ມື້ຫນຶ່ງຂອງຊີວິດ
ມື້ເຊົ້ານີ້ ຂ້ອຍຕື່ນນອນແລ້ວກໍຟ້າວລຸກຍ່າງສີຫູສີຕາເຊຊ້າຍເຊຂວາເຂົ້າ ຫ້ອງນໍ້າທໍາພາລະກິດສ່ວນຕົວຍາມເຊົ້າ ກ່ອນອອກໄປເຮັດການ ຂ້ອຍແກ້ເຄື່ອງ (ບໍ່ຈໍາເປັນອະທິບາຍ ວ່າແກ້ຫຍັງແດ່ກະໄດ້ຕີເນາະ!) ອອກແລ້ວ ກໍ່ນັ່ງທໍາທຸລະຕາມພາສາຄົນອາລົມດີ, ພ້ອມຮ້ອງເພງອັງກິດໄປນໍາ Today is beautiful day, Oh yes today is beautiful day! ຮ້ອງແບບເພີນໆໄປໃນທໍານອງນັ້ນແຫລະ, ພໍເສັດທຸລະແລ້ວຂ້ອຍກໍ່ຟ້າວ ກົດປຸ່ມນໍ້າລ້າງ, ຫລັງຈາກນັ້ນກໍຄິດວ່າຊິໄປອາບນໍ້າຫນຸ່ງ ເຄື່ອງແຕ່ງກາຍ ເພື່ອຕຽມອອກໄປການ. “ໂທ້…ແນມເບິ່ງໂມງ ນີ້ມັນກໍສວາຍຫລາຍແລ້ວ, ມື້ໃດກະໄປການຊ້າຕາມເຄີຍເນາະເຮົາ, ຈັກຫນ່ອຍຫົວຫນ້າເພີ່ນກະຊິໄລ່ເຮົາອອກການແລະ. ແລ້ວຊິໄປເຮັດ ຫຍັງກິນລະບາດນິ. ຄວາມຮູ້ແຮງພໍປູໆປາໆ. ເວົ້າມາກໍເປັນຕາສົມເພດເວດ ທະນາໂຕເອງ,” ຂ້ອຍເອົາມືກົດປຸ່ມນໍ້າທັງຈົ່ມທັງວ່າຢູ່ຄົນດຽວຕາມພາສາຄົນມັກຈົ່ມ.
ສຽງນໍ້າດັງ “ແຈ໊ດ…“ ບາດຫນຶ່ງ. “ເອົາແລ້ວຄືເປັນຈັ່ງຊີ້ບາດນີ້,” ຂ້ອຍຮ້ອງຂຶ້ນຫມົດແຮງ, “ນໍ້າຫາຍໄປໃສຫມົດຄືໄຫລ ແຈ໊ດ ອອກມາແຕ່ເຄິ່ງດຽວຫນຶ່ງ, ຈັ່ງໃດມັນຊິລ້າງລົງຫມົດລະ. ໂອຍ…ຜີກິນ ຕັບເຈົ້າເອີຍ, ບໍ່ຈັກຫຍັງຕໍ່ຫຍັງຍັງຄ້າງເຕັມອະຍະຢູ່ ຊິເຮັດແນວໃດເນາະ, ບາດນີ້,” ຂ້ອຍເອົາມືອັດດັງ, ອີກມືຫນຶ່ງກົດປຸ່ມ, ໂປ່ມແລ້ວໂປ່ມອີກກະມິດຈີ່ລີ່. ເດ່ມືໄປເປີດນໍ້າອາບກະມິດປານຫອຍກີ້ໄຕ່ຄັນນາ, ມີແຕ່ສອງສາມຢົດຕົກໃສ່ຫນ້າພໍມີແຮງ. “ຮຶ, ຄືເປັນແບບນີ້, ຂ້ອຍກົ້ມໃຕ້ກົ້ມ ເຫນືອຊອກຫາທໍ່ນໍ້າ, ບາງເທື່ອທໍ່ນໍ້າ ແຕກບໍ່ຈັກ!” ຂ້ອຍຄິດຢູ່ໃນໃຈຄົນດຽວ. ແຕ່ສັງເກດເບິ່ງ ກໍບໍ່ເຫັນຫຍັງຜິດປົກກະຕິ. ຂ້ອຍເລີຍ ຍ່າງວົນໄປວຽນມາດົນ ເຕີບຈຶ່ງ ຈັບເອົາຜ້າເຊັດຫນ້າມາຫນຸ່ງ, ແລ້ວກໍອອກມາຍ່າງເລາະອ້ອມຫ້ອງ ຮັບແຂກຊອກຫາເບີໂທເຈົ້າຂອງເຮືອນ.
“ອ້າວ, ເຮີ່ຍໆ! ໂຕຍ່າງໂຊແຟຊັນຜ້າຂາບມ້າແບບໃຫມ່ຫວາສ່ຽວ! ໂຢ້! ເປັນຫຍັງຄືບໍ່ອາບນໍ້າປານນີ້!” ສ່ຽວຈ່ອຍຕື່ນມາເຫັນຂ້ອຍຍ່າງໄປຍ່າງມາກໍເລີຍເອີ້ນຖາມ. “ຫ້ອງນໍ້າມັນມີບັນຫາ, ນໍ້າບໍ່ມາ,” ຂ້ອຍຕອບສ່ຽວຈ່ອຍແບບຫນ້າຕາຢາກຮ້າຍແດ່, ແລ້ວກໍຄວ້າຈັບໂທລະສັບມາໂທຫາ ແບ໋ະ ຜູ້ເປັນ ເຈົ້າຂອງເຮືອນ. ສຽງໂທລະສັບດັງກະລີ້ງ ສອງສາມບາດນີ້ແຫລະ ຈື່ແດ່ບໍ່ແດ່, ກໍມີຄົນຮັບສາຍ, “ຮາໂລ, ນີ້ແບ໋ະເວົ້ານາ!“ “ເອີ…ໄຮໂລ, ນີ້ແມ່ນ…,” ຂ້ອຍກໍາລັງຊິຕອບແບ໋ະວ່ານີ້ແມ່ນຂ້ອຍ ເດີແຕ່ບໍ່ທັນໄດ້ເວົ້າ, ແນມເຫັນຈ່ອຍແລ່ນອອກຈາກຫ້ອງນໍ້າມືປັດດັງ ຫວັບໆເລີຍຫລົງຫົວກາກຂຶ້ນຫມົດແຮງ. “ເຮິ..ເຮິ..ເຮິ..ໃຜ້ສັ່ງໃຫ້ໂຕເຂົ້າໄປ,” ຂ້ອຍຫົວກາກ ກາກ ຂຶ້ນ ອີກເທື່ອຫນຶ່ງ ຈົນແບ໋ະຮ້ອງມາໃສ່:
ແບ໋ະ: ອ້າວ! ແມ່ນໃຜນິ ບ້າຫວາຢູ່ຊື່ໆກະໂທມາຫົວໃສ່ໂທລະສັບ?
ຂ້ອຍ: ໂອ້…ອິອິອິ, ໂທດ! ຂ້ອຍຫົວຂ້ວນບັກຈ່ອຍພຸ້ນ, ເບິ່ງມັນຊິເປັນລົມລະຫັ້ນ.
ແບ໋ະ: ແມ່ນໃຜຊື່ຈ່ອຍ, ແລ້ວເຈົ້າລະແມ່ນໃຜ?
ຂ້ອຍ: ອິອິໆ…ຂ້ອຍແມ່ນພິດ ນ່າ, ສົງໃສທໍ່ນໍ້າແຕກ
ແບ໋ະ: ທໍ່ນໍ້າໃຜແຕກ?
ຂ້ອຍ: ກະທໍ່ນໍ້າເຈົ້າຫັ້ນແຫລະແຕກ
ແບ໋ະ: ບ໋ະ…ທໍ່ນໍ້າຂ້ອຍແຕກຢູ່ຫ້ອງນໍ້າຂ້ອຍ, ແລ້ວເຈົ້າຮູ້ໄດ້ແນວໃດ?
ຂ້ອຍ: ອ້າວ…ທໍ່ນໍ້າຢູ່ຫ້ອງນໍ້າເຈົ້າກະແຕກຫວາ? ຢູ່ຫ້ອງນໍ້າຂ້ອຍກະແຕກຄືກັນໃດຫັ້ນ.
ແບ໋ະ: ແລ້ວເຈົ້າໄປເຮັດຫຍັງຢູ່ຫ້ອງນໍ້າ, ທໍ່ນໍ້າເຈົ້າຈຶ່ງແຕກ?
ຂ້ອຍ: ເຮິ ເຮິ ເຮິ, ໂອຍນໍຄົນເອີຍ, ຄືວ່າ ຫ້ອງນໍ້າມີບັນຫາ, ນໍ້າບໍ່ມາຫັ້ນນາ, ຈັ່ງແມ່ນເພີ່ນມັກສໍ້ເນາະ.
ແບ໋ະ: ໂອ້…ແມ່ນຫວາ, ຮ້ວຍຍ ຈັກແຫລະ ນຶກ ວ່າແມ່ນເລຶ່ອງອັນນັ້ນຊັ້ນດອກ, ເອີ, ດຽວຊິໂທໄປຖາມກົມນໍ້າ ປາປາເບິ່ງກ່ອນເດີ ວ່າມີບັນຫາຫຍັງແທ້. ຖ້າພວກເຈົ້າຢາກໃຊ້ນໍ້າກະມາໃຊ້ຢູ່ເຮືອນ ຂ້ອຍພີ້ກ່ອນກະໄດ້, ຊໍາຊາ ເຂົາເຈົ້າເບີດນໍ້າໃຫ້.
ຫລັງຈາກເວົ້າສຸດແບ໋ະກໍວາງສາຍປຸບປັບໂລດ. ປ່ອຍໃຫ້ຂ້ອຍນັ່ງຄິດຢູ່ຄົນດຽວ, “ເປີດນໍ້າໃຫ້ວ່າຕີ ເອ້, ນັ້ນກໍຫມາຍຄວາມວ່າ ແບ໋ະຮູ້ດີວ່າເປັນຫຍັງນໍ້າຈຶ່ງບໍ່ມາຊັ້ນຕວ່າ, ເອີ…ຄັກແລ້ວເດ, ສົງໃສມີຫຍັງປິດບັງກັນຢູ່ເດີ,” ຂ້ອຍເອົາມືຄໍ້າແກ້ມຄິດຢູ່ດົນເຕີບຈື່ງຊວນຈ່ອຍຂັບລົດໄປຫາອາບນໍ້າແລະແຕ່ງໂຕຢູ່ເຮືອນຂອງແບ໋ະ, ນັ້ນ ກໍເພື່ອຕາງສວຍໂອກາດສອບຖາມຫາສາຍເຫດເພີ່ມເຕີມກ່ຽວກັບເລຶ່ອງນໍ້າ. ແບ໋ະ ເປັນຄົນລາວຊອດວຽດ, ລາວເປັນແມ່ຫມາຍລູກສອງ. ຜົວຕາຍປະ ວ່າງສາມປີກ່ອນ, ຖິ້ມເຮືອນໄວ້ໃຫ້ຄົນເຊົ່າສອງສາມຫລັງຮວມທັງ ຫລັງທີ່ພວກຂ້ອຍເຊົ່າຢູ່ທຸກມື້ນີ້. ຂ້ອຍເຄີຍ ຍົວະໃຫ້ສ່ຽວຈ່ອຍຈີບລາວຢູ່, “ຈີບເອົາແມ້ຈ່ອຍ ບໍ່ຢາກຕົກຖັງເຂົ້າສານຫວາສ່ຽວ” ແຕ່ບອກຍາມໃດ, ຫມໍກໍໄດ້ແຕ່ແກ່ວງ ຫົວເວົ້າອັດຂ້ອຍຄືນ, “ໂຕຄືບໍ່ຈີບເອົາຊັ້ນນະ ບອກແຕ່ຄົນອື່ນ, ເຮົາບໍ່ມັກກະຍັງວ່າ,” ສ່ຽວຈ່ອຍມັກຈະເວົ້າຕອບ ຂ້ອຍແບບນັ້ນຕະຫລອດ. ກໍບໍ່ຕິແນວມັກໃຜມັກມັນເນາະ ຫມໍນີ້ພັດມັກໄປແບບເອາະໆ, ເຜັດໆມັນໆໄປແບບຫນຶ່ງອີກ. ຕາມຄວາມຈິງແບ໋ະລາວກໍເປັນຄົນດີ, ເປັນຢ້າວເປັນເຮືອນ. ສຳຄັນເຮັດອາຫານວຽດກິນກະເກັ່ງອີກ.
ພໍໄປຮອດເຮືອນຂອງແບ໋ະ, ພວກຂ້ອຍກໍພາກັນລົມກັນຫລາຍໆເລຶ່ອງ, ສຸດທ້າຍແບ໋ະລາວກໍອະທິບາຍ ແບບຫນ້າຕາສີເສົ້າໆຫນ້ອຍຫນຶ່ງ, ລາວເວົ້າວ່າລາວຄັດສົນເລື່ອງເງິນເຫລັກໆນ້ອຍໆກໍເລີຍຈ່າຍຄ່ານໍ້າບໍ່ທັນ, ຂາດມາໄດ້ 6 ເດືອນແລ້ວ. “ຢ້ານແມ່ນເຂົາເຈົ້າຕັດນໍ້າພວກເຈົ້າຍ້ອນເຫດນີ້ແຫລະມ,” ແບ໋ະເວົ້າແລ້ວກໍ່ ຍ່າງໄປເຮັດກາເຟໃຫ້ຂ້ອຍກັບຈ່ອຍ. ຂ້ອຍໄດ້ຍິນຄໍາອະທິບາຍຂອງແບ໋ະ ອອກມາແບບນັ້ນ, ກໍອ້າປາກຕົກຕາລຶງປາກບໍ່ອອກຈັກຄຳ. “ຮ້ວຍ, ແລ້ວເລື່ອງຈ່າຍຄ່ານໍ້າທັນບໍ່ທັນມັນກ່ຽວຫຍັງກັບພວກຂ້ອຍລະ, ຫນ້າທີ່ພວກຂ້ອຍແມ່ນຈ່າຍຄ່າເຊົ່າເຮືອນໃຫ້ເຈົ້າຕາມເວລາສັນຍາກັນໄວ້ທຸກໆເດືອນ, ແລະພວກຂ້ອຍກໍ່ຈ່າຍຕາມ ນັ້ນບໍ່ເຄີຍຂາດຈັກເດືອນຕົ່ວ,” ຂ້ອຍນັ່ງຄິດຢູ່ໃນໃຈຢາກຮ້າຍແບະ, ຢາກເວົ້າໃຫ້ແບະເຕັມທີແຕ່ເມື່ອໄດ້ຟັງ ຄໍາອະທິ ບາຍບັນຫາຂອງລາວຫລາຍຢ່າງແລ້ວ, ກໍເລີຍຮ້າຍບໍ່ອອກ. ໄດ້ແຕ່ຈົ່ມພຶມພໍາຢູ່ຄົນດຽວ. ພວກຂ້ອຍນັ່ງ ລົມກັນເພື່ອຊອກຫາວິທີແກ້ໄຂດົນເຕີບ, ສຸດທ້າຍແບະກໍອອກປາກຂໍຍືມເງິນຂ້ອຍເພື່ອໄປໃຊ້ຫນີ້ຄ່ານໍ້າ. ເຫດຜົນກໍຄື, ຖ້າບໍ່ມີເງິນໄປໃຊ້ເຂົາເຈົ້າ ເຂົາເຈົ້າກໍຊິບໍ່ເປີດນໍ້າໃຫ້ໃຊ້. “ໂອ້ຄັກແລ້ວເດ. ຄືມາເຈັບທັງເຫນືອກທັງເຕີ້ຍແທ້ນໍ ພິດເອີຍ, ຕື່ນມານໍ້າບໍ່ໄດ້ອາບ, ໄປການ ກະຊິໄດ້ໄປຊ້າ, ໂທຫາເຈົ້າຂອງເຮືອນຊ່ວຍ, ເຈົ້າຂອງເຮືອນ ພັດມາຂໍຍືມເງິນເຮົາຊໍ້າ. ຄືມາຊວຍແທ້ເດ,” ຂ້ອຍໂຍນມືຂຶ້ນເທິງຟ້າເງີຍຫນ້າເບິ່ງຂື່ເຮືອນ ທັງຮ້ອງທັງຈົ່ມ. ແຕ່ກໍໄດ້ແຕ່ຈົ່ມຫັ້ນແລ້ວສຸດທ້າຍກໍຈຳເປັນໄດ້ຊ່ວຍລາວ, ເພາະໂຕເອງກໍເປັນຄົນມັກຊ່ວຍຄົນແດ່.
ຂ້ອຍຂຽນເຊັກໃຫ້ແບະຢືມ $650.00 ໂດລາ, ແລ້ວກໍຟ້າວຂັບລົດໄປການ, ຂ້ອຍເລັ່ງລົດເອົາເຕັມທີ່, ພໍຂັບລົດອອກມາໄລຍະຫນຶ່ງແບະກໍໂທເຂົ້າໂທລະສັບ ມືຖືຂ້ອຍແລ້ວກໍບອກຂ່າວດີກັບຂ້ອຍວ່າມື້ແລງເຂົາເຈົ້າ ຊິເປີດນໍ້າໃຫ້ໃຊ້ແລ້ວເດີວ່າຊັ້ນ. ຂ້ອຍກໍລົມກັບລາວດ້ວຍຄວາມດີໃຈ, ດີໃຈແຮງຫລາຍເລີຍຊວນລາວລົມ ນຳເລື່ອງນັ້ນເລື່ອງນີ້ຈົນລາວຈວດຂ້ອຍວ່າຄືໄດ້ຍິນສຽງວໍຕໍາຫລວດໃນໂທລະສັບ. “ອ້າວ...ແມ່ນຫວາ, ບໍ່ແມ່ນສຽງວໍຕໍາຫລວດມາຈັບເຈົ້າຫວາ, ແນວເຈົ້າບໍ່ຈ່າຍຄ່ານໍ້ານະ,“ ຂ້ອຍເວົ້າຢອກລາວແບບຍິ້ມແຍ້ມແຈ່ມໃສ. ລາວຫົວກາກຂຶ້ນຫມົດແຮງແລ້ວ ຕອບຂ້ອຍວ່າ, “ບໍ່ໄດ, ເວົ້າແທ້ ຂ້ອຍໄດ້ຍິນສຽງວໍອອກມາຈາກເບື້ອງເຈົ້າພຸ້ນນາ.” ພໍໄດ້ຍິນລາວເວົ້າແບບນັ້ນຂ້ອຍກໍຟ້າວເຫລືອກຕາເບິ່ງແຫວ່ນລົດທັນທີ.
“ໂອ້ຍ, ຕາຍໆ, ຕໍາຫລວດໄລ່ຂ້ອຍ, ທໍ່ນີ້ກ່ອນເດີແບະ!” ຂ້ອຍຟ້າວປົງໂທລະສັບໄວບໍ່ຊ້າ ແລ້ວກໍຂັບ ລົດປ່ຽນເລນໄປທາງຂວາມືເພື່ອຕຽມຈອດລົດ. ພໍຢຸດລົດຮຽບຮ້ອຍ, ຕໍາຫລວດສອງຄົນກໍຍ່າງ ມາຖາມເອົາໃບຂັບຂີ່ແລະໃບທະບຽນລົດນໍາຂ້ອຍ. ຂ້ອຍພະຍາຍາມຂໍໂທດ ຕໍາຫລວດສອງຄົນນັ້ນ, ແຕ່ເຂົາເຈົ້າກໍບໍ່ຍອມຟັງ. ພໍໄດ້ເອກສານທີ່ເຂົາເຈົ້າຕ້ອງການແລ້ວ, ທັງສອງກໍ ກັບໄປນັ່ງຢູ່ໃນລົດດົນເຕີບ ຈື່ງກັບມາພ້ອມທັງມີໃບປັບໃຫມແລ່ນລົດເກີນຄວາມໄວ $150.00 ໂດລາ, ແລະອີກໃບຫນຶ່ງ $50.00 ໂດລາ ຄ່າປັບໃຫມຂັບລົດໃຊ້ມືຖືໂທລະສັບລົມກັນ. ຕຳຫລວດຄົນຫນຶ່ງຍື່ນໃບປັບໃຫມ່ໃຫ້ຂ້ອຍແລ້ວບອກວ່າ Slow down, OK!” ຂ້ອຍປາກບໍ່ອອກຈັກຄໍາເລີຍ. ໄດ້ແຕ່ນັ່ງເຈົ່າກອດພວງມະໄລລົດຄິດຄຳນຶງເຖິງເຫດການ ທີ່ເກີດຂຶ້ນກັບໂຕຂ້ອຍໃນມື້ນີ້ ນັ້ນກໍຄືມື້ຫນຶ່ງຂອງຊິີວິດ, “ຮູ້ວ່າມັນຊິຊວຍຈັ່ງຊີ້ຈ້າງຂ້ອຍກະບໍ່ຕື່ນມາດອກ. ຊິນອນໃຫ້ມັນຮອດມື້ອື່ນພຸ້ນແຫລະໃຫ້ ຄວາມຊວຍຂອງມື້ນີ້ຜ່ານໄປຈື່ງຄ່ອຍຕື່ນມາ. ເອ້, ແຕ່ກະບໍ່ແນ່ຄືກັນ. ຖ້າບໍ່ຕື່ນມາຮັບເອົາ ຄວາມຊວຍໃນມື້ນີ້ໄປ ມື້ໃດຫນຶ່ງມັນອາດ ຈະເກີດສິ່ງໃດຫນຶ່ງກັບຂ້ອຍກໍໄດ້ທີ່ອາດຈະ ຮ້າຍແຮງໄປກວ່ານີ້,” ຂ້ອຍເວົ້າປອບໃຈກັບໂຕເອງແລ້ວກໍຄ່ອຍໆຂັບລົດອອກໄປການຕໍ່, ປະເຊີນກັບຊີວິດຕໍ່ໄປ.

ຈົບບໍລິບູນ
ປສ, 2010
ປສ, 2010
No comments:
Post a Comment