກັບຄວາມ ອຸກອັ່ງທີ່ ຝັງຢູ່ໃນໃຈຂອງນາງມາໄດ້ຫລາຍເດືອນ. “ພິດເຮົາແຍກທາງກັນເທາະ, ຂ້ອຍບໍ່ຮັກເຈົ້າແລ້ວ,” ສຸດທ້າຍ ລີນາກໍເວົ້າອອກມາເປັນສຽງສັ່ນໆສະອື້ນໃນໃຈ. ພິດໄດ້ຍິນກໍເຮັດເປັນຫລິ້ນສ້ອຍພ້ອມທັງຫົວຍົວະເຍີ້ຍເພາະ ຄິດວ່າລີນາເວົ້າຢອກຫລິ້ນ. ແຕ່ພໍສັງເກດເຫັນສີຫນ້າລີນາທີ່ເຕັມໄປດ້ວຍຄວາມໂສກເສົ້າ, ພິດກໍຢຸດຫົວທັນທີ. “ພິດຂ້ອຍບໍ່ໄດ້ເວົ້າຫລິ້ນ, ຂ້ອຍເວົ້າແທ້ລີນາທັງເວົ້າທັງແນມເບິ່ງຫນ້າພິດ ເຮັດສີຫນ້າເຂັ່ງຂຶມເອົາຈິງເອົາຈັງ.

ຄໍາເວົ້າຂອງລີນາສອງຄໍາເທົ່ານັ້ນແຕ່ຟັງແລ້ວເຫມືອນກັບວ່າມີຄົນເອົາມີດມາແທງໃສ່ຫົວໃຈ ຂອງພິດເຮັດໃຫ້ ພິດເຈັບປວດ ແລະເຢັນຊາໄປທົ່ວຫ່າງກາຍ. ເປັນຄໍາເວົ້າທີ່ເຮັດ ໃຫ້ພິດຫມົດກໍາລັງໃຈ, ເມື່ອໄດ້ຍິນລີນາເວົ້າແບບນັ້ນພິດກໍໄດ້ແຕ່ນັ່ງສະອື້ນ ຕັນໃຈປາກບໍ່ອອກຈັກຄໍາ. ຄວາມຮັກທີ່ຫວານຊື່ນມາຫລາຍປີ, ຄືຈະມາຈົບສິ້ນລົງ ພຽງເທົ່ານີ້? “ຂ້ອຍເຮັດຫຍັງຜິດບໍ?“ ພິດພະຍາຍາມຖາມສໍ້ເພື່ອຊອກຫາເຫດຜົນ. ແຕ່ລີນາກໍບໍ່ຍອມອະທິບາຍ. “ສອງເຮົາແຍກທາງກັນເດີນສະ, ຂ້ອຍຈະຍ້າຍໄປຢູ່ປາຣີ, ແຕ່ງງານ ກັບຜູ້ຊາຍທີ່ຄອບຄົວຂ້ອຍຫາໃຫ້ ແລະ ຂ້ອຍກໍຈະບໍ່ກັບມາອີກ,“ ລີນາເອົາມືລູບແກ້ມພິດ, ຈູບແກ້ມພິດເບົາໆ ແລ້ວ ສັ່ງລາພິດເປັນເທື່ອສຸດທ້າຍ ດ້ວຍຄວາມໂສກເສົ້າເສັຍໃຈ. ນາງກອດພິດແຫນ້ນໆອີກຄັ້ງ, ຈັບເອົານົກເຈັ້ຍທີ່ພິດພັບ ໃຫ້ເປັນຂອງຂ້ວນ ແລ້ວກໍລຸກແລ່ນຫນີໄປຕາມທາງຂອງນາງ. ພິດພະຍາຍາມຮ້ອງ ເອີ້ນນຳຫລັງລີນາແຕ່ເຖິງຈະຮ້ອງຈັ່ງໃດນາງກໍ ບໍ່ຍອມຢຸດ. ນາງກົ້ມຫນ້າແລ່ນຫນີໄປ ຢາງບໍ່ມີຄວາມຫ່ວງໃຍອະໄລຫຍັງເລີຍ.

ສ່ວນພິດກໍໄດ້ແຕ່ນັ່ງກົ້ມຫນ້າສະເອິກັບນໍ້າຕາໂຕເອງ. “ຄົນທີ່ເຄີຍຮັກ, ເຄີຍຖະຫນຸ ຖະຫນອມກັນມາຕັ້ງຫລາຍປີ, ເປັນຫຍັງລາວຈຶ່ງຖິ້ມຂ້ອຍໄດ້ລົງຄໍ, ຂ້ອຍເຮັດຫຍັງ ຜິດຄືບໍ່ບອກຂ້ອຍແດ່?” ພິດສະອື້ນຢູ່ກັບສາຍຝົນທີ່ກໍາລັງ ເທລົງຈາກທ້ອງຟ້າ ທີ່ເຕັມໄປດ້ວຍຄວາມມືດມົວ. "ຖ້າຄິດວ່າເຈົ້າຈະມີຄວາມສຸກກະເຊີນ, ຂ້ອຍຈະບໍ່ທວງເຈົ້າ, ຄວາມສຸກຂອງເຈົ້າກໍຄືຄວາມສຸກຂອງຂ້ອຍ" ພິດພະຍາຍາມ ເວົ້າປອບໃຈຕົວເອງ. ແຕ່ເຖິງຢ່າງໃດ ພິດກໍ່ຍັງນ້ອຍໃຈຢູ່ດີ, ບໍ່ນຶກບໍ່ຝັນວ່າລີນາຈະຈາກ ໄປແຕ່ງງານກັບຜູ້ຊາຍຄົນອື່ນໃນສະພາບນີ້ແລະເລືອກເອົາວັນນີ້ ທີເປັນວັນສຳຄັນຂອງ ນາງບອກເລີກກັບພິດໂດຍບໍ່ມີເຫດຜົນຫຍັງ, ນອກຈາກຄຳວ່າບໍ່ຮັກພິດ.  

ຫລັງຈາກນັ້ນມາພິດກັບລີນາກໍ່ບໍ່ໄດ້ຕິດຕໍ່ຫາກັນເລີຍ, ພິດບໍ່ຮູ້ຊໍ້າວ່າ ລີນາໄປຢູ່ໃສ. ສຳລັບພິດເຖິງຈະເສົ້າເສຍໃຈ ແຕ່ກໍຈຳເປັນຕ້ອງບຸກບຶນສູ້ກັບຊີວິດຕໍ່ໄປ, ຖືເອົາບົດຮຽນທີ່ຖືກຖິ້ມເປັນກຳລັງໃຈສູ້ຊົນຕໍ່ວຽກງານ, ຕັ້ງຫນ້າເຮັດ ການ, ເຮັດງານຫາເງິນເພື່ອ ສ້າງຖານະຂອງໂຕເອງໃຫ້ດີຂຶ້ນ. ແລະແລ້ວບໍ່ດົນຕໍ່ມາພິດກໍມີທຶນ, ລົງທຶນຮ່ວມ ສ້າງບໍລິສັດກັບຫມູ່, ສຸດທ້າຍກໍກາຍເປັນນັກທຸລະກິດທີ່ມີສື່ສຽງ ຄົນຫນຶ່ງດັ່ງທີພິດເຄີຍຝັນໄວ້.  

ຄົບຮອບ 5 ປີພໍດີທີ່ລີນາຈາກພິດໄປ. ເຖີງພິດຈະມີເງິນ, ຈະຮັ່ງມີເປັນເສດຖີແລ້ວກໍ່ຕາມ. ໄລຍະ 5 ປີທີ່ຜ່ານມາ ມີຜູ້ຍິງຫລາຍຄົນສົນໃຈພິດແຕ່ໃນໃຈພິດຍັງບໍ່ລືມລີນາຍັງຄິດຮອດລີນາທຸກລົມຫາຍໃຈ, ລີນາຄືຍິງໃນດວງໃຈ ຂອງພິດຄົນດຽວ. ແຕ່ລະມື້ພິດຈະຂີ່ລົດອອກນອກເມືອງໄປທີ່ສວນດອກໄມ້ແລ້ວກໍນັ່ງລໍຖ້າລີນາຢູ່ທີ່ຈຸດເກົ່າຈຸດ ທີ່ລີນາແລ່ນຫນີຈາກພິດໄປໃນວັນນັ້ນ. ພິດຈະນັ່ງຢູ່ຈຸດນັ້ນທຸກມື້ຈົນຮອດທ່ຽງຄືນ, ເພື່ອຫວັງຈະໄດ້ພົບກັບລີນາອີກ. ແຕ່ແລ້ວກໍຜິດຫວັງທຸກມື້, ທຸກຄືນ. ມື້ນີ້ກໍບໍ່ແຕກຕ່າງຫຍັງກັບທຸກໆມື້ທີພິດເຄີຍເຮັດມາ. ນັ້ນກໍຄືຂີ່ລົດອອກນອກ ເມືອງໄປທີ່ສວນດອກໄມ້ແຫ່ງນັ້ນ. ແຕ່ມື້ນີ້ພິດຮູ້ສຶກແປກໃຈຢ່າງໃດບອກບໍ່ຖືກ, ຟ້າລົມອາກາດປ່ຽນໄປກະທັນ ຫັນເກີດມີລົມພະຍຸຝົນຕົກ, ທ້ອງຟ້າກໍມືດມົວເຫມືອນກັບວັນນັ້ນ, ວັນທີ່ລີນາຈາກພິດໄປ. ພໍພິດຂີ່ລົດໄປຮອດ ຈຸດໃດຫນຶ່ງກໍເຫັນສອງຜົວເມຍເຖົ້າກັ້ງຄັນຮົ່ມຍ່າງຢູ່ແຄມທາງ, ພິດເຫລືອດຕາແນມເບິ່ງສອງເຖົ້າທີຍ່າງຢູ່ແຄມ ທາງນັ້ນດ້ວຍຄວາມແປກໃຈ, ແຕ່ຄິດບໍ່ອອກວ່າສອງເຖົ້າທີ່ຍ່າງຢູ່ແຄມທາງນັ້ນຄືໃຜກັນແທ້, ພໍຄິດອອກກໍສັ່ງໃຫ້ຄົນ ຂັບລົດຈອດລົດທັນທີ, ຫລັງຈາກນັ້ນກໍສັ່ງໃຫ້ຄົນຂັບລົດຄ່ອຍໆຂັບລົດເຂົ້າໄປໃກ້ໆ, ເພື່ອຕິດຕາມສອງຜົວເມຍເຖົ້າ ນັ້ນໄປ. “ເອ້ນັ້ນແມ່ນພໍ່ແມ່ຂອງລີນາຕວາ, ພວກເພິ່ນຈະພາກັນໄປໃສຫວາ?” ພິດຄິດຢູ່ໃນໃຈ. ຈັ່ງໃດກໍຕ້ອງ ຮູ້ໃຫ້ໄດ້, ມື້ນີ້ຕ້ອງຖາມໃຫ້ຮູ້ເລຶ່ອງວ່າລີນາເປັນຈັ່ງໃດ, ມີຄວາມສຸກຫລືທຸກແນວໃດກໍຕ້ອງຖາມໃຫ້ຮູ້ເລຶ່ອງ.

ພິດບອກໃຫ້ຄົນຂັບລົດຈອດລົດແລ້ວກໍລົງລົດຍ່າງຈອບຕາມຫລັງພໍ່ແມ່ຂອງລີນາໄປຈົນຮອດທາງເຂົ້າປ່າຊ້າ. ແລ້ວກໍຈອບຕາມເຂົ້າໄປຂ້າງໃນ, ພໍເຫັນໂລງສົບພິດກໍຕົກໃຈເກືອບເປັນລົມ. ພິດພະຍາຍາມຍ່າງເຂົ້າໄປເບິ່ງໃກ້ໆ ເພື່ອຄວາມຫມັ້ນໃຈ. ແຕ່ແລ້ວຄວາມຈິງກໍ່ ປາກົດຕໍ່ຫນ້າຂອງພິດຢ່າງບໍ່ຄາດຝັນ. ພິດຫລຽວເຫັນຮູບພາບທີ່ຢອງ ຢູ່ໂຮງສົບພ້ອມກັບກະໂຖແກ້ວທີ່ມີນົກເຈັ້ຍທີ່ພິດເອົາໃຫ້ລີນາໃນວັນນັ້ນ, ພິດເຫັນແລ້ວກໍລົ້ມຝຸບລົງພື້ນດິນໂດຍບໍ່ ຮູ້ສຶກໂຕ. ພໍຕັ້ງສະຕິໄດ້ກໍຄ່ອຍໆຄານເຂົ້າໄປຫາ ໂຮງສົບແລ້ວນັ່ງຄຸເຂົ່າຕາຈ້ອງເບິ່ງຮູບຂອງລີນາທີ່ຢອງຢູ່ເທີງໂຮງ. ພໍ່ແມ່ຂອງລີນາເຫັນພິດກໍແລ່ນເຂົ້າມາໂຈມພິດຂຶ້ນ. “ເກີດຫຍັງຂຶ້ນກັບລີນາ!?“ ພິດດຶງແຂນພໍ່ຂອງລີນາຫມົດ ແຮງແລ້ວຖາມດ້ວຍຄວາມຢາກຮ້າຍ. ແມ່ຂອງລີນາເຫັນກໍຟ້າວແລ່ນເຂົາມາກອດພິດເບົາໆເພື່ອປອບໃຈ:

ລູກພິດລີນາບໍ່ໄດ້ຫນີໄປຝຣັ່ງເສດກັບຊາຍຄົນໃດດອກລູກ, ລາວບໍ່ເຄີຍຕັດຮັກຈາກເຈົ້າ. ລາວຍັງຮັກເຈົ້າຢູ່ ສະເຫມີ, ລາວຂໍແຍກທາງກັບເຈົ້າກໍເພາະລາວເປັນໂລກມະເລງ, ມີຊີວິດຢູ່ໄດ້ພຽງ 5 ປີ. ຍ້ອນເຫດນັ້ນລາວຈຶ່ງ ບໍ່ຢາກໃຫ້ລູກທຸກໃຈ, ບໍ່ຢາກໃຫ້ລູກທົນທຸກລໍ່າບາກກັບລາວ. ລາວຢາກໃຫ້ເຈົ້າໄປຮັກຄົນໃຫມ່, ມີຮັກໃຫມ່ແລະ ສ້າງຄອບຄົວກັບຜູ້ຍິງທີເຂົາສາມາດໃຫ້ຄວາມສຸກພິດໄດ້ຈົນເຖົ້າຈົນແກ່. ລາວຮູ້ດີວ່າລູກຈະຕ້ອງໄດ້ເປັນເຈົ້າເປັນ ນາຍເປັນນັກທຸລະກິດທີ່ມີສື່ສຽງ. ນັ້ນຄືຄວາມຝັນຂອງລູກບໍ່ແມ່ນບໍ? ແລະແລ້ວລູກກໍເຮັດໄດ້ສໍາເລັດໂດຍບໍ່ມີ ລີນາເປັນພາລະທວງດຶງຄວາມຝັນຂອງລູກ. ລີນາຕັດສິນໃຈຈາກລູກໄປໃນວັນນັ້ນ, ກໍເພາະບໍ່ຢາກໃຫ້ລູກເຫັນ ລີນາໃນວັນນີ້, ແລະສະພາບແບບນີ້.”

"
ມີອີກສິ່ງຫນຶ່ງທີ່ ລີນາສັ່ງບອກກັບແມ່ໄວ້ວ່າ, ຖ້າມື້ນັ້ນມາຮອດໃຫ້ແມ່ ເອົານົກເຈັ້ຍໃສ່ໂຖແກ້ວຢອງເທີງໂຮງສົບ. ເພື່ອຟ້າບັນດານໃຫ້ພິດໄດ້ເຫັນຄວາມຈິງ, ພິດຈະໄດ້ມານໍາເອົານົກເຈັ້ຍນັ້ນກັບໄປຢູ່ນໍາ, ນົກເຈັ້ຍນັ້ນຄືຄວາມ ຮັກຂອງລີນາ. ຖ້າພິດບໍ່ມາກໍຂໍໃຫ້ແມ່ເອົານົກເຈັ້ຍນັ້ນໃສ່ໂຖລອຍນໍ້າໄປຕາມກໍາຕາມເວນ."

ພໍໄດ້ຍິນຄໍາເວົ້າຂອງແມ່ລີນາ, ພິດກໍສະອື້ນປາກບໍ່ອອກຈັກຄໍາ, ໄດ້ແຕ່ນັ່ງໄຫ້ກອດໂຮງສົບລີນາດ້ວຍຄວາມເສົ້າ ເສຍໃຈ. “ເຈົ້າຖືສິດຫຍັງມາທໍລະມານຂ້ອຍແບບນິ້ ລີນາ! ບໍ່ວ່າຈະທຸກຈະສຸກ, ລໍ່າບາກຫລືຈະຍາກພຽງໃດ ຂ້ອຍພ້ອມຈະຢືນຄຽງຂ້າງເຈົ້າ. ຂ້ອຍຮັກເຈົ້າພຽງໃດເຈົ້າກໍຮູ້. ເຈົ້າບໍ່ຄວນຖິ້ມຂ້ອຍໄປແບບນີ້ເລີຍ ລີນາ! ເຈົ້າຮູ້ບໍ່ ໄລຍະຫາປີທີ່ຜ່ານມາເຈົ້າເຈັບສໍ່າໃດ ຂ້ອຍເຈັບກວ່າເຈົ້າຮ້ອຍເທົ່າພັນເທົ່າ ທີ່ບໍ່ໄດ້ຢູ່ໃກ້ເຈົ້າ!!” ພິດນັ່ງໄຫ້ສະອື້ນຢູ່ກັບ ຄວາມເສຍໃຈ, ໃນຖ່າມກາງຄວາມຊຸ່ມເຢັນປຽກໄປກັບສາຍຝົນທີກຳລັງເທລົງຢ່າງບໍ່ຢຸດຢັ້ງ.

ນິຍາຍເລຶ່ອງນີ້ໃຫ້ຄະຕິເຕືອນໃຈວ່າ ການເສຍສະລະເພື່ອຄົນທີ່ເຮົາຮັກ, ຫວັງຢາກໃຫ້ເຂົາໄດ້ດີມີຄວາມສຸກ ບາງຄັ້ງອາດກາຍເປັນຄວາມທຸກໃຈ. ຖ້າຮັກກັນແທ້ບໍ່ວ່າຈະເກີດຫຍັງຂຶ້ນກໍ່ຕາມຄວາມສຸກທີ່ແທ້ຈິງແມ່ນການໄດ້ຢູ່ ໃກ້ກັນ, ໄດ້ເບິ່ງແຍງດູແລໃຈເຊິ່ງກັນແລະກັນຈົນເຖີງເວລານາທີສຸດທ້າຍ. ນັ້ນແລະຄືຄວາມສຸກ.   

ຈົບບໍລີບູນ
(
ຫມາຍເຫດ: ຂໍ້ມູນບາງພາກສ່ວນຂອງເລຶ່ອງສັ້ນເລຶ່ອງນີ້ແມ່ນມາຈາກ ເລຶ່ອງສັ້ນທີ່ເປັນພາສາອັງກິດ, ຮຽບຮຽງແລະປະພັນຂຶ້ນໃຫມ່ເປັນພາສາລາວໂດຍ ນາມປາກາປັນຍາສິນ 2008)

No comments:

Post a Comment