ເມືອງລາວບ້ານຂ້ອຍ
ສະໄຫມແຕ່ກ່ອນກີ້ຕອນຂ້ອຍຍັງຫນຸ່ມນ້ອຍພໍ່ແມ່ເພີ່ນເຄີຍພາຂ້ອຍເດີນທາງຕາມລໍາແມ່ນໍ້າຂອງຂຶ້ນເຫນືອລ່ອງໃຕ້ ເປັນປະຈໍາ. ໄລຍະທາງກໍຈະມີການນອນພັກເຊົາ, ຄ້າງຄືນຕາມບ້ານເລັກບ້ານນ້ອຍ ກ່ອນຈະເຖີງປາຍທາງ. ເຊັ່ນຈາກຫ້ວຍຊາຍລ່ອງເຮືອລົງຫລວງພຣະບາງ ກໍຈະນອນຄ້າງຄືນທີບ້ານປາກແບ່ງ. ຫລືຈາກວຽງຈັນຂຶ້ນເຫນືອເມືອປາກລາຍໄຊຍະບູລີ ກໍຈະນອນຄ້າງຄືນແຖວບ້ານວັງ, ປາກຫ້ວຍເປັນຕົ້ນ. ຂ້ອຍຈື່ໄດ້ວ່າແຕ່ລະເທື່ອ ທີ່ພວກຂ້ອຍ ໄປຂໍນອນພັກເຊົານໍາບ້ານນັ້ນເຮືອນນີ້ບໍເຄີຍ ເຫັນຜູ້ທີ່ເປັນເຈົ້າຂອງເຮືອນ ຮ້ອງຂໍເອົາຄ່າພັກ, ຄ່າຢູ່, ຄ່າກິນນອນ. ສ່ວນຫລາຍແມ່ນຕ້ອນຮັບກັນແບບພີ່ນ້ອງ, ແບບແຂກມາຢາມ, ຫາເຂົ້ານໍ້າຊໍ້າປາມາສູ່ກິນ ສໍາບໍ່ຫນໍາຍັງຫໍ່ເຂົ້າຂອງກິນອັນເລັກ ນ້ອຍຕາມ ທີ່ມີເຊັ່ນແຈ່ວບອງ,ຊິ້ນແຫ້ງແລະ ເຂົ້າຫນຽວໃຫ້ພວກຂ້ອຍຜູ້ເປັນແຂກ ເອົາໄປກິນນໍາທາງອີກ.
ເມື່ອກ່ອນແຕ່ລະບ້ານຕາມຊົນນະບົດຖ້າເປັນເຮືອນລາວຈະມີໄຫນໍ້າກັບໂອຕັ້ງຢູ່ຊານ, ຢູ່ຫົວຂັ້ນໄດ ຫຼືຫນ້າບ້ານ, ແຂກຄົນເດີນທາງກາຍໄປມາ ຂໍກິນໄດ້ຕາມສບາຍ. ຫລືວ່າເວລາແຂກຄົນຍ່າງກາຍຫນ້າເຮືອນ ກໍຈະມັກໄດ້ຍິນເພີ່ນເອີ້ນໃສ່, “ບັກຫໍາຊິໄປ, ມາແຕ່ໃສ, ກິນເຂົ້າກິນນໍ້າແລ້ວບໍ? ນໍ້າຢູ່ໄຫຫັ້ນຕັກກິນໂລດເດີ ບັກອ້າຍ!“ ວັທນະທັມອັນດີງາມຂອງລາວເຮົາເຫລົ່ານີ້ທີ່ຂ້ອຍຮູ້ຈັກຫາໃສບໍ່ໄດ້ອີກແລ້ວ. ຕາຍແລ້ວເກີດໃຫມ່ພັນ ເທື່ອກໍຂໍໃຫ້ຂ້ອຍເກີດມາເປັນລາວອີກເທີ້ນ. ຫນ້າເສັຍດາຍປັດຈຸບັນເມືອງລາວແລະວັທນະທັມອັນດີງາມເຫລົ່າ ນີ້ທີ່ຂ້ອຍເຄີຍຮູ້ຈັກໄດ້ຫາຍໄປແລ້ວ. ບ້ານປາກແບ່ງທີ່ຂ້ອຍເຄີຍຮູ້ຈັກ, ປ້າແດງທີ່ເຄີຍກາງມຸ້ງ ໃຫ້ຂ້ອຍນອນກໍປ່ຽນມາເປັນເຮືອນພັກຫ້ອງຫນຶ່ງລາຄາ 200.000 ກີບຕໍ່ຄືນ, ເຂົ້າຫນຽວແຈ່ວບອງຂອງບ້ານປາກແບ່ງບ້ານວັງທີເຄີຍ ຫໍ່ໃຫ້ຂ້ອຍກິນກໍກາຍມາເປັນ ໄຂ່ດາວຫມູແຮມຈານຫນຶ່ງ50.000ກີບ. ເພີ່ນບໍ່ໃຫ້ກິນລ້າໆ ອີກແລ້ວ. ຫ້ວຍນໍ້າລໍາທານຕາດນໍ້າເມືອງຊໍາ, ຖໍ້ມຊ້າງປູຄໍາວັງວຽງແຕ່ກີ້ອີ່ແມ່ພາ ພວກຂ້ອຍ ໄປທ່ຽວບໍ່ເຄີຍໄດ້ຈ້າງຄ່າເຂົ້າຊົມ, ແຕ່ດຽວນີ້ຂ້ອຍບໍ່ມີເງິນຈ້າງ, ເພີ່ນບໍ່ໃຫ້ຂ້ອຍເຂົ້າຫລິ້ນຊົມທິວທັດທໍາມະຊາດບ້ານຂ້ອຍອັນສວຍງາມເຫລົ່ານີ້ອີກແລ້ວ.
ວັດຊຽງທອງວັດພຣະບາງວັດພຣະແກ້ວຫລາຍໆວັດອັນເປັນມໍລະດົກຂອງບ້ານຂ້ອຍ, ເມື່ອກ່ອນຂ້ອຍ ບໍ່ເຄີຍໄດ້ຈ້າງເງິນເຂົ້າໄປໄວ້ພຣະພຸດທະເຈົ້າໃນວັດເຫລົ່ານີ້ ແຕ່ດຽວນີ້ບໍ່ມີເງິນເພີ່ນບໍໃຫ້ຂ້ອຍເຂົ້າໄປ ໄຫວ້ພຣະຢູ່ວັດເຫລົ່ານີ້ອີກແລ້ວ. ຂ້ອຍເປັນຄົນລາວຖືສາສນາພຸດບໍ່ເຂົ້າໃຈວ່າເປັນຫຍັງຂ້ອຍຢາກເຂົ້າໄປໄຫວ້ ພຣະຕ້ອງຈ້າງເງິນ. ວັທນະທັມເຫລົ່ານີ້ຄືຊ່າງເກັບເອົາມາໃຊ້ ໃນເມືອງລາວບ້ານຂ້ອຍເດນໍ.

No comments:
Post a Comment