ບົດຮຽນຊີວິດ
- ແຮງຫຶງ
ແຮງອາລົມ:
໒໙ ກໍຣະກະດາ ປີ ໒00໖
ກະລີ່ງ, ກະລີ່ງ, ກະລີ່ງໆ…, ສຽງໂທລະສັບດັງເຮັດໃຫ້ສັກຊວດຕື່ນຂຶ້ນຢ່າງແຮງຈົນເກືອບຕົກຕຽງ. ຫລັງຈາກນັ້ນກໍເອົາມືງົມຊາວໄປທົ່ວທີບເພື່ອຊອກຫາໂທລະສັບ, ງົມໆຊາວໆພໍດີມືໄປເຕາະໃສ່ດັງຂອງນ້ອຍ, ນ້ອຍຮ້ອງໂອ້ຍຂຶ້ນບາດຫນຶ່ງແລ້ວລັບຕໍ່. ສ່ວນສັກກໍໂງຫົວຂຶ້ນສີຫູສີຕາແນມໄປເບິ່ງໂມງຢູ່ຂ້າງຕຽງນອນ 9 ໂມງເຊົ້າພໍດີ. “ຈັ່ງແມ່ນພິລືກເນາະແມ່ນໃຜໂທມາແຕ່ເຊົ້າຫວະ, ບໍ່ຮູ້ຕີວ່າມື້ນີ້ມັນເປັນວັນເສົາ, ວັດພັກ, ໂທມາສວາຍ ກວ່ານີ້ແດ່ກະບໍ່ໄດ້ເນາະ, ໂອ້ຍ!?” ສັກຈົ່ມຢາກຮ້າຍ. “ຄົນນອນກໍາລັງມ່ວນໂທມາລົບກວນຢູ່ໄດ້!” ສັກເດ່ມືໄປຮັບໂທລະສັບທັງຢາກຮ້າຍ:
ສັກ: ຮາໂລ, ອະແຮມ…[ມາດຄໍ] ອາໂລ!
ຈ່ອຍ: ເຮ, ແມນ[man] ເຮົາມາຫລິ້ນວັດ, ໂຕບໍ່ຢາກມາຫວາ?
ສັກ: ໂອ້, ເວນກໍາ, ເປັນບ້າຕິ, ຈ່ອຍ? ໂຕຮູ້ບໍ່ວ່ານີ້ມັນຈັກໂມງ ຮະ?
ຈ່ອຍ: ຮູ້, 9 ໂມງປາຍ, ໂຕບອກໃຫ້ເຮົາໂທປຸກໂຕ 9 ໂມງເຊົ້າ, ບໍ່ຈື່ຫວະ?
ສັກ: ຕອນໃດຫວະ? [ຫາວ ວາບໆ] ຕອນໃດຮຶ!? (ສັກຖາມຄືນ)
ຈ່ອຍ: ມື້ຄືນນີ້ ຕອນພວກເຮົາກິນເຫຼົ້າເມົານອນຮ້ອງເພງ ຂໍເງິນເມຍໄປເສຍຄ່າຫ້ອງ ຫັ້ນເດ.
ສັກ: ເສຍຄ່າຫ້ອງ!? ເຮີ່ຍ! ເຮົາໄປນອນໂຮງແຮມກັບໂຕ ຫວະ? [ທັງເວົ້າທັງຫ້າວນອນ..ວາບໆ]
ຈ່ອຍ: ບໍ່ແມ່ນ, ຮ້ອງເພງຂໍເງິນເມຍໄປເສຍຄ່າຫັອງ, ຮ້ວຍຫມໍນິກວນໆ.
ສັກ: ອ້າວ! ໂຕບໍ່ມີເງິນຫວະ ຄືໄປຂໍເງິນເມຍໃຊ້, ໂອຫມໍນີ້ຫາກິນນໍາລູກນໍາເມຍ, ຊ່າງເປັນ.
(ສຽງວາງໂທລະສັບດັງຕືດໆ, ບາດຫນຶ່ງ)
ນ້ອຍ: ແມ່ນຫຍັງ! ເຈົ້າໄປນອນກັບໃຜຢູ່ໂຮງແຮມ? ບອກມາ!! (ນ້ອຍກໍາລັງນອນລັບໂກນຢູ່ດີໆ,ໄດ້ຍິນຄໍາວ່າໂຮງແຮມເລີຍຊວດຕື່ນຂຶ້ນປຶບປັບທັນທີ)
ສັກ: ເມຍເອີຍ! ຈ່ອຍມັນໂທ, ເອີ…[ສັກເວົ້າບໍ່ທັນສຸດຄວາມ, ຖືກຕັດຄວາມກ່ອນ]
ນ້ອຍ: ອີ່ຕາບ້າ! ເຈົ້າ ໄປນອນກັບອ້າຍຈ່ອຍຫວະ!?
ສັກ: ໂອ່ຍໆ, ແມ່ເຈົ້າເອີຍ! ຈ່ອຍມັນໂທມາຫາ, ເວົ້າເລື່ອງຄືນນີ້.
ນ້ອຍ: ຫັ້ນແລະ! ພວກເຈົ້າໄປເຮັດອີ່ຫຍັງກັນມາຄືນນີ້ ຮະ!?
ສັກ: ໂອ່ຍໆ! ເຈັບທ້ອງ, ໄປເຂົ້າຫ້ອງນໍ້າກ່ອນ!
ເວົ້າແລ້ວສັກກໍລຸກມະໂຄ່ງມະເຄ່ງຍ່າງເຂົ້າຫ້ອງນໍ້າທັງຈົ່ມທັງຮ້າຍໄປນຳ, “ຜູ້ຫນຶ່ງເວົ້າໄປໄຮ່ຜູ້ຫນຶ່ງພັດເວົ້າໄປນາພຸ້ນ, ຈັ່ງໃດມັນຊິເຂົ້າເລຶ່ອງກັນລະນິ,” ຫລັງຈາກນັ້ນກໍອັດປະຕູຫ້ອງນໍ້າ ດັງຕຶບບາດຫນຶ່ງ.
ຈ່ອຍເປັນສ່ຽວຮັກສ່ຽວແພງຄົນຫນຶ່ງຂອງສັກ. ມື້ຄືນນີ້ສັກນັດຫມູ່ສາມສີ່ຄົນມາຕໍາຈອກ ພໍຫອມປາກຫອມຄໍ, ຕໍາໄປ, ແກ້ມໄປ, ເບິ່ງ ວິດີໂອຄາລະໂອເກະໄປນໍາ. ສັກຈື່ໄດ້ວ່າມີຕອນຫນຶ່ງກໍາລັງເບິ່ງວິດີໂອຂອງນັກຮ້ອງສາວຕີນ່າໃນຊຸດ “ບ່າວເຖົ້າຫົວງູ“ ສ່ຽວຈ່ອຍຂຶ້ນໃຈເລີຍຊວນຫມູ່ໄປຫລິ້ນບຸນວັດບອກວ່າມື້ອື່ນຈະມີນັກຮ້ອງ ລາວມາແຕ່ລາວມາສະ ແດງຢູ່ເດີ່ນວັດ, “ມື້ອື່ນ, ພວກເຮົາໄປຫລິ້ນບຸນວັດກັນເນາະ, ໄປເບິ່ງນັກຮ້ອງຕາງສົ່ງເສີມສິນລະປິນລາວເຮົາ,” ຈ່ອຍຊວນຫມູ່. ສັກເລີຍບອກໃຫ້ຈ່ອຍໂທປຸກ, ຈ່ອຍຈຶ່ງໂທມາປຸກ. ຫລັງຈາກສັກອາບນໍ້າແລ້ວກໍຍ່າງອອກຈາກຫ້ອງ ນໍ້າມາເຫັນນ້ອຍນອນຢູ່ເທີງຕຽງເຮັດຫນ້າບູດຢູ່ເລີຍຖາມ:
ນ້ອຍ: ອ້າຍຈ່ອຍລາວວ່າຫຍັງກັບເຈົ້າແດ່ເກາະ?
ສັກ: ມັນວ່າມັນລໍຖ້າຢູ່ວັດແລ້ວ.
ນ້ອຍ: ອ້າຍຈ່ອຍໄປວັດຫວະ? ລາວໄປເຮັດຫຍັງໄປບວດເບາະ? ເຈົ້າຄືບໍ່ໄປບວດລ້າງບາບລ້າງກໍາຄືລາວແດ່ ຮຶ ນັ່ງເຮັດຫຍັງຢູ່ນີ້!?
“ສຸພາສິດເພິ່ນວ່າແນວໃດເກາະອັນກ່ຽວກັບຄົນປາກໄວຫັ້ນນາ, ໄວປາກເສຍສິນ ໄວຕີນຕົກກົກໄມ້ ແມ່ນບໍ່? ບະ, ຂ້ອຍຂໍ້ປ່ຽນມາເປັນ ໄວປາກຖືກຕົບໄດ້ບໍ? ຄືມາຫຶນແທ້ເດ!” ສັກຄິດຫຶນກັດແຂ້ວກາດ ກາດ ຢູ່ຄົນດຽວ, “ຮືໆ, ເອົາສະບໍ! ຫຶນເດ!” ແຕ່ສັກຮູ້ດີວ່າຫຶນກໍໄດ້ແຕ່ຫຶນລ້າໆບໍ່ກ້າເຮັດຫຍັງໃຫ້ນ້ອຍເພາະຮູ້ດີວ່າໂຕເອງກໍ່ຮັກນ້ອຍ. ຢູ່ກິນກັນມາຫລາຍປີ, ສັກຮູ້ວ່ານ້ອຍດີກັບສັກຊໍ່າໃດ. ເຖີງວ່າການເວົ້າຈາປາກເວົ້າບໍ່ມ່ວນແຕ່ນ້ອຍກໍ່ເອົາໃຈໃສ່ ເບິ່ງແຍງດູແລສັກ ເປັນເຮືອນເປັນຊານເຮັດຢູ່ ເຮັດກິນໃຫ້ສັກກິນ ບໍ່ເຄີຍຂາດແລງຂາດງາຍ.
ສັກ: ບໍ່ແມ່ນ. ຢູ່ວັດເພິ່ນມີບຸນ, ມີງານຄອນເສີດເພື່ອກຸສົນສ້າງວັດສ້າງວາ. ໄດ້ຍິນວ່າມີນັກຮ້ອງມາແຕ່ລາວ ພຸ້ນຕົ່ວມາສະແດງນະ, ຊິໄປຫລືບໍ່ໄປ!?
ນ້ອຍ: ແມ່ນໃຜ້, ຊື່ຫຍັງນັກຮ້ອງຫັ້ນນະ?
ສັກ: ໄດ້ຍິນພ້ຽນໆໃສ່ຫູ້ຄືວ່າຜູ້ຍິງຊື່ເມກຂະຫລານີ້ແຫລະ ສ່ວນຜູ້ຊາຍບໍ່ຈື່ຊື່ແຕ່ໄດ້ຍິນວ່າລາວເປັນໄທໃຕ້ໄດ໋ຫັ້ນ.
ນ້ອຍ: ໂອ…ແມ່ນວາ! ໄປ! ໄປ! ຊັ້ນນາ. ໄທໃຕ້ຮ້ອງເພງມ່ວນຢູ່ດອກ. ອັນຄືໄທ ໄປໂອ້ ມາໂອ ພວກເຈົ້າຫັ້ນ, ໂອຍໆ ເອົາໄປໄກໆໂລດເດີ, ມາຮ້ອງໃກ້ຂ້ອຍຢ້ານຖືກໂອໂຄະຫົວໂນຢູ່ ເກີນວ່າມັນມ່ວນເປັນຕົ້ນແມ່ນ ໂຕການເຈົ້າຫັ້ນ ແຮງຄັກ, ສຽງຄືຄວາຍອີ່ຕູ້ເບັ່ງອອກລູກນີ້ແຫລະ!
ສັກ: ເອີ, ບໍ່ມ່ວນກະສຽງຂ້ອຍ, ບໍ່ຢາກຟັງກະອັດຫູໄວ້ຕິ.
ຫລັງຈາກໄດ້ຍິນວ່າມີນັກຮ້ອງໄທໃຕ້, ນ້ອຍບໍລໍຊ້າລຸກອາບນໍ້າແຕ່ງຫນ້າ ທາລີບສະຕິກ ແຕ່ງໂຕໄວບໍ່ໄວ. ບໍ່ພໍສອງຊົ່ວໂມງສັກກັບນ້ອຍກໍໄປຮອດເດີ່ນວັດ. ຈ່າຍຄ່າຜ່ານປະຕູ $40 ໂດລາແລ້ວກໍພາກັນຍ່າງເລາະ ຊອກຫາຈ່ອຍກັບຫມູ່ຄູ່ທີນັດກັນໄວ້ມື້ຄືນນີ້. ນ້ອຍຫລຽວເຫັນຫມູ່ລາວ, ກໍຟ້າວ ຍ່າງ ເປະປະເປະປະໄປ ຫາຫມູ່ທັນທີ, ສ່ວນສັກກໍແຍກທາງຍ່າງເລາະຊອກຫາຈ່ອຍ, ສຸດທ້າຍກໍພໍ້ຈ່ອຍແລະຫມູ່ຄູ່ຫລາຍຄົນນັ່ງ
ຢູ່ຝາກຫວຍທາງຂ້າງເວທີສະແດງຄອນເສີດ. ໄກຈາກເວທີປະມານຊາວແມັດ. ຈາກບ່ອນສັກກັບຫມູ່ນັ່ງໄປ ຫາເວທີຈະມີຮ້ານຂາຍເຄື່ອງດື່ມ, ນໍ້າ, ເບຍ ເຄື່ອງກິນຂວາງທາງ. ຫລາຍຄັ້ງເວລາສັກກັບຫມູ່ອອກໄປຟ້ອນລໍາວົງ ຢູ່ເທິງເວທີກໍມັກຈະໄປບໍ່ຮອດ, ຮອດແຕ່ຮ້ານເບຍ, ເພາະວ່າເມື່ອໄປຮອດຮ້ານຂາຍເບຍພໍເຫັນຜູ້ນັ້ນກະຫມູ່ຜູ້ນີ້ ກະສ່ຽວ ເລີຍພາກັນກ໋ອກນ້ອຍກ໋ອກໃຫຍ່ໄປບໍ່ຮອດເວທີຈັກເທື່ອ. ປ່ອຍໃຫ້ຄູ່ໄປຟ້ອນນຳ, ຟ້ອນແອະຟ້ອນແອ່ນ ຢູ່ເທີງຮ້ານຄົນດຽວ. ແຕ່ກໍ່ບໍ່ຖືຊາກັນເພາະຜູ້ຍິງລາວຢູ່ອະເມລິກາເວລາອອກໄປຟ້ອນລໍາວົງສ່ວນຫລາຍພວກ ເຂົາເຈົ້າບໍຄ່ອຍສົນໃຈກັບຜູ້ຊາຍ, ມີແຕ່ຜູ້ຍິງນຳກັນກໍ່ພາກັນຟ້ອນໄດ້. ສັກຮູ້ເລຶ່ອງນີ້ດີກໍເລີຍບໍ່ໃສ່ໃຈປານໃດ.
ຫລັງຈາກດື່ມສອງສາມຈອກພໍຊືມໆແລ້ວສັກກໍຊວນຈ່ອຍຍ່າງເລາະຊອກຫານ້ອຍ, ເພາະຄວາມເປັນຫ່ວງຢ້ານນ້ອຍ ໄປຫາດ່າຄົນອື່ນ. ແຕ່ໄປບໍ່ຮອດໃສຊໍ້າ, ພໍຮອດເວທີສັກກໍ່ຂຶ້ນຟ້ອນແອະຟ້ອນແອ່ນຢູ່ເທິງຮ້ານ ກັບນັກຮ້ອງເສີຍ. ຟ້ອນເດິຟ້ອນເດີ່ງໄດ້ສອງສາມຮອບ, ຈົກເອົາເງິນທິບຍື່ນໃຫ້ນັກຮ້ອງສາວງາມ $20 ໂດລາ ຫລັງຈາກນັ້ນກໍຍ່າງ ເຊຊຸເຊຊັດເປັນສັ່ນໆເຊັນໆລົງຮ້ານເວທີ. ຈ່ອຍຫລຽວເຫັນກໍຖາມ:
ຈ່ອຍ: ໂທ້ໆ!, ໄດ້ຟ້ອນກັບນັກຮ້ອງສາວງາມ, ດີໃຈຈົນສັ່ນເນາະສ່ຽວ?
ສັກ: ສັ່ນດີໃຈຕາຍຫ່າຫຍັງໂຕ, ເຮົາສັ່ນຍ້ານເມຍມາເຫັນຕ່າງຫາກ (ທັງເວົ້າທັງກຶກເບຍ).
ຈ່ອຍ: ເອົາອີກຈັກຂວດແກ້ຢ້ານເມຍ ບໍ່ເຮີຍ? (ຈ່ອຍເວົ້າແລ້ວກໍຫົວ ກາກ ກາກ)
ສັກ: ບັກອັນນີ້ ເວົ້າກວນຢູ່ໄດ້, ເອີ…ເອົາ!!
ຈ່ອຍກັບສັກແລະຫມູ່ຫລາຍຄົນນັ່ງດື່ມເບຍກັນຢູ່ດົນເຕີບ, ພໍດີມີສາວແມ່ຮ້າງຊື່ຈັນທີ່ ສັກຮູ້ຈັກແລະກໍບໍ່ໄດ້ເຫັນກັນເປັນຫລາຍປີແລ້ວຍ່າງເຊລົງຮ້ານລໍາວົງມາ, ຈັນເຫັນສັກກໍຟ້າວແລ່ນເຂົ້າມາທັກທາຍກອດເຟືອສັກແບບ ໃນນາມຄົນຮູ້ຈັກກັນ, ເຄີຍກິນສຸກກິນດິບກັນມາແຕ່ກ່ອນ. ຈັນກັບສັກຢືນລົມກັນດົນເຕີບ, ແລ້ວຈັນກໍຊວນ ສັກຂຶ້ນຟ້ອນລໍາວົງ. ພໍຟ້ອນຈົບສັກກໍຍ່າງລົງຮ້ານ, ແລ້ວກໍຍ່າງ ຍິ້ມເປີ້ນດີໃຈໄປຫາຈ່ອຍ. ແຕ່ພໍຮອດຈຸດໃດ ຫນຶ່ງກໍມີຄົນມາດຶງແຂນສັກຫມົດແຮງ ຈົນສັກຫງາຍເງີບເກືອບລົ້ມ. ສັກຫງວກຫນ້າໄປກໍເຫັນນ້ອຍຢືນຄໍ້າ ແອວເຮັດເປັນສີຫນ້າບໍ່ພໍໃຈ:
ສັກ: ໂອຍ, ເປັນຫຍັງອີກແລ້ວ, ນີ້ມັນງານບຸນວັດໄດນ້ອຍ, ອາຍຜູ້ອາຍຄົນແດ່ແມ້ຊິເຮັດຫຍັງກະດາຍ?
ນ້ອຍ: ແລ້ວເຈົ້າເດ, ເຮັດຫຍັງຄືບໍ່ອາຍແລະເກງໃຈຂ້ອຍແດ່? [ນ້ອຍຂຶ້ນສຽງໃສ່ສັກຫມົດແຮງ]
ສັກ: ແລ້ວຂ້ອຍເຮັດ ອິຫຍັງ?
ນ້ອຍ: ຂ້ອຍບອກເຈົ້າຫລາຍເທື່ອແລ້ວວ່າຢ່າໄປຫຍຸ້ງກັບອີ່ຈັນ.
ພໍສັກໄດ້ຍິນຄໍາເວົ້າຂອງນ້ອຍຕອບສັກແບບນັ້ນສັກກໍບໍ່ຮູ້ຈັກຊິເວົ້າຫຍັງຕໍ່ອີກ. “ອາຍຄົນເຂົາ,ໄປເມືອບ້ານ!” ສັກດືງແຂນເອົານ້ອຍແລ້ວກໍຍ່າງໄປຂຶ້ນລົດ ດ້ວຍຄວາມຢາກຮ້າຍ.
ຈັນກັບນ້ອຍເຄີຍເປັນຫມູ່ຮັກແພງກັນມາກ່ອນ, ແຕ່ຫລັງຈາກຈັນໄດ້ຢ່າຮ້າງກັບຜົວ, ຈັນກໍເປັນຄົນປ່ຽນໄປໃນ ລັກສະນະແບບຜູ້ຍິງຫາຕື້ຜູ້ຊາຍບໍ່ເລືອກຫນ້າ. ບໍ່ວ່າຜົວໃຜແຟນໃຜ ຖ້າລາວພໍໃຈກໍໃຫ້ທ້າຍຜູ້ນັ້ນໂລດ. ນ້ອຍບໍ່ມັກຈັນກໍເພາະວ່າ ຈັນລາວເຄີຍໃຫ້ທ້າຍສັກ, ແລ້ວສັກກໍໄດ້ຫລົງເດີນທາງຜິດໄປໄລຍະຫນຶ່ງ. “ແຕ່ນັ້ນມັນກໍກາຍເປັນອາດີດໄປແລ້ວ. ໃນເມື່ອຄົນຮູ້ຈັກກັນເຫັນກັນກໍທັກທາຍ ຖ້າມກັນເປັນທໍາມະດາ. ບໍ່ແມ່ນເຫັນ ຫນ້າກັນກໍຊວນກັນເຂົາຫ້ອງໂລດ, ດັ່ງທີ່ນ້ອຍເຂົ້າໃຈ.” ສັກເຄີຍອະທິບາຍໃຫ້ນ້ອຍເຂົ້າໃຈແຕ່ພະຍາຍາມ ອະທິບາຍຫລາຍເທື່ອຫລາຍຄັ້ງນ້ອຍກໍບໍ່ຍອມເຂົ້າໃຈ, ຍັງລະແວງສັກຢູ່ຕະຫລອດ, ວ່າແຕ່ສັກຈະນອກໃຈລາວ.

ຫລັງຈາກສັກກັບນ້ອຍຂຶ້ນລົດແລ້ວ, ສັກກໍຂັບລົດເລັ່ງອອກຈາກບ່ອນຈອດລົດ, ເຮັດສີຫນ້າຂຶມຢາກຮ້າຍ. ໄລຍະທາງສັກກໍໄດ້ແຕ່ຄິດຢູ່ໃນໃຈ, “ຕາມຄວາມເປັນຈິງແລ້ວເຮົາບໍ່ເຄີຍນອກໃຈນ້ອຍເລີຍ. ເປັນຫຍັງນ້ອຍຈຶ່ງມອງ ຂ້າມຄວາມຈິງ, ຄວາມຈິງທີ່ເຮົາເປັນຫ່ວງແລະຮັກ ນ້ອຍມາຕະຫລອດ. ຢູ່ກິນນຳກັນມາ ກະຫລາຍປີແລ້ວ, ນີ້ກະເກືອບຄົບຮອບຫ້າປີພໍດີ, ຮ່ວມທຸກຮ່ວມສຸກກັນມາ ພັດຜ່າອຸປະສັກຫລາຍຢ່າງ. ຈົນມາເຖີງ ທຸກວັນນີ້, ເປັນຫຍັງນ້ອຍຈຶ່ງບໍ່ເຂົ້າໃຈເຮົາແດ່…ຮຶ!?” ສັກທັງຄິດທັງເລັ່ງລົດຕາມອາລົມຢາກຮ້າຍ.
ນ້ອຍ: ຂັບລົດຊ້າແດ່ແມ້, ເຈົ້າຟ້າວໄປຕາຍຫວະ!!?
ສັກ: ເອີ…ຕາຍໄດ້ກະດີ, ເລຶ່ອງມັນຈັ່ງຊິຈົບ!!
ນ້ອຍ: ກະແນວເຈົ້າບໍ່ຍອມຈົບ, ຂ້ອຍເຄີຍບອກເຈົ້າແລ້ວໃຫ້ເລີກຫຍຸ້ງກັບອີ່ຈັນ,
ສັກ: ເລີກຫຍຸ້ງອິຫຍັງ? ຂ້ອຍກັບລາວບໍ່ໄດ້ເປັນອິຫຍັງກັນແລ້ວ ຊິໃຫ້ຂ້ອຍເລີກອິຫຍັງກັບລາວ, ຮະ!? (ສັກຂຶ້ນສຽງຢາກຮ້າຍ)
ນ້ອຍ: ແລ້ວມື້ນີ້ພວກເຈົ້າເຮັດອິຫຍັງກັນ…ຮະ!?
ສັກ: ເຮັດອິຫຍັງ, ກະໂອ້ລົມກັນທໍາມະດາ.
ນ້ອຍ: ຂ້ອຍຮູ້ວ່າພວກເຈົ້າຄິດຫຍັງກັນ, ຖ້າມັກມັນກະໄປຢູ່ນໍາມັນ! ຢ່າມາຫຍຸ້ງກັບຂ້ອຍ! ລ້ຽວລົດກັບໄປສົ່ງຂ້ອຍຢູ່ບ້ານນ້າສາວຂ້ອຍດຽວນີ້, ຂ້ອຍເບື່ອເຈົ້າເຕັມທີ!!
ສັກ: ເຈົ້າເປັນບ້າຫວະນ້ອຍ, ຮຶ!? ສອງຄໍາກະເບື່ອສາມຄໍາກະເບື່ອ ມີແຕ່ຊວນປະຊວນຢ່າ. ເຈົ້າຄືເປັນຄົນຈັ່ງຊີ້ ຮະ! ຢາກໄປແຮງແທ້ຫວະ, ຂ້ອຍຈະໄປສົ່ງ!
ສັກຮ້າຍຂຶ້ນຢ່າງແຮງດ້ວຍຄວາມເມົາຊຶມແດ່. ເລັ່ງລົດຕັດຂ້າມທາງສອງເລນ (lanes) ຢູ່ເທິງຮາຍເວ (highway) ແລ້ວຫັກລົດອ້ຽວໄປຫາທາງອອກ [exit] ຂອງ highway. ເພື່ອຊອກຕັດຫາທາງ ກັບຄືນໄປສົ່ງ ນ້ອຍຢູ່ບ້ານນ້າສາວຂອງລາວ. ແຕ່ຄວາມໄວຂອງລົດແລ່ນໄວເກີນໄປພາໃຫ້ລົດເສຍຫລັກເຈີດອອກນອກທາງ. ສັກພະຍາຍາມຄຸມລົດ, ຢຽບເບຣກ ແຕ່ກໍບໍ່ສຳເລັດ. ສຽງດັງຕຸ່ມໆບາດຫນຶ່ງຫລັງຈາກນັ້ນສັກກໍ່ບໍ່ຮູ້ເມື່ອຫຍັງເລີຍ, ທຸກສິ່ງຢ່າງກໍ່ມືດຕຶບໄປຫມົດ, ພໍສັກຮູ້ເມື່ອຄີງ ແລະຟື້ນໂຕໄດ້ອີກຄັ້ງແມ່ນຢູ່ ເທີງຕຽງໂຮງຫມໍທີ່ ເຕັມໄປດ້ວຍສາຍໄຟຊູຊິວິດ ແລະສາຍນໍ້າເກືອ. ເມື່ອສັກມືນຕາຂຶ້ນໄດ້ກໍ່ຊອກແນມຫານ້ອຍໄປທົ່ວ ທຸກມຸມຫ້ອງ. ບໍ່ເຫັນນ້ອຍ, ສັກກໍ່ຕົກໃຈເປັນຢ່າງແຮງ. ພະຍາຍາມຈະລຸກໄປຖາມນາງພະຍາບານ, ວ່າເມຍຕົວເອງຢູ່ໃສ? ແຕ່ກໍ່ລຸກບໍ່ຂຶ້ນ, ສັກຮູ້ສຶກເຈັບປວດໄປຫມົດທັງກາຍ, ຂາສອງຂ້າງກໍ່ຫນິງບໍ່ໄດ້. ຢາກຈະຮ້ອງຖາມກໍຮ້ອງບໍ່ອອກ, ອ່ອນເພຍໄປຫມົດ. ໄດ້ແຕ່ນອນຄິດແລະວາດພາບ ວ່າມັນເກີດຫຍັງ ຂຶ້ນກັບໂຕເອງ, “ ຂ້ອຍມານອນຢູ່ນີ້ໄດ້ແນວໃດ? ແລ້ວໃຜ້ເອົາຂ້ອຍມາ?”
ປອ໋ກ! ປອ໋ກ! ປ໋ອກ! ສຽງເຂາະປະຕູດັງ. ສັກໄດ້ຍິນກໍ່ເຫລືອກຕາໄປຕາມສຽງເຂາະດ້ວຍຄວາມດີໃຈ. “ຄືຊິແມ່ນນ້ອຍມາ” ສັກຄິດດີໃຈຢູ່ຄົນດຽວ. ແຕ່ແລ້ວສັກກໍ່ຜິດຫວັງເຮັດຫນ້າເສົ້າໄປເມື່ອເຫັນສ່ຽວ ຈ່ອຍໄຂປະຕູເຂົ້າມາ. “ນ້ອຍເດຈ່ອຍ, ລາວຢູ່ໃສ ລາວເຈັບຫລາຍບໍ່? ເຮົາຢາກໄປຫາລາວ, ຢາກໄປຂໍໂທດລາວ” ສັກພະຍາຍາມເອີ້ນຖາມສ່ຽວ ຈ່ອຍທີ່ກຳລັງຍ່າງເຂົ້າມາ. ຈ່ອຍຄຸເຂົ່າລົງຂ້າງຕຽງຂອງສັກ, ເຮັດສີຫນ້າເສົ້າໆ, ມິດ ບໍ່ຍອມຕອບຄໍາຖາມຂອງສັກ, ໄດ້ແຕ່ກົ້ມຫົວ ສະອື້ນນໍ້າຕາຜ່າຫນ່ວຍ. “ຈ່ອຍ ເມຍກູເດ!!” ສັກຮ້ອງຂຶ້ນຫມົດແຮງ. ຈ່ອຍເງີຍຫນ້າຂຶ້ນ, ແນມເບິ່ງຫນ້າສັກ, ແລ້ວເວົ້າອອກເປັນສຽງສັ່ນສະອື້ນ, “ນ້ອຍ, ນ້ອຍ…ເສຍແລ້ວ”
ພໍໄດ້ຍິນຄໍາເວົ້າຂອງຈ່ອຍ, ສັກກໍ່ມິດບໍ່ປາກ, ໄດ້ແຕ່ສະອື້ນກັບນໍ້າຕາທີ່ໄຫລໂອບແກ້ມ ຢາງບໍ່ຂາດສາຍ, ຄິດຄໍານຶງເຖິງເມຍຮັກຂອງຕົນ, “ເມຍເອີຍ…ຜົວຂໍໂທດ!!” ສັກພະນົມມືນົບຮ້ອງໄຫ້ຂໍທົດເມຍ.
ເລຶ່ອງສັ້ນເລຶ່ອງນີ້ ໃຫ້ຄະຕິເຕືອນໃຈເຮົາວ່າ ຄວາມຫຶງຫວງ, ອາລົມປະສົມກັບສິ່ງມຶນເມົາ ອາດກາຍເປັນພິດໄພອັນຕະລາຍຕໍ່ຊີວິດ, ເວລາຮ້ອນຕ້ອງອາໄສຄວາມເຢັນລະງັບ, ເຂົາຮ້ອນເຮົາຮ້ອນຕອບກໍ່ຈະເກີດເປັນມໍລະສຸມໄຟ. ບົດຮຽນຊີວິດຂອງສັກຖືວ່າແພງທີ່ສຸດ. ເມື່ອຄິດໄດ້ພາຍຫລັງທຸກສິ່ງຢ່າງ ກໍ່ສາຍເກີນໄປ, ບໍ່ພໍວິນາທີຊີວິດທັງຊີວິດກໍ່ປ່ຽນຈາກຫນ້າມືເປັນຫລັງມືທັນທີ.
ຈົບບໍຣິບູນບານ
ປສ
No comments:
Post a Comment