Friday, August 29, 2014

ດວງຕາດວງໃຈ



ດວງຕາດວງໃຈ

ບ້ານຖິ່ນ ເມືອງຈັນບູລີ ມີນາງສາວຄົນຫນຶ່ງຊື່ອ່ອນຕາ, ອ່ອນຕາເປັນຄົນຕາບອດດ້ວຍກໍາເນີດ, ນາງເກີດມາ ເປັນຄົນພິການກໍ່າພ້າພໍ່ແມ່. ຊີວິດຂອງອ່ອນຕາອາພັບຫລາຍແຕ່ລະມື້ແມ່ນບໍ່ມີຄວາມສຸກ, ນາງເລີຍຄິດຊັງ ໂຕເອງມາຕະຫລອດ, ຄິດຊັງແລະເບື່ອກັບໂຕເອງທີ່ເກີດມາເປັນຄົນພິການ ຕາບອດໄຮ້ຄຸນຄ່າຕໍ່ສັງຄົມ. ນາງບໍ່ພຽງແຕ່ຄິດຊັງແລະເບື່ອນ່າຍກັບຊີວິດ ຂອງໂຕເອງເທົ່ານັ້ນ, ແຕ່ຍັງເບື່ອສັງຄົມໂລກ, ເບື່ອທຸກຄົນ. ຍົກເວັ້ນຄົນດຽວນັ້ນກໍຄື ແຟນທີ່ແສນຮັກຂອງນາງຊື່ທ້າວຄໍາຫລ້າ. ຄໍາຫລ້າເປັນຄົນຮັກແທ້ໃຈດຽວ, ຫລົງ ຮັກອ່ອນຕາມາເປັນເວລາຫລາຍ ປີທີ່ດຽວແລະກໍໄດ້ໃຫ້ສັນຍາຕໍ່ນາງບໍ່ວ່ານາງ ຈະເປັນຢ່າງໃດກໍຕາມ ຈະຂໍຮັກນາງແລະຈະຢູ່ຄຽງຂ້າງປົກປ້ອງ ດູແລເບິ່ງແຍງນາງໄປຈົນວັນສີ້ນລົມຫາຍໃຈ.

ຄຳຫລ້າເປັນພະນັກງານລັດຊັ້ນຕໍ່າທຳມະດາ, ແຕ່ລະມື້ຫລັງຈາກເລີກການຄໍາຫລ້າ ກໍຈະຟ້າວຂັບລົດມາຫາອ່ອນຕາ, ກ່ອນຈະມາເຖີງບ້ານພັກຂອງອ່ອນຕາ ຄໍາຫລ້າມັກຈະແວ່່ ຊື້ອາຫານທີ່ຮ້ານອາຫານປະຈໍາມາຝາກອ່ອນຕາ ແລະ ວັນນີ້ກໍບໍ່ແຕກຕ່າງ ຫຍັງຈາກວັນອື່ນໆທີຜ່ານມາຫລັງຈາກຄໍາຫລ້າເລີກການ ແລ້ວກໍຂັບລົດມາຫາອ່ອນຕາຕາມນັດ ຫມາຍພ້ອມອາຫານແລງຕິດມືມາພ້ອມ, ພໍຄໍາຫລ້າມາຮອດທັງ ສອງກໍນັ່ງກິນເຂົ້າແລງນໍາກັນພາຍໃຕ້ແສງທຽນ ແສງເດືອນແລະດາວ ອັນເປັນບັນຍາກາດ ເຕັມໄປດ້ວຍຄວາມຮັກຄວາມຫວານຊື່ນ. ກິນເຂົ້າຄໍ່າອີ່ມແລ້ວອ່ອນຕາກໍ ຄ່ອຍໆເອົາມືເດ່ ໄປຫາຄໍາຫລ້າແລ້ວບອກ ຄໍາຫລາວ່າຢາກລູບໃບຫນ້າຄໍາຫລ້າ, ຄໍາຫລ້າເຫັນກໍເດ່ມືຈັບເອົາມືຂອງ ອ່ອນຕາມາວາງໄວ້ທີ່ແກ້ມ, ໃນເວລາດຽວກັນນັ້ນອ່ອນຕາກໍມີປະຕິກິລິຍາອ່ອນຫວານ ແລະໂສກເສົ້າເສຍໃຈທີ່ ໂຕເອງຕ້ອງມາເປັນພາລະຂອງຄົນອື່ນ, “ອ້າຍຄໍາຫລ້າອ້າຍບໍ່ເບື່ອນ້ອງບໍ ທີ່ມາດູແລເບິ່ງແຍງນ້ອງທຸກວັນແບບນີ້?” ອ່ອນຕາຄ່ອຍໆເອົາມືຂອງນາງວາງ ອອກຈາກໃບຫນ້າຄໍາຫລ້າ ພ້ອມເອີ່ຍຄໍາຖາມດ້ວຍຄວາມນ້ອຍໃຈ. “ອ່ອນຕາຢ່າເວົ້າແນວນັ້ນແມ້, ອ້າຍບໍ່ມີວັນເບື່ອນ້ອງໄດ້ດອກ,“ ຄໍາຫລ້າກ່າວຕອບອ່ອນຕາດ້ວຍຄວາມຫມັ້ນໃຈ ແລ້ວກໍຈູງແຂນ ອ່ອນຕາຍ່າງເລາະຫລີ້ນຕາມສວນດອກໄມ້ອ້ອມບ້ານພັກຄົນພິການ. ພໍຍ່າງໄປຮອດໄລຍະ ຫນຶ່ງອ່ອນຕາກໍເວົ້າຂຶ້ນດ້ວຍຄວາມດີໃຈ, “ອ້າຍຄໍາຫລ້າຮູ້ບໍ່, ຖ້ານ້ອງບໍ່ເປັນຄົນຕາບອດ, ບໍ່ເປັນຄົນພິການ, ຖ້າຕານ້ອງເຫັນຮຸ່ງນ້ອງຈະແຕ່ງດອງ ກັບອ້າຍ, ເປັນເມຍອ້າຍທີ່ດີ ແລະຈະເບິ່ງແຍງອ້າຍເຫມືອນກັບອ້າຍ ດູແລເບິ່ງແຍງນ້ອງທຸກວັນນີ້ເລີຍແລະ.” ພໍເວົ້າສຸດອ່ອນຕາກໍງ່ຽງຫົວ ເຂົ້າອີງໃສ່ກົກແຂນຄໍາຫລ້າ, “ນ້ອງຮັກອ້າຍຄໍາຫລ້າສຸດໃຈເລີຍອ່ອນຕາທັງເວົ້າທັງເງີຍຫນ້າແລ້ວຍິ້ມໃສ່ຄໍາຫລ້າຢ່າງມີຄວາມສຸກ ແລະຄວາມອົບອຸ່ນໃຈ. “ນ້ອງເວົ້າແທ້ບໍ,” ຄໍາຫລ້າເອົາມືລູບຜົມອ່ອນຕາ ເບົາໆແລ້ວເວົ້າຕອບຄືນ, “ອ້າຍກໍຮັກນ້ອງຄືກັນ, ແລ້ວ ອ້າຍຈະພະຍາຍາມຊ່ວຍນ້ອງໃຫ້ເຫັນຮຸ່ງຈົນໄດ້ເດີ, ຈະຊອກຫາຫມໍທີດີມີສີມືມາ ປິ່ນປົວນ້ອງ, ບໍ່ວ່າຈະເສຍເງິນເສຍຄຳເທົ່າໃດອ້າຍກໍຈະຍອມ.“

ຫລາຍມື້ຫລາຍວັນຜ່ານໄປ, ກາຍເປັນຫລາຍອາທິດແລະແລ້ວກໍກາຍເປັນເດືອນ. ຄວາມຝັນຂອງອ່ອນຕາກໍ ເກີດເປັນຈິງ, ຄວາມຝັນຂອງນາງຢາກເຫັນຫນ້າຄໍາຫລ້າ ຢາກເຫັນໂລກອັນກວ້າງ ໃຫຍ່ກໍເກີດເປັນຈິງດັ່ງໃຈ ປາດຖນາ. ວັນຫນຶ່ງທາງໂຮງຫມໍທີ່ຄໍາຫລ້າຕິດຕໍ່ຂໍຄວາມຊ່ວຍເຫລືອປິ່ນ ປົວຕາຂອງອ່ອນຕາໂທມາບອກນາງວ່າ ມີຄົນບໍລິຈາກນ່ວຍຕາສອງນ່ວຍໃຫ້ອ່ອນຕາ, ແລ້ວໃຫ້ອ່ອນຕາຕຽມຕົວ ເຂົ້າຜ່າຕັດຮັບເອົາຫນ່ວຍຕາໃຫມ່ໄວໆນີ້. ຫລັງຈາກອ່ອນຕາໄດ້ຮັບຂ່າວກໍດີໃຈຈົນບອກບໍ່ຖືກ. ຟ້າວໂທບອກຄໍາຫລ້າ, ສ່ວນຄໍາຫລ້າກໍດີໃຈ ແລະກໍສະແດງ ຄວາມດີໃຈກັບອ່ອນຕາຢ່າງສຸດອົກສຸດໃຈ, ສຸດທ້າຍນາງກໍຈະໄດ້ເຫັນຮຸ່ງດັ່ງຄວາມມຸ້ງຫວັງປາຖນາຂອງນາງ. “ອ້າຍດີໃຈຫລາຍທີ່ຕາຂອງນ້ອງຈະໄດ້ເຫັນຮຸ່ງແລ້ວ, “ແລ້ວອ້າຍຈະໄປເປັນຄົນທຳອິດ ໃຫ້ນ້ອງເບິ່ງໃບຫນ້າຫລັງ ຈາກນ້ອງຜ່າຕັດສໍາເລັດເດີ, ແຕ່ຕ້ອງຂໍໂທດນໍານ້ອງ ຫລາຍໆສໍາລັບມື້ນ້ອງເຂົ້າຜ່າຕັດ ອ້າຍຄົງຈະໄປເປັນ ເພື່ອນບໍ່ໄດ້, ເພາະຄາວຽກຢູ່ຕ່າງແຂວງ,” ຄໍາຫລ້າບອກ ອ່ອນຕາໃນໂທລະສັບດ້ວຍຄວາມ ພາກພູມໃຈແຝງໄປ ດ້ວຍຄວາມເປັນຫ່ວງເປັນໃຍນຳນາງ. ຫລັງຈາກອ່ອນຕາຜ່າຕັດສໍາເລັດ, ຕາທັງສອງເບື້ອງຂອງນາງກໍເຫັນຮຸ່ງ ເປັນປົກກະຕິ, ແຕ່ທີ່ແປກໃຈຄືນາງບໍ່ເຫັນ ຄໍາຫລ້າມາຢ້ຽມນາງທີ່ໂຮງຫມໍເລີຍ, ສັນຍາຂອງຄໍາຫລ້າວ່າຈະເປັນ ຜູ້ຊາຍຄົນທໍາອິດທີ່ຈະຢືນຢູ່ ຕໍ່ຫນ້ານາງຕອນເວລານາງ ເປີດຜ້າພັນຕາອອກກໍກາຍ ເປັນສັນຍາຫມັນ. ທຸກມື້ທຸກ ວັນນາງ ໄດ້ແຕ່ນັ່ງລໍຖ້າຄໍາຫລ້າມາຮັບເອົານາງອອກ ຈາກໂຮງຫມໍເພື່ອຈະໄປສະຫລອງກັບຊີ ວິດໃຫມ່ຂອງນາງ, ແຕ່ລໍແລ້ວກໍລໍອີກບໍ່ເຫັນຄຳຫລ້າມາຮັບ, ລໍຖ້າຈົນເປັນສອງອາທິດ ໂທຫາກໍບໍ່ຍອມຮັບສາຍ. ຖາມນາງພະຍາບານ ກໍໄດ້ແຕ່ບອກວ່າເຫັນແຕ່ເດັກຄົນຫນຶ່ງເອົາດອກໄມ້ມາຟາກໃຫ້ອ່ອນຕາທຸກໆເຊົ້າ, ແຕ່ເດັກຄົນນັ້ນບໍ່ຍອມບອກວ່າ ມາຈາກໃສ, ໃຜເປັນຄົນສົ່ງມາ
ໃນທີສຸດອ່ອນຕາກໍອົດໃຈລໍຖ້າບໍ່ໄດ້, ເຊົ້າວັນຫນຶ່ງນາງຈຶ່ງຕັດສິນໃຈ ຂໍອານຸຍາດຈາກຫມໍຂໍໂຕກັບບ້ານ, ນາງຮູ້ດີວ່ານາງບໍ່ມີບ້ານບໍ່ມີທີ່ໄປແຕ່ນາງກໍບໍ່ສົນໃຈຂໍພຽງແຕ່ນາງໄດ້ອອກຈາກນີ້, ອອກຈາກໂຮງຫມໍທີ່ຫນ້າເບື່ອ ນີ້ໄປກໍພໍ, ນາງຈະໄປເລີ່ມຕົ້ນຊິວິດໃຫມ່ ຈະຂໍປະເຊີນກັບ ໂລກພາຍນອກດ້ວຍໂຕເອງ, “ສົນໃຈຫຍັງ, ຕາເຮົາກໍ ເຫັນຮຸ່ງແລ້ວ, ມືຕີນເຮົາກໍມີເຮົາບໍ່ງໍ້ໃຜອີກແລ້ວ!” ນາງຮ້ອງໂຮ່ຂຶ້ນດີໃຈກັບ ຊີວິດໃຫມ່ຂອງ ນາງແລ້ວກໍຟ້າວແລ່ນ ອອກຈາກຫ້ອງໄປ, ນາງທັງແລ່ນທັງເຕັ້ນທັງ ຮ້ອງເພງເຮັດໃບຫນ້າຍິ້ມແຍ້ມແຈ່ມໃສ, ເບີກບານດີໃຈກັບຄວາມຫວັງ ໃຫມ່ຂອງນາງ, ຂະນະນັ້ນກໍມີເດັກຊາຍຄົນຫນຶ່ງຖືຊໍ່ດອກໄມ້ແລະອີກມືຫນຶ່ງຈູງມືຜູ້ຊາຍຕາບອດຍ່າງເຂົ້າປະຕູ ໂຮງຫມໍມາ, ອ່ອນຕາບໍ່ລະວັງໂຕກໍແລ່ນພາດໄປຕໍາເອົາຊາຍຕາບອດຄົນນັ້ນຫມົດແຮງເຮັດໃຫ້ຊາຍຕາບອດຄົນນັ້ນ ເສຍຫລັກເຊໄປຕໍາປະຕູ, ສ່ວນອ່ອນຕາກໍຮ້ອງຂຶ້ນຮ້າຍຢ່າງແຮງ, “ຕາບອດຫວາ, ຍ່າງເບິ່ງຫນ້າເບິ່ງຫລັງແດ່ແມ້, ຂວາງທາງຢູ່ໄດ໋!!“ ພໍຊາຍຕາບອດຄົນນັ້ນໄດ້ຍິນສໍານຽງ ສຽງຮ້າຍຂອງອ່ອນຕາ ກໍເອົາມືຄົວຫາອ່ອນຕາທັນທີພ້ອມ ທັງເອີ່ຍຖາມເປັນ ສຽງສັ່ນໆຕົກໃຈ ອ່ອນຕາ, ອ່ອນຕາ, ອ່ອນຕາແມ່ນບໍ່?” ສ່ວນອ່ອນຕາກໍບໍ່ມີລັກສະນະທ່າທີແປກ ໃຈຫຍັງ, ຢືນຍິກສົບໃສ່ຜູ້ຊາຍ ຄົນນັ້ນແລ້ວຕອບວ່າ, “ຕາບອດອິຫລີເນາະ, ແລ້ວເຈົ້າແມ່ນໃຜ ຄືມາຮູ້ຈັກຊື່ຂ້ອຍ, ຢ່າລະເຈົ້າຈະແມ່ນໃຜຂ້ອຍບໍ່ສົນ, ໂທດເດີຂ້ອຍຕ້ອງຟ້າວໄປລະ,“ ອ່ອນຕາຮ້ອງຕອບໃສ່ດ້ວຍຄວາມຫງຸດຫງິດລໍາ ຄານແລ້ວກໍຍ່າງເບີດຫນ້າອອກໄປ, ແຕ່ພໍໄດ້ຍິນສຽງຂອງຊາຍຕາບອດຄົນນັ້ນຮ້ອງໃສ່ອີກຄັ້ງອ່ອນຕາ ອ່ອນຕາ ອ້າຍເອງ ຄໍາຫລ້າ!,” ອ່ອນຕາກໍຢຸດສເງີທັນທີ, ຫລັງຈາກນັ້ນກໍຄ່ອຍໆຍ່າງເຂົ້າມາຫາຄຳຫລ້າ. ເດັກຜູ້ຊາຍທີຈູງ ແຂນຄໍາຫລ້າເຫັນອ່ອນຕາກໍາລັງເຫລືອກຕາໃສ່ກໍຍື່ນຊໍ່ດອກໄມ້ ໃຫ້ອ່ອນຕາແລ້ວບອກວ່າດອກໄມ້ນີ້ແມ່ນຈາກນ້າຄໍາ ຫລ້າ. ອ່ອນຕາຮັບເອົາຊໍ່ດອກໄມ້ແລ້ວກໍຢືນຈ້ອງເບິ່ງໃບຫນ້າຂອງຄໍາຫລ້າພ້ອມແກ່ວງຫົວບໍ່ຫນ້າເຊື່ອວ່າຜູ້ຊາຍທີ່ ໂຕເອງເຄີຍສັນຍາຈະແຕ່ງງານນໍາຈະເປັນຊາຍຫນ້າຕາຂີ້ເຮິຂີ້ຮ້າຍແບບນີ້, “ສໍາບໍ່ຫນໍາຕາກໍບອດອີກ, ໃຜເອົາ ໄປເຮັດເປັນຜົວກໍບ້າທໍ່ນັ້ນແລ້ວ,” ອ່ອນຕາຢືນເວົ້າກັບໂຕເອງຢູ່ລະຍະຫນຶ່ງແລ້ວກໍຟ້າວດືງແຂນແກ່ຄໍາຫລ້າໄປ ທີ່ແຈຝາໂຮງຫມໍ, ອອກໄກຈາກສາຍຕາຜູ້ຄົນເພາະຢ້ານຄົນຈະຮູ້ວ່ານາງ ເປັນແຟນ ກັບຄົນຕາບອດທີ່ມີຫນ້າຕາ ຂີ້ເຮິແບບນີ້, “ເອີ, ເຈົ້າແມ່ນອ້າຍຄໍາຫລ້າອິຫລີຫວາ? ເຈົ້າຄືບໍ່ບອກຂ້ອຍວ່າເຈົ້າເປັນຄົນຕາບອດ? ໂອ້ຍ ຂ້ອຍຮັບບໍ່ໄດ້ດອກຂ້ອຍເຄີຍຕາບອດ ເຄີຍທຸກເຄີຍຍາກມາຊົ່ວຊີວິດຫນຶ່ງແລ້ວຊິໃຫ້ຂ້ອຍໄປທຸກໄປຍາກຢູ່ກັບ ຄົນຕາບອດອີກ, ຂ້ອຍບໍ່ໄປນໍາເຈົ້າດອກ ຂ້ອຍຈະເລີ່ມຕົ້ນຊີວິດໃຫມ່ຂອງຂ້ອຍເອງ. ເຈົ້າກັບຂ້ອຍຈົບກັນ ແຕ່ວັນນີ້ໄປ, ຢ່າຕິດຕໍ່ຫາຂ້ອຍອີກເດີ!” ເມື່ອເວົ້າສຸດອ່ອນຕາກໍ ຍ່າງຫນີອອກໄປແບບບໍ່ອາໄລໃຍດີຫຍັງເລີຍ. ສ່ວນຄຳຫລ້າພໍໄດ້ຍິນຄຳ ເວົ້າຂອງນາງແບບນັ້ນກໍອ່ອນເພຍລົ້ມຟຸບລົງກັບທີ່, ພະຍາຍາມເອີ້ນນໍາຫລັງອ່ອນຕາ, ຫລາຍເທື່ອແຕ່ນາງກໍບໍ່ຍອມຢຸດ, ແມ່ນແຕ່ຈະຫລຽວຫລັງມາເບິ່ງຄຳຫລ້າພຽງຄັ້ງກໍບໍ່ມີ. ນາງໂບກມືເອີ້ນລົດແທກຊີ ແລ້ວກໍຂຶ້ນຂີ່ລົດອອກໄປຕາມທາງຂອງນາງ. ຄວາມດີຄວາມງາມທີຄໍາຫລ້າ ມອບໃຫ້ກັບອ່ອນຕາເປັນຫລາຍສິບປີ, ກໍຈົບສິ້ນ ລົງພຽງແພບຕາດຽວ. ນາງປ່ຽນແປງໄປເປັນຄົນລະຄົນ, ກາຍເປັນຄົນທະເຍີທະຍານຖືຊັ້ນວັນນະ, ດູຖູກຄົນພິການ ດູຖູກຄໍາຫລ້າວ່າເປັນຄົນຂີ້ເຮິຂີ້່ຮ້າຍເປັນຄົນຕາບອດເຫມືອນຄົນຂໍທານ. ຄຳຫລ້າເຫັນນາງນັ່ງລົດ ແທກຊີທີ່ກຳລັງເລັ່ງອອກໄປກໍໄດ້ແຕ່ນັ່ງຄຸເຂົ່ານໍ້າຕາຕົກໃນ ສະອື້ນກັບຄວາມຫລັງກັບສິ່ງທີໂຕເອງໄດ້ກະທຳລົງໄປ, ຍອມເສຍສະລະຫນ່ວຍຕາສອງຫນ່ວຍດີໆຂອງໂຕເອງໃຫ້ນາງໄປ, ສຸດທ້າຍ ນາງກໍບໍ່ເຫັນຄຸນຄ່າຂອງມັນ. “ຮັກສາຫນ່ວຍຕາຂ້ອງອ້າຍໃຫ້ດີອ່ອນຕາ, ອ້າຍຂໍຝາກດວງຕາແລະດວງໃຈຂອງອ້າຍໄວ້ກັບເຈົ້າ, ຣັກສາມັນໃຫ້ດີ, ຮັກສາມັນໄວ້ໃຫ້ດີ, ລາກ່ອນທີ່ຮັກ!” ນັ້ນຄືຄໍາບອກລາຄຳສຸດທ້າຍຂອງຄໍາຫລ້າ.

ນິຍາຍເລຶ່ອງນີ້ສອນໃຫ້ເຮົາຮູ້ວ່າ ຈິດໃຈຂອງຄົນເຮົາບາງຄົນສາມາດປ່ຽນແປງໄດ້ຕາມ ສະຖານະການ, ຍາມບໍ່ທັນ ມີກໍເວົ້າໄດ້, ມີແລ້ວໃຈກໍປ່ຽນໄປເປັນຄົນລະຄົນ. ສຳລັບຄຳຫລ້າ ບົດຮຽນຮັກຄັ້ງນີ້ແພງ ທີສຸດໃນຊີວິດ. ສຸພາສິດເພີ່ນ ເວົ້າໄວ້ວ່າ ຄວາມຮັກເຮັດໃຫ້ຄົນຕາບອດ. ແລ້ວຄຳຫລ້າກໍຕາບອດເພາະ ຮັກແທ້ໆ
ຈົບບໍລິບູນ

ປສ

No comments:

Post a Comment